09/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ່ົ່ 37'dkoIj ;,,n -5 dp6h lqj 'glu ,7;k,I6h mk'fh ko;y -kdko9tgxa olj ;o|bj 'cdh w07;k,m5 dpkd ບົດສະເໜີົີ glu ,0tspkp,6 og-N v mkfcmh xt8y ;a f 0v'de]a 'xh v'da o7;k,lts'[q (ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ວັນທີ 5 ເມສາ 1961-5 ເມສາ 2026)ື່ ອັ ນ້ າັ້ ງັ ງ້ ອັ ນົ ບົ ບີ ,ັ ນີ ຂປລ. ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນແມ່ນກໍາລັງປະ ກອບອາວຸດປະຕິວັດອັນແຫລມ ຄົມໂດຍແມ່ນພັກປະຊາຊົນປະຕິວັດ ລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດ ຂາດ,ໂດຍກົງຮອບດ້ານ,ເປັນກໍາ ລັງທີ່ມາຈາກປະຊາຊົນ, ໂດຍປະ ຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າ, ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນໄດ້ກໍາເນີດເຕີບໃຫຍ່ ຂະຫຍາຍຕົວໃນຂະບວນການຕໍ່ສູ້ ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກ ຮານ, ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເວລາໃດ ກໍມີມູນເຊື້ອການຕໍ່ສູ້ອົງອາດກ້າ ຫານ, ມີນໍ້າໃຈເສຍສະລະເດັດດ່ຽວ ບໍ່ຍອມຈໍານົນ, ມີຄວາມສັດຊື່ບໍລິ ສຸດ ແລະ ມີຄວາມສາມັກຄີເປັນປຶກ ແຜ່ນແໜ້ນໜາ. ຕະຫລອດໄລຍະ 65 ປີຜ່ານ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນແມ່ນມີຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການ ສັງຄົມນິຍົມ ແລະ ພຶດຕິກໍາແຫ່ງ ການຕໍ່ສູ້ກູ້ຊາດ ອັບຍືດເຍື້ອຍາວ ນານໄດ້ຢັ້ງຢືນ ຢ່າງຈະແຈ້ງແລ້ວ ວ່າ: ກໍາລັງປະກອບອາວຸດ ພວກ ເຮົາແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນໍາພາ ແລະ ສຶກສາອົບ ຮົມຈາກພັກ. ສະນັ້ນ, ຍາມໃດກໍມີ ຄວາມຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີ ຄວາມເດັດດ່ຽວໜຽວແໜ້ນ ພິລະ ອາດຫານ, ມີນ້ໍາໃຈເສຍສະລະອັນ ສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ. ມີ ມູນເຊື້ອລົງຮາກຖານປຸກລຸກຂົນ ຂວາຍ ແລະ ໃກ້ຊິດຕິດແທດກັບປະ ຊາຊົນ. ໃນພາລະກິດປະຕິວັດ ປົດ ປ່ອຍຊາດໃນເມື່ອກ່ອນ ກໍຄືພາລະ ກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນກຳລັງປ້ອງກັນຄວາມສະ ຫງົບ ໄດ້ຖືສໍາຄັນຕໍ່ວຽກງານ ລົງ ຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ(ຮ່ວມ ສຸກ, ຮ່ວມທຸກກັບປະຊາຊົນ) ອັນ ນີ້ທັງແມ່ນມູນເຊື້ອ ແລະ ທັງແມ່ນ ໜ້າທີ່ຍຸດທະສາດ ໃນແຕ່ລະໄລຍະ ຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະ ອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນ ກັບສັດຕູ ແລະ ກຸ່ມຄົນບໍ່ດີ. ພຶດຕິກໍາ ແຫ່ງການຕໍ່ສູ້ກູ້ຊາດ ຍືດເຍື້ອຍາວ ນານ, ດຸເດືອດ, ຂ້ຽວຂາດ, ກໍາລັງ ປ້ອງກັນຄວາມສະຫງົບພວກເຮົາ ຍາມໃດກໍເດັດດ່ຽວໜຽວແໜ້ນ ມີ ຄວາມອາດຫານບໍ່ຫວັ່ນໄຫວ ຄອນ ແຄນຕໍ່ຂໍ້ຫຍຸ້ງຍາກ ແລະ ອຸປະສັກ ຕ່າງໆ ແລະ ມີໄຫວພິບ ເພື່ອເອົາ ຊະນະສັດຕູ ກໍາລັງພວກເຮົາໄດ້ໃຊ້ ສິລະປະຍຸດ ຍຸດທະວີທີ່ຍິ່ງສູ້ຮົບ ກໍ ຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບ ກໍຍິ່ງມີໄຊຊະນະ, ສາມາດຕີເອົາ ຊະນະຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່ ແລະ ປົດປ່ອຍ ຊາດມາໄດ້ຢ່າງສົມບູນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍາລັງປ້ອງກັນຄວາມສະ ຫງົບພວກເຮົາ ກໍໄດ້ຕັ້ງໜ້າເຮັດ ວຽກງານປ້ອງກັນຄວາມສະຫງົບ ໄດ້ດີ; ສາມາດທັບມ້າງທຸກກົນອຸ ບາຍທໍາລາຍມ້າງເພ ຂອງພວກຈັກ ກະພັດພາຍນອກ ແລະ ບັນດາອິດທິ ກໍາລັງທີ່ເປັນປໍລະປັກ, ປົກປັກຮັກ ສາສະຖຽນລະພາບ ທາງດ້ານການ ເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມ. ມີມູນເຊື້ອດຸໝັ່ນ ຂະຫຍັນພຽນ ໃນການອອກແຮງ ງານ, ເພີ່ມພູນຜະລິດຜົນ; ປະຢັດມັດ ທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ. ກົມກອງຕັ້ງຢູ່ໃສ ກໍເພີ່ມ ພູນຢູ່ບ່ອນນັ້ນ ເພື່ອຮັບປະກັນໃຫ້ ກົມກອງ ມີຄວາມສາມາດກຸ້ມຕົນ ເອງທາງດ້ານສະບຽງອາຫານ, ຮັບ ປະກັນໃນການສູ້ຮົບ, ເຮັດຫລ້ອນ ໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດ ການເປັນຢູ່ ຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ. ມີມູນ ເຊື້ອສາມັກຄີ ເປັນເອກະພາບ ພາຍ ໃນ ແລະ ສາມັກຄີກັບປະຊາຊົນບັນ ດາເຜົ່າຢ່າງແໜ້ນແຟ້ນ. ຍາມໃດ ກໍຍຶດໝັ້ນຄວາມສາມັກຄີ ເປັນເອ ກະພາບພາຍໃນ, ປະຕິບັດການພົວ ພັນລະຫວ່າງ ກຳລັງປະກອບອາ ວຸດ ກັບປະຊາຊົນຄືປາກັບນ້ຳ, ສ້າງ ກ້ອນກຳລັງສາມັກຄີ ເປັນປຶກແຜ່ນ ກັບປະຊາຊົນບັນດາເຜົ່າ, ອີງໃສ່ ປະຊາຊົນ ແລະ ໄດ້ຮັບການອູ້ມຊູ ຊ່ວຍເຫລືອເບິ່ງແຍງລ້ຽງດູ ຈາກ ປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈ ໃຫ້ກຳລັງພວກເຮົາ ແຕ່ຍັງໄດ້ຈັດ ສົ່ງລູກຫລານ ຂອງຕົນປະກອບ ສ່ວນເຂົ້າໃນຖັນແຖວກຳລັງປ້ອງ ກັນຄວາມສະຫງົບ ແລະ ຊ່ວຍເປັນ ຫູເປັນຕາ ໃນການຮັກສາຄວາມສະ ຫງົບຂອງບ້ານ-ເມືອງ. ພາບປະກອບ ພາບປະກອບ ຂປລ. ເປັນອີກໜຶ່ງຄວາມພາກ ພູມໃຈຂອງຊາວກະສິກອນພາຍໃນ ນະຄອນຫລວງວຽງຈັນ ໂດຍສະ ເພາະແມ່ນກະສິກອນເມືອງປາກ ງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາ ການເຂົ້າໃນການຜະລິດກະສິກຳ ເປັນສິນຄ້າແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາ ບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເຊັນບົດບັນ ທຶກຂໍ້ຕົກລົງໃນໂຄງການຮ່ວມມື ຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານ ວິຊາການ ໃນການຜະລິດເຂົ້າ ແລະ ພືດເສດຖະກິດ ໃຫ້ແກ່ຊາວກະສິ ກອນ ເພື່ອຜະລິດເປັນສິນຄ້າ ແລະ ພິທີເປີດປ້າຍສະຫະກອນ ຮ່ວມໃຈ ພັດທະນາກະສິກຳແບບຍືນຍົງທີ່ ເມືອງປາກງື່ມເມື່ອມໍ່ໆນີ້ ໂດຍການ ເຂົ້າຮ່ວມຂອງ ທ່ານ ນາງ ຈັນທະ ຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ມີຫົວໜ້າກົມ, ຫົວໜ້າຫ້ອງ ການກະສິກຳ ແລະ ສິ່ງແວດລ້ອມ, ຮອງຫົວໜ້າສະຖາບັນ, ພະແນກ ກະສິກຳ ແລະ ສິ່ງແວດລ້ອມ, ປະ ທານສະຫະກອນຮ່ວມໃຈພັດທະ ນາກະສິກຳແບບຍືນຍົງ ແລະ ພາກ ສ່ວນທີ່ກ່ຽວຂອງເຂົ້າຮ່ວມ. ທ່ານ ເພັດມະນີແສງ ຊ້າງໄຊ ຍະສານ ຮັກສາການຫົວໜ້າສະ ຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດກ່າວວ່າ: ການສ້າງຕັ້ງ ແລະ ຂະຫຍາຍການ ຮ່ວມມືລະຫວ່າງພາກລັດ, ສະຫະ ກອນ ແລະ ພາກເອກະຊົນ ເພື່ອຍົກ ສູງຄຸນນະພາບ ແລະ ປະສິດທິພາບ ໃນການຜະລິດກະສິກຳ ໃຫ້ສາມາດ ຕອບສະໜອງຕໍ່ຄວາມຕ້ອງການ ຂອງຕະຫລາດ ແລະ ສ້າງລາຍ ຮັບທີ່ຍືນຍົງໃຫ້ແກ່ຊາວກະສິກອນ, ນະໂຍບາຍແຫ່ງຊາດ ວ່າດ້ວຍການ ສົ່ງເສີມການປູກພືດຂອງ ສປປ ລາວ. ດັ່ງນັ້ນ, ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ແລະ ກົມສົ່ງເສີມກະສິ ກໍາ ແລະ ສະຫະກອນ ຈຶ່ງໄດ້ຕົກ ລົງເຫັນດີເປັນເອກະພາບໃນການ ຮ່ວມມືກັບສະຫະກອນ ຮ່ວມໃຈພັດ ທະນາກະສິກຳແບບຍືນຍົງ, ທີ່ ເມືອງປາກງື່ມ ແລະ ບໍລິສັດກ້າວ ໜ້າທົ່ວໄທ ເພື່ອການກະເສດໃນ ການຈັດຕັ້ງປະຕິບັດໂຄງການຮ່ວມ ມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານ ວິຊາການໃນການຜະລິດເຂົ້າ ແລະ ພືດເສດຖະກິດ ໃຫ້ແກ່ຊາວກະສິ ກອນໃນນະຄອນຫລວງວຽງຈັນ ເພື່ອຜະລິດເປັນສິນຄ້າ. ການຮ່ວມມື ແມ່ນເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມການຜະລິດກະສິກຳແບບ ຍືນຍົງ, ຮັບປະກັນທັງດ້ານປະລິ ມານ ແລະ ຄຸນນະພາບ ໂດຍເນັ້ນ ການສາທິດການນຳໃຊ້ຝຸ່ນທີ່ມີປະ ສິດທິພາບ ເພື່ອຫລຸດຜ່ອນຕົ້ນທຶນ, ເພີ່ມຜົນຜະລິດ ແລະ ສ້າງລາຍຮັບ ທີ່ໝັ້ນຄົງ ໃຫ້ແກ່ຊາວກະສິກອນ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານ ສະບຽງອາຫານພາຍໃນປະເທດ. ສຳລັບໄລຍະເວລາໂຄງການ 5 ປີ (2026-2031) ໂດຍມີງົບປະ ມານການຈັດຕັ້ງປະຕິບັດທັງໝົດ 9,4 ຕື້ກີບ. ໃຫ້ກຽດເຊັນບົດບັນທຶກໃນຄັ້ງ ນີ້ ໂດຍ ທ່ານ ເພັດມະນີແສງ ຊ້າງ ໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນິນ ໄຊຍະວົງ ປະທານສະຫະ ກອນຮ່ວມໃຈພັດທະນາກະສິກຳ ແບບຍືນຍົງ, ເຊັນເປັນສັກຄີພິຍານ ໂດຍ ທ່ານ ພັນໄຊ ອິງໄຊ ຮອງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ຊະນາທິບ ບຸນ ຄຸ້ມ ປະທານບໍລິສັດກ້າວໜ້າທົ່ວ ໄທ ເພື່ອການກະເສດ ໂດຍການ ເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມເປັນສັກຄີພິ ຍານອີກດ້ວຍ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==