gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 08/04/2026 xtgmf]k; ປະທານສະພາແຫ່ງຊາດ... ກະຊວງ ວທ... ສນຍ ປະກາດການນຳຂັ້ນສູງ... ເລຂາທິການໃຫຍ່... ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) ໜູນບຳນານ ຄື: ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາ ຍົກລັດຖະມົນຕີ; ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ ແລະ ທ່ານ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳ ນັກງານນາຍົກລັດຖະມົນຕີ. ພ້ອມ ກັນນັ້ນ, ກໍໄດ້ຜ່ານຄຳສັ່ງຂອງນາ ຍົກລັດຖະມົນຕີ ວ່າດ້ວຍການຍົກ ຍ້າຍພະນັກງານນຳພາ-ຄຸ້ມຄອງ ໄປປະຈຳການບ່ອນໃໝ່ ຄື: ທ່ານ ວິຣະພົງສ໌ ພົມດວງດີ ແລະ ທ່ານ ພັນ ພົມມະຈັນ ຫົວໜ້າກົມ, ເລຂາ ນຸການປະຈຳ, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ອະດີດຮອງ ນາຍົກລັດຖະມົນຕີ ໄປຮັບໜ້າທີ່ ໃໝ່ຢູ່ສູນກາງແນວລາວສ້າງຊາດ. ຫລັງຈາກນັ້ນ, ກໍໄດ້ມອບນິຕິກຳ ດັ່ງກ່າວໃຫ້ແກ່ບັນດາທ່ານທີ່ໄດ້ ຮັບນະໂຍບາຍອອກພັກການ-ຮັບ ອຸດໜູນບຳນານ ແລະ ຍົກຍ້າຍໃນ ຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ການທີ່ສະຫາຍໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕໍາແໜ່ງທີ່ສຳຄັນດັ່ງກ່າວ ອີກວາລະໜຶ່ງເປັນການສະແດງໃຫ້ ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງ ສູງຈາກພັກ, ລັດ, ບັນດາສະມາຊິກ ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ມີຕໍ່ສະຫາຍ ຊຶ່ງເປັນການນຳຜູ້ທີ່ມີປະສົບການ ສູງ, ມີບົດຮຽນອັນອຸດົມສົມບູນ ແລະ ມີຜົນງານທີ່ພົ້ນເດັ່ນໃນການ ປະຕິບັດໜ້າທີ່ວຽກງານໃນໄລຍະ ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກ ແໜ້ນວ່າດ້ວຍຄວາມຮູ້ຄວາມສາ ມາດ, ບົດຮຽນອັນລໍ້າຄ່າ ແລະ ປະສົບການທີ່ຫລາກຫລາຍຂອງ ສະຫາຍ, ສະຫາຍຈະນໍາພາສະພາ ແຫ່ງຊາດຫວຽດນາມ ຈັດຕັ້ງປະ ຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດທີ່ມີ ກຽດສະຫງ່າ ແລະ ສູງສົ່ງດ້ວຍ ຜົນສຳເລັດອັນຈົບງາມ, ປະກອບ ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນ ວ່າດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ ຂອງສະຫາຍ, ສະຫາຍຈະຮ່ວມ ກັບບັນດາການນຳຂອງພັກ-ລັດ ຫວຽດນາມ ສືບຕໍ່ນຳພາປະເທດ ຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເພື່ອບັນລຸເປົ້າໝາຍ ປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຂ້າພະເຈົ້າມີຄວາມຍິນດີສືບຕໍ່ ເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ນັບມື້ ນັບຈະເລີນງອກງາມ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາຢູ່ໃນພາກ ພື້ນ ແລະ ໃນໂລກ. ຂໍອວຍພອນໄຊອັນປະເສີດມາ ຍັງສະຫາຍຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ຍາດໄດ້ ຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ ອັນມີກຽດສູງສົ່ງຂອງສະຫາຍ. ເກີດໃໝ່ເຊັ່ນ: ບາລູນ, ປາຣາມໍ ເຕີ້ ຕ້ອງມີມາດຕະການຄຸ້ມຄອງ ສະເພາະດ້ານ, ພ້ອມກັນນັ້ນ ກໍ ໃຫ້ພະຍາຍາມຫັນເປັນທັນສະໄໝ ໂດຍສະເພາະລະບົບການແຈ້ງ ເຕືອນເຫດ, ການສະໜອງຂໍ້ມູນ, ລະບົບຕິດຕໍ່ສຸກເສີນ ແລະ ອື່ນໆທີ່ ປະກອບມີຫລາຍພາສາ, ເອົາໃຈໃສ່ ປະສານສົມທົບກັບທຸກພາກສ່ວນທີ່ ກ່ຽວຂ້ອງພ້ອມກັນແກ້ໄຂສິ່ງອຸດ ຕັນ, ກີດຂວາງຕໍ່ການທ່ອງທ່ຽວ ໂດຍໄວໃຫ້ສາມາດອໍານວຍຄວາມ ສະດວກໃນການກະຕຸ້ນການທ່ອງ ທ່ຽວໃຫ້ໂລ່ງລ່ຽນຍິ່ງຂຶ້ນ. ວຽກງານທ່ອງທ່ຽວເປັນຂະ ແໜງເສດຖະກິດສໍາຄັນອັນໜຶ່ງເປັນ ເສດຖະກິດປາຍແຫລມທີ່ປະກອບ ສ່ວນຢ່າງແຂງແຮງເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ ໂດຍສະເພາະແມ່ນການສ້າງ ລາຍຮັບກັບທີ່ ແລະ ກະຈາຍເຖິງ ປະຊາຊົນຢ່າງທົ່ວເຖິງ. ດັ່ງນັ້ນ, ວຽກທ່ອງທ່ຽວຍິ່ງຕ້ອງໄດ້ເອົາໃຈ ໃສ່ພັດທະນາ, ຄຸ້ມຄອງ ແລະ ໂຄ ສະນາການທ່ອງທ່ຽວລາວເຮົາທີ່ ເປັນທ່າແຮງເຊັ່ນ: ການທ່ອງທ່ຽວ ດ້ານວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດຕາມທິດຍືນຍົງ, ປະຊາຊົນມີສ່ວນຮ່ວມສຳຄັນທີ່ສຸດ ກໍຄື ການເຊື່ອມສານວັດທະນະທຳ ເຂົ້າໃນການທ່ອງທ່ຽວ, ເປັນຜະ ລິດຕະພັນທີ່ສາມາດຂາຍ ແລະ ໃຫ້ນັກທ່ອງທ່ຽວສໍາຜັດໄດ້, ບໍ່ ສ່ວນອັນສຳຄັນເຂົ້າໃນພາລະກິດ ສ້າງສາພັດທະນາປະເທດຊາດ ຫວຽດນາມວິລະຊົນໃຫ້ຮັ່ງມີເຂັ້ມ ແຂງ, ເຮັດໃຫ້ຖານະບົດບາດຂອງ ປະເທດຊາດຫວຽດນາມ ນັບມື້ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບສະຫາຍ ແລະ ສະພາແຫ່ງຊາດຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໂດຍສະເພາະລະຫວ່າງສະພາ ແຫ່ງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບ ການເສີມຂະຫຍາຍສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດອັນສະຫງ່າລາສີ ນີ້, ຂໍອວຍພອນໄຊອັນປະເສີດແດ່ ສະຫາຍຈົ່ງມີພະລານາໄມອັນສົມ ບູນ, ປະສົບຜົນສໍາເລັດໃນໜ້າທີ່ ວຽກງານອັນໃຫຍ່ຫລວງ ແລະ ມີ ກຽດສະຫງ່າຂອງຕົນ. ຕໍ່ພິທີໂດຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ທ່ານທີ່ໄດ້ຮັບນະໂຍບາຍອອກພັກ ການ-ຮັບອຸດໜູນບຳນານໃນຄັ້ງ ນີ້ ຊຶ່ງໄດ້ມີຜົນງານອັນໃຫຍ່ຫລວງ ຫລາຍດ້ານປະກອບສ່ວນໃນພາລະ ກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຕະຫລອດຮອດຄຸນ ງາມຄວາມດີ, ຄຸນສົມບັດສິນທຳ ປະຕິວັດ, ຄວາມຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍ ສະລະ ແລະ ຄວາມຮັບຊອບສູງຕໍ່ ໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຊຶ່ງຄົນຮຸ່ນ ໜຸ່ມ ກໍຄື ພະນັກງານຮຸ່ນສືບທອດ ຕ້ອງໄດ້ຖອດຖອນບົດຮຽນເອົາ ເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນ ການປະຕິບັດວຽກງານໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ, ກໍເຊື່ອໝັ້ນວ່າເມື່ອໄດ້ ອອກພັກການ-ຮັບບຳນານແລ້ວ, ບັນດາທ່ານຍັງສືບຕໍ່ປະກອບສ່ວນ ຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ, ທັງ ສືບຕໍ່ອະທິບາຍຊີ້ແຈງແນວທາງ ນະໂຍບາຍຂອງພັກ-ລັດ ໃຫ້ຄົນ ອ້ອມຂ້າງໄດ້ຮັບຮູ້ ແລະ ເຂົ້າໃຈ. ສໍາລັບການຍົກຍ້າຍພະນັກງານນໍາ ພາ-ຄຸ້ມຄອງຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄປ ຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວ ສ້າງຊາດສະແດງໃຫ້ເຫັນວ່າທັງ ສອງທ່ານແມ່ນໄດ້ຮັບຄວາມເຊື່ອ ໝັ້ນໄວ້ວາງໃຈ ແລະ ມີຄວາມຮັບ ຜິດຊອບສູງຕໍ່ການນຳຂັ້ນເທິງ ຊຶ່ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າ ທີ່ວຽກງານຮອບດ້ານ ແລະ ທີ່ສຳ ຄັນຕ້ອງເປັນແກນກາງຮັກສາ ຄວາມສາມັກຄີພາຍໃນ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບ ການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາ ຄວາມບໍ່ສະຫງົບຢູ່ເຂດຕາເວັນອອກ ກາງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ຫລາຍປະເທດໃນໂລກ. ໃນນັ້ນ, ສປປ ລາວ ກໍບໍ່ສາມາດຫລີກລ່ຽງ ໄດ້ ໂດຍສະເພາະບັນຫາຂາດແຄນ ນໍ້າມັນເຊື້ອໄຟ ແລະ ລາຄາທີ່ເພີ່ມ ຂຶ້ນສູງຢ່າງຕໍ່ເນື່ອງເຮັດໃຫ້ມີຄວາມ ສ່ຽງຕໍ່ການເໜັງຕີງຂອງລາຄາສິນ ຄ້າ, ອັດຕາແລກປ່ຽນ, ອັດຕາເງິນ ເຟີ້ ແລະ ມີຜົນກະທົບຕໍ່ການດຳລົງ ຊີວິດຂອງປະຊາຊົນ ກໍຄື ການປະ ຕິບັດແຜນພັດທະນາຕ່າງໆຂອງ ລັດຖະບານ. ຕໍ່ສະພາບດັ່ງກ່າວ, ລັດຖະບານໄດ້ອອກຄຳສັ່ງ 40/ ນຍ ວ່າດ້ວຍການເພີ່ມທະວີແກ້ໄຂ ບັນຫາຜົນກະທົບຈາກລາຄານໍ້າມັນ ເຊື້ອໄຟ ແລະ ຂໍ້ຕົກລົງ 21/ນຍ ວ່າ ດ້ວຍການແຕ່ງຕັ້ງຄະນະສະເພາະ ກິດແກ້ໄຂບັນຫານໍ້າມັນເຊື້ອໄຟ ເພື່ອ ຄົ້ນຄວ້າ, ລາຍງານ ແລະ ສະເໜີ ມາດຕະການຕໍ່ລັດຖະບານໃນແຕ່ ລະວັນ. ອັນສຳຄັນ, ທ່ານນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໃຫ້ຜູ້ ເຂົ້າຮ່ວມ ແລະ ທົ່ວສັງຄົມເອົາໃຈ ໃສ່ປະຢັດມັດທະຢັດ ແລະ ຫັນໄປ ນໍ້າໃຊ້ລົດເມຂົນສົ່ງສາທາລະນະ, ລົດໄຟຟ້າ ແລະ ພະລັງງານທົດ ແທນຕ່າງໆຕາມທ່າແຮງຂອງຕົນ ໃຫ້ຫລາຍຂຶ້ນ; ສືບຕໍ່ຕິດຕາມການ ຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກ ທີ່ທ່ານເລຂາທິການໃຫຍ່, ປະທານ ປະເທດ ໄດ້ມີຄຳເຫັນຊີ້ນຳ ແລະ ເນັ້ນໜັກຕໍ່ກອງປະຊຸມຄັ້ງປະຖົມ ມະລືກຂອງລັດຖະບານ ຊຸດທີ X ໃນວັນທີ 31 ມີນາ ຜ່ານມາ ໂດຍ ສະເພາະວຽກງານບຸລິມະສິດ ແລະ ເຄັ່ງຮ້ອນຕ່າງໆ; ຕ້ອງມີສະຕິໃນ ການເສບຂ່າວ ແລະ ພ້ອມກັນເປັນ ກະບອກສຽງອະທິບາຍຊີ້ແຈງໃຫ້ ຄົນອ້ອມຂ້າງ ແລະ ສັງຄົມຮັບ ຮູ້ເຂົ້າໃຈ, ທັງຕີຖອຍຂ່າວທີ່ບິດ ເບືອນຕ່າງໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແມ່ນພຽງແຕ່ປົກປັກຮັກສາໄວ້ພຽງ ຢ່າງດຽວ. ຕາມແຜນທິດທາງ 5 ປີຕໍ່ໜ້າເຫັນວ່າ: ກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ໄດ້ ມີແຜນຫລາຍຢ່າງເພື່ອກະຕຸ້ນການ ທ່ອງທ່ຽວເຊັ່ນ: ການຈັດປີທ່ອງ ທ່ຽວລາວ-ຈີນ2027, ປີທ່ອງທ່ຽວ ລາວ 2029 ແລະ ປີທ່ອງທ່ຽວ ລາວ-ຫວຽດນາມ 2030 ຊຶ່ງມີ ແບບແຜນທີ່ດີແຕ່ຫົວທີແຕ່ຈະກ້າວ ໄປຮອດບັນດາກິດຈະກໍາເຫລົ່າ ນັ້ນ, ຕ້ອງໄດ້ກະກຽມນັບແຕ່ນີ້ເປັນ ຕົ້ນໄປ ໂດຍສະເພາະປີທ່ອງທ່ຽວ ລາວ-ຈີນ, ຈະຈັດປີ 2027 ກໍຕ້ອງ ມີການປະສານສົມທົບກັນພາຍໃນ ພາກລັດ ແລະ ລະຫວ່າງພັກລັດ ແລະ ເອກະຊົນ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອແບ່ງຄວາມ ຮັບຜິດຊອບໃຫ້ຊັດເຈນແນໃສ່ກະ ກຽມສ້າງຜະລິດຕະພັນການທ່ອງ ທ່ຽວໃຫ້ມີຄວາມຫລາກຫລາຍ, ໂດດເດັ່ນ ແລະ ໜ້າສົນໃຈເພື່ອ ດຶງດູດນັກທ່ອງທ່ຽວ, ຕ້ອງກໍານົດ ໄດ້ແລ້ວວ່າແຕ່ລະແຂວງຈະເຮັດ ຫຍັງ? ສໍາຄັນໃຫ້ມີອັນໃໝ່ທີ່ໂດດ ເດັ່ນເປັນເອກະລັກຂອງແຕ່ລະ ທ້ອງຖິ່ນ, ແຕ່ລະຊົນເຜົ່າແລ້ວ ຕ້ອງໄດ້ໂຄສະນາແຕ່ດຽວນີ້ ຈຶ່ງ ຈະສາມາດດຶງດູດນັກທ່ອງທ່ຽວ ຈີນໄດ້, ຮູບແບບ ແລະ ກິດຈະກໍາ ໂຄສະນາຈະເຮັດແນວໃດໃນຍຸກ ການພັດທະນາຂອງເຕັກໂນໂລ ຊີຄືປັດຈຸບັນ, ການໄປຮ່ວມວາງ ສະແດງຢູ່ຕ່າງປະເທດຈະສຸມໃສ່ ເປົ້າໝາຍຄືແນວໃດ. ຖ້າເຮັດໄດ້ຄື ແນວນັ້ນ, ບັນດາກິດຈະກໍາທີ່ກະ ຊວງເຮົາກໍານົດໄວ້ຈຶ່ງຈະໄດ້ຮັບ ປະສິດທິພາບ ແລະ ປະສິດທິຜົນດີ. ດ້ານວຽກງານວັດທະນະທຳ ຄຽງຄູ່ກັບຂະບວນການສ້າງຄອບ ຄົວ ແລະ ບ້ານວັດທະນະທຳໃນ ຂອບເຂດທົ່ວປະເທດທີ່ເຫັນວ່າ ກະຊວງໄດ້ເອົາໃຈໃສ່ສົມທົບກັບ ແຕ່ລະທ້ອງຖິ່ນຊຸກຍູ້ຢ່າງຕັ້ງໜ້າ ໃນໄລຍະຜ່ານມາ, ສະເພາະ 2025 ສາມາດສ້າງໄດ້ 20 ພັນກວ່າ ຄອບຄົວ ແລະ 130 ກວ່າບ້ານ, ເຖິງຈະບໍ່ບັນລຸຕາມຄາດໝາຍ (ຄາດໝາຍ 26 ພັນຄອບຄົວ ແລະ 150 ບ້ານ) ແຕ່ກໍເປັນຕົວເລກທີ່ ຫລາຍພໍສົມຄວນ. ເຖິງຢ່າງໃດກໍ ດີ, ການສ້າງຕ້ອງໄດ້ຄໍານຶງເຖິງ ຄຸນນະພາບເປັນກົກ ແລະ ຕ້ອງ ເປັນເຈົ້າການຕິດຕາມປະເມີນຄືນ ວ່າຄອບຄົວ ຫລື ບ້ານທີ່ໄດ້ຮັບການ ຢັ້ງຢືນນັ້ນ ຍັງຮັກສາມາດຖານໄວ້ ຄືເກົ່າ ຫລື ບໍ່?, ສໍາຄັນໃຫ້ສາມາດ ແກ້ໄຂບັນຫາງົມງວາຍຫັນມາ ເຊື່ອຖື ແລະ ປະຕິບັດຕາມຮີດຄອງ ປະເພນີທີ່ກ້າວໜ້າຕາມ3ລັກສະນະ ຂອງວັດທະນະທຳລາວເຮົາ ຄື: ລັກສະນະຊາດ, ລັກສະນະວິທະ ຍາດ ແລະ ລັກສະນະມະຫາຊົນ. ການເສີມຂະຫຍາຍຄຸນຄ່າວັດ ທະນະທຳຂອງຊາດຕ້ອງເຮັດ ຢ່າງມີຈຸດສຸມໃຫ້ແທດເໝາະກັບ ຍຸກສະໄໝ ແລະ ມີຄວາມຍືນຍົງ ຄຽງຄູ່ກັບການແກ້ໄຂປະກົດການ ຫ ຍໍ້ ທໍ້ ຕ່ າ ງ ໆ ລ ວ ມ ທັ ງ ຫ າ ງ ສຽງໂຈມຕີຂອງສັງຄົມທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນໃຫ້ ທັນການ; ການປະດິດຄິດແຕ່ງ ສິລະປະ-ວັນນະຄະດີເຊັ່ນ: ບົດ ເພງ, ບົດຟ້ອນ, ກະວີ ແລະ ອື່ນໆ ກໍຕ້ອງຫັນປ່ຽນໃຫ້ທັນຍຸກທັນສະ ໄໝ ໂດຍຢຶດຖືການອະນຸລັກຮັກສາ ໄປຄຽງຄູ່ກັບການພັດທະນາ ໂດຍ ສະເພາະແມ່ນໝູນໃຊ້ເຕັກໂນໂລຊີ ເປັນເຄື່ອງມືເຜີຍແຜ່ຢ່າງກວ້າງ ຂວາງ. ສໍາຄັນ, ແມ່ນຕ້ອງສາມາດ ເຊື່ອມສານວັດທະນະທຳທີ່ເປັນ ເອກະລັກຂອງຊາດເຮົາເຂົ້າກັບ ການທ່ອງທ່ຽວຕາມທິດປະຊາຊົນ ມີສ່ວນຮ່ວມຖືວັດທະນະທຳເປັນ ເຄື່ອງມືທີ່ຊຸກຍູ້ການສ້າງລາຍຮັບ ໃຫ້ແກ່ປະຊາຊົນຢ່າງແທ້ຈິງບໍ່ແມ່ນ ພຽງແຕ່ປົກປັກຮັກສາໄວ້ແຕ່ຕ້ອງ ສ້າງວັດທະນະທຳໃຫ້ມີຊີວິດນໍາ ຜົນປະໂຫຍດມາສູ່ປະຊາຊົນຢ່າງ ທົ່ວເຖິງ. ນອກນີ້, ການຄົ້ນຄວ້ານໍາ ສະເໜີວັດທະນະທຳລາວເຂົ້າເປັນ ມໍລະດົກໂລກ ກໍໃຫ້ພ້ອມກັນເອົາໃຈ ໃສ່ແທ້ເພາະໄດ້ກໍານົດແຈ້ງໃນມະຕິ ຕົກລົງຂອງພັກ-ລັດ ຖືເປັນວຽກ ບຸລິມະສິດໜຶ່ງຂອງລັດຖະບານໃນ ການຍົກສູງບົດບາດ ກໍຄື ຊື່ສຽງ ຂອງຊາດໃຫ້ພົ້ນເດັ່ນໃນເວທີ ສາກົນຜ່ານວັດທະນະທຳ ຊຶ່ງປີ 2026 ນີ້, ກໍໄດ້ຮັບການລາຍງານ ວ່າ: ອຸທິຍານແຫ່ງຊາດນາກາຍນໍ້າເທີນພວມຢູ່ໃນຂັ້ນຕອນຄົ້ນຄວ້າ ສະເໜີເປັນແຫລ່ງມໍລະດົກໂລກ ແລະ ລາບ ອາຫານປະຈໍາຊາດ ກໍພວມຢູ່ໃນຂັ້ນຕອນພິຈາລະນາ ຈາກອົງການ UNESCO ເຊັ່ນ ດຽວກັນ. ຂ່າວ-ພາບ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==