06/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ (ແຫລ່ງຂ່າວຈາກຂ່າວສານ່່່ ກະສິກຳ ແລະ ສິ່ງແວດ ລ້ອມ)ິິ່້ 37'dkora fmtok-q oot[q f c[[xtlq ,xtlko lh k'zq oxt3spf.sh xt-k-q o 3 c0;'rkd.8h s;o7n o,6 og-N vdkodegou f ບົດສະເໜີົີ ອັນໃຫຍ່ຫລວງ ໃນປະຫວັດສາດ ຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບໄດ້ ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະ ຫລອດມາ; ກໍາລັງ ປກສ ພວກເຮົາ ທັງເຄື່ອນໄຫວປ້ອງກັນ, ຝຶກແອບ ຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນ ຜະລິດຜົນ ຫາລ້ຽງກຸ້ມຕົນເອງດ້ວຍ ການສ້າງພະລາທິການກັບທີ່, ທັງ ຂົນຂວາຍ, ກໍ່ສ້າງຮາກຖານ ເຊິ່ງ ໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍ ເຫລືອຈາກປະຊາຊົນຕະຫລອດ ມາ, ເຖິງວ່າໃນເບື້ອງຕົ້ນກໍາລັງຍັງ ອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫລ້າສະໄໝ; ລະດັບເຕັກ ນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນ ຄວາມຮຽກຮ້ອງຕ້ອງການຂອງ ປະເທດຊາດ, ກໍາລັງ ປກສ ໄດ້ເດັດ ດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນ ແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບ, ປະຊາຊົນ ບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດພາຍນອກ ແລະ ລູກ ແຫລ້ງຕີນມືຂາຍຊາດ. ຕະຫລອດ 65 ປີ ແຫ່ງການກໍາ c]t g8u [.spj 0tspkp8q ;0v'de]a 'xh v'da o7;k,lts'[q (ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ, ວັນທີ 5 ເມສາ 1961-5 ເມສາ 2026)ື່ ອັ ນ້ າັ້ ງັ ງ້ ອັ ນົ ບົ ບີ ,ັ ນີ ປີ 1957 ເພື່ອກຽມໃຫ້ແກ່ການ ປ້ອງກັນຜູ້ນຳທີ່ເຂົ້າຮວມລາວ ຄັ້ງ ທີ 1 ສູນກາງພັກ ໄດ້ຕົກລົງ ປ່ຽນຊື່ ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານ ປະສົມຄັ້ງທີ 1. ມາຮອດວັນທີ 5 - 12 ເມສາ 1961 ຄະນະຊີ້ນຳສູນ ກາງພັກປະຊາຊົນລາວ ໄດ້ເປີດ ກອງປະຊຸມຄົບຄະນະຂຶ້ນ ທີ່ຄັງໄຂ ແຂວງຊຽງຂວາງ. ກອງປະຊຸມ ໄດ້ຕົກລົງປ່ຽນຊື້ “ຄະນະປ້ອງກັນ ພາຍໃນ” ມາເປັນ “ຫ້ອງການປ້ອງ ກັນຄວາມສະຫງົບສູນກາງ” ຊີ້ນຳ ໂດຍ ທ່ານ ສີສົມພອນ ລໍວັນໄຊ ແລະ ມອບໃຫ້ ທ່ານ ຊົມຊື່ນ ຄໍາພິ ທູນ ເປັນຜູ້ນໍາພາ-ບັນຊາຕົວຈິງ; ບົນພື້ນຖານ ແລະ ເຫັນໄດ້ຄວາມ ສໍາຄັນຜ່ານໄລຍະປະຫວັດສາດ ດັ່ງກ່າວ, ສູນກາງພັກ, ລັດຖະບານ ຈຶ່ງໄດ້ຕົກລົງອອກດໍາລັດສະບັບ ເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບຢ່າງ ເປັນທາງການ. ແນວໃດກໍຕາມ, ການກໍາເນີດ ຂອງກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ ແມ່ນມີຄວາມ ໝາຍສໍາຄັນທາງດ້ານການເມືອງ ນໍາພາຂອງພັກປະຊາຊົນປະຕິວັດ ລາວ ແມ່ນປະຫວັດສາດແຫ່ງການ ທົດສອບອັນໃຫຍ່ຫລວງ ໃນການ ຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດ ເອົາຄວາມເປັນເອກະລາດແຫ່ງ ຊາດ; ຕະຫລອດໄລຍະທາງອັນລະ ອິດລະອ້ຽວ, ຫຍຸ້ງຍາກລໍາບາກ ທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນ ງານ ແລະ ໄຊຊະນະອັນສະຫງ່າ ລາສີ; ພາຍໃຕ້ການນໍາພາອັນສະ ຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງ ປກສ ໄດ້ສາ ມັກຄີເປັນຈິດໜຶ່ງໃຈດຽວໃນການ ປະຕິບັດໜ້າທີ່ການເມືອງ, ທັງປະ ສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງແລະ ຂະ ຫຍາຍຕົວເປັນລໍາດັບມາ ເຊິ່ງຜົນ ສໍາເລັດທີ່ກໍາລັງປ້ອງກັນຄວາມ ສະຫງົບ ຍາດມາໄດ້ໃນໄລຍະຜ່ານ ມາ, ແມ່ນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ຖືກທິດ, ສອດ ຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປກສ, ແມ່ນ ໝາກຜົນຂອງຄວາມບາກບັ່ນ, ບຸກ ບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມ ສາມັກຄີເປັນປຶກແຜ່ນຂອງສະມາ ຊິກພັກ, ພະນັກງານ-ນັກຮົບໃນ ທົ່ວກໍາລັງທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອ ແຮງ, ສະຕິປັນຍາປະກອບສ່ວນ ເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍ ຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ ການນໍາພາຂອງພັກ, ກໍາລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນ ເຊື້ອຂອງກໍາລັງປະກອບອາວຸດປະ ຕິວັດ, ຍາມໃດກໍສະໜອງຕອບຕໍ່ ຄໍາຮຽກຮ້ອງຂອງພັກ ແລະ ປະຊາ ຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດ ບໍລິສຸດ, ຍາມໃດກໍເດັດດ່ຽວໜຽວ ແໜ້ນ, ກ້າວເດີນຕາມອຸດົມການ ຂອງພັກ. ຕະຫລອດໄລຍະຜ່ານມາກໍາ ລັງປ້ອງກັນຄວາມສະຫງົບ ໄດ້ ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້, ແມ່ນໄລຍະທາງທີ່ສະຫວ່າງ ສະໄຫວ ແລະ ມີກຽດສະຫງ່າເຊິ່ງ ເປັນພື້ນຖານອັນໜັກແໜ້ນ ໃຫ້ການ ກ້າວຂຶ້ນປັບປຸງກໍາລັງປະກອບອາ ວຸດໃຫ້ມີແບບແຜນກ້າວໄປສູ່ຄວາມ ທັນສະໄໝ ເພື່ອອະນາຄົດອັນສົດ ໃສຂອງປະເທດຊາດ ແລະ ສືບຕໍ່ ເສີມຂະຫຍາຍມູນເຊື້ອ, ຜົນງານ ທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີ ໝາກຜົນດີກວ່າເກົ່າ, ນໍາພາກໍາລັງ ປກສ ກ້າວຂຶ້ນສ້າງທ່ວງທ່າໃໝ່ ຢ່າງໜັກແໜ້ນ. ຂປລ. ເປັນເວລາ 5 ປີມານີ້ (2020-2026), ໂຄງການພັດທະ ນາຊົນນະບົດ ແບບປະສົມປະສານ ຢູ່3ແຂວງພາກໃຕ້ຂອງສປປລາວ ຄື: ແຂວງຈໍາປາສັກ, ເຊກອງ ແລະ ແຂວງສາລະວັນ ຊຶ່ງໂຄງການດັ່ງ ກ່າວ ໄດ້ປະໂຫຍດໃຫ້ແກ່ປະຊາຊົນ ຄື: ພັດທະນາພື້ນຖານໂຄງລ່າງ ຂອງບ້ານ, ຍົກລະດັບລາຍໄດ້ຂອງ ປະຊາຊົນ, ສ້າງຄວາມເຂັ້ມແຂງ ດ້ານເຕັກນິກກະສິກໍາໃຫ້ປະຊາຊົນ ແລະ ສ້າງຄວາມອາດສາມາດໃຫ້ ການນໍາຂັ້ນບ້ານ. ເມື່ອບໍ່ດົນມານີ້, ກົມພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ຮ່ວມກັບອົງການຮ່ວມມື ສາກົນແຫ່ງປະເທດ ສ ເກົາຫລີ ປະ ຈໍາສປປລາວກອຍກາ(KOICA) ໄດ້ຈັດຕັ້ງກອງປະຊຸມປິດໂຄງການ ພັດທະນາຊົນນະບົດ ແບບປະສົມ ປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ (The integrated rural development project in three provinces of southern LaoPDR) ແລະ ພິທີການມອບຮັບ ສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້ ໂດຍຈັດຂຶ້ນທີ່ສູນຝຶກອົບ ຮົມເຕັກນິກກະສິກໍາ ພາກໃຕ້ ບ້ານ ອີ່ຕູ້ (ຫລັກ 35) ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍການໃຫ້ ກຽດເຂົ້າຂອງ ທ່ານ ລິນຄໍາ ດວງ ສະຫວັນ ລັດຖະມົນຕີ ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດ ແຫ່ງ ປະເທດ ສ ເກົາຫລີ ປະຈໍາ ສປປ ລາວ, ຮອງປະທານປົກຄອງແຂວງ ຈໍາປາສັກ, ເຊກອງ ແລະ ແຂວງ ສາລະວັນ, ຮອງປະ ທານປົກຄອງ ເມືອງເປົ້າໝາຍໂຄງການພ້ອມທັງ ບັນດາຫົວໜ້າກົມກອງກ່ຽວຂ້ອງຢູ່ ຂັ້ນສູນກາງ, ບັນດາຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງ 3 ແຂວງພາກໃຕ້, ບັນດາ ຫົວໜ້າຫ້ອງການກ່ຽວຂ້ອງຂັ້ນ ເມືອງ 4 ເມືອງເປົ້າໝາຍໂຄງການ; ບັນດາການນໍາຂັ້ນບ້ານ ຂອງ 20 ບ້ານເປົ້າໝາຍໂຄງການ ຕະຫລອດ ເຖິງຄະນະຊ່ຽວຊານຂອງສະຖາ ບັນພັດທະນາຊົນນະບົດ ສ ເກົາ ຫລີ (KIRD), ຜູ້ປະສານງານໂຄງ ການ ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ເຂົ້າຮ່ວມ. ໂຄງການພັດທະນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງ ພາກໃຕ້ ຂອງ ສປປ ລາວ ແມ່ນ ໂຄງການຮ່ວມມື ຂອງກົມພັດທະ ນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ອົງການ ຮ່ວມມືສາກົນແຫ່ງ ປະເທດ ສ ເກົາ ຫລີ ປະຈໍາ ສປປ ລາວ (KOICA) ພາຍໃຕ້ທຶນຊ່ວຍເຫລືອລ້າຂອງ ລັດຖະບານ ປະເທດ ສ ເກົາຫລີ ໃນມູນຄ່າ 9 ລ້ານໂດລາສະຫະລັດ ຊຶ່ງໄລຍະການຈັດຕັ້ງປະຕິບັດໂຄງ ການ ເລີ່ມແຕ່ປີ 2020-2026 ຊຶ່ງມີພື້ນທີ່ໂຄງການ ຢູ່ແຂວງຈໍາ ປາສັກ, ແຂວງເຊກອງ ແລະ ແຂວງ ສາລະວັນ ກວມເອົາ 20 ບ້ານເປົ້າ ໝາຍ ທີ່ນອນຢູ່ເມືອງບາຈຽງຈະ ເລີນສຸກ, ເມືອງປາກຊ່ອງ, ເມືອງ ທ່າແຕງ ແລະ ເມືອງເລົ່າງາມ. ແນວກໍດີ,ໂຄງການດັ່ງກ່າວໄດ້ນໍາ ເອົາແນວຄວາມຄິດ ແລະ ບົດຮຽນ “Saemaul Undong” ຂອງ ປະເທດ ສ ເກົາຫລີ ມາໝູນໃຊ້ໃຫ້ ສອດຄ່ອງກົມກຽວກັບນະໂຍບາຍ ສາມສ້າງຂອງພັກ ຊຶ່ງໂຄງການ ແມ່ນມີເປົ້າໝາຍພັດທະນາຊົນນະ ບົດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ໃຫ້ດີຂຶ້ນ ໂດຍມີ 4 ຈຸດປະສົງ ຄື: ພັດທະນາພື້ນຖານໂຄງລ່າງຂອງ ບ້ານ, ຍົກລະດັບລາຍໄດ້ຂອງປະ ຊາຊົນ, ສ້າງຄວາມເຂັ້ມແຂງດ້ານ ເຕັກນິກກະສິກໍາໃຫ້ປະຊາຊົນ ແລະ ສ້າງຄວາມອາດສາມາດໃຫ້ການ ນໍາບ້ານ. ເພື່ອສືບຕໍ່ຮັກສາໝາກ ຜົນຂອງໂຄງການໃຫ້ຍືນຍົງນັ້ນ ຈະຕ້ອງໄດ້ປະຕິບັດດັ່ງຄໍາຂວັນທີ່ ວ່າ “ຫັນການຊ່ວຍເຫລືອສູ່ການ ພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ ໂດຍຊຸມຊົນເປັນເຈົ້າການ”. ພ້ອມນີ້, ໃນຕອນທ້າຍຂອງ ກອງປະຊຸມ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະ ລັດຖະທູດ ແຫ່ງປະເທດ ສ ເກົາຫລີ ປະຈໍາ ສປປ ລາວ ກໍໄດ້ຂຶ້ນມອບ ໝາກຜົນຂອງໂຄງການ ໃຫ້ແກ່ 3 ແຂວງເປົ້າໝາຍໂຄງການ ຕາງ ໜ້າຮັບໂດຍຮອງປະທານປົກຄອງ ແຂວງຂອງແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງສາລະ ວັນ ໂດຍການຊ້ອງໜ້າເປັນສັກຂີພິ ຍານຂອງ ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ນອກຈາກນັ້ນ, ໃນພິທີປິດໂຄງການພັດທະນາຊົນ ນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ກໍຍັງມີການວາງສະແດງຮູບພາບ ເຄື່ອນໄຫວຂອງໂຄງການ, ຜົນຜະ ລິດພືດຜັກ ແລະຜະລິດຕະພັນກາເຟ ຂອງສະຫະກອນ. ຫລັງຈາກນັ້ນ, ກໍ ສືບຕໍ່ພິທີ ມອບ-ຮັບ ອາຄານສູນຝຶກ ອົບຮົມເຕັກນິກກະສິກໍາ ພາກໃຕ້ ຊຶ່ງ ມອບໂດຍທ່ານ ຈອງ ຢອງ ຊູ ເອກ ອັກຄະລັດຖະທູດ ແຫ່ງປະເທດ ສ ເກົາຫລີ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງ ປກສ, ພາຍໃຕ້ການ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==