28.4.2026

gsfdko{dkora fmtok a xtgmf]k; ( 28/04/2026 c0;';P'9a o lv[gla '7a fg]n vdmq fcmo ]a f4tdvo76 ';f 2 xt9exu 2026 ,v[g7n j v'-j ;pgs]n v3I'IPo ,l -q ogzq j k ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 27 ເມສາ 2026 ນີ້, ຄະນະຜູ້ແທນ ອະດີດນັກຮົບກອງພົນ 316 ທະ ຫານອາສາສະໝັກ ຫວຽດນາມ ຊ່ວຍພາກໃຕ້ລາວ 565 ແຂວງຟູ ເຖາະ-ລາວກາຍ-ຮ່າຍຟ່ອງ ສສ ຫວຽດນາມ ນໍາພາໂດຍ ສະຫາຍ ຫວູ ກວາງ ຍາກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຄະນະນຳ ແລະ ພະ ນັກງານ ສະຫະພັນນັກຮົບເກົ່າ ແຂວງຫລວງພະບາງ ໃນໂອກາດທີ່ ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ ສະໜາມຮົບເກົ່າຢູ່ ສປປ ລາວ ໃຫ້ ກຽດຕ້ອນຮັບໂດຍ ທ່ານ ພັນໂທ ຄຳ ເກີດ ພົມມະວົງສີ ປະທານສະຫະພັນ ນັກຮົບເກົ່າແຂວງຫລວງພະບາງ ພ້ອມຄະນະ. ໂອກາດນີ້, ທ່ານ ພັນໂທ ຄຳ ເກີດ ພົມມະວົງສີ ໄດ້ສະແດງຄວາມ ຍີນດີຕ້ອນຮັບຄະນະຜູ້ແທນອະດີດ ນັກຮົບກອງພົນ 316 ທະຫານ ອາສາສະໝັກ ຫວຽດນາມຊ່ວຍ ພາກໃຕ້ລາວ 565 ແຂວງຟູ ເຖາະ-ລາວກາຍ-ຮ່າຍຟ່ອງ ສສ ຫວຽດນາມ ຊຶ່ງປຽບເໝືອນການ ກັບມາຢາມບ້ານເກົ່າ ທີ່ເຄີຍດຳລົງ ຊີວິດຊ່ວຍເຫລືອ ສປປ ລາວ ໃນ ໄລຍະການດຳເນີນພາລະກິດການ ຕໍ່ສູ້ກູ້ຊາດ, ທັງເປັນການຢ້ຽມຢາມ ສະຖານທີ່ທ່ອງທ່ຽວທາງດ້ານ ວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດຂອງແຂວງຫລວງ ພະບາງ. ຈາກນັ້ນ, ສະຫາຍ ຫວູ ກວາງ ຍາກ ໄດ້ຕາງໜ້າຄະນະກ່າວສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນ ເຮັດໃຫ້ຄະນະຜູ້ ແທນມີຄວາມພາກພູມໃຈ ທີ່ໄດ້ມາ ຢ້ຽມຢາມແຂວງຫລວງພະບາງ ຊຶ່ງເປັນແຂວງທີ່ມີມູນເຊື້ອດ້ານ ການຕໍ່ສູ້ກູ້ຊາດ ແລະ ເປັນແຂວງທີ່ມີ ສະຖານທີ່ທ່ອງທ່ຽວທີ່ລືຊື່, ພ້ອມນັ້ນ ທ່ານໄດ້ມີການແລກປ່ຽນບົດຮຽນ ໃນໄລຍະການປະກອບສ່ວນຊ່ວຍ ສປປ ລາວ ດຳເນີນພາລະກິດຕໍ່ສູ້ກູ້ ຊາດ ຊຶ່ງປັດຈຸບັນ, ກຳລັງຮຽບຮຽງ ເປັນປຶ້ມ ເພື່ອແຈກຢາຍໃຫ້ຄົນຮຸ່ນ ໃໝ່ ຂອງລາວ ແລະ ຫວຽດນາມ ໄດ້ສຶກສາຮໍ່າຮຽນ. ຂ່າວ-ພາບ: ອາພຸດເດດ ບຸບຜາ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ວັນທີ25 ເມສາ 2026, ຢູ່ສະໂມສອນໂຮງຮຽນ ມສ ຊົນເຜົ່າ, ຄອບຄົວການນໍາສູນກາງ ຮ່ວມກັບ ກອງທຶນສາມັກຄີ ຈໍາ ປາສັກ ຊ່ວຍເຫລືອສັງຄົມ ແລະ ສະ ມາຄົມນັກທຸລະກິດແມ່ຍິງແຂວງ ຈໍາປາສັກ ນໍາໂດຍ ທ່ານ ນາງ ວັນ ດາລາ ສີພັນດອນ ພັນລະຍາຂອງ ທ່ານນາຍົກລັດຖະມົນຕີ, ທ່ານ ນາງ ວຽງສະໄໝ ສູນນະລາດ ປະ ທານກອງທຶນສາມັກຄີຈຳປາສັກ ຊ່ວຍເຫລືອສັງຄົມ ແລະ ການນໍາ ສະມາຄົມນັກທຸລະກິດແມ່ຍິງແຂວງ ໄດ້ມອບເຄື່ອງຊ່ວຍເຫລືອນ້ອງ ນັກຮຽນໂຮງຮຽນ ມສ ຊົນເຜົ່າ, ຕາງໜ້າ ຮັບໂດຍ ທ່ານ ນາງ ຈັນ ທອນ ພູວັນໂນ ຫົວໜ້າອໍານວຍ ການໂຮງຮຽນ ມສ ຊົນເຜົ່າ ໂດຍ ມີ ທ່ານ ພູວົງ ອະໄພ ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງ ພ້ອມຄະນະ, ຂະແໜງການ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພະແນກສຶກສາ ທິການ ແລະ ກິລາ ແຂວງວຽງຈັນ ຈັດຕັ້ງການສອບເສັງຄັດເລືອກ vtfu fmtskovklklt\a ds;Pfok, -j ;prkd.8h ]k; 1h P,1k,s];'rt[k' g,n v'-P'Ij vo xtdkflh k'8A '8kcl' mq j 'dk[ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງ ທົ່ງກາບ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ຈັດ ຂຶ້ນໃນວັນທີ 25 ເມສາ 2026 ຢູ່ ທີ່ສະໂມສອນກຸ່ມທົ່ງກາບ ໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະ ບໍລິຫານງານພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ໄຊຍະບູລີ, ທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກ ແຂວງ, ປະທານແນວລາວສ້າງ ຊາດ ແຂວງໄຊຍະບູລີ, ທ່ານ ແສງ ອາທິດ ລາວເບຣຍຢາທໍ່ ກໍາມະການ ພັກແຂວງ, ເລຂາຄະນະບໍລິຫານ ງານພັກເມືອງຊຽງຮ່ອນ, ມີການນໍາ ຂັ້ນແຂວງ, ການນໍາຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກໍາມະການປົກຄອງ ເມືອງຊຽງຮ່ອນ ໄດ້ລາຍງານການ ກະກຽມສ້າງຕັ້ງຕາແສງທົ່ງກາບ ວ່າ: ຕາແສງທົ່ງກາບ ຕັ້ງຢູ່ທາງທິດ ຕາເວັນຕົກຂອງເມືອງຊຽງຮ່ອນ, ເປັນເຂດພູພຽງກວມເອົາ 60% ແລະ ເຂດພູດອຍກວມເອົາ 40% ຊຶ່ງເປັນເຂດທີ່ມີດິນປູກຝັງທີ່ອຸດົມ ສົມບູນທາງດ້ານທໍາມະຊາດ, ມີນໍ້າ ຫລາຍສາຍໄຫລຜ່ານເໝາະສົມແກ່ ການປູກຝັງ ແລະ ລ້ຽງສັດ ເປັນ ສິນຄ້າ ປະຊາຊົນມີມູນເຊື້ອດຸໝັ່ນ ຊຶ່ງ ເປັນພື້ນຖານໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບການ ທ່ອງທ່ຽວທໍາມະຊາດ. ຕາແສງ ທົ່ງ ກາບ ມີເນື້ອທີ່ທັງໝົດ 1.895,996 ກິໂລຕາແມັດ, ປະກອບມີ 9 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານ ແກສີພົມ, ບ້ານນໍ້າລ້ອມ, ບ້ານສີ ນົກໄຊ້, ບ້ານຫ້ວຍຕອງ, ບ້ານພູ ລ້ານ, ບ້ານຫ້ວຍຮາກ ແລະ ບ້ານ ນໍ້າຄ່ອມ, ມີພົນລະເມືອງທັງໝົດ 8.542 ຄົນ, ຍິງ 4.310 ຄົນ, ມີ 1.666 ຄອບຄົວ, ເຜົ່າລາວ ກວມ ເອົາ 1,2%, ເຜົ່າຍວນ 14,2%, ເຜົ່າລື້ 17,88%, ເຜົ່າມົ້ງ 29,1%, ເຜົ່າກືມມຸ 31,24%, ເຜົ່າໄປຣ່ 6,35 %, ເຜົ່າໄທດໍາ 0.01 %. ຈາກນັ້ນ, ໃນພິທີກໍໄດ້ຜ່ານ ຂໍ້ຕົກລົງຂອງປະທານຄະນະກຳ ມະການປົກຄອງແຂວງ ວ່າດ້ວຍ ການສ້າງຕັ້ງຕາແສງ ທົ່ງກາບ, ຜ່ານມະຕິຕົກລົງ ຂອງຄະນະປະ ຈໍາພັກເມືອງ ວ່າດ້ວຍການສ້າງ ຕັ້ງອົງຄະນະພັກຮາກຖານຕາແສງ ທົ່ງກາບ, ມະຕິຕົກລົງ ຂອງຄະນະ ປະຈໍາພັກເມືອງ ວ່າດ້ວຍການສ້າງ ຕັ້ງໜ່ວຍພັກຫ້ອງການຕາແສງທົ່ງ ກາບ, ຂໍ້ຕົກລົງຂອງປະທານຄະນະ ກໍາມະການປົກຄອງເມືອງ ວ່າດ້ວຍ ການແຕ່ງຕັ້ງ ປະທານ ແລະ ຮອງ ປະທານຄະນະກຳມະການປົກຄອງ ຕາແສງທົ່ງກາບ ຄື: ຕົກລົງແຕ່ງຕັ້ງ ທ່ານ ສະຫງັດ ລືຊາ ເປັນປະທານ ຄະນະກຳມະການປົກຄອງຕາແສງ ທົ່ງກາບ, ທ່ານ ສີເມືອງ ລັກຄະນະ ຄຸນ ແລະ ທ່ານ ພັຕ ຄຳປ່ຽນ ວົງ ປະສິດ ເປັນຮອງປະທານຄະນະ ກຳມະການປົກຄອງຕາແສງທົ່ງ ກາບ ພ້ອມດ້ວຍຄະນະ ແລະ ຜູ້ຊ່ວຍ ວຽກຈຳນວນ 5 ຄົນ, ປະກອບຢູ່ໃນ ໂຄງປະກອບຂອງຕາແສງທົ່ງກາບ. ຂ່າວ: ຄອມ ເມືອງຊຽງຮ່ອນ ທົດແທນລັດຖະກອນຄູ ຕາມການ ສູນເສຍຮູບແບບຕ່າງໆ ງວດທີ 2 ປະຈໍາປີ 2026 ໃນວັນທີ 25 ເມສາ 2026 ທີ່ສູນໄອຊີທີ ພະແນກ ສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງ ທ່ານ ຄຳ ຂັນທະວີວອນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີ ຄະນະພະແນກ, ອະນຸກໍາມະການ ຍາມຫ້ອງສອບເສັງ, ຄະນະຮັບຜິດ ຊອບການສອນເສັງ ພ້ອມດ້ວຍນັກ ສອບເສັງເຂົ້າຮ່ວມ ຊຶ່ງຮູບແບບ ການສອບເສັງແບ່ງອອກເປັນ 3 ພາກ ຄື: ພາກທິດສະດີ (ຄວາມຮູ້ ທົ່ວໄປ ແລະ ວິຊາສະເພາະ), ພາກ ປະຕິບັດຕົວຈິງ (ແຕ່ງບົດສອນ ແລະ ສອນສາທິດ) ແລະ ພາກ ສໍາພາດ. ລວມມີນັກສຶກສາທີ່ຈົບ ຈາກສະຖາບັນສ້າງຄູເຂົ້າສອບເສັງ ທັງໝົດ 122 ທ່ານ. ການສອບເສັງໃນຄັ້ງນີ້, ເພື່ອ ບັນຈຸທົດແທນລັດຖະກອນຄູ ຕາມ ການສູນເສຍຮູບແບບຕ່າງໆຂອງ ແຂວງ. ໃນນີ້, ເມືອງໂພນໂຮງ ແມ່ນ ສອບເສັງໃນຊັ້ນມັດທະຍົມສຶກສາ ປະກອບມີ: ວິຊາຄະນິດສາດ, ພາສາລາວ, ພະລະສຶກສາ ແລະ ສິລະປະສຶກສາ; ເມືອງທຸລະຄົມ ແມ່ນສອບເສັງໃນຊັ້ນອະນຸບານ, ຊັ້ນ ປະຖົມສຶກສາ ແລະ ຊັ້ນມັດທະຍົມ ສຶກສາ ປະກອບມີ: ວິຊາພູມສາດ ແລະ ຄະນິດສາດ; ເມືອງຊະນະຄາມ ສອບເສັງໃນຊັ້ນມັດທະຍົມສຶກສາ ປະກອບມີ: ວິຊາຄະນິດສາດ, ພາສາ ລາວ, ປະ ຫວັດສາດ, ພາສາອັງກິດ, ພະລະສຶກສາ, ສິລະປະສຶກສາ ແລະ ພື້ນຖານວິຊາຊີບ; ເມືອງກາ ສີ ສອບ ເສັງຊັ້ນອະນຸບານ, ຊັ້ນ ປະຖົມສຶກສາ ແລະ ຊັ້ນມັດທະຍົມ ສຶກສາ ປະກອບມີ: ວິຊາພາສາ ລາວ, ປະຫວັດສາດ, ພະລະສຶກສາ ແລະ ວິຊາສຶກສາພົນລະເມືອງ; ເມືອງວັງວຽງ ສອບເສັງຊັ້ນອະ ນຸບານ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ປະກອບມີ: ວິຊາພາສາລາວ, ຄະນິດສາດ, ທຳມະຊາດ, ຟີຊິກສາດ, ເຄມີສາດ, ປະຫວັດສາດ, ສຶກສາພົນລະເມືອງ, ພື້ນຖານວິຊາຊີບ, ເຕັກໂນໂລຊີ ແລະ ສິລະປະສຶກສາ; ເມືອງເຟືອງ ສອບເສັງຊັ້ນອະນຸບານ, ຊັ້ນປະຖົມ ສຶກສາ ແລະ ຊັ້ນມັດທະຍົມສຶກສາ ປະກອບມີ: ວິຊາຟີຊິກສາດ, ພະ ລະສຶກສາ, ເຕັກໂນໂລຊີ, ພື້ນຖານ ວິຊາຊີບ ແລະ ສິລະປະສຶກສາ; ເມືອງຫີນເຫີບ ສອບເສັງຊັ້ນປະຖົມ ສຶກສາ ແລະ ຊັ້ນມັດທະຍົມສຶກສາ ປະກອບມີ: ວິຊາເຄມີສາດ ແລະ ຟີຊິກສາດ; ເມືອງໝື່ນ ສອບເສັງ ຊັ້ນອະນຸບານ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ປະກອບ ມີ: ວິຊາພາສາລາວ, ຄະນິດສາດ, ທໍາມະຊາດ, ປະຫວັດສາດ, ສຶກສາ ພົນລະເມືອງ, ສິລະປະສຶກສາ ແລະ ພື້ນຖານວິຊາຊີບ. ລວມມີນັກສຶກສາ ທີ່ຈົບຈາກສະຖາບັນສ້າງຄູເຂົ້າ ສອບເສັງທັງໝົດ 122 ທ່ານ. ໂອກາດນີ້, ທ່ານ ຄຳ ຂັນທະວີ ວອນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າສອບ ເສັງມີຄວາມສັດຊື່, ເຄົາລົບກົດ ລະບຽບການສອບເສັງ ແລະ ໃຊ້ ຄວາມຮູ້ຄວາມສາມາດທີ່ຕົນມີຢ່າງ ເຕັມທີ່, ພ້ອມທັງອວຍພອນໃຫ້ຜູ້ ເຂົ້າສອບເສັງທຸກທ່ານຈົ່ງປະສົບ ຜົນສຳເລັດ. ຂ່າວ: ສີສົມໄຊພາບ: ກິນນາລອນ ທີ່ກ່ຽວຂ້ອງ ຕະຫລອດຮອດ ຄູ- ອາຈານ ເຂົ້າຮ່ວມ. ເ ຄື່ອງທີ່ນໍາມາມອບຄັ້ງນີ້, ປະກອບມີ: ປຶ້ມຂຽນ, ບິກ, ສໍ, ເຂົ້າໜົມ, ໝີ່, ປອງປາ, ນົມກ່ອງ, ແຟັບ, ສະບູ, ຢາສີຟັນ, ອຸປະກອນ ກິລາ ແລະ ເງິນສົດຈໍານວນໜຶ່ງ ເພື່ອໃຊ້ຈ່າຍໃນວຽກງານບໍລິຫານ ຂອງໂຮງຮຽນ ລວມມູນຄ່າ 70 ລ້ານກວ່າກີບ. ທັງນີ້, ກໍເພື່ອ ປະກອບສ່ວນຊ່ວຍເຫລືອຊຸກຍູ້ ສົ່ງເສີມໂຮງຮຽນ ແລະ ລູກຫລານ ນັກຮຽນໂຮງຮຽນ ມສ ຊົນເຜົ່າ ໃຫ້ ມີອຸປະກອນການຮຽນ-ການສອນ, ສາ ມາດພັດທະນາຄຸນນະພາບການ ສຶກສາຂອງໂຮງຮຽນດັ່ງກ່າວ ໃຫ້ ນັບມື້ດີຂຶ້ນເລື້ອຍໆ. ຂ່າວ: ທູນທອງໃຈ ພາບ: ອຸໄທ

RkJQdWJsaXNoZXIy MTc3MTYxMQ==