7252

08/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເມືອງວຽງຄໍາ. dv'xt-5 ,7q [7tot[= ]y sko'kora d g,n v';P'7e 7A 'mu 4 ltw\mu V ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ບົດສະເໜີ glu ,0tspkp,6 og-N v mkfcmh xt8y ;a f 0v'de]a 'xh v'da o7;k,lts'[q (ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ວັນທີ 5 ເມສາ 1961-5 ເມສາ 2026) ຂປລ. ເມື່ອມໍ່ໆມານີ້, ກອງປະ ຊຸມຄົບຄະນະບໍລິຫານງານພັກ ເມືອງວຽງຄໍາ ຄັ້ງທີ 4 ສະໄໝທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມປົກຄອງເມືອງວຽງ ຄໍາ ແຂວງວຽງຈັນ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ສົມໝາຍ ໄຊຍະວົງ ກໍາມະການພັກ ແຂວງ, ເລຂາຄະນະບໍລິຫານພັກ ເມືອງວຽງຄໍາ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກ ພັກ-ພະນັກງານ ແຂວງວຽງຈັນ, ມີຄະນະກຳມະການປະຈໍາພັກ ເມືອງ, ກໍາມະການພັກເມືອງ, ມີ ເລຂາຄະນະພັກຮາກຖານ, ເລຂາ ໜ່ວຍພັກຫ້ອງການ, ເລຂາໜ່ວຍ ພັກແຕ່ລະໂຮງຮຽນ ແລະ ເລຂາພັກ ບ້ານ ນາຍບ້ານ 17 ບ້ານທົ່ວເມືອງ ເຂົ້າຮ່ວມທັງໝົດ 87ສະຫາຍ, ຍິງ 13 ສະຫາຍ. ສະຫາຍ ສົມໝາຍ ໄຊຍະວົງ ກຳມະການພັກແຂວງ, ເລຂາຄະ ນະບໍລິຫານງານພັກເມືອງວຽງ ຄໍາ ຂຶ້ນຜ່ານບົດສະຫລຸບຕີລາ ຄາວຽກງານຮອບດ້ານ ປະຈໍາປີ 2025 ຜ່ານມາ ແລະ ທິດທາງແຜນ ວຽກຈຸດສຸມ 6 ເດືອນຕົ້ນປີ 2026. ຈາກນັ້ນຜູ້ແທນໄດ້ພ້ອມກັນປະ ກອບຄໍາຄິດເຫັນໃສ່ຮ່າງບົດສະ ຫລຸບ ເພື່ອພ້ອມກັນປັບປຸງດ້ານ ເນື້ອໃນໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງ, ມີຄວາມຊັດເຈນ ຂຶ້ນ, ພ້ອມນັ້ນ ກອງປະຊຸມໄດ້ເປັນ ເອກະສັນຮັບຮອງເອົາບົດສະຫລຸບ ປີ 2025 ແລະ ທິດທາງແຜນການ ປີ 2026 ເພື່ອພ້ອມກັນສືບຕໍ່ຈັດ ຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຄື: ຄະນະພັກທຸກຂັ້ນຕ້ອງເປັນ ເຈົ້າການຄົ້ນຄວ້າເຊື່ອມຊຶມ, ຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍ, ມະຕິ, ຄຳສັ່ງ ຂອງພັກ, ລະ ບຽບກົດໝາຍຂອງລັດໃຫ້ເລິກ ເຊິ່ງກວ່າເກົ່າ ແລະ ນໍາເອົາແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ ໄປຈັດຕັ້ງເຜີຍ ແຜ່, ເຊື່ອມຊຶມໃຫ້ພະນັກງານລັດ ຖະກອນ ແລະ ປະຊາຊົນບັນດາ ເຜົ່າຢ່າງທົ່ວເຖິງ. ສືບຕໍ່ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງຮອບດ້ານ, ເອົາ ໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາສະມາຊິກພັກ, ພະນັກງານ ແລະ ກຳລັງປະກອບ ອາວຸດ ຕະຫລອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າ ໃຫ້ເຂົ້າໃຈ, ຮູ້ຈໍາ ແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍຄວາມຮັບຜິດຊອບ ສູງ. ເອົາໃຈໃສ່ຊຸກຍູ້ການຜະລິດໃຫ້ ເປັນສິນຄ້າຂອງປະຊາຊົນ ສ້າງໃຫ້ ໄດ້ຄອບຄົວຕົວແບບທາງດ້ານການ ຜະລິດເປັນສິນຄ້າໃຫ້ໄດ້ຫລາຍ, ຫັນການລ້ຽງສັດປະເພດຕ່າງໆ ແບບເປັນຟາມ ແລະ ການປູກພືດ ຜັກສະອາດກາຍເປັນສິນຄ້າໃຫ້ ຫລາຍຂຶ້ນ. ວາງແຜນຄຸ້ມຄອງ, ປົກ ປັກຮັກສາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ສ້າງຕົວ ເມືອງ ໃຫ້ກາຍເປັນເມືອງເທສະ ບານທີ່ມີຄວາມສະຫງົບ, ສະອາດ, ສີຂຽວ, ສະຫວ່າງຕາມແຜນການ ພັດທະນາວຽກງານ 4 ສ. ເອົາໃຈ ໃສ່ປັບປຸງຄຸນນະພາບການສຶກສາ ການຮຽນ-ການສອນຕາມ3ລັກສະ ນະ 5 ຫລັກມູນ ທັງພາກລັດ ແລະ ເອກະຊົນ ໃຫ້ສອດຄ່ອງເພື່ອໃຫ້ ລູກຫລານເປັນຜູ້ສືບທອດທີ່ດີຂອງ ປະເທດຊາດ. ສືບຕໍ່ຊຸກຍູ້ວຽກງານ ຕ່າງໆ ກ່ຽວກັບການສ້າງຕັ້ງຕາ ແສງ ໃຫ້ໄດ້ເຄື່ອນໄຫວຕາມພາລະ ບົດບາດຢ່າງເຕັມເມັດເຕັມໜ່ວຍ. ໃນກອງປະຊຸມ, ສະຫາຍ ພອນ ແກ້ວ ຂຸນພົນ ໄດ້ໂອ້ລົມບັນດາ ສະຫາຍຄະນະບໍລິຫານງານພັກ ເມືອງ ຈົ່ງພ້ອມກັນສືບຕໍ່ນໍາພາ-ຊີ້ ນໍາໜ້າທີ່ການເມືອງໃນຄວາມຮັບ ຜິດຊອບຂອງຕົນໃນການຈັດຕັ້ງປະ ຕິບັດວຽກງານຂອງຕົນ; ໃນຕໍ່ໜ້າ ຄະນະພັກທຸກຂັ້ນຕ້ອງຖືເອົາວຽກ ງານການເມືອງ-ແນວຄິດ ເປັນໜ້າ ທີ່ສໍາຄັນພື້ນຖານ ເປັນວຽກກົກ, ເປັນວຽກທີ່ຕ້ອງໄດ້ເຮັດກ່ອນ, ເຮັດ ເປັນປະຈໍາ ແລະ ສອດຫ້ອຍໄປທຸກ ຂົງເຂດວຽກງານ. ພ້ອມນີ້ສະຫາຍ ຍັງໃຫ້ກຽດປະດັບຫລຽນກາລະ ນຶກ 50 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຈໍານວນໜຶ່ງຕື່ມອີກ. ຂປລ. ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນແມ່ນກໍາລັງປະກອບ ອາວຸດປະຕິວັດອັນແຫລມຄົມໂດຍ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ກໍາ ລັງປ້ອງກັນຄວາມສະຫງົບປະຊາ ຊົນໄດ້ກໍາເນີດເຕີບໃຫຍ່ຂະຫຍາຍ ຕົວໃນຂະບວນການຕໍ່ສູ້ປົດປ່ອຍ ຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເວລາໃດກໍມີມູນເຊື້ອ ການຕໍ່ສູ້ອົງອາດກ້າຫານ , ມີນໍ້າໃຈ ເສຍສະລະເດັດດ່ຽວບໍ່ຍອມຈໍາ ນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ. ຕະຫລອດໄລຍະ 65 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ແມ່ນມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການ ສັງຄົມນິຍົມ ແລະ ພຶດຕິກໍາແຫ່ງ ການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວ ນານໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວ ວ່າ: ກໍາລັງປະກອບອາວຸດ ພວກ ເຮົາແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ພາຍ ໃຕ້ການນໍາພາ ແລະ ສຶກສາອົບຮົມ ຈາກພັກ. ສະນັ້ນ, ຍາມໃດກໍມີ ຄວາມຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ຂັ້ມງວດ, ມີ ຄວາມເດັດດ່ຽວໜຽວແໜ້ນ ພິລະ ອາດຫານ, ມີນ້ໍາໃຈເສຍສະລະອັນ ສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ, ມີມູນ ເຊື້ອລົງຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ໃນພາລະກິດປະຕິວັດ ປົດປ່ອຍຊາດ ໃນເມື່ອກ່ອນກໍຄືພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດ ທະ ນາປະເທດຊາດ ໃນປັດຈຸບັນກຳລັງ ປ້ອງກັນຄວາມສະຫງົບ ໄດ້ຖືສໍາ ຄັນຕໍ່ວຽກງານ ລົງຮາກຖານປຸກ ລຸກຂົນຂວາຍ ແລະ ໃກ້ຊິດຕິດ ແທດກັບປະຊາຊົນ(ຮ່ວມສຸກ, ຮ່ວມ ທຸກກັບປະຊາຊົນ) ອັນນີ້ທັງແມ່ນ ມູນເຊື້ອ ແລະ ທັງແມ່ນໜ້າທີ່ຍຸດທະ ສາດ ໃນແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ ແລະ ກຸ່ມ ຄົນບໍ່ດີ. ພຶດຕິກໍາແຫ່ງການຕໍ່ສູ້ກູ້ ຊາດ ຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງກັນຄວາມ ສະຫງົບພວກເຮົາຍາມໃດກໍເດັດ ດ່ຽວໜຽວແໜ້ນ ມີຄວາມອາດ ຫານບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ແລະ ມີໄຫວພິບ ເພື່ອເອົາຊະນະ ສັດຕູ ກໍາລັງພວກເຮົາໄດ້ໃຊ້ສິລະ ປະຍຸດ ຍຸດທະວີທີ່ຍິ່ງສູ້ຮົບ ກໍຍິ່ງ ເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງ ມີໄຊຊະນະ, ສາມາດຕີເອົາຊະນະ ຈັກກະພັດ ລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍ ປະເທດຊາດມາໄດ້ຢ່າງສົມບູນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍາລັງປ້ອງກັນຄວາມສະ ຫງົບພວກເຮົາ ກໍໄດ້ຕັ້ງໜ້າເຮັດ ວຽກງານ ປ້ອງກັນຄວາມສະຫງົບ ໄດ້ດີ; ສາມາດທັບມ້າງທຸກກົນ ອຸບາຍທໍາລາຍມ້າງເພ ຂອງພວກ ຈັກກະພັດພາຍນອກ ແລະ ບັນດາ ອິດທິກໍາລັງທີ່ເປັນປໍລະປັກ, ປົກ ປັກຮັກສາສະຖຽນລະພາບ ທາງ ດ້ານການເມືອງ, ຄວາມສະຫງົບ ປອດໄພ, ຄວາມເປັນລະບຽບຮຽບ ຮ້ອຍ ທາງດ້ານສັງຄົມ, ມີມູນເຊື້ອ ດຸໝັ່ນຂະຫຍັນພຽນ ໃນການອອກ ແຮງງານ, ເພີ່ມພູນຜະລິດຜົນ; ປະ ຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ກົມກອງຕັ້ງຢູ່ໃສ ກໍ ເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນ ໃຫ້ກົມກອງມີຄວາມສາມາດກຸ້ມ ຕົນເອງທາງດ້ານສະບຽງອາຫານ, ຮັບປະກັນໃນການສູ້ຮົບ, ເຮັດຫລ້ອນ ໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດ ການເປັນຢູ່ຂອງພະນັກງານ-ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ, ມີມູນ ເຊື້ອສາມັກຄີ ເປັນເອກະພາບ ພາຍ ໃນ ແລະ ສາມັກຄີກັບປະຊາຊົນ ບັນດາເຜົ່າ ຢ່າງແໜ້ນແຟ້ນ. ຍາມ ໃດກໍຍຶດໝັ້ນຄວາມສາມັກຄີເປັນ ເອກະພາບພາຍໃນ, ປະຕິບັດການ ພົວພັນລະຫວ່າງ ກຳລັງປະກອບ ອາວຸດ ກັບປະຊາຊົນຄືປາກັບນ້ຳ, ສ້າງກ້ອນກຳລັງສາມັກຄີ ເປັນປຶກ ແຜ່ນກັບປະຊາຊົນບັນດາເຜົ່າ, ອີງ ໃສ່ປະຊາຊົນ ແລະ ໄດ້ຮັບການອູ້ມ ຊູຊ່ວຍເຫລືອເບິ່ງແຍງລ້ຽງດູ ຈາກ ປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈ ໃຫ້ກຳລັງພວກເຮົາ ແຕ່ຍັງໄດ້ຈັດ ສົ່ງລູກຫລານ ຂອງຕົນປະກອບ ສ່ວນເຂົ້າໃນຖັນແຖວກຳລັງປ້ອງ ກັນຄວາມສະຫງົບ ແລະ ຊ່ວຍເປັນ ຫູເປັນຕາ ໃນການຮັກສາຄວາມ ສະຫງົບຂອງບ້ານ-ເມືອງ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==