7273

12/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ 7;k,gxa o,k0v'rtmkfoEg8Q kdh vo8nj o sa f4tde-q ogzqj kdt86 ,u gvdt]a d3ffgfaj o-j ;plqj 'glu ,dkomj v'mj P;-q ogzqj k rtmkf4vdmh v' -u ;y f{;a fmtotme u y a ຂປລ. ພະທາດນໍ້າເຕົ້າກ້ອນຕື່ນ ຕັ້ງຢູ່ກາງແມ່ນໍ້າຂອງ ບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ເປັນປູ ຊານິຍະສະຖານ, ເປັນຫລັກໝັ້ນ ມິ່ງ ບ້ານມິ່ງເມືອງ ແລະ ທັງເປັນສັນຍະ ລັກເອກະລັກຂອງບ້ານກ້ອນຕື່ນ. ພະທາດນໍ້າເຕົ້າ ໄດ້ຕິດພັນກັບ ກ້ອນຫີນທັງສອງກ້ອນທີ່ຕັ້ງເປັນຄູ່ ກັນຢູ່ກາງແມ່ນໍ້າຂອງ ຊຶ່ງມີຕໍານານ ເລົ່າຂານ ສືບຕໍ່ກັນມາວ່າ: ຄັ້ງໜຶ່ງ ເຄີຍມີນາງຜົມຫອມໄດ້ເດີນທາງ ລ່ອງແພ ມາຈາກເມືອງສິບສອງປັນ ນາ (ແຂວງຢູນນານ ສປ ຈີນ ໃນ ປັດຈຸບັນ) ແລະ ນາງ ໄດ້ນອນຫລັບ ມາແລ້ວມາຕື່ນຢູ່ບ່ອນນີ້ ນາງກໍເລີຍ ເອີ້ນຊື່ກ້ອນຫີນທັງສອງກ້ອນນີ້ວ່າ: “ກ້ອນຕື່ນ” ຈົນຮອດປັດຈຸບັນນີ້. ຕໍ່ມາປະຊາຊົນກໍໄດ້ມາຕັ້ງບ້ານເຮືອນ ຢູ່ ແລະ ໄດ້ເອົາຊື່ກ້ອນຕື່ນມາເປັນຊື່ ບ້ານເອີ້ນວ່າ: “ບ້ານກ້ອນຕື່ນ”. ຂປລ. ເວົ້າເລື່ອງສິນຄ້າຫັດຖະ ກໍາຂອງຊົນເຜົ່າໃນ ສປປ ລາວ ຈະມີ ສີສັນລວດລາຍເອກະລັກແຕກຕ່າງ ກັນໄປ ໂດຍສະເພາະສິນຄ້າຫັດຖະ ກໍາຂອງຊົນເຜົ່າກະຕູ ເປັນໜຶ່ງຜະ ລິດຕະພັນທີ່ມີເອກະລັກໂດດເດັ່ນ ສະເພາະຕົວບໍ່ວ່າຈະເປັນລວດລາຍ, ສີສັນ, ຄວາມປານີດຂອງເນື້ອແພ ສັງລວມໂດຍ: ພຣະອາຈານ ຄໍາພິງ ັໍິ ພິມມະກອງປະທານຜູ້ນໍາພາກໍ່ສ້າງພະທາດິູ້ໍໍ່້ *ພະຍາດຖອກທ້ອງກໍເປັນອີກ ພະຍາດໜຶ່ງທີ່ມັກເກີດຂຶ້ນໄດ້ງ່າຍ ໃນໄລຍະລະດູຮ້ອນ ແລະ ເກີດຈາກ ຫລາຍສາເຫດແຕ່ທີ່ພົບເຫັນຫລາຍ ທີ່ສຸດແມ່ນພະຍາດໃນລະບົບທາງ ເດີນອາຫານເຊ່ັນ: ພະຍາດແບັກທີ ເລຍ, ໄວຣັດ, ແມ່ກາຟາກ, ການ ປົນເປື້ອຍຂອງນ້ຳດື່ມ ແລະ ອາຫານ ເປັນສາເຫດຫລັກ, ການຮັບປະທານ ອາຫານທີ່ບໍ່ສະອາດ, ການບໍ່ລ້າງມື້ ກ່ອນຮັບປະທານອາຫານສິ່ງເຫລົ່າ ນີ້ລ້ວນແຕ່ເປັນປັດໄຈສ່ຽງທີ່ສຳຄັນ. ພະຍາດນີ້ສ່ວນຫລາຍມັກເກີດຂຶ້ນ ກັບກຸ່ມເດັກນ້ອຍ 5 ປີ ລົງມາ ແລະ ຜູ້ທີ່ມີພູມຕ້ານທານຕໍ່າ. ພະຍາດຖອກທ້ອງ ຈະມີອາ ການຖ່າຍແຫລວ ຫລື ຖ່າຍເປັນ ນ້ຳຕິດຕໍ່ກັນ 3 ຄັ້ງຂຶ້ນໄປ, ຈະມີ ອາການຮາກ ແລະ ພາວະຂາດນ້ຳ ຮ່ວມນຳ, ບາງຄົນກໍມີອາການອື່ນໆ ເຊັ່ນ:ມີໄຂ້, ເຈັບຫົວ, ອ່ອນເພຍ, ຮາກ, ທ້ອງເບັງ, ໜາວສັ່ນເຫລົ່ານີ້ ເປັນຕົ້ນທັງນີ້ກໍຍ້ອນວ່າຮ່າງກາຍ ຂາດນ້ຳຈາກການຖອກທ້ອງ ຈຶ່ງ ເກີດມີອາການຂ້າງຄຽງ. ສະນັ້ນ, ຮ່າງກາຍຈຶ່ງຕ້ອງການນ້ຳທົດແທນ ໃຫ້ສົມດູນກັບນ້ຳທີ່ເສຍໄປດ້ວຍ ການດື່ມນ້ຳປະສົມໂອຣາລິດ ຫລື ນ້ຳໝາກພ້າວອ່ອນ, ນໍ້າຊາອ່ອນ ຫລື ນ້ຳຕົ້ມເຂົ້າ, ຖ້າອາການຍັງບໍ່ ດີຂຶ້ນຮີບໄປພົບແພດໝໍໂດຍດ່ວນ. ສະນ້ັ້ນ, ເພື່ອຫລີກລ່ຽງພະຍາດ ດັ່ງກ່າວ ຄວນປະຕິບັດຫລັກອະນາ ໄມ 3 ສະອາດຄື: ໃຊ້ນ້ຳສະອາດ, ດື່່ມນ້ຳສະອາດ ຫລື ດື່ມນ້ຳຕົ້ມສຸກ ເປັນປະຈຳ, ປົກປັກຮັກສານ້ຳໃຊ້ ໃຫ້ສະອາດ, ຕ້ອງກິນອາຫານສຸກ ດີ ແລະ ບໍ່ບູດເນົ່າ, ຜັກຕ້ອງລ້າງໃຫ້ ສະອາດລ້າງຫລາຍໆເທື່ອ, ອາຫານ ທີ່ບໍ່ທັນໄດ້ກິນຕ້ອງປົກປິດໃຫ້ດີ ເພື່ອ ບໍ່ໃຫ້ແມງວັນຕອມ, ລ້າງມືໃສ່ສະບູ ທຸກຄັ້ງກ່ອນ ແລະ ຫລັງຮັບປະທານ ອາຫານ, ຖ່າຍໃສ່ວິດທຸກຄັ້ງ (ບໍ່ ຖ່າຍຊະຊາຍ) ແລະ ລ້າງມືໃສ່ສະ ບູ ຫລັງຈາກໃຊ້ວິດຖ່າຍ, ອະນາ ໄມເຮືອນຊານ ແລະ ສະພາບແວດ ລ້ອມໃຫ້ສະອາດ. ນອກນັ້ນ ກໍ່ຕ້ອງ ສອນລູກຫລານໃຫ້ປະຕິບັດຕາມ ຫລັກອະນາໄມ 3 ສະອາດຢ່າງເຄັ່ງ ຄັດ ເພື່ອປ້ອງກັນບໍ່ໃຫ້ເປັນພະຍາດ ຖອກທ້ອງ. ໃນປີ 2011 ພະສົງ ແລະ ຊາວ ບ້ານກ້ອນຕື່ນ ໄດ້ສາມັກຄີຊ່ວຍກັນ ສ້າງພະທາດນໍ້າເຕົ້າ ຕັ້ງງອຍຢູ່ເທິງ ກ້ອນຕື່ນທັງສອງໜ່ວຍ (ມີຄວາມ ກວ້າງ 1,20 ແມັດ, ສູງ 2,20 ແມັດ) ເພື່ອເປັນປູຊານິຍະສະຖານ, ເປັນຫລັກໝາຍໝັ້ນ ແລະ ເປັນ ສັນຍະລັກເອກະລັກຂອງບ້ານ ຊຶ່ງ ແຕ່ລະປີຂອງປີໃໝ່ລາວ ກໍໄດ້ມີການ ເຮັດພິທີນະມັດສະການສົງນໍ້າພະ ທາດ ເພື່ອຄວາມເປັນສິຣິມຸງຄຸນ ຕາມຮີດຄອງປະເພນີ. ຕົກມາໃນ ວັນທີ 4 ເດືອນ 3 (ມີນາ) ປີ 2020 ເນື່ອງຈາກວ່າສະພາບແວດລ້ອມ ມີການປ່ຽນແປງເຮັດໃຫ້ລະດັບນໍ້າ ຂອງມີການຂຶ້ນລົງບໍ່ເປັນປົກກະ ຕິກຕາມທຳມະຊາດ ແລະ ເຮັດໃຫ້ ປະຊາຊົນທີ່ຈະໄປສັກກາລະບູຊາ ນະມັດການພະທາດຢູ່ກາງນໍ້າບໍ່ສະ ດວກ, ຈຶ່ງໄດ້ມີໂຄງການກໍ່ສ້າງພະ ທາດແຝດນໍ້າເຕົ້າຄູ່ບາຣະມີກ້ອນ ຕື່ນເກີດຂຶ້ນຢູ່ເທິງດອຍບ້ານກ້ອນ ຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ໂດຍຄວາມຄິດລິ່ເລີ່ມອອກແບບ, ນໍາພາກໍ່ສ້າງ ໂດຍພະອາຈານ ຄໍາພິງ ພິມມະກອງ ຮອງປະທານ ອພສ ແຂວງ ແລະ ດ້ວຍຄວາມ ຮ່ວມແຮງຮ່ວມໃຈຂອງພັກ-ລັດ, ຄະນະສົງ ແລະ ຄະນະສັດທາທັງ ພາຍໃນ ແລະ ຕ່າງປະເທດ ເພື່ອ ສ້າງຖວາຍເປັນພຸດທະບູຊາບັນຈຸ ພະສາຣີຣິກະທາດ, ເປັນສະຖານທີ່ ສັກສິດໃຫ້ພຸດທະສາສະນິກະຊົນ ທົ່ວໄປໄດ້ມາຂາບໄຫວ້ສັກກາລະ ບູຊາ. ພະທາດແຝດນໍ້າເຕົ້າຄູ່ບາຣະ ມີກ້ອນຕື່ນ ຫລັງຈາກສ້າງສຳເລັດ ແລ້ວກໍຈະກາຍເປັນສະຖານທີ່ສໍາ ຄັນທາງດ້ານວັດທະນະທຳ, ທັງ ເປັນສະຖານທີ່ຍຶດໜ່ຽວຈິດໃຈ ຂອງປະຊາຊົນຊາວເມືອງປາກທາ ແຂວງບໍ່ແກ້ວ. ພະທາດແຝດນໍ້າເຕົ້າຄູ່ບາຣະ ມີກ້ອນຕື່ນ ແມ່ນໄດ້ອອກແບບ ມາຈາກປະຫວັດດັ່ງເດີມຂອງພະ ທາດທີ່ຕັ້ງຢູ່ກາງແມ່ນໍ້າຂອງ ທີ່ມີ ຮູບຊົງຄືໜ່ວຍໝາກນໍ້າເຕົ້າ ເພື່ອໃຫ້ ສອດຄ່ອງກັບສັນຍະລັກເອກະລັກ ວັດທະນະທຳທ້ອງຖິ່ນ ແລະ ໄດ້ ມີການອອກແບບລວດລາຍສີລະ ປະລາວຮ່ວມສະໄໝ ເພື່ອເຮັດໃຫ້ ອົງພະທາດມີຄວາມສວຍງາມ, ມີ ເອກະລັກສະເພາະ ແລະ ມີຄວາມ ໂດດເດັ່ນຫລາຍຂຶ້ນກວ່າເກົ່າ, ຊຶ່ງ ມີຄວາມກວ້າງເສັ້ນຜ່າສູນກາງ 7 ແມັດ, ສູງ 21 ແມັດ, ລວມມີ 5 ຊັ້ນ; ຊັ້ນທີ 1 ແມ່ນກ້ອນຕື່ນຈໍາລອງ ມີດອກບົວຂວໍ້າປົກງວໍາຢູ່ ເພື່ອຮອງ ຮັບພະທາດນໍ້າເຕົ້າ, ຊັ້ນທີ 2 ແມ່ນ ໜ່ວຍໝາກນໍ້າເຕົ້າ ມີລາຍດອກບົວ ຫງາຍອ້ອມຮອບບໍລິເວນລໍາຄໍ, ຊັ້ນ ທີ 3 ແມ່ນແກນປິດປາກນໍ້າເຕົ້າ ມີ ລາຍດອກບົວຈູມ ຫລື ລາຍດອກ ປີອ້ອມຮອບ, ຊັ້ນທີ 4 ແມ່ນລາຍ ລູກປັດ ຫລື ລາຍລູກປ່ອງສະໄໝ 5 ລູກ ແລະ ຊັ້ນທີ 5 ແມ່ນຊັ້ນຍອດ ຊໍ່ຟ້າເຄືອບດ້ວຍຄໍາປຽວມີສີສັນ ງົດງາມ. ຄໍາວ່າ “ພະທາດແຝດ” ໝາຍ ເຖິງພະທາດສອງດວງຕັ້ງເປັນຄູ່ ກັນ. ຄໍາວ່າ “ນໍ້າເຕົ້າ” ໝາຍເຖິງ ຄວາມອຸດົມສົມບູນ ແລະ ຄວາມມັ່ງ ມີຜາສຸກ. ຄໍາວ່າ “ຄູ່ບາຣະມີກ້ອນ ຕື່ນ” ໝາຍເຖິງຄວາມຈະເລີນຄຽງ ຄູ່ບ້ານເມືອງ ແລະ ປະເທດຊາດ. ແລະ ການປັກມຸກປະດັບປະດາ ເປັນ ຮູບແບບຕ່າງໆທີ່ພັນລະນາເຖິງການ ດໍາລົງຊີວິດ ແລະ ຮີດຄອງປະເພນີ ອັນດີງາມຂອງຊົນເຜົ່າກະຕູ ເຫັນ ແລ້ວມີຄວາມຕື່ນຕາ, ຕື່ນໃຈ ແລະ ເຮັດໃຫ້ດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ທັງຊ່ວຍ ສົ່ງເສີມການທ່ອງທ່ຽວຊົນເຜົ່າເປັນ ຢ່າງດີ. ທ່ານ ນາງ ດັງ ວິສູງ ເຈົ້າຂອງ ຮ້ານຂາຍສິນຄ້າຫັດຖະກຳຊົນເຜົ່າ ກະຕູ ບ້ານຫ້ວຍຫຸນໃຕ້ ເມືອງເລົາ ງາມ ແຂວງສາລະວັນ ໄດ້ໃຫ້ສໍາ ພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມ ງານວາງສະແດງ ແລະ ຈໍາໜ່າຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບນະ ຄອນຫລວງວຽງຈັນ (ນວ) ຄັ້ງ ທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເປັນໜຶ່ງຜະລິດຕະພັນທີ່ມີເອກະລັກ ໂດດເດັ່ນສະເພາະຕົວ ໂດຍສະເພາະ ລວດລາຍ, ສີສັນ, ຄວາມປານີດ ຂອງເນື້ອແພ ແລະ ການປັກມຸກ ປະດັບປະດາເປັນຮູບແບບຕ່າງໆ. ການຜະລິດຫັດຖະກໍາຂອງຊົນເຜົ່າ ກະຕູ ເປັນໜຶ່ງກິດຈະກໍາຍາມວ່າງ ຂອງແມ່ຍິງພາຍໃນບ້ານ ເພື່ອສ້າງ ເປັນອາຊີບເສີມໃຫ້ຄອບຄົວເພາະ ການຕໍ່າຫູກທໍໄໝ, ການປັກແສ່ວ ແມ່ນມໍລະດົກທາງພູມປັນຍາທີ່ສືບ ທອດກັນມາຮຸ່ນປູ່ຍ່າຕາຍາຍຈົນ ມາຮອດຮຸ່ນລູກ-ຫລານ ໄດ້ນໍາເອົາ ຫົວຄິດປະດິດສ້າງ, ພູມປັນຍາເຫລົ່າ ນັ້ນມາສ້າງລາຍຮັບໃຫ້ຄອບຄົວ ແລະ ສ້າງອາຊີບເສີມຈົນກາຍເປັນ ສິນຄ້າຫັດຖະກໍາທີ່ນໍາມາວາງຂາຍ ພາຍໃນງານວາງສະແດງ, ການ ບຸນປະເພນີ ແລະ ວັນສໍາຄັນຕ່າງໆ. ພ້ອມນັ້ນ, ຍັງມີວາງຂາຍພາຍໃນ ບ້ານທັງເປັນການສົ່ງເສີມການທ່ອງ ທ່ຽວຂອງບ້ານ, ຊົນເຜົ່າ, ຂອງທ້ອງ ຖິ່ນໄດ້ເປັນຢ່າງດີ. ທ່ານນາງ ດັງ ວິສູງ ໃຫ້ຮູ້ຕື່ມວ່າ: ສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເຫັນວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢຽມຊົມ, ຊື່ຢູ່ພາຍໃນບ້ານແລ້ວຍັງມີການ ບອກຕໍ່ປາກເຮັດໃຫ້ຜະລິດຕະພັນ ເປັນທີ່ຮູ້ຈັກຫລາຍຂຶ້ນ. ສໍາລັບເຄື່ອງ ທີ່ຜະລິດແມ່ນເປັນເອກະລັກຂອງ ເຜົ່າກະຕູແທ້ໆເປັນຕົ້ນສິ້ນ, ເສື້ອ, ແພບ່ຽງ, ຜ້າປູໂຕະ, ກະເປົາທີ່ ມີການປັກແສ່ວ, ຜ້າຮອງຈານ, ກະເປົານ້ອຍ, ໃຫຍ່. ສ່ວນລາຄາ ແມ່ນຂຶ້ນກັບລວດລາຍ, ການປັກ ແສ່ວ. ພ້ອມນັ້ນທ່ານນາງ ດັງ ວິສູງ ໃນນາມຜູ້ປະກອບການຍັງຝາກເຖິງ ພັກ-ລັດ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຊ່ວຍຊຸກຍູ້ສົ່ງເສີມດ້ານການ ຕະຫລາດຈໍາໜ່າຍໃຫ້ຫລາຍຂຶ້ນ ກວ່າເກົ່າ ແລະ ຝາກເຖິງສັງຄົມຈົ່ງ ຊ່ວຍສະໜັບສະໜູນສິນຄ້າ ທີ່ຜະລິດ ໂດຍຄົນລາວຕື່ມອີກ ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນລາວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງກວ່າ ເກົ່າ ໂດຍສະເພາະແມ່ນຫັດຖະກຳ ຂອງຊົນເຜົ່າກະຕູ. ສໍາລັບທ່ານໃດ ສົນໃຈສິນຄ້າຫັດຖະກໍາຂອງເຜົ່າ ກະຕູ ສາມາດຕິດຕໍ່ໄດ້ທີ່ເບີ: 020 98098443.

RkJQdWJsaXNoZXIy MTc3MTYxMQ==