10.4.2026

10/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສິດິດ [a osk0U gspN v.oot7vos];';P'9a o pa '9twfh ln [8+ gvq k.9.lj cdh w0 ບົດສະເໜີົີ gru j ,mt;u gvq k.9.lj lts]v'[5 oxu .\j ]k; [q orN o4koxt1a f,a fmtpa f ພາບປະກອບ ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ນະຄອນຫລວງວຽງຈັນ ແມ່ນເມືອງເອກຂອງປະເທດລາວ ເຮົາ ທັງແມ່ນສູນກາງທາງດ້ານ ການເມືອງ, ເສດຖະກິດ-ສັງຄົມ ແລະ ເປັນສູນກາງການທ່ອງທ່ຽວ ທີ່ສຳຄັນຂອງພາກພື້ນ. ດັ່ງນັ້ນ, ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ຕໍ່ ບັນຫາຂີ້ເຫຍື້ອຕື່ມ ຊຶ່ງປັດຈຸມີບາງ ບຸກຄົນຍັງຖືເບົາຕໍ່ບັນຫາການ ເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບ ຮຽບຮ້ອຍ ທັງຍັງຖິ້ມຂີ້ິເຫຍື້ອຊະ ຊາຍ. ດັ່ງຢູ່ເຂດບ້ານນາຖົງ ແລະ ບໍລິເວນໃກ້ກັບສະຖານີລົດໄຟວຽງ ຈັນໃຕ້ ໄດ້ມີການຖິ້ມຂີ້ເຫຍື້ອຊະ ຊາຍຕາມແຄມທາງ ອັນໄດ້ສົ່ງກິ່ນ ເໝັນ ທັງສົ່ງພາບພົດທີ່ບໍ່ຈົບງາມ ແລະ ກະທົບຕໍ່ຜູ້ປະກອບການຮ້ານ ຄ້າ, ປະຊາຊົນໃນເຂດນີ້. ເມື່ອມໍ່ໆມານີ້, ທີມນັກຂ່າວສຳ ນັກຂ່າວສານປະເທດລາວ ໄດ້ມີໂອ ກາດໄປເຂດບ້ານນາຖົງ ທັງໄດ້ສົນ ທະນາກັບທ່ານບຸນຕາສີປະໄພ ເຈົ້າ ຂອງຮ້ານຂາຍເຄື່ອງແຫ້ງ ແລະ ອາຫານ (ເຝີ, ເຂົ້າປຽກ, ລາບ, ແກງ) ຢູ່ໃກ້ກັບສະຖານີລົດໄຟວຽງ ຈັນໃຕ້ ວ່າ: ເຖິງວ່າຢູ່ບໍລິເວນໜ້າ ຮ້ານຂອງຕົນ ບັນຫາຂີ້ເຫຍື້ອ ຍັງບໍ່ ທັນຮ້າຍແຮງ ແລະ ບໍ່ທັນມີກິ່ນເໝັນ ລົບກວນຫລາຍ, ແຕ່ພວກເຮົາສັງ ເກດໄປຕາມເສັ້ນທາງ ໂດຍສະ ເພາະເຂດຟາກຂົວນັ້ນ, ເຫັນວ່າມີ ກອງຂີ້ເຫຍື້ອສະສົມເປັນຈຳນວນ ຫລວງຫລາຍ ອັນໄດ້ສົ່ງກິ່ນເໝັນ ໄປທົ່ວບໍລິເວນນັ້ນ ຊຶ່ງບັນຫາດັ່ງ ກ່າວ ເກີດຂຶ້ນຍ້ອນການຂາດສະຕິ ຂອງຄົນ ນຳເອົາຂີ້ເຫຍື້ອມາຖອກ ຖິ້ມໄວ້ຕາມແຄມທາງ. ບາງເທື່ອ ເຂົາເຈົ້າມາຖິ້ມຕອນກາງຄືນ ຫລື ຕອນທີ່ບໍ່ມີຄົນເຫັນ. ບັນຫານີ້, ມັນ ສະແດງໃຫ້ເຫັນວ່າສັງຄົມຍັງຖືເບົາ ຕໍ່ການຮັກສາອະນາໄມສ່ວນລວມ. ແນວໃດກໍຕາມ, ບັນຫາຂີ້ເຫຍື້ອ ຢູ່ເຂດນາຖົງ ໄດ້ສົ່ງກິ່ນເໝັນຕໍ່ສັງ ຄົມເຂດດັ່ງກ່າວ ທັງເປັນແຫລ່ງແພ່ ພັນຂອງແມງວັນ ແລະ ເຊື້ອພະຍາດ ຕ່າງໆ. ເຖິງວ່າໃນປັດຈຸບັນເຂດ ນີ້ ບໍ່ທັນມີໂຮງງານອຸດສາຫະກຳ ຕ່າງໆ ທີ່ສົ່ງກິ່ນເໝັນກໍຕາມ, ແຕ່ ບັນຫາຂີ້ເຫຍື້ອຈາກຄົວເຮືອນທີ່ບໍ່ ໄດ້ຮັບການຈັດການຢ່າງຖືກຕ້ອງ ແຫລ່ງຂໍ້ມູນ: ຈົດໝາຍຂ່າວ ໄຊສົມບູນ. ່ ງໍ້ ມູນົ ດ່ າົ ມູ ນ g,n v']h v'c9h ' lts]5 [;Pd'ko d+ lh k'ra drtoa d'ko c]t ;k'my fmk'czodkoxu 2026 ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ ຂປລ. ເມື່ອມໍ່ໆມານີ້, ຄະນະ ຈັດຕັ້ງ ເມືອງລ້ອງແຈ້ງ ແຂວງໄຊ ສົມບູນ ໄດ້ເປີດກອງປະຊຸມສະ ຫລຸບວຽກງານກໍ່ສ້າງພັກພະນັກ ງານ, ປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳ ປີ 2025 ແລະ ວາງທິດທາງແຜນ ການປີ 2026 ຂຶ້ນຢູ່ສະໂມສອນ ກອງບັນຊາການ ປກສ ເມືອງພາຍ ໃຕ້ການເປັນປະທານຂອງ ສະຫາຍ ເວີນຈອນ ວົງພົມມີ ຮອງເລຂາພັກ ເມືອງຜູ້ຊີ້ນຳວຽກພັກ ພະນັກງານ, ມີບັນດາສະຫາຍເລຂາໜ່ວຍພັກ ຮາກຖານ, ເລຂາໜ່ວຍພັກຫ້ອງ ການ, ກົມກອງ, ຫົວໜ້າຫ້ອງການ, ປະທານຕາແສງ, ເລຂາໜ່ວຍພັກ ບ້ານ ທີ່ຂຶ້ນກັບຕາແສງຜາມີໄຊ ເຂົ້າຮ່ວມ. ສະຫາຍ ວັດທະນາກອນ ສີບຸນ ເຮືອງ ຮອງຫົວໜ້າຄະນະຈັດຕັ້ງ ເມືອງ ໄດ້ຜ່ານບົດສະຫລຸບຕີລາຄາ ວຽກງານກໍ່ສ້າງພັກພະນັກງານ, ປັບປຸງກົງຈັກການຈັດຕັ້ງປີ 2025 ແລະ ວາງທິດທາງແຜນການປີ 2026 ວ່່າ: ປັດຈຸບັນທົ່ວອົງຄະນະ ພັກເມືອງມີການຈັດຕັ້ງຮາກຖານ ພັກທັງໝົດ 36 ຮາກຖານພັກ. ໃນ ນີ້, ມີ 2 ຄະນະພັກຮາກຖານ, ມີ 34 ໜ່ວຍພັກ, ມີ 6 ໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານ. ຕະຫລອດ ໄລຍະຜ່ານມາ ໄດ້ເອົາໃຈໃສ່ຂະ ຫຍາຍສະມາຊິກພັກທາງດ້ານຄຸນ ນະພາບ ແລະ ຖືກຕ້ອງຕາມກົດລະ ບຽບຂອງພັກສະໄໝທີ XI ໂດຍ ໄດ້ເລື່ອນສະມາຊິກພັກສຳຮອງ ຂຶ້ນສົມບູນ 14 ສະຫາຍ, ຍິງ 3 ສະຫາຍ, ຮັບເອົາມະຫາຊົນກ້າວ ໜ້າເຂົ້າເປັນສະມາຊິກພັກສຳຮອງ 25 ສະຫາຍ, ຍິງ 8 ສະຫາຍ, ໄດ້ ຄັດເລືອກເອົາພະນັກງານລັດຖະ ກອນໄປກໍ່ສ້າງບຳລຸງໄລຍະສັ້ນ ແລະ ໄລຍະຍາວ ຢູ່ພາຍໃນປະເທດ 16 ທ່ານ, ບຳລຸງທິດສະດີຂັ້ນກາງ 6 ສະຫາຍ, ຂັ້ນຕົ້ນ 6 ສະຫາຍ, ຍົກ ລະດັບວິຊາສະເພາະ 4 ສະຫາຍ ແລະ ໄປກໍ່ສ້າງບຳລຸງຢູ່ຕ່າງປະ ເທດ 2 ສະຫາຍ, ໄດ້ແຕ່ງຕັ້ງສັບ ຊ້ອນ, ນຳໃຊ້ພະນັກງານ ແລະ ກົນໄກປະສານງານສາຍຕັ້ງສາຍ ຂວາງ, ປະທານຄະນະກຳມະການ ປົກຄອງເມືອງໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານ ດຳລົງຕຳແໜ່ງບໍລິຫານປະເພດ ຕ່າງໆຢູ່ຫ້ອງການ, ອົງການຂອງ ເມືອງໄດ້ 6 ສະຫາຍ, ຍິງ 2 ສະຫາຍ. ຂະນະທີ່ສະຫາຍ ນາງ ຈັນຫອມ ພຸດທະວົງ ຮອງຫົວໜ້າຄະນະ ຈັດຕັ້ງເມືອງໄດ້ຂຶ້ນຜ່ານບົດສະ ຫລຸບຕີລາຄາການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງ ແຜນປີ 2026 ວ່າ: ໃນປີຜ່ານມາ ໄດ້ປະເມີນຜົນ ແລະ ຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໄດ້ 22 ໜ່ວຍພັກ, ເທົ່າກັບ 73,33% ຂອງໜ່ວຍພັກທີ່ໄດ້ ຮັບຮອງແຜນ. ໃນນັ້ນ, ມີໜ່ວຍພັກ ຫ້ອງການ, ອົງການ 10 ໜ່ວຍພັກ, ຄະນະພັກກອງບັນຊາການ ປກສປກຊ 6 ໜ່ວຍພັກ, ໂຮງຮຽນ 2 ໜ່ວຍພັກ ແລະ ບ້ານມີ 4 ໜ່ວຍພັກ, ມີໜ່ວຍພັກທີ່ຜ່ານການປະເມີນແຕ່ ບໍ່ບັນລຸເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ມີ 6 ໜ່ວຍພັກ, ໜ່ວຍພັກທີ່ໄດ້ປະກາດຍຸບກ່ອນ ການປະເມີນ 1 ໜ່ວຍພັກ ບໍ່ໄດ້ຮັບ ຮອງແຜນການປະເມີນ 5 ໜ່ວຍ ພັກ, ໄດ້ຮັບຮອງແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນໃນປີ 2026 ຈຳນວນ 29 ໜ່ວຍພັກເທົ່າ 85,29% ໃນຈຳ ນວນໜ່ວຍພັກທັງໝົດ, ຈັດປະເພດ ສະມາຊິກພັກແຂງ ມີ 338 ສະຫາຍ ເທົ່າ 80,09%, ຍິງ 61 ສະຫາຍ, ເທົ່າກັບ 14,45%, ສະມາຊິກພັກ ກາງ 35 ສະຫາຍ, ຍິງ 7 ສະຫາຍ, ສະມາຊິກພັກອ່ອນ 1 ສະຫາຍ, ບໍ່ ໄດ້ຈັດປະເພດ 48 ສະຫາຍ, ຍິງ 7 ສະຫາຍ. ສະຫາຍ ເວີນຈອນ ວົງພົມມີ ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະປະຈຳພັກແຂວງ ໃຫ້ແຕ່ ລະໜ່ວຍພັກ ທັງຍັງໄດ້ມີຄຳເຫັນ ໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນ ງານທີ່ບັນດາໜ່ວຍພັກຫ້ອງການ, ກົມກອງອ້ອມຂ້າງເມືອງຍາດມາ ໄດ້ໃນໄລຍະຜ່ານມາ ແລະ ໄດ້ຮຽກ ຮ້ອງໃຫ້ເພີ່ມທະວີເຮັດວຽກງານ ການເມືອງແນວຄິດໃຫ້ເປັນປົກ ກະຕິໃຫ້ແກ່ສະມາຊິກພັກພະນັກ ງານ ໃຫ້ມີຄຸນນະພາບດ້ານການ ປະຕິບັດໜ້າທີ່ວຽກງານ, ມີຄວາມ ສາມັກຄີມີຄວາມເປັນເອກະພາບ ສູງຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ພ້ອມກັນມີສະຕິຕໍ່ກົນອຸ ບາຍມ້າງເພທຳລາຍຂອງກຸ່ມຄົນ ທີ່ບໍ່ຫວັງດີ. ໄດ້ກາຍເປັນບັນຫາ ແລະ ສ້າງພາບ ພົດບໍ່ງາມຕາຕໍ່ສັງຄົມກໍຄື ແຂກ ຕ່າງດ້າວທ້າວຕ່າງແດນ ເນື່ອງ ຈາກເປັນເຂດໃກ້ກັບສະຖານີລົດ ໄຟ ຊຶ່ງເປັນຈຸດທີ່ນັກທ່ອງທ່ຽວທັງ ພາຍໃນແລະ ຕ່າງປະເທດເດີນທາງ ຜ່ານ. ຖ້າແຂກບ້ານແຂກເມືອງ ເຫັນ ສະພາບຂີ້ເຫຍື້ອຊະຊາຍຕາມທາງ, ມັນຈະສ້າງພາບພົດທີ່ບໍ່ດີຕໍ່ການ ທ່ອງທ່ຽວຂອງນະຄອນຫລວງ ວຽງຈັນ ກໍຄື ປະເທດລາວເຮົາ. ທ່ານ ບຸນຕາ ສີປະໄພ ໄດ້ສະເໜີ ແນວທາງແກ້ໄຂຢ່າງກົງໄປກົງມາ ວ່າ: ການຖິ້ມຂີ້ເຫຍື້ອນັບມື້ເພີ່ມຂຶ້ນ ເລື້ອຍໆຢາກໃຫ້ພາກສ່ວນກ່ຽວ ຂ້ອງລົງມາແກ້ໄຂແລະຈັດຕັ້ງການ ເກັບມ້ຽນໃຫ້ເປັນລະບົບ. ນອກ ຈາກນີ້, ກໍລະນີພົບເຫັນການຖິ້ມ ຂີ້ເຫຍື້ອຊະຊາຍກໍຕ້ອງໄດ້ປະຕິບັດ ຕາມລະບຽບທີ່ໄດ້ວາງໄວ້. ພ້ອມນີ້, ຢາກໃຫ້ແຕ່ລະຄົນທີ່ມີຂີ້ເຫຍື້ອ ຫລື ສິ່ງເປິເປື້ອນ ໃຫ້ເອົາໄປຖິ້ມໃນບ່ອນ ທີ່ເຂົາເຈົ້າກຳນົດໄວ້ ໂດຍສະເພາະ ຄວນໃສ່ລົດຂີ້ເຫຍື້ອ ຫລື ຖິ້ມໃຫ້ ຖືກຈຸດ ບໍ່ຄວນມາຖິ້ມຊະຊາຍຕາມ ທາງແບບນີ້ ເພາະມັນບໍ່ງາມຕາ ແລະ ສົ່ງຜົນກະທົບຕໍ່ຜູ້ອື່ນ. ພວກເຮົາບໍ່ຄວນເບິ່ງຂ້າມບັນ ຫາຂີ້ເຫຍື້ອ ເນື່ອງຈາກວ່າ ການພັດ ທະນາບ້ານເມືອງໃຫ້ຈະເລີນນັ້ນ ຕ້ອງມາພ້ອມກັບການພັດທະນາ ຈິດໃຈແລະຄວາມຮັບຜິດຊອບຂອງ ສັງຄົມ. ການຮັກສາຄວາມສະອາດ ບໍ່ແມ່ນໜ້າທີ່ຂອງພາກສ່ວນໃດ ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບ ຂອງໝົດທຸກຄົນ. ຖ້າທຸກຄົນມີ ຄວາມຕື່ນຕົວ ແລະ ຮ່ວມມືກັນຮັກ ສາຄວາມສະອາດ ກໍຈະເຮັດໃຫ້ ບ້ານເມືອງ ກໍຄື ສະພາບແວດລ້ອມ ມີຄວາມສະອາດ ແລະ ໜ້າຢູ່ຂຶ້ນ. ນອກນີ້, ຍັງຈະສ້າງຄວາມປະທັບ ໃຈ ແລະ ດຶງດູດເອົານັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວນະຄອນຫລວງ ວຽງຈັນ ກໍຄື ປະເທດລາວຫລາຍ ຂຶ້ນເລື້ອຍໆ. ຂປລ. ຍັງອີກບໍ່ພໍເທົ່າໃດມື້ຂ້າງ ໜ້າ, ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວພສ2569 ທີ່ກຳລັງໝູນວຽນມາເຖິງອີກຄັ້ງ, ໃນປີນີ້ກໍຄືທຸກໆປີການສະເຫລີມສະ ຫລອງບຸນປີໃໝ່ລາວ ໄດ້ກຳນົດ 3 ວັນ ຄື ວັນທີ 14 ເມສາ ມື້ສັງຂານ ລ່ວງ, ວັນທີ 15 ເມສາ ມື້ເນົາ ແລະ ວັນທີ 16 ເມສາ ມື້ສັງຂານຂຶ້ນ. ຄຽງຄູ່ກັນນັ້ນ, ການສະເຫລີມສະ ຫລອງບຸນປີໃໝ່ລາວ (ກຸດສົງ ການ) ປີນີ້ ຕ້ອງຮັກສາໄດ້ຄວາມ ເປັນລະບຽບຮຽບຮ້ອຍ, ຖືກຕ້ອງ ຕາມຮີດຄອງປະເພນີ, ເຕັມໄປດ້ວຍ ຄວາມສາມັກຄີຮັກແພງ, ຮັກສາ ໄດ້ຄວາມສະຫງົບປອດໄພ ທີ່ລັດ ຖະບານ ກໍຄື ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ໄດ້ອອກ ແຈ້ງການເນັ້ນໃຫ້ການສະເຫລີມ ສະຫລອງບຸນປີໃໝ່ລາວ ປີນີ້, ໃຫ້ຢູ່ ບົນພື້ນຖານປະຢັດ, ໃຊ້ຈ່າຍຢ່າງມີ ແບບແຜນຄັກແນ່ຫລີກເວັ້ນການ ໃຊ້ຈ່າຍຟູມເຟືອຍ, ຫລຸດຜ່ອນການ ເດີນທາງ ຖ້າບໍ່ຈຳເປັນຫັນມານໍາໃຊ້ ລົດໄຟຟ້າ ເພື່ອເປັນການຊ່ວຍປະຢັດ ນໍ້າມັນເຊື້ອໄຟ. ແນວໃດກໍຕາມ, ປີໃໝ່ນີ້ ເປັນ ອີກປີໜຶ່ງທີ່ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມສັບ ສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດ ຊາດແລະປະຊາຊົນລາວຢ່າງຫລີກ ລ່ຽງບໍ່ໄດ້, ສະນັ້ນ ເພື່ອເຮັດໃຫ້ ການຫລິ້ນບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ປະຈຳປີ 2026 ທີ່ເຄີຍ ປະຕິບັດກັນມາທຸກໆປີ ໃຫ້ມີ ຄວາມເບີກບານມ່ວນຊື່ນ. ສຳລັບປີ ນີ້, ພັກ-ລັດ ມີຄວາມເປັນຫ່ວງເປັນ ໄຍຕໍ່ກັບສະພາບການການດຳລົງ ຊີວິດຂອງພໍ່ແມ່ປະຊາຊົນ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ໃຊ້ຈ່າຍເຂົ້າໃນກິດຈະກຳສະເຫລີມ ສະຫລອງບຸນປີໃໝ່ນັ້ນ, ຕ້ອງເຮັດ ດ້ວຍຄວາມປະຢັດມັດທະຍັດ ບໍ່ໃຊ້ ຈ່າຍ ແບບຟູມເຟືອຍ, ສ່ວນການຫ ລິ້ບຸນປີໃໝ່ນັ້ນ ຕ້ອງຮັກສາໃຫ້ໄດ້ ຮີດຄອງປະເພນີອັນດີງາມ, ການ ຫົດນໍ້າ ເພື່ອອວຍພອນເຊິ່ງກັນ ແລະ ກັນ ກໍຕ້ອງໃຊ້ນໍ້າທີ່ສະອາດ ແລະ ຕ້ອງໄດ້ຮັບອະນຸຍາດກ່ອນ ຈຶ່ງຫົດ, ບໍ່ຄວນໃຊ້ນໍ້າເປື້ອນ, ນໍ້າ ສີ, ຮ່າຍນໍ້າໃສ່ຖົງຢາງ ແລ້ວແກວ່ງ ໃສ່ກັນໃນເວລາຂີ່ລົດ ແລະ ໃຊ້ບັ້ງ ສີດນໍ້າ ຊຶ່ງຈະເຮັດໃຫ້ເກີດຄວາມ ບໍ່ງາມຕາ ແລະ ເກີດອຸບັດເຫດໄດ້. ດັ່ງນັ້ນ, ຕໍ່ກັບບັນຫາດັ່ງກ່າວ ຖ້າຫາກທຸກຄົນພ້ອມໃຈກັນເອົາໃຈ ໃສ່ປະຕິບັດ ກໍຈະເຮັດໃຫ້ການສະ ເຫລີມສະຫລອງບຸນປີໃໝ່ (ສົ່ງ ທ້າຍປີເກົ່າ-ຕ້ອນຮັບປີໃໝ່) ລາວປີ ນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພ, ບັນຫາ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຈະບໍ່ເກີດຂຶ້ນ, ໃນນັ້ນຮີດຄອງ ປະເພນີອັນດີງາມຂອງຊາດລາວ ພວກເຮົາກໍຈະຄົງຢູ່ຄູ່ກັບຄົນລາວ ພວກເຮົາຕະຫລອດໄປ ແລະ ທີ່ສຳ ຄັນຈະສ້າງຄວາມປະທັບໃຈ ໃຫ້ແກ່ ແຂກຕ່າງດ້າວທ້າວຕ່າງເມືອງ ທີ່ ມາທ່ອງທ່ຽວ ສປປ ລາວ ໃຫ້ເຂົ້າ ມາຢ້ຽມຢາມ ນັບມື້ນັບຫລາຍຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==