@ 0j k; c]t gsfdko j 15/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກະຊວງກະສິກຳ...ິ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ແລະ ຝ່າຍຫວຽດ ນາມ ນຳໂດຍ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ລັດຖະມົນຕີກະຊວງ ວັດທະນະທໍາ, ກິລາແລະທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນທັງສອງຝ່າຍ ລາວຫວຽດນາມ ເຂົ້າຮ່ວມ ຊຶ່ງການພົບ ປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແຈ້ງໃຫ້ກັນຊາບກ່ຽວກັບ ການເຄື່ອນໄຫວວຽກງານ ຂອງຕົນ ກໍຄື ການພົວພັນຮ່ວມມືດ້ານວຽກ ງານຖະແຫລງຂ່າວ-ສື່ມວນຊົນ ແລະ ອື່ນໆ ໃນໄລຍະຜ່ານມາ. ໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນສະພາບການ ທີ່ພົ້ນເດັ່ນ ແລະ ການເຄື່ອນໄຫວ ວຽກງານຂອງ ຄະນະໂຄສະນາອົບ ຮົມສູນກາງພັກ ໃນໄລຍະຜ່ານມາ, ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງຄືນ ໃໝ່ ເພື່ອໃຫ້ຖືກຕ້ອງຕາມທິດຊີ້ນໍາ ຂອງສູນກາງພັກ ແລະ ແທດເໝາະ ກັບສະພາບການຈັດຕັ້ງປະຕິບັດຕົວ ຈິງໃນປັດຈຸບັນ ໂດຍການມອບໂອນວຽກງານຖະແຫລງຂ່າວ-ສື່ ມວນຊົນ ຈາກກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ ມາຂຶ້ນ ກັບການນໍາພາ-ຊີ້ນໍາໂດຍກົງຂອງ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງປະກອບມີ: ກົມສື່ມວນຊົນ, ສໍາ ນັກຂ່າວສານປະເທດລາວ, ໂທລະ ພາບແຫ່ງຊາດລາວ, ວິທະຍຸກະ ຈາຍສຽງແຫ່ງຊາດລາວ, ໜັງສື ພິມພາສາຕ່າງປະເທດ ແລະ ໜັງສື ພິມປະຊາຊົນ. ຄຽງຄູ່ກັນນັ້ນ, ວຽກ ງານຖະແຫລງຂ່າວຢູ່ຂັ້ນທ້ອງຖິ່ນ ກໍໄດ້ຮັບການປັບປຸງໃຫ້ມີຄວາມ ເປັນເອກະພາບ ແລະ ສອດຄ່ອງກັບ ຂັ້ນສູນກາງຢ່າງເປັນລະບົບ. ສະຫາຍ ວັນສີ ກົວມົວ ຍັງໃຫ້ ຮູ້ອີກວ່າ: ເຖິງວ່າໃນໄລຍະຜ່ານ ມາ ສປປ ລາວ ຈະມີການປັບປຸງ ກົງຈັກການຈັດຕັ້ງ, ແຕ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຮອບ ດ້ານໃນວຽກງານຖະແຫລງຂ່າວສື່ມວນຊົນ ລະຫວ່າງ ລາວ-ຫວຽດ ນາມ ກໍຍັງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເຂົ້າສູ່ລວງ ເລິກ ເພື່ອຍາດເອົາຜົນສຳເລັດໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍຍັງໄດ້ຍົກໃຫ້ ເຫັນການຈັດຕັ້ງປະຕິບັດເນື້ອໃນ ຈິດໃຈບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານວຽກງານຖະແຫລງຂ່າວ ໄລ ຍະປີ 2021-2025 ລະຫວ່າງ ລາວ-ຫວຽດນາມ ທີ່ຜ່ານມາ ຊຶ່ງ ສອງຝ່າຍໄດ້ຮ່ວມກັນຈັດຕັ້ງຜັນ ຂະຫຍາຍ ຈົນສາມາດຍາດໄດ້ຜົນ ສໍາເລັດອັນພົ້ນເດັ່ນໃນຫລາຍດ້ານ. ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍໄດ້ຕີລາຄາສູງຕໍ່ການຮ່ວມ ມືໃນຂົງເຂດສື່ມວນຊົນ ລະຫວ່າງ ຫວຽດນາມ ແລະ ລາວ ທີ່ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງແໜ້ນ ແຟ້ນແລະມີປະສິດທິຜົນ, ສອງຝ່າຍ ໄດ້ປະສານສົມທົບກັນຢ່າງຕັ້ງໜ້າ ໃນວຽກງານຂໍ້ມູນຂ່າວສານ, ການ ໂຄສະນາເຜີຍແຜ່ ໃນການຢ້ຽມ ຢາມຂອງການນໍາຂັ້ນສູງ, ກອງປະ ຊຸມຄະນະກຳມະການຮ່ວມລັດຖະ ບານ ກໍຄື ບັນດາເຫດການສະເຫລີມ ສະຫລອງວັນບຸນສຳຄັນຕ່າງໆ ຂອງສອງປະເທດ. ຢ່າງໃດກໍຕາມ ຝ່າຍຫວຽດນາມ ພ້ອມທີ່ຈະສະ ໜັບສະໜູນການຈັດຊຸດຝຶກອົບຮົມ ໃນຫລາຍຫົວຂໍ້ສຳຄັນ ເປັນຕົ້ນ ທັກສະການເຮັດສື່ແບບຫລາຍມິຕິ (Multimedia), ການຜະລິດຂ່າວ, ບົດ, ສາລະຄະດີ ໃນສື່ອອນລາຍ (ແພລັດຟອມດີຈິຕອນ); ການນຳ ໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນ, ການຄຸ້ມຄອງ, ວາງແຜນຜັງ ແລະ ນະໂຍບາຍພັດທະນາສື່ມວນຊົນ, ທັກສະຂ່າວສານການຕ່າງປະເທດ ແລະ ການແກ້ໄຂຂໍ້ມູນທີ່ເປັນຂໍ້ມູນ ລະອຽດອ່ອນ. ພ້ອມນີ້, ສະຫາຍ ນາງ ເລິມ ທິ ເຟືອງ ແທງ ຍັງໄດ້ ລາຍງານໃຫ້ຮູ້ແຜນການຮ່ວມມື ກັນ ລະຫວ່າງ ກະຊວງວັດທະນະ ທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ຄະນະໂຄ ສະນາອົບຮົມສູນກາງພັກ ໃນຕໍ່ໜ້າ ອີກດ້ວຍ. ໃນໂອກາດດຽວກັນນີ້, ຍັງໄດ້ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານວຽກງານຖະແຫລງຂ່າວ ໄລ ຍະປີ 2026-2030 ໂດຍການ ຮ່ວມລົງນາມລະຫວ່າງ ສະຫາຍ ວັນສີ ກົວມົວ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ແລະ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍາມະ ການສູນກາງພັກ, ລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໃຫ້ ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງສອງ ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກຮ່ວມມືໃນ ໄລຍະ 5 ປີ ນີ້, ສອງຝ່າຍຕົກລົງ ຈະພັດທະນາສາຍພົວພັນທີ່ມີມາ ແຕ່ຍາວນານ ແລະ ການຮ່ວມມື ແບບຍືນຍົງໃນຂົງເຂດວຽກງານ ຖະແຫລງຂ່າວ ໂດຍສອດຄ່ອງກັບ ກົດໝາຍ, ຂໍ້ກຳນົດ ແລະ ສົນທິສັນ ຍາຂອງແຕ່ລະຝ່າຍ; ສອງຝ່າຍ ໄດ້ກຳນົດຂອບເຂດການຮ່ວມມື ດ້ານຂໍ້ມູນຂ່າວສານ, ການຂຽນບົດ ຄວາມລົງໜັງສືພິມ, ການກະຈາຍ ຂ່າວ ແລະ ຂໍ້ມູນຂ່າວສານ ທາງ ເອເລັກໂຕຣນິກ ໂດຍສຸມໃສ່ການ ຫັນເປັນດີຈິຕອນ, ການນໍາໃຊ້ປັນ ຍາປະດິດ(AI) ເຂົ້າໃນການຜະລິດ ເນື້ອໃນຂ່າວ ແລະ ກົນໄກການຕິດ ຕາມ, ວິເຄາະ, ໄຈ້ແຍກ ກ່ຽວກັບ ຫາງສຽງສັງຄົມຢູ່ສື່ສັງຄົມອອນ ລາຍ ແລະ ການຄຸ້ມຄອງຂ່າວສານ ຕ່າງປະເທດ. ສຳລັບກິດຈະກຳ ການຮ່ວມມື ໂດຍຜ່ານຮູບແບບ ການແລກປ່ຽນຄະນະຜູ້ແທນ ແລະ ຈັດຕັ້ງຊຸດຝຶກອົບຮົບ, ແລກປ່ຽນ ລາຍການວິທະຍຸ ແລະ ໂທລະພາບ, ບັນດາສິ່ງພິມແລະ ເອກະສານອື່ນໆ ເພື່ອສຶກສາຄົ້ນຄວ້າ ແລະ ນໍາໃຊ້ ແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ, ການພົວພັນມິດຕະ ພາບຂອງປະຊາຊົນສອງຊາດ, ສ້າງເງື່ອນໄຂສະດວກໃຫ້ແກ່ອົງ ການສື່ມວນຊົນ ແລະ ສຳນັກຂ່າວ ສານຂອງສອງຝ່າຍ ໃນວຽກງານ ການກະຈາຍຂ່າວ ແລະ ພິມບົດ ຄວາມກ່ຽວກັບປະເທດ, ປະຊາຊົນ ແລະ ຜົນສຳເລັດຂອງສອງຝ່າຍ, ພິເສດແມ່ນຊຸກຍູ້ໂຄສະນາ ກ່ຽວກັບ ສາຍພົວພັນທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານຕິດພັນກັບຍຸດທະຍາດຂອງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ໃນໂອກາດວັນຊາດ, ບຸນສໍາຄັນ ຕ່າງໆ ແລະ ເຫດການສໍາຄັນຂອງ ສອງປະເທດ. ລາວ-ຫວຽດນາມ... ເປີດກວ້າງ ໃຫ້ທຸກພາກສ່ວນ ເປັນ ຕົ້ນ ພາກສ່ວນວິຊາການ, ຄູ່ຮ່ວມ ພັດທະນາ ແລະ ອົງການຈັດຕັ້ງສັງ ຄົມ (CSOs) ເຊັ່ນ: CHIAs, HPA ແລະ PEDA ໄດ້ຮ່ວມກັນ ສະເໜີບັນຫາ ແລະ ຄວາມຕ້ອງ ການຕົວຈິງຈາກພາກສະໜາມ; ຈັດລຽງບຸລິມະສິດ ອີງຕາມຜົນ ການທົບທວນໂຄງການ (Malaria Programme Review-MPR 2025) ແລະ ແຜນຍຸດທະສາດ ແຫ່ງຊາດ 2026-2030 ເພື່ອຮັບ ປະກັນການນຳໃຊ້ງົບປະມານໃຫ້ ມີປະສິດທິຜົນສູງສຸດ; ສ້າງຄວາມ ເປັນເຈົ້າການ ເພື່ອໃຫ້ບົດສະເໜີຂໍ ທຶນ (Funding Request) ທີ່ ຈະຍື່ນໃນເດືອນມິຖຸນານີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ນຳສະເໜີພາບ ລວມຂອງແຜນຍຸດທະສາດແຫ່ງ ຊາດ (National Strategic Plan-NSP), ຜົນການແບ່ງເຂດ ລະບາດໃໝ່ ແລະ ການສົນທະນາ ກຸ່ມເພື່ອລະດົມຄວາມຄິດເຫັນຢ່າງ ກວ້າງຂວາງ. ຂໍ້ມູນ: ສູນຂ່າວສານການແພດ ມອບໃຫ້ກອງເລຂາກອງປະຊຸມ ຮີບຮ້ອນສັງຮວມປັບປຸງເນື້ອໃນ, ບົດບັນທຶກການປະກອບຄໍາເຫັນ ຂອງບັນດາສະຫາຍໃນຄະນະບໍລິ ຫານງານພັກກະຊວງ ເພື່ອໃຫ້ໄດ້ ເຊັນອະນຸມັດຮັບຮອງ ແລະ ນໍາພາ ການຈັດຕັ້ງປະຕິບັດຕົວຈິງ, ພ້ອມ ທັງສົ່ງໃຫ້ຄະນະຈັດຕັ້ງສູນກາງ ພັກ, ຫ້ອງວ່າການສູນກາງພັກ ເພື່ອ ເປັນບ່ອນອີງໃນການຕິດຕາມກວດ ກາ; ຄະນະພັກ-ຄະນະນໍາ ຂອງ ຫ້ອງການ, ກົມ, ສະຖາບັນ ແລະ ທຽບເທົ່າ ໃຫ້ສືບຕໍ່ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ຢ່າງ ເປັນປົກກະຕິຕໍ່ເນື່ອງ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ຈັດຕັ້ງການໂຄສະນາປາຖະກະຖາວັນສໍາຄັນຕ່າງໆຂອງ ຊາດ ຢ່າງເປັນປົກກະຕິ; ສືບຕໍ່ຈັດ ຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆ ຂອງຂັ້ນເທິງ ແລະ ຫັນເປັນແຜນດໍາເນີນງານການ ເມືອງ ແລະ ແຜນຍຸດທະສາດພັດ ທະນາຂະແໜງຂອງຕົນ ເຂົ້າສູ່ ວຽກງານຕົວຈິງ; ສືບຕໍ່ປັບປຸງກົງ ຈັກການຈັດຕັ້ງໃຫ້ກະທັດຮັດ, ປັບ ປຸງພາລະບົດບາດຂອງກົມ-ພະ ແນກ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ປັບປຸງການຈັດຕັ້ງພັກ ໃຫ້ສອດ ຄ່ອງກັບການຈັດຕັ້ງລັດ, ປັບປຸງ ແບບແຜນວິທີນໍາພາ-ວິທີເຮັດວຽກ ຂອງຄະນະພັກ ເພື່ອຍົກສູງບົດບາດ ນໍາພາຂອງພັກ; ນໍາພາສະຫລຸບ ຕີລາຄາການປະເມີນຜົນ ແລະ ສ້າງ ແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງ ແຕ່ປີ 2026-2030 ໃຫ້ສໍາ ເລັດຕາມແຜນທີ່ກໍານົດໄວ້ ແລະ ສືບ ຕໍ່ນໍາພາ-ຊີ້ນໍາ, ຊຸກຍູ້ ຕິດຕາມ ແລະ ສ້າງເງື່ອນໄຂ ໃຫ້ບັນດາອົງການຈັດ ຕັ້ງມະຫາຊົນ ໄດ້ເຄື່ອນໄຫວວຽກ ງານເປັນປົກກະຕິ ຕິດພັນກັບການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງ ໃຫ້ທ່ານທູດຊາບກ່ຽວກັບສະພາບ ການປະຕິຮູບລະບົບການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ໃນປັດຈຸບັນ ກໍຄືສະພາບການ ປັບປຸງໂຄງຮ່າງການຈັດຕັ້ງຂອງ ກະຊວງ ສສກ ໃນໄລຍະໃໝ່ ໂດຍ ສະເພາະໄດ້ສຸມໃສ່ວຽກງານການ ພັດທະນາຄູ ແລະ ການປະຕິຮູບ ລະບົບການສຶກສາສາຍສາມັນ ມາເປັນ 6+3+3 ເສີມສ້າງລະບົບ ການສຶກສາລາວ ໃຫ້ມີຄຸນນະພາບ ດີຂຶ້ນກວ່າເກົ່າ. ທ່ານ ນາງ ເມແກນ ຈອນ ກໍ ໄດ້ສະແດງຄວາມຊົມເຊີຍຕໍ່ການ ປະຕິຮູບລະບົບການສຶກສາໄລຍະ ໃໝ່ ພ້ອມຍົກໃຫ້ເຫັນເຖິງຜົນສຳ ເລັດພາຍໃຕ້ແຜນງານປັບປຸງຄຸນນະ ພາບ ແລະ ຂະຫຍາຍໂອກາດການ ເຂົ້າຮຽນສຳລັບການສຶກສາຂັ້ນພື້ນ ຖານຢູ່ ສປປ ລາວ (BEQUAL) ແລະ ຂົງເຂດຕ່າງໆໃນຂະແໜງ ການສຶກສາ ເປັນຕົ້ນວຽກງານສ້າງ ຂີດຄວາມສາມາດຂອງຄູສອນໃນ ສປປ ລາວ, ການຊ່ວຍເຫລືອໂດຍ ຜ່ານສະຖາບັນລາວ-ອົດສະຕຣາລີ (LAI) ໂດຍການສະໜັບສະໜູນ ການພັດທະນາຊັບພະຍາກອນມະ ນຸດ, ທຶນການສຶກສາ Australian Award Scholarships). ນອກຈາກນັ້ນ, ທັງສອງຝ່າຍໄດ້ ສົນທະນາປຶກສາຫາລື ແລກປ່ຽນ ວິໄສທັດກ່ຽວກັບການພັດທະນາ ໃນຂົງເຂດຕ່າງໆ ໂດຍສະເພາະ ການສົ່ງເສີມການພັດທະນາໃນຂົງ ເຂດການສຶກສາ-ກິລາ ແລະ ຂົງ ເຂດວັດທະນະທຳ-ສັງຄົມ ເຊັ່ນ: ວຽກງານການສຶກສາ-ກິລາ, ວຽກ ງານແມ່ຍິງ, ບົດບາດຍິງ-ຊາຍ, ການພັດທະນາໄວໜຸ່ມ, ການຂົນ ສົ່ງ, ການແພດ ແລະ ສາທາລະນະ ສຸກ ຕະຫລອດຮອດຄວາມໝາຍ ສປປ ລາວ... ໝັ້ນຂອງທັງສອງຝ່າຍໃນການ ຮ່ວມກັນເສີມສ້າງສາຍພົວພັນ ຮ່ວມມືແລະແຜນງານທີ່ຈະດຳເນີນ ຮ່ວມກັນໃນອະນາຄົດ ໃຫ້ນັບມື້ເຕິບ ໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຫົວໜ້າ ຄອສພ...ົ້ ໃນລະຫວ່າງວັນທີ 12-13 ພຶດ ສະພາ 2026. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະ ກອບສ່ວນສຳຄັນເຂົ້າໃນການສືບ ຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບ ແໜ້ນແຟ້ນ ແລະ ເກີດດອກອອກ ຜົນຍິ່ງໆຂຶ້ນ ໂດຍສະເພາະເປັນ ການຮັດແໜ້ນການພົວພັນຮ່ວມມື ໃນຂົງເຂດວຽກງານຖະແຫລງ ຂ່າວ-ສື່ມວນຊົນ ໃຫ້ໄດ້ຮັບການ ພັດທະນາ ແລະ ສືບຕໍ່ໃຫ້ການສະ ໜັບສະໜູນຊ່ວຍເຫລືອເຊິ່ງກັນແລະ ກັນຕະຫລອດໄປ. ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍ ນາງ ເລິມ ທິ ເຟືອງ ແທງ ພ້ອມຄະນະ ໂດຍສະ ເພາະ ການພົບປະສອງຝ່າຍລະ ຫວ່າງ ຄະນະໂຄສະນາອົບຮົມສູນ ກາງພັກ ແລະ ກະຊວງວັດທະນະ ທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ເຂົ້າຮ່ວມ ເປີດສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ຢູ່ ສປປ ລາວ ຮ່ວມກັບກະຊວງວັດທະນະ ທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ຊຶ່ງເປັນຂີດໝາຍສຳຄັນ ໃນການຮັດແໜ້ນການພົວພັນຮ່ວມ ມືສອງຝ່າຍ ລາວ-ຫວຽດນາມ ໃຫ້ ແໜ້ນແຟ້ນຂຶ້ນກວ່າເກົ່າ. ສະຫາຍ ນາງ ເລິມ ທິ ເຟືອງ ແທງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມ ທັງລາຍງານແຜນການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ສະຫາຍ ຄຳພັນ ເຜີຍຍະວົງຮັບຊາບແລະໄດ້ສະແດງ ຄວາມຍິນດີ, ຊົມເຊີຍ ຕໍ່ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ຮັບຄວາມ ໄວ້ວາງໃຈ ຈາກພັກ, ລັດຖະບານ ລາວ ເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນກໍາມະການກົມການເມືອງສູນ ກາງພັກ, ພ້ອມທັງສະແດງຄວາມ ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດ ໃນການນໍາພາ-ຊີ້ນໍາຂອງສະຫາຍ ຈະເຮັດໃຫ້ວຽກງານໂຄສະນາອົບ ຮົມຂອງ ສປປ ລາວ ໂດຍສະເພາະ ຂົງເຂດຂໍ້ມູນຂ່າວສານ ແລະ ສື່ ມວນຊົນ ບັນລຸຜົນສຳເລັດອັນຍິ່ງ ໃຫຍ່ກວ່າເກົ່າ, ປະກອບສ່ວນຍົກ ສູງບົດບາດຂອງ ສປປ ລາວ ໃນ ເວທີສາກົນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຫາລືລະດັບຊາດ...ືັ ໃນປ່າ, ລວມທັງຂໍ້ຈຳກັດດ້ານງົບ ປະມານ ທີ່ມີທ່າອ່ຽງຫລຸດລົງ. ນອກຈາກນີ້, ຍັງຕ້ອງໄດ້ເນັ້ນໜັກ ການເຊື່ອມສານວຽກງານມາລາ ເຣຍ ເຂົ້າໃນລະບົບສາທາລະນະສຸກ ຂັ້ນພື້ນຖານ ເພື່ອປ້ອງກັນການກັບ ຄືນມາລະບາດໃໝ່. ທ່ານ ໄພວັນ ແກ້ວປະເສີດ ຍັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ ດ້ວຍຄວາມເປັນເຈົ້າ ການຂອງທຸກພາກສ່ວນ ຈະເຮັດ ໃຫ້ພວກເຮົາສາມາດບັນລຸເປົ້າ ໝາຍ ສປປ ລາວ ປອດພະຍາດມາ ລາເຣຍ ພາຍໃນປີ 2030 ໄດ້ຢ່າງ ແນ່ນອນ. ກອງປະຊຸມຄັ້ງນີ້, ແມ່ນຂະ ບວນການທີ່ສຳຄັນເພື່ອສ້າງເວທີ ຊາດເປັນຢ່າງດີ. ແຕ່ຄຽງຄູ່ກັບ ດ້ານຕັ້ງໜ້າ ຍັງມີບາງເນື້ອໃນບໍ່ ທັນສອດຄ່ອງກັບສະພາບເງື່ອນໄຂ ໃນປັດຈຸບັນ ຈຶ່ງເຮັດໃຫ້ມີບາງຂໍ້ ຈໍາກັດບໍ່ທັນເອກະພາບທາງດ້ານ ເນື້ອໃນ ແລະ ການຈັດຕັ້ງປະຕິບັດ. ສະນັ້ນ, ການປັບປຸງກົດໝາຍສະ ບັບນີ້, ຈະເປັນບາດກ້າວສໍາຄັນ ໃນ ການປັບປຸງລະບົບການບໍລິຫານ ລັດ ໃນເບື້ອງລາຍງານງົບປະມານ ໃຫ້ມີຄວາມທັນສະໄໝ ແລະ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄື ຜູ້ປະກອບການທຸລະກິດທີ່ຕິດພັນ ກັບການຈັດຊື້-ຈັດຈ້າງຂອງລັດ. ກົດໝາຍວ່າດ້ວຍການຈັດຊື້- ຈັດຈ້າງດ້ວຍທຶນຂອງລັດ ສະບັບ ເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ໄດ້ຖືກຮັບຮອງປະ ກາດໃຊ້ ໃນປີ 2017, ປະກອບມີ 11 ພາກ, 15 ໝວດ, 90 ມາດຕາ ແລະ ໄດ້ຖືກຈັດຕັ້ງປະຕິບັດມາເຖິງ ປັດຈຸບັນ. ສໍາລັບໂຄງສ້າງຂອງ ຮ່າງກົດໝາຍວ່າດ້ວຍການຈັດຊື້- ຈັດຈ້າງດ້ວຍທຶນຂອງລັດ ສະບັບ ປັບປຸງ ໄດ້ຕັດອອກ 11 ມາດຕາ, ປັບປຸງ 32 ມາດຕາ ແລະ ເພີ່ມເຂົ້າ ໃໝ່ 51 ມາດຕາ ແລະ ຮັກສາໄວ້ ຄືເກົ່າ 48 ມາດຕາ. ສະນັ້ນ, ໂຄງ ສ້າງຂອງຮ່າງກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງ ລັດ ສະບັບປັບປຸງໃໝ່ ປະກອບ ມີ 14 ພາກ, 21 ໝວດ, 131 ມາດຕາ. ຂ່າວ: ກະຊວງການເງິນ ປະກອບຄຳເຫັນ...ັ
RkJQdWJsaXNoZXIy MTc3MTYxMQ==