10/04/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜູ້ປະຈໍາການຄະນະເລຂາ...ູ້ໍ ພະແນກອຸດສາຫະກຳ...ຸ ຈະລາຈອນ ນວ... ໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າ ບໍລິການ ໂດຍສະເພາະແມ່ນການ ຄວບຄຸມລາຄາ (ຕາມບັນຊີ ກ ລວມ ມີ 8 ປະເພດສິນຄ້າຄື: ນໍ້າມັນເຊື້ອ ໄຟ, ອາຍແກັສຫຸງຕົ້ມ, ເຂົ້າສານ ໜຽວປະເພດ 2, ຊີ້ນໝູປະເພດ 1, ຊີ້ນໝູປະເພດ 2, ປານິນກະຊັງ, ໄຂ່ ໄກ່ພັນ, ປະເພດໄກ່ພັນສາມສາຍ ເລືອດ ແລະ ສິນຄ້າຕາມບັນຊີ ຂ (ສິນຄ້າທີ່ນຳເຂົ້າປະເພດເຄື່ອງ ເພື່ອປ້ອງກັນ ແລະ ສະກັດກັ້ນ ອຸບັດເຫດທີ່ອາດຈະເກີດຂຶ້ນຕາມ ທ້ອງຖະໜົນໃຫ້ຫລຸດລົງ ໂດຍຈະ ວາງກຳລັງຕຳຫລວດຈະລາຈອນ ຫລາຍກວ່າ 90 ຄົນ ປະຈຳຢູ່ແຕ່ລະ ຈຸດ ເພື່ອອຳນວຍຄວາມສະດວກໃຫ້ ແກ່ຜູ້ໃຊ້ລົດໃຊ້ຖະໜົນໄດ້ສັນຈອນ ໄປ-ມາໃຫ້ມີຄວາມສະຫງົບ ແລະ ປອດໄພ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫລວດຈະລາຈອນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນ ວັນທີ 8 ເມສາ 2026 ນີ້ວ່າ: ເພື່ອ ເຮັດໃຫ້ການເຫລີມສະຫລອງສົ່ງ ທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2569 ໃຫ້ມີຄວາມສະຫງົບ, ປອດ ໄພ, ມີບັນຍາກາດເບີກບານມ່ວນຊື່ນ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ປະຊາຊົນປະຕິວັດລາວ, ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນວັນທີ 9 ເມສາ 2026. ສະຫາຍ ເຈີນ ເກີ້ມ ຕູ໊ກໍາມະການ ກົມການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍ ຄະນະໄດ້ເດີນທາງດ້ວຍເຮືອບິນ ພິເສດມາເຖິງສະໜາມບິນສາກົນ ວັດໄຕ, ນະຄອນຫລວງວຽງຈັນ; ຕາງໜ້າຄະນະທາງການຝ່າຍລາວ ອອກຕ້ອນຮັບນໍາໂດຍສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ ສູນກາງພັກ, ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມດ້ວຍບັນດາ ສະຫາຍການນໍາຄະນະພົວພັນຕ່າງ ປະເທດສູນກາງພັກ, ກະຊວງປ້ອງ ກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງການຕ່າງ ປະເທດ, ນະຄອນຫລວງວຽງຈັນ ແລະ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ. ນອກ ນັ້ນ, ຍັງມີເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນັກງານສະຖານທູດ, ຫົວໜ້າ ຫ້ອງການຜູ້ຕາງໜ້າຂອງຫວຽດ ນາມ ປະຈໍາ ລາວ ແລະ ຕາງໜ້າ ຊາວຫວຽດນາມ ທີ່ອາໃສຢູ່ລາວ ອອກຕ້ອນຮັບຄະນະ. ໃນເວລາຕໍ່ມາ, ສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະໄດ້ໄປ ວາງພວງມາລາຢູ່ອະນຸສາວະລີນັກ ຮົບນິລະນາມ ແລະ ຖືກຕ້ອນຮັບ ໂດຍສະຫາຍ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນ ຫລວງວຽງຈັນ ພ້ອມດ້ວຍປະທານ ສະຫະພັນນັກຮົບເກົ່າ, ຫົວໜ້າຫ້ອງ ວ່າການ, ເລຂາຄະນະບໍລິຫານງານ ພັກ ເມືອງໄຊເສດຖາ ຂອງນະຄອນ ຫລວງວຽງຈັນ. ຈາກນັ້ນ, ທີ່ສໍານັກງານຫ້ອງວ່າ ການສູນກາງພັກ ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ ໂດຍມີສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກປະຊາຊົນປະຕິວັດລາວ ພ້ອມ ດ້ວຍສະຫາຍການນໍາຫ້ອງວ່າ ການສູນກາງພັກ, ບັນດາສະຫາຍ ການນໍາຄະນະອ້ອມຂ້າງສູນກາງ ພັກ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ບັນດາກະຊວງ, ນະຄອນຫລວງວຽງຈັນ, ແຂວງ ຫລວງນໍ້າທາ, ບໍລິຄໍາໄຊ, ຄໍາມ່ວນ, ຈໍາປາສັກ ແລະ ແຂວງອັດຕະປື ໃຫ້ ການຕ້ອນຮັບຄະນະ. ຈາກນັ້ນ, ກໍໄດ້ມີການພົບປະ ທາງການສອງຝ່າຍລະຫວ່າງ ສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ ຊຶ່ງ ສະຫາຍ ວິໄລ ຫລ້າຄໍາຟອງ ໄດ້ ສະແດງຄວາມປິຕິຍິນດີ ແລະ ເປັນ ກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນການ ເຄື່ອນໄຫວຕ່າງປະເທດຄັ້ງທໍາອິດ ພາຍຫລັງສໍາເລັດກອງປະຊຸມໃຫຍ່ ຂອງສອງພັກ, ພາຍຫລັງສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ກໍຄື ໃນທ່າມກາງ ບັນຍາກາດທີ່ສອງປະເທດໄດ້ມີ ການປັບປຸງຄະນະລັດຖະບານຊຸດ ໃໝ່ຂອງສອງປະເທດ ແລະ ໃນບັນ ຍາກາດການກະກຽມສະເຫລີມສະ ຫລອງປີໃໝ່ລາວ ທີ່ຈະໝູນວຽນ ມາເຖິງ ຊຶ່ງສິ່ງດັ່ງກ່າວເປັນການ ສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດ ຂອງພັກ, ລັດຫວຽດນາມ ທີ່ມີຕໍ່ພັກ, ລັດລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີ ຊີວິດຊີວາ ເຖິງຄວາມສາມັກຄີພິເສດ ທີ່ຫາຍາກຂອງຄວາມຜູກພັນຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ; ເຊື່ອ ໝັ້ນວ່າການມາຢ້ຽມຢາມ ສປປ ລາວ ຂອງສະຫາຍ ເຈີນ ເກີ້ມ ຕູ໊ ພ້ອມດ້ວຍຄະນະຄັ້ງນີ້ ຈະປະສົບ ຜົນສໍາເລັດຢ່າງຈົບງາມ ແລະ ຈະ ເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນ ການຮັດແໜ້ນສາຍພົວພັນພິເສດ ລາວ-ຫວຽດນາມ “ທີ່ມີໜຶ່ງ ບໍ່ມີ ສອງໃນໂລກນີ້” ໃຫ້ແຕກດອກອອກ ຜົນເປັນຈິງໃນລະດັບໃໝ່ທີ່ສູງກວ່າ ເກົ່າ, ພ້ອມທັງສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາມູນເຊື້ອການແລກປ່ຽນ ຢ້ຽມຢາມ, ການພົບປະລະຫວ່າງ ການນຳຂັ້ນສູງຂອງສອງພັກ, ສອງ ລັດໃຫ້ເປັນປົກກະຕິ; ສືບຕໍ່ຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ຖະແຫລງ ການ ແລະ ຂໍ້ຕົກລົງຮ່ວມມືຂອງ ສອງລັດຖະບານ, ລວມທັງບັນດາ ຂໍ້ຕົກລົງຮ່ວມມືໄລຍະໃໝ່ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງ ການ ແລະ ທ້ອງຖິ່ນຂອງສອງ ປະເທດ ເພື່ອແນໃສ່ການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຂອງແຕ່ລະພັກ; ແລກປ່ຽນ ຄະນະຊ່ຽວຊານ, ແລກປ່ຽນຂໍ້ມູນ ຂ່າວສານ, ບົດຮຽນວຽກງານກໍ່ ສ້າງພັກ, ກໍ່ສ້າງລະບົບການເມືອງ; ແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານບໍາລຸງສ້າງພະ ນັກງານຂັ້ນຕ່າງໆ; ພົບປະແລກ ປ່ຽນລະຫວ່າງບັນດາກະຊວງ, ຄະ ນະຂອງພັກ, ຂະແໜງການ, ບັນດາ ອົງການຂອງສະພາແຫ່ງຊາດ, ແນວໂຮມ, ບັນດາອົງການຈັດຕັ້ງ ມະຫາຊົນ, ທ້ອງຖິ່ນຂອງສອງປະ ເທດ; ຍູ້ແຮງວຽກງານໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບ ມູນເຊື້ອສາຍພົວພັນພິເສດ ລາວຫວຽດນາມ, ຫວຽດນາມ-ລາວ; ສືບຕໍ່ຊຸກຍູ້ການເຊື່ອມໂຍງພື້ນຖານ ເສດຖະກິດ, ເຊື່ອມໂຍງເຊື່ອມຈອດ ພື້ນຖານໂຄງລ່າງລະຫວ່າງສອງ ປະເທດ ລາວ-ຫວຽດນາມ ແລະ ອື່ນໆ. ໂອກາດນີ້, ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ເຕັມໄປດ້ວຍໄມຕີຈິດມິດຕະພາບອັນ ດູດດື່ມ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍ ອ້າຍນ້ອງ. ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເປັນຄັ້ງທໍາອິດ ແລະ ເປັນການເຄື່ອນໄຫວຕ່າງປະເທດ ໃນຖານະຕໍາແໜ່ງຜູ້ປະຈໍາການຄະ ນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ສະໄໝທີ XIV ຊຶ່ງ ມີຂຶ້ນໃນທ່າມກາງບັນຍາກາດທີ່ ປະຊາຊົນລາວພວມກະກຽມຕ້ອນ ຮັບບຸນປີໃໝ່ ພສ 2569 ແລະ ສອງປະເທດພວມຕັ້ງໜ້າຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຂອງແຕ່ລະພັກ ກໍຄື ຈັດຕັ້ງ ປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ ສອງປະເທດໄດ້ຕົກລົງຮ່ວມກັນ; ຍິນດີຮ່ວມກັບຝ່າຍລາວຮ່ວມກັນ ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບ ທິດທາງ, ມາດຕະການເພື່ອແນໃສ່ ເສີມຂະຫຍາຍ ແລະ ເພີ່ມທະວີສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ຫວຽດນາມ-ລາວ, ລາວຫວຽດນາມ. ພ້ອມນັ້ນ, ກໍຢືນຢັນວ່າ ຫວຽດນາມ ຖືລາວເປັນສະຫາຍ ອ້າຍນ້ອງທີ່ສະໜິດສະໜົມ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮ່ວມມື ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອລາວ, ຮ່ວມກັນຍາດໄດ້ຜົນສໍາເລັດໃຫຍ່ ຫລວງກວ່າເກົ່າໃນຕໍ່ໜ້າ; ສະແດງ ຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາ ພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນ ສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ, ພັດທະນາປະເທດຊາດຕາມທິດ ສັນຕິພາບ, ເອກະລາດ, ເປັນເຈົ້າ ຕົນເອງ, ວັດທະນະຖາວອນ ແລະ ນັບມື້ຍົກສູງບົດບາດໃນເວທີພາກ ພື້ນ ແລະ ສາກົນ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ, ຜົນສໍາເລັດການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ, ສະພາປະຊາຊົນຂັ້ນຕ່າງໆ ແລະ ການປັບປຸງຄະນະລັດຖະບານ ຊຸດໃໝ່ ຂອງສອງປະເທດ; ຕີລາຄາ ສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳ ເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍທາງປະຫວັດ ສາດທີ່ປະຊາຊົນສອງປະເທດຍາດ ມາໄດ້ຕະຫລອດໄລຍະຜ່ານມາ, ອັນ ໄດ້ເຮັດໃຫ້ສອງປະເທດສາມາດສືບ ຕໍ່ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ, ເສດຖະກິດ ມີການຂະຫຍາຍຕົວໃນລະດັບສູງ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ມີຄວາມເຂັ້ມແຂງ, ການພົວ ພັນຮ່ວມມຶືກັບຕ່າງປະເທດ ສືບຕໍ່ ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງສອງປະເທດ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ ໃຫ້ສືບຕໍ່ມີການຂະຫຍາຍຕົວຮອບ ດ້ານ, ເລິກເຊິ່ງ ແລະ ມີຄຸນນະພາບ ຫລາຍກວ່າເກົ່າ; ການຮ່ວມມືດ້ານ ການເມືອງສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງ ກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ ນັບມື້ໄດ້ຮັບການເສີມ ຂະຫຍາຍຢ່າງມີປະສິດທິຜົນ; ການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະ ນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະ ວີ ແລະ ນໍາຜົນປະໂຫຍດຢ່າງເປັນ ຮູບປະທໍາມາສູ່ປະຊາຊົນສອງຊາດ. ສອງຝ່າຍຕ່າງກໍ່ສະແດງຄວາມ ຮູ້ບຸນຄຸນອັນລົ້ນເຫລືອ ແລະ ຂອບ ໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລໍ້າຄ່າ, ທັນການ, ມີ ປະສິດທິຜົນ ແລະ ຈິງໃຈທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ ມີແກ່ກັນຕະຫລອດໄລຍະດໍາ ເນີນພາລະກິດຕໍ່ສູ້ປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຂອງລາວໃນປັດຈຸບັນ. ໃນໂອກາດນີ້, ສອງຝ່າຍກໍໄດ້ ມີການລົງນາມ ແລະ ມອບ-ຮັບ ເອກະສານການຮ່ວມມືສອງຝ່າຍ ໂດຍການເປັນສັກຂີພິຍານຂອງ ສອງສະຫາຍຜູ້ປະຈໍາການຄະນະ ບໍລິຫານງານສູນກາງພັກລາວ ແລະ ຫວຽດນາມ ຊຶ່ງເອກະສານທີ່ລົງ ນາມ ແລະ ມອບ-ຮັບໃນຄັ້ງນີ້ ປະ ກອບດ້ວຍ: ໂຄງການຮ່ວມມືກ່ຽວ ກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ, ຫໍສະໜຸດໄລຍະ 2026-2030 ລະຫວ່າງຫ້ອງວ່າ ການສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຫ້ອງວ່າການສູນກາງ ພັກກອມມູນິດຫວຽດນາມ; ບົດ ບັນທຶກຄວາມເຂົ້າໃຈລະຫວ່າງ ແຂວງຫລວງນໍ້າທາ ສປປ ລາວ ແລະ ແຂວງດ້ຽນບຽນ ສສ ຫວຽດ ນາມ ໄລຍະ 2026-2029. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແຫ້ງ ເຊັ່ນ: ນໍ້າປາ, ສະອິວ, ແປງນົວ ແລະ ອື່ນໆ) ຖ້າຫາກກໍລະນີພົບເຫັນ ສວຍໂອກາດຂຶ້ນລາຄາຕາມລໍາພັງ ໃຈແມ່ນຈະໄດ້ປະຕິບັດມາດຕະການ ຕາມລະບຽບທີ່ໄດ້ກໍານົດໄວ້; ຈະ ປະສານສົມທົບກັບຂັ້ນເທິງ ແລະ ຊາຍແດນ ລະຫວ່າງແຂວງຕໍ່ແຂວງ ເພື່ອຄຸ້ມຄອງ ແລະ ສະກັດກັ້ນການ ເຄື່ອນຍ້າຍພືດ, ຜະລິດຕະພັນພືດທີ່ ບໍ່ຖືກຕ້ອງຕາມລະບຽບການເຄື່ອນ ຍ້າຍເຂົ້າມາໃນນະຄອນຫລວງ ວຽງຈັນ ເປັນຕົ້ນ ແມ່ນການນຳເຂົ້າ ທີ່ບໍ່ໄດ້ຮັບອະນຸຍາດ. ໃນໄລຍະຜ່ານມາ, ພະແນກອຸດ ສາຫະກຳ ແລະ ການຄ້ານະຄອນ ຫລວງວຽງຈັນ ສົມທົບກັບຫ້ອງ ການອຸດສາຫະກຳ ແລະ ການຄ້າ ເມືອງລົງຕິດຕາມກວດກາສະພາບ ລາຄາສິນຄ້າຢ່າງເປັນປົກກະຕິ, ເຫັັນວ່າໃນໄລຍະທ້າຍປີ 2025 ຫາເດືອນກຸມພາ 2026 ລາຄາ ສິນຄ້າແມ່ນຢູ່ໃນສະພາບປົກກະຕິ, ສະເພາະເດືອນກຸມພາ ຫາ ເດືອນ ມີນານີ້ ເຫັນວ່າປະເພດຊີ້ນໝູລາຄາ 80.000-88.000 ກີບ, ປະເພດ ປານິນ 45.000-49.000 ກີບ, ໄຂ່ໄກ່ 70.000-75.000 ກີບ. ສໍາລັບປະເພດພືດຜັກເປັນລະດູການ ຜະລິດລາຄາໃນໄລຍະນີ້ກໍຫລຸດລົງ ແລະ ໃນໄລຍະລາຄານໍ້າມັນເຊື້ອໄຟ ມີການປັບເພີ່ມຂຶ້ນນີ້ ເຮັດໃຫ້ລາຄາ ສິນຄ້າມີການເໜັງຕີງ ໂດຍສະເພາະ ສິນຄ້າປະເພດນໍາເຂົ້າເຮັດໃຫ້ຄ່າ ຄອງຊີບເພີ່ມຂຶ້ນ ຊຶ່ງສາເຫດແມ່ນ ມາຈາກຫລາຍປັດໄຈແຕ່ສິນຄ້າ ບາງປະເພດກໍຍັງຄົງທີ່ຢູ່. ຂ່າວ: ກິດຕາ ແລະ ປາສະຈາກຜົນເສຍຫາຍທາງ ສຸຂະພາບ, ຊີວິດ ແລະ ຊັບສິນທີ່ ເກີດຈາກອຸບັດເຫດຕາມທ້ອງຖະ ໜົນ, ກົມຕໍາຫລວດຈະລາຈອນ ຈຶ່ງໄດ້ອອກແຈ້ງການມາຍັງພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ກ່ຽວກັບການປ້ອງກັນ ແລະ ສະ ກັດກັ້ນອຸບັດເຫດ ໂດຍເນັ້ນໃຫ້ຜູ້ ຂັບຂີ່ລົດຕ້ອງກຽມຄວາມພ້ອມ ດ້ານສຸຂະພາບຮ່າງກາຍ, ກ່ອນຈະ ເດີນທາງ ເພື່ອຮັບປະກັນບໍ່ໃຫ້ມີ ຄວາມອິດເມື່ອຍ, ອ່ອນເພຍ, ງ່ວງ ນອນໃນເວລາຂັບຂີ່, ພ້ອມກັນນັ້ນ ຕ້ອງກະກຽມເອກະສານໃຫ້ຄົບຊຸດ ຕາມລະບຽບການເຊັ່ນ: ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບຢັ້ງຢືນການເສຍຄ່າທຳນຽມ ທາງ, ປະກັນໄພ, ໃບອະນຸຍາດດຳ ເນີນທຸລະກິດ ແລະ ອື່ນໆ ເພື່ອຢັ້ງຢືນ ໃນເວລາເຈົ້າໜ້າທີ່ກວດກາ; ຜູ້ຂັບ ຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍຕ້ອງໃສ່ ໝວກກັນກະທົບ, ສຳລັບລົດໃຫຍ່ຜູ້ ຂັບຂີ່ແລະ ຜູ້ໂດຍສານຕ້ອງຮັດສາຍ ແອວນິລະໄພ ເພື່ອຮັບປະກັນຄວາມ ປອດໄພໃນເວລາເກີດອຸບັດເຫດ; ກ່ອນຈະນຳໃຊ້ຍານພາຫະນະຕ້ອງ ກວດກາສະພາບເຕັກນິກເປັນຕົ້ນໄຟ ສັນຍານ, ໄຟເຍືອງທາງ, ຟອຍປັດ ນ້ຳຝົນ, ຢາງຕີນລົດ ແລະ ຫ້າມລໍ້ (ເບກ) ມີຄວາມຮັບປະກັນ ຫລື ບໍ່, ການບັນທຸກວັດຖຸສິ່ງຂອງຕ່າງໆ ຕ້ອງຫຸ້ມຫໍ່ມັດໃຫ້ແໜ້ນໜາຈຶ່ງອອກ ເດີນທາງ. ສຳລັບການສັນຈອນຢູ່ເສັ້ນທາງ ດ່ວນຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ຊົ່ວໂມງ, ຄວາມໄວຕໍ່າ ສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ ແລະ ຄວນປະຕິບັດຕາມປ້າຍກໍານົດ ແຕ່ລະໄລຍະຂອງເສັ້ນທາງ. ສ່ວນ ການສັນຈອນຢູ່ເສັ້ນທາງໃນເທສະ ບານ (ຕົວເມືອງ) ຫ້າມໃຊ້ຄວາມ ໄວເກີດ 30-40 km/ຊົ່ວໂມງ, ເຂດ ນອກເມືອງໃຫ້ປະຕິບັດຕາມປ້າຍ ສັນຍານຈະລາຈອນທີ່ໄດ້ກຳນົດ ໄວ້. ຜູ້ຂັບຂີ່ຍານພາຫະນະຫ້າມນຳ ໃຊ້ໂທລະສັບໃນເວລາຂັບຂີ່ຍານ ພາຫະນະຢ່າງເດັດຂາດ; ຫ້າມດື່ມ ສິ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາ ພົບເຫັນເຈົ້າໜ້າທີ່ຕໍາຫລວດຈະ ລາຈອນຈະໄດ້ກັກຜູ້ຂັບຂີ່ໄວ້ໃຫ້ ສ່ວງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫລື ໃຫ້ຍາດພີ່ນ້ອງ, ໝູ່ຄູ່ມາຮັບ ເອົາເພື່ອຮັບປະກັນຄວາມປອດໄພ; ຫ້າມຂັບຂີ່ຍານພາຫະນະໄວເກີນ ກົດໝາຍກຳນົດ (ສໍາລັບລົດຂົນສົ່ງ, ໂດຍສານຫ້າມແລ່ນໄວເກີນ 70 Km/ຊົ່ວໂມງ ຕາມເສັ້ນທາງຫລວງ ສະເພາະຢູ່ເຂດນອກເມືອງ); ຫ້າມຜູ້ ຂັບຂີ່ນຳໃຊ້ຍານພາຫະນະທີ່ມີການ ດັດແປງສະພາບເຕັກນິກເຊັ່ນ: ການ ຕິດຕັ້ງອຸປະກອນເສີມປະເພດໄຟສະ ປອດໄລ້ທີ່ມີຄວາມສະຫວ່າງສູງ ສັນຈອນຕາມເສັ້ນທາງໃນຍາມກາງ ຄືນຈະສົ່ງຜົນກະທົບຕໍ່ຜູ້ໃຊ້ລົດ-ໃຊ້ ຖະໜົນຄັນອື່ນ ຊຶ່ງມີຄວາມສ່ຽງທີ່ ຈະພາໃຫ້ເກີດອຸບັດເຫດ; ຫ້າມຂັບ ຂີ່ຍານພາຫະນະເປັນພຶງເປັນແພ ກີດຂວາງການສັນຈອນ ແລະ ຊ່ວງ ຊີງກັນຕາມເສັ້ນທາງຢ່າງເດັດຂາດ; ຫ້າມຜູ້ໂດຍສານນັ່ງຂອບກະບະລົດ ຫລື ນັ່ງຝາທ້າຍລົດໃນເວລາລົດກໍາ ລັງສັນຈອນຢ່າງເດັດຂາດ; ຫ້າມ ນຳໃຊ້ລົດຂົນສົ່ງໂດຍສານບັນທຸກ ສິນຄ້າ ແລະ ບັນທຸກຜູ້ໂດຍສານ ເກີນກຳນົດ ແລະ ຊ່ວງຊີງເອົາຜູ້ ໂດຍສານຢ່າງເດັດຂາດ; ຫ້າມຜູ້ ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ ອາຍຸບໍ່ເຖິງກະສຽນຂັບຂີ່ພາຫະນະ ຢ່າງເດັດຂາດ; ຫ້າມຈອດລົດ ໃນເສັ້ນທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີພາຫະນະເປ່ເພ) ແຕ່ຕ້ອງມີປ້າຍເຄື່ອງໝາຍເຕືອນ ໃຫ້ຜູ້ຂັບຂີ່ທີ່ຮ່ວມສັນຈອນໄດ້ແນມ ເຫັນ ແລະ ຫລີກຢ່າງປອດໄພ. ຜູ້ຂັບ ຂີ່ຍານພາຫະນະຕ້ອງຄົບລົບ ແລະ ປະຕິບັດຕາມກົດຈະລາຈອນທາງ ບົກຢ່າງເຂັ້ມງວດ, ກໍລະນີລະເມີດ ທາງເຈົ້າໜ້າທີ່ຈະໄດ້ນຳໃຊ້ມາດຕະ ການສຶກສາອົບຮົມ, ລະເມີດຫລາຍ ມາດຕາແມ່ນຈະຂຽນໃບສັ່ງ, ກັກ ເອກະສານທີ່ກ່ຽວຂ້ອງໄວ້ (ຖ້າ ລະເມີດຮ້າຍແຮງມີຄວາມສ່ຽງທີ່ ຈະພາໃຫ້ເກີດອຸບັດເຫດເຈົ້າໜ້າທີ່ ຈະໄດ້ກັກພາຫະນະໄວ້ຊົ່ວຄາວ). ທ່ານ ພັອ ຄໍາສອນ ສີດາວົງ ໃຫ້ ຮູ້ອີກວ່າ: ໃນປີ 2025 ຜ່ານມາ ມີອຸບັດເຫດເກີດຂຶ້ນທັງໝົດ 6.779 ລາຍ, ພາຫະນະເປ່ເພ 12.158 ຄັນ, ຄົນໄດ້ຮັບບາດເຈັບ 10.464 ຄົນ, ເສຍຊີວິດ 917 ຄົນ, ມູນຄ່າເສຍຫາຍ 239,29 ຕື້ກວ່າກີບ, ເກີດສະເລ່ຍ 19 ລາຍ/ມື້ ແລະ ເສຍຊີວິດສະເລ່ຍ 3 ຄົນ/ມື້. ສະເພາະປີໃໝ່ລາວ ພສ 2568 ມີອຸບັດເຫດເກີດຂຶ້ນທັງໝົດ 313ລາຍ, ພາຫະນະເປ່ເພ538ຄັນ, ຄົນໄດ້ຮັບບາດເຈັບ 521 ຄົນ, ຄົນ ເສຍຊີວິດ 26 ຄົນ, ຍິງ 7 ຄົນ, ສ້າງຜົນເສຍຫາຍທາງດ້ານສຸຂະ ພາບ, ຊີວິດ ແລະ ຊັບສິນຂອງລັດ, ຂອງລວມໜູ່ ແລະ ຂອງພໍ່ແມ່, ປະ ຊາຊົນບັນດາເຜົ່າຢ່າງຫລວງຫລາຍ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==