7251

07/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ແຫລ່ງຂ່າວຈາກ ຂ່າວສານ ກະສິກຳ ແລະ ສິ່ງແວດ ລ້ອມ) dj5 ,x6 dza dltvkf [h ko;P'lk wfh Ia [.[1A '1n o,kf8t4kodtly demuju fu ]k; —ົດສະເໜີ dkog8u [.spj 0tspkp8q ;0v'de]a 'xh v'da o7;k,lts'[c8j ]tw]pt q (ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ວັນທີ 5 ເມສາ 1961-5 ເມສາ 2026) ຂປລ. ດ້ວຍຄວາມເອົາໃຈໃສ່ ຊຸກຍູ້ທາງດ້ານເຕັກນິກກະສິກຳ ສະອາດຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ກໍຄື ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ເມືອງໄຊ ບວກໃສ່ການ ຕື່ນຕົວຈັດຕັ້ງປະຕິບັດມາດຖານກະ ສິກຳທີ່ດີຂອງປະຊາຊົນບ້ານວຽງ ສາ ສົ່ງຜົນເຮັດໃຫ້ກຸ່ມປູກພືດຜັກ ສະອາດບ້ານດັ່ງກ່າວ ໄດ້ຮັບໃບ ຢັ້ງຢືນມາດຕະຖານກະສິກຳທີ່ດີ ລາວ. ສິ່ງກໍແມ່ນອີກໜຶ່ງທາງອອກ ໃນການປະກອບສ່ວນເຂົ້າໃນການ ລຶບລ້າງຄວາມທຸກຍາກກໍຄືສ້າງ ລາຍຮັບໝັ້ນຄົງໃຫ້ແກ່ກຸ່ມຜະລິດ ພືດ ຜັກທີ່ດີຂອງບ້ານນີ້. ເມື່ອມໍ່ໆມານີ້, ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນມາດຕະຖານ ກະສິກໍາທີ່ດີລາວ ໃຫ້ແກ່ກຸ່ມປູກ ພືດຜັກສະອາດບ້ານວຽງສາ. ເຂົ້າ ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ. ໄລຍະແຕ່ປີ 1961-1973, ແມ່ນໄລຍະແຫ່ງການຕໍ່ສູ້ປົກປັກ ຮັກສາ 2 ແຂວງເຕົ້າໂຮມ ແລະ ຕີ ເອົາຊະນະຍຸດທະສາດສົງຄາມ ພິເສດ, ສົງຄາມພິເສດເພີ່ມທະວີ ຂອງພວກລ່າເມືອງຂຶ້ນແບບໃໝ່ ໂດຍສືບຕໍ່ມູນເຊື້ອຂອງກຳລັງສັນ ຕິລາດ ໃນການຈັດຕັ້ງເອົາກຳລັງ ລົງຮາກຖານປຸກລຸກ ຂົນຂວາຍ ປະຊາຊົນເຂົ້າໃນການກໍ່ສ້າງ 2 ແຂວງເຕົ້າໂຮມ ແລະ ເຫດການ ປະຫວັດສາດມະຫັດສະຈັນນໍາເອົາ ຜູ້ນໍາຂອງຝ່າຍແນວລາວຮັກຊາດ ທີ່ຖືກຄຸມຂັງຢູ່ຄຸກໂພນເຄັ່ງອອກ ໄປສູ່ເຂດທີ່ໝັ້ນຢ່າງປອດໄພ, ກຳ ລັງປ້ອງກັນຄວາມສະຫງົບປະຊາ ຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຕີເອົາຊະນະສັດຕູຢູ່ ທຸກໆສະໜາມຮົບໃນທົ່ວປະເທດ ເຊັ່ນ: ປີ 1961-1962 ກໍາລັງປ້ອງ ກັນຄວາມສະຫງົບຮ່ວມກັບກອງ ທັບບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8, 9, 12 ແລະ ປົດປ່ອຍ ຮ່ວມໃນພິທີ ມີ ທ່ານ ວັນທ່ຽງ ພົມ ມະສຸລິນ ຮອງຫົວໜ້າກົມປູກຝັງ, ທ່ານ ສີວິໄຊ ບຸນສະຫວັນ ຮອງຫົວ ໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ, ທ່ານ ພົມມະສຸກ ມອນຈັນດີ ຮອງປະທານຄະນະກໍາ ມະການປົກຄອງເມືອງໄຊ, ທ່ານ ອາດຳສະຕາ ຫົວໜ້າສິ່ງແວດ ລ້ອມອົງການສະຫະປະຊາຊາດ ປະຈຳ ສປປ ລາວ ຫລື (6/%1), ມີຕາງໜ້າຈາກໂຄງການຟາມ (F"R.), ພ້ອມດ້ວຍຕ່າງໜ້າ ຈາກກົມປູກຝັງ, ພະແນກກ່ຽວຂ້ອງ ຂອງແຂວງອຸດົມໄຊ, ຫ້ອງການ ປະຈຳເມືອງໄຊ, ຄະນະປົກຄອງ ບ້ານ, ປະຊາຊົນ ແລະ ສະມາຊິກ ກຸ່ມປູກຜັກສະອາດ ບ້ານວຽງສາ ເຂົ້າຮ່ວມ. ພິທີມອບ “ໃບຢັ້ງຢືນ ມາດຕະຖານກະສິກໍາທີ່ດີລາວ” ໃນຄັ້ງນີ້ ໂດຍ ທ່ານ ວັນທ່ຽງ ພົມ ມະສຸລິນ ແລະ ຮັບໃບຢັ້ງຢືນ ໂດຍ ຄະນະປົກຄອງຂອງບ້ານວຽງສາ, ຮ່ວມເປັນສັກຂີພິຍານ ຂອງທ່ານ ສີວິໄຊ ບຸນສະຫວັນ, ທ່ານ ພົມ ມະສຸກ ມອນຈັນດີ, ທ່ານ ອາດຳ ສະຕາ, ການຊຸກຍູ້ ແລະ ສົ່ງເສີມ ການຜະລິດກະສິກໍາທີ່ດີຂອງບ້ານ ວຽງສາ ມີ 40 ກວ່າຄອບຄົວ ທີ່ ເຮັດການຜະລິດພືດຜັກ ໃນເນື້ອທີ່ ປະມານ 5,29 ເຮັກຕາ ສາມາດ ຜະລິດໄດ້ 2 ລະດູ ໃນນັ້ນ ຜົນຜະ ລິດສະເລ່ຍ 129,83 ໂຕນຕໍ່ປີ ສາ ມາດຕອບສະໜອງພືດຜັກພາຍໃນ ແຂວງ ແລະ ສົ່ງອອກແຂວງໃກ້ ຄຽງຈຳນວນໜຶ່ງ. ໂອກາດດັ່ງກ່າວ, ທ່ານ ຄຳແສງ ອາລີ ຮອງປະທານຄະນະປົກຄອງ ແຂວງອຸດົມໄຊ ໄດ້ໃຫ້ກຽດເປີດ ປ້າຍ ແລະ ຢ້ຽມຢາມສວນຜັກ ຂອງສະມາຊິກກຸ່ມປູກຜັກສະອາດ ບ້ານວຽງສາ ແລະ ຍັງໄດ້ໂອ້ລົມ ສະມາຊິກກຸ່ມປູກຜັກສະອາດ ໃຫ້ ສືບຕໍ່ພັດທະນາການຜະລິດໃຫ້ເຂັ້ມ ງວດຕາມມາດຕະຖານ, ຂະຫຍາຍ ສະມາຊິກ ແລະ ເຮືອນຮົ່ມ, ພ້ອມ ທັງວາງແຜນການຜະລິດໃຫ້ສອດ ຄ່ອງກັບຕະຫລາດ ເພື່ອຍົກສູງ ລາຍຮັບ ແລະ ຮັບປະກັນຜັກປອດ ໄພໃຫ້ສັງຄົມ ຊຶ່ງການຜະລິດທີ່ສາ ມາດຕອບໂຈດໄດ້ເປັນຢ່າງດີ ພ້ອມ ທັງຮັກສາສິ່ງແວດລ້ອມ ເຮັດໃຫ້ ມີຄວາມຢືນຍົງ, ການມອບໃບຢັ້ງ ຢືນໃນຄັ້ງນີ້ ນັບເປັນກ້າວສຳຄັນ ໃນການຍົກລະດັບການຜະລິດກະ ສິກໍາຂອງບ້ານວຽງສາ ໃຫ້ກ້າວ ໄປສູ່ການຜະລິດສະອາດ ແລະ ສອດຄ່ອງກັບນະໂຍບາຍການພັດ ທະນາກະສິກໍາສີຂຽວຂອງແຂວງ ອຸດົມໄຊ ກໍຄືປະເທດໃນອະນາຄົດ. ຫລວງນໍ້າທາ ບັງຄັບໃຫ້ພວກມັນ ຕ້ອງຍອມເຊັນສັນຍາເຊີແນວ ກ່ຽວ ກັບລາວ ແລະ ປະຕິບັດການຮວມ ລາວຄັ້ງທີ 11 ສ້າງຕັ້ງລັດຖະບານ ປະສົມ 3 ຝ່າຍ. ປີ 1968-1973 ກໍາລັງປ້ອງກັນຄວາມສະຫງົບ ຮ່ວມກັບກອງທັບ ບຸກໂຈມຕີສັດຕູ ຢູ່ບັ້ນຮົບນໍ້າບາກ, ບັ້ນຮົບກູ້ກຽດ, ບັ້ນຮົບລາມເຊີນ 719 ແລະ ບັ້ນຮົບ ອື່ນໆ ເຮັດໃຫ້ຍຸດທະສາດສົງຄາມ ພິເສດ ແລະ ສົງຄາມພິເສດເພີ່ມທະ ວີ ຂອງພວກຈັກກະພັດລ່າເມືອງ ຂຶ້ນແບບໃໝ່ ປະລາໄຊຢ່າງຮາບ ຄາບ, ບັງຄັບໃຫ້ພວກມັນຕ້ອງ ຍອມເຊັນສັນຍາວຽງຈັນ ວັນທີ 21 ກຸມພາ 1973 ກ່ຽວກັບລາວ, ຍອມຈັດຕັ້ງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງ ແຫ່ງຊາດ, ຮັບຮູ້ 2 ຕົວເມືອງເປັນ ກາງ (ນະຄອນຫລວງວຽງຈັນ ແລະ ຫລວງພະບາງ), ສ້າງຄວາມ ປອງດອງຊາດ ຄັ້ງທີ 111. ໄລຍະແຕ່ປີ 1973 -1975, ແມ່ນໄລຍະແຫ່ງການຕໍ່ສູ້ກະກຽມ ແລະ ດໍາເນີນການຍາດເອົາໄຊຊະ ນະຢ່າງສົມບູນ, ສ້າງຕັ້ງລະບອບ ໃໝ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກໍາລັງປ້ອງກັນ ຄວາມສະຫງົບໄດ້ຮັບການປັບປຸງ, ກໍ່ສ້າງກຳລັງມີຈຳນວນພົນ 1.000 ສະຫາຍ, ໂດຍເລືອກເອົາທະຫານ ມາຝຶກອົບຮົມໄລຍະສັ້ນວຽກງານ ວິຊາສະເພາະຕຳຫລວດ ແລ້ວສົ່ງ ເຂົ້າປະສົມກັບຕຳຫລວດຂອງຝ່າຍ ວຽງຈັນ ຢູ່ 2 ນະຄອນເປັນກາງ (ວຽງຈັນ ແລະ ຫລວງພະບາງ). ພາຍໃຕ້ການນໍາພາຂອງພັກ ກໍາລັງ ປ້ອງກັນຄວາມສະຫງົບ ໄດ້ພ້ອມ ກັບກຳລັງປະຕິວັດທີ່ຮັກຊາດໃນ ທົ່ວປະເທດ ລຸກຮືຂຶ້ນໂຄ່ນລົ້ມລະ ບອບສັກດີນາທີ່ຄົງຕົວຢູ່ປະເທດເຮົາ ມາໄດ້ຫລາຍຮ້ອຍປີ ແລະ ສະຖາ ປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນວັນທີ 2 ທັນ ວາ 1975 ຢ່າງສະຫງ່າຜ່າເຜີຍ. ໄລຍະແຕ່ປີ 1975 -1986, ແມ່ນໄລຍະແຫ່ງການປົກປັກຮັກ ສາ ແລະ ບູລະນະປະເທດຊາດ. ປະ ເທດຊາດຫາກໍໄດ້ຮັບການປົດປ່ອຍ ສະພາບເສດຖະກິດ, ວັດທະນະ ທໍາ-ສັງຄົມ ຍັງມີຄວາມຫຍຸ້ງຍາກ; ບັນດາອິດທິກຳລັງປໍລະປັກ ໄດ້ ຕັ້ງໜ້າເຄື່ອນໄຫວມ້າງເພທຳລາຍ ລະບອບໃໝ່ ຂອງພວກເຮົາຢ່າງ ຮອບດ້ານ. ຕໍ່ໜ້າສະພາບການດັ່ງ ກ່າວ ສູນກາງພັກປະຊາຊົນປະຕິ ວັດລາວ ໄດ້ເນັ້ນວ່າ: “ ວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະ ຫງົບ ຍັງແມ່ນໜ້າທີ່ແຖວໜ້າ ແລະ ສໍາຄັນອັນດັບໜຶ່ງ”. ເພື່ອປະຕິບັດຕາມທິດນຳດັ່ງ ກ່າວກຳລັງປ້ອງກັນຄວາມສະຫງົບ ໄດ້ສົມທົບແໜ້ນກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານສະ ກັດກັ້ນ ແລະ ແກ້ໄຂສະພາບຄວາມ ບໍ່ສະຫງົບຢູ່ບາງຕົວເມືອງໃຫຍ່ ແລະ ບາງບໍລິເວນ, ຄຽງບ່າຄຽງ ໄຫລ່ກັບກອງທັບ ແລະ ປະຊາຊົນ ລາວ ຕີເອົາຊະນະການແຊກແຊງ, ເກາະຜິດ, ບຽດຢືດດິນແດນຂອງ ພວກປະຕິການຂວາຈັດ, ເປັນເຈົ້າ ການປ້ອງກັນຜູ້ນຳແລະອົງການນຳ ຂອງພັກ-ລັດໃຫ້ມີຄວາມປອດໄພ. ນັບແຕ່ປີ 1986 ເປັນຕົ້ນມາ ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກໄດ້ວາງທິດທາງ ໜ້າທີ່ຄື: ປັບປຸງວຽກງານປ້ອງກັນ ຄວາມສະຫງົບຮອບດ້ານຢູ່ພື້ນ ຖານ; ຈັດຕັ້ງແນວຮົບປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຢູ່ ທ້ອງຖິ່ນຢ່າງແໜ້ນໜາ; ຕັ້ງໜ້າ ປັບປຸງ, ຍົກສູງຄຸນນະພາບຂອງ ບັນດາກຳລັງທະຫານ ແລະ ກຳລັງ ປ້ອງກັນຄວາມສະຫງົບ, ເດັດດ່ຽວ ທັບມ້າງທຸກການເຄື່ອນໄຫວມ້າງ ເພທຳລາຍຂອງສັດຕູ ແລະ ປົກປັກ ຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ. ປະທານ ໄກສອນ ພົມວິຫານ ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກ 3 ໜ້າ ທີ່ ຄື: ໜຶ່ງ. ຕໍາຫລວດຕ້ອງຮູ້ເຮັດ ວຽກງານກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາຊົນນະບົດ; ສອງ: ຕໍາຫລວດຕ້ອງຢູ່ເຮັດວຽກ ງານ ສືບຂ່າວກໍາສະພາບການ; ສາມ: ຕໍາຫລວດຕ້ອງຮູ້ກົດໝາຍ ພາຍໃນແລະຕ່າງປະເທດ. ປະຕິບັດ ຕາມມະຕິ IV ຂອງພັກ ແລະ ຄໍາ ເຫັນໂອ້ລົມ ຂອງປະທານ ໄກສອນ ພົມວິຫານ ກໍາລັງປ້ອງກັນຄວາມ ສະຫງົບ ໄດ້ສົມທົບແໜ້ນກັບກອງ ທັບປະຊາຊົນລາວ ຕີເອົາຊະນະ ການບຽດຢຶດຂອງພວກປະຕິການ ຂວາຈັດໄທ ຢູ່ສະໜາມຮົບບໍ່ແຕນ ແຂວງໄຊຍະບູລີ; ທັບມ້າງກົນອຸ ບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຂອງສັງຄົມ, ອັນພົ້ນເດັ່ນແມ່ນ ການແກ້ໄຂແນວຄິດລະແວງສົງໄສ ແລະ ທັດສະນະຜິດເຂວ ກ່ຽວກັບ ສັງຄົມນິຍົມ, ແນວຄິດຫລາຍພັກ ຫລາຍເຄົ້າ, ປະຊາທິປະໄຕເສລີ ແລະ ບັນຫາອື່ນໆ. ກໍາລັງປ້ອງກັນ ຄວາມສະຫງົບໄດ້ສືບຕໍ່ຫັນເອົາ ກໍາລັງລົງກໍ່ສ້າງຮາກຖານການ ເມືອງ ຕິດພັນກັບການພັດທະນາ ຊົນນະບົດຮອບດ້ານປັບປຸງກໍ່ສ້າງ ກໍາລັງ ແລະ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ ຮາກຖານໃຫ້ເຂັ້ມແຂງຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ ສະພາບການທົ່ວປະເທດ ມີຄວາມ ສະຫງົບ ແລະ ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ. ຕະຫລອດໄລຍະ 65 ປີຜ່ານ ມາ ເຊິ່ງການສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ແມ່ນ ເຫດການປະຫວັດສາດທີ່ສຳຄັນ ຂອງຊາດ, ແມ່ນບາດກ້າວຂະ ຫຍາຍຕົວຂອງການປະຕິວັດ, ແມ່ນ ກຳລັງປະກອບອາວຸດປະຕິວັດໜຶ່ງ ທີ່ແຫລມຄົມຂອງພັກ ເພື່ອປົກປັກ ຮັກສາພັກ-ລັດ, ປົກປ້ອງແນວທາງ ແລະ ປົກປ້ອງອຸດົມການສັງຄົມນິ ຍົມ; ແມ່ນກຳລັງທີ່ມີການຈັດຕັ້ງ ນຳພາ-ບັນຊາ, ສຶກສາອົບຮົມໂດຍ ກົງ, ເດັດຂາດ ແລະ ຮອບດ້ານ ຈາກພັກປະຊາຊົນປະຕິວັດລາວ, ມີຄວາມບໍລິສຸດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ; ເປັນກຳລັງທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງ ປະຊາຊົນຢ່າງແທ້ຈິງ. ພາ—ປະກອ— ພາ—ປະກອ—

RkJQdWJsaXNoZXIy MTc3MTYxMQ==