15/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ກົມຕຳຫລວດຄຸ້ມຄອງ...ົຸ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແລກປ່ຽນບົດຮຽນ...່ ຽົ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາວ-ເບລາຣຸດຊີທີ່ນະຄອນຫລວງ ມິນສກ໌, ສາທາລະນະລັດ ເບລາ ຣຸດຊີ. ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ເຊີຣເກ ລູກາເຊຍວິຈ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຜູ້ທີ ໜຶ່ງ ແຫ່ງ ສ ເບລາຣຸດຊີ. ໃນກອງ ປະຊຸມດັ່ງກ່າວ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ຕະຫລອດໄລຍະ 32 ປີ ຂອງສາຍພົວພັນການທູດ ຊຶ່ງໄດ້ ມີການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຫລາຍລະດັບ. ນອກນີ້, ສອງຝ່າຍ ຍັງໄດ້ທົບທວນ ຄືນບັນດາແຜນການຮ່ວມມືໃນຂົງ ເຂດຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດ ຮ່ວມກັນໃນໄລຍະຜ່ານມາ ຊຶ່ງເຫັນ ດີຮ່ວມກັນເພື່ອສືບຕໍ່ຊຸກຍູ້ການ ຮ່ວມມືສອງຝ່າຍ ໂດຍສະເພາະ ໃນຂົງເຂດເສດຖະກິດ ແລະ ການ ຄ້າ ຂອງສອງປະເທດໃຫ້ນັບມື້ນັບ ເພີ່ມຂຶ້ນ; ສອງຝ່າຍ ເຫັນດີສືບຕໍ່ສົ່ງ ເສີມການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີ ທ່າແຮງ ແລະ ມີຄວາມສົນໃຈຮ່ວມ ກັນ ເພື່ອເສີມຂະຫຍາຍການຮ່ວມມື ສອງຝ່າຍໃນໄລຍະຕໍ່ໜ້າ ໃຫ້ມີ ໝາກຜົນເປັນຮູບປະທຳ ແລະ ນຳ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ ແລກປ່ຽນທັດສະນະ ແລະ ຄວາມ ຄິດເຫັນຕໍ່ສະພາບການໃນພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນ ໄປດ້ວຍບັນຍາກາດໄມຕີຈິດມິດຕະ ພາບ, ເຂົ້າອົກເຂົ້າໃຈກັນ ແລະ ໄດ້ ຮັບຜົນສໍາເລັດດ້ານເນື້ອໃນຢ່າງ ຈົບງາມຕາມຄາດໝາຍທີ່ວາງໄວ້. ໃນໂອກາດເດີນທາງໄປຢ້ຽມ ຢາມເຮັດວຽກຢູ່ ສ ເບລາຣຸດຊີ ຄັ້ງ ນີ້, ທ່ານ ໄມທອງ ທຳມະວົງສາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານ ມາກຊິມ ຣືເຊັນກົຟ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສ ເບລາຣຸດຊີ. ໃນໂອ ກາດດັ່ງກ່າວ, ທ່ານຮອງລັດຖະ ມົນຕີ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາໃນ ດ້ານຕ່າງໆໃນ ສປປ ລາວ. ພ້ອມ ນີ້, ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ການຮ່ວມມືສອງຝ່າຍໃນໄລຍະ ຜ່ານມາ ແລະ ກຳນົດທິດທາງການ ຮ່ວມມືໃນຂົງເຂດທີ່ມີທ່າແຮງ ບົ່ມຊ້ອນຮ່ວມກັນໃນໄລຍະຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ເບລາຣຸດ ຊີ ໄດ້ຮັບການເສີມຂະຫຍາຍຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ. ຄືນໄປດໍາເນີນຄະດີຕາມລະບຽບ ກົດໝາຍຢູ່ປະເທດຈີນ, ໃນຂໍ້ຫາກໍ່ ອາຊະກໍາທາງລະບົບໂທລະຄົມ ຫລື ຄໍເຊັນເຕີ, ໃຫ້ບໍລິການການພະນັນ ອອນລາຍ, ເຂົ້າ-ອອກເມືອງຜິດ ກົດໝາຍ, ເຮັດວຽກບໍ່ຖືກເປົ້າໝາຍ ຕາມທີ່ທາງການກໍານົດ, ດຳເນີນ ທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ ຮັບອະນຸຍາດ ແລະ ມີເຈດຕະນາລີ້ ຊ່ອນຢູ່ ສປປ ລາວ. ກຸ່ມແກ້ງດັ່ງກ່າວ, ຖືກກັກຕົວ ໃນວັນທີ 6 ພຶດສະພາ 2026 ຈາກ ເຫດການທີ່ເຈົ້າໜ້າທີ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ມ້າງ ກຸ່ມແກ້ງຄໍເຊັນເຕີຢູ່ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນ ພັກ) ຢູ່ແຂວງສະຫວັນນະເຂດ ຊຶ່ງພົບເຫັນຄົນຕ່າງປະເທດ 605 ຄົນ, ຍິງ 81 ຄົນ, ມີ 8 ສັນຊາດ ຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ໄຕ້ຫວັນ, ມາເລເຊຍ ແລະ ສັນຊາດເກົາຫລີ, ພ້ອມດ້ວຍເຄື່ອງຂອງກາງເພື່ອ ກໍ່ການກະທໍາຜິດຈໍານວນຫລາຍ ລາຍການ. ການມອບ-ຮັບແກ້ງຄໍເຊັນເຕີ ຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 059/ສພຊ, ລົງ ວັນທີ 26 ທັນວາ 2014, ຂໍ້ຕົກລົງ ວ່າດ້ວຍການຮ່ວມມືສ້າງຕັ້ງສູນ ຮ່ວມມືວຽກງານຕໍາຫລວດລາວຈີນ ລະຫວ່າງ ກະຊວງປ້ອງກັນ ຄວາມສະຫງົບ ລາວ ແລະ ຈີນ ລົງວັນທີ 04 ທັນວາ 2020, ຕາມ ການປະສານສົມທົບເຮັດວຽກຕົວ ຈິງຮ່ວມກັບເຈົ້າໜ້າທີ່ຕໍາຫລວດ ສປ ຈີນ ປະຈໍາຢູ່ສູນຮ່ວມມືລາວຈີນ ແລະ ປະຕິບັດຕາມສັນຍາການ ຮ່ວມມືລະຫວ່າງ ລາວ-ຈີນ ໃນ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນ ຄົນຕ່າງປະເທດ (ໂດຍສະເພາະ ຄົນຈີນ) ກັບຄືນປະເທດ ເພື່ອດໍາ ເນີນຄະດີ ຫລັງຈາກຖືກຈັບກຸມຢູ່ ສປປ ລາວ. ຕະຫລອດໄລຍະຜ່ານມາລັດ ຖະບານ ສປປ ລາວ ກໍຄື ກະຊວງ ປ້ອງກັນຄວາມສະຫງົບ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ສຸມໃສ່ ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ, ຕໍ່ກັບບັນຫາອາຊະຍາກໍາທາງໂທ ລະຄົມຢ່າງເດັດຂາດ. ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກໍາລັງສືບ ຕໍ່ຕິດຕາມ, ສືບສວນ ແລະ ດໍາເນີນ ຄະດີຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ຮ່ວມມືກັບປະ ເທດເພື່ອນບ້ານ ແລະ ອົງການສາ ກົນໃນການແກ້ໄຂບັນຫາດັ່ງກ່າວ. ໃນໂອກາດນີ້, ຈຶ່ງຂໍຮຽກຮ້ອງ ມາຍັງປະຊາຊົນບັນດາເຜົ່າທຸກຊັ້ນ ຄົນໃນສັງຄົມໃຫ້ມີສະຕິຕໍ່ກົນອຸບາຍ ຂອງພວກກຸ່ມຄົນບໍ່ດີ, ປັດຈຸບັນນີ້ ບັນຫາອາຊະຍາກໍາທາງໂທລະຄົມ ແມ່ນມີຮູບແບບການຫລອກລວງ ທີ່ຫລາກຫລາຍ ແລະ ວິທີປ້ອງກັນ ຕົນເອງຢ່າງທັນສະໄໝ, ນັກທຸລະ ກິດ ແລະ ຊາວຄ້າຂາຍ ຫລື ຜູ້ປະ ກອບການເຮືອນໃຫ້ເຊົ່າ, ໂຮງ ແຮມ, ອະພາດເມັນ, ຫ້ອງແຖວ ກຸນນຸວົງຮອງຫົວໜ້າກົມຕໍາຫລວດ ຈະລາຈອນ, ກົມໃຫຍ່ຕໍາຫລວດ ພ້ອມດ້ວຍຄະນະ, ມີພະນັກງານຄູ- ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ພັຕ ຈັນທະວີ ເພັດລາສີ ວິຊາການ ພະແນກໂຄສະນາ ກົມຕໍາຫລວດຈະ ລາຈອນ ໄດ້ຍົກໃຫ້ເຫັນສາເຫດທີ່ ພາໃຫ້ເກີດອຸບັດເຫດ, ການລ່ວງ ລະເມີດກົດຈະລາຈອນ, ສະຖິຕິການ ເກີດອຸບັດເຫດ, ການຈອດລົດສະ ຊາຍ ແລະ ຈຳນວນຕົວເລກການ ເສຍຊີວິດ ຈາກການເກີດອຸບັດເຫດ, ພ້ອມທັງຍົກໃຫ້ເຫັນເນື້ອໃນສຳຄັນ ກ່ຽວກັບການໃຊ້ພາຫະນະໃຫ້ຖືກ ຕາມລະບຽບເປັນຕົ້ນການໃສ່ໝວກ ກັນກະທົບ, ບໍ່ໃຊ້ໂທລະສັບໃນຂະ ນະຂັບຂີ່, ບໍ່ຂັບຂີ່ໃນຂະນະມຶນເມົາ ແລະ ການເຄົາລົບປ້າຍສັນຍານຈະ ລາຈອນຕ່າງໆ. ພ້ອມນີ້, ບັນດາຄູ- ອາຈານ ແລະ ນັກສຶກສາ ຍັງໄດ້ ແລກປ່ຽນທັດສະນະ ໃນການໃຊ້ ລົດໃຊ້ຖະໜົນ ເພື່ອຫາວິທີຊ່ວຍກັນ ຫລຸດຜ່ອນການເກີດອຸບັດເຫດ ຕາມ ທ້ອງຖະໜົນ ແບບກົງໄປກົງມາ, ພ້ອມທັງ ຈັດກິດຈະກຳຖາມ-ຕອບ ແນໃສ່ເຮັດໃຫ້ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ກົດຈະລາຈອນໄດ້ດີ ຂຶ້ນແລະ ສາມາດນຳໄປປະຕິບັດໃນ ຊີວິດປະຈຳວັນ ໄດ້ຢ່າງຖືກຕ້ອງ. ການເຜີຍແຜ່ກົດຈະລາຈອນ ຄັ້ງນີ້, ເພື່ອຍົກສູງຄວາມຮັບຮູ້ ແລະ ສ້າງຈິດສຳນຶກໃຫ້ແກ່ໄວໜຸ່ມລາວ ກໍຄື ບັນດານັກຮຽນ-ສຶກສາ ໃນ ການເຄົາລົບ ແລະ ປະຕິບັດຕາມ ກົດຈະລາຈອນຢ່າງເຄັ່ງຄັດ ເພື່ອ ຫລຸດຜ່ອນອຸບັດເຫດຕາມທ້ອງຖະ ໜົນ ແລະ ຮັກສາຄວາມປອດໄພ ໃນການສັນຈອນ. ຂ່າວ: ທະນູທອງ; ຂໍ້ມູນ-ພາບ: ກົມຕໍາຫລວດຈະລາຈອນ ພຶດສະພາ 2026 ໂດຍມີ ທ່ານ ຄໍາໝູນ ຕຽງທະລາດ ເລຂາພັກ ເມືອງຫາດຊາຍຟອງ, ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ບົວໃສ ລຸນນະວົງສາ ປະທານ ຄະນະກໍາມະການປົກຄອງເມືອງ ຫາດຊາຍຟອງ, ພ້ອມດ້ວຍພາກ ສ່ວນບໍລິສັດບໍລິການຈັດເກັບມ້ຽນ ຂີ້ເຫຍື້ອ ແລະ ການຈັດຕັ້ງບ້ານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ປຶກສາຫາລືແກ້ໄຂບັນຫາການຖິ້ມ ຂີ້ເຫຍື້ອແບບຊະຊາຍ ຢ່າງບໍ່ເປັນ ລະບົບ ໃນຕົວເມືອງຂອງນະຄອນ ຫລວງວຽງຈັນ ຊຶ່ງຍັງເປັນບັນຫາ ທີ່ແກ້ໄຂບໍ່ໄດ້ ໂດຍສະເພາະໃນບໍລິ ເວນພື້ນທີ່ດິນເປົ່າຫວ່າງ ລຽບຕາມ ແຄມທາງສາຍຫລັກຕ່າງໆຂອງ ເມືອງ ແລະ ເທສະບານ ຊຶ່ງເຕັມ ໄປດ້ວຍເສດຂີ້ເຫຍື້ອທີ່ຖືກປະຖິ້ມ ໄວ້ແບບຊະຊາຍ ແຕ່ກໍບໍ່ມີໜ່ວຍ ງານກ່ຽວຂ້ອງໃດໄປເກັບມ້ຽນ, ຖ້າຫາກວ່າຍັງສືບຕໍ່ປະປ່ອຍເປັນ ແບບນີ້ ກໍຈະສົ່ງຜົນທາງດ້ານກິ່ນ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະໃນລະດູຝົນ ແລະ ໜຶ່ງ ໃນນັ້ນເມືອງຫາດຊາຍຟອງ ກໍເປັນ ເມືອງໜຶ່ງທີ່ກໍາລັງພົບບັນຫາການ ຖິ້້ມຂິ້ເຫຍື້ອແບບຊະຊາຍ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ ຮັບຟັງການເຜີຍແຜ່ຂໍ້ຕົກລົງ ຂອງ ນະຄອນຫລວງວຽງຈັນ ວ່າດ້ວຍ ການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ໂດຍ ຍົກໃຫ້ເຫັນເຖິງນິຍາມໃນການຄຸ້ມ ຄອງຂີ້ເຫຍື້ອ, ການດໍາເນີນວຽກ ງານເພື່ອປະຕິບັດມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ການຄວບຄຸມ ແລະ ຈັດ ການຂີ້ເຫຍື້ອ ໂດຍເລີ່ມຈາກການ ຄັດແຍກການເກັບມ້ຽນ, ຄ່ຽນຖ່າຍ ແລະ ການຂົນສົ່ງ ລວມເຖິງການ ແປຮູບ ເພື່ອການນໍາໃຊ້ປະໂຫຍດ ຈາກຂີ້ເຫຍື້ອ ແລະ ການກໍາຈັດຂີ້ ເຫຍື້ອດ້ວຍວິທີຕ່າງໆ. ທັງນີ້, ກໍ ເພື່ອຄໍານຶງເຖິງປະໂຫຍດສູງສຸດ ໃນທາງເສດຖະສາດ, ທັດສະນີຍະ ພາບ, ສຸຂະພາບ ແລະ ການປົກປັກ ຮັກສາສິ່ງແວດລ້ອມ. ສະນັ້ນ, ການ ກໍາຈັດຂີ້ເຫຍື້ອ ຈຶ່ງແມ່ນວິທີການ ແລະ ຂະບວນການໃນການກໍາຈັດ ຫລື ທໍາລາຍທີ່ຢູ່ພາຍໃຕ້ການຄວບ ຄຸມທີ່ຖືກຕ້ອງຕາມມາດຕະຖານ ເຕັກນິກ, ຖືກຫລັກສຸຂະນາໄມ ຮັບ ປະກັນຕໍ່ສິ່ງແວດລ້ອມ, ທໍາມະ ຊາດ ແລະ ສັງຄົມ ຕໍ່ກັບວຽກງານ ດັ່ງກ່າວ. ນອກຈາກນີ້, ນະຄອນຫລວງ ວຽງຈັນ ຍັງມີນະໂຍບາຍກ່ຽວກັບ ການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ເພື່ອຊຸກຍູ້ສົ່ງເສີມການພັດທະນາ ວຽກງານການຄຸ້ມຄອງ ແລະ ກໍາ ຈັດຂີ້ເຫຍື້ອ ດ້ວຍການອອກນິຕິກໍາ ເພື່ອສ້າງເງື່ອນໄຂໃຫ້ບຸກຄົນ, ນິຕິ ບຸກຄົນ ຫລື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ເຂົ້າໃນການຄົ້ນຄວ້ານໍາໃຊ້ວິທະຍາ ສາດ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ກໍາຈັດ ຂີ້ເຫຍື້ອ ໂດຍໃຫ້ສອດຄ່ອງຕາມ ແນວທາງນະໂຍບາຍ, ນິຕິກໍາ, ກົດ ໝາຍ ແລະ ຕາມແຜນຍຸດທະສາດ ແຜນງານຄຸ້ມຄອງຂີ້ເຫຍື້ອແບບຍືນ ຍົງຂອງນະຄອນຫລວງວຽງຈັນ ໃນແຕ່ລະໄລຍະ. ທັງນີ້, ກໍເພື່ອສົ່ງ ເສີມການບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ແປຮູບຂີ້ເຫຍື້ອກາຍເປັນຊັບ ພະຍາກອນທີ່ສ້າງມູນຄ່າ ແລະ ແນ ໃສ່ເພື່ອຮັກສາສິ່ງແວດລ້ອມໃນ ຕົວເມືອງຕາມນະໂຍບາຍ 6 ສ ເພື່ອ ຮັກສາໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ. ຂ່າວ: ກິດຕາ ຂໍ້ມູນ: ໜັງສືພິມວຽງຈັນໃໝ່ ກົມຕຳຫລວດຈະລາຈອນ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືແກ້ໄຂ...ື້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຕ້ອງມີສ່ວນຮ່ວມ ແລະ ໃຫ້ການ ຮ່ວມກັບເຈົ້າໜ້າທີ່ບໍ່ໃຫ້ກຸ່ມຄົນ ບໍ່ດີມາສວຍໃຊ້ສະຖານທີ່ຂອງ ຕົນໃນການກະທຳທີ່ຜິດກົດໝາຍ; ຕ້ອງມີມາດຕະການທີ່ເຂັ້ມງວດ ຕໍ່ຜູ້ໃຊ້ບໍລິການ, ຖ້າຫາກພົບເຫັນ ມີການເຄື່ອນໄຫວທີ່ບໍ່ຖືກຕ້ອງຕາມ ກົດໝາຍ ຕ້ອງໄດ້ລາຍງານຕໍ່ເຈົ້າ ໜ້າທີ່ຢ່າງຮີບດ່ວນ. ສໍາລັບຊາວໜຸ່ມ, ໄວໜຸ່ມ, ນັກ ຮຽນ, ນັກສຶກສາ ແລະ ປະຊາຊົນ ຕ້ອງສຶກສາຫາຄວາມຮູ້ດ້ານຄວາມ ປອດໄພທາງໄຊເບີຢູ່ສະເໝີ ແລະ ຊ່ວຍໃຫ້ຄວາມຮູ້ດ້ານດີຈິຕອນ ໃຫ້ ຜູ້ອາຍຸສູງໃນຄອບຄົວ ທີ່ອາດຈະ ຂາດຄວາມເຂົ້າໃຈ; ລະມັດລະວັງ ຕໍ່ການໂຄສະນາແອບອ້າງວຽກ ງານທີ່ໃຫ້ລາຍຮັບສູງຜິດປົກກະຕິ ໂດຍສະເພາະຕາມສື່ສັງຄົມອອນ ລາຍ ຊຶ່ງອາດຈະເປັນການຫລອກ ລວງ ຫລື ຄ້າມະນຸດ. ສິ່ງສໍາຄັນ, ຫ້າມບໍ່ໃຫ້ຄົນອື່ນໃຊ້ບັນຊີທະນາ ຄານຂອງຕົນຢ່າງເດັດຂາດ ເພາະ ອາດຖືກນໍາໄປໃຊ້ໃນການຟອກ ເງິນ ໂດຍບໍ່ຮູ້ສຶກຕົວ, ຫ້າມສົ່ງຂໍ້ມູນ ສ່ວນຕົວ, ລະຫັດ OTP ຫລື ຂໍ້ມູນ ທາງການເງິນ ໃຫ້ຜູ້ໃດ ຜ່ານທາງ ໂທລະສັບ ຫລື ສື່ອອນລາຍ ໂດຍທີ່ ຍັງບໍ່ທັນໄດ້ກວດສອບຄວາມໜ້າ ເຊື່ອຖືຢ່າງລະອຽດ. ທັງນີ້, ກໍເພື່ອ ເປັນການປົກປ້ອງສິດ, ຜົນປະໂຫຍດ ແລະ ຄວາມປອດໄພຂອງທຸກຄົນ ໃນສັງຄົມ. ຂ່າວ: ກົມສື່ມວນຊົນປກສ; ພາບ: ບຸນພະຈັນ
RkJQdWJsaXNoZXIy MTc3MTYxMQ==