xtgmf]k; 6 10/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d l;ooEmy fkgra f ,u s]kpdy f9tde grnj v8h voIa [oa dmj v'mj P;.ow]pt[5 oxu .\j ]k; *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ: ທູນທອງໃຈ ູ ນ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ໂດຍ: ດຣ ກອງແກ້ວ ໄຊສົງຄາມ້ົ ຮອງປະທານສະພາແຫ່ງຊາດ່ mj kcI'0v' lxx ]k; .odkopq dl6 ' dkora fmtokglf4tdy f,= ]tfq d ມໍລະດົກທາງພາສາການປາກ ເວົ້າ ແລະ ສິລະປະການສະແດງ: ລາວມີສິລະປະການສະແດງທີ່ອຸດົມ ສົມບູນ ເຊັ່ນ: ພະຣັກພະຣາມ, ດົນຕີ ພື້ນເມືອງ, ການເລົ່ານິທານ ແລະ ການຮ້ອງເພງ ແລະ ຂັບລໍາຕ່າງໆ ເຊິ່ງເປັນສິ່ງສະທ້ອນໃຫ້ເຫັນຈິດ ວິນຍານ, ວັດທະນະທໍາ, ຄວາມເຊື່ອ, ວິຖີຊີວິດທີ່ເປັນເອກະລັກຂອງຊົນ ຊາດລາວ. ສິລະປະເຫລົ່ານີ້ສາມາດ ຫັນເປັນການທ່ອງທ່ຽວທາງວັດທະ ນະທໍາ ເຊັ່ນ: ການສະແດງລະຄອນ ເພື່ອນັກທ່ອງທ່ຽວ, ການສ້າງໂຮງ ຮຽນສອນການສະແດງ, ການຈັດ ງານສິລະປະປະຈໍາປີ, ການຜະລິດ ສື່ດີຈິຕອນເຊັ່ນ: ການບັນທຶກວິດີໂອ ການສະແດງ ແລະ ການນໍາສະເໜີ ລະຄອນ ແລະ ສິລະປະຜ່ານຮູບ ແບບອອນລາຍ ກໍ່ເປັນວິທີໜຶ່ງໃນ ການຍົກສູງມໍລະດົກທາງປາກເວົ້າ ສູ່ໂລກທັນສະໄໝ, ການພັດທະນາ ແບບນີ້ບໍ່ພຽງແຕ່ຮັກສາວັດທະນະ ທໍາໄວ້ ແຕ່ຍັງສ້າງອາຊີບໃໝ່ໆໃຫ້ ນັກສິລະປິນທ້ອງຖິ່ນດ້ວຍ; ຕົວ ຢ່າງ:ງານ“ບຸນໄຫລເຮືອໄຟຫລວງ ພະບາງ” ແລະ “ງານບຸນບັ້ງໄຟ” ເປັນສັນຍະລັກວັດທະນະທໍາທີ່ດຶງ ດູດນັກທ່ອງທ່ຽວຈໍານວນຫລາຍ ໃນແຕ່ລະປີ ແລະ ສ້າງລາຍຮັບໃຫ້ ຊຸມຊົນ. ພາບປະກອບ oEs;ko xy ptfk rh v,7;h k3vdkf .og;mu xtdkfok'la '0kos];'rt[k' 2026 ໂດຍ: ມາລີດາີດ ຂປລ. ຄໍລໍາ “ບັນເທີງ” ໜັງສືພິມ ປະເທດລາວມື້ນີ້ ຈະພາບັນດາທ່ານ ມາສ່ອງເບິ່ງສາວງາມ ຈາກເວທີປະ ກວດນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາ ທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະ ບາງມາເຕັມປ່ຽມ ທີ່ຈະມາຫາຄວາມ ຮູ້, ປະສົບການ ແລະ ພ້ອມຄວ້າທຸກ ໂອກາດຈາກກອງປະກວດໃນຄັ້ງນີ້. ນາງ ນ້ຳຫວານ ປິຍະດາ ເຜີຍ ຄວາມຮູ້ສຶກໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ ໄດ້ມາປະກວດໃນຄັ້ງນີ້ຍ້ອນອາຈານ ເຫັນເຖິງຄວາມສາມາດ ຈຶ່ງສະເໜີໃຫ້ ນ້ອງເຂົ້າປະກວດ ຈົນສາມາດຜ່ານ ເຂົ້າຮອບ 30 ຄົນສຸດທ້າຍ ເຮັດໃຫ້ ນ້ອງຮູ້ສຶກດີໃຈຫລາຍທີ່ໄດ້ເປັນສ່ວນ ໜຶ່ງໃນການສ້າງຊື່ສຽງໃຫ້ແຂວງ ຫລວງພະບາງ ເພື່ອດຶງດູດໃຫ້ທັງຄົນ ລາວ ແລະ ຊາວຕ່າງຊາດ ເຂົ້າມາສຳ ຜັດກັບວັດທະນະທຳ ແລະ ແຫລ່ງທ່ອງ ທ່ຽວທີ່ສວຍງາມຂອງປະເທດລາວ ໃຫ້ຫລາຍຂຶ້ນກວ່າເກົ່າ. ເຖິງແມ່ນວ່າ ການປະກວດຄັ້ງນີ້ຈະໄດ້ຮັບຕໍາແໜ່ງ ຫລື ບໍ່ ແຕ່ເຮົາຈະເຮັດສຸດຄວາມສາ ມາດ ແລະ ຫາກໄດ້ຮັບຕຳແໜ່ງເປັນ ນາງສັງຂານຫລວງພະບາງ 2026 ນ້ອງກໍຈະເປັນກະບອກສຽງ ທາງ ດ້ານວັດທະນະທຳ ກໍຄື ການເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີອັນທີ່ ສວຍງາມ ແລະ ມີເອກະລັກຂອງແມ່ ຍິງລາວ ເຊັ່ນ: ການເກົ້າຜົມ, ບ່ຽງແພ ແລະ ການນຸ່ງຫົ່ມ ລ້ວນແລ້ວແຕ່ເປັນ ສະເໜ່ຂອງແມ່ຍິງລາວເຮົາ.” ໃນຍຸກ ດີຈິຕອນທີ່ໂລກປ່ຽນແປງໄປຢ່າງໄວ ວາ, ການຮັກສາຄວາມເປັນຕົວແບບ ດັ້ງເດີມໄວ້ໃຫ້ໄດ້ນັ້ນແມ່ນສິ່ງທ້າທາຍ, ແຕ່ຖ້າເຮົານໍາໃຊ້ໃຫ້ເປັນປະໂຫຍດກໍ ຈະເກີດປະໂຫຍດຢ່າງຫລວງຫລາຍ ໃນການເຜີຍແຜ່ວັດທະນະທຳໃຫ້ ກວ້າງໄກຂຶ້ນ, ການຮັກສາມູນເຊື້ອ ປະເພນີທີ່ສືບທອດກັນມາແຕ່ປູ່ຍ່າຕາ ຍາຍສ້າງໄວ້ບໍ່ໃຫ້ຈາງຫາຍ, ເປັນ ແບບຢ່າງທີ່ດີໃນການນຳສະເໜີຄວາມ ເປັນລາວຜ່ານໂຊຊຽວມີເດຍ. ນາງ ນ້ຳຫວານ ເວົ້າເສີມວ່າ: ເມື່ອເວົ້າເຖິງນາງສັງຂານຫລວງພະ ບາງແລ້ວ ມັນບໍ່ແມ່ນພຽງໜ້າຕາທີ່ ສວຍງາມ ແຕ່ມັນຄື “ທ່າທາງ ແລະ ກິລິຍາມາລະຍາດ, ຮອຍຍິ້ມທີ່ສົດໃສ ທີ່ອອກມາຈາກຄວາມຈິງໃຈ, ຄວາມ ອ່ອນນ້ອມຖ່ອມຕົນ, ພາສາປາກເວົ້າ ທີ່ສະແດງເຖິງເອກະລັກຂອງແຂວງ ຫລວງພະບາງ. ຝາກທຸກຄົນຮ່ວມເຊຍແລະເປັນກຳ ລັງໃຈໃຫ້ນ້ອງ ໝາຍເລກ 7 ໃນການ ປະກວດນາງສັງຂານຫລວງພະບາງ 2026 ນີ້ແນ່ເດີ້! ຊ່ອງທາງການຕິດ ຕາມ: Facebook : Namwarn Pmnv. ພາບປະກອບ ຂປລ. ສວນນໍ້າທິດາເພັດ ຈາກ ນະຄອນປາກເຊ ແຂວງຈໍາປາສັກ ແມ່ນສະຖານທີ່ທ່ອງທ່ຽວ ທີ່ພວມ ໄດ້ຮັບຄວາມນິຍົມຊົມຊອບ ຈາກ ນັກທ່ອງທ່ຽວທັງພາຍໃນແລະຕ່າງ ປະເທດ ເນື່ອງຈາກວ່າສວນແຫ່ງ ນີ້ເປັນສູນລວມການຮຽນຮູ້ ດ້ານ ການປູກຝັງ-ລ້ຽງສັດ ໂດຍມີການ ຈັດໂຊນຕ່າງໆຢ່າງສວຍງາມເປັນ ຕົ້ນ ການປູກເຂົ້າ, ປູກຕົ້ນໄມ້ໃຫ້ ໝາກ, ລ້ຽງສັດ ແລະ ການທ່ອງ ທ່ຽວທາງທໍາມະຊາດ ຈະພັດທະນາ ປັບປຸງແຄມຫ້ວຍໂຕະໂໝະ, ເຮັດ ກັນເຈື່ອນ, ປູກຕົ້ນໄມ້ປະດັບເພື່ອ ດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນ. ສໍາ ລັບໄລຍະສະເຫລີມສະຫລອງບຸນ ປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນ ໃນວັນທີ 14 -16 ເມສາ 2026 ນີ້, ກໍມີການບໍລິການແບບປົກກະຕິຄືທີ່ ຜ່ານມາ, ພິເສດໃນໄລຍະບຸນປີໃໝ່ ລາວ ປີນີ້ ຢູ່ສວນນໍ້າທິດາເພັດ ຈະ ບໍ່ໄດ້ເກັບຄ່າເຂົ້າຊົມ, ບໍ່ໄດ້ເກັບຄ່າ ຝາກລົດ, ຄ່າບ່ອນນັ່ງ ແລະ ຄ່າຕູບ ກໍບໍ່ໄດ້ເກັບ, ມີການບໍລິການອາ ຫານ, ເຄື່ອງດື່ມ, ມີກາເຟແຊບໆ, ນໍ້າໝາກພ້າວຫວານໆ ແຕ່ລາຄາ ບໍ່ແພງ ເພື່ອບໍລິການລູກຄ້າ. ນອກ ນີ້, ສວນນໍ້າທິດາເພັດ ຍັງມີກິດຈະ ກໍາດີໆສໍາລັບເດັກນ້ອຍ. ທັງນີ້ ກໍ ເພື່ອສ້າງໃຫ້ສວນນໍ້າທິດາເພັດ ເປັນສວນຕົວແບບໃຫ້ນັກຮຽນໄດ້ ເຂົ້າມາທັດສະນະສຶກສາກ່ຽວກັບ ປະເພດຕົ້ນໄມ້ຕ່າງໆ ເພື່ອປູກຈິດ ສໍານຶກໃຫ້ລູກຫລານຮູ້ຮັກທໍາມະ ຊາດ, ສິ່ງແວດລ້ອມ ແລະ ເປີດ ກວ້າງໃຫ້ອົງກອນຕ່າງໆໄດ້ເຂົ້າ ມາຈັດກິດຈະກຳ ຕາມແຕ່ລະໂອ ກາດວັນສໍາຄັນຕ່າງໆ. ທ່ານ ນາງ ພອນປະດິດ ກ່າວ ຕື່ມວ່າ: ການພັດທະນາແຫລ່ງ ທ່ອງທ່ຽວສວນນໍ້າທິດາເພັດ ແມ່ນ ພັດທະນາໃນຮູບແບບກະສິກຳ ໂດຍຖືເອົາວຽກງານກະສິກຳ ເປັນ ບູລິມະສິດໜຶ່ງ ໃນການພັດທະນາ ເພື່ອສົ່ງເສີມການຜະລິດເປັນສິນ ຄ້າ, ການບໍລິການສ້າງວຽກເຮັດ ງານທໍາ, ສ້າງລາຍຮັບ ແລະ ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃຫ້ນັບມື້ດີຂຶ້ນ. ສວນ ນໍ້າທິດາເພັດ ມີຄວາມສວຍສົດງົດ ງາມ, ມີສາຍນໍ້າທໍາມະຊາດໄຫລ ຜ່ານຕະຫລອດປີຈຶ່ງເໝາະສົມສໍາ ລັບພັກຜ່ອນ ແລະ ທ່ອງທ່ຽວ ໂດຍ ສະເພາະໃນສະພາບອາກາດຮ້ອນໆ ແບບນີ້. ສະຖານທີ່ທ່ອງທ່ຽວສວນ ນໍ້າທິດາເພັດຢູ່ບ້ານຫລັກ40 ເມືອງ ປະທຸມພອນ ແຂວງຈໍາປາສັກ ໄລ ຍະປີ 2015-2018, ໄດ້ຮັບຄວາມ ນິຍົມຊົມຊອບຈາກສັງຄົມເປັນຢ່າງ ດີ ໃນດ້ານການທ່ອງທ່ຽວສີຂຽວ ຈຶ່ງໄດ້ຂະຫຍາຍໃຫ້ມີສະຖານທີ່ບໍລິ ການໃຫ້ພຽງພໍ ໂດຍເປີດຮ້ານອາ ຫານບໍລິການໃນໄລຍະວັນເສົາ- ວັນອາທິດ ແລະ ເທສະການວັນ ສໍາຄັນຕ່າງໆ, ຄຽງຄູ່ກັນນີ້ ກໍໄດ້ ເລີ່ມປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງ ສັດຈໍານວນໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ນົກກະຈອກ ແລະ ໝູປ່າ. ໃນ ປີ 2019-2023, ເຖິງວ່າຈະໄດ້ ຮັບຜົນກະທົບຢ່າງໜັກໜ່ວງຈາກ ໄພພິບັດນໍ້າຖ້ວມແລະການລະບາດ ຂອງພະຍາດໂຄວິດ-19 ແລະ ວິດ ກິດການໄພເງີນເຟີ້ ແຕ່ຜູ້ພັດທະ ນາສວນນໍ້າທິດາເພັດ ບໍ່ໄດ້ລົດລະ ຄວາມພະຍາຍາມ ແລະ ໄດ້ຫັນວິ ກິດໃຫ້ກາຍເປັນໂອກາດ, ໂດຍໄດ້ ມີການປັບປຸງພື້ນທີ່ທໍາການຜະລິດ ໃນຂອບເຂດເນື້ອທີ່ 60 ເຮັກຕາ, ເປັນໂຊນທ່ອງທ່ຽວ 4 ເຮັກຕາ ຂອງຈໍານວນເນື້ອທີ່ທັງໝົດ ເພື່ອ ໃຫ້ສອດຄ່ອງຕາມແຜນພັດທະນາ ເສດຖະກິດ ຈຶ່ງໄດ້ຂໍອະນຸຍາດຈົດ ທະບຽນດຳເນີນທຸລະກິດ ເປັນທິດາ ເພັດຟາມຂຶ້ນເຊິ່ງໄດ້ຮັບທຶນສະ ໜັບສະໜູນຈາກທະນາຄານຮ່ວມ ທຸລະກິດລາວ-ຫວຽດຈໍານວນໜຶ່ງ, ເປົ້າໝາຍກໍເພື່ອພັດທະນາເປັນ ແຫລ່ງທ່ອງທ່ຽວໃນຮູບແບບກະ ສິກຳ. ເລີ່ມແຕ່ກາງປີ 2024 ຈົນ ຮອດປັດຈຸບັນໄດ້ມີການປັບປຸງ ຮ້ານອາຫານ, ສະຖານທີ່ບໍລິການ ພັກຜ່ອນ, ມີການບໍລິການແບບ ແຄ້ມປິ້ງ, ມີສັດລ້ຽງໄວ້ໃຫ້ນັກ ທ່ອງທ່ຽວໄດ້ທ່ຽວຊົມເປັນຕົ້ນ ແມ່ນນົກກະຈອກເທບ, ແກະ, ນົກ ຍຸງ ແລະ ອື່ນໆ. ຮັກສາພື້ນທີ່ສີຂຽວໃຫ້ມີຄວາມ ສວຍສົດງົດງາມ. ແນວໃດກໍດີ, ເພື່ອ ເປັນການສະເຫລີມສະຫລອງບຸນ ປີໃໝ່ລາວທີ່ໃກ້ຈະມາເຖິງນີ້ ກໍມີ ຫລາຍກິດຈະກໍາເພື່ອຕ້ອນຮັບນັກ ທ່ອງທ່ຽວ. ທ່ານ ນາງ ພອນປະດິດ ແພງ ສັກເມືອງ ຜູ້ພັດທະນາສວນນໍ້າທິດາ ເພັດ ໃຫ້ຮູ້ວ່າ: ເຖິງວ່າທຸລະກິດ ແຫລ່ງທ່ອງທ່ຽວສວນນໍ້າທິດາ ເພັດ ໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ, ແຕ່ຖ້າທຽບໃສ່ຄວາມຮຽກ ຮ້ອງຕ້ອງການທາງດ້ານການທ່ອງ ທ່ຽວ ກໍຄື ການຊົມໃຊ້ບໍລິການຂອງ ນັກທ່ອງທ່ຽວ ເຫັນວ່າຍັງມີບາງ
RkJQdWJsaXNoZXIy MTc3MTYxMQ==