xy .\j 7;ogvq k.9.lj [a oskv5 [a fgsf xtgmf]k; 6 08/04/2025 glf4tdy f{la '7q , ອÎາÄÎ ສະບÅ ບໜÏ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ©ດ Î າົÎ mj kcI'0v' lxx ]k; .odkopq dl6 ' dkora fmtokglf4tdy f,= ]tfq d gxu fcs]j 'mj v'mj P;me,t-kf oE8q d8kfsh ;pdk' [h kozkfe ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງ ບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດ ໃນປີ 2023 ທັງຖືກກໍານົດເປັນ ແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນ ເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ ຫລາຍກວ່າ 110 ເຮັກຕາ, ພື້ນທີ່ ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນ ປ່າສະຫງວນຂອງບ້ານທີ່ມີຄວາມ ອຸດົມສົມບູນທາງດ້ານຊີວະນາໆ ພັນນາໆຊະນິດ. ນໍ້າຕົກຕາດແຫ່ງ ນີ້ ຢູ່ຫ່າງຈາກເສັ້ນທາງໃຫຍ່ເຂົ້າ ໄປປະມານ 3 ກິໂລແມັດ, ມີຄວາມ ສູງເຖິງ 30 ແມັດ ໄປພ້ອມໆຄວາມ ສວຍສົດງົດງາມ ຈຶ່ງດຶງດູດຜູ້ປະ ກອບການມີຄວາມສົນໃຈເຂົ້າມາ ໂດຍ: ອຸ່ນຄໍາ ຂັນວາລິດ ພັດທະນາໃຫ້ກາຍເປັນສະຖານທີ່ ທ່ອງທ່ຽວທີ່ມີການບໍລິການຄົບ ວົງຈອນທີ່ສະດວກສະບາຍ ເພື່ອ ບໍລິການນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຊົມ ເປັນຕົ້ນ ການບໍລິການ ທາງດ້ານອາຫານ ແລະ ທີ່ພັກເຊົາ. ແນວໃດກໍດີ, ເມ່ືອມໍ່ໆມານີ້, ຢູ່ ບ້ານຜາດຳ ເມືອງເມິງ ໄດ້ຈັດພິທີ ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ໂດຍມີ ທ່ານ ສີວິໄລ ສີແສນດີ ເລຂາຄະນະບໍລິ ຫານງານພັກເມືອງເມິງ, ທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວ ໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ ພ້ອມ ດ້ວຍຫ້ອງການ, ຜູ້ປະກອບການ ພາຍໃນເມືອງເຂົ້າຮ່ວມ. ທ່ານ ໄມ່ແອ ກັນທະພອນ ນາຍ ບ້ານໆຜາດໍາ ໃຫ້ຮູ້ວ່າ: ໃນເມື່ອ ກ່ອນໄດ້ມີນາຍພານລ່າລັດເຂົ້າມາ ລ່າລັດຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ ທີ່ມີຄວາມງົດງາມ, ອຸດົມສົມບູນໄປ ດ້ວຍສັດປ່ານາໆຊະນິດ, ປົກຫຸ້ມ ດ້ວຍປ່າໄມ້ໃຫຍ່ທີ່ຂຽວອຸ່ມທຸ່ມງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກ ຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດ ໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ. ນໍ້າຕົກຕາດຫ້ວຍກາງແມ່ນສະຖານ ທີ່ທ່ອງທ່ຽວທໍາມະຊາດ ທີ່ມີຄວາມ ງົດງາມຕາມທໍາມະຊາດ ຖືກອ້ອມ ຮອບດ້ວຍທໍາມະຊາດ ແລະ ສາຍພູ ຊຶ່ງເໝາະສໍາລັບການທ່ອງທ່ຽວ ເພື່ອພັກຜ່ອນຊົມທໍາມະຊາດບວກ ກັບສາຍນໍ້າອັນເຢັນໃສທີ່ຫາໃສບໍ່ ໄດ້ອີກແລ້ວ, ນໍ້າຕົກຕາດແຫ່ງນີ້ ຫ່າງຈາກເທສະບານເມືອງປະມານ 29 ກິໂລແມັດ, ທິດເໜືອຕິດກັບ ຊາຍແດນບ້ານຈອມແຈ້ງ, ທິດໃຕ້ ຕິດກັບບ້ານຜາຂາວ, ທິດຕາເວັນ ອອກຕິດກັບຊາຍແດນບ້ານຕໍແລ ແລະທິດໃຕ້ຕິດກັບແມ່ນໍ້າຂອງຊາຍ ແດນ ລາວ-ມຽນມາ. ໃນນີ້, ໄດ້ກໍາ ນົດໃຫ້ສໍາປະທານເພື່ອພັດທະນາ ເປັນແຫລ່ງທ່ອງທ່ຽວທາງທໍາມະ ຊາດ 4 ເຮັກຕາ ຊຶ່ງໃນໄລຍະຜ່ານ ມາ, ນໍ້າຕົກຕາດແຫ່ງນີ້ມີຄວາມ ງົດງາມກໍຈິງ, ແຕ່ເສັ້ນທາງເຂົ້າ ມາຫາສະຖານທີ່ທ່ອງທ່ຽວແມ່ນ ຕ້ອງໄດ້ຍ່າງປະມານ 1-2 ຊົ່ວໂມງ ປັດຈຸບັນມີຜູ້ປະກອບການສໍາປະ ທານ ເພື່ອພັດທະນາເປັນແຫລ່ງ ທ່ອງທ່ຽວທາງທໍາມະຊາດ ຊຶ່ງຜູ້ ປະກອບການໄດ້ເອົາໃຈໃສ່ພັດທະ ນາປັບປຸງສະຖານທີ່ແຫ່ງນີ້ ເປັນຕົ້ນ ຕັດເສັ້ນທາງເຂົ້າມາຫາຈຸດໃຈກາງ ຂອງນໍ້າຕົກຕາດທີ່ມີຄວາມຍາວ 3 ກິໂລແມັດ, ປັບປຸງສະຖານທີ່ ບ່ອນຈອດລົດ, ຕັ້ງຕູບບໍລິການ 9 ຫລັງ, ຫ້ອງນໍ້າ 2 ຫ້ອງ ແລະ ອໍາ ນວຍຄວາມສະດວກໃຫ້ບັນດານັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ຈະມາທ່ຽວຊົມ. ທ່ານ ສີວິໄລ ສີແສນດີ ຍັງໄດ້ ຮຽກຮ້ອງມາຍັງຜູ້ປະກອບການ ຈົ່ງປົກປັກຮັກສາສະພາບແວດ ລ້ອມ ເປັນຕົ້ນ ຮັກສາປ່າໄມ້, ຮັກສາ ຄວາມສະອາດສະຖານທີ່ນໍ້າຕົກ ຕາດ, ຮັກສາຄວາມເປັນລະບຽບ ຮ້ອຍ ແລະ ຮັກສາຄວາມສະຫງົບ ປອດໄພ, ພ້ອມທັງໃຫ້ອົງການປົກ ຄອງບ້ານ ຕະຫລອດຮອດພໍ່ແມ່ປະ ຊາຊົນເປັນຜູ້ຊ່ວຍຊຸກ ຍູ້ໃຫ້ການ ກັບສະໜັບສະໜູນ, ອໍານວຍຄວາມ ສະດວກດ້ານຕ່າງໆ ໃຫ້ກັບຜູ້ປະ ກອບການທີ່ມີຄວາມຕ້ອງການ ຢາກມາລົງທຶນພັດທະນາແຫລ່ງ ທ່ອງທ່ຽວທີ່ຢູ່ພາຍໃນເມືອງພວກ ເຮົາໃຫ້ມີຄວາມໂດດເດັ່ນ ແລະ ເປັນ ສະຖານທີ່ທ່ອງທ່ຽວຂອງເມືອງໃຫ້ ມີຄວາມຍືນຍົງຕະຫລອດໄປ. ຂປລ. ສປປ ລາວ ເປັນປະເທດ ທີ່ຕັ້ງຢູ່ໃຈກາງຂອງພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ແລະ ເປັນ ໜຶ່ງໃນພາກພື້ນທີ່ມີຄວາມອຸດົມ ສົມບູນທາງດ້ານມໍລະດົກວັດທະ ນະທໍາທີ່ຫລາກຫລາຍ ເຊິ່ງລວມ ມີມໍລະດົກທີ່ເປັນວັດຖຸ ເປັນຕົ້ນ ແມ່ນປູສະນິຍະສະຖານທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ (ວັດວາອາຣາມ, ພະທາດຫລວງ, ວັດພູ, ທົ່ງໄຫຫີນ, ສະຖາປັດຕະຍະ ກໍາສະໄໝອານານິຄົມ ແລະ ອື່ນໆ) ແລະ ມໍລະດົກນິວັດຖຸ ເປັນຕົ້ນ ແມ່ນສິລະປະ, ວັນນະຄະດີ, ສີໄມ້ ລາຍມື, ຮີດຄອງປະເພນີທາງສາ ສະໜາ ລວມເຖິງພູມປັນຍາທ້ອງ ຖິ່ນຕ່າງໆ ແລະ ຄວາມຫລາກ ຫລາຍທາງດ້ານຊົນເຜົ່າ (ສະພາ ແຫ່ງຊາດໄດ້ຮັບຮອງ 50 ຊົນເຜົ່າ) ທີ່ມີເອກະລັກທາງດ້ານວັດທະນະ ທໍາຂອງແຕ່ລະເຜົ່າ. ນອກຈາກນີ້, ກໍ່ຍັງມີມໍລະດົກທໍາມະຊາດ ເຊັ່ນ: ແມ່ນໍ້າສາຍຕ່າງໆ, ປ່າໄມ້ທີ່ອຸດົມ ສົມບູນແລະລະບົບນິເວດຂອງຊີວະ ນາໆພັນອັນອຸດົມສົມບູນ, ຊັບສິນ ທາງວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດເຫລົ່ານີ້ ລ້ວນ ແຕ່ແມ່ນທ່າແຮງອັນມະຫາສານ ສໍາລັບການພັດທະນາເສດຖະກິດ ມໍລະດົກຜ່ານການທ່ອງທ່ຽວ, ຫັດ ຖະກໍາ ແລະ ອຸດສາຫະກໍາສ້າງສັນ ຖ້າພວກເຮົາຫາກມີຍຸດທະສາດ ແລະ ນະໂຍບາຍຊຸກຍູ້ສົ່ງເສີມຢ່າງ ມີປະສິດທິພາບ. ເວົ້າລວມແລ້ວ, ສປປ ລາວ ມີທ່າແຮງທີ່ຫລາກ ຫລາຍໃນການຫັນຄຸນຄ່າທາງ ມໍລະດົກ ເພື່ອເປັນເສດຖະກິດ ກໍຄື ໃຫ້ກາຍເປັນທ່າແຮງໃຫ້ແກ່ການ ພັດທະນາທີ່ມີສ່ວນຮ່ວມ, ຍືນຍົງ ແລະ ຮອບດ້ານ. ທ່າແຮງທາງມໍລະດົກ ແລະ ຄວາມພ້ອມ ເພື່ອເສີມຂະຫຍາຍ ສ້າງຄຸນຄ່າເພີ່ມທາງເສດຖະກິດ ຂອງລາວ ປະກອບມີ: ມໍລະດົກທາງປະຫວັດສາດ ແລະ ສະຖາປັດຍະກໍາ: ເປັນປະເພດ ທີ່ໂດດເດັ່ນຫລາຍ ເພາະ ມີມໍລະດົກ ໂລກທີ່ໄດ້ຮັບຮອງຈາກອົງການ ອຸຍແນັສໂກ (UNESCO) ເຊັ່ນ: ເມືອງຫລວງພະບາງ (ປີ 1995), ທົ່ງໄຫຫີນ ແຂວງຊຽງຂວາງ (ປີ 2019), ວັດພູ ແຂວງຈໍາປາສັກ (ປີ 2001). ນອກຈາກນີ້, ກໍ່ຍັງ ມີສະຖານທີ່ບູຮານ ທີ່ເກົ່າແກ່ ແລະ ຮ່ອງຮອຍປະຫວັດສາດ ເຊັ່ນ: ພະ ທາດຫລວງວຽງຈັນ, ຫໍພະແກ້ວ, ພະລາດຊະວັງ ຫລື ຫໍພິພິທະພັນ ຫລວງພະບາງ, ວັດຊຽງທອງ ຫລວງພະບາງ, ເມືອງເກົ່າສຸວັນນະ ໂຄມຄໍາ ແຂວງບໍ່ແກ້ວ, ບັນດາ ຖ້ໍາຜູ້ນໍາທີ່ແຂວງຫົວພັນ, ພະທາດ ອີງຮັງ ແຂວງສະຫວັນນະເຂດ ແລະ ຍັງມີສະຖານທີ່ປະຫວັດສາດ ຫລາຍແຫ່ງ. ມໍລະດົກເຫລົ່ານີ້ສາ ມາດພັດທະນາເປັນແຫລ່ງທ່ອງ ທ່ຽວທາງປະຫວັດສາດ, ເປັນສູນ ຮຽນຮູ້ປະຫວັດສາດແຫ່ງຊາດ, ການຈັດງານວັດທະນະທໍາ ແລະ ງານສະແດງສິລະປະທ້ອງຖິ່ນ ທີ່ ສາມາດສ້າງລາຍຮັບຈາກນັກ ທ່ອງທ່ຽວ ແລະ ການບໍລິການ ທ້ອງຖິ່ນ (ຜ່ານການບໍລິການທາງ ໂຮງແຮມ, ຮ້ານອາຫານ, ສິນຄ້າ ທີ່ລະນຶກ). ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນ ຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງ ເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງ ກັນມາເທົ່າທຸກວັນນີ້ ທັງເປັນບຸນ ທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ. ເຖິງຢ່າງໃດກໍດີ, ສິ່ງທີ່ພວກ ເຮົາຄວນລະວັງ ແລະ ເອົາໃຈໃສ່ທີ່ ສຸດຄື ບັນຫາອຸບັດເຫດຕາມທ້ອງ ຖະໜົນ ໂດຍສະເພາະແມ່ນກິນດື່ມ ສິ່ງມຶນເມົາແລ້ວຫ້າມຂັບຂີ່ລົດລານ ພາຫະນະຕິດພັນກັບການປະຕິບັດ ກົດລະບຽບຈະລາຈອນທຸກເວລາ. ບັນຫາການເກີດອຸບັດເຫດ ຕາມທ້ອງຖະໜົນ ໃນໄລຍະປີໃໝ່ ໃນແຕ່ລະປີ ແມ່ນເກີດຂຶ້ນທຸກປີ ອັນເຮັດໃຫ້ມີຜູ້ເສຍຊີວິດ ແລະ ພາຫະນະເປ່ເພບໍ່ໜ້ອຍໃນຂອບເຂດ ທົ່ວປະເທດ. ແນວໃດກໍຕາມ, ໃນໄລ ຍະຜ່ານມາ, ເຈົ້າໜ້າທີ່ຕໍາຫລວດ ຈະລາຈອນ ໄດ້ສຸມໃສ່ປະຕິບັດໜ້າ ທີ່ວິຊາສະເພາະຢ່າງຕັ້ງໜ້າ ເປັນ ຕົ້ນແມ່ນລົງໂຄສະນາເຜີຍແຜ່ກົດ ລະບຽບຈະລາຈອນ, ຈັດສັນຄວາມ ບໍ່ເປັນລະບຽບຮຽບຮ້ອຍ, ກວດກາ ທາດເຫລົ້າ, ຈັບຄວາມໄວ ແລະ ອື່ນໆ, ແຕ່ຍັງເຫັນວ່າ ບັນຫາອຸບັດ ເຫດຍັງສືບຕໍ່ເກີດຂຶ້ນ ແລະ ການ ລະເມີດຂອງຜູ້ຂັບຂີ່ຍັງມີຫລາຍ. ການເກີດອຸບັດເຫດສ່ວນຫລາຍ ແມ່ນຜູ້ຂັບຂີ່ທີ່ລະເມີດກົດລະບຽບ ຈະລາຈອນ ດ້ວຍການໃຊ້ຄວາມ ໄວເກີນ, ດື່ມສິ່ງມຶນເມົາແລ້ວຂັບຂີ່. ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ອອກແຈ້ງການທິດ ຊີ້ນຳເຖິງບັນດາກະຊວງ ແລະ ອົງ ການປົກຄອງທ້ອງຖິ່ນທົ່ວປະເທດ ເພື່ອກຽມຄວາມພ້ອມຮອບດ້ານ ໃນການສະເຫລີມສະຫລອງບຸນປີ ໃໝ່ລາວ ປີ 2026 ໃຫ້ມີຄວາມ ເບີກບານມ່ວນຊື່ນ ພາຍໃຕ້ຈິດໃຈ ປະຢັດມັດທະຍັດ ແລະ ຮັບປະກັນ ຄວາມສະຫງົບຮຽບຮ້ອຍໃນສັງ ຄົມ. ໃນນັ້ນ, ສຳລັບດ້ານການສັນ ຈອນ ແລະ ຄວາມປອດໄພທາງບົກ; ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບຂະແໜງໂຍທາທິການ ແລະ ຂົນສົ່ງ ຈັດສັນເສັ້ນທາງໃຫ້ມີ ຄວາມສະດວກ ແລະ ປອດໄພໄປ ພ້ອມໆກັບການໂຄສະນາປູກຈິດ ສຳນຶກການເຄົາລົບກົດລະບຽບ ຈາລະຈອນ ເພື່ອຫລຸດຜ່ອນອຸບັດ ເຫດ; ທັງຫ້າມຕັ້ງກຸ່ມຫລິ້ນນ້ຳຢ່າງ ຊະຊາຍຕາມແຄມທາງທີ່ກໍໃຫ້ເກີດ ການແອອັດ ແລະ ຄຸ້ມຄອງເວລາ ເປີດ-ປິດ ສະຖານທີ່ບັນເທີງຢ່າງ ເດັດຂາດ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==