7258

21/04/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າ‹ໜ້າ ຕໍ່າ‹ໜ້າ m6 f]k;g0Q kIj ;,ry mu ]tob d;a olY ort-q o g9Q kpy '3pj pI;k ik-tmy fk]k; muj c0;'oy '[yj ' 75 o'k,7;k,fu muj gxa ovt,t8t0v'ltskp dy , vy o -5 ' xtmkoxtgmf 8ts]vfdko0v' lxx gdq ks]u ໃນວັນທີ 15 ເມສາ ຂອງ ທຸກໆປີ, ປະຊາຊົນເກົາຫລີ ສະ ເຫລີມສະຫລອງວັນເກີດຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ຢ່າງສະຫງ່າງາມ. ເນື່ອງ ໃນໂອກາດວັນເກີດຂອງສະຫາຍ ກິມ ອິນ ຊຸງ ຄົບຮອບ 114 ປີ, ພວກຂ້າພະເຈົ້າຈະໄດ້ທົບທວນ ຄືນຄຸນງາມຄວາມດີທີ່ອະມະຕະຍິ່ງໃຫຍ່ທີ່ສະຫາຍໄດ້ອຸທິດທຸກກໍາ ລັງແຮງໃນຊີວິດຂອງຕົນ. ປະເທດເກົາຫລີ ທີ່ມີປະຫວັດ ສາດອັນຍາວນານຫລາຍກວ່າ 5 ພັນປີ ແລະ ວັດທະນະທຳທີ່ ສະຫງ່າງາມໄດ້ຄ່ອຍໆເຊື່ອມໂຊມ ລົງໃນກຳລັງແຫ່ງຊາດ ຍ້ອນ ນະໂຍບາຍແບບປະຈົບປະແຈງ ແລະ ການເພິ່ງພາອາໄສກຳລັງ ພາຍນອກຂອງລາຊະວົງສັກດີ ນາຈໍຊອນທີ່ມີອໍານາດ ແລະ ຖືກ ຫລຸດລົງເປັນດັ່ງສະໜາມແຂ່ງຂັນ ຂອງບັນດາປະເທດມະຫາອໍາ ນາດເພື່ອສ້າງອິດທິພົນ. ສຸດທ້າຍ ກໍ່ຕົກຢູ່ພາຍໃຕ້ອໍານາດການຢຶດ ຄອງທາງດ້ານທະຫານຂອງຈັກ ກະພັດຕ່າງດ້າວນັບແຕ່ປີ 1905. ສະຫາຍ ກິມ ອິນ ຊຸງ ແມ່ນ ຜູ້ນໍາທີ່ຍິ່ງໃຫຍ່ທີ່ໄດ້ກອບກູ້ຊົນ ຊາດເກົາຫລີ ຫລຸດພົ້ນອອກຈາກ ຊາຕາກໍາໂສກເສົ້າຂອງປະເທດ ທີ່ຖືກທຳລາຍ. ສະຫາຍ ກິມ ອິນ ຊຸງ ເກີດເມື່ອ ວັນທີ 15 ເດືອນເມສາ ປີ 1912 ທີ່ບ້ານມັນກຽງແດ, ນະຄອນ ຫລວງພຽງຢາງ ແລະ ກ້າວເຂົ້າ ສູ່ເສັ້ນທາງແຫ່ງການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດຊາດ ແຕ່ ອາຍຸຍັງໜຸ່ມນ້ອຍໃນໄວ 10 ປາຍປີ. ໃນໄລຍະຂອງການຊອກ ຫາເສັ້ນທາງແຫ່ງການປະຕິວັດ ເກົາຫລີ, ສະຫາຍໄດ້ສ້າງແນວ ຄິດຈຸເຊ ແລະ ໄດ້ນຳພາການ ຕໍ່ສູ້ປະຕິວັດຕໍ່ຕ້ານຈັກກະພັດ ຕ່າງດ້າວເປັນເວລາເຖິງສອງ ທົດສະວັດພາຍໃຕ້ຄັນທຸງຂອງ ແນວທາງດັ່ງກ່າວ, ໃນທີ່ສຸດກໍ ໄດ້ເກີດມີເຫດການປະຫວັດສາດ ແຫ່ງການປົດປ່ອຍປະເທດຊາດ ໃນວັນທີ 15 ສິງຫາ ປີ 1945. ພາຍຫລັງກັບຄືນສູ່ບ້ານເກີດ ເມືອງນອນ, ສະຫາຍໄດ້ສ້າງ ຕັ້ງພັກແຮງງານເກົາຫລີຂຶ້ນໃນ ທັນທີ ແລະ ໄດ້ດຳເນີນການ ປະຕິຮູບປະຊາທິປະໄຕ, ລວມ ທັງການປະຕິຮູບທີ່ດິນ, ການຫັນ ປ່ຽນອຸດສາຫະກຳທີ່ສຳຄັນໃຫ້ ເປັນຂອງລັດ, ການບັງຄັບໃຊ້ ກົດໝາຍວ່າດ້ວຍຄວາມສະເໝີ ພາບທາງເພດ ແລະ ຍັງໄດ້ກໍ່ຕັ້ງ ກອງກຳລັງປະກອບອາວຸດປະຈຳ ການ. ໂດຍອີງໃສ່ຜົນສຳເລັດດັ່ງ ກ່າວ, ສະຫາຍໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນປະຊາ ທິປະໄຕເກົາຫລີໃນວັນທີ9ກັນຍາ 1948 ເຊິ່ງເປັນລັດປະຊາທິປະໄຕ ປະຊາຊົນແຫ່ງທຳອິດໃນພາກ ຕາເວັນອອກ. ສະຫາຍໄດ້ປົກປ້ອງສິດອຳ ນາດອະທິປະໄຕ ແລະ ກຽດ ສັກສີຂອງ ສປປ ເກົາຫລີ ຢ່າງ ມີກຽດໃນສົງຄາມເກົາຫລີ ຕ້ານ ການຮຸກຮານທາງທະຫານຂອງ ຈັກກະພັດຜູ້ຮຸກຮານ ຊຶ່ງເລີ່ມ ແຕ່ປີ 1950 ຈົນເຖິງປີ1953. ສະຫາຍໄດ້ປະຕິບັດການຟື້ນຟູ ຫລັງສົງຄາມ ແລະ ການປະຕິວັດ ສັງຄົມນິຍົມໃນໄລຍະເວລາສັ້ນໆ ແລະ ໄດ້ນຳພາການກໍ່ສ້າງສັງຄົມ ນິຍົມໃນຫລາຍໄລຍະໃຫ້ໄດ້ຮັບ ໄຊຊະນະ. ດັ່ງນັ້ນຈຶ່ງເຮັດໃຫ້ ສປປ ເກົາຫລີ ກາຍເປັນປະເທດ ສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ ທີ່ມີຈິດໃຈເອກະລາດເປັນເຈົ້າ ຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ສະຫາຍຖືວ່າ “ປະຊາຊົນແມ່ນ ພະເຈົ້າຂອງຂ້ອຍ” ຊຶ່ງເປັນຄຳ ຂວັນປະຈໍາຊີວິດຂອງຕົນ ແລະ ການເມືອງທີ່ມີຄວາມເມດຕາ ກາລຸນາຂອງຕົນນັ້ນ ໄດ້ເຮັດໃຫ້ ລະບົບສັງຄົມນິຍົມທີ່ມີປະຊາຊົນ ເປັນໃຈກາງໄດ້ມີຮາກເລິກຢູ່ໃນ ສປປ ເກົາຫລີ. ສະຫາຍໄດ້ໃຫ້ນິຍາມຄວາມ ເປັນເອກະລາດ, ສັນຕິພາບ ແລະ ມິດຕະພາບວ່າເປັນອຸດົມການ ພື້ນຖານຂອງນະໂຍບາຍການ ຕ່າງປະເທດຂອງ ສປປ ເກົາຫລີ ແລະ ເພີ່ມພູນກຽດສັກສີໃນລະດັບ ສາກົນ ຜ່ານການເຄື່ອນໄຫວຕ່າງ ປະເທດທີ່ເຕັມໄປດ້ວຍຄວາມ ຫ້າວຫັນຂອງສະຫາຍ. ສະຫາຍໄດ້ດຳລົງຕຳແໜ່ງ ເປັນປະມຸກຂອງລັດ ເປັນເວລາ ເກືອບເຄິ່ງສະຕະວັດ, ໃນຖານະ ທີ່ເປັນນັກຮົບເກົ່າຂອງການເມືອງ ໂລກ ສະຫາຍໄດ້ເປີດຍຸກສະໄໝ ໃໝ່ແຫ່ງຄວາມເປັນເອກະລາດ ແລະ ໄດ້ປະກອບສ່ວນທີ່ເປັນ ອະມະຕະເຂົ້າໃນການເພີ່ມພູນ ຄູນສ້າງຂະບວນບໍ່ຮ່ວມກຸ່ມ ແລະ ຂະບວນການສັງຄົມນິຍົມ. ສະຫາຍ ກິມ ອິນ ຊຸງ ຜູ້ນຳ ທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໄດ້ມີການພົບປະຫລາຍ ຄັ້ງກັບສະຫາຍ ໄກສອນພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊາຊົນລາວ ແລະ ບັນດາການ ນຳໃນເມື່ອກ່ອນຂອງ ສປປ ລາວ ຊຶ່ງເປັນການປະກອບສ່ວນອັນ ສຳຄັນໃນການເສີມຂະຫຍາຍ ສາຍພົວພັນລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ສປປ ເກົາຫລີ ໄດ້ມອບນາມມະຍົດ ມະຫາຈອມພົນໃຫ້ແກ່ສະຫາຍ ກິມ ອິນ ຊຸງ ເນື່ອງໃນໂອກາດ ວັນເກີດຄົບຮອບ 80 ປີ ຂອງ ສະຫາຍ. ເຖິງແມ່ນວ່າສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ໄດ້ ເສຍຊີວິດໄປແລ້ວໃນວັນທີ 8 ກໍລະກົດ 1994, ແຕ່ສະຫາຍຍັງ ຄົງມີຊີວິດຢູ່ສະເໝີ ພາຍໃນດວງ ໃຈຂອງປະຊາຊົນ ສປປ ເກົາຫລີ ແລະ ໂລກທີ່ກ້າວໜ້າໃນຖານະ ທີ່ເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມ ເກົາຫລີ, ເປັນຜູ້ບຸກເບີກພາລະກິດ ຄວາມເປັນເອກະລາດຂອງມວນ ມະນຸດ, ເປັນປະທານປະເທດຕະ ຫລອດການຂອງ ສປປ ເກົາຫລີ ແລະ ເປັນດວງອາທິດຂອງແນວ ຄິດຈຸເຊ. ແນວຄິດການປະຕິວັດ ແລະ ພາລະກິດເພື່ອເອກະລາດຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳຍິ່ງ ໃຫຍ່ໄດ້ສືບຕໍ່ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ບໍ່ມີການ ປ່ຽນແປງພາຍໃຕ້ການຊີ້ນຳໆ ພາຂອງສະຫາຍ ກິມ ເຈິງ ອິນ ແລະ ສະຫາຍ ກິມ ເຈິງ ອຸນ ຜູ້ນຳ ທີ່ຍິ່ງໃຫຍ່. ຍ້ອນມີ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການ ແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນປະຊາທິປະໄຕເກົາຫລີ, ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງ ຕະຫລອດໄປ ແລະ ແຜນການ ກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມ ແຂງ ແລະ ຈະເລີນຮຸ່ງເຮືອງຂອງ ສະຫາຍຈະໄດ້ຮັບການປະຕິບັດ ຢ່າງແນ່ນອນ. (ເນື່ອງໃນໂອກາດວັນເກີດຂອງສະຫາຍ ກິມ ອິນ ຊຸງ ຄົບຮອບ 114 ປີ 15 04 1912-15 04 2026) PM2,5 ມີຄວາມສ່ຽງສູງ... ລົດເມດ່ວນ #RT... ຂປລ. ຜູ້ທີ່ມີຄວາມສ່ຽງສູງ ຈາກມົນລະພິດທາງອາກາດ ກໍຄື PM2.5 ແມ່ນເດັກນ້ອຍ, ຜູ້ອາຍຸ ສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດ ຫອບຫືດ, ພະຍາດປອດຊໍາເຮື້ອ (C0P%), ອາການພູມແພ້ທາງ ເດີນຫາຍໃຈ, ຄວາມດັນເລືອດ ສູງ, ໄຂມັນໃນເສັ້ນເລືອດ, ພະຍາດ ເບົາຫວານ, ພະຍາດອ້ວນ, ລະບົບ ຫລອດເລືອດຊຸດໂຊມ, ຜູ້ທີ່ເຮັດວຽກ ຫລື ອາໄສຢູ່ເຂດທີ່ມີມົນລະພິດໃນ ລະດັບສູງຢ່າງຕໍ່ເນື່ອງ ກໍອາດຈະໄດ້ ຮັບຜົນກະທົບຮ້າຍແຮງຂຶ້ນ. ສຳລັບດັດຊະນີຄຸນນະພາບ ອາກາດ (A2I) ຈະມີຫລາຍລະ ດັບທີ່ບົ່ງບອກເຖິງມົນລະພິດທາງ ອາກາດ ຊຶ່ງຄວາມອັນຕະລາຍ ແລະ ວິທີປ້ອງກັນຂອງຄົນແຕ່ລະກຸ່ມກໍ ເຊັ່ນດຽວກັນ. ສະເພາະກຸ່ມທີ່ມີຄວາມສ່ຽງສູງ: ຂປລ. ລົດເມດ່ວນ #RT ໄດ້ ເປີດໃຫ້ບໍລິການເພີ່ມຖ້ຽວສັນຈອນ ໃໝ່ ຫລື ເຊື່ອມຕໍ່ແຕ່ສະຖານີ ຕະຫລາດເຊົ້າໄປຫາສວນເຈົ້າຟ້າ ງຸ່ມ ຊຶ່ງຈະເລີ່ມໃຫ້ບໍລິການຕັ້ງແຕ່ ໃນວັນທີ 20 ເມສາ ຫາ ວັນທີ 9 ພຶດສະພາ 2026 ໂດຍບໍ່ເສຍຄ່າ. ການໃຫ້ບໍລິການແລ່ນລົດເມ #RT ເຊື່ອມຕໍ່ແຕ່ສະຖານີຕະຫລາດ ເຊົ້າໄປຫາສວນເຈົ້າຟ້າງຸ່ມແມ່ນເລີ່ມ ແລ່ນ ກໍຄື ໃຫ້ບໍລິການຕັ້ງແຕ່ໃນ ວັນທີ 20 ເມສາ 2026 ຈົນຮອດ ວັນທີ 9 ພຶດສະພາ 2026 ໂດຍບໍ່ ເສຍຄ່າ ໂດຍຈະໃຫ້ບໍລິການນັບແຕ່ ວັນຈັນ ຫາ ວັນອາທິດ ເລີ່ມແຕ່ເວລາ 06:00 ໂມງ ຫາ 22:00 ໂມງ. ສໍາລັບຊົ່ວໂມງຮີບດ່ວນແມ່ນຊ່ວງ ເຊົ້າ 06:00 ໂມງ ຫາ 09:00 ໂມງ, ຊ່ວງແລງ 16:00 ໂມງ ຫາ 18:00 ໂມງ ຄວາມຖີ່ຂອງຖ້ຽວລົດຈະຢຸດ ຖ້າຄ່າຂອງດັດຊະນີຄຸນນະພາບ ອາກາດສູງເກີນກວ່າ 51, ທ່ານ ຄວນຫລຸດຜ່ອນການໃຊ້ເວລາອອກ ໄປກາງແຈ້ງ, ໃສ່ຜ້າອັດປາກ-ດັງ N95, ຖ້າທ່ານມີເງື່ອນໄຂຄວນໃຊ້ ເຄື່ອງຟອກອາກາດພາຍໃນເຮືອນ ແລະ ຄວນເຮັດຄວາມສະອາດປ່ຽນ ແຜງຟອກອາກາດເພື່ອໃຫ້ແນ່ໃຈ ວ່າເຄື່ອງນັ້ນຍັງເຮັດວຽກໄດ້ດີ; ຫລີກລ່ຽງພື້ນທີ່ໆມີການສັນຈອນ ໜາແໜ້ນ, ເຂດທີ່ມີຝຸ່ນລະອອງໃນ ການກໍ່ສ້າງ, ເຂດທີ່ມີການເຜົາໄໝ້. ຄວນໄປໃຊ້ຖະໜົນ ແລະ ເສັ້ນທາງ ທີ່ບໍ່ມີການຈະລາຈອນແອອັດ ຫລື ໄລຍະລົດແລ່ນບໍ່ຫລາຍ ເພື່ອຫລີກ ລ່ຽງມົນລະພິດຈາກການສັນຈອນ. ເມື່ອມີອາການຫາຍໃຈຍາກ, ວິນຫົວ-ປວດຮາກ, ເຈັບໜ້າເອິກ, ອາການລະຄາຍເຄືອງຕາ ແລະ ຄໍ ຢ່າງຮຸນແຮງໃຫ້ໄປປຶກສາແພດ ຫລື ໄປໂຮງໝໍໃກ້ບ້ານທ່ານ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ ຂປລ, ໃນວັນທີ 19 ເມສາ 2026 ຜ່ານມາ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະເຂົ້າຮ່ວມພິທີລະນຶກວັນ ສິ້ນພະຊົນຂອງເຈົ້າຍິງ ໂຍ່ຍຮວາ, ຣາຊະທິດາລາວ ທີ່ອຳນາດການ ປົກຄອງແຂວງນິງບິ່ງ ພ້ອມຊາວຕາ ແສງ ໄຕຮວາລື ຈັດຂຶ້ນຢູ່ຫໍໄຫວ້ເຈົ້າ ຍິງ ໂຍ່ຍຮວາ ບ້ານຖາຍເຊີນ ຕາ ແສງໄຕຮວາລື, ແຂວງນິງບິ່ງ ໂດຍ ມີການນຳແຂວງ, ພະແນກການທີ່ ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນໃນ ທ້ອງຖິ່ນເຂົ້າຮ່ວມ. ຕາມການບອກເລົ່າຂອງຊາວ ບ້ານທີ່ສືບທອດກັນມາຈາກຮຸ່ນຕໍ່ ຮຸ່ນຈົນເຖິງປັດຈຸບັນວ່າ: ເຈົ້າຍິງ ໂຍ່ຍຮວາ ເປັນຣາຊະທິດາຂອງ ລາວ ຊຶ່ງຫລາຍຮ້ອຍປີຜ່ານມາ ໄດ້ ຮັບການແຕ່ງຕັ້ງພ້ອມດ້ວຍຊ້າງ ຈຳນວນຫລາຍຮ້ອຍໂຕ ໄປປະເທດ ມະຫາຫວຽດ (%ai Viet) ເພື່ອ ຝຶກແອບຊ້າງໃຫ້ແກ່ເຈົ້າຊີວິດ ເລ ແທງ ຕົງ ເພື່ອຕ້ານສັດຕູຮຸກຮານ ຈາກພາຍນອກ. ຫລັງຈາກຝຶກແອບ ແລະ ມອບຊ້າງໃຫ້ມະຫາຫວຽດ ແລ້ວ, ພະອົງໄດ້ເດີນທາງກັບຄືນ ປະເທດແຕ່ໂຊກບໍ່ດີໃນເວລາເດີນ ທາງກັບປະເທດພະອົງໄດ້ເຈັບ ປ່ວຍໜັກ ແລະ ໄດ້ສິ້ນພະຊົນຢູ່ ເຂດດິນແດນພູເດັ່ນບ້ານຖາຍເຊີນ ໃນປັດຈຸບັນ, ພາຍຫລັງພະອົງໄດ້ ສິ້ນພະຊົນ, ເຈົ້າຊີວິດ ເລ ແຖງ ຕົງ ໄດ້ສັ່ງໃຫ້ເຈົ້າຖິ່ນ ແລະ ບ່າວໄພ່ ສົ່ງ ສະການ ແລະ ສ້າງຫໍບູຊາພະອົງ ຂຶ້ນຢູ່ທີ່ນັ້ນ ແລະ ສົ່ງຂ່າວໃຫ້ເຈົ້າ ຊີວິດລາວໄດ້ຊົງຊາບ, ເຈົ້າຊີວິດ ລາວກໍໄດ້ສັ່ງໃຫ້ແກະສະຫລັກ ຮູບພະອົງໃສ່ໄມ້ແຜ່ນໜຶ່ງ ແລະ ສົ່ງໄປບ່ອນທີ່ພະອົງສິ້ນພະຊົນ ເພື່ອ ຈັດພິທີໄວ້ອາໄລ ແລະ ເປັນທີ່ລະ ນຶກແຫ່ງຄວາມຊົງຈຳເຖິງດວງ ວິນຍານພະອົງ ຊຶ່ງກາຍເປັນສັນຍະ ລັກຂອງຄວາມສາມັກຄີລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ ມີມາແຕ່ເດິກດຳບັນ. ໃນແຕ່ລະປີ, ພໍຮອດມື້ 3 ຄ່ຳເດືອນ 3 ປະຊາຊົນ ຫວຽດນາມ ທັງຢູ່ທ້ອງຖິ່ນນີ້ ແລະ ເຂດໃກ້ຄຽງໄດ້ຈັດໃຫ້ມີພິທີລະນຶກ ວັນສິ້ນພະຊົນ ຊຶ່ງໄດ້ກາຍເປັນບຸນ ປະເພນີສືບທອດກັນມາຈົນເຖິງ ປັດຈຸບັນ. ຜ່ານມາ, ກະຊວງວັດທະນະທຳ ຮັບ ແລະ ສົ່ງໂດຍສານຢູ່ສະຖານີ ລະຫວ່າງ 6-7 ນາທີ ແລະ ໃນ ຊົ່ວໂມງປົກກະຕິຄວາມຖີ່ຂອງຖ້ຽວ ລົດຈະຢຸດຮັບ-ສົ່ງໂດຍສານຢູ່ແຕ່ ລະສະຖານີແມ່ນ 10-15 ນາທີ, ສ່ວນສາຍທາງ ແລະ ຈຸດສະຖານີໃຫ້ ບໍລິການເລີ່ມຈາກສະຖານີດົງໂດກ (ມະຫາວິທະຍາໄລແຫ່ງຊາດ) ຫາ ສະຖານີຕະຫລາດເຊົ້າ, ຈາກນັ້ນ ແລ່ນເຊື່ອມຕໍ່ຫາສະຖານີສວນເຈົ້າ ຟ້າງຸ່ມ ແລະ ລ້ຽວກັບຄືນສະຖານີ ດົງໂດກ ລວມທັງໝົດ 19 ສະຖານີ. ການຂະຫຍາຍເສັ້ນທາງໄປ ຮອດສວນເຈົ້າຟ້າງຸ່ມໃນຄັ້ງນີ້, ຄາດວ່າຈະຊ່ວຍຫລຸດຜ່ອນຄວາມ ແອອັດຂອງການສັນຈອນໃນເຂດ ໃຈກາງຕົວເມືອງ ແລະ ຊຸກຍູ້ໃຫ້ ຊາວນະຄອນຫລວງວຽງຈັນ ຫັນ ມາໃຊ້ບໍລິການຂົນສົ່ງສາທາລະນະ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີ ຄວາມປອດໄພສູງຂຶ້ນ. ຂ່າວ: ລັດສະໝີ ແລະ ການທ່ອງທ່ຽວຂອງລາວ ກໍ ໄດ້ຈັດສົ່ງຄະນະນັກຊ່ຽວຊານ, ນັກ ຄົ້ນຄວ້າປະຫວັດສາດຂອງລາວໄປ ຄົ້ນຄວ້າສຳຫລວດສະຖານທີ່ແຫ່ງ ນີ້ ແລະ ມີການຈັດກອງປະຊຸມເພື່ອ ລະດົມຄວາມຄິດຄວາມເຫັນທາງ ປະຫວັດສາດ ຊຶ່ງບັນດານັກຄົ້ນຄວ້າ ໄດ້ມີຫລາຍຂໍ້ມູນທາງປະຫວັດສາດ ຢືນຢັນວ່າ: ເຈົ້າຍິງ ໂຍ່ຍຮວາ ແມ່ນ ບຸກຄົນທາງປະຫວັດສາດທີ່ມີຕົວຕົນ ແທ້ຈິງ. ແຕ່ອີງໃສ່ວັນເວລາຜ່ານ ໄປຫລາຍຮ້ອຍປີ ແລະ ຮ່ອງຮອຍ ເອກະສານສຳຄັນຂອງຊາດລາວ ກໍຖືກທຳລາຍຈາກສັກດີນາ ແລະ ຈັກກະພັດພາຍນອກຫລາຍຄັ້ງ ຈຶ່ງເຮັດໃຫ້ການຄົ້ນຄວ້າຈະຕ້ອງ ໄດ້ສືບຕໍ່ເພື່ອສາມາດຢັ້ງຢືນວ່າ ເຈົ້າຍິງ ໂຍ່ຍຮວາ ແມ່ນລູກສາວ ຂອງພະອົງໃດທີ່ສອດຄ່ອງກັບຍຸກ ສະໄໝເຈົ້າຊີວິດ ເລ ແທງ ຕົງ ຂອງ ຫວຽດນາມ. ຫໍໄຫວ້ເຈົ້າຍິງ ໂຍ່ຍຮວາ ຣາຊະ ທິດາລາວ ໄດ້ເປັນມໍລະດົກທາງ ວັດທະນະທຳ, ປະຫວັດສາດຂອງ ແຂວງນິງບິ່ງ ແລະ ປັດຈຸບັນ, ແຂວງນິງບິ່ງ ກຳລັງສະເໜີສະຖານ ທີ່ສັກສິດແຫ່ງນີ້ ໃຫ້ເປັນມໍລະດົກ ລະດັບຊາດຂອງ ສສ ຫວຽດນາມ. ໃນໂອກາດມີຄຳເຫັນຕໍ່ພິທີ, ທ່ານ ຄຳເພົາ ເອີນທະວັນ ໄດ້ກ່າວ ວ່າ: ຝ່າຍລາວເຫັນດີສະໜັບສະໜູນ ຕໍ່ການສະເໜີຂອງແຂວງນິງບິ່ງ ທີ່ ສະເໜີໃຫ້ ຫໍໄຫວ້ ເຈົ້າຍິງ ໂຍ່ຍຮວາ ຣາຊະທິດາລາວ ເປັນມໍລະດົກລະ ດັບຊາດ ແລະ ເປັນສວນສາທາລະ ນະວັດທະນະທຳ-ທ່ອງທ່ຽວຫວຽດ ນາມ-ລາວ ຊຶ່ງຈະເປັນສະຖານທີ່ ແຫ່ງສັນຍະລັກມູນເຊື້ອການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ທີ່ຈະດຶງດູດ ນັກທ່ອງທ່ຽວພາຍໃນ, ພາຍນອກ ມາແຂວງນິງບິ່ງ ໃຫ້ຫລາຍຂຶ້ນ ແລະ ທັງເປັນການປະກອບສ່ວນ ສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວ ກາລະນານ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RkJQdWJsaXNoZXIy MTc3MTYxMQ==