7253

gsfdko{dkora fmtok a xtgmf]k; ( 09/04/2026 ຂປລ. ແຫລ່ງຂ່າວຈາກແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ແຂວງບໍລິຄໍາໄຊ ເປີດງານສັບປະດາແຫ່ງຊາດ ດ້ານ ຄວາມປອດໄພທາງຫລວງປະຈໍາ ປີ 2026 ໃນວັນທີ 7 ເມສາ 2026 ທີ່ເມືອງປາກຊັນ ໂດຍມີ ທ່ານ ຄໍາ ແຫວນ ປັນຍານຸວົງ ປະທານຄະນະ ກໍາມະການປົກຄອງແຂວງບໍລິຄຳ ໄຊ, ມີບັນດາການນໍາຂອງແຂວງເມືອງ, ພະແນກການ ແລະ ນ້ອງ ນັກຮຽນເຂົ້າຮ່ວມເປັນຈໍານວນ ຫລວງຫລາຍ. ການຈັດງານຄັ້ງນີ້ ກໍເພື່ອເປັນ ການປູກຈິດສໍານຶກ ແລະ ຄວາມ ຮັບຜິດຊອບ ເພື່ອໃຫ້ທຸກພາກສ່ວນ ໃນສັງຄົມ, ເຫັນໄດ້ເຖິງຄວາມສໍາ ຄັນ ຂອງການປ້ອງກັນ ແລະ ຫລຸດ ຜ່ອນອຸບັດເຫດ ຊຶ່ງເປັນບັນຫາທີ່ ກະທົບໂດຍກົງ ຕໍ່ການພັດທະນາ ປະເທດຊາດ ເປັນການຕ້ານ ແລະ ສະກັດກັ້ນ ພຶດຕິກໍາສ່ຽງ ໂດຍ ສະເພາະ ການຂັບຂີ່ລົດໄວ, ຄວາມ ປະໝາດ ທັງເປັນການສ້າງວັດທະ ນະທໍາ ການໃຊ້ຖະໜົນທີ່ປອດໄພ, ເປັນການລະດົມກໍາລັງຈາກທັງ ພາກລັດ-ເອກະຊົນ ແລະ ປະຊາຊົນ ໃຫ້ມີສ່ວນຮ່ວມ ໃນການເຄົາລົບ ກົດໝາຍຈະລາຈອນ ຢ່າງເປັນ ເຈົ້າການ ເພື່ອການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ ເພື່ອມຸ່ງໄປ ສູ່ເປົ້າໝາຍ ການເສຍຊີວິດເປັນ 0 ພາຍໃນປີ 2030 ຊຶ່ງເປັນສ່ວນໜຶ່ງ ຂອງການຫລຸດຜ່ອນຄວາມທຸກຍາກ ແລະ ປະກົດຫຍໍ້ທໍ້ໃນສັງຄົມ. ການຈັດງານສັບປະດາແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງໃນປີນີ້ ຈັດຂຶ້ນພາຍໃຕ້ຄໍາ ຂວັນ (ດື່ມຢ່າງມີສະຕິ, ເມົາບໍ່ຂັບ). ຂ່າວ: ສຸກທະວີ, ພາບ: ວຽງສະຫວັນ [= ]y 7ew- gxu f'kola [xtfkcsj '-kf fh ko7;k,xvfwrmk's];' g-dv' sh k,l;p3vdkf0B o]k7kly o7h k{ 7j k[= ]y dko .ow]ptlts]v'xu .\j ]k; ຂປລ. ແຫລ່ງຂ່າວຈາກແຂວງ ແຂວງເຊກອງ ໃຫ້ຮູ້ວ່າ: ໃນການ ສະເຫລີມສະຫລອງປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ຫ້ອງ ວ່າການແຂວງເຊກອງ ໄດ້ອອກ ແຈ້ງການ ໂດຍຊີ້ນໍາໃຫ້ບັນດາຂະ ແໜງການກ່ຽວຂ້ອງ ເອົາໃຈໃສ່ ຊຸກຍູ້ສົ່ງເສີມການຜະລິດສະບຽງ ອາຫານ ແລະ ການສະໜອງເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມ ພ້ອມທັງຕິດຕາມ, ກວດກາ ຄຸນນະພາບສິນຄ້າ ແລະ ຄຸ້ມຄອງ ລາຄາສິນຄ້າໃນທ້ອງຕະຫລາດ ລວມທັງຄ່າບໍລິການຕ່າງໆ ເພື່ອບໍ່ ໃຫ້ມີການສວຍໂອກາດຂຶ້ນລາຄາ ສິນຄ້າ, ຄ່າອາຫານ ແລະ ຄ່າບໍລິ ການຕ່າງໆ ໂດຍບໍ່ມີເຫດຜົນຢ່າງ ເດັດຂາດ. ພ້ອມນີ້, ກໍໃຫ້ບັນດາພະແນກ ການ, ອົງການລັດທຽບເທົ່າອ້ອມ ຂ້າງແຂວງ, ອົງການປົກຄອງ ເມືອງ 4 ເມືອງ ກໍຄື ທຸກພາກສ່ວນ ໃນທົ່ວສັງຄົມ ພ້ອມກັນເອົາໃຈ ໃສ່ຮັກສາຄວາມສະຫງົບ, ຄວາມ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີ ການແບ່ງຄວາມຮັບຜິດຊອບ ໃນ ການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຢູ່ຕຶກ-ອາຄານ ສຳນັກງານເຮັດວຽກຂອງຕົນ ແລະ ໃຫ້ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ ປະສານສົມ ທົບກັບຂະແໜງການກ່ຽວຂ້ອງ ອອກກວດກາລາດຕະເວນຕາມ ເສັ້ນທາງຈຸດສໍາຄັນຕ່າງໆ ເພື່ອ ຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍໃນທົ່ວ ແຂວງ ໂດຍເອົາໃຈໃສ່ກຳລັງເວນ ຍາມຕະຫລອດ 24 ຊົ່ວໂມງ ເພື່ອ ປ້ອງກັນອັກຄີໄພ ແລະ ບັນຫາອື່ນໆ ທີ່ອາດຈະເກີດຂຶ້ນ, ຕິດຕາມສະ ພາບອຸບັດເຫດຕາມທ້ອງຖະໜົນ, ຈັດສັນເສັ້ນທາງການຈະລາຈອນ ລົດ ທີ່ຈະເດີນທາງ ໄປ-ມາໃຫ້ມີ ຄວາມສະດວກ ຫລື ຫລີກລ້ຽງສະ ພາບການສັນຈອນແອອັດ, ເພີ່ມທະ ວີໃນການໂຄສະນາ, ເຜີຍແຜ່ກົດ ລະບຽບການຈະລາຈອນຜ່ານສື່ ໂທລະພາບ, ວິທະຍຸ, ສື່ສັງຄົມອອນ ລາຍຕ່າງໆ ເພື່ອສ້າງຈິດສໍານຶກໃຫ້ ພົນລະເມືອງ ໃນທົ່ວສັງຄົມມີສະຕິ ເຄົາລົບລະບຽບການຈະລາຈອນ ແລະ ປ້ອງກັນການເກີດອຸບັດເຫດ; ຫ້າມບໍ່ໃຫ້ພະແນກການ-ອົງການ ລັດທຽບເທົ່າຂັ້ນແຂວງ ຈັດງານ ສະເຫລີມສະຫລອງປີໃໝ່ລາວ ຢູ່ ກົມກອງຢ່າງເດັດຂາດ, ອະນຸຍາດ ໃຫ້ຈັດເປັນອັນລວມ ຢູ່ເດີ່ນຫ້ອງວ່າ ການໃນວັນທີ 10 ເມສາ 2026 ທັງ ນີ້, ກໍເພື່ອເປັນການປະຢັດມັດທະຍັດ ດ້ານງົບປະມານບໍລິຫານຂອງລັດ. ສໍາລັບການສະເຫລີມສະຫລອງ ປີໃໝ່ລາວ ໃນພື້ນທີ່ສ່ວນບຸກຄົນ ແມ່ນບໍ່ໃຫ້ເກີນ 23:00ໂມງໃຫ້ ປິດເຄື່ອງສຽງທີ່ເນືອງນັ້ນເກີນ ຂອບເຂດ; ຮ້ານກິນດຶ່ມ-ບັນເທີງ, ຮ້ານອາຫານ, ຮ້ານຄາຣາໂອເກະ, ຮ້ານເບຍ, ງານພົບປະສ້າງສັນ ແລະ ສະຖານທີ່ຈັດງານ ຕ້ອງເປີດ-ປິດ ຕາມໂມງ ແລະ ລະບຽບການທີ່ກຳ ນົດໄວ້; ການຫົດນໍ້າຕາມເສັ້ນທາງ ແມ່ນໃຫ້ຢຸດເຊົາໃນເວລາ 18:00 ໂມງຂອງແຕ່ລະວັນ; ຍົກເວັ້ນ ສະຖານທີ່ ທີ່ໄດ້ກຳນົດໃຫ້ເປັນ ສະຖານທີ່ຫລິ້ນປີໃໝ່ລາວ ເພື່ອ ຄວາມປອດໄພ ຂອງຜູ້ສັນຈອນ ໄປ-ມາ; ຫ້າມເອົາຖັງນໍ້າຂຶ້ນໃສ່ ກະບະລົດ ເພື່ອເລາະຫົດນໍ້າຕາມ ເສັ້ນທາງ; ຫ້າມຕັ້ງເຕັນຫົດນໍ້າຕາມ ທາງຫລວງ-ທາງໃຫຍ່, ຫ້າມການ ນໍາໃຊ້ຖົງຢາງໃສ່ນໍ້າ, ປືນສິດນໍ້າທີ່ ມີແຮງດັນສູງ ຫລື ນໍ້າທີ່ບໍ່ສະອາດ (ນໍ້າສີ, ນໍ້າເປື້ອນ, ນໍ້າກ້ອນ) ມາ ຫົດ ຫລື ແກວ່ງໃສ່ກັນຢ່າງເດັດ ຂາດ; ຫ້າມຂັບຂີ່ຍານພາຫະນະໄວ ເກີນກົດໝາຍກຳນົດໄວ້ ແລະ ຫ້າມ ຂັບຍານພາຫະນະໃນເວລາມຶນເມົາ. ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ ການສະເຫລີມສະຫລອງບຸນປີໃໝ່ ລາວ ພສ 2569 ເຕັມໄປດ້ວຍເນື້ອ ໃນຄວາມໝາຍສໍາຄັນ ແນໃສ່ອະນຸ ລັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອຮີດຄອງປະເພນີອັນດີງາມ ຂອງຊາດ ທີ່ເຄີຍປະຕິບັດສືບທອດ ກັນມາ ໃຫ້ເປັນຂະບວນຟົດຟື້ນ ແລະ ຮັບປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ, ຄວາມສະ ອາດຈົບງາມ, ຄວາມສາມັກຄີຮັກ ແພງເຊິ່ງກັນ ແລະ ກັນ. ຂ່າວ: ສັນຍາ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກ ແຂວງຄໍາມ່ວນ ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນອົງການໄອຍະການ ປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ຊຶ່ງນຳໂດຍທ່ານ ໂຮ່ ແທັງ ຮ໋າຍ ເລຂາຄະນະພັກ, ຫົວໜ້າ ອົງການໄອຍະການປະຊາຊົນ ແຂວງກວາງຈິ ໃນວັນທີ 7 ເມສາ 2026 ທີ່ຫ້ອງວ່າການແຂວງຄຳ ມ່ວນ ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ ໃນລະຫວ່າງວັນທີ 6-8 ເມສາ 2026. ທ່ານ ໂຮ່ ແທັງ ຮ໋າຍ ໄດ້ແຈ້ງ ຈຸດປະສົງຂອງມາການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ ໃນຄັ້ງນີ້ ໃຫ້ທ່ານເລຂາພັກ ແຂວງ ໄດ້ຮັບຮູ້ ໂດຍປະຕິບັດຕາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການທັງສອງແຂວງ ທີ່ໄດ້ລົງນາມໃນເມື່ອກ່ອນຊຶ່ງ 2 ປີໃດແມ່ນມີການຜັດປ່ຽນກັນເຈົ້າ ພາບພົບປະສອງຝ່າຍ. ພ້ອມນັ້ນ, ຄະນະຜູ້ແທນແຂວງກວາງຈິ ກໍ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ, ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານ, ໄມຕີຈິດມິດຕະພາບ ແລະ ສະໜິດ ສະໜົມ. ທ່ານ ເລຂາພັກແຂວງຄໍາມ່ວນ ກໍ່ໄດ້ຕີລາຄາສູງຕໍ່ການມາເຄື່ອນ ໄຫວຢ້ຽມຢາມ ແລະ ປະຕິບັດໜ້າ ທີ່ຂອງຄະນະຜູ້ແທນອົງການໄອຍະ ການປະຊາຊົນ ແຂວງກວາງຈິ ໃນ ຄັ້ງນີ້ຊຶ່ງມັນເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຫຍິງ ໃຫຍ່,ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແລ້ວນັ້ນ ໄດ້ຮັບການເພີ່ມພູນ ຄູນສ້າງໃຫ້ສູງຂຶ້ນກວ່າເກົ່າ ພ້ອມ ທັງໄດ້ສະເໜີໃຫ້ອົງການໄອຍະການ ປະຊາຊົນ ແຂວງກວາງຈິ ໃຫ້ສືບ ຕໍ່ສາຍພົວພັນຮ່ວມມືໃຫ້ໜັກແໜ້ນ ຂຶ້ນກວ່າ ແລະ ມີການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເປັນຕົ້ນ ການຍົກ ລະດັບດ້ານຂີດຄວາມສາມາດ ໃນ ການຮຽນຮູ້ພາສາຫວຽດນາມ ໃຫ້ ພະນັກງານວິຊາການ ຢູ່ໃນຂົງເຂດ ໄອຍະການແຂວງຄໍາມ່ວນ ເພື່ອເຮັດ ໃຫ້ວຽກງານດັ່ງກ່າວໄດ້ຮັບການ ພັດທະນາດີຂຶ້ນ. ໂອກາດປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ທ່ານເລຂາພັກ ແຂວງຄໍາມ່ວນ ກໍໄດ້ອວຍພອນ ໄຊແດ່ຄະນະຜູ້ອົງການໄອຍະການ ປະຊາຊົນ ແຂວງກວາງຈິ ຈົ່ງ ມີສຸຂະພາບເຂັ້ມແຂງແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ ວຽກງານ. g]0kra dc0;'7e,j ;o 8h voIa [7totz6 h cmo vq 'dkowvptdkoxt-k-q o c0;'d;k'9y zq oleg]a fdv'xt-5 ,7A 'xt4q ,,t]n d 0v'ltrkxt-k-q o c0;'sq ;ra o -5 fmu v ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງ ປະຖົມມະລືກ ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ V ໄດ້ອັດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ໃນ ວັນທີ 7 ເມສາ 2026 ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ພາຍຫລັງ ທີ່ດຳເນີນມາເປັນເວລາ 1 ວັນເຄິ່ງ ໂດຍການເປັນປະທານຂອງທ່ານ ພຸດພັນ ແກ້ວວົງໄຊ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາ ປະຊາຊົນ ແຂວງຫົວພັນ ຊຸດທີ V, ມີທ່ານ ນາງ ລ້ອງຄຳ ພອນ ມີໄຊ ຄະນະປະຈຳພັກແຂວງ, ຮອງ ປະທານຄະນະກຳມະການປົກຄອງ ແຂວງ ພ້ອມດ້ວຍການນຳແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ຊຸດທີ X, ສະມາຊິກສະພາ ປະຊາຊົນແຂວງ (ສສຂ) ຊຸດທີ V, ອະດີດ ສສຊ ປະຈຳເຂດເລືອກຕັ້ງ ທີ 8, ອະດີດ ສສຂ ແລະ ພາກສ່ວນ ຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ພຸດພັນ ແກ້ວວົງໄຊ ໄດ້ກ່າວວ່າ: ກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ປະຊາຊົນແຂວງຫົວພັນ ຊຸດທີV ໄດ້ ດໍາເນີນມາເປັນເວລາ 1 ວັນເຄິ່ງ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ດ້ວຍການເສີມຂະຫຍາຍ ສິດປະຊາທິປະໄຕ ຂອງບັນດາ ສສຂ ໃນການພິຈາລະນາ ແລະ ຮັບຮອງ ເອົາບັນດາເນື້ອໃນສໍາຄັນ ທີ່ນໍາມາ ພິຈາລະນາໃນກອງປະຊຸມຄັ້ງນີ້ ໄດ້ ມີຜົນສໍາເລັດຢ່າງຈົບງາມ. ກອງ ປະຊຸມໄດ້ຮັບຟັງການລາຍງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນ ແຂວງ ກ່ຽວກັບຜົນຂອງການເລືອກ ຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຂ ຊຸດທີ V ຊຶ່ງບົດລາຍງານໄດ້ ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການ ຈັດຕັ້ງຜັນຂະຫຍາຍມະຕິກົມການ ເມືອງສູນກາງພັກ ວ່າດ້ວຍການ ກະກຽມ ແລະ ດໍາເນີນການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ໄດ້ດໍາເນີນຢ່າງມີຜົນສໍາເລັດ ຕາມແຜນການທີ່ວາງໄວ້, ເປັນ ການສ້າງເງື່ອນໄຂໃຫ້ແກ່ຜູ້ມີສິດ ປ່ອນບັດເລືອກຕັ້ງ ໃນທົ່ວແຂວງ ໄດ້ ນໍາໃຊ້ສິດປະຊາທິປະໄຕ ຂອງຕົນ ຕາມທີ່ກໍານົດໄວ້ໃນລັດຖະທໍາມະ ນູນ ແລະ ກົດໝາຍ ເຂົ້າໃນການ ເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດສິດອໍານາດຂອງປະຊາ ຊົນ ຢູ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ໃນການ ພິຈາລະນາຮັບຮອງບັນຫາສໍາຄັນ ພື້ນຖານ ຂອງປະເທດຊາດ ກໍຄື ຂອງແຂວງຫົວພັນ. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ທ່ານ ພຸດພັນ ແກ້ວວົງໄຊ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ ເປັນປະທານສະພາ ປະຊາຊົນ ແຂວງຫົວພັນ ຊຸດທີ V ດ້ວຍຄະແນນສຽງເຫັນດີເປັນສ່ວນ ຫລາຍ; ພິຈາລະນາ ແລະ ຮັບຮອງ ເອົາການເລືອກຕັ້ງ ທ່ານ ນາງ ສວຍ ເພັດ ທອງສົມບັດ ຄະນະປະຈຳພັກ ແຂວງ ແລະ ທ່ານ ຮຸ່ງອາລຸນ ບຸນທະ ເມືອງ ກຳມະການພັກແຂວງ, ເລຂາ ໜ່ວຍພັກສະພາປະຊາຊົນແຂວງ ເປັນຮອງປະທານສະພາປະຊາຊົນ ແຂວງ; ຮັບຮອງເອົາການແຕ່ງຕັ້ງ ທ່ານ ພັອ ທອງພັນ ພັດທະວົງ ເປັນ ກຳມະການປະຈຳ, ປະທານຄະນະ ກຳມະການຍຸຕິທຳ ແລະ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ທ່ານ ສໍສະຫວັນ ບານຄຳມີ ເປັນ ກຳມະການປະຈຳ, ປະທານຄະນະ ກຳມະການເສດຖະກິດ, ແຜນການ ແລະ ການເງິນ; ທ່ານ ສຸກມີໄຊ ສິງ ບຸນເຮືອງ ເປັນກຳມະການປະຈຳ, ປະທານຄະນະກຳມະການວັດທະ ນະທຳ-ສັງຄົມ ແລະ ບັນດາເຜົ່າ ແລະ ທ່ານຄອນເສີດດອນວິໄຊ ເປັນ ກຳມະການປະຈຳ, ຫົວໜ້າຫ້ອງວ່າ ການສະພາປະຊາຊົນແຂວງ. ພ້ອມນີ້, ຍັງພິຈາລະນາ ແລະ ຮັບ ຮອງເອົາແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ 5 ປີ (2026-2030) ຂອງແຂວງ ຕາມການສະເໜີ ຂອງ ຄະນະກຳມະການປົກຄອງແຂວງ; ພິຈາລະນາ ແລະ ຮັບຮອງເອົາບົດ ລາຍງານແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການກວດສອບ ປະຈຳ ພາກເໜືອ 1 ແລະ ບົດລາຍງານ ແຜນການເຄື່ອນໄຫວ 5 ປີ(20262030) ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແຂວງຫົວພັນ; ພິຈາລະນາ ແລະ ຮັບຮອງເອົາແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງຫົວ ພັນ; ພິຈາລະນາ ແລະ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາ ປະຊາຊົນ ແຂວງຫົວພັນ ຊຸດທີ V. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຟັງການຊີ້ແຈງຕໍ່ບັນຫາທີ່ສັງຄົມ ກໍຄືປະຊາຊົນບັນດາເຜົ່າໃນທົ່ວ ແຂວງ ມີຄວາມສົນໃຈ ແລະ ຄອງ ຄອຍໃຫ້ການແກ້ໄຂ ຈາກຄະນະ ກຳມະການປົກຄອງແຂວງ, ບັນດາ ພະແນກການທີ່ກ່ຽວຂ້ອງຂອງ ແຂວງ ແລະ ຄະນະປະຈຳສະພາປະ ຊາຊົນແຂວງ. ຜົນສໍາເລັດຂອງກອງປະຊຸມໃນ ຄັ້ງນີ້, ຖືເປັນໝາກຜົນແຫ່ງການ ເສີມຂະຫຍາຍ ສະຕິປັນຍາລວມໝູ່ ໃນອົງການອໍານາດລັດກໍຄືການຍົກ ສູງຄວາມຮັບຜິດຊອບຄວາມເປັນ ເຈົ້າການ ຂອງບັນດາ ສສຂ ເຂົ້າ ໃນການຄົ້ນຄວ້າ ແລະ ພິຈາລະນາ ຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາໃນກອງປະຊຸມ ຄັ້ງນີ້ ບົນພື້ນຖານຍຶດໝັ້ນຕໍ່ສິດ ແລະ ຜົນປະໂຫຍດລວມ ຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າໃນທົ່ວ ແຂວງຫົວພັນ. j

RkJQdWJsaXNoZXIy MTc3MTYxMQ==