28/04/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລັດຖະບານ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແລະ ຢູ່ໃນໄລຍະທີ່ຫລາຍແຂວງ ຈັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ. ຄຽງ ຄູ່ກັນນັ້ນ, ກໍຢູ່ໃນທ່າມກາງທີ່ສະ ພາບການພາກພື້ນ ແລະ ສາກົນ ຍັງ ສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດ ຄະເນໄດ້ຍາກ ໂດຍສະເພາະບັນຫາ ຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດ ໃຫ້ສະພາບເສດຖະກິດໂລກ ທີ່ມີ ຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະ ສືບຕໍ່ມີຜົນກະທົບເປັນວົງກວ້າງ ຕື່ມ ລວມເຖິງຢູ່ປະເທດລາວເຮົາ ໂດຍສະເພາະລາຄາສິນຄ້າ, ການ ຂົນສົ່ງ ແລະ ອື່ນໆ. ສະນັ້ນ, ຕ້ອງມີ ມາດຕະການແກ້ໄຂແຕ່ຫົວທີໃຫ້ ທັນການ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 2 ວັນ ໂດຍຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ປະກອບ ຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາ ຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບ ພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບ ດ່ວນຈໍານວນໜຶ່ງຄື: ວຽກງານພົ້ນ ເດັ່ນປະຈໍາເດືອນເມສາ ແລະ ທິດ ທາງແຜນການ ປະຈຳເດືອນພຶດ ສະພາ 2026 ຂອງລັດຖະບານ; ສະພາບພົ້ນເດັ່ນພາກພື້ນ ແລະ ສາ ກົນ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ລວມທັງສະ ພາບອຸບັດເຫດ, ອັກຄີໄພ ແລະ ບັນ ດາປະກົດການຫຍໍ້ທໍ້ ໃນໄລຍະບຸນ ປີໃໝ່ລາວ; ຄວາມຄືບໜ້າໃນການ ປັບປຸງສ້ອມແປງເສັ້ນທາງໃນທົ່ວ ປະເທດ; ການແກ້ໄຂຜົນກະທົບ ຈາກພາຍຸໝາກເຫັບ; ການກະກຽມ ຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ ປ່າ, ການຖາງປ່າ-ຈູດປ່າ, ການແກ້ ໄຂບັນຫາໝອກຄວັນ (PM2,5), ພ້ອມທັງສະເໜີມາດຕະການແກ້ ໄຂ; ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນ; ການແກ້ໄຂບັນຫາການລັກ ລອບຂຸດຄົ້ນແຮ່ທາດ ແລະ ທິດທາງ ການຄຸ້ມຄອງການພັດທະນາແຮ່ ທາດໃນຕໍ່ໜ້າ ບົນພື້ນຖານການ ກວດກາ ແລະ ປະເມີນໂຄງການທີ່ ໄດ້ອະນຸມັດຜ່ານມາ; ສະພາບອັດ ຕາແລກປ່ຽນ, ເງິນເຟີ້ ແລະ ມາດ ຕະການແກ້ໄຂ. ພ້ອມນີ້, ກອງປະ ຊຸມຈະໄດ້ປຶກສາຫາລືຮ່າງແຜນຍຸດ ທະສາດການພັດທະນາຕະຫລາດ ທຶນຂອງສປປລາວ10ປີ(20262035) ແລະ ວິໄສທັດຮອດປີ 2045; ຮ່າງດຳລັດ ວ່າດ້ວຍການ ຖອນສິດນໍາໃຊ້ທີ່ດິນ ແລະ ຮ່າງ ດຳລັດ ວ່າດ້ວຍກອງທຶນກັນ ແລະ ຄວບຄຸມເຊື້ອພະຍາດເອດ(HIV). ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ຮຽກຮ້ອງມາຍັງບັນດາ ສະມາຊິກລັດຖະບານ ແລະ ບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມທາງ ໄກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າແລະປະກອບຄໍາເຫັນຢ່າງເລິກ ເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີ ທັດສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມ, ມີທາງອອກທີ່ຈະ ແຈ້ງ, ເຮັດໃຫ້ກອງປະຊຸມໄດ້ຮັບ ຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດ ໃຫ້ຜົນຂອງກອງປະຊຸມຄັ້ງນີ້ໄດ້ ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທໍາ ແລະ ມີປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຫລາຍພາກສ່ວນ...່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ສະພາການຄ້າຊາວຈີນ ຕ່າງດ້າວປະຈຳລາວ, ສະມາຄົມຈີນ ນະຄອນຫລວງ, ສະພາການຄ້າຈີນ ປະຈຳລາວຮ່ວມກັບສະມາຄົມຊາວ ຈີນພົ້ນທະເລແລະສະມາຄົມນັກສຶກ ສາລາວ ຈາກ ສປ ຈີນ ຈັດພິທີສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນວັນທີ 24 ເມສາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະ ທູດແຫ່ງ ສປ ຈີນ ປະຈຳລາວ, ມີປະ ທານສະພາການຄ້າ ຊາວຈີນຕ່າງ ດ້າວ, ຕົວແທນຊາວຈີນຕ່າງດ້າວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ສີລິລາດທົງ ສິນ ທອງເພັງ ປະທານຄະນະກຳ ມະການປົກຄອງນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ: 65 ປີຜ່ານ ນັບຕັ້ງແຕ່ການສ້າງຕັ້ງ, ເຂົ້າຮ່ວມ ຢ່າງຕັ້ງໜ້າໃນອຸດົມການມິດຕະ ພາບ ລາວ-ຈີນ. ພວກເຮົາໄດ້ເປັນ ສັກຂີພິຍານ ແລະ ມີສ່ວນຮ່ວມໃນ ການພັດທະນາ ໃນການຮ່ວມມື ດ້ານເສດຖະກິດ-ການຄ້າລະຫວ່າງ ລາວ-ຈີນ ຢ່າງຕັ້ງໜ້າ, ສົ່ງເສີມ ການດຳເນີນງານທີ່ຖືກຕ້ອງຕາມ ກົດໝາຍ ແລະ ສອດຄ່ອງກັບລະ ບຽບກົດໝາຍຂອງວິສາຫະກິດຈີນ ໃນລາວ, ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງລາວ ໃນດ້ານຕ່າງໆ. ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການຄ້າ ຊາວຈີນ ຕ່າງດ້າວ ປະຈຳລາວ, ທັງເປັນປະ ທານສະມາຄົມຈີນ ປະຈຳລາວ ໄດ້ ໃຫ້ຮູ້ວ່າ: ຊາວຈີນຕ່າງດ້າວຫລາຍ ຮຸ່ນ ໄດ້ຕັ້ງຫລັກປັກຖານໃນຜືນ ແຜ່ນດິນລາວ, ຮ່ວມທຸກຮ່ວມສຸກ ກັບປະຊາຊົນລາວ ນັບຕັ້ງແຕ່ການ ບຸກເບີກທຸລະກິດ ຢ່າງລຳບາກໃນ ເບື້ອງຕົ້ນ ຈົນຮອດການພັດທະນາ ຢ່າງຮອບດ້ານໃນປັດຈຸບັນ ເຊັ່ນ: ການຄ້າ, ອຸດສາຫະກຳ, ການບໍລິ ການ, ວັດທະນະທຳ, ການສຶກສາ ແລະ ອື່ນໆ. ຊາວຈີນຕ່າງດ້າວ ໄດ້ ອຸທິດກຳລັງແຮງເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດສັງຄົມລາວ ດ້ວຍຄວາມດຸໝັ່ນຂະ ຫຍັນພຽນ ແລະ ຮັດແໜ້ນສາຍພົວ ພັນອັນເປັນມິດຕະພາບ ທີ່ເລິກເຊິ່ງ ກັບປະຊາຊົນລາວ ໂດຍຜ່ານການ ຈັດຕັ້ງປະຕິບັດຕົວຈິງ. ມິດຕະພາບ ນີ້, ສະແດງອອກເຖິງຄວາມມີຊີວິດ ຊີວາ ແລະ ອົບອຸ່ນທີ່ສຸດຂອງມິດ ຕະພາບ ລາວ-ຈີນ ທີ່ເປັນມູນເຊື້ອ ມາແຕ່ບູຮານນະການ. ລະບົບອາຫານຂອງ ສປປ ລາວ ໂດຍອີງໃສ່ນະໂຍບາຍແຫ່ງຊາດ ແລະ ຂອບການຄຸ້ມຄອງແບບປະ ສົມປະສານໂດຍອີງໃສ່6ແນວທາງ ນະໂຍບາຍ ທີ່ ສປປ ລາວ ກໍາລັງ ຈັດຕັ້ງປະຕິບັດ ຄື: ຄວາມສອດ ຄ່ອງຂອງນະໂຍບາຍ ໂດຍຜ່ານຍຸດ ທະສາດພັດທະນາກະສິກຳ ແລະ ແຜນດຳເນີນງານລະບົບອາຫານ ແຫ່ງຊາດ ປີ 2025-2030; ການ ເສີມສ້າງຄວາມທົນທານຕໍ່ກັບການ ປ່ຽນແປງຂອງສະພາບດິນຟ້າອາ ກາດ ເຂົ້າໃນການວາງແຜນ ແລະ ການລົງທຶນ ລວມທັງການສະໜັບ ສະໜູນຈາກອົງການອາຫານ ແລະ ການກະເສດ (FAO) ຜ່ານໂຄງ ການພັດທະນາລະບົບການປັບປຸງ ສະພາບດິນຟ້າອາກາດສຳລັບກະ ສິກຳ (LaCSA); ການເຊື່ອມ ສານຜະລິດຕະພັນກະສິກຳແບບ ຄົບວົງຈອນ ພ້ອມທັງ, ການຊອກ ຫາແຫລ່ງຊື້-ຂາຍສິນຄ້າກະສິກຳ ໂດຍເນັ້ນໃສ່ເຂດຕາມແນວທາງ ລົດໄຟລາວ-ຈີນ; ການເຂົ້າເຖິງ ໂພຊະນາການໂດຍການຊຸກຍູ້ກະສິ ກໍາທີ່ມີຄວາມຫລາກຫລາຍ; ການ ຄຸ້ມຄອງຕະຫລາດ ແລະ ມາດຕະ ຖານສິນຄ້າ ເພື່ອຮັບປະກັນການ ຜະລິດສິນຄ້າກະສິກຳແບບຍືນຍົງ; ການເຊື່ອມໂຍງນະໂຍບາຍດ້ານ ພະລັງງານ ແລະ ລະບົບອາຫານ ເພື່ອຫລຸດຜ່ອນການເພິ່ງພາການ ນຳເຂົ້ານ້ຳມັນເຊື້ອໄຟ. ກອງປະຊຸມໃນຄັ້ງນີ້, ໄດ້ຮັບຮອງ ໃຫ້ ສປປ ລາວ ເປັນເຈົ້າພາບໃນ ການຈັດກອງປະຊຸມອົງການອາ ຫານ ແລະ ການກະເສດພາກພື້ນອາ ຊີ-ປາຊີຟິກ ຄັ້ງທີ 39 ໃນປີ 2028. ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຜູ້ແທນລາວ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມອບ-ຮັບ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປຸກລະດົມ, ຊຸກຍູ້ຂະບວນການວຽກ ງານວິຊາສະເພາະ, ເອົາໃຈໃສ່ປັບ ປຸງການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມ ແຂງຮອບດ້ານ; ການສັບຊ້ອນ, ຈັດ ວາງລັດຖະກອນ ໃຫ້ຖືກຕາມຕຳ ແໜ່ງງານ, ພອນສະຫວັນ, ຄວາມ ຮູ້ຄວາມສາມາດຂອງແຕ່ລະສະ ຫາຍ, ເອົາໃຈໃສ່ເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍໃນ ຄະນະ ກໍຄື ພາຍໃນກົມ ເພື່ອຮັບປະ ກັນຄວາມເປັນເອກະພາບທາງ ດ້ານແນວຄິດ ໃນການຈັດຕັ້ງປະຕິ ບັດໜ້າທີ່ການເມືອງ ກໍຄື ການເປັນ ເສນາທິການຮັບໃຊ້ຂັ້ນເທິງໃຫ້ມີ ຄຸນນະພາບ ແລະ ມີຜົນສໍາເລັດ ຕາມການມອບໝາຍ. ໃນໂອກາດນີ້, ສະຫາຍ ຜາຄໍາ ອິນແສງ ກໍໄດ້ເນັ້ນບາງບັນຫາ ໃຫ້ ຫົວໜ້າກົມຜູ້ທີ່ຮັບໜ້າທີ່ໃໝ່ຈົ່ງເພີ່ມ ທະວີຄວາມຮັບຜິດຊອບໜ້າທີ່ການ ເມືອງ, ເປັນແບບຢ່າງທີ່ດີຂອງ ພະນັກງານນໍາພາ-ຄຸ້ມຄອງ, ປັບ ປຸງແບບແຜນວິທີເຮັດວຽກ, ກົນໄກ ປະສານງານ. ພ້ອມທັງ, ສືບຕໍ່ເອົາ ໃຈໃສ່ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກ ງານ-ລັດຖະກອນ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນເປັນກົກ ເພື່ອ ໃຫ້ກຳແໜ້ນແນວທາງຂອງພັກ, ນະໂຍບາຍຂອງລັດ ທັງເປັນການ ຂປລ. ສູນວັດທະນະທໍາຈີນ ປະ ຈໍາ ສປປ ລາວ ຈັດງານໂຄສະນາ ຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026 ພາຍໃຕ້ຫົວຂໍ້ “ຊິ່ນຈ່ຽງເປັນດິນ ແດນທີ່ສວຍງາມ” ໃນວັນທີ 24 ເມສາ 2026 ຜ່ານມາ ຢູ່ສູນວັດທະ ນະທໍາຈີນປະຈໍາລາວ ໂດຍມີ ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການ ທ່ອງທ່ຽວ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ມະນີສາຄອນ ທໍາ ມະວົງໄຊ ໄດ້ກ່າວວ່າ: ປະເທດຈີນ ມີແຫລ່ງທ່ອງທ່ຽວຄຸນນະພາບລະ ດັບໂລກຈຳນວນຫລາຍ ເປັນຈຸດ ໝາຍປາຍທາງທີ່ນັກທ່ອງທ່ຽວທົ່ວ ໂລກປາຖະໜາຢາກໄປເຖິງ ຊຶ່ງປະ ເທດລາວ ກໍມີທັດສະນີຍະພາບທາງ ທຳມະຊາດທີ່ສວຍງາມ ແລະ ອຸດົມ ສົມບູນ, ພ້ອມທັງມີຊັບພະຍາກອນ ການທ່ອງທ່ຽວແບບທຳມະຊາດ ທີ່ ຍັງຄົງຮັກສາຂະນົບທຳນຽມ ແລະ ວິຖີຊີວິດອັນດີງາມຂອງຊົນເຜົ່າ ຕ່າງໆໄວ້ໄດ້ຢ່າງຄົບຖ້ວນ. ການ ແລກປ່ຽນດ້ານການທ່ອງທ່ຽວລະ ຫວ່າງລາວ-ຈີນມີຄວາມໃກ້ຊິດກັນ ຫລາຍຂຶ້ນ. ໃນປີ 2025 ນັກທ່ອງ ທ່ຽວຈີນ ໄດ້ກາຍເປັນແຫລ່ງນັກ ທ່ອງທ່ຽວສາກົນອັນດັບທີ 2 ຂອງ ລາວ. ຫວັງວ່າງານໂຄສະນາໃນຄັ້ງ ນີ້, ຈະຊ່ວຍສົ່ງເສີມການແລກປ່ຽນ ດ້ານວັດທະນະທໍາ ແລະ ການທ່ອງ ທ່ຽວລະຫວ່າງສອງປະເທດໃຫ້ ເພີ່ມທະວີຂຶ້ນອີກໃນອະນາຄົດ. ທ່ານ ນາງ ສາຍຊິນ ຮອງຫົວ ໜ້າພະແນກໂຄສະນາການທ່ອງ ທ່ຽວ ແລະ ການແລກປ່ຽນສາກົນ, ພະແນກວັດທະນະທໍາ ແລະ ການ ທ່ອງທ່ຽວ ເຂດປົກຄອງຕົນເອງ ເຜົ່າເຫວິ້ຍອູເອີ ຊິ່ນຈ່ຽງ ໄດ້ນໍາສະ ເໜີຢ່າງລະອຽດ ກ່ຽວກັບວັດທະ ນະທໍາ-ພູມສາດ, ຊັບພະຍາກອນ ການທ່ອງທ່ຽວ ແລະ ຄວາມພ້ອມ ດ້ານການຮອງຮັບນັກທ່ອງທ່ຽວ lq j 'glu ,dkoc]dxj Pofh ko;a fmtotme c]t dkomj v'mj P; ]k;{9u o ຂອງຊິ່ນຈ່ຽງ. ຊິ່ນຈ່ຽງ ຈະສືບຕໍ່ໃຫ້ ບໍລິການທ່ອງທ່ຽວທີ່ມີຄຸນນະພາບ ສູງ ຕໍ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈາກທົ່ວທຸກ ມຸມໂລກ ດ້ວຍສິ່ງອຳນວຍຄວາມ ສະດວກທີ່ຄົບວົງຈອນ. ໂອກາດນີ້, ຕົວແທນ 6 ບໍລິສັດ ທ່ອງທ່ຽວຈາກຊິ່ນຈ່ຽງ ໄດ້ນໍາສະ ເໜີກ່ຽວກັບເສັ້ນທາງທ່ອງທ່ຽວ ຄຸນນະພາບຫລັກ ແລະ ຈຸດເດັ່ນ ການບໍລິການຂອງແຕ່ລະບໍລິສັດ ຂອງຕົນ ພ້ອມທັງສະແດງອອກ ເຖິງຄວາມຕັ້ງໃຈໃນການເສີມສ້າງ ການຮ່ວມມືກັບຫົວໜ່ວຍສະມາຊິກ ຕ່າງໆ ຂອງສະມາຄົມທ່ອງທ່ຽວ ລາວ ເພື່ອຮ່ວມກັນຜັກດັນ ແລະ ພັດ ທະນາອຸດສາຫະກຳການທ່ອງ ທ່ຽວຂອງທັງສອງຝ່າຍໃຫ້ເຕີບໂຕ ຍິ່ງຂຶ້ນ. ພ້ອມນີ້, ພະນັກງານຈາກ ບໍລິສັດການບິນ China Eastern Airlines ນະຄອນຫລວງວຽງຈັນ ໄດ້ນໍາສະເໜີກ່ຽວກັບສະພາບການ ດໍາເນີນງານ ແລະ ການບໍລິການຈຸດ ເດັ່ນຂອງສາຍການບິນ ໂດຍເນັ້ນ ເປັນພິເສດໃນການບໍລິການຕໍ່ຖ້ຽວ ບິນທັງພາຍໃນ ແລະ ລະຫວ່າງປະ ເທດ, ຜູ້ຮັບຜິດຊອບກ່າວວ່າ ສາຍ ການບິນດັ່ງກ່າວ ມີການດຳເນີນ ຖ້ຽວບິນຈຳນວນຫລາຍພາຍໃນ ປະເທດຈີນ ແລະ ລະ ຫວ່າງລາວຈີນ ຊຶ່ງສາມາດສະໜອງການເດີນ ທາງຕໍ່ເຄື່ອງໄປຍັງຊິ່ນຈ່ຽງ ໄດ້ ຢ່າງສະດວກ ແລະ ເປັນແຮງສະ ໜັບສະໜູນທີ່ສຳຄັນ ໃຫ້ນັກທ່ອງ ທ່ຽວທີ່ຕ້ອງການໄປທ່ອງທ່ຽວ ຊິ່ນຈ່ຽງ. ຂ່າວ: ພູວັນ ມາ, ສາຍພົວພັນມິດຕະພາບສອງ ຊາດ ລາວ-ຈີນ ໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ສອງຊາດລາວຈີນ ຕ່າງກໍມີຄວາມເຊື່ອໝັ້ນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ ໂດຍສະ ເພາະໃນໄລຍະຜ່ານມາ, ນະຄອນ ຫລວງວຽງຈັນ ໄດ້ເສີມຂະຫຍາຍ ສາຍພົວພັນການຮ່ວມມືແບບເພື່ອນ ມິດຍຸດທະສາດຮອບດ້ານກັບ ສປ ຈີນ ໄດ້ຢ່າງກວ້າງຂວາງ ແລະ ເຂົ້າ ສູ່ລ່ວງເລິກ, ສາມາດເສີມຂະຫຍາຍ ສາຍພົວພັນ ແລະ ຮ່ວມມື ໂດຍໄດ້ ເຊັນສັນຍາຮ່ວມມື ກັບ 35 ພາກ ສ່ວນ ຂອງ ສປ ຈີນ ຄື: 1 ນະຄອນ ຫລວງປັກກິ່ງ, 13 ແຂວງ, 16 ນະ ຄອນແລະ4 ເມືອງ, 1ເຂດປົກຄອງ ຕົນເອງ(12ພັນນາ).ດ້ານການຄ້າ ແລະ ເສດຖະກິດ ຢູ່ນະຄອນຫລວງ ວຽງຈັນ ມີ 6.311 ຫົວໜ່ວຍ, ເປັນ ທຶນຈົດທະບຽນເຖິງ12.800ຕື້ກວ່າ ກີບ ແລະ ຍັງມີ 2 ເຂດເສດຖະກິດ ພິເສດໃຫຍ່ຄື: ເຂດເສດຖະກິດພິເສດ ບຶງທາດຫລວງ ທີ່ມີທຶນຈົດທະບຽນ 160 ຕື້ກີບ ແລະ ເຂດພັດທະນາ ກວມລວມໄຊເສດຖາທີ່ມີທຶນຈົດທະ ບຽນ 128 ລ້ານໂດລາສະຫະລັດ, ທັງ 2 ເຂດດັ່ງກ່າວ, ແມ່ນສາມາດ ສ້າງລາຍຮັບໃຫ້ນະຄອນຫລວງ ວຽງຈັນ ຊຶ່ງເປັນທ່າແຮງໃນການ ຜັກດັນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ ຂອງນະຄອນ ຫລວງວຽງຈັນ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນີ້, ການແລກປ່ຽນດ້ານວັດທະນະທຳ ແລະ ປະຊາຊົນກໍ່ມີຄວາມສະໜິດ ແໜ້ນກວ່າເກົ່າ ຊຶ່ງໄດ້ກາຍເປັນຕົວ ແບບອັນດີງາມ ໃນການຮ່ວມກັນ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”. ທ່ານ ເຊີນ ສວາຍຊິນ ປະທານ ສະພາການຄ້າຈີນ ປະຈຳລາວ ໄດ້ ກ່າວວ່າ: ໃນຖານະທີ່ເປັນສູນລວມ ຂອງວິສາຫະກິດຈີນໃນລາວ ແລະ ເປັນຂົວຕໍ່ການຮ່ວມມືດ້ານເສດຖະ ກິດ ແລະ ການຄ້າລະຫວ່າງ ລາວຈີນ, ສະພາການຄ້າຈີນ ປະຈຳລາວ ໄດ້ສົ່ງເສີມການຮ່ວມມື ແລະ ສະ ແຫວງຫາການພັດທະນາຮ່ວມກັນ
RkJQdWJsaXNoZXIy MTc3MTYxMQ==