xtgmf]k; 6 06/04/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັນ 10 lt4komuj mj v'mj P; muj ,u -nj lP'0v'c0;'va f8txn dq f\kp;j kfh ;pdkoxq d7v'mh v'4yj o ຂປລ . ອີງ ຕ າ ມກົດໝາ ຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ເລກທີ 78/ ສພຊ ນະຄອນຫລວງວຽງຈັນ, ວັນທີ 20 ມີນາ 2025 ຊຶ່ງກົດໝາຍ ສະບັບນີ້ ໄດ້ກໍານົດຫລັກການ ແລະ ລະບຽບການກ່ຽວກັບການ ຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກ ຂອງອົງການປົກຄອງທ້ອງຖິ່ນ ເພື່ອປັບປຸງ ແລະ ສ້າງອົງການ ປົກຄອງທ້ອງຖິ່ນໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ໂປ່ງໃສ ແລະ ເປັນລະບົບໃນທົ່ວປະເທດ ແນໃສ່ ຮັບປະກັນການປະຕິບັດລັດຖະ ທໍາມະນູນ, ກົດໝາຍ, ແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານການຕ່າງປະເທດ ຕາມການແບ່ງຂັ້ນຄຸ້ມຄອງ; ປົກ ປ້ອງຜົນປະໂຫຍດຂອງລັດ, ລວມ ໝູ່, ສິດ ແລະ ຜົນປະໂຫຍດອັນ ຊອບທໍາຂອງປະຊາຊົນ, ປະກອບ ສ່ວນເຮັດໃຫ້ປະຊາຊົນຮັ່ງມີຜາ ສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິ ປະໄຕ, ຍຸຕິທໍາ ແລະ ສີວິໄລ. ການປົກຄອງທ້ອງຖິ່ນແມ່ນ ການຄຸ້ມຄອງບໍລິຫານລັດຂັ້ນທ້ອງ ຖິ່ນ ຊຶ່ງການປົກຄອງທ້ອງຖິ່ນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແບ່ງອອກເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ; ໃນນັ້ນ ຂັ້ນແຂວງມີ ນະຄອນຫລວງ, ແຂວງ; ຂັ້ນເມືອງ ມີເມືອງ, ນະຄອນ ແລະ ຂັ້ນຕາແສງ ມີ ຕາແສງ. ສ່ວນການເຄື່ອນໄຫວ ຂອງອົງການປົກຄອງທ້ອງຖິ່ນໃຫ້ ປະຕິບັດຕາມຫລັກການດັ່ງນີ້: 1. ລວມສູນເປັນເອກະພາບໃນ ການຄຸ້ມຄອງລັດ ທີ່ມີການແບ່ງຂັ້ນ ຄຸ້ມຄອງ, ຂັ້ນຕາແສງຂຶ້ນກັບຂັ້ນ ເມືອງ, ຂັ້ນເມືອງຂຶ້ນກັບຂັ້ນແຂວງ, ຂັ້ນແຂວງຂຶ້ນກັບລັດຖະບານ. 2. ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ຍົກສູງຄວາມຮັບ ຜິດຊອບຂອງອົງການປົກຄອງ ທ້ອງຖິ່ນ ແລະ ການມີສ່ວນຮ່ວມ ຂອງປະຊາຊົນ ໂດຍຜ່ານສະພາປະ ຊາຊົນທ້ອງຖິ່ນ. 3. ຮັບຜິດຊອບບົນພື້ນຖານ ລັດຖະທໍາມະນູນ ແລະ ກົດໝາຍ. ອົງການປົກຄອງທ້ອງຖິ່ນແມ່ນ ອົງການບໍລິຫານຂັ້ນທ້ອງຖິ່ນ, ເປັນ ຕົວແທນຂອງລັດຖະບານ, ມີຄວາມ ຮັບຜິດຊອບຕໍ່ລັດຖະບານ ແລະ ສະ ພາປະຊາຊົນທ້ອງຖິ່ນ. ອົງການປົກ ຄອງທ້ອງຖິ່ນ ປະກອບດ້ວຍ: 1. ຄະນະກໍາມະການປົກຄອງນະຄອນ ຫລວງ, ແຂວງ, 2. ຄະນະກໍາມະ ການປົກຄອງເມືອງ, ນະຄອນ ແລະ 3. ຄະນະການປົກຄອງຕາແສງ. ອົງການປົກຄອງທ້ອງຖິ່ນມີພາ ລະບົດບາດຄຸ້ມຄອງບໍລິຫານລັດ ທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ , ການ ສ້າງ ແລະ ນໍາໃຊ້ຊັບພະຍາກອນ ມະນຸດ, ການນໍາໃຊ້ ແລະ ປົກປັກ ຮັກສາ ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ຊັບພະຍາກອນ ອື່ນ; ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃນທ້ອງຖິ່ນ ແລະ ວຽກງານການຕ່າງປະເທດ ຕາມ ການແບ່ງຂັ້ນຄຸ້ມຄອງ. ອົງການປົກຄອງທ້ອງຖິ່ນມີສິດ ແລະ ໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດລັດຖະທໍາມະ ນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິສະພາປະຊາຊົນທ້ອງຖິ່ນ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ. 2. ຄົ້ນຄວ້າ ແລະ ສະເໜີແຜນ ຍຸດທະສາດ, ແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຂອງທ້ອງຖິ່ນ ຕໍ່ສະພາປະຊາຊົນທ້ອງຖິ່ນ ເພື່ອ ພິຈາລະນາ. 3. ໂຄສະນາເຜີຍແຜ່ລັດຖະ ທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ, ມະຕິສະພາປະຊາຊົນທ້ອງ ຖິ່ນ, ແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ ແຫ່ງລັດ. 4. ຄຸ້ມຄອງບໍລິຫານລັດ ທາງ ດ້ານການເມືອງ, ເສດຖະກິດ, ວັດ ທະນະທໍາ-ສັງຄົມ, ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຊັບພະຍາ ກອນທໍາມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ. 5. ອອກມະຕິ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວ ກັບການຄຸ້ມຄອງເສດຖະກິດ, ວັດ ທະນະທໍາ-ສັງຄົມ ແລະ ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ. 6. ຕິດຕາມກວດກາການປະຕິ ບັດໜ້າທີ່ຂອງອົງການຈັດຕັ້ງທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ. 7. ຄຸ້ມຄອງພົນລະເມືອງລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດທີ່ດໍາລົງຊີວິດ ແລະ ເຄື່ອນໄຫວຢູ່ທ້ອງຖິ່ນຂອງຕົນ. 8. ຮັບ, ພິຈາລະນາ ແລະ ແກ້ໄຂ ຄໍາສະເໜີຂອງປະຊາຊົນ. 9. ພົວພັນ ແລະ ຮ່ວມມືກັບຕ່າງ ປະເທດຕາມການມອບໝາຍຂອງ ຂັ້ນເທິງ. 10. ສະຫລຸບ ແລະ ລາຍງານ ການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ລວມທັງສະພາບການເຄື່ອນໄຫວ ວຽກງານຮອບດ້ານຂອງທ້ອງຖິ່ນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ. 11. ນໍາໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ. ຂປລ. ແຂວງອັດຕະປື ເປັນແຂວງ ທີ່ຕັ້ງຢູ່ທາງພາກໃຕ້ສຸດ ຂອງປະເທດ ລາວ ເບື້ອງຕາເວັນອອກສ່ຽງໃຕ້, ມີ ຊັບພະຍາກອນທຳມະຊາດທີ່ອຸດົມ ສົມບູນ, ມີເສັ້ນທາງຍຸດທະສາດ ເຊິ່ງ ເປັນເງື່ອນໄຂ ໃນການພັດທະນາເສດ ຖະກິດ-ສັງຄົມ, ທາງທິດເໜືອຂອງ ແຂວງຕິດກັບແຂວງເຊກອງ, ທິດ ຕາເວັນຕົກຕິດກັບແຂວງຈຳປາສັກ, ທາງຕາເວັນອອກມີພູທີ່ຕັດແບ່ງ ຫລື ເປັນຊາຍແດນລະຫວ່າງ ລາວ-ຫວຽດ ນາມ ແລະ ທິດໃຕ້ຂອງແຂວງຕິດກັບ ປະເທດກຳປູເຈຍ. ແຂວງອັດຕະປື ເປັນແຂວງທີ່ຍັງຄົງຄວາມເປັນເອກະ ລັກຂອງຕົນໄດ້ດີ ເຊິ່ງສະແດງອອກໃນ ດ້ານການນຸ່ງຖື ຫລື ດ້ານວັດທະນະທຳ ຮີດຄອງປະເພນີຕ່າງໆທີ່ສືບທອດກັນ ມາ ແລະ ວິຖີການດຳລົງຊີວິດທີ່ຕິດພັນ ກັບທຳມະຊາດ. ນອກຈາກນັ້ນ, ຍັງມີ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງບໍ່ນ້ອຍ ໜ້າແຂວງອື່ນໆ ເຊັ່ນ: ແຫລ່ງທ່ອງ ທ່ຽວທາງທຳມະຊາດທີ່ລືຊື່ “ໜອງ ຟ້າ” ເຊິ່ງໄດ້ກາຍເປັນແຫລ່ງທ່ອງ ທ່ຽວທີ່ເປັນເອກະລັກປະຈໍາແຂວງ, ມີນ້ຳຕົກຕາດທີ່ສວຍສົດງົດງາມ 2 ແຫ່ງທີ່ຢູ່ໃນແມ່ນ້ຳສາຍດຽວກັນເຊັ່ນ: ນ້ຳຕົກຕາດແຊປອງໄລ ແລະ ນ້ຳຕົກ ຕາດແຊພະ ທີ່ຢູ່ໃນແມ່ນ້ຳເຊປຽນ ແລະ ຫ່າງກັນພຽງ 7 ກິໂລແມັດ, ມີ ສະຖານທີ່ທ່ອງທ່ຽວທາງວັດທະນະ ທຳທີ່ມີຊື່ສຽງເຊັ່ນ: ວັດຫລວງເມືອງ ເກົ່າ ແລະ ວັດໄຊເສດຖາ ທີ່ຍັງຄົງຮັກ ສາຄວາມເປັນເອກະລັກຕັ້ງແຕ່ສະໄໝ ກ່ອນໄວ້ໄດ້ໂດຍສະພາບຍັງສົມບູນ. ເຖິງແນວໃດກໍດີ, ມື້ນີ້ ຄໍລຳ “ທ່ອງ ທ່ຽວເມືອງລາວ” ຈະມານຳສະເໜີ 10 ສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ມີຊື່ສຽງຂອງແຂວງອັດຕະປື ທີ່ ສາມາດດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໄປສຳຜັດບັນຍາ ກາດຄວາມສວຍງາມຂອງສະຖານທີ່ ນັ້ນໆເປັນຈຳນວນຫລວງຫລາຍ ເຊິ່ງ ມີລາຍລະອຽດດັ່ງນີ້: 1. ໜອງຟ້າ: ອີກໜຶ່ງສະຖານທີ່ ທ່ອງທ່ຽວ ຢູ່ເທິງພູສູງ ຂອງແຂວງ ອັດຕະປື ໃກ້ກັບຊາຍແດນ ປະເທດ ຫວຽດນາມ, ຕັ້ງຢູ່ບໍລິເວນວັງຕັດ ຫ່າງຈາກເທສະບານເມືອງສາມັກຄີໄຊ ປະມານ 60 ກິໂລແມັດ, ຢູ່ລະຫວ່າງ ກາງຫົວພູຈຸ້ມເຂົ້າຫາກັນ ຈາກເສັ້ນ ທາງ 18B ເຂົ້າໄປປະມານ 64 ກິໂລ ແມັດ, ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ. ບໍລິເວນໜອງຟ້າຖືວ່າເປັນໜອງນ້ຳທີ່ ໃຫຍ່ມີນ້ຳສີຟ້າຕະຫລອດປີ, ມີຄວາມ ກວ້າງປະມານ 1 ກິໂລຕາແມັດ, ແຕ່ ຈາກການສັນນິຖານວ່າ: ໜອງຟ້າອາດ ເກີດຈາກພູໄຟລະເບີດຂຶ້ນ ເມື່ອຫລາຍ ພັນປີກ່ອນຈົນເກີດເປັນປ່ອງພູເຂົາໄຟຂະ ໜາດໃຫຍ່ ແລະ ໄດ້ກາຍມາເປັນໜອງ ຟ້າໃຫ້ພວກເຮົາເຫັນໃນປັດຈຸບັນນີ້. 2. ນ້ຳຕົກຕາດແຊພະ: ຕັ້ງຢູ່ໃນ 7. ຕົ້ນໄມ້ກາຍເປັນຫີນ: ຈະເປັນ ທ່ອນໄມ້ທີ່ກາຍເປັນຫີນດ້ວຍວິວັດ ທະນາການທາງທຳມະຊາດ ເຊິ່ງຫີນ ນີ້ມີລັກສະນະເປັນທ່ອນໄມ້ໃຫຍ່ທີ່ຖືກ ໂຄ່ນລົ້ມລົງ ແລະ ຕັດເປັນທ່ອນໃນ ເມື່ອກ່ອນ ແລະ ບໍ່ມີການນຳໄປໃຊ້ປະ ໂຫຍດຫຍັງ ເມື່ອຜ່ານການເວລາອັນ ຍາວນານຕົ້ນໄມ້ດັ່ງກ່າວກໍກາຍເປັນ ຫີນ. ສະຖານທີ່ດັ່ງກ່າວຂຶ້ນກັບບ້ານ ຫາດຊັນ ເມືອງໄຊເສດຖາ ແລະ ຫ່າງ ຈາກເທສະບານແຂວງ ພຽງ 26 ກິໂລ ແມັດເທົ່ານັ້ນ. ຕົ້ນໄມ້ກາຍເປັນຫີນ ຕັ້ງ ຢູ່ແຄມເສັ້ນທາງ 18 B ເປັນແຫລ່ງ ທ່ອງທ່ຽວໃໝ່ ອີກແຫ່ງໜຶ່ງຂອງ ເມືອງ ເຊິ່ງຄົ້ນພົບໃນປີ 2010 ໂດຍ ໄດ້ມີການສຳຫລວດ ແລະ ຄຸ້ມຄອງ ເນື້ອທີ່ 36 ເຮັກຕາ. 8. ລູກສອນໄຟໂຊວຽດແບບ 11 DBP 912 ຕັ້ງຢູ່ບ້ານດົງປາອຳ ເມືອງຊານໄຊ ຫ່າງຈາກເທສະບານ ແຂວງ 35 ກິໂລແມັດ. ເປັນອະນຸສອນ ແຫ່ງສົງຄາມປົດປ່ອຍພາກໃຕ້ອິນດູ ຈີນ. ລູກສອນໄຟດັ່ງກ່າວເປັນລູກສອນ ໄຟທີ່ ສສ ຫວຽດນາມ ນຳມາຜ່ານດິນ ແດນລາວ ເພື່ອນຳໄປຕໍ່ສູ້ປົດປ່ອຍເຂດ ພາກໃຕ້ຂອງຫວຽດນາມ (ໄຊງ່ອນ) ລູກສອນໄຟດັ່ງກ່າວ ໄດ້ຜະລິດຢູ່ສະຫະ ພາບໂຊວຽດ ໂດຍຫວຽດນາມນຳເຂົ້າ ຜ່ານດິນແດນລາວຕາມເສັ້ນທາງ ເລກທີ 9 ຜ່ານເມືອງພີນ, ເມືອງເຊ ໂປນ, ເມືອງນອງ ແຂວງສະຫວັນນະ ເຂດ ເຂົ້າມາທາງເມືອງຕະໂອ້ຍ ແຂວງ ສາລະວັນ, ຂ້າມນ້ຳເຊກອງຢູ່ບ້ານ ເຂດປ່າກັນຊົນຂອງປ່າສະຫງວນແຫ່ງ ຊາດເຊປຽນ ເມືອງສະໜາມໄຊ ຫ່າງ ຈາກເທສະບານແຂວງປະມານ 56 ກິໂລແມັດ ຢູ່ທາງທິດຕາເວັນຕົກສຽງ ເໜືອ ເຊິ່ງລັກສະນະເດັ່ນຂອງຕາດ ແຫ່ງນີ້ຄືເປັນນ້ຳຕົກຕາດຈາກຜາຫີນ ທີ່ມີຄວາມສູງປະມານ 23 ແມັດ ກວ້າງ ປະມານ 120 ແມັດ, ເປັນນໍ້າຕົກຕາດ ທີ່ມີມົນສະເໜ່ສວຍສົດງົດງາມແບບ ທໍາມະຊາດ, ເໝາະແກ່ການມາທ່ຽວ ຊົມ, ພັກຜ່ອນຢ່ອນໃຈ, ກິນເຂົ້າປ່າ ສາມັກຄີ ແລະ ລົງຫລິ້ນນໍ້າຕົກຕາດ ທີ່ໃສເຢັນ. 3. ນ້ຳຕົກຕາດແຊປ້ອງໄລ: ເປັນ ນ້ຳຕົກຕາດທີ່ມີຄວາມງາມ ທີ່ສຸດໃນ ແຂວງອັດຕະປື ຫ່າງຈາກຕາດແຊພະ ປະມານ 7 ກິໂລແມັດ ແລະ ຫ່າງຈາກ ເທສະບານແຂວງ 60 ກິໂລແມັດ, ເປັນ ຕາດທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງ ເໜືອຂອງ ເມືອງສະໜາມໄຊ. ນ້ຳຕົກ ຕາດແຊປອງໄລ ເປັນຕາດນ້ຳຕົກຈາກ ຜາຫີນສູງປະມານ 23 ແມັດ, ກວ້າງ ປະມານ 120 ແມັດ ເຊິ່ງມີຂະໜາດ ເທົ່າກັນກັບນ້ຳຕົກຕາດແຊພະ ເພາະ ຢູ່ໃນແມ່ນ້ຳສາຍດຽວກັນ ຄື ແມ່ນ້ຳ ເຊປຽນ ແຕ່ນ້ຳຕົກຕາດແຊປ້ອງໄລ ຈະຢູ່ເໜືອນ້ຳຕົກຕາດແຊພະ, ໃນບໍລິ ເວນຕາດອ້ອມຮອບໄປດ້ວຍປ່າໄມ້ທີ່ ຕຶບໜາ ແລະ ມີສັດປ່ານາໆຊະນິດ. 4. ປ່າສະຫງວນດົງອຳພາມ: ເປັນ ປ່າສະຫງວນທີ່ຂຽວສົດງົດງາມ ຫ່າງ ຈາກໜອງຟ້າປະມານ 18 ກິໂລ ແມັດ, ຢູ່ທາງທິດຕາເວັນຕົກສ່ຽງໃຕ້ ຂອງໜອງຟ້າ ແລະ ຫ່າງຈາກແມ່ນ້ຳ ເຊກະໝານ ປະມານ 11 ກິໂລແມັດ ນັບຈາກເສັ້ນໂຄ້ງທີ່ໃກ້ທີ່ສຸດຂອງ ແມ່ນ້ຳ ແລະ ຫ່າງຈາກເທສະບານ ແຂວງທາງທິດຕາເວັນອອກປະມານ 56 ກິໂລແມັດ ເຊິ່ງປ່າສະຫງວນແຫ່ງ ນີ້ແມ່ນຂຶ້ນກັບເຂດປ່າດົງອຳພາມ ເມືອງໄຊເສດຖາ. ສະພາບຂອງປ່າໄມ້ ແມ່ນຕຶບໜາຂຽວງາມ ເຊິ່ງປະກອບ ດ້ວຍໄມ້ຫລາຍຊະນິດ. ນອກນັ້ນຍັງມີ ສັດປ່າທີ່ຫາຍາກຫລາຍຊະນິດ ເຊິ່ງຈະ ຕ້ອງໄດ້ເຂົ້າປ່າເລິກຈຶ່ງຈະເຫັນເຊັ່ນ: ຊ້າງ, ສິງ, ກວາງ, ຟານ... ນອກນັ້ນ, ຍັງມີສັດປີກຈຳພວກ ໄກ່ປາ, ນົກ... ປ່າສະຫງວນດົງອຳພາມເປັນປ່າທີ່ ສະຫງົບ ແລະ ເຢັນດີ, ມີທຳມະຊາດ ຂຽວສົດງົດງາມ ແລະ ອາກາດຊຸ່ມ ເຢັນຕະຫລອດປີ ເຊິ່ງເໝາະແກ່ການ ໄປພັກຜ່ອນຢ່ອນໃຈ ຫລື ກິນເຂົ້າປ່າ ເຊິ່ງສາມາດທີ່ຈະເຂົ້າໄປເຖິງປ່າໄດ້ ເລີຍເນື່ອງຈາກມີເສັ້ນທາງເຂົ້າເຖິງ ແລະ ມີເຮືອນພັກແບບ Home stay ໄວ້ບໍລິການນັກທ່ອງທ່ຽວ. 5. ນ້ຳໄຫລຮ່ວມກັນສາມສາຍ: ເປັນສະຖານທີ່ພັກຜ່ອນຢ່ອນໃຈຂອງ ນັກທ່ອງທ່ຽວ ແລະ ຄົນທົ່ວໄປທີ່ຢາກ ມານັ່ງກິນອາຫານ ແລະ ຊົມສາຍນ້ຳ ທີ່ສວຍສົດງົດງາມ. ນ້ຳໄຫລຮ່ວມ ກັນ ສາມສາຍເປັນບໍລິເວນທີ່ແມ່ນ້ຳເຊກອງ ໄຫລທົບສອກກັບຄືນ ແລະ ມີແມ່ນ້ຳເຊ ກະໝານໄຫລມາສົມທົບທີ່ບໍລິເວນນ້ຳ ໄຫລທົບສອກ ເຊິ່ງນ້ຳເຊກະໝານຈະ ແຍກເປັນສອງສາຍກ່ອນຈະໄຫລລົງ ສູ່ແມ່ນ້ຳເຊກອງ. ສະຖານທີ່ນີ້ແມ່ນ ຂຶ້ນກັບບ້ານເຊກອງ ເມືອງສາມັກຄີໄຊ ແລະ ເປັນສະຖານທີ່ໃກ້ກັບຕົວເມືອງ ເຊິ່ງຫ່າງຈາກເທສະບານແຂວງພຽງ ແຕ່ 1 ກິໂລແມັດເທົ່ານັ້ນ. ນອກນັ້ນ ຍັງ ມີສິ່ງອຳນວຍຄວາມສະດວກຫລາຍ ຢ່າງ ບໍ່ວ່າຈະເປັນຮ້ານອາຫານ, ເຮືອນ ພັກ ແລະ ຮ້ານຂາຍຂອງທີ່ລະນຶກໃຫ້ ແກ່ນັກທ່ອງທ່ຽວນຳອີກ. 6. ໜອງໄກ່ໂອກ: ເປັນໜອງທີ່ມີ ໄລຍະທາງໄກພໍສົມຄວນ ເຊິ່ງຫ່າງ ຈາກເທສະບານແຂວງເຖິງ 101 ກິໂລ ແມັດ. ໜອງນີ້ແມ່ນຂຶ້ນກັບບ້ານວັງ ຕັດ ເມືອງຊານໄຊ ແລະ ມີເສັ້ນທາງ ເຂົ້າເຖິງ ພ້ອມທັງມີເຮືອນພັກ Home Stay ໄວ້ບໍລິການນັກທ່ອງທ່ຽວທີ່ ຕ້ອງການໄປພັກແຮມຄືນອີກດ້ວຍ. ບາກ ເມືອງກະລຶມ, ຂຶ້ນເມືອງດາກຈຶງ ລົງຫາທົ່ງເຫລັກແລະ ບ້ານກະຊັງກາງ ເມືອງລະມາມ ແຂວງເຊກອງ, ເຂົ້າ ບ້ານນ້ຳຫຽງ ເມືອງໄຊເສດຖາ ລົງໄປ ຫາບ້ານປາກເປະ ຫາ ບ້ານມີໄຊ ແລ້ວ ມາຈອດ ພັກນອນຄືນຢູ່ດົງປາອຳ ຕຶບໜາແຫ່ງນີ້ໃນວັນທີ 8 ມັງກອນ 1974. ບັງເອີນໃນຄືນນັ້ນ ກອງທັບ ຫວຽດນາມທີ່ນອນພັກຢູ່ບ່ອນນີ້ໄດ້ ຮັບຂ່າວວ່າ ພາກໃຕ້ຫວຽດນາມ (ໄຊ ງ່ອນ) ໄດ້ປົດປ່ອຍແລ້ວ ພວກເຂົາ ດີໃຈຫລາຍຕໍ່ໄຊຊະນະດັ່ງກ່າວ ເລີຍ ຟ້າວຂຶ້ນລົດກັບປະເທດທັນທີ ລູກສອນ ໄຟດັ່ງກ່າວກໍເລີຍຖືກປະໄວຢູ່ບ່ອນນີ້ ຕັ້ງແຕ່ນັ້ນມາ. 9. ວັດພະໄຊເຊດຖາ: ວັດແຫ່ງນີ້ ຕັ້ງແຕ່ເດີມມີຊື່ວ່າ ວັດຈູລະມະນີ ສ້າງ ຂຶ້ນໃນປີ ຄສ 1577 ໂດຍພະເຈົ້າໄຊຍະ ເສດຖາເປັນຜູ້ນຳພາສ້າງ. ພາຍໃນວັດ ມີທາດອົງໜຶ່ງທີ່ປະຊາຊົນຊາວອັດຕະ ປື ເຊື່ອກັນວ່າ ເປັນພະທາດທີ່ບັນຈຸ ອັດທິຂອງເຈົ້າໄຊຍະເສດຖາທິຣາດ ທີ່ສ້າງຂຶ້ນໂດຍທ້າວ ພະໄຊ ໂອລົດ ຂອງພະອົງ. ວັດຫ່າງຈາກເທສະບານ ແຂວງປະມານ 10 ກວ່າກິໂລແມັດ. 10. ຫັດຖະກຳຕ່ຳແຜ່ນບ້ານສາຍ ສຳພັນ: ສິລະປະຫັດຖະກຳບໍ່ເປັນທີ່ ສອງຮອງໃຜຂອງພູມປັນຍາຊາວບ້ານ ເຮັດໃຫ້ຫັດຖະກຳຕ່ຳແຜ່ນແພຂອງ ບ້ານສາຍສຳພັນ ເມືອງສາມັກຄີໄຊ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ທີ່ຕ້ອງການຊື້ເສື້ອຜ້າທີ່ເຮັດຈາກສີມື ປະຊາຊົນ. ໃນການຕໍ່າແຜ່ນແມ່ນຍັງ ຄົງຄວາມເປັນລາວໄວ້ ແລະ ມີສ່ວນ ໜຶ່ງເປັນແບບປະຍຸກຄືປະຍຸກໃຊ້ລາຍ ລາວຈຳນວນໜຶ່ງໃຫ້ທັນສະໄໝ ແລະ ເຂົ້າກັບໄວໜຸ່ມຫລາຍຂຶ້ນ. ສະຖານທີ່ ດັ່ງກ່າວແມ່ນຫ່າງຈາກເທສະບານ ແຂວງ 1 ກິໂລແມັດເທົ່ານັ້ນ.
RkJQdWJsaXNoZXIy MTc3MTYxMQ==