7252

08/04/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ ຕໍ່າກໜ້າ lt4kom6 fs;Pfok, 9a fdkoc0j '0a o m6 frklks;Pfok,.ovtok7q f16j lxx ]k; ຂປລ. ທ້າຍອາທິດຜ່ານມາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບຄະນະພາສາຫວຽດ ຂອງ ສະມາຄົມຫວຽດນາມ ປະຈໍານະ ຄອນຫລວງວຽງຈັນ ຈັດການແຂ່ງ ຂັນ hທູດພາສາຫວຽດນາມໃນ ອະນາຄົດi ຢູ່ ສປປ ລາວ ຄັ້ງທີ I ປະຈໍາປີ 2026 ໃຫ້ແກ່ພະນັກງານ, ນັກສຶກສາທີ່ຮຽນຢູ່ໃນສູນພາສາ ຫວຽດຂອງໂຮງຮຽນ, ສະຖາບັນ ສຶກສາທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ຫງວຽນ ມິງ ເຕິມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ, ມີບັນດາຜູ້ເຂົ້າຮ່ວມ ແຂ່ງຂັນ, ນັກຮຽນ, ນັກສຶກສາ, ພະນັກງານ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ຫງວຽນ ມິງ ເຕິມ ໄດ້ກ່າວ ວ່າ: ການຈັດກິດຈະກຳດັ່ງກ່າວ ເພື່ອສ້າງເວທີອັນມີປະໂຫຍດໃນ ການເຜີຍແຜ່ວັດທະນະທໍາ, ພາສາ ຫວຽດນາມ ແລະ ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນ ຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຍຸກສະໄໝ ໃໝ່. ພ້ອມນີ້, ເພື່ອຍົກລະດັບເສີມ ຂະຫຍາຍປະສິດທິພາບຂອງການ ສິດສອນ ແລະ ການຮຽນພາສາ ຫວຽດຢູ່ລາວໃນຕໍ່ໜ້າ. ພ້ອມນີ້, ທ່ານທູດຍັງສະເໜີໃຫ້ອົງການ ແລະ ໜ່ວຍງານທີ່ກ່ຽວຂ້ອງສືບຕໍ່ ຮ່ວມມືຢ່າງໃກ້ຊິດ ໂດຍສຸມໃສ່ບາງ ທິດທາງຈຸດສຸມຄື: ສືບຕໍ່ປັບປ່ຽນ ເນື້ອໃນ ແລະ ວິທີການສອນພາສາ ຫວຽດມີລັກສະນະຕິດພັນກັບການ ນຳໃຊ້ຕົວຈິງຕາມຄວາມຕ້ອງການ ຂອງຜູ້ຊົມໃຊ້ ແລະ ເໝາະສົມກັບ ລະດັບຂອງນັກຮຽນ; ເພີ່ມທະວີ ກິດຈະກຳພາກປະຕິບັດນຳໃຊ້ຕົວ ຈິງ, ແລກປ່ຽນ ແລະ ຈັດແຂ່ງຂັນ ທາງດ້ານວິຊາການ ແລະ ວັດທະ ນະທໍາເຊັ່ນ: ຈັດການແຂ່ງຂັນ ເພື່ອ ສ້າງສະພາບແວດລ້ອມມີຊີວິດຊີວາ ແລະ ມີປະສິດທິຜົນໃນການຮຽນ ພາສາຫວຽດ; ເສີມຂະຫຍາຍທ່າ ແຮງຂອງຄູອາຈານ, ຊຸມຊົນຊາວ ຫວຽດນາມຢູ່ລາວ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງໃນການສະໜັບ ສະໜູນ ແລະ ເຜີຍແຜ່ພາສາ ແລະ ວັດທະນະທຳຫວຽດນາມ. ທ່ານ ຫງວຽນ ມິງ ເຕິມ ໄດ້ ກ່າວອີກວ່າ: ເພື່ອເຮັດໃຫ້ກິດຈະກຳ ນີ້ປະກົດຜົນເປັນຈິງ, ມີປະໂຫຍດ ຢ່າງແທ້ຈິງ, ຂ້າພະເຈົ້າຂໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືຢ່າງ ໃກ້ຊິດຂອງສະມາຄົມຊາວຫວຽດ ນາມຢູ່ລາວ ແລະ ສະມາຄົມຊາວ ຫວຽດນາມປະຈຳນະຄອນຫລວງ ວຽງຈັນ ໃນການອະນຸລັກ ແລະ ພັດທະນາພາສາຫວຽດໃນລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ ຮ່ວມມືໃນການຈັດກິດຈະກຳນີ້ຂຶ້ນ. ການຮ່ວມມືດັ່ງກ່າວ, ສະແດງໃຫ້ ເຫັນເຖິງຄວາມເຂັ້ມແຂງ, ຄວາມ ສາມັກຄີຂອງຊຸມຊົນຊາວຫວຽດ ນາມໃນລາວ ໃນການອະນຸລັກສົ່ງ ເສີມພາສາ ແລະ ວັດທະນະທຳ ຫວຽດນາມຂອງພວກເຮົາ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ ໃກ້ຊິດລະຫວ່າງປະຊາຊົນສອງ ປະເທດ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ຫາລືວາງແຜນໂຄສະນາ... ຫ້ອງວ່າການສູນກາງພັກ... ກອງປະຊຸມສະພາບໍລິຫານ... ສະຫລອງບຸນປີໃໝ່ລາວ... ຂປລ. ກົມອາຊີວະສຶກສາກະ ຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະພາບໍລິ ຫານ ແລະ ເປີດກອງທຶນພັດທະນາ ອາຊີວະສຶກສາໃນວັນທີ 7 ເມສາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງ ສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້,ທ່ານນາງດາລາວອນ ກິດຕິພັນ ໄດ້ກ່າວວ່າ: ກອງທຶນ ພັດທະນາອາຊີວະສຶກສາໄດ້ສ້າງ ຕັ້ງກອງທຶນດັ່ງກ່າວຂຶ້ນ ເພື່ອສົ່ງ ເສີມສະຖານອາຊີວະສຶກສາໃນ ການຈັດຕັ້ງການຮຽນ-ການສອນ, ສົ່ງເສີມການຝຶກອົບຮົມ ແລະ ຍົກ ລະດັບຄູວິຊາຊີບດ້ານວິຊາສະເພາະ ຂອງສະຖານອາຊີວະສຶກສາ ແລະ ຫົວໜ່ວຍແຮງງານ, ສະໜັບສະໜູນ ຂປລ. ໃນໄລຍະສະເຫລີມສະ ຫລອງບຸນປີໃໝ່ລາວ 2026 ທີ່ ຈະມາເຖິງນີ້, ເພື່ອຮັບປະກັນໃຫ້ ແກ່ການສະໜອງເຄື່ອງອຸປະໂພກບໍລິໂພກ, ທັງຮັບປະກັນຄວາມປອດ ໄພການເດີນທາງ ແລະ ເຮັດໃຫ້ການ ສະເຫລີມສະຫລອງບຸນປີໃໝ່ລາວ 2026 ໃຫ້ດໍາເນີນຖືກຕ້ອງຕາມຮີດ ຄອງປະເພນີ, ເຕັມໄປດ້ວຍຄວາມ ສາມັກຄີຮັກແພງ, ຮັກສາໄດ້ຄວາມ ສະຫງົບປອດໄພ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ລັດຖະບານ ກໍຄື ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ອອກແຈ້ງການເນັ້ນ ໃຫ້ການສະເຫລີມສະຫລອງບຸນ ປີໃໝ່ລາວປີນີ້, ໃຫ້ຢູ່ບົນພື້ນຖານ ປະຢັດ, ໃຊ້ຈ່າຍຢ່າງມີແບບແຜນ, ຫລຸດຜ່ອນການເດີນທາງຖ້າບໍ່ ຈຳເປັນ, ຫັນມານໍາໃຊ້ລົດໄຟຟ້າ ເພື່ອເປັນການຊ່ວຍປະຢັດນໍ້າມັນ ເຊື້ອໄຟ. ພ້ອມນີ້, ຍັງຮຽກຮ້ອງໃຫ້ລັດ ຖະມົນຕີ, ຫົວໜ້າອົງການລັດທຽບ ເທົ່າກະຊວງ, ປະທານຄະນະກຳມະ ການປົກຄອງນະຄອນຫລວງວຽງ ຈັນ ແລະ ບັນດາປະທານຄະນະກຳ ມະການປົກຄອງແຂວງໃນຂອບ ເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງ ປະຕິບັດບາງວຽກທີ່ສໍາຄັນເປັນຕົ້ນ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາຂະແໜງ ການກ່ຽວຂ້ອງສົມທົບກັບຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ ແລະ ຄະນະກຳມະການ ປົກຄອງແຂວງໃນຂອບເຂດທົ່ວ ປະເທດເອົາໃຈໃສ່ຊຸກຍູ້, ສົ່ງເສີມ ການຜະລິດສະບຽງອາຫານ, ການ ສະໜອງເຄື່ອງອຸປະໂພກ ແລະ ບໍລິ ໂພກໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາຄຸນນະພາບສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະ ຫລາດລວມທັງຄ່າບໍລິການຕ່າງໆ ເປັນຕົ້ນຄ່າໂດຍສານ, ຄ່າເຂົ້າຢ້ຽມ ຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ ໃຫ້ມີການສວຍໂອກາດຂຶ້ນລາຄາ ສິນຄ້າ, ຄ່າອາຫານ ແລະ ຄ່າບໍລິ ການຕ່າງໆໂດຍບໍ່ມີເຫດຜົນ; ໃຫ້ ບັນດາອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວ ປະເທດເອົາໃຈໃສ່ຊີ້ນໍາໃນການຮັກ ສາຄວາມສະຫງົບ, ຄວາມປອດ ໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງ ຄວາມຮັບຜິດຊອບໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການ ຄັກແນ່ໃນຕະຫລອດໄລຍະຫລິ້ນ ບຸນປີໃໝ່ລາວ ແລະ ໃຫ້ສາມາດ ປະສານງານໄດ້ຢ່າງປົກກະຕິ; ໃຫ້ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນະ ທໍາ ແລະ ການທ່ອງທ່ຽວ ແລະ ທ້ອງຖິ່ນຈັດສັນເສັ້ນທາງການຈະ ຫົວໜ້າຫ້ອງວ່າການສູນກາງພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນ ກາງພັກ, ບັນດາຫົວໜ້າກົມ, ຮອງ ກົມ, ພະນັກງານຫລັກຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນັນທະພົນ ລິວັດທະນາ ຕາງໜ້າຄະນະຈັດຕັ້ງ ສູນກາງພັກ ຜ່ານມະຕິວ່າດ້ວຍການ ປັບປຸງກົງຈັກການຈັດຕັ້ງຂອງຫ້ອງ ວ່າການສູນກາງພັກ ໂດຍໄດ້ເຫັນດີ ໂຮມ 3 ກົມ ເຂົ້າກັນ ຄື: ກົມບໍລິ ຫານ, ກົມການເງິນ ແລະ ກົມຄຸ້ມ ຄອງເງິນບຳລຸງພັກ ແລ້ວສ້າງຕັ້ງ ເປັນກົມບໍລິຫານ. ພ້ອມນີ້, ຍັງໄດ້ແຕ່ງ ຕັ້ງທ່ານ ສີສູນໄທ ແກ້ວໂພໄຊ ແລະ ທ່ານ ກິຫລຽນທອງ ແກ້ວນໍລະສິງ ເປັນຮອງຫົວໜ້າຫ້ອງວ່າການສູນ ກາງພັກ, ແຕ່ງຕັ້ງທ່ານ ນາງ ບົວເງິນ ດາລາແສນ ເປັນຫົວໜ້າກົມກວດ ກາ, ທ່ານ ນາງ ເກສອນ ວໍລະເພັດ ເປັນຫົວໜ້າກົມບໍລິຫານ, ແຕ່ງຕັ້ງ ທ່ານ ນາງ ໃບຄູນ ສົມບັດດວງ ເປັນຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະ ຖານຜູ້ນຳປະຕິວັດ, ແຕ່ງຕັ້ງທ່ານ ບຸນທັນ ກຸສົນສະໜອງ ເປັນຫົວ ໜ້າກົມເລຂານຸການ-ການນຳ, ເລຂານຸການປະຈຳທ່ານເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ທ່ານ ຄຳເພັດ ອ່ອນລາສີ ໄດ້ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈັດ ຂຶ້ນເພື່ອປຶກສາຫາລືຄວາມຄືບໜ້າ ຂອງການສ້າງເຄື່ອງມືໂຄສະນາ ກ່ຽວກັບການປ້ອງກັນ ແລະ ລຶບ ລ້າງການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ໃຫ້ແກ່ພາກສ່ວນທີ່ກ່ຽວ ຂ້ອງ ແລະ ເພື່ອຄວາມເປັນເອກະ ພາບກ່ຽວກັບວິທີນໍາໃຊ້ໃຫ້ສອດ ຄ່ອງກັບແຜນກິດຈະກໍາການໂຄ ສະນາເຜີຍແຜ່ ໂດຍເນື້ອໃນຂອງ ບັນດາເຄື່ອງມືດັ່ງກ່າວ ແມ່ນຜັນ ຂະຫຍາຍມາຈາກບັນດານິຕິກຳ, ລະບຽບການ, ກົດໝາຍ ແລະ ສົນທິ ກາງພັກ, ແຕ່ງຕັ້ງທ່ານ ທີທັດ ຈັນທະສຸກ ເປັນຫົວໜ້າກົມກໍ່ສ້າງ ຮາກຖານ, ແຕ່ງຕັ້ງທ່ານ ວິໄຊ ຂຳຕະກຸນ ເປັນຫົວໜ້າກົມທ້ອງຖິ່ນຮາກຖານ ແລະ ແຕ່ງຕັ້ງທ່ານ ເຫລັກໄຊ ແກ້ວຍະສານ ເປັນຫົວໜ້າ ກົມຄົ້ນຄວ້າ-ສັງຮວມ ຫ້ອງວ່າ ການສູນກາງພັກ. ພ້ອມນີ້, ຍັງໄດ້ ຕົກລົງ ອະນຸມັດໃຫ້ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນ ສະຖານຜູ້ນຳປະຕິວັດຫ້ອງວ່າການ ສູນກາງພັກ ອອກພັກການ-ຮັບອຸດ ໜູນບຳນານຕື່ມອີກ. ໂອກາດນີ້, ທ່ານ ເພັດ ພົມພີພັກ ໄດ້ມີຄຳເຫັນເນັ້ນໜັກວ່າ: ການ ປັບປຸງກົງຈັກການຈັດຕັ້ງຂອງຫ້ອງ ວ່າການສູນກາງພັກ ໃນຄັ້ງນີ້, ຖືເປັນ ວຽກງານທີ່ສຳຄັນ ເພື່ອຍົກລະດັບ ຄວາມເຂັ້ມແຂງ ແລະ ປະສິດທິ ພາບ-ປະສິດທິຜົນໃນການນຳພາບໍລິຫານວຽກງານພາຍໃນຫ້ອງ ວ່າການສູນກາງພັກ ໃຫ້ມີຄວາມ ຮັດກຸມ, ເຂັ້ມແຂງ ແລະ ສອດຄ່ອງ ຕາມແນວທາງນະໂຍບາຍຂອງ ພັກ, ລັດວາງອອກ, ພ້ອມທັງເນັ້ນ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ ໃໝ່ສືບຕໍ່ນຳພາ-ຊີ້ນຳປະຕິບັດໜ້າທີ່ ວຽກງານຂອງຕົນເອງຕາມພາລະ ບົດບາດ ກໍຄື ນຳພາ-ຊີ້ນຳພະນັກ ງານ-ລັດຖະກອນພາຍໃນກົມກອງ ຂອງຕົນເອງປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ແລະ ມີ ຜົນສຳເລັດຕາມການມອບໝາຍ, ພ້ອມທັງໃຫ້ສືບຕໍ່ສຶກສາພັດທະນາ ຕົນເອງ, ຍຶດໝັ້ນໃນຫລັກການ ແລະ ວິໄນ, ປະຕິບັດໜ້າທີ່ດ້ວຍຄວາມຮັບ ຜິດຊອບ, ສ້າງຜົນງານໃຫ້ເປັນຮູບ ປະທຳ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ການຝຶກອົບຮົມວິຊາຊີບສໍາລັບຜູ້ ຮຽນທີ່ມີບັນຫາ, ສົ່ງເສີມຫົວໜ່ວຍ ແຮງງານໃນການຈັດຝຶກອົບຮົມ ພາກປະຕິບັດຕົວຈິງ, ສົ່ງເສີມເບ້ຍ ລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກໃຫ້ເຂົ້າເຖິງອາຊີວະ ສຶກສາ ແລະ ຝຶກອົບຮົມວິຊາຊີບ, ສະໜັບສະໜູນການພັດທະນາຫົວ ຄິດປະດິດສ້າງ, ນະວັດຕະກຳ ແລະ ການບໍລິຫານ-ການຄຸ້ມຄອງກອງ ທຶນພັດທະນາອາຊີວະສຶກສາ. ພ້ອມ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຈາກທຸກ ພາກສ່ວນທັງພາກລັດ ແລະ ເອກະ ຊົນ, ບັນດາຄູ່ຮ່ວມພັດທະນາທີ່ໄດ້ ປະກອບສ່ວນໃນວຽກງານກອງ ທຶນພັດທະນາອາຊີວະສຶກສາຈົນ ສາມາດບັນລຸເປົ້າໝາຍທີ່ກຳນົດໄວ້ ໂດຍສະເພາະແມ່ນລັດຖະບານ ສສ ເຢຍລະມັນ ໃຫ້ການສະໜັບສະໜູນ ໃນການສ້າງຄູ່ມືການປະຕິບັດກອງ ທຶນພັດທະນາອາຊີວະສຶກສາ ຊຶ່ງ ເປັນເອກະສານທີ່ສຳຄັນໃນການ ຈັດຕັ້ງວຽກງານດັ່ງກ່າວ. ທ່ານ ນາງ ດາລາວອນ ກິດຕິພັນ ຍັງໄດ້ກ່າວອີກວ່າ: ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວນີ້ ມີຄວາມສອດຄ່ອງກັບ ເປົ້າໝາຍຂອງການນໍາໃຊ້ກອງທຶນ ພັດທະນາອາຊີວະສຶກສາ, ພວກ ເຮົາຈໍາເປັນຕ້ອງໄດ້ມີນິຕິກຳ ແລະ ລະບຽບການສະເພາະໃນການຈັດ ຕັ້ງປະຕິບັດກອງທຶນ ກໍຄື ຄູ່ມືປະຕິ ບັດກອງທຶນພັດທະນາອາຊີວະ ສຶກສາ. ມາເຖິງປັດຈຸບັນ, ຄູ່ມືດັ່ງ ກ່າວໄດ້ຮັບການອະນຸມັດເປັນທີ່ ຮຽບຮ້ອຍ ໂດຍມີຂໍ້ຕົກລົງວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ສະ ບັບເລກທີ 768/ສສກ, ລົງວັນທີ 20 ກຸມພາ 2026, ເປັນບ່ອນອີງໃນ ການຮັບທຶນ ແລະ ການນໍາໃຊ້ກອງ ທຶນ ໂດຍສະເພາະການຄຸ້ມຄອງບໍລິຫານການເງິນ ແລະ ການຈັດ ຊື້-ຈັດຈ້າງ, ເປັນເຄື່ອງມືໃນການ ກວດກາ, ຕິດຕາມ ແລະ ປະເມີນ ຜົນໃນການປະຕິບັດໜ້າທີ່ຂອງສະ ພາບໍລິຫານ, ຄະນະຮັບຜິດຊອບ ຈັດຕັ້ງປະຕິບັດ, ກອງເລຂາ ແລະ ຜູ້ຈັດຕັ້ງປະຕິບັດກອງທຶນພັດທະນາ ອາຊີວະສຶກສາ. ໃນນັ້ນ, ມີການແນະ ນໍາໂຄງປະກອບການຈັດຕັ້ງ, ການ ລາຈອນລົດທີ່ຈະເດີນທາງໄປ-ມາ ຕາມຖະໜົນ ເພື່ອຮອງຮັບໃຫ້ແກ່ ນັກທ່ອງທ່ຽວທັງຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ໃນການສັນຈອນ ແລະ ມີຄວາມ ປອດໄພ. ພ້ອມນັ້ນ, ກໍໃຫ້ເພີ່ມທະວີໂຄສະ ນາເຜີຍແຜ່ກົດລະບຽບຈະລາຈອນ ຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ ສັງຄົມອອນລາຍຕ່າງໆ ເພື່ອສ້າງ ຈິດສໍານຶກໃຫ້ພົນລະເມືອງໃນທົ່ວ ສັງຄົມຫລິ້ນບຸນປີໃໝ່ຢ່າງເບີກບານ ມ່ວນຊື່ນ, ມີສະຕິ ແລະ ເຄົາລົບກົດ ລະບຽບຈະລາຈອນ ເພື່ອປ້ອງກັນ ການເກີດອຸບັດເຫດ ແລະ ບໍ່ໃຫ້ ມີການຈັດເປັນກຸ່ມຫລິ້ນປີໃໝ່ຢ່າງ ຊະຊາຍຕາມຖະໜົນຫົນທາງ ເພື່ອ ຫລີກເວັ້ນການສັນຈອນແອອັດ. ພ້ອມນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງ ບັນດາຜູ້ປະກອບການສະຖານທີ່ ບັນເທີງໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ; ມອບໃຫ້ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ, ຄະນະກຳມະການປົກຄອງນະຄອນ ຫລວງວຽງຈັນ ແລະ ບັນດາຄະນະ ກຳມະການປົກຄອງແຂວງໃນ ຂອບເຂດທົ່ວປະເທດ ເພີ່ມທະວີ ໂຄສະນາການເປັນເຈົ້າພາບທີ່ດີ ແລະ ກຳນົດສະຖານທີ່ທ່ອງທ່ຽວ ຕ່າງໆເປັນຕົ້ນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ມີຄວາມພ້ອມ ໃຫ້ບໍລິການນັກທ່ອງທ່ຽວລວມ ທັງການກຳນົດສະຖານທີ່ບ່ອນຈະ ຈັດງານບຸນປີໃໝ່ລາວ ຂອງແຕ່ລະ ແຂວງໃຫ້ມີຄວາມເໝາະສົມ ເພື່ອ ກະກຽມຕ້ອນຮັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ, ພ້ອມ ທັງປະຊາສໍາພັນໃຫ້ປະຊາຊົນໃນ ເຄື່ອນໄຫວ ແລະ ແບບແຜນວິທີ ເຮັດວຽກ, ໄດ້ກຳນົດການປະຕິບັດ ນະໂຍບາຍໃຫ້ຄູ, ນັກຮຽນ, ນັກສຶກ ສາ ແລະ ບຸກຄະລາກອນ. ພາບ: ເກດສະໜາ. ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫລີມສະຫລອງ ບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທໍາຮີດ ຄອງປະເພນີອັນດີງາມຂອງຊາດ. ຂ່າວ: ທະນູທອງ ສັນຍາອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕໍ່າສຸດ ຂອງການເຮັດວຽກ ແລະ ເລກທີ 182 ວ່າດ້ວຍແຮງງານເດັກທີ່ຮ້າຍ ແຮງທີ່ສຸດທີ່ ສປປ ລາວ ໃຫ້ສັດຕະ ຍາບັນ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ເອົາໃຈໃສ່ໃນການຮັບຟັງ, ປະກອບ ຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນ ແລະ ປະສົບປະການ ເພື່ອເຮັດໃຫ້ ເຄື່ອງມືສໍາລັບການໂຄສະນາເຜີຍ ແຜ່ກ່ຽວກັບການປ້ອງກັນ ແລະ ລຶບ ລ້າງການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ຂອງໂຄງການລຶບລ້າງ ການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ ແຮງງານເດັກຢູ່ ສປປ ລາວ ເພື່ອ ສະໜັບສະໜູນການຄ້າ ແລະ ການ ປະຕິບັດລະບຽບການເຊັ່ນ: ໂປສ ເຕີ, ແຜ່ນພັບ, ວິດີໂອກ່ຽວກັບແຮງ ງານເດັກ, ບົດໂຄສະນາສັ້ນທາງ ວິທະຍຸ ແລະ ອື່ນໆ ໃຫ້ສໍາເລັດໂດຍ ພື້ນຖານ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==