7251

gsfdko{dkora fmtok xtgmf]k; ( 07/04/2026 g,n v';kxu xtdkflh k'8A ' 4 8kcl' ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ການນໍາພັກລັດ ແຂວງຄໍາມ່ວນ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ເຂົ້າຮ່ວມ ວາງພວງມາລາ ແລະ ກະຕ່າດອກ ໄມ້ ຢູ່ອະນຸສາວະລີ ແລະ ອະນຸສອນ ສະຖານສໍາຄັນພາຍໃນແຂວງ ໃນ ຕອນເຊົ້າວັນທີ 5 ເມສາ 2026 ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026). ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບວິລະຊົນ ຜູ້ທີ່ໄດ້ເສຍ ສະລະຊີວິດ ເພື່ອການຕໍ່ສູ້ຍາດເອົາ ເອກະລາດ, ອິດສະລະພາບມາໃຫ້ ແກ່ຊາດ ແລະ ເພື່ອສະແດງຄວາມ ເຄົາລົບນັບຖື ແລະ ຮູ້ບຸນຄຸນຢ່າງ ສຸດຊຶ້ງ ຕໍ່ບັນດາອະດີດການນໍາ ສູງສຸດ ຜູ້ທີ່ໄດ້ນໍາພາການປະຕິວັດ ລາວ ປະສົບຜົນສໍາເລັດອັນຍິ່ງໃຫຍ່ ທັງລະນຶກເຖິງຜົນງານ ແລະ ວິລະ ກຳອັນປະເສີດ ຂອງບັນດາຜູ້ນໍາ ແລະ ວິລະຊົນຮຸ່ນກ່ອນ ທີ່ໄດ້ອຸທິດ ຕົນເພື່ອຊາດ ແລະ ປະຊາຊົນ ແນ ໃສ່ໃຫ້ຄົນຮຸ່ນໃໝ່ໄດ້ຮໍ່າຮຽນເອົາ ຄຸນສົມບັດ-ສິນທໍາປະຕິວັດ ແລະ ສືບທອດມູນເຊື້ອອັນດີງາມນີ້ ໃຫ້ຄົງ ຢູ່ຕະຫລອດໄປ. ໃນມື້ດຽວກັນ, ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະ ທີ່ໄດ້ເຂົ້າ ອວຍພອນ ທ່ານ ພົຈ ຈັນໄຊ ນັນ ທະວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຄໍາ ມ່ວນ ເນື່ອງໃນໂອກາດວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ ກ່າວອວຍພອນໃຫ້ຄະນະພັກ-ຄະນະ dkooera d{]a fc0;'7e,j ;o Ij ;,;k'r;',k]k mu j vto5 lvolt4kole7a o3vdkf;a olh k'8A ' xdl 7q [Iv[ 65 xu ,;o-q os];'rt[k' Ij ;,pj k'grn j vl5 0trk[ lts]v'la [xtfkcsj '-kf7;k,xvfwrmk's];' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຫລວງພະບາງ ຈັດຂະບວນການ ຍ່າງເພື່ອສຸຂະພາບ ສະຫລອງສັບ ປະດາແຫ່ງຊາດຄວາມປອດໄພ ທາງຫລວງ ໃນວັນທີ 4 ເມສາ 2026 ໂດຍມີ ທ່ານ ໄຊແກ້ວ ທະ ວີໃຈ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ພ້ອມດ້ວຍຜູ້ຕາງໜ້າພະແນກການກົມກອງ ແລະ ມວນຊົນຫລວງພະ ບາງ ເຂົ້າຮ່ວມເກືອບ 600 ຄົນ. ໃນພິທີໄດ້ມີການລາຍງານສະ ພາບການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານຄວາມປອດໄພທາງ ຫລວງຕາມຍຸດທະສາດຂອງລັດຖະ ບານ ກຳນົດໄວ້ ໂດຍມີ 5 ເສົາຄໍ້າຄື: ພື້ນຖານໂຄງລ່າງ ຄົມມະນາຄົມຂົນສົ່ງປອດໄພ, ພາຫະນະປອດໄພ, ຜູ້ຊົມໃຊ້ລົດໃຊ້ທາງຫລວງປອດໄພ, ການຄຸ້ມຄອງຄວາມປອດໄພທາງ ຫລວງ, ການໂຄສະນາເຜີຍແຜ່, ປູກ ຈິດສໍານຶກ, ການປະຕິບັດກົດໝາຍ ແລະ ການກອບກູ້ຊີວິດຫລັງເກີດ ອຸບັດເຫດ ຊຶ່ງບັນຫາການເກີດ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມື່ອມໍ່ໆມາ ນີ້ຄະນະຜູ້ແທນການກຸສົນພຸດ ທະສາສະໜາຫວຽດນາມ, ນຳ ໂດຍພະອາຈານ ທິກ ມິນ ທົງ ກຳມະການສູນກາງອົງການ ກຸສົນ ແລະ ສະຫວັດດີການສັງຄົມ, ສະມາຄົມພຸດທະສາສະໜາ ຫວຽດ ນາມ ຢ້ຽມຢາມ ແລະ ນຳວັດຖຸປັດ ໄຈ ມູນຄ່າ 150 ລ້ານກີບ ມອບໃຫ້ ຄອບຄົວທີ່ດ້ອຍໂອກາດ ຢູ່ 5 ເມືອງ ຂອງແຂວງວຽງຈັນ ຄື: ເມືອງ ວຽງຄຳ, ເມືອງທຸລະຄົມ, ເມືອງ ໝື່ນ, ເມືອງກາສີ ແລະ ເມືອງແມດ ໂດຍການຕ້ອນຮັບຂອງ ທ່ານ ສີ ວຽງໄຊ ອໍລະບູນ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ວຽງຈັນ ພ້ອມດ້ວຍຄະນະ. ໃນໂອກາດນີ້, ທ່ານ ສີວຽງໄຊ ອໍລະບູນ ໄດ້ກ່າວຕ້ອນຮັບຄະນະ ຜູ້ແທນດ້ວຍຄວາມອົບອຸ່ນ, ພ້ອມ ທັງຍົກໃຫ້ເຫັນທີ່ຕັ້ງ, ພູມສັນຖານ ຂອງແຂວງໂດຍສັງເຂບ ຊຶ່ງແຂວງ ວຽງຈັນ ມີເນື້ອທີ່ 15.927 ກິໂລ ຕາແມັດ, ມີພົນລະເມືອງ 481.248 ຄົນ ແບ່ງອອກເປັນ 11 ເມືອງ 424 ບ້ານ. ປັດຈຸບັນແຂວງ ພວມສຸມໃສ່ ພັດທະນາເສດຖະກິດ-ສັງຄົມ ພາຍ ໃນແຂວງ ແລະ ບັນດາທ່າແຮງບົ່ມ ຊ້ອນຂອງແຂວງ ໃນແຕ່ລະດ້ານ ທີ່ເປັນປັດໄຈພື້ນຖານໃຫ້ແກ່ການ ຜະລິດ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ ຊຶ່ງເຮັດໃຫ້ເສດ ຖະກິດຂອງແຂວງວຽງຈັນ ສືບຕໍ່ ຂະຫຍາຍຕົວໃນລະດັບ 5,7%, ລວມຍອດຜະລິດຕະພັນພາຍໃນ ໄດ້ 17.064 ຕື້ກີບ, ລາຍໄດ້ສະເລ່ຍໃສ່ ຫົວຄົນ 1.594 ໂດລາສະຫະລັດ. ພ້ອມທັງໄດ້ຍົກໃຫ້ເຫັນການພົວພັນ ຮ່ວມມື ຂອງແຂວງວຽງຈັນ ກັບ 7v[7q ;mu j fh vp3vdkf 16 j 5 g,n v' 0v'c0;';P'9a o wfh Ia [g7n j v'-j ;pgs]n v ບັນດາແຂວງແຮກສ່ຽວ ເປັນຕົ້ນ ແຂວງຮາຍເຢືອງ, ຮາຍຟອງ, ອຽນ ບ້າຍ ແລະ ເຫງະອານ ຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງ ໄດ້ມີການພົບປະແລກປ່ຽນບົດຮຽນ ແລະ ພົວພັນຮ່ວມມືຫລາຍດ້ານຢ່າງ ຕໍ່ເນື່ອງ ແລະ ມີຜົນສຳເລັດຢ່າງເປັນ ຮູບປະທຳ. ພະອາຈານ ທິກ ມິນ ທົງ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການນຳ ແຂວງວຽງຈັນ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງໄດ້ເຊື້ອເຊີນ ຄະນະນຳ ແລະ ອົງການພຸດທະສາ ສະໜາ ຂອງແຂວງວຽງຈັນ ໄປ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ນະຄອນເກິນເທີ. ພ້ອມນີ້, ໃນຕໍ່ ໜ້າຈະໄດ້ນຳພາຄະນະຜູ້ແທນການ ກຸສົນພຸດທະສາສະໜາຫວຽດນາມ ມາແລກປ່ຽນບົດຮຽນຢູ່ແຂວງ ວຽງຈັນ ຕື່ມອີກ ແລະ ຫວັງວ່າອຳ ນາດການປົກຄອງແຂວງ ຈະຊ່ວຍ ອຳນວຍຄວາມສະດວກໃນການ ແລກປ່ຽນບົດຮຽນໃນຕໍ່ໜ້າ. ໂອກາດດຽວກັນ, ພະອາຈານ ທິກ ມິນ ທົງ ໄດ້ມອບວັດຖຸປັດໄຈ ໃຫ້ອົງການປົກຄອງ 5 ເມືອງ ດັ່ງ ກ່າວ ເພື່ອໄປມອບຕໍ່ໃຫ້ຄອບຄົວທີ່ ດ້ອຍໂອກາດ ຢູ່ພາຍໃນເມືອງ ແລະ ຕາງໜ້າຮັບໂດຍ ທ່ານ ທອງໃສ ໄຊ ວິເນດ ຫົວໜ້າຄະນະຈັດຕັ້ງເມືອງ ວຽງຄຳ. ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ຫວ່າງບໍ່ດົນມາ ນີ້ຢູ່ຕາແສງພູນສະຫວັນເມືອງວາປີ ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ຄື: ຕາແສງພູມສະຫວັນ, ຕາແສງ ວາປີ, ຕາແສງນາສຽດ ແລະ ຕາ ແສງນາລັນ ຢ່າງເປັນທາງການ ຊຶ່ງ ເປັນເມືອງທໍາອິດຂອງແຂວງສາລະ ວັນ ທີ່ສາມາດປະກາດສ້າງຕັ້ງຕາ ແສງຄົບຕາມເປົ້າໝາຍ ໂດຍມີ ທ່ານ ປະເດີມພອນ ສົນທະນີ ປະທານ ຄະນະກໍາມະການປົກຄອງແຂວງ ສາລະວັນ, ທ່ານ ບຸນຍູ້ ຈັນທະລັງສີ ເລຂາຄະນະບໍລິຫານງານພັກເມືອງ ວາປີ, ພ້ອມດ້ວຍການນຳຂອງ ແຂວງ, ເມືອງອ້ອມຂ້າງແຂວງ, ເລຂາພັກ-ນາຍບ້ານ 55 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານ ດົມວິໄລ ທອງສະຫວັນ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ໃຫ້ ຮູ້ວ່າ: ທົ່ວເມືອງວາປີ ມີບ້ານ 55 ບ້ານ, ມີພົນລະເມືອງ 45.491 ຄົນ, ຍິງ 23.309 ຄົນ, ໄດ້ຈັດ ແບ່ງອອກເປັນ 4 ຕາແສງ ຄື: ຕາ ແສງພູມສະຫວັນ ກວມເອົາ 21 ບ້ານ, ຕາແສງວາປີ ກວມເອົາ 21 ບ້ານ, ຕາແສງນາສຽດ ກວມ ເອົາ 10 ບ້ານ ແລະ ຕາແສງນາ ນໍາ ກອງບັນຊາການປ້ອງກັນຄວາມ ສະຫງົບ ຕະຫລອດຮອດນາຍ ແລະ ພົນຕຳຫລວດທຸກສະຫາຍ ໃຫ້ມີ ສຸຂະພາບແຂງແຮງ, ມີພະລານາໄມ ທີ່ສົມບູນ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ອັນມີກຽດສະຫງ່າ ພ້ອມທັງ ໃຫ້ສືບຕໍ່ນໍາພາ-ຊີ້ນໍາກຳລັງ ໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂງ ທັງດ້ານ ປະລິມານ ແລະ ຄຸນນະພາບ ພ້ອມ ທັງສ້າງຜົນງານ ແລະ ໄຊຊະນະໃໝ່ ໃຫ້ຍິ່ງໃຫຍ່ກວ່າເກົ່າ. ພ້ອມກັນນີ້, ໃນໂອກາດປີໃໝ່ລາວ ພສ 2569 ທີ່ກໍາລັງຈະມາເຖິງນີ້ ຍັງໄດ້ຝາກ ຄໍາອວຍພອນອັນດີງາມ ຜ່ານຫົວ ໜ້າ ປກສ ແຂວງ ໄປຍັງ ທ່ານລັດ ຖະມົນຕີ, ພະນັກງານ-ລັດຖະກອນ ແລະ ກຳລັງທຸກພາກສ່ວນ. ໂອກາດດັ່ງກ່າວ, ທ່ານ ພົຈ ຈັນ ໄຊ ນັນທະວົງ ໄດ້ກ່າວຂອບໃຈ ຢ່າງສຸດຊຶ້ງ ຕໍ່ການເຂົ້າອວຍພອນ ຂອງ ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະທີ່ໄດ້ໃຫ້ກຽດ ແລະ ເຫັນຄວາມສໍາຄັນ ຂອງວັນດັ່ງ ກ່າວ ພ້ອມທັງອວຍພອນແດ່ຄະນະ ພັກ-ຄະນະນໍາ ຕະຫລອດຮອດພະ ນັກງານ-ລັດຖະກອນ ທົ່ວແຂວງ ຄໍາມ່ວນ ໃຫ້ມີສຸຂະພາບແຂງແຮງ, ມີຄວາມກ້າວໜ້າ ແລະ ສໍາເລັດ ພາລະກິດການເມືອງຢ່າງມີໄຊຊະ ນະຢ່າງຕໍ່ເນື່ອງ. ຂ່າວ: ມະນີວັນ ອຸບັດເຫດ ຕາມທາງຫລວງຢູ່ທົ່ວ ໂລກໃນແຕ່ລະປີ ສະເລ່ຍມີຜູ້ເສຍ ຊີວິດຫລາຍກວ່າ 1,2 ລ້ານຄົນ, ໄດ້ຮັບບາດເຈັບ ຫລາຍກວ່າ 50 ລ້ານຄົນ, ມູນຄ່າຜົນເສຍຫາຍ ຫລາຍກວ່າ 500 ຕື້ໂດລາສະຫະ ລັດ. ດັ່ງນັ້ນໃນປີ 2005 ສະຫະ ປະຊາຊາດ ຈຶ່ງໄດ້ອອກມະຕິກ່ຽວ ກັບການປັບປຸງຄວາມປອດໄພທາງ ຫລວງ. ສຳລັບ ສປປ ລາວ ໄດ້ໃຫ້ ສັດຕະຍາບັນກັບສາກົນວ່າ ຮອດປີ 2030 ຕ້ອງຫລຸດຜ່ອນອຸບັດເຫດ ລົງເຄິ່ງໜຶ່ງ ແລະ ຮອດປີ 2050 ຕ້ອງບໍ່ໃຫ້ມີອຸບັດເຫດ, ໃນແຕ່ລະປີ ມີອຸບັດເຫດເກີດຂຶ້ນ ສະເລ່ຍບໍ່ຫລຸດ 6.000 ກວ່າຄັ້ງ, ມີຜູ້ບາດເຈັບສະ ເລ່ຍ 10.000 ກວ່າຄົນ, ອັດຕາຜູ້ ເສຍຊີວິດສະເລ່ຍ ແຕ່ລະປີ 1.000 ກວ່າຄົນ, ມູນຄ່າເສຍຫາຍຫລາຍ ກວ່າ 175 ລ້ານໂດລາສະຫະລັດ ຕໍ່ປີ. ສະເພາະຢູ່ແຂວງຫລວງພະ ບາງ ໃນປີ 2025 ຜ່ານມາ ທົ່ວ ແຂວງມີອຸບັດເຫດເກີດຂຶ້ນ 444 ຄັ້ງ, ພາຫະນະເປ່ເພ 826 ຄັນ, ມີ ຜູ້ໄດ້ຮັບບາດເຈັບ 728 ຄົນ, ເສຍ ຊີວິດ 57 ຄົນ, ຍັງບໍ່ລວມຄົນທີ່ເສຍ ອົງຄະ, ສ່ວນຫລາຍແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກວມ ເອົາ 80% ແລະ ເປັນຜູ້ທີ່ສາມາດ ອອກແຮງງານໄດ້ ຊຶ່ງສາເຫດຂອງ ການເກີດອຸບັດເຫດ ສ່ວນໃຫຍ່ແມ່ນ ເມົາແລ້ວຂັບ 21%, ບໍ່ມີໃບຂັບຂີ່ 43%, ອາຍຸບໍ່ເຖິງກະສຽນ 16% ແລະ ອື່ນໆ 20%. ໂອກາດນີ້, ທ່ານ ໄຊແກ້ວ ທະວີ ໃຈ ໄດ້ມີຄຳເຫັນວ່າ: ງານສັບປະດາ ຄວາມປອດໄພທາງຫລວງຂັ້ນ ແຂວງ ໃນຂອບເຂດທົ່ວປະເທດ ປະຈຳປີ 2026 ນີ້ ໄດ້ດໍາເນີນພາຍ ໃຕ້ຄໍາຂວັນ “ດື່ມຢ່າງມີສະຕິ, ເມົາ ບໍ່ຂັບລົດ” “Drink with Care, Drunk Don’t Drive” ເພື່ອປູກ ຈິດສຳນຶກ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ພ້ອມກັນໃສ່ໃຈປະຕິບັດລະບຽບ ການຂັບຂີ່ໃຫ້ເຂັ້ມງວດ ເພື່ອຫລຸດ ຜ່ອນສະພາບການເກີດອຸບັດເຫດ ອັນຈະສ້າງຜົນກະທົບທາງດ້ານ ຊີວິດ ແລະ ຊັບສິນ. ໃນພິທີ ຜູ້ເຂົ້າຮ່ວມໄດ້ພ້ອມກັນ ຍ່າງເພື່ອສຸຂະພາບ ໂດຍເລີ່ມຈາກ ເດີ່ນທາດຫລວງ ໄປຫາສວນນ້ຳພຸ ໜ້າຫ້ອງວ່າການແຂວງ ແລ້ວກັບ ຄືນຫາເດີ່ນທາດຫລວງ ພ້ອມນີ້, ຍັງ ມີກິດຈະກຳການຖາມ-ຕອບ ຄວາມ ຮູ້ພື້ນຖານກ່ຽວກັບ ລະບຽບການ ສັນຈອນຕາມທ້ອງຖະໜົນ ເພື່ອຮັບ ຂອງຂວັນເປັນໝວກກັນກະທົບຕື່ມ ອີກ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ-ທະນູສີນ ອິດທິພົນ ລັນ ກວມເອົາ 3 ບ້ານ. ການສ້າງ ຕັ້ງຕາແສງ ພາຍໃນເມືອງວາປີ ແມ່ນໄດ້ມີການກໍານົດກົງຈັກການ ຈັດຕັ້ງຢ່າງລະອຽດ ເພື່ອຮັບປະກັນ ການເຄື່ອນໄຫວວຽກງານ, ປັບປຸງ ກົງຈັກການຈັດຕັ້ງ ແລະ ຍົກລະ ດັບປະສິດທິພາບການຄຸ້ມຄອງ ບໍລິຫານລັດ ໃຫ້ມີຄວາມເຂັ້ມແຂງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ເປັນຕົ້ນ ດ້ານ ພື້ນຖານໂຄງລ່າງບ່ອນປະຈໍາການ, ຂອບເຂດພື້ນທີ່, ບຸກຄະລາກອນ, ດ້ານນິຕິກຳຕ່າງໆ ທີ່ເປັນບ່ອນ ອີງໃນການເຄື່ອນໄຫວວຽກງານ. ແຕ່ລະຕາແສງ ປະກອບມີບຸກຄະ ລາກອນທັງໝົດ 13 ທ່ານ, ໃນນັ້ນ ມີຄະນະຕາແສງ 3 ທ່ານ, ປະກອບ ມີ 5 ໜ່ວຍງານວິຊາສະເພາະ (ບໍລິຫານ-ປົກຄອງ, ເສດຖະກິດການເງິນ, ວັດທະນະທໍາ-ສັງຄົມ, ປກຊ-ປກສ ແລະ ພັກ-ອົງການ ຈັດຕັ້ງມະຫາຊົນ. ໂອກາດດຽວກັນ, ທ່ານ ປະເດີມ ພອນ ສົນທະນີ ໄດ້ເນັ້ນໃຫ້ຄະນະ ກໍາມະການປົກຄອງຕາແສງ ຈົ່ງຍົກ ສູງຄວາມຮັບຜິດຊອບໃນການຮັບ ໃຊ້ປະຊາຊົນ, ສ້າງຄວາມສາມັກຄີ ພາຍໃນ ແລະ ຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ-ລັດ ໃຫ້ ເຂົ້າເຖິງຮາກຖານຢ່າງທົ່ວເຖິງ ພ້ອມທັງມອບເງິນ 20 ລ້ານກີບ ໃຫ້ ຄະນະກໍາມະການປົກຄອງ 4 ຕາ ແສງເພື່ອຮັບໃຊ້ເຂົ້າໃນວຽກງານ. ຂ່າວ-ພາບ: ວິໄລວອນ ສິດທິໄຊ

RkJQdWJsaXNoZXIy MTc3MTYxMQ==