gsfdko{dkora fmtok a xtgmf]k; ( 06/04/2026 s];'oEmk gzu pczj Ij k'0= 8q d]q ' dko75 h ,7v'05 ffy o c]t 4q ,fy o ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ V ໄດ້ໄຂ ກອງປະຊຸມຄັ້ງປະຖົມມະລືກ ຢ່າງ ເປັນທາງການ ໃນວັນທີ 2 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ຄຳດີ ວົງລ້ອມ ປະທານສະພາ ປະຊາຊົນແຂວງອຸດົມໄຊ ຊຸດທີ IV, ມີທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ ພ້ອມ ດ້ວຍກອງພົນທະຫານຮາບທີ 3, ສະມາຊິກສະພາແຫ່ງຊາດເຂດ 4 ແຂວງອຸດົມໄຊ, ສະພາປະຊາຊົນ ແຂວງ, ສອງກອງບັນຊາການ ປກຊ-ປກສ, ອະດີດສະມາຊິກສະພາ ແຫ່ງຊາດປະຈຳແຂວງ, ພະແນກ ການ, ອົງການຈັດຕັ້ງ, ບັນດາທະນາ ຄານ, ສະຖາບັນການເງິນ, ບໍລິສັດ, ລັດວິສາຫະກິດ ແລະ ອົງການ ປົກຄອງບ້ານເຂົ້າຮ່ວມ. ທ່ານຄຳດີວົງລ້ອມ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄັ້ງປະຖົມ ມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ເປັນກອງປະຊຸມທີ່ມີ ltrkxt-k-q oc0;'v5 fq ,w- w0dv'xt-5 ,7A 'xt4q ,,t]n d g,n v'g'o s;o7n o,6 og-N v 2 ;a oxts;a flkf ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງເງິນ ແຂວງໄຊຍະບູລີ ປາຖະກະຖາ 2 ປະ ຫວັດສາດຂອງຊາດຄື: ວັນສ້າງ ຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 19615 ເມສາ 2026) ແລະ ວັນສ້າງ ຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 195514 ເມສາ 2026) ໃນວັນທີ 2 ເມສາ 2026 ໂດຍມີຫ້ອງການ, ກົມ ກອງ, ລັດວິສາຫະກິດ, ທະນາຄານ, ອຳນວຍການໂຮງຮຽນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳ ຫລວດ, ຄະນະຊາວໜຸ່ມ ພ້ອມດ້ວຍ ສະມາຊິກຊາວໜຸ່ມໜ່ວຍສຳນັກ ງານ, ຫ້ອງການ ແລະ ນ້ອງນ້ອຍ ເຍົາວະຊົນເຂົ້າຮ່ວມ. ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ເງິນ ໄດ້ຍົກໃຫ້ເຫັນເຖິງປະຫວັດ y ແຫ່ງການກຳເນີດ, ເຕີບໃຫຍ່ຂະ ຫຍາຍຕົວຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ໃນແຕ່ລະ ໄລຍະ, ຜົນງານທີ່ພົ້ນເດັ່ນຂອງ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ, ເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດ ຂອງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ແລະ ການຈັດຕັ້ງປະຕິບັດ ວຽກງານປ້ອງ ກັນຄວາມສະຫງົບ ແຂວງໄຊຍະບູລີ ກໍຄື ກຳລັງປ້ອງກັນຄວາມສະຫງົບ ເມືອງເງິນ ຍາດມາໄດ້ໃນ 1 ປີຜ່ານ ມາ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງມູນເຊື້ອປະຫວັດແຫ່ງການ ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະນັບ ແຕ່ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ຈົນເຖິງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຈຸດປະສົງຂອງການປາຖະກະ ຖາ ຄັ້ງນີ້ ກໍເພື່ອເປັນການໂຄສະນາ ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອຂອງ ວັນສຳຄັນປະຫວັດສາດ ຂອງຊາດຂອງພັກ; ເພື່ອເປັນການສ້າງຄວາມ ສາມັກຄີຮັກແພງ ລະຫວ່າງກຳລັງ ປ້ອງກັນຄວາມສະຫງົບກັບບັນດາ ກົມກອງ, ສຳນັກງານ-ອົງການ ອ້ອມຂ້າງເມືອງ, ອຳນາດການປົກ ຄອງຂັ້ນຕ່າງໆ ແລະ ປະຊາຊົນ ລາວບັນດາເຜົ່າໃຫ້ມີບັນຍາກາດ ເບີກບານມ່ວນຊື່ນສ້າງສາຍພົວພັນ ທີ່ດີເຊິ່ງກັນ ແລະ ກັນ; ເພື່ອຫວນ ຄືນມູນເຊື້ອແຫ່ງການກໍາເນີດ, ການ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະ ຊາວໜຸ່ມປະຊາຊົນປະຕິວັດລາວ ໃນພາລະກິດປະຕິວັດໃນໄລຍະຕໍ່ສູ້ ປົດປ່ອຍຊາດ ແລະ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນການນຳພາໂດຍ ກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ທີ່ເຕັມໄປດ້ວຍຄວາມ ອົງອາດກ້າຫານ, ເສຍສະລະຢ່າງ ພິລະອາດຫານ, ຫ້າວຫັນປະຈັນ ບານເຂົ້າທຸກວຽກງານຢ່າງສົມ ກຽດແນໃສ່ສ້າງຄວາມຮັບຮູ້, ເຂົ້າ ໃຈ, ເຊື່ອມຊຶມ, ກຳແໜ້ນມູນເຊື້ອ, ຄວາມໝາຍ, ຄວາມສຳຄັນ, ທີ່ຕັ້ງ, ບົດບາດ, ໜ້າທີ່ ຂອງການຈັດຕັ້ງ ຊາວໜຸ່ມ, ຊາວໜຸ່ມລາວບັນດາເຜົ່າ ແລະ ຜັນຂະຫຍາຍເປັນກິດຈະກຳ ຕົວຈິງ ເຂົ້າໃນພາລະກິດການເມືອງ ໃນໄລຍະໃໝ່ຂອງຕົນ; ເພື່ອສືບຕໍ່ ເຕົ້າໂຮມ ແລະ ເພີ່ມທະວີການປຸກ ລະດົມກຳລັງແຮງສັງລວມຂອງທົ່ວ ສັງຄົມ ແລະ ຊາວໜຸ່ມລາວບັນດາ ເຜົ່າປະຈັນບານ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນໄລຍະໃໝ່ ໂດຍ ສະເພາະ ການສະກັດກັ້ນແກ້ໄຂບັນ ຫາດ້ານຫຍໍ້ທໍ້ທີ່ມີໃນສັງຄົມ ແລະ ການຊຸກຍູ້ແກ້ໄຂບັນຫາວຽກເຮັດ ງານທຳໃຫ້ແກ່ຊາວໜຸ່ມລາວບັນດາ ເຜົ່າ. ພ້ອມນີ້, ກໍເພື່ອເຮັດໃຫ້ການ ຈັດຕັ້ງຊາວໜຸ່ມມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຮັດໃຫ້ຊາວໜຸ່ມ ລາວມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຮູ້-ຄວາມສາມາດ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງຍຸກປັດຈຸບັນແນໃສ່ສ້າງໃຫ້ ເປັນຜູ້ສືບທອດພາລະກິດຂອງພັກ ທີ່ມີຄຸນນະພາບ. ຂ່າວ: ອິນແປງ ແຫວນຄຳ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຄະນະຜູ້ແທນ ຈາກ ແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຢືອງ ເຕິດ ຖັງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈໍາການ ສະພາ ປະຊາຊົນແຂວງ ແລະ ຄະນະ ເຂົ້າ ຢ້ຽມຢາມ ແລະ ອວຍພອນການນໍາ ພັກ-ລັດ ແຂວງຄໍາມ່ວນ ໃນວັນທີ 2 ເມສາ 2026 ໃນໂອກາດ ປີໃໝ່ ລາວ ພສ 2569 ທີ່ຈະມາເຖິງນີ້ ໂດຍການຕ້ອນຮັບຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງຄໍາມ່ວນ, ພ້ອມດ້ວຍ ບັນດາຄະນະນໍາແຂວງເຂົ້າຮ່ວມ. ສະຫາຍ ເຢືອງ ເຕີດ ຖັງ ໄດ້ ກ່າວອວຍພອນໄຊອັນປະເສີດມາ ຍັງ ສະຫາຍ ໄຊຊະນະ ໂຄດພູທອນ ພ້ອມດ້ວຍບັນດາການນຳຂອງ ແຂວງ, ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫລວດ ຕະຫລອດ ປະຊາຊົນບັນດາເຜົ່າ ແຂວງຄຳ ມ່ວນ ເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ຈົ່ງມີແຕ່ ສຸຂະພາບເຂັ້ມແຂງ, ແຂງແຮງ, ມີ ຜົນສໍາເລັດໃນໜ້າທີ່ວຽກງານອັນ ສູງສົ່ງ, ມີຄວາມເບີກບານມ່ວນຊື່ນ 7totz6 h cmoc0;'Ij k8y j ' g0Q kv;prvo dkooec0;'7e,j ;o .o3vdkfxu .\j ]k; ຄວາມໝາຍສໍາຄັນຍິ່ງ ເນື່ອງຈາກ ເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວ ປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີV ພ້ອມທັງຈະໄດ້ພິຈາ ລະນາ ແລະ ຕົກລົງບັນຫາສໍາຄັນ ພື້ນຖານຂອງແຂວງ ໃນໄລຍະ 5 ປີຕໍ່ໜ້າ ເຊັ່ນ: ຮັບຟັງການລາຍ ງານ ຂອງຄະນະກຳມະການເລືອກ ຕັ້ງຂັ້ນແຂວງ ກ່ຽວກັບຜົນການ ເລືອກຕັ້ງ ແລະ ການຢັ້ງຢືນ ຄຸນລັກ ສະນະ ຂອງສະມາຊິກສະພາແຫ່ງ ຊາດ ຊຸດທີ X, ສະມາຊິກສະພາ ປະຊາຊົນແຂວງ ຊຸດທີ V; ພິຈາ ລະນາ ແລະ ຮັບຮອງເອົາໂຄງປະ ກອບກົງຈັກ ແລະ ບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດ ທີ V; ພິຈາລະນາ ແລະ ຮັບຮອງ ເອົາໂຄງປະກອບບຸກຄະລາກອນ ຂອງຄະນະກຳມະການປົກຄອງ ແຂວງ; ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ ໃນໄລຍະ 5 ປີ (2026-2030) ຂອງຄະນະກຳມະການປົກຄອງ ແຂວງ; ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກຳ 5 ປີ (2026-2030) ຂອງຄະ ນະກຳມະການປົກຄອງແຂວງ; ພິຈາລະນາ, ຮັບຮອງເອົາແຜນການ ເຄື່ອນໄຫວວຽກງານ ຂອງອົງການ ກວດສອບປະຈຳພາກເໜືອ II, 5 ປີ (2026-2030); ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວ ວຽກງານ ຂອງອົງການກວດກາ ລັດແຂວງໃນໄລຍະ 5 ປີ (20262030); ພິຈາລະນາ, ຮັບຮອງ ເອົາແຜນການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນ ແຂວງ ໃນໄລຍະ 5 ປີ (20262030); ພິຈາລະນາ, ຮັບຮອງເອົາ ບົດລາຍງານແຜນການເຄື່ອນໄຫວ ວຽກງານ ໃນໄລຍະ 5 ປີ (20262030) ຂອງສະພາປະຊາຊົນ ແຂວງ ຊຸດທີ V. ກອງປະຊຸມຄັ້ງນີ້, ບັນດາສະມາ ຊິກສະພາປະຊາຊົນແຂວງ ຊຸດທີ V ຈະໄດ້ພ້ອມກັນຍົກສູງຄວາມ ຮັບຜິດຊອບທາງການເມືອງ, ສຸມ ທຸກສະຕິປັນຍາ, ຄວາມຮູ້ຄວາມ ສາມາດຂອງຕົນ ເຂົ້າໃນການຄົ້ນ ຄວ້າ, ພິຈາລະນາ ແລະ ປະກອບ ຄຳເຫັນຢ່າງມີປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາເນື້ອໃນທີ່ນຳມາພິຈາ ລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້. ຕະຫລອດໄລຍະການດໍາເນີນ ກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາປະຊາຊົນແຂວງອຸດົມໄຊ ຊຸດ ທີ V ໄດ້ເປີດໂທລະສັບສາຍດ່ວນ (081 156 ໂດຍບໍ່ເສຍຄ່າ ຫລື ຈະ ສົ່ງເປັນລາຍລັກອັກສອນມາຫາ ສະພາປະຊາຊົນແຂວງ) ເພື່ອຮັບ ເອົາຄໍາຄິດເຫັນ ແລະ ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ ມາຍັງ ກອງປະຊຸມ, ຕໍ່ກັບບັນຫາທີ່ພົວພັນ ເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການພັດທະນາທີ່ມີຜົນ ກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ສັງຄົມໃຫ້ຄວາມ ສົນໃຈ. ຂ່າວ-ພາບ: ສຸວັນທອງ ປັນຍາຂັນ ສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ ຈະເລີນກ້າວໜ້າຍິ່ງຂຶ້ນ. ໂອກາດດຽວກັນ, ສະຫາຍ ໄຊ ຊະນະ ໂຄດພູທອນ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ ສະຫາຍ ເຢືອງ ເຕິດ ຖັງ ພ້ອມດ້ວຍຄະນະ ທີ່ໄດ້ສະ ລະເວລາອັນມີຄ່າ ເດີນທາງມາ ອວຍພອນຄະນະການນໍາແຂວງ ຄໍາມ່ວນ ແລະ ປະຊາຊົນບັນດາ ເຜົ່າ ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ແລະ ຖືໂອກາດດັ່ງ ກ່າວ ຝາກຄວາມຢ້ຽມຢາມຖາມ ຂ່າວຜ່ານບັນດາສະຫາຍໄປຍັງ ສະຫາຍ ເລຂາພັກແຂວງ, ຄະນະ ບໍລິຫານງານພັກແຂວງ, ສະມາຊິກ ພັກ-ພະນັກງານ ແລະ ປະຊາຊົນ ຊົນ ແຂວງຮ່າຕິ່ງ ຈົ່ງມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ທັງອວຍພອນໃຫ້ແກ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ການຮ່ວມມື ຮອບດ້ານແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະ ແຂວງຄຳມ່ວນ ແລະ ແຂວງຮ່າຕິ່ງ ຈົ່ງນັບມື້ນັບໝັ້ນຄົງ ຂະໜົງແກ່ນຕະຫລອດໄປ. ຂ່າວ: ມະນີວັນ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມືອງ ຫລວງນໍ້າທາ ແຂວງຫລວງນ້ຳ ທາ ຈັດກອງປະຊຸມເຜີຍແຜ່ຮ່າງ ຂໍ້ຕົກລົງ ຂອງຄະນະກໍາມະການ ປົກຄອງເມືອງ ວ່າດ້ວຍການຄຸ້ມ ຄອງ ການຂຸດດິນ ແລະ ຖົມດິນ ຢູ່ ພາຍໃນເມືອງຫລວງນໍ້າທາ ໃນ ວັນທີ 1 ເມສາ 2026 ໂດຍການ ເປັນປະທານຂອງ ທ່ານ ສີຈັນ ລໍ ທອງໂຫລຍ ຮອງປະທານຄະນະ ກຳມະການປົກຄອງ ເມືອງຫລວງ ນ້ຳທາ, ທ່ານ ທອງຄູນ ເປີງເສີນ ຮັກສາການຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງ, ມີພາກ ສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນ ເມືອງ, ຄະນະກໍາມະການປົກຄອງ ຕາແສງ, ນາຍບ້ານ ແລະ ຜູ້ປະກອບ ການເຂົ້າຮ່ວມ. ກອງປະຊຸມ, ໄດ້ລາຍງານສະ ພາບການຄຸ້ມຄອງການຂຸດດິນ ແລະ ຖົມດິນ ພາຍໃນເມືອງ ໃນໄລຍະ ປີ 2025 ຜ່ານມາ, ເຫັນວ່າພົບ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ການລັກລອບຂຸດຄົ້ນ ໂດຍບໍ່ໄດ້ຮັບ ອະນຸຍາດ, ການບັນທຸກດິນເກີນ ນໍ້າໜັກ ແລະ ການຂົນສົ່ງທີ່ສ້າງ ຂີ້ຝຸ່ນ-ດິນຕົກເຮ່ຍ ຕາມເສັ້ນທາງ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງ ຄົມ ແລະ ເຮັດໃຫ້ການຈັດເກັບລາຍ ຮັບບໍ່ໄດ້ດີເທົ່າທີ່ຄວນ. ຮ່າງຂໍ້ຕົກລົງດັ່ງກ່າວ ປະກອບ ມີ 10 ໝວດ ແລະ 29 ມາດຕາ ຊຶ່ງຂໍ້ຕົກລົງສະບັບນີ້ ໄດ້ກໍານົດ ຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ການນໍາໃຊ້ຊັບພະຍາກອນດິນ ໃຫ້ຖືກຕ້ອງຕາມເຕັກນິກ ແລະ ກົດໝາຍ ທັງນີ້ກໍ ເພື່ອປົກປັກ ຮັກສາສິ່ງແວດລ້ອມ ໃຫ້ມີຄວາມ ສະອາດຈົບງາມ, ຫລຸດຜ່ອນຜົນ ກະທົບຕໍ່ສຸຂະພາບ ຂອງປະຊາຊົນ ແລະ ລະບົບນິເວດ, ຮັບປະກັນໃຫ້ ການພັດທະນາພື້ນຖານໂຄງລ່າງ ມີຄວາມປອດໄພ ແລະ ຍືນຍົງ. ຂໍ້ຕົກລົງຍັງໄດ້ກໍານົດເວລາ ໃຫ້ ຜູ້ປະກອບການຂຸດດິນ-ຖົມິີນ ແຕ່ 7:00 ໂມງ-17:30 ໂມງ ໃຫ້ຢຸດ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຍັງຄົ້ນ ຄວ້າ ການຫ້າມຂຸດຄົ້ນໃນລະດູຝົນ ແລະ ມາດຕະການໃນການປັບໃໝ ຕໍ່ຜູ້ລະເມີດຕື່ມອີກ. ໃນໂອກາດນີ້, ບັນດາຜູ້ເຂົ້າຮ່ວມ ກອງປະຊຸມ ຍັງໄດ້ປະກອບຄໍາເຫັນ ເພື່ອຊອກຫາທາງອອກຮ່ວມກັນ ໃນ ການແກ້ໄຂບັນຫາຜົນກະທົບຈາກ ການຂົນສົ່ງ, ການກໍານົດຈຸດຂຸດຄົ້ນ ໃຫ້ເໝາະສົມ ແລະ ການສ້າງຕັ້ງກຸ່ມ ຜູ້ປະກອບການ ໃຫ້ມີຄວາມເຂັ້ມ ແຂງ ເພື່ອໃຫ້ງ່າຍຕໍ່ການຄຸ້ມຄອງ ຂອງພາກລັດ. ທ່ານ ສີຈັນ ລໍທອງໂຫລຍ ໄດ້ ເນັ້ນໜັກໃຫ້ຄະນະຮັບຜິດຊອບຂັ້ນ ເມືອງ ຈົ່ງສຸມໃສ່ຈັດຕັ້ງປະຕິບັດ ແລະ ເຜີຍແຜ່ນິຕິກຳໃຫ້ທົ່ວເຖິງ ເພື່ອ ໃຫ້ຜູ້ປະກອບການມີຄວາມເຂົ້າໃຈ ແລະ ປະຕິບັດຕາມຢ່າງຖືກຕ້ອງ. ພ້ອມທັງຮຽກຮ້ອງໃຫ້ອົງການ ປົກຄອງຕາແສງ ແລະ ບ້ານ ຊ່ວຍ ຕິດຕາມ ແລະ ລາຍງານການເຄື່ອນ ໄຫວທີ່ບໍ່ຖືກຕ້ອງ. ສໍາລັບຜູ້ປະກອບ ການ, ຕ້ອງເປັນເຈົ້າການ ໃນການ ຄຸ້ມຄອງພາຫະນະ, ປົກປັກຮັກສາ ເສັ້ນທາງ ແລະ ສິ່ງແວດລ້ອມ ບໍ່ ໃຫ້ມີຜົນກະທົບຕໍ່ສັງຄົມ ພ້ອມທັງ ປະຕິບັດພັນທະອາກອນ ໃຫ້ຄົບຖ້ວນ ເພື່ອເປັນການສ້າງອາຊີບທີ່ໝັ້ນຄົງ, ສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ປະກອບສ່ວນພັດທະນາຊີວິດການ ເປັນຢູ່ໃຫ້ດີຂຶ້ນຕະຫລອດໄປ. h
RkJQdWJsaXNoZXIy MTc3MTYxMQ==