7251

7;k,\kp c]t 7;k,le7a o0v'glf4tdy f,= ]tfq d xtgmf]k; 6 07/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ©ດຍ ດÂ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ -u ;y f{;a fmtotme ໂດຍ: ສິດ 7;k,gxa o,k0v'ok'la '0ko ຂປລ. ເສດຖະກິດມໍລະດົກ ມີ ຄວາມໝາຍແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກ ຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ ພວກເຮົາໄດ້ຮັບການສືບທອດມາຈາກ ບັນພະບູລຸດ. ມໍລະດົກບໍ່ພຽງແຕ່ເປັນ ເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງ ເປັນຊັບສິນ ຫລື ສົມບັດທີ່ມີຄຸນຄ່າທີ່ ສາມາດນໍາໃຊ້ເປັນທ່າແຮງໃນການ ພັດທະນາເສດຖະກິດ-ສັງຄົມຂອງປະ ເທດ. ດັ່ງນັ້ນ, ເສດຖະກິດມໍລະດົກ ຈຶ່ງ ໝາຍເຖິງຂະບວນການຫັນປ່ຽນມໍລະ ດົກວັດທະນະທໍາ, ປະຫວັດສາດ, ສະ ຖາປັດຕະຍະກໍາ, ສິລະປະ ມາປັບໃຊ້ ໃນຮູບແບບການຜະລິດ ແລະ ບໍລິການ ໃຫ້ເກີດລາຍຮັບ ແລະ ຍັງຮັກສາເອກະ ລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງ ທາງປະຫວັດສາດ; ເປັນການປະສານ ລະຫວ່າງ “ການຮັກສາອະດີດ” ແລະ “ການສ້າງອະນາຄົດ” ໃຫ້ເກີດຜົນ ປະໂຫຍດ ທັງທາງເສດຖະກິດ ແລະ ສັງຄົນ. ສະນັ້ນ, ເສດຖະກິດມໍລະດົກ ຈຶ່ງມີບົດບາດສໍາຄັນຫລາຍໃນການ ສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງ ຮອບດ້ານ ແລະ ມີຄວາມຍືນຍົງ ເປັນ ຕົ້ນ ແມ່ນຊ່ວຍສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນ ທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະ ນະທໍາທີ່ອາດຈະສູນເສຍໄປກັບການ ເຕີບໂຕທາງອຸດສາຫະກໍາ. ນັບແຕ່ສັດຕະວັດທີ 21, ແນວ ຄວາມຄິດທາງດ້ານມໍລະດົກເສດຖະ ກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນ ຂຶ້ນ, ປະເທດຕ່າງໆ ໄດ້ຊອກຫາວິທີ ການເຊື່ອມໂຍງການອະນຸລັກວັດທະ ນະທໍາເຂົ້າກັບການພັດທະນາແບບຍືນ ຍົງ. ດັ່ງນັ້ນ, ບົດບາດ ແລະ ຄວາມສໍາ ຄັນຂອງມໍລະດົກທາງດ້ານເສດຖະກິດ ແມ່ນນັບມື້ນັບເພີ່ມຂຶ້ນ ເປັນຕົ້ນ ແມ່ນ ການຮັກສາຄວາມເປັນເອກະລັກ ທີ່ ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງ ດ້ານວັດທະນະທໍາ, ການລວມເອົາ ຮີດຄອງປະເພນີເຂົ້າກັບນະວັດຕະກໍາ ສະໄໝໃໝ່, ການສົ່ງເສີມການເຕີບ ໂຕແບບຍືນຍົງ ແລະ ຍັງເປັນການສະ ໜັບສະໜູນເສດຖະກິດທ້ອງຖິ່ນ ໂດຍ ສະເພາະໃນເຂດຊົນນະບົດ ບ່ອນທີ່ມີ ຫັດຖະກໍາພື້ນເມືອງ, ກະສິກໍາ ຫລືການ ທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດ ທະນະທໍາເຂົ້າກັບການດໍາລົງຊີວິດ ແລະ ຍັງເປັນການເພີ່ມທະວີພະລັງ ສ້າງສັນ (4PGU 1PXFS) ແລະ ອຸດ ສາຫະກໍາສ້າງສັນໂດຍການຫັນປ່ຽນ ມໍລະດົກໃຫ້ເປັນໂອກາດທາງດ້ານ ເສດຖະກິດ. ຕົວຢ່າງ: ໃນປະເທດ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງ ຈະແຈ້ງວ່າ ອຸດສາຫະກໍາທີ່ອີງໃສ່ມໍ ລະດົກ ແມ່ນມີຕັ້ງແຕ່ສິລະປະການ ສະແດງ ແລະ ຫັດຖະກໍາແບບດັ່ງເດີມ ຈົນເຖິງການນໍາໃຊ້ເຕັກໂນໂລຊີເຂົ້າ ຊ່ວຍ ເຊັ່ນ: ການນໍາ ສະເໜີຫໍພິພິທະພັນ ແບບດີຈິຕອນ ເຊິ່ງໄດ້ກາຍເປັນອົງປະ ກອບສໍາຄັນທີ່ປະກອບສ່ວນຕໍ່ການ ເຕີບໂຕຂອງ ເສດຖະກິດ. ສໍາລັບບັນດາປະເທດກໍາລັງພັດ ທະນາທີ່ມີຊັບພະຍາກອນວັດທະນະ ທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາ ຫະກໍາທີ່ຈໍາກັດ, ເສດຖະກິດມໍລະດົກ ເປັນອີກທາງເລືອກໜຶ່ງທີ່ມີຄວາມ ເປັນເອກະລັກສະເພາະ ທີ່ນໍາໄປສູ່ ການພັດທະນາເສດຖະກິດທີ່ຫລາກ ຫລາຍ ແລະ ຍືນຍົງ ເຊິ່ງສອດຄ່ອງ ກັບການເພີ່ມທະວີສິດອໍານາດຂອງ ຊຸມຊົນ ແລະ ຄວາມຍືນຍົງທາງວັດທະ ນະທໍາ ເພາະມໍລະດົກທາງດ້ານເສດ ຖະກິດເປັນຊັບພະຍາກອນຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມ ເອກະລັກແຫ່ງຊາດ, ການດໍາລົງຊີວິດ ຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ຄວາມສາມັກຄີໃນສັງຄົມ. ທັງນີ້ກໍ ຍ້ອນວ່າ ເສດຖະກິດມໍລະດົກ ແມ່ນ ມີລັກສະນະຕິດພັນ ແລະ ເປັນຂອງ ຊຸມຊົນ ເຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງ ແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ, ແຕ່ ຍັງເປັນຜູ້ມີບົດບາດຫລັກໃນການ ຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍ ຄຸນຄ່າຂອງມໍລະດົກອີກດ້ວຍ; ເມື່ອ ປະຊາຊົນໄດ້ຮັບສິດໃນການມີສ່ວນ ຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບ ຜົນປະໂຫຍດຈາກມໍລະດົກ, ພວກເຂົາ ເຈົ້າຈະເປັນເຈົ້າການ ແລະ ມີສະຕິໃນ ການປົກປັກຮັກສາ ດ້ວຍຄວາມສະ ໝັກໃຈຕໍ່ມໍລະດົກນັ້ນ. ສະນັ້ນ, ຫລັກ ມູນພື້ນຖານຂອງການພັດທະນາເສດ ຖະກິດມໍລະດົກ ແມ່ນການປະສານ ສົມທົບຢ່າງກົມກຽວ ລະຫວ່າງການ ອະນຸລັກຮັກສາ ແລະ ການພັດທະນາ, ຖ້າຫາກພຽງ ແຕ່ເນັ້ນໜັກການເສີມ ຂະຫຍາຍຄຸນຄ່າທາງດ້ານເສດຖະກິດ ຢ່າງດຽວ, ມໍລະດົກອາດຈະເສື່ອມ ໂຊນ, ສູນເສຍຮູບຮ່າງ ຫລື ສູນຫາຍ ໄປ. ໃນທາງກົງກັນຂ້າມ, ຖ້າຫາກ ພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ ໂດຍບໍ່ຊອກຫາວິທີການເສີມຂະຫຍາຍ ມູນຄ່າ, ກໍຈະກາຍເປັນພາລະໃຫ້ແກ່ຊຸມ ຊົນ ແລະ ເສດຖະກິດພາຍໃນປະເທດ. ຂປລ. ເມື່ອກ້າວເຂົ້າສູ່ເດືອນເມສາ ຂອງທຸກໆປີ ກໍເປັນອີກເດືອນໜຶ່ງທີ່ ມີຄວາມໝາຍຄວາມສຳຄັນຂອງຄົນ ລາວຊາວພຸດ ເນື່ອງຈາກວ່າຊາວລາວ ທົ່ວປະເທດໄດ້ພ້ອມກັນສະຫລອງບຸນ ປີໃໝ່ລາວ ຕາມຮີດຄອງປະເພນີອັນ ດີງາມ ຂອງຊາດລາວ ທີ່ເຄີຍປະຕິບັດ ກັນມາແຕ່ບູຮານນະການ ເຊິ່ງແຕ່ລະ ປີໄລຍະບຸນປີໃໝ່ລາວ ກໍຈະມີຫລາຍ ກິດຈະກໍາທີ່ປະຊາຊົນລາວຊາວພຸດ ເຄີຍສືບທອດກັນມາແຕ່ບູຮານນະການ ແລະ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນທຸກໆ ປີນັ້ນກໍຄືການແຫ່ນາງສັງຂານ ທີ່ສືບ ທອດກັນມາແຕ່ດົນນານ ເພື່ອເປັນການ ສືບທອດປະເພນີອັນດີງາມໃຫ້ຢູ່ຄຽງຄູ່ ກັບວັດທະນະທໍາລາວຕະຫລອດໄປ. ເມ່ືອເວົ້າເຖິງການແຫ່ນາງສັງ ຂານມີຕຳນານເລົ່າສືບກັນມາວ່າ: ບຸນ ກຸດສົງການ (ປີໃໝ່ລາວ) ພະຍາກະ ບິນລະພົມ ທ້າສະໝອງລອງປັນຍາ ກັບທ່ານນັກປາດຜູ້ຮຽນຈົບໄຕເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາ ສາດ, ຄຸລຸສາດ ແລະ ພາສາສາດ) ຄື: ທຳມະບານກຸມມານແຕ່ປາງກ່ອນ ບຸດຊາຍເສດຖີຄົນໜຶ່ງຊື່ວ່າ: “ທຳມະ ບານກຸມານ“ ຮຽນຈົບວິຊາໄຕເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາ ສາດ, ຄຸລຸສາດ ແລະ ພາສາສາດ ເປັນ ນັກປາດຜູ້ມີປັນຍາສະຫລາດຫລັກ ແຫລມເໜືອກວ່າເພື່ອນມະນຸດດ້ວຍ ກັນສາມາດຮູ້ຮອດພາສາສັດຕ່າງໆ ໃນນັ້ນ ລວມທັງພາສານົກ. ເມື່ອມີຄົນ ມາຖາມບັນຫາໃດ ບໍ່ວ່າຄະຕິໂລກ ຫລື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ, ຄວາມຊ່າລືກ່ຽວກັບທຳມະບານມີ ສະຕິປັນຍາແຫລມຄົມ ສາມາດແກ້ ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາ ໄດ້ດັງກ້ອງ ໄປຮອດພະພົມຢູ່ສວງສະຫວັນ. ຕອນ ນັ້ນມີພະພົມອົງໜຶ່ງຊຶ່ງເປັນເຈົ້າແຫ່ງ ພົມ ແລະ ເທວະດາທັງຫລາຍຊື່ວ່າ: ພະຍາກະບິນລະພົມ, ເມື່ອຊາບຂ່າວ ດັ່ງກ່າວຈຶ່ງຢາກທົດສອບຄວາມຮູ້ ຂອງທຳມະບານກຸມມານ ຈຶ່ງໄດ້ເຫາະ ລົງມາຍັງໂລກມະນຸດ ແລະ ໄດ້ພົບກັບ ທຳມະບານກຸມມານ ຢູ່ຫໍປະສາດ 7 ຊັ້ນ ອາໄສຢູ່ຄົນດຽວ. ພະຍາກະບິນ ລະພົມ ໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. (ສິລິ ແມ່ນຈຸດສຳຄັນຂອງຮ່າງກາຍ) ພະ ຍາກະບິນລະພົມບໍ່ທັນໃຫ້ທຳມະບານ ກຸມມານຕອບທັນທີ ແຕ່ພັດວ່າ ອີກເຈັບ ວັນ ຈະລົງມາຟັງຄຳຕອບໂດຍໄດ້ວາງ ເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະ ບານຈະຖືກຕັດຄໍ ແລະ ໃນທາງກົງ ກັນ ຂ້າມຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ ຕັດຄໍເຊັ່ນກັນ. ດັ່ງນັ້ນ, ຕາມການຕົກ ລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະ ຍາກະບິນລະພົມ ກັບທຳມະບານກຸມ ມານ ຈະຕ້ອງມີຜູ້ໜຶ່ງຖືກຕັດຄໍ, ຫລັງ ຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານ ຕ້ອງໄດ້ໃຊ້ສະ ໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ, ບໍ່ມີຄຳພີດີກາເຫລັ້ມ ໃດເລີຍທີ່ກ່າວເຖິງຄຳວ່າ: “ສິລິຂອງ ຄົນ”, ວັນເວລາລ່ວງເລີຍໄປ 6 ມື້ ນັບ ແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າ ຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫລັບ ນອນ ຫລື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນ ໂຕເຂົາຈ່ອຍຜອມລ່າເຫລືອງ ເຫລືອ ແຕ່ໜັງຫຸ້ມດູກ. ເມື່ອຮູ້ໂຕວ່າຈະຕ້ອງ ຖືກຕັດຄໍແນ່ນອນແລ້ວ ທຳມະບານ ກຸມມານ ຈຶ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປາດມີຊື່ສຽງ ກັງວານກ້ອງໂລກຜູ້ໜຶ່ງ ຊິໄປຍອມໃຫ້ ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ສູ້ໄປຕາຍເອງດີກວ່າ. ຂະນະນັ້ນເປັນ ຕອນຄ່ຳແລ້ວ ທຳມະບານກຸມມານ ພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ລັກໜ້ີເຂົ້າປ່າໃຫຍ່ໄພສານ ເມື່ອເຫັນ ວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງນັ່ງ ລົງກ້ອງຕົ້ນຕານຕົ້ນໜຶ່ງໃນກາງປ່າ ດົງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ່ມຂຶ້ນຊັກໄຊ້ ນັ້ນຈະ ເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ ແຫ່ງນີ້, ແຕ່ຟ້າໄດ້ເປັນໃຈທຳມະບານ ກຸມມານ ຢູ່ເທິງຕົ້ນຕານນັ້ນມີແຮ້ງ ສອງຜົວເມຍອາໄສ ເຮັດຮັງຢູ່ຍອດ ຕານ ຕົກຕອນເດິກຄ່ຳສະຫງັດກາງ ຄືນນັ້ນ ແຮ້ງສອງຜົວເມຍ ໄດ້ລົມກັນ ກ່ຽວກັບແຜນການຈະໄປກິນອາຫານ ໃນມື້ອື່ນໂດຍເມຍຖາມຜົວວ່າ: ມື້ອື່ນ ຈະໄປຫາກິນທາງໃດ ຜົວ: ມ້ືອື່ນ ພວກເຮົາບໍ່ຕ້ອງບິນໄປຫາກິນ ໄກໃຫ້ ເມື່ອຍປີກດອກ ຖ້າກິນຊີ້ນມະນຸດຢູ່ ເມືອງນີ້ ແຫລະ ເມຍ: ຊິ ມີຊີ້ນມະນຸດ ມະນຸດມາແຕ່ທາງໃດ ໃຫ້ພວກເຮົາກິນ ບໍ ຫລື ວ່າຕີເອິກເສືອເພື່ອໃຫ້ກາກິນ ຊ້ັນເບາະ ຜົວ ຕອບວ່າ: ກໍ່ພະຍາກະ ບິນລະພົມ ເພີ່ນສິເຫາະບິນລົງມາຕັດ ຄໍທຳມະບານກຸມມານ ແລະ ເຮົາຊິ ໄດ້ກິນ ຊີ້ນມັນຊັ້ນຕົວະ, ເມຍຈຶ່ງຖາມ ຕໍ່ວ່າ: ສິໄປຕັດຄໍເຂົາເຮັດຫຍັງ ເຈົ້າ ເຮັດຫຍັງຜິດ ຜົວຕອບ: ກະຕັດລະ ບໍ່ ແນວວ່າທຳມະບານກຸມມານຕອບ ບັນຫາເພີ່ນບໍ່ໄດ້, ເມຍ: ໂອ້.. ເພີ່ນຖາມ ວ່າແນວໃດ ຍາກແທ້ບໍ່ ຂັ້ນນັກປາດ ຄື ທຳມະບານກຸມມານ ກໍ່ຍັງຕອບບໍ່ ໄດ້ ຜົວ: ມັນຊິຍາກຫຍັງĴ ແຕ່ທຳມະ ບານກຸມມານ ບ່ໍໄດ້ຮຽນເຖິງກໍ່ເລີຍ ຕອບບ່ໍໄດ້. ເພ່ີນ ຖາມວ່າ ສິລິຂອງຄົນ ຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນ ແລງ ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິຂອງຄົນຢູ່ໃສ ຜົວ: ເປັນຫຍັງຊິບໍ່ຮູ້ງ່າຍຊິຕາຍ ເມຍ: ຄັນ ຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ, ຜົວ: ເວົ້າບໍ່ ໄດ້ເດິກດື່ນແລ້ວນອນສາເມຍແຮ້ງບໍ່ ຍອມ: ບໍ່ໆ Ĵ ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງ ຂ້ອຍຊິກັ້ນໃຈຕາຍປະເຈົ້າ ຜົວ: ເວົ້າ ກະເວົ້າ ຄືວ່າ: ຕອນເຊົ້າສິລິຂອງຄົນ ຢູ່ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າມັກ ພາກັນສ່ວຍໜ້າລ້າງຕາ, ຕອນສວາຍ ຢູ່ໜ້າເອິກຄົນ ທັງຫລາຍຈ່ຶງມັກເອົາ ນ້ຳລູບໜ້າເອິກ, ຕອນແລງ ສິລິແມ່ນ ຢູ່ຕີນ ເຂົາເຈ້ົາຈ່ຶງພາກັນລ້າງຕີນໃຫ້ ສະອາດກ່ອນຈຶ່ງເຂົ້ານອນ. ດັ່ງທີ່ໄດ້ກ່າວຕອນຕົ້ນແລ້ວວ່າ ທຳມະບານກຸມມານ ຮູ້ພາສານົກດັ່ງ ນັ້ນຄຳສົນທະນາຂອງແຮ້ງສອງຜົວ ເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍ ໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງ ປາຕິຫານ. ເຂົາຟ້າວລຸກຈາກກ້ອງ ຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍ ຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້. ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ ຟັງການຕອບບັນຫາທັງສາມຂໍ້ຂອງ ທຳມະບານກຸມມານຢ່າງຖືກ ຕ້ອງ ແລ້ວ ເຮັດໃຫ້ພະຍາກະບິນລະພົມມີ ຄວາມປະຫລາດໃຈບໍ່ໜ້ອຍ, ແຕ່ຊິ ເຮັດແນວໃດໄດ້ເມື່ອຕົນເອງເອີຍປາກ ທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ ຕັດເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້. ແຕ່ ຍ້ອນພະຍາກະບິນລະພົມມີລິດເດດ ເກັ່ງກ້າເໝືອກວ່າເທວະດາ ແລະ ມະ ນຸດທັງຫລາຍພຽງແຕ່ຫົວຂອງເພີ່ນກໍ ຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ ຖ້າຫາກປ່ອຍໃຫ້ຫົວ ແລະ ເລືອດຂອງ ພະຍາກະບິນລະພົມຕົກລອງດິນມັນຈະ ເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນ ຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍ ຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍ ໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າ ຄົງຄາມະຫາສະມຸດເຫືອດແຫ້ງເກີດ ໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດ ໃນທົ່ວໂລກ. ດັ່ງນັ້ນ, ເພື່ອຊ່ວຍມວນ ມະນຸດ ໃຫ້ຫລຸດພົ້ນຈາກໄພພິບັດ ເຫລົ່ານັ້ນ ກ່ອນຖືກຕັດຄໍ ພະຍາກະ ບິນລະພົມ ຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ. ລູກສາວ ທັງ 7 ນາງແມ່ນແທນໃຫ້ 7 ວັນ ຊຶ່ງ ນາງສາວທັງ 7 ຈະມີພາຫະນະປະຈຳ ຕົວຂອງແຕ່ລະນາສາວຄື: ນາງ ທຸງ ສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ, ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ, ນາງ ຮາກສະເທວີ ວັນ ອັງຄານ ພາຫະນະຂີ່ໝູ, ນາງ ມົນທາ ເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ), ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ, ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ, ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ນົກຍຸງ. ເມື່ອທັງ 7 ນາງມາພ້ອມໜ້າພ້ອມ ຕາກັນແລ້ວ ຜູ້ເປັນພໍ່ຈຶ່ງສັ່ງຄວາມ ວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາ ພາຖາດຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນ ໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນໂນລາດ. ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫລື ກຸດ ສົງການປີໃດ ຖ້າສັງຂານລ່ວງຖືກວັນ ໃດໃຫ້ລູກສາວປະຈຳວັນນັ້ນ (ນາງ ສັງຂານ) ຂີ່ສັດພາຫະນະຂອງຕົນ ໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອ ຫົດສົງ, ສ່ວຍລ້າງດ້ວຍ ນ້ຳອົບນ້ຳ ຫອມໃຫ້ສະອາດແລ້ວຈຶ່ງເອົາໄປໄວ້ ບ່ອນເກົ່າ. ຍ້ອນແນວນັ້ນເອງ, ເມື່ອ ຮອດຍາມກຸດສົງການປີໃໝ່ແຕ່ລະປີ ປະຊາຊົນຊາວພຸດພວກເຮົາຈຶ່ງເອົາ ນ້ຳອົບ, ນ້ຳຫອມ ຫລື ນ້ຳດອກໄມ້ໄປ ຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າ ແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງ ເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນ ສືບຕໍ່ກັນມາຈົນເຖິງປັດຈຸບັນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==