28.4.2026

@ 0j k; c]t gsfdko j 28/04/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສະແດງສິລະປະ...ິ ນາຍົກລັດຖະມົນຕີ...ົັົີ ພາຍໃຕ້ຫົວຂໍ້ “ມິດຕະພາບອັນເລິກ ເຊິ່ງຂອງແມ່ນ້ຳລ້ານຊ້າງແມ່ນ້ຳ ຂອງ ຮ່ວມກັນກ້າວໄປສູ່ຄວາມຈະ ເລີນຮຸ່ງເຮືອງ” ໃນວັນທີ 25 ເມສາ 2026 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ລາວ, ມີບັນດາການນຳ ພັກ-ລັດ, ພະນັກງານ-ລັດຖະກອນ, ນັກຮຽນນັກສຶກສາ ແລະ ພາກສ່ວນກ່ຽວ ຂ້ອງທັງລາວ ແລະ ຈີນ ເຂົ້າຮ່ວມ. ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: ປີ 2026 ເປັນ ປີທີ່ມີຄວາມໝາຍທາງປະຫວັດ ສາດອີກປີໜຶ່ງ ທີ່ພວກເຮົາໄດ້ຮ່ວມ ກັນຄວາມສະເຫລີມສະຫລອງ ວັນ ສ້າງຕັ້ງສາຍພົວພັນການທູດ ລາວຈີນຄົບຮອບ65ປີ(25/4/196125/4/2026) ແລະ ທັງເປັນປີ ມິດຕະພາບ ລາວ-ຈີນ 2026. ຕະ ຫລອດໄລຍະ 65 ປີ ແຫ່ງການ ຮ່ວມມືຢ່າງໃກ້ຊິດ ແລະ ສະເໝີຕົ້ນ ສະເໝີປາຍ ລະຫວ່າງ ລາວ ແລະ ຈີນ ໄດ້ເຮັດໃຫ້ສາຍພົວພັນມິດຕະ ພາບລະຫວ່າງສອງຊາດ ນັບມື້ນັບ ກວ້າງຂວາງເລິກເຊິ່ງ ດ້ວຍການ ເສີມຂະຫຍາຍມູນເຊື້ອປະຕິວັດອັນ ດີງາມ ແລະ ການຮ່ວມມືຢ່າງຮອບ ດ້ານໃນທຸກຂົງເຂດວຽກງານ, ປະ ກອບສ່ວນຢ່າງແຂງແຮງເຂົ້າໃນ ການເພີ່ມພູນຄູນສ້າງ “ຄູ່ຮ່ວມຊາ ຕາກຳ ລາວ-ຈີນ” ໃຫ້ເປັນຮູບປະ ທໍາຍິ່ງຂຶ້ນ ຕາມທິດ 4 ດີ ຄືການ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ຕະຫລອດໄປ. ທ່ານ ນາງ ສວນສະຫວັນ ວິຍະ ເກດ ຍັງໃຫ້ຮູ້ອີກວ່າ: ພັກ ແລະ ລັດ ຖະບານ ແຫ່ງ ສປປ ລາວ ຖືສໍາ ຄັນຕໍ່ການຈັດຕັ້ງປະຕິບັດແຜນແມ່ ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກຳ ລາວ-ຈີນ ໂດຍສະເພາະແມ່ນ ການສົ່ງເສີມແລກປ່ຽນດ້ານວັດ ທະນະທຳ ແລະ ການໄປມາຫາສູ່ ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເພື່ອເຮັດໃຫ້ ມູນເຊື້ອການພົວພັນຮ່ວມມື ລາວຈີນ ຢັ່ງຮາກຝັງເລິກໃນຈິດໃຈຂອງ ປະຊາຊົນສອງຊາດ. ງານສະແດງສິລະປະມິດຕະ ພາບ ລາວ-ຈີນ ໃນຄັ້ງນີ້, ເປັນອີກ ໜຶ່ງກິດຈະກໍາທີ່ສໍາຄັນໃນການແລກ ປ່ຽນວັດທະນະທຳຂອງສອງຊາດ ເພື່ອປະກອບສ່ວນໃຫ້ແກ່ການສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວຈີນ 2026 ໃຫ້ແໜ້ນແຟ້ນຍິ່ງ ຂຶ້ນ. ການສະແດງສິລະປະຄັ້ງນີ້, ປະກອບມີຄະນະນັກສະແດງຈາກ ໂຮງລະຄອນສິລະປະຊິ່ນ ຈ່ຽງ ສປ ຈີນ ຮ່ວມກັບຄະນະນັກສະແດງ ຈາກກອງສິລະປະກອນແຫ່ງຊາດ ລາວ ຊຶ່ງມີຫລາຍລາຍການສະແດງ ເປັນຕົ້ນ ບົດຟ້ອນພື້ນເມືອງທີ່ເປັນ ເອກະລັກ, ບົດເພງທີ່ມີເນື້ອໃນສະ ທ້ອນເຖິງມູນເຊື້ອສິລະປະວັດທະ ນະທໍາອັນດີງາມ ລວມທັງບົດຟ້ອນ ທີ່ສັນລະເສີນມູນເຊື້ອຄວາມສາມັກ ຄີມິດຕະພາບແບບຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ກໍຄືການສ້າງຄູ່ຮ່ວມຊາຕາກໍາສັງຄົມ ນິຍົມ ທີ່ມີຄວາມໝາຍຍຸດທະສາດ ສອງຊາດ ລາວ-ຈີນ, ຈີນ-ລາວ. ພາຍໃນງານຍັງມີການວາງ ສະແດງຮູບພາບການທ່ອງທ່ຽວ ຊິນຈ່ຽງ, ວາງສະແດງຜົນງານ ດີເດັ່ນ ຈາກກິດຈະກຳ “ສາຍຕາ ລາວ-ຈີນ” ແລະ ວາງສະແດງຜະ ລິດຕະພັນວັດທະນະທຳ ນາມມະ ທຳ ຊິນ ຈ່ຽງ ຕື່ມອີກ. ຂ່າວ-ພາບ: ທະນູທອງ ກະສິກຳເປັນສິນຄ້າ ແລະ ພົບປະ ໂອ້ລົມປະຊາຊົນ ຢູ່ບ້ານໜອງງາ ເມືອງມູນລະປາໂມກ ແຂວງຈຳ ປາສັກ. ທ່ານ ສອນໄຊ ສີພັນດອນ ພ້ອມ ຄະນະ ໄດ້ເດີນທາງຢ້ຽມຢາມການ ຜະລິດເຂົ້າດ້ວຍເຄື່ອງຈັກທັນສະ ໄໝ ຂອງບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ ໄຊສົມບູນ. ຈາກນັ້ນ, ທ່ານ ພັນເອກ ສີສະຫງວນ ຜູ້ ບໍລິຫານບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ ໄຊສົມບູນ ກໍໄດ້ລາຍ ງານຜົນສຳເລັດຂອງໂຄງການພັດ ທະນາທົ່ງນາ 600 ເຮັກຕາ ຢູ່ບ້ານ ປາໂມກ ໂດຍນໍາໃຊ້ທຶນ 10 ລ້ານ ກວ່າໂດລາສະຫະລັດ ເຂົ້າໃນການ ສ້າງລະບົບຊົນລະປະທານ ແລະ ນຳໃຊ້ເຄື່ອງຈັກທັນສະໄໝຄົບວົງ ຈອນ ເຊັ່ນ: ໂດຣນຫວ່ານປຸ໋ຍ, ລົດ ດຳນາ ແລະ ໂຮງສີທັນສະໄໝ ທີ່ ສາມາດຜະລິດເຂົ້າສານໄດ້ 40 ໂຕນຕໍ່ວັນ ເພື່ອຕອບສະໜອງໃຫ້ ແກ່ກົມກອງທະຫານ ແລະ ສັງຄົມ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍວິໄສທັດຂອງບໍລິສັດ ທີ່ ສາມາດຫັນປ່ຽນເນື້ອທີ່ທີ່ເຄີຍຖືກ ນ້ຳຖ້ວມ ໃຫ້ກາຍເປັນທົ່ງນາການ ຜະລິດທີ່ເຂັ້ມແຂງ, ພ້ອມທັງ, ຊີ້ນຳ ໃຫ້ບໍລິສັດສືບຕໍ່ຂະຫຍາຍເນື້ອທີ່ໃຫ້ ໄດ້ 1.000 ເຮັກຕາ ໃນປີ 2030 ແລະ ເປັນຫົວຈັກຫລັກແຫລ່ງໃນ ການຖ່າຍທອດເຕັກນິກ, ພ້ອມ ທັງຮັບຊື້ຜົນຜະລິດຈາກປະຊາຊົນ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ ດີຂຶ້ນ. ຫລັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ພົບປະໂອ້ລົມກັບ ອຳນາດການປົກຄອງຕາແສງ ແລະ ປະຊາຊົນບ້ານໜອງງາ ໂດຍ ໄດ້ໃຫ້ເນັ້ນໃຫ້ອົງການປົກຄອງ ຕາແສງ ສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ປະຊາຊົນເປັນ ເຈົ້າການໃນການພັດທະນາ, ຍົກ ສູງຈິດໃຈເອກະລາດ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ (ສອຈ); ຊຸກຍູ້ການຜະ ລິດເປັນສິນຄ້າຕາມທິດ “ສາມ ສ້າງ” ໂດຍອີງໃສ່ທ່າແຮງຂອງ ທ້ອງຖິ່ນ ເຊັ່ນ: ການປູກມັນຕົ້ນ ແລະ ຫັດຖະກຳສານສາດເຕີຍ; ສົ່ງ ເສີມດ້ານການສຶກສາໃຫ້ລູກຫລານ ໄດ້ເຂົ້າຮຽນວິຊາອາຊີບ ເພື່ອມາ ພັດທະນາບ້ານເກີດ; ສ່ວນດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃຫ້ປັບປຸງກຳລັງກອງຫລອນ ແລະ ປ້ອງກັນຄວາມສະຫງົບຂັ້ນ ບ້ານໃຫ້ໜັກແໜ້ນ ເພື່ອສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ. ຕອນທ້າຍ, ທ່ານ ສອນໄຊ ສີພັນ ດອນ ກໍໄດ້ມອບເຄື່ອງອຸປະໂພກບໍລິໂພກ ແລະ ງົບປະມານຈຳນວນ ໜຶ່ງ ໃຫ້ແກ່ອຳນາດການປົກຄອງ ຕາແສງ ແລະ ກອງພັນ 24 ເພື່ອ ນໍາໃຊ້ເຂົ້າໃນວຽກງານລວມ ແລະ ປັບປຸງຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ແລະ ປະຊາຊົນ ໃຫ້ດີຂຶ້ນ. ຂ່າວ-ພາບ: ມຸກດາວັນ ວາງພວງມາລາ... ປະທານ ສຸພານຸວົງ ແລະ ຫໍພິພິທະ ພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນແນວລາວ ສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ ຈະໄຂຂຶ້ນໃນລະຫວ່າງວັນທີ 2829 ເມສາ ນີ້. ການວາງພວງມາລາ ແລະ ວາງກະຕ່າດອກໄມ້ດັ່ງກ່າວ, ເພື່ອ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມ ຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະ ອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດາ ນັກຮົບປະຕິວັດຂອງລາວທີ່ໄດ້ເສຍ ສະລະຊີວິດ, ເລືອດເນື້ອເພື່ອພາລະ ກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ປະຊາຊົນປະຕິວັດລາວ, ພ້ອມກັນ ນັ້ນກໍເພື່ອສະແດງຄວາມເຄົາລົບ ຮັກ, ລະນຶກເຖິງຄຸນງາມຄວາມດີ ອັນປະເສີດຂອງປະທານ ສຸພານຸວົງ ແລະ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ຄວາມຮູ້ຄວາມ ສາມາດຂອງຕົນເຂົ້າໃນພາລະກິດ ປົດປ່ອຍຊາດ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຂ່າວ: ກິດຕາ ພາບ: ວຽງຈັນເສດຖະກິດ-ສັງຄົມ ປະກາດສ້າງຕັ້ງ...້ັ້ ຂປລ. ພິທີປະກາດສ້າງຕັ້ງສະ ມາຄົມນັກສຶກສາ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ປະຈຳ ສປປ ລາວ ຈັດຂຶ້ນໃນວັນທີ 24 ເມສາ 2026 ຢູ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ວັນໄຊ ຕະວິນຍານ ອະດີດ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ອະດີດຜູ້ອຳນວຍ ການໃຫຍ່ໜັງສືພິມປະຊາຊົນ, ມີຜູ້ ຕາງໜ້າຈາກວິສາຫະກິດ, ອະດີດ ນັກສຶກສາ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ກາວ ຊິ່ງວີ່ (Gao Xingyu) ຮອງອະທິການບໍດີມະ ຫາວິທະຍາໄລ ຊົນເຜົ່າກວາງຊີ ໄດ້ ກ່າວວ່າ: ການສ້າງຕັ້ງສະມາຄົມ ນັກສຶກສາ ມະຫາວິທະຍາໄລຊົນ ເຜົ່າກວາງຊີ ປະຈຳລາວ ແມ່ນເຫດ ການທີ່ສຳຄັນ ແລະ ເປັນຂີດໝາຍ ແຫ່ງຄວາມປິຕິຊົມຊື່ນຂອງອະດີດ ນັກສຶກສາທຸກຄົນທີ່ຢູ່ລາວ, ທັງ ແມ່ນຂີດໝາຍອັນສຳຄັນໃນວຽກ ງານພົວພັນອະດີດນັກສຶກສາຢູ່ຕ່າງ ປະເທດຂອງມະຫາວິທະຍາໄລ, ທັງ ຈະເປັນຂົວຕໍ່ ເພື່ອເຕົ້າໂຮມຄວາມ ສາມັກຄີ, ເຊື່ອມໂຍງໄມຕີຈິດມິດຕະ ພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຮ່ວມກັນພັດທະນາ, ພ້ອມທັງ ສືບທອດ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງມະຫາວິທະຍາ ໄລ ໃຫ້ດີຂຶ້ນຕະຫລອດໄປ. ມະຫາ ວິທະຍາໄລ ຊົນເຜົ່າກວາງຊີ ຈະ ຮ່ວມແຮງຮ່ວມໃຈ ແລະ ມີສາຍ ເລືອດຜູກພັນກັບບັນດາອະດີດນັກ ສຶກສາທຸກຄົນຕະຫລອດໄປ. ທ່ານ ກາວ ຊິ່ງວີ່ ຍັງໄດ້ກ່າວ ອີກວ່າ: ມະຫາວິທະຍາໄລ ຊົນເຜົ່າ ກວາງຊີ ສ້າງຕັ້ງຂຶ້ນໃນປີ 1952, ປັດຈຸບັນມີ3ວິທະຍາເຂດ, ເນື້ອທີ່ປະ ມານ 240 ເຮັກຕາ, ມີພະນັກງານ ຄູ-ອາຈານ 2.500 ກວ່າຄົນ, ມີ 26 ຄະນະວິຊາ, ກວມເອົາ 11 ຂະ ແໜງການສຶກສາແລະມີລະບົບການ ບຳລຸງສ້າງບຸກຄະລາກອນທີ່ສົມ ບູນທັງລະດັບປະລິນຍາຕີ, ໂທ ແລະ ເອກ. ປັດຈຸບັນ, ມະຫາວິທະຍາໄລ ຊົນເຜົ່າກວາງຊີ ໄດ້ສ້າງສາຍພົວ ພັນຮ່ວມມືແລະແລກປ່ຽນຕົວຈິງກັບ ມະຫາວິທະຍາໄລ ແລະ ສະຖາບັນ 202 ແຫ່ງ ໃນ 26 ປະເທດ ແລະ ເຂດແຄວ້ນ, ໄດ້ຮັບນັກສຶກສາຕ່າງ ປະເທດສະສົມທັງໝົດ 27.000 ກວ່າຄົນ ຈາກ 87 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ສົ່ງນັກສຶກສາ ໄປສຶກສາຕໍ່ຕ່າງປະເທດເກືອບ 20.000 ຄົນ. ນັບແຕ່ປີ 2002 ມະຫາວິທະຍາໄລຊົນເຜົ່າກວາງ ຊີ ໄດ້ເລີ່ມຮັບນັກສຶກສາແລກປ່ຽນ ຈາກມະຫາວິທະຍາໄລແຫ່ງຊາດ ລາວ ເປັນຕົ້ນມາ ແລະ ໄດ້ຮັບ ນັກສຶກສາລາວ ມາສຶກສາແລ້ວ 5.200 ກວ່າຄົນ. ທ່ານ ນາງ ເຊຢິງ (Xie Ying) ປະທານສະມາຄົມນັກສຶກສາມະຫາ ວິທະຍາໄລ ຊົນເຜົ່າກວາງຊີ ປະຈຳ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ ທຸກພາກສ່ວນກ່ຽວຂ້ອງ ທີ່ມີຄວາມ ໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນ ປະທານສະມາຄົມ ເປັນຄົນທຳອິດ, ພ້ອມທັງຢືນຢັນວ່າ ຈະພ້ອມກັບ ຄະນະບໍລິຫານງານສະມາຄົມທຸກ ຄົນ ຕັ້ງໜ້າປະຕິບັດໜ້າທີ່ຢ່າງສຸດ ຄວາມສາມາດ ແລະ ທຸ່ມເທເຫື່ອ ແຮງທັງໝົດ ເພື່ອສ້າງສາ ແລະ ພັດທະນາສະມາຄົມນັກສຶກສາ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ປະຈຳ ລາວ ໃຫ້ດີຂຶ້ນເລື້ອຍໆ ເພື່ອບໍ່ ໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈຂອງ ມະຫາວິທະຍາໄລ ແລະ ຈະນຳ ໃຊ້ໄມຕີຈິດມິດຕະພາບ ເປັນສາຍ ໃຍ ເພື່ອເຕົ້າໂຮມກຳລັງແຮງຂອງ ອະດີດນັກສຶກສາ ໂດຍຈະຍຶດໝັ້ນ ໃນຈຸດປະສົງ “ພົວພັນອະດີດນັກ ສຶກສາ, ຮັບໃຊ້ອະດີດນັກສຶກສາ, ເຕົ້າໂຮມອະດີດນັກສຶກສາ”, ສ້າງ ຊ່ອງທາງການສື່ສານໃຫ້ສະດວກ ແລະ ສ້າງເວທີແຫ່ງການຮ່ວມມື ເພື່ອເຮັດໃຫ້ອະດີດນັກສຶກສາທຸກໆ ທ່ານທີ່ຢູ່ ສປປ ລາວ ມີຄວາມຮູ້ສຶກ ອົບອຸ່ນຄືຢູ່ບ້ານຂອງຕົນເອງ ແລະ ມີຄວາມພາກພູມໃຈ, ຮ່ວມແຮງ ຮ່ວມໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ກ້າວເດີນ ໄປພ້ອມໆກັນ, ເຮັດໃຫ້ສະມາຄົມ ນັກສຶກສາກາຍເປັນບ້ານອັນອົບອຸ່ນ ໃຫ້ແກ່ທຸກໆທ່ານ ໃນເວລາດຳລົງ ຊີວິດຢູ່ຕ່າງປະເທດ. ພ້ອມທັງ ຈະ ຖືເອົາການບໍລິການເປັນຈິດສຳນຶກ ເບື້ອງຕົ້ນ ເພື່ອເຊື່ອມໂຍງລະຫວ່າງ ມະຫາວິທະຍາໄລ ກັບ ສປປ ລາວ ໂດຍຈະເສີມຂະຫຍາຍບົດບາດ ການເປັນຂົວຕໍ່ຢ່າງຕັ້ງໜ້າ, ສົ່ງຕໍ່ ຂ່າວດີແຫ່ງການພັດທະນາຂອງ ມະຫາວິທະຍາໄລໃຫ້ທັນການ, ສະ ທ້ອນສຽງເວົ້າຂອງອະດີດນັກ ສຶກສາ, ຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງມະຫາວິທະຍາໄລ ກັບ ສປປ ລາວ ໃນຂະແໜງການສຶກ ສາ, ວັດທະນະທຳ, ເສດຖະກິດການຄ້າ ແລະ ອື່ນໆ, ເພື່ອຊ່ວຍຊຸກ ຍູ້ການສຶກສາແບບສາກົນຂອງ ມະຫາວິທະຍາໄລ ແລະ ປະກອບ ສ່ວນເຂົ້າໃນການພັດທະນາທຸກຂະ ແໜງການຢູ່ ສປປ ລາວ. ຂ່າວ: ທະນູທອງ ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==