10.4.2026

gsfdko{dkora fmtok a xtgmf]k; ( 10/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ພະແນກໂຍທາ ທິການ ແລະ ຂົ່ນສົງແຂວງຜົ້ງສາລີ ຈັດພິທີສະເຫລີມສະຫລອງ ງານ ສັບປະດາແຫ່ງຊາດດ້ານຄວາມ ປອດໄພທາງຫລວງ ປະຈຳປີ 2026 ພາຍໃຕ້ຄໍາຂວັນ “ດື່ມຢ່າງ ມີສະຕິ ເມົາບໍ່ຂັບ” ໃນຕອນເຊົ້າ ວັນທີ 8 ເມສາ 2026 ທີ່ເມືອງບຸນ ເໜືອ ໂດຍມີ ທ່ານ ສັນຕິ ແກ້ວຍະ ສານ ປະທານຄະນະກຳມະການ ປົກຄອງແຂວງຜົ້ງສາລີ, ທ່ານ ບຸນ ພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ມີບັນດາຄະນະກຳມະການດ້ານ ຄວາມປອດໄພທາງຫລວງ ຂັ້ນ ແຂວງ, ເມືອງ ແລະ ທະຫານ, ຕຳຫລວດ, ພະນັກງານ-ລັດຖະ ກອນ ຕະຫລອດຮອດນັກຮຽນ-ນັກ ສຶກສາ ເຂົ້າຮ່ວມ. ທ່ານ ບຸນພານິດ ແກ້ວຮຸ່ງ ໄດ້ ກ່າວວ່າ: ການຈັດງານສັບປະດາ ແຫ່ງຊາດ ດ້ານຄວາມປອດໄພ ທາງຫລວງ ໃນຄັ້ງນີ້ ກໍເພື່ອເປັນ ການປະກອບສ່ວນໃນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການ ຈະລາຈອນທາງບົກ ໃຫ້ກັບນັກ ຂັບຂີ່ຍານພາຫະນະທາງບົກ ມີ ຄວາມປອດໄພ ຊຶ່ງໄລຍະຜ່ານມາ ຮອດປັດຈຸບັນ ບັນຫາການເກີດ ອຸບັດເຫດຕາມທາງຫລວງ ໂດຍ ສະເພາະ ແຂວງຜົ້ງສາລີ ໃນແຕ່ລະ ປີ ຍັງມີອັດຕາສູງ, ສະແດງອອກ ໃນໄລຍະປີ 2021-2025 ທົ່ວ ແຂວງມີອຸບັດເຫດເກີດຂຶ້ນ 465 ຄັ້ງ, ມີຜູ້ເສຍຊີວິດ 270 ຄົນ, ພາຫະນະເປ່ເພ 593 ຄັນ, ມູນ ຄ່າການເສຍຫາຍ 10,71 ຕື້ກວ່າ ກີບ, ສະເພາະປີ 2025 ທົ່ວແຂວງ ມີອຸບັດເຫດເກີດຂຶ້ນ 75 ຄັ້ງ, ບາດ ເຈັບ 108 ຄົນ, ເສຍຊີວິດ 12 ຄົນ, ຍານພາຫະນະເປ່ເພ 102 ຄັນ, ມູນ ຄ່າການເສຍຫາຍ 2,61 ຕື້ກວ່າກີບ, ຍັງບໍ່ລວມຄົນທີ່ເສຍອົງຄະ, ໃນຈໍາ ນວນຍານພາຫະນະທີ່ເກີດອຸບັດເຫດ ສ່ວນຫລາຍແມ່ນລົດຈັກ, ຮອງ ລົງມາແມ່ນປະເພດລົດໃຫຍ່, ລົດ ບັນທຸກ ແລະ ປະເພດອື່ນໆ, ຜູ້ເຄາະ ຮ້າຍຈາກການເກີດອຸບັດເຫດທາງ ຫລວງສ່ວນຫລາຍ ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກວມ ເອົາ 80% ແລະ ເປັນຜູ້ທີ່ສາມາດ ອອກແຮງງານໄດ້, ປັດໄຈທີ່ພາ ໃຫ້ເກີດອຸບັດເຫດ ແມ່ນຂັບຂີ່ດ້ວຍ ຄວາມໄວສູງ, ເມົາແລ້ວຂັບ, ປ່ຽນ ທິດທາງໂດຍບໍ່ເປີດໄຟສັນຍານ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ, ເງື່ອນໄຂຂອງຍານພາຫະນະ ແລະ ບໍ່ປະຕິບັດກົດຈະລາຈອນ. ພາຍໃນງານດັ່ງກ່າວ ໄດ້ມີກິດ ຈະກຳຮ່ວມຍ່າງມາລາທອນເພື່ອ ສຸຂະພາບ ໃນໄລຍະທາງ 1 ກິໂລ ແມັດ, ເຮັດໃຫ້ງານຄັ້ງນີ້ ເຕັມໄປ ດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ມີບັນຍາກາດຟົດຟື້ນ. ຂ່າວ-ພາບ: ແກ້ວສະຫ່ວາງ ໄຊຍະເງີນ zQ 'lk]u gxu fla [xtfkcsj '-kf fh ko7;k,xvfwrmk's];' lk]t;a o g7n j vows;d;fdkly o7h k8k,mh v' 8ts]kf xh v'da odkol;p3vdkf0B o]k7k ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ການ ຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ລົງເຄື່ອນ ໄຫວຕິດຕາມ, ກວດກາລາຄາສິນ ຄ້າ ຕາມທ້ອງຕະຫລາດ ທີ່ມີການ ເໜັງຕີງ ເພື່ອປ້ອງກັນການສວຍ ໂອກາດຂຶ້ນລາຄາສິນຄ້າຕາມໃຈ ແລະ ເພື່ອຮັບປະກັນບໍ່ໃຫ້ເກີດບັນ ຫາສິນຄ້າລາຄາແພງເກີນຈິງ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ບໍລິ ໂພກ. ທ່ານ ພອນໄຊ ເທບວົງສາ ຮອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ ໃຫ້ ສຳພາດຕໍ່ສື່ມວນຊົນແຂວງ ເມື່ອມໍ່ ໆມານີ້ວ່າ: ໃນການລົງເຄື່ອນໄຫວ ເຮັດວຽກຄັ້ງນີ້ ແມ່ນເພື່ອຕິດຕາມ ສະພາບການຈໍາໜ່າຍສິນຄ້າປະ ເພດຕ່າງໆ ໃນທ້ອງຕະຫລາດ ເພື່ອຮັບປະກັນບໍ່ໃຫ້ເກີດບັນຫາ ສິນຄ້າລາຄາແພງເກີນຈິງ, ບໍ່ ສົມເຫດສົມຜົນ ແລະ ປົກປ້ອງຜົນ ປະໂຫຍດຂອງຜູ້ບໍລິໂພກ ໄດ້ນໍາ ໃຊ້ສິນຄ້າທີ່ມີຄຸນນະພາບ, ລາຄາ ເໝາະສົມກັບຕົວຈິງ, ໂດຍໄດ້ເນັ້ນ ໃສ່ສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ເຊັ່ນ: ເຂົ້າສານ, ຊີ້ນ, ໄຂ່, ປາ, ພືດຜັກ ແລະ ເຄື່ອງອຸປະໂພກ ທີ່ນໍາໃຊ້ໃນ ຊີວິດປະຈຳວັນ. ຜ່ານການລົງກວດ ກາຕົວຈິງ ເຫັນໄດ້ລາຄາສິນຄ້າ ສ່ວນໃຫຍ່ ຍັງຢູ່ໃນເກນປົກກະຕິ ແລະ ບໍ່ພົບເຫັນການຂຶ້ນລາຄາ ເກີນຈິງ ຫລື ການກັກຕຸນສິນຄ້າ ເພື່ອສວຍໂອກາດ. ຢ່າງໃດກໍຕາມ ເຈົ້າໜ້າທີ່ການຄ້າ ກໍໄດ້ແນະນຳ ໃຫ້ຜູ້ປະກອບການ, ຊາວຄ້າຂາຍ ຮັກສາລະບຽບການຄ້າ ບໍ່ຂຶ້ນລາຄາ ເກີນຈິງ ແລະ ຕ້ອງຕິດປ້າຍລາຄາ ໃຫ້ຊັດເຈນ ໂດຍສະເພາະໃນໄລຍະ ບຸນປີໃໝ່ລາວ ພສ 2569. ພ້ອມ mj ko [5 os]kp [5 fmy wfh Ia [g]n vdgxa o xtmkoltrkxt-k-q o c0;'g-dv' -5 fmu v ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງ ປະຖົມມະລືກ ຂອງສະພາປະຊາຊົນ ແຂວງ (ສພຂ) ເຊກອງ ຊຸດທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 8 ເມສາ 2026 ທີ່ສະໂມສອນສະພາ ປະຊາຊົນແຂວງ, ພາຍໃຕ້ການເປັນ ປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ເຊກອງ ຊຸດທີ IV, ມີທ່ານ ບຸນ ຫລາຍ ບຸດທິ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກ ຕັ້ງທີ 16 ແຂວງເຊກອງ, ສະມາຊິກ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນ ຫາສໍາຄັນຂອງທ້ອງຖິ່ນ ຄື: ຮັບຟັງ ການລາຍງານ ຂອງຄະນະກໍາມະ ການເລືອກຕັ້ງຂັ້ນແຂວງ ກ່ຽວກັບ ຜົນການເລືອກຕັ້ງ ແລະ ການຢັ້ງຢືນ ຄຸນລັກສະນະ ຂອງສະມາຊິກສະພາ ປະຊາຊົນແຂວງເຊກອງ ຊຸດທີ V; ຮັບຮອງເອົາການເລືອກຕັ້ງ ປະທານສະພາປະຊາຊົນແຂວງເຊ ກອງ ຊຸດທີV ຕາມການສະເໜີຂອງ ຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ IV; ຮັບຮອງເອົາການເລືອກ ຕັ້ງ ຮອງປະທານສະພາປະຊາຊົນ ແຂວງເຊກອງ ແລະ ກໍາມະການ ຄະນະປະຈໍາສະພາປະຊາຊົນແຂວງ ຂປລ.ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວາລະດໍາເນີນ ກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາປະຊາຊົນແຂວງ (ສພຂ) ເຊກອງ ໃນວັນທີ 8 ເມສາ 2026, ບັນດາສະມາຊິກສະພາປະຊາຊົນ ແຂວງ (ສສຂ) ເຊກອງ ຊຸດທີ V ໄດ້ພ້ອມກັນລົງຄະແນນສຽງ ໂດຍ ເຫັນດີເລືອກເອົາ ທ່ານ ບຸນຫລາຍ ບຸດທິ ເປັນປະທານສະພາປະຊາຊົນ ແຂວງ ຊຸດທີ V ພ້ອມທັງເຫັນດີ ເລືອກເອົາ ທ່ານ ຕຸລາວັນ ວົງໄຊ ແລະ ທ່ານ ສຸພົນ ໄຊສະຫງ່າ ເປັນ ຮອງປະທານສະພາປະຊາຊົນ ແຂວງເຊກອງ. ໃນໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ໄດ້ສະແດງຄວາມຂອບໃຈ ມາ ຍັງສະມາຊິກສະພາປະຊາຊົນແຂວງ ທີ່ໃຫ້ຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ໃຫ້ສັນຍາວ່າ ຈະສຸມສະຕິ ປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມ ສາມາດ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມ ຮັບຜິດຊອບສູງ ແລະ ຈະຮ່ວມ ກັບໝູ່ຄະນະ ກໍຄື ຄະນະສະມາຊິກ ສະພາແຫ່ງຊາດ ຊຸດທີ X ປະຈໍາ ເຂດເລືອກຕັ້ງທີ 16 ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນ ແຂວງ ເຂົ້າໃນການປະຕິບັດ ພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງ ສະພາປະຊາຊົນແຂວງ ຊຸດທີ V ຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວ ຈິງ, ເອົາໃຈໃສ່ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືແຂວງເຊ ກອງ ໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມນີ້, ບັນດາ ສສຂ ຍັງໄດ້ພິ ຈາລະນາ ແລະ ຮັບຮອງເອົາກົງຈັກ ການຈັດຕັ້ງ, ແຕ່ງຕັ້ງປະທານຄະນະ ກໍາມະການ ແລະ ຫົວໜ້າຫ້ອງ ວ່າການສະພາປະຊາຊົນແຂວງເຊ ກອງ ຊຸດທີ V ໂດຍເຫັນ ດີຮັບຮອງ ເອົາ ທ່ານ ແສງລາຕີ ຫລອມຍະເດດ ເປັນຫົວໜ້າຫ້ອງວ່າການສະພາ ປະຊາຊົນແຂວງ; ທ່ານ ນາງ ຄໍາ ໄພ ວິລະສານ ເປັນປະທານຄະນະ ກໍາມະການວັດທະນະທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ ເປັນ ປະທານຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ແລະ ທ່ານ ອໍາໄພວັນ ຊະ ນິພົນ ເປັນປະທານຄະນະກໍາມະ ການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ. ຂ່າວ-ພາບ: ສັນຍາ ltrkxt-k-q o c0;'g-dv' fegou odv'xt-5 ,7A 'xt4q ,,t]n d ຕາມການສະເໜີ ຂອງປະທານ ສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງປະທານຄະນະກຳມະການ ແລະ ຫົວໜ້າຫ້ອງວ່າການສະພາ ປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນ ແຂວງ ຊຸດທີ V; ຮັບຮອງເອົາບົດ ລາຍງານ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ ຂອງ ແຂວງ 5 ປີ ຄັ້ງທີ X (20262030); ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການ ກວດສອບແຫ່ງລັດປະຈໍາພາກໃຕ້; ຮັບຮອງເອົາບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (20262030) ຂອງອົງການກວດກາລັດ ແຂວງ; ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນແຂວງ; ຮັບຮອງເອົາບົດ ລາຍງານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນ ແຂວງ; ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາ ປະຊາຊົນແຂວງເຊກອງ ຊຸດທີ V ແລະ ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາ ປະຊາຊົນແຂວງ ຊຸດທີ V. ທ່ານ ດົງເພັດ ພະຍົນ ໄດ້ກ່າວ ວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະ ຊຸມທີ່ມີຄວາມໝາຍສໍາຄັນ ເນື່ອງ ຈາກຈະໄດ້ມີການພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ໃນ 5 ປີຕໍ່ໜ້າ. ສະນັ້ນ, ສະ ເໜີໃຫ້ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ, ສຸມທຸກສະຕິປັນຍາ, ຄວາມ ຮູ້ຄວາມສາມາດ ເຂົ້າໃນການຄົ້ນ ຄວ້າ, ພິຈາລະນາ ແລະ ປະກອບ ຄໍາເຫັນຢ່າງມີປະຊາທິປະໄຕ ແລະ ສອດຄ່ອງຕາມກົດໝາຍ ກ້າວໄປ ເຖິງການຕົກລົງ ແລະ ຮັບຮອງບັນ ດາເນື້ອໃນທີ່ນໍາມາພິຈາລະນາໃນ ກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ສັນຍາ ທັງຮຽກຮ້ອງໃຫ້ສັງຄົມ ຊ່ວຍກັນ ຕິດຕາມຫາກພົບເຫັນການເອົາປຽບ ຜູ້ບໍລິໂພກ ສາມາດແຈ້ງຕໍ່ພາກສ່ວນ ທີ່ກ່ຽວຂ້ອງ ທີ່ເບີໂທ: 1510 ໄດ້ ທັນທີ. ພ້ອມກັນນັ້ນ, ພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງສາລະ ວັນ ຍັງໄດ້ອອກມາດຕະການ ໃຫ້ຜູ້ ປະກອບການ ແລະ ຊາວຄ້າຂາຍທົ່ວ ແຂວງສາລະວັນ ປະຕິບັດລະບຽບ ການຄ້າຢ່າງເຄັ່ງຄັດ, ຫ້າມສວຍ ໂອກາດຂຶ້ນລາຄາຕາມໃຈ, ຕ້ອງ ຈຳໜ່າຍສິນຄ້າໃນລາຄາປົກກະຕິ ຕາມລະບຽບວາງອອກ ແລະ ຫ້າມ ກັກຕຸນສິນຄ້າ ເພື່ອປັ່ນປ່ວນລາຄາ ຢ່າງເດັດຂາດ ໂດຍສະເພາະ ກຸ່ມ ສິນຄ້າບໍລິໂພກ ທີ່ຈຳເປັນຕໍ່ນໍາໃຊ້ ໃນຊີວິດປະຈຳວັນ, ຕ້ອງຕິດປ້າຍ ລາຄາສິນຄ້າ ແລະ ຄ່າບໍລິການ ທຸກຊະນິດ ຕ້ອງຕິດລາຄາເປັນ “ເງິນກີບ” ໃຫ້ຈະແຈ້ງ ແລະ ງ່າຍ ຕໍ່ການສັງເກດຂອງຜູ້ຊື້. ພ້ອມນີ້, ຍັງໄດ້ມີການສົມທົບກັບຫ້ອງການ ອຸດສາຫະກຳ ແລະ ການຄ້າ 8 ຕົວ ເມືອງ ໃຫ້ສືບຕໍ່ການກວດກາຕາມ ບັນດາຮ້ານຄ້າ, ຮ້ານສະດວກຊື້ ແລະ ຕະຫລາດຕ່າງໆຢ່າງເຂັ້ມງວດ ຕະຫລອດໄລຍະບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ເພື່ອປົກປ້ອງສິດຜູ້ ບໍລິໂພກ ແລະ ຮັບປະກັນໃຫ້ປະຊາ ຊົນ ໄດ້ບໍລິໂພກສິນຄ້າທີ່ມີຄຸນນະ ພາບ ແລະ ລາຄາເໝາະສົມ. ຂ່າວ-ພາບ: ທິດລານີ ໂຄດໂຍທາ

RkJQdWJsaXNoZXIy MTc3MTYxMQ==