gsfdko{dkora fmtok a xtgmf]k; ( 14/05/2026 7e,j ;o xtdv[7egsa o.lj Ij k'fe]a f ;j kfh ;pdkolh k'8A '7a 'cIco;ra og0Q k dkolt|v'mb o.lj dkora fmtokglf4tdy f{la '7q , 0v'g,n v'w-r6 mv' ,u ,6 o7j k 46 d;j k8N du [ .o9eo;o 13 37'dko ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ການ ສະໜອງທຶນເຂົ້າໃສ່ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງໄຊ ພູທອງ ແຂວງສະຫວັນນະເຂດ ໄດ້ທັງໝົດ 13 ໂຄງການ ມູນຄ່າ 46,44 ຕື້ກີບ ເທົ່າກັບ 118,59% ຂອງແຜນ (ແຜນ 39,16 ຕື້ກີບ) ໃນນັ້ນ, ທຶນລັດ 1 ໂຄງການ ມູນ ຄ່າ 42,00 ຕື້ບກີບ; ທຶນສົມທົບລັດ ປະຊາຊົນ 1 ໂຄງການ ມູນຄ່າ 1,48 ຕື້ກີບ; ທຶນປະຊາຊົນ 11 ໂຄງການ ມູນຄ່າ 2,95 ຕື້ກີບ ຄຽງຄູ່ກັບການ ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 715,81 ລ້ານກີບ ເທົ່າກັບ 14,80% ຂອງແຜນການປີ (ແຜນ 4,83 ຕື້ກີບ); ປະຕິບັດ ລາຍຈ່າຍ ໄດ້ 169,85 ລ້ານກີບ ເທົ່າກັບ 5,21% ຂອງແຜນການປີ (ແຜນ 3,26 ຕື້ກີບ) ຊຶ່ງໃນໄລຍະ 3 ເດືອນ ຜ່ານມາເມືອງສາມາດປະຕິບັດໄດ້ 17,63 ຕື້ກວ່າກີບ ມີໂຄງການ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານ ຮ່າງດໍາລັດ ວ່າດ້ວຍການສ້າງຕັ້ງ ຄັງແຮແນວພັນເຂົ້າ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ທີ່ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງຄໍາ ມ່ວນ ໂດຍການເປັນປະທານຮ່ວມ ຂອງທ່ານ ພັນໄຊ ອິງໄຊ ຮອງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ທ່ານ ບຸນລັດ ວໍລະ ຈິດ ຮອງຫົວໜ້າຫ້ອງການກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວ ໜ້າພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງຄໍາມ່ວນ ພ້ອມ ດ້ວຍກຸ່ມຜະລິດແນວພັນເຂົ້າຈາກ ເມືອງເຊບັ້ງໄຟ ແລະ ເມືອງໜອງ ບົກເຂົ້າຮ່ວມ. ທ່ານ ພັນໄຊ ອິງໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມ ຄະນະກຳມະການຮັບຜິດຊອບ ນິຕິກຳການສ້າງຮ່າງດຳລັດ ວ່າ ດ້ວຍຄັງແຮແນວພັນເຂົ້າ ຄັ້ງທີ 3 ນອກຈາກນັ້ນຍັງໄດ້ເຮັດກອງ ປະຊຸມຂອງກອງເລຂາຫລາຍເທື່ອ ກ່ອນຈະໄດ້ສະບັບນີ້ຂຶ້ນມາ. ສະນັ້ນ, ບົນພື້ນຖານຮ່າງດໍາລັດສະບັບນີ້ ແມ່ນຈະ ໄດ້ມີການຮຽບຮຽງ ແລະ ກວດກາຢ່າງຄົບຖ້ວນກ່ອນ ທີ່ຈະເອົາຮ່າງດໍາລັດສະບັບນີ້ຂໍ ທິດຊີ້ນໍາກັບການນໍາຂອງກະຊວງ ເພື່ອທາບທາມຈາກພາກສ່ວນ ທີ່ກ່ຽວຂ້ອງ ຊຶ່ງຄັ້ງນີີ້ແມ່ນເປັນ ຊຸດສຸດທ້າຍຂອງຄະນະກະກຽມ ເນື້ອໃນ ພ້ອມກັນນັ້ນຈະໄດ້ສະເໜີ ຜ່ານກອງປະຊຸມຄະນະປະຈໍາພັກ ກະຊວງເພື່ອຂໍຄໍາຄິດຄໍາເຫັນ ແລະ ອອກຮ່າງດໍາລັດສະບັບດັ່ງກ່າວ ນີ້ລົງທາບທາມໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍວ່າດ້ວຍ ການສ້າງນິຕິກໍາ ໂດຍມີການເຊື້ອ ເຊີນເອົາທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງ ເພື່ອປັບປຸງແກ້ໄຂ ໃຫ້ເຂົ້າກັບສະພາບຄວາມເປັນ ຈິງ, ສາມາດສະໜັບສະໜູນ ແລະ ແກ້ໄຂບັນຫາໄດ້ ໂດຍສະເພາະ ການຄໍ້າປະກັນທາງດ້ານສະບຽງ ອາຫານ, ຮັບປະກັນຜົນກະທົບ ຈາກສະພາບການປ່ຽນແປງດິນ ຟ້າອາກາດ ແລະ ເຫດການອື່ນໆ. ດັ່ງນັ້ນ, ເພື່ອຮັບປະກັນໃນການມີ ເຂົ້າ ຊຶ່ງປັດຈຸບັນພວກເຮົາມີຄັງແຮ ເຂົ້າ ໃນເບື້ອງຕົ້ນ, ແຕ່ພວກເຮົາຍັງ ບໍ່ທັນມີຄັງແຮແນວພັນ ຊຶ່ງເນື້ອໃນ ຈິດໃຈຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແມ່ນມີຄວາມຈໍາເປັນ ທີ່ສຸດຕ້ອງເກີດມີຄັງແຮແນວພັນນີ້ ຂຶ້ນ ທັງນີ້ກໍເພື່ອຮັບປະກັນໄພພິບັດ ຊຶ່ງໃນໄລຍະຜ່ານມາແມ່ນມີຫລາຍ ໂດຍສະເພາະ ລຽບເຂດລ່ອງສາຍ ເຊບັ້ງໄຟແມ່ນມີຜົນກະທົບເປັນ ບໍລິເວນກວ້າງສົ່ງຜົນເຮັດໃຫ້ແນວ ພັນເຂົ້າຂາດເຂີນເຊັ່ນ: ສະຫວັນນະ ເຂດ, ສາລະວັນ ແລະ ແຂວງອື່ນໆ. ການທີ່ພວກເຮົາມີຄັງແຮແນວ ພັນເຂົ້າ ຈະຊ່ວຍຮັບປະກັນໃຫ້ພວກ v5 fq ,w- gzu pczj g-n j v,-b ,goN v.odv'xt-5 ,.spj 7A 'mu XII 0v'ra d 8y fra ogoN v.odv'xt-5 ,.spj vq '7totra dc0;' ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມເຜີຍ ແຜ່ເຊື່ອມຊຶມເນື້ອໃນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນ ກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງອຸດົມ ໄຊ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ເພື່ອຮັບປະກັນເຮັດໃຫ້ບັນດາ ເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ຕິດພັນ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງປະ ຊຸມສະຫລຸບວຽກງານເດືອນມີນາ ຫາ ເດືອນເມສາ ແລະ ວາງທິດທາງ ແຜນການເດືອນພຶດສະພາ 2026 ຂອງຄະນະກຳມະການປົກຄອງ ແຂວງຫລວງພະບາງ ຈັດຂຶ້ນໃນ ວັນທີ 12 ພຶດສະພາ 2026 ໂດຍ ເປັນປະທານຂອງ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ປະທານຄະນະກຳ ມະການປົກຄອງແຂວງຫລວງ ພະບາງ, ມີຫົວໜ້າພະແນກການ ກົມກອງອ້ອມຂ້າງແຂວງ ແລະ ຕາງໜ້າຄະນະກຳມະການປົກຄອງ ນະຄອນຫລວງພະບາງ ເຂົ້າຮ່ວມ. ໃນກອງປະຊຸມໄດ້ມີການລາຍ ງານສະພາບພົ້ນເດັ່ນ ແລະ ຜົນ ສຳເລັດໃນການຈັດຕັ້ງປະຕິບັດ lv'gfn vozj ko,ks];'rt[k' l5 ,.lj 9a f8A 'xt8y [a f;Pd'koleg]a fs]kpfh ko ວຽກຈຸດສຸມປະຈໍາເດືອນມີນາ ແລະ ເດືອນເມສາ 2026 ຊຶ່ງຄະນະ ກໍາມະການປົກຄອງແຂວງ ຫລວງ ພະບາງ ໄດ້ສຳເລັດການເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ຂອງແຂວງ ຄັ້ງ ທີ IX, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງສູນກາງ, ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ໄດ້ສໍາເລັດການວາງ ສີລາລືກ ໂຄງການກໍ່ສ້າງໂຮງຮຽນ ສາມັນວິຊາຊີບແບບປະສົມ ຢູ່ບ້ານ ວັງເງິນ ນະຄອນຫລວງພະບາງ, ສຳເລັດການສະເຫລີມສະຫລອງ ບຸນປີໃໝ່ລາວ ແລະ ອຳນວຍຄວາມ ສະດວກ ໃຫ້ແກ່ຄະນະຜູ້ແທນແຂວງ ຫລວງພະບາງ ເຂົ້າຮ່ວມມະຫະກຳ ປະຊາຊົນ ເຂດຊາຍແດນລາວ-ຈີນ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ, ສໍາເລັດການກະກຽມຄະນະ ຮັບຜິດຊອບລົງຊຸກຍູ້ການປະກາດ ການສ້າງຕັ້ງຕາແສງພາຍໃນແຂວງ ໂດຍຕາມແຜນໃນເດືອນພຶດສະພາ ໃຫ້ສໍາເລັດການປະກາດ 1-3 ຕາ ແສງ; ໄດ້ສໍາເລັດການກະກຽມ ຂໍ້ມູນ ໃຫ້ເລຂາພັກແຂວງ ເຂົ້າຮ່ວມ ເຮົາມີແນວພັນທີ່ພຽງພໍເກັບໄວ້ໃຊ້ ຍາມຈໍາເປັນ ຊຶ່ງເບື້ອງຕົ້ນແມ່ນ ໃຫ້ມີການເປີດສິດໃຫ້ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄັງ ແຮແນວພັນເຂົ້າໃນການຄຸ້ມຄອງ ບໍລິຫານຈັດການ. ໃນກອງປະຊຸມ ຍັງໄດ້ຮັບຟັງ ການລາຍງານຫຍໍ້ຄວາມຄືບ ໜ້າການຈັດຕັ້ງປະຕິບັດການສ້າງ “ຮ່າງ” ດຳລັດ ວ່າດ້ວຍຄັງແຮ ແນວພັນເຂົ້າ ຊຶ່ງຮ່າງດໍາລັດສະ ບັບນີ້ປະກອບມີ 12 ໝວດ, 53 ມາດຕາ. ດໍາລັດສະບັບນີ້ ໄດ້ກໍາ ນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການ ຄຸ້ມຄອງ, ຕິດຕາມກວດກາວຽກ ງານຄັງແຮແນວພັນເຂົ້າ ເພື່ອ ຮັບປະກັນວຽກງານດັ່ງກ່າວ ມີປະ ສິດທິຜົນ ແນໃສ່ຊຸກຍູ້ ແລະ ສົ່ງເສີມ ການສ້າງຄັງແຮແນວພັນເຂົ້າ ຕອບ ສະໜອງໃຫ້ແກ່ຜູ້ປະສົບໄພນໍ້າ ຖ້ວມ, ແຫ້ງແລ້ງ, ສັດຕູພືດທໍາລາຍ ລວມທັງຊ່ວຍເຫລືອກະສິກອນ ທີ່ຂາດແຄນແນວພັນເຂົ້າ ໃນ ການຜະລິດຕາມລະດູການ, ທັງ ຮັບປະກັນຄວາມໝັ້ນຄົງທາງດ້ານ ສະບຽງອາຫານ, ໂພຊະນາການ ແລະ ການຜະລິດເປັນສິນຄ້າ, ສາ ມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ. ນອກຈາກນັ້ນ, ຍັງໄດ້ນໍາສະ ເໜີ “ຮ່າງ” ໂຄງປະກອບ ແລະ ບາງເນື້ອໃນຂອງດໍາລັດ ພ້ອມທັງ ມີການຄົ້ນຄວ້າ ແລະ ປະກອບ ຄໍາຄິດເຫັນ ເພື່ອເຮັດໃຫ້ມີເນື້ອທີ່ ຄົບຖ້ວນສົມບູນ ແລະ ບັນລຸຕາມ ວັດຖຸປະສົງເປົ້າໝາຍທີ່ວາງໄວ້ . ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 2 ສະໄໝທີ 12 ແລະ ຄະນະກໍາມະການປົກ ຄອງແຂວງເຂົ້າຮ່ວມກອງປະຊຸມ ລັດຖະບານປະຈໍາເດືອນ; ສໍາເລັດ ການຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍບັນດານິຕິກໍາໃຕ້ກົດໝາຍ ທີ່ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ສົ່ງມາແຂວງລວມ ທັງໝົດ 86 ສະບັບ ຊຶ່ງລ້ວນແລ້ວ ແຕ່ໄດ້ຈັດຕັ້ງປະຕິບັດ ຕາມທິດ ຂອງຊີ້ນໍາ ຂອງທ່ານເລຂາພັກ ແຂວງ, ປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ ໂດຍສົ່ງໃຫ້ບັນດາສະມາຊິກຄະນະ ກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ, ສຳເລັດການ ເປັນເສນາທິການໃນການປະສານ ງານ ແລະ ອຳນວຍຄວາມສະດວກ ໃຫ້ທ່ານເລຂາ-ຮອງເລຂາພັກ ແຂວງ, ປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ ໃນການລົງເຄື່ອນໄຫວວຽກງານຢູ່ ພາຍໃນປະເທດ ແລະ ຕ່າງປະເທດ ລວມທັງວຽກງານອື່ນທີ່ປິ່ນອ້ອມ. ໃນກອງປະຊຸມ ຍັງໄດ້ມີການ ລາຍງານວຽກງານພົ້ນເດັ່ນ ຂອງ ບັນດາສະມາຊິກຄະນະກໍາມະການ ປົກຄອງແຂວງ ທີ່ຕິດພັນກັບການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃນໄລຍະ 2 ເດືອນຜ່ານມາ ແລະ ທິດທາງແຜນການຕໍ່ໜ້າຕື່ມອີກ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ຄຸດແກ້ວ ແສງທະວີ ລົງທຶນທີ່ສືບຕໍ່ 6 ໂຄງການ ມູນ ຄ່າ 20 ຕື້ກວ່າກີບ ໄດ້ຮັບຕົວເລກ ຊໍາລະໃນປີ 470 ລ້ານກີບ ໂຄງ ການຊໍາລະໜີ້ສິນ 14 ໂຄງການ ມູນຄ່າ 95 ຕື້ກີບ. ພ້ອມນີ້, ໄດ້ຮັບ ຕົວເລກຊໍາລະໃນປີ 850 ລ້ານ ກີບ, ການຈັດເກັບລາຍຮັບເຂົ້າງົບ ປະມານປະຈໍາສົກປີ 2026 ແຜນ 4 , 83 ຕື້ກວ່າ ກີບ ປ ະ ຕິບັດ ໄດ້ 715,81 ລ້ານກີບ ເທົ່າກັບ 14,80% ຂອງແຜນການປີ (ແຜນ 4,83 ຕື້ກີບ); ປະຕິບັດໄດ້ລາຍ ຈ່າຍໄດ້ 169,85 ລ້ານກີບ ເທົ່າກັບ 5,21% ຂອງແຜນການປີ (ແຜນ 3,26 ຕື້ກີບ) ທ່ານ ພົມມາ ສົງວິໄລ ຮອງເລ ຂາພັກເມືອງ ປະທານຄະນະກໍາມະ ການປົກຄອງເມືອງໄຊພູທອງ ໄດ້ ລາຍງານໃນກອງປະຊຸມຄະນະ ບໍລິຫານງານພັກ ເມືອງໄຊພູທອງ ຄັ້ງທີ VI ສະໄໝທີ VI ໃນວັນທີ 11 ພຶດສະພາ 2026 ນີ້ວ່າ: ໃນ ໄລຍະຜ່ານມາ, ພາຍໃຕ້ການນໍາ ພາ-ຊີ້ນໍາວຽກງານຮອບດ້ານ ທີ່ພົ້ນ ເດັ່ນປະຈໍາໄຕມາດ I ໃນໄລຍະ 3 ເດືອນຜ່ານມາ ແລະ ວາງທິດທາງ ແຜນວຽກຈຸດສຸມ ປະຈໍາໄຕມາດ II ໃນ 3 ເດືອນຕໍ່ໜ້າ ປີ 2026 ຂອງ ອົງຄະນະພັກເມືອງໄຊພູທອງ ໄດ້ມີ ດ້ານດີແລະ ຜົນງານຂອງວຽກງານ ກໍ່ສ້າງພັກທີ່ໄດ້ຮັບການເອົາໃຈໃສ່ ຢ່າງຕັ້ງໜ້າ ເປັນຕົ້ນ ວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ບັນດາສະຫາຍສະມາຊິກ ພັກ ພະນັກງານທີ່ຢູ່ໃນຄວາມຮັບ ຜິດຊອບໄດ້ຮັບຮູ້ເຂົ້າໃຈໂດຍຜ່ານ ການເຊື່ອມຊຶມ ແລະ ກໍາແໜ້ນຕໍ່ ແນວທາງນະໂຍບາຍຂອງພັກລະ ບຽບກົດໝາຍຂອງລັດ ກົດລະບຽບ ພັກ ແລະ ມະຕິຄໍາສັ່ງຂໍ້ກໍານົດຕ່າງໆ ຂອງຂັ້ນເທິງວາງອອກ ເພື່ອນໍາ ໄປສູ່ການຈັດຕັ້ງຄົ້ນຄວ້າກໍາແໜ້ນ ໃນມາດຖານເງື່ອນໄຂຢູ່ໃນລະບຽບ ແລະ ຫລັກການຂອງພັກທີ່ຈະ ສາມາດເຮັດໃຫ້ການກວດກາຄຸ້ມ ຄອງພັກນັ້ນມີປະສິດທິພາບ ແລະ ທີ່ສໍາຄັນກໍ່ເພື່ອເນັ້ນໜັກຕໍ່ແບບແຜນ ວິທີເຮັດວຽກໃນການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໂດຍ ຍຶດໝັ້ນໃນຫລັກການລວມສູນປະ ຊາທິປະໄຕນໍາພາເປັນໝູ່ຄະນະ ເພື່ອພ້ອມກັນຕົກລົງບັນຫາທີ່ສໍາ ຄັນ. ຕິດພັນກັບການຜັນຂະຫຍາຍ ສອງວາລະແຫ່ງຊາດມາເປັນແຜນ ວຽກຈຸດສຸມ ແລະ ເຮັດໃຫ້ເມືອງ ໄຊພູທອງ ມີຄວາມສະຫງົບປອດ ໄພໂດຍພື້ນຖານສະແດງອອກໃນ ການສະກັດກັ້ນ ແລະ ແກ້ໄຂສະ ພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ພາຍໃນເມືອງໄຊພູທອງໄລຍະ ຜ່ານມາ. ພ້ອມນີ້, ໄດ້ສຸມໃສ່ການ ນຳພາການຜະລິດກະສິກຳຢ່າງຕັ້ງ ໜ້າ, ພ້ອມທັງຕິດຕາມການເກັບກູ້ ພືດລະດູແລ້ງ ແລະ ຊຸກຍູ້ການປູກ ພືດລະດູຝົນ ຕິດພັນກັບການຕິດຕາມ ການລະບາດຂອງພະຍາດພືດ. ກັບເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ໄດ້ຮັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ສາມາດຈັດຕັ້ງປະ ຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບ ສະພາບຕົວຈິງພາຍໃນແຂວງ ອັນ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະເທດຊາດ ແລະ ປະຊາຊົນບັນດາ ເຜົ່າ, ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ອຸດົມໄຊ ພ້ອມດ້ວຍກອງບັນຊາການ ປກຊ-ປກສ ແຂວງ, ພະແນກການ, ອົງການ, ຄະນະບໍລິຫານງານພັກ ເມືອງ 7 ເມືອງ, ໂຮງຮຽນ, ໂຮງໝໍ, ທະນາຄານ, ລັດວິສາຫະກິດອ້ອມ ຂ້າງແຂວງເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ ຄັ້ງນີ້ ມີ: ບົດສະເໜີ ໂຄງການ ການເມືອງຂອງພັກ, ເຜີຍແຜ່ເນື້ອ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ, ເຜີຍ ແຜ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງ ທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X, ສະເໜີ ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ. ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງພ້ອມກັນສຸມສະຕິປັນຍາເຂົ້າໃນ ການຄົ້ນຄວ້າປະກອບຄໍາຄິດຄໍາ ເຫັນ, ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດ ໃຫ້ມີຄວາມເປັນເອກະພາບໃນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ.
RkJQdWJsaXNoZXIy MTc3MTYxMQ==