7273

12/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເຜີຍແຜ່ປຶ້ມຄູ່ມື...ີ່ຶູ້່ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ln [8+ pq d]tfa [0u f7;k,lk,kf76 lvo rklkva 'dy f w]pt III .o 4 c0;'gxQ k\kp ສະຖານການສຶກສາ ແລະ ວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ຮັບຜິດ ຊອບວຽກງານປະກັນຄຸນນະພາບ ການສຶກສາ ໄດ້ຮັບຄວາມເຂົ້າໃຈ ເລິກເຊິ່ງ ແລະ ຖືກຕ້ອງ ຕໍ່ກັບບັນ ດາມາດຕະຖານ ແລະ ຕົວຊີ້ວັດຄຸນ ນະພາບການສຶກສາ, ຮັບຮູ້ເນື້ອໃນ ສໍາຄັນ ເພື່ອຈະນໍາໄປຈັດຕັ້ງປະຕິ ບັດສະຖານອະຊີວະສຶກສາ, ສາທາ ລະນະສຸກ ກໍຄື ວິທະຍາໄລວິທະ ຍາສາດສຸຂະພາບ ແລະ ໂຮງຮຽນ ສາທາລະນະສຸກ ໃນບັນດາແຂວງ ທົ່ວປະເທດ. ຄຸນນະພາບຂອງການສຶກສາ ວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນ ລະຫວ່າງ ພະແນກ ອຸດສາຫະກຳ ແລະ ການຄ້າ ກັບ ພະແນກກະສິກຳ ແລະ ປ່າໄມ້ ຄັ້ງ ວັນທີ 7 ມີນາ 2022 ຊຶ່ງມີຈໍາ ນວນ 11 ລາຍການ. ໃນນັ້ນ, ຕິດ ພັນກັບວຽກງານປູກຝັງ 5 ລາຍ ການ ເປັນຕົ້ນ ໂຮງສີເຂົ້າ, ໂຮງ ງານແປ້ງມັນຕົ້ນ, ໂຮງງານປຸງ ແຕ່ງອ້ອຍ, ໂຮງງານຢາປາບ ສັດຕູພືດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກຳ. ແມ່ນເສົາຄ້ຳທີ່ສຳຄັນທີ່ສຸດ ໃນການ ກຳນົດຄຸນນະພາບຂອງລະບົບສາ ທາລະນະສຸກ, ຖ້າບໍ່ມີມາດຕະຖານ ການຮຽນ-ການສອນ ທີ່ເຂັ້ມງວດ, ກໍບໍ່ສາມາດສ້າງແພດໝໍ, ພະຍາ ບານ, ຜະດຸງຄັນ ຫລື ບຸກຄະລາ ກອນທີ່ມີຄວາມຊຳນານງານມາ ຮັບໃຊ້ປະຊາຊົນໄດ້, ວຽກງານປະ ກັນຄຸນນະພາບ ກໍເປັນເງື່ອນໄຂ ໜຶ່ງທີ່ຈະນໍາພາໃຫ້ສະຖານການ ສຶກສາ ໄດ້ຮັບການຍົກລະດັບຖານະ ຈາກສູນອົບຮົມມາ ເປັນໂຮງຮຽນ ສາທາລະນະສຸກ, ຈາກໂຮງຮຽນ ສາທາລະນະສຸກ ກາຍເປັນວິທະຍາ ໄລວິທະຍາສາດສຸຂະພາບ ແລະ ຈາກວິທະຍາໄວ ມາເປັນມະຫາ ວິທະຍາໄລ ໃນອະນາຄົດ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ໂອກາດນີ້, ທ່ານ ນາງ ທັດສະ ນາລີ ສະພັງທອງ ຫົວໜ້າພະແນກ ຄຸ້ມຄອງການປຸງແຕ່ງ ກົມປູກຝັງ ໄດ້ນໍາສະເໜີຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງໂຮງງານປຸງແຕ່ງພືດຂັ້ນ ຕົ້ນ ແລະ ນິຕິກໍາທີ່ກ່ຽວຂ້ອງອີກ ຈໍານວນໜຶ່ງ. ຫລັງຈາກນັ້ນ ທ່ານ ສອນໄຊ ກົມໄຊຊະນະ ຫົວໜ້າ ຂະແໜງປູກຝັງ ໄດ້ນຳສະເໜີລາຍ ງານການຄຸ້ມຄອງວຽກງານໂຮງ ງານປຸງແຕ່ງຂັ້ນຕົ້ນ ແລະ ທິດທາງ ແຜນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໃນຕໍ່ໜ້າໃຫ້ສອດຄ່ອງ ຕາມລະບຽບການທີ່ກຳນົດໄວ້. ຂໍ້ມູນ-ພາບ: ຂ່າວສານກະສິກຳ ເຜີຍແຜ່ວຽກຄຸ້ມຄອງ...ີ ຍ່ ວຸ້ ມ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສຳເລັດຝຶກອົບຮົມ...ັ ດຶ ກົ ບົ ມ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໄດ້ກວ້າງຂວາງຂຶ້ນ, ທີ່ສຳຄັນແມ່ນ ການເຊື່ອມຕໍ່ຂໍ້ມູນລະບົບຕ່າງໆ ຈາກພາກສ່ວນນອກ ແລະ ພາຍໃນ ຂະແໜງການເງິນ ເຊື່ອມຕໍ່ເຂົ້າ ລະບົບ TaxRIS ຢ່າງມີປະສິດທິ ພາບ. ພ້ອມນີ້, ຍັງສະແດງຄວາມ ເຊື່ອໝັ້ນວ່າ ສໍາມະນາກອນຈະກາຍ ເປັນຂົວຕໍ່ທີ່ສຳຄັນ ໃນການຜັນ ຂະຫຍາຍ ຄວາມຮູ້ໄປສູ່ທ້ອງຖິ່ນ ຂອງຕົນ ເພື່ອເຮັດໃຫ້ການຈັດເກັບ ລາຍຮັບງົບປະມານແຫ່ງລັດ ມີ ຄວາມທັນສະໄໝ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້. ການຝຶກອົບຮົມຄັ້ງນີ້, ສຳມະນາ ກອນໄດ້ຮຽນຮູ້ ແລະ ລົງເລິກກ່ຽວ ກັບການປັບປຸງໃໝ່ໃນ 4 ໂມດູນ ຫລັກໃນລະບົບ TaxRIS ທີ່ໄດ້ ຮັບການອັບເດດຄືນໃໝ່ຄື: ໂມດູນ ຄຸ້ມຄອງຜູ້ເສຍອາກອນ, ຄຸ້ມຄອງ ການແຈ້ງ, ການຄຸ້ມຄອງລາຍຮັບ, ໂມດູນການກວດກາບັນຊີ. ຜ່ານ ການຄົ້ນຄວ້າ ແລະ ຮໍ່າຮຽນ ເຫັນ ວ່າຊຸດຝຶກອົບຮົມຄັ້ງນີ້, ປະສົບຜົນ ສຳເລັດຢ່າງຈົບງາມ, ສໍາມະນາ ກອນ ບໍ່ພຽງແຕ່ໄດ້ຮຽນຮູ້ທິດສະດີ, ແຕ່ຍັງໄດ້ຝຶກປະຕິບັດຕົວຈິງໃນທຸກ ຂັ້ນຕອນ. ຂ່າວ-ພາບ: ວັນຊະນະ ຄອສພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດກອງປະ ຊຸມສະຫລຸບຕີລາຄາປະເມີນຜົນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງແຜນການ ປີ 2026 ໃນວັນທີ 8 ພຶດສະພາ 2026 ຜ່ານມາ ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງ ພັກ, ຫົວໜ້າ ຄອສພ, ມີຄະນະບໍລິ ຫານງານພັກ, ຫົວໜ້າກົມ, ຮອງ ກົມ, ຫົວໜ້າພະແນກ, ຮອງພະແນກ ອ້ອມຂ້າງ ຄອສພ ເຂົ້າຮ່ວມ. ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນ ຜ່ານບົດສະຫລຸບການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນ ການ ປີ 2026 ໂດຍສະຫາຍໄດ້ ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນຖອດຖອນ ຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະກອບມີ 23 ໜ່ວຍພັກ. ໃນນັ້ນ, ໜ່ວຍພັກແຂງ 13 ໜ່ວຍ ພັກ,ໜ່ວຍພັກກາງ10ໜ່ວຍ,ໜ່ວຍ ພັກອ່ອນ 0 ໜ່ວຍ; ສະມາຊິກພັກ ຕີລາຄາແບ່ງປະເພດມີ 375 ສະ ຫາຍ, ຍິງ 159 ສະຫາຍ, ປະເພດ ແຂງ 375 ສະຫາຍ, ຍິງ 159 ສະ ຫາຍ, ປະເພດກາງ 0 ສະຫາຍ, ຍິງ 0ສະຫາຍ,ບໍ່ໄດ້ຈັດປະເພດ169ສະ ຫາຍ, ຍິງ 51 ສະຫາຍ (ເຫດຜົນ ເນື່ອງຈາກໄປຮຽນຕໍ່, ເປັນສະມາ ຊິກພັກສໍາຮອງ, ພັກປິ່ນປົວ ແລະ ສະມາຊິກພັກບໍານານ). ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 14 ກົມ ແລະ ທຽບເທົ່າ ກົມຂຶ້ນກັບ, ມີພະນັກງານ-ລັດຖະ ກອນ 599 ສະຫາຍ, ຍິງ 259 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ຄຳ ພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາເລຂາ, ຄະນະໜ່ວຍ ພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ໄດ້ເອົາໃສ່ໃນການນໍາພາ-ຊີ້ນຳ ໜ່ວຍພັກຂອງຕົນ ໃນການປະຕິບັດ ກົດລະບຽບຂອງພັກ ແລະ ວຽກ ງານທີ່ຕົນເອງຮັບຜິດຊອບຢ່າງມີ ຜົນສຳເລັດ ແລະ ໄດ້ຖືກຮັບເປັນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈຳປີ 2025, ພ້ອມທັງ ເນັ້ນໃຫ້ສືບຕໍ່ຜັນຂະຫຍາຍມູນເຊື້ອ ການນຳພາ-ຊີ້ນຳວຽກງານໃຫ້ມີ ປະສິດທິພາບ, ປະສິດທິຜົນ ໂດຍ ສະເພາະເອົາໃຈໃສ່ວຽກງານສຶກ ສາອົບຮົມການເມືອງແນວຄິດ ໃຫ້ ສະມາຊິກພັກ ແລະ ພະນັກງານ ມີ ຄວາມໜັກແໜ້ນ ແລະ ມີອຸດົມການ ຂອງພັກ, ເຮັດສຳເລັດໜ້າທີ່ການ ເມືອງທີ່ຕົນຮັບຜິດຊອບໃຫ້ມີຜົນ ສຳເລັດເປັນກ້າວໆ. ໃນໂອກາດດຽວກັນນີ້, ກອງປະ ຊຸມຍັງໄດ້ເຫັນດີຮັບຮອງເອົາໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຈໍານວນ 13 ໜ່ວຍ ພັກ, ພ້ອມທັງເຫັນດີຮັບຮອງເອົາ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນ ດາ ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄະ ນະໂຄສະນາອົບຮົມສູນກາງພັກ ປະ ຈຳປີ 2026 ຈໍານວນ 23 ໜ່ວຍພັກ ຕື່ມອີກ. ຂ່າວ: ທະນູທອງ; ພາບ: ຂັນໄຊ ໄດ້ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຊຶ່ງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ມີ 2 ຄະນະພັກຮາກຖານ, ມີ 23 ໜ່ວຍພັກ. ໃນນັ້ນ, ມີ 11 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ມີສະ ມາຊິກພັກທັງໝົດ 544 ສະຫາຍ, ຍິງ 210 ສະຫາຍ, ສະມາຊິກພັກ ສໍາຮອງ 28 ສະຫາຍ, ຍິງ 13 ສະ ຫາຍ, ສະມາຊິກພັກບໍານານ 119 ສະຫາຍ, ຍິງ 37 ສະຫາຍ. ໃນປີ 2025 ຄະນະພັກຄະນະໂຄສະນາ ອົບຮົມສູນກາງພັກ ກວດກາຕີລາ ປິດໂຄງການ...ິ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອຸດົມໄຊ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍມີ ຜູ້ຕາງໜ້າຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງການອາ ຫານ ແລະ ການກະເສດ ແຫ່ງສະ ຫະປະຊາຊາດ (FAO), ພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ຫລວງພະບາງ ແລະ ແຂວງອຸດົມ ໄຊ, ສະມາຄົມຊາວກະສິກອນລາວ ແລະ ສະຖານທູດຍີ່ປຸ່ນ ປະຈຳລາວ ເຂົ້າຮ່ວມ. ໂຄງການ LRRA ສ້າງຂຶ້ນເພື່ອ ປັບປຸງລາຍຮັບແລະ ຊີວິດການເປັນ ຢູ່ຂອງຄົວເຮືອນໃນເຂດຊົນນະບົດ ໃຫ້ມີຄວາມຍືນຍົງ ຊຶ່ງເປົ້າໝາຍ ດັ່ງກ່າວ, ບັນລຸໄດ້ໂດຍຜ່ານການ ສ້າງລະບົບການກະສິກໍາທີ່ທົນທານ ຕໍ່ດິນຟ້າອາກາດ, ການສົ່ງເສີມກະ ສິກໍາມູນຄ່າສູງ ແລະ ການລົງທຶນ ໃນພື້ນຖານໂຄງລ່າງພາຍໃນ 48 ບ້ານເປົ້າໝາຍ ຢູ່ແຂວງຫລວງພະ ບາງ ແລະ ແຂວງອຸດົມໄຊ. ສຳລັບຜົນສໍາເລັດທີ່ພົ້ນເດັ່ນ ຂອງໂຄງການ ໄດ້ມີການນໍາໃຊ້ ແນວທາງບ້ານທົນທານຕໍ່ດິນຟ້າ ອາກາດ (CSV) ເຂົ້າໃນ 48 ບ້ານ, ຊຶ່ງລວມທັງການສ້າງຂໍ້ມູນ ບ້ານ, ການສ້າງເອກະສານ CSA 10 ສະບັບ, ເອກະສານລວມຂໍ້ມູນ 2 ແຂວງ (Portfolio) 1 ສະບັບ ແລະ ການຈັດຕັ້ງປະຕິບັດສວນສາ ທິດ ລວມມີ 16 ສວນ (ນຳໃຊ້ແນວ ທາງເຕັກໂນໂລຊີ) ແລະ 32 ສ່ວນ (ນຳໃຊ້ແນວທາງປະຕິບັດ); ໄດ້ ສ້າງຕັ້ງກຸ່ມຜູ້ຜະລິດໃໝ່ຈໍານວນ 10 ກຸ່ມ ແລະ ໃຫ້ການສະໜັບສະ ໜູນສ້າງແຜນທຸລະກິດແກ່ກຸ່ມຜູ້ ຜະລິດ 20 ກຸ່ມ (10 ກຸ່ມໃໝ່ ແລະ 10 ກຸ່ມທີ່ມີແລ້ວ) ໂດຍຜ່ານສະ ມາຄົມຊາວກະສິກອນລາວ ແລະ ການສົ່ງເສີມຄວາມຮູ້, ທັກສະດ້ານ ວິຊາການ ໂດຍຊ່ຽວຊານພາຍໃນ ປະເທດ; ສໍາເລັດການກໍ່ສ້າງພື້ນ ຖານໂຄງລ່າງທີ່ສໍາຄັນລວມທັງລະ ບົບຊົນລະປະທານຂະໜາດນ້ອຍ 31 ຈຸດ, ຖະໜົນພາຍໃນບ້ານ ຫລື ທາງເຂົ້າຫາພື້ນທີ່ຜະລິດ 16 ຈຸດ ແລະ ຂົວຈົມ 1 ແຫ່ງ; ສ້າງຕັ້ງກຸ່ມ ນໍາໃຊ້ນໍ້າ (WUG) ຂຶ້ນ 20 ກຸ່ມ ເພື່ອຮັບຜິດຊອບຄຸ້ມຄອງໂຄງສ້າງ ຊົນລະປະທານໃນໄລຍະຍາວ ແລະ ການສົ່ງເສີມຄວາມຮູ້ ແລະ ທັກສະ ດ້ານວິຊາການ ໂດຍຊ່ຽວຊານພາຍ ໃນປະເທດ; ຈັດຕັ້ງປະຕິບັດກິດຈະ ກຳ “ເງິນເພື່ອງານ” ໂດຍຈ່າຍ ຜ່ານທະນາຄານການຄ້າມະຫາຊົນ (BCEL)ໃຫ້ແກ່ປະຊາຊົນ1.150 ຄົວເຮືອນ ໃນລະຫວ່າງເດືອນທັນ ວາ 2025 ຫາ ມີນາ 2026. ທ່ານ ພົມມີ ອິນທິຈັກ ຮອງ ຫົວໜ້າກົມແຜນການ ແລະ ການ ຮ່ວມມື ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ກ່າວວ່າ: ຜົນສໍາເລັດ ຂອງໂຄງການນີ້ ບໍ່ຄວນຈົບຢູ່ໃນ 2 ແຂວງເປົ້າໝາຍ ຄວນຖືກຂະ ຫຍາຍນໍາໄປໃຊ້ໃນພື້ນທີ່ອື່ນ ແລະ ນໍາໄປເປັນບົດຮຽນສໍາລັບການ ອອກແບບໂຄງການໃໝ່. ພ້ອມທັງ ຊີ້ໃຫ້ເຫັນອີກວ່າ ການຮັກສາຄວາມ ຍືນຍົງຂອງກຸ່ມຜະລິດ, ກຸ່ມນໍາໃຊ້ ແລະ ໂຄງສ້າງພື້ນຖານທີ່ໄດ້ສ້າງ ຂຶ້ນ ແມ່ນປັດໄຈສໍາຄັນທີ່ຈະກໍານົດ ຜົນສໍາເລັດໃນໄລຍະຍາວ. ທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳສປປລາວ ໄດ້ກ່າວວ່າ: ໂຄງ ການ LRRA ໄດ້ສ້າງຜົນທາງ ບວກ ໃນການປັບປຸງລາຍຮັບ ແລະ ຊີວິດການເປັນຢູ່ ຂອງຄົວເຮືອນ ໃນຊົນນະບົດຢ່າງຍືນຍົງ ຜ່ານກະ ສິກໍາທົນທານ ແລະ ໂຄງສ້າງພື້ນ ຖານທີ່ໄດ້ຮັບການສະໜັບສະໜູນ. ພ້ອມນີ້, ທ່ານ ໂຄກ້າ ໂທຊິມິຊິ ທີ່ປຶກສາສະຖານທູດຍີ່ປຸ່ນ ປະຈຳ ລາວ ຍັງໄດ້ກ່າວວ່າ: ໂຄງສ້າງຊົນ ລະປະທານທີ່ຊຸມຊົນທ້ອງຖິ່ນໄດ້ ສ້າງ ແລະ ກຸ່ມນໍາໃຊ້ນໍ້າຈະກາຍ ເປັນຊັບສົມບັດຂອງພາກພື້ນ ສໍາ ລັບການຜະລິດພືດມູນຄ່າສູງ ໃນ ລະດູແລ້ງໃນອະນາຄົດ. ຂປລ. ເມືາອບໍ່ດົນມານີ້, ກົມສາ ມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນສອນພາສາອັງກິດ/ຈີນ (ELIC) ຈາກສະຫະລັດອາເມລິ ກາຈັດພິທີລົງນາມບົດບັນທຶກຄວາມ ເຂົ້າໃຈ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ໂຄງການຝຶກອົບຮົມຄູສອນພາສາ ອັງກິດ ໄລຍະທີ I I I (20262031) ຊຶ່ງຈະກວມເອົາ 4 ແຂວງ ຄື: ຫລວງນໍ້າທາ, ອຸດົມໄຊ, ຫລວງ ພະບາງ ແລະ ແຂວງບໍລິຄໍາໄຊ ດ້ວຍມູນຄ່າການຊ່ວຍເຫລືອທັງ ໝົດ 261.346 ໂດລາສະຫະລັດ ໂດຍການຮ່ວມລົງນາມຂອງ ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າ ກົມສາມັນສຶກສາ ແລະ ທ່ານ ເຊນ ໂດນຣອນ (Shane Donrone) ຜູ້ອໍານວຍການອົງການ ELIC ປະ ຈໍາ ສປປ ລາວ. ໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ໄດ້ເນັ້ນໃຫ້ພະແນກ ສກຂ ທັງ 4 ແຂວງ ເອົາໃຈໃສ່ອໍາ ນວຍຄວາມສະດວກ ແລະ ປະສານ ງານຢ່າງໃກ້ຊິດກັບຫ້ອງການ ສກມ ແລະ ໂຮງຮຽນເປົ້າໝາຍ ເພື່ອຊຸກຍູ້ໃຫ້ຄູສອນເຂົ້າຮ່ວມກິດ ຈະກໍາຢ່າງຕັ້ງໜ້າ ແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການບັນ ລຸຜົນສໍາເລັດຕາມແຜນການທີ່ ວາງໄວ້. ໂຄງການໃນໄລຍະທີ 1 ແລະ 2 (2015-2025) ໄດ້ປະສົບ ຜົນສຳເລັດຢ່າງຫລວງຫລາຍ ຊຶ່ງ ສາມາດຍົກລະດັບຄູສອນພາສາ ອັງກິດຊັ້ນມັດທະຍົມໄດ້ເຖິງ 811 ຄົນ ຈາກ 313 ໂຮງຮຽນ ໃນ 25 ເມືອງ (ໂດຍສະເພາະຢູ່ແຂວງ ຫົວພັນ, ຊຽງຂວາງ ແລະ ແຂວງ ວຽງຈັນ), ພ້ອມທັງໄດ້ລົງຕິດຕາມ ຊຸກຍູ້ການຮຽນ-ການສອນໃນ 272 ໂຮງຮຽນ. ສ່ວນແຜນການ ຈັດຕັ້ງປະຕິບັດໃນໄລຍະທີ I I I (2026-2031) ຊຶ່ງໂຄງການໄລ ຍະໃໝ່ນີ້ ຈະສຸມໃສ່ການພັດທະນາ ຄູສອນທັງຊັ້ນມັດທະຍົມ ແລະ ເປັນ ຄັ້ງທໍາອິດທີ່ຈະຂະຫຍາຍໄປສູ່ຊັ້ນ ປະຖົມສຶກສາ ໃນບາງເຂດເປົ້າໝາຍ ເປັນຕົ້ນ ແຂວງບໍລິຄໍາໄຊ ກວມ ເອົາ 7 ເມືອງ, ຊຸດທີ 1 (20262027) ສຸມໃສ່ຄູມັດທະຍົມ 149 ຄົນ, ຊຸດທີ 2 (2029-2030) ສຸມໃສ່ຄູປະຖົມ 110 ຄົນ ໃນເມືອງ ປາກຊັນ ແລະ ເມືອງວຽງທອງ; ແຂວງຫລວງນໍ້າທາ (20272028) ກວມເອົາ 5 ເມືອງ, ເປົ້າ ໝາຍຄູສອນມັດທະຍົມ 123 ຄົນ ຈາກ 61 ໂຮງຮຽນ; ແຂວງຫລວງ ພະບາງ ກວມເອົາ 8 ເມືອງ, ຊຸດທີ 1 (2027-2028) ໃນ 3 ເມືອງ, ຊຸດທີ 2 (2028-2029) ໃນ 5 ເມືອງ, ລວມຄູສອນເປົ້າໝາຍ 189 ຄົນ; ແຂວງອຸດົມໄຊ ກວມເອົາ 7 ເມືອງ, ຊຸດທີ 1 (2028-2029) ໃນ 3 ເມືອງ, ຊຸດທີ 2 (20292030) ໃນ 4 ເມືອງ, ລວມຄູສອນ ເປົ້າໝາຍ 227 ຄົນ. ການສືບຕໍ່ໂຄງການໃນຄັ້ງນີ້, ຖື ເປັນບາດກ້າວສໍາຄັນ ໃນການຍົກ ສູງຄຸນນະພາບການສຶກສາພາສາ ອັງກິດຢູ່ ສປປ ລາວ ໃຫ້ໄດ້ມາດ ຕະຖານ ແລະ ສາມາດເຊື່ອມໂຍງ ກັບສາກົນໄດ້ດີຂຶ້ນໃນອະນາຄົດ. ຂ່າວ-ພາບ: ໜັງສືພິມສຶກສາກິລາ

RkJQdWJsaXNoZXIy MTc3MTYxMQ==