gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/04/2026 xtgmf]k; ສານອວຍພອນ... ສັບປະດາຄວາມປອດໄພ...ັ ກອງປະຊຸມຄັ້ງປະຖົມມະລືກ...ຸັ້ົື ໂຮມຊຸມນຸມສະຫລອງ...ຸຸ ຂປລ. ພິທີໂຮມຊຸມນຸມສະ ເຫລີມສະຫລອງວັນສ້າງຕັ້ງກໍາລັງ ປ້ອງກັນຄວາມສະຫງົບ ຄົບຮອບ 65ປີ(5/4/1961-5/4/2026) ຈັດຂຶ້ນໃນວັນທີ3ເມສາ2026ຢູ່ ກະຊວງປ້ອງກັນຄວາມສະຫງົບ ໂດຍການເປັນປະທານຂອງທ່ານ ພົນໂທວັນທອງກອງມະນີຄະນະ ເລຂາທິການສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ, ມີການນໍາ, ອະດີດການນຳ ກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນ ດາກົມກອງອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ. ໃນພິທີ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ອະດີດກໍາມະການ ສູນກາງພັກ, ອະດີດຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນ ຄວາມສະຫງົບ, ການເຕີບໃຫຍ່ ຂະຫຍາຍຕົວ ແລະ ຜົນງານໄຊ ຊະນະແຕ່ລະໄລຍະຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ ໂດຍພັກ-ລັດ ໄດ້ຕົກລົງກຳນົດເອົາ ວັນທີ5ເມສາ1961ເປັນວັນສ້າງ ຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນຕາມດໍາລັດສະບັບເລກທີ 277/ນຍ,ລົງວັນທີ1ກັນຍາ2005 ຊຶ່ງມາຮອດວັນທີ 5 ເມສາ 2026 ພໍດີຄົບຮອບ65ປີ.ການກໍາເນີດ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວແມ່ນມີຄວາມໝາຍ ແຜນລິເລີ່ມອັນໃຫຍ່ຫລວງເພື່ອ ອະນາຄົດອັນສົດໃສຂອງປະເທດ ຊາດ. ຂ້າພະເຈົ້າຂໍຢືນຢັນຄວາມ ພ້ອມ ເພື່ອຮ່ວມມືກັບທ່ານເພື່ອພັດ ທະນາການຮ່ວມມືບົນພື້ນຖານມິດ ຕະພາບແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນລະຫວ່າງສປປ ລາວ ແລະ ກາຊັກສະຖານ ເພື່ອ ຜົນປະໂຫຍດຂອງປະຊາຊົນຂອງ ພວກເຮົາ. ຂ້າພະເຈົ້າຂໍອວຍພອນໄຊມາຍັງ ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ ຮັບຜິດຊອບ ແລະ ຂໍໃຫ້ປະຊາຊົນ ລາວທັງຊາດ ຈົ່ງມີຄວາມຜາສຸກ ແລະວັດທະນະຖາວອນ. ລັດຖະມົນຕີ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການແລະຂົນສົ່ງ,ທ່ານສີລິລາດ ທົງສິນ ທອງເພັງ ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ,ພ້ອມດ້ວຍບັນດາຮອງລັດ ຖະມົນຕີ,ພາກທຸລະກິດທີ່ກ່ຽວຂ້ອງ ແລະນັກຮຽນ-ນັກສຶກສາເຂົ້າຮ່ວມ. ທ່ານເຫລັກໄຫລສີວິໄລລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນວ່າ: ແຕ່ລະປີ, ອຸບັດເຫດທາງບົກໄດ້ສ້າງຄວາມ ສູນເສຍຢ່າງມະຫາສານໃຫ້ແກ່ ຊີວິດ,ຊັບສິນແລະຊັບພະຍາກອນ ມະນຸດຂອງຊາດເຮົາ, ຜ່ານການ ເກັບກຳຂໍ້ມູນ, ສາເຫດຕົ້ນຕໍທີ່ພາ ໃຫ້ເກີດຄວາມສູນເສຍແມ່ນມາຈາກ ການດື່ມສິ່ງມຶນເມົາແລ້ວຂັບຂີ່,ຂັບ ຂີ່ລົດໄວເກີນເຂດກຳນົດ, ສັງເກດ ເຫັນວ່າ ເມື່ອຂາດສະຕິຈາກລິດ ຂອງທາດເຫລົ້າ, ຍານພາຫະນະທີ່ ຂັບຂີ່ຈະກາຍເປັນອາວຸດທີ່ທຳລາຍ ທັງຕົວເອງ ແລະ ຄົນອ້ອມຂ້າງ. ດັ່ງນັ້ນ, ການຈັດງານໃນຄັ້ງນີ້ ຈຶ່ງ ມີຈຸດປະສົງສໍາຄັນຄື: ເພື່ອຈັດຕັ້ງ ຜັນຂະຫຍາຍຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ນັບແຕ່ປີ 2021-2030 ເພື່ອເຮັດ ໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດຫລຸດລົງ 50 ສ່ວນຮ້ອຍ ໃນປີ 2030, ເພື່ອກະຕຸກຊຸກຍູ້ໃຫ້ ທຸກພາກສ່ວນມີສ່ວນຮ່ວມໃນການ ປ້ອງກັນ, ແກ້ໄຂວຽກງານຄວາມ ປອດໄພຕາມທາງຫລວງໃຫ້ຜູ້ຂັບ ຂີ່ມີສະຕິຕື່ນຕົວເອົາໃຈໃສ່ຈັດຕັ້ງ ປະຕິບັດກົດລະບຽບຈະລາຈອນ ນະພັກ, ປະທານສະພາປະຊາຊົນ ນວ, ມີທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກຳມະການປົກຄອງ ນວ,ມີບັນດາສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາການນໍາພັກ-ລັດ ຂັ້ນ ນະຄອນຫລວງ, ພ້ອມດ້ວຍສະມາ ຊິກສະພາປະຊາຊົນນະຄອນຫລວງ ວຽງຈັນເຂົ້າຮ່ວມ. ທ່ານອາດສະພັງທອງສີພັນດອນ ໄດ້ໃຫ້ຮູ້ວ່າ: ຜ່ານການດຳເນີນ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນຊຸດທີVບັນດາສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 1 ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງວຽງ ຈັນ ໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງນະຄອນຫລວງວຽງ ຈັນ ເປັນຕົ້ນໄດ້ຮັບຮອງເອົາຜົນ ການເລືອກຕັ້ງແລະຢັ້ງຢືນຄຸນລັກ ສະນະຂອງສະມາຊິກສະພາປະຊາ ຊົນນະຄອນຫລວງວຽງຈັນ ຊຸດທີ V, ຍົກໃຫ້ເຫັນເຖິງຜົນສໍາເລັດໃນ ການຈັດຕັ້ງຜັນຂະຫຍາຍມະຕິກົມ ການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີX ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ຊຶ່ງເຫັນວ່າການເລືອກຕັ້ງໄດ້ດໍາ ເນີນຢ່າງມີຜົນສໍາເລັດຕາມແຜນ ການທີ່ວາງໄວ້, ຜູ້ມີສິດປ່ອນບັດ ທົ່ວນະຄອນຫລວງວຽງຈັນໄດ້ນຳ ໃຊ້ສິດປະຊາທິປະໄຕຂອງຕົນຕາມ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເພື່ອເລືອກຕັ້ງເອົາ ຕົວແທນຂອງຕົນມາປະຕິບັດສິດ ອຳນາດຂອງປະຊາຊົນຢູ່ສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ ໃນການ ພິຈາລະນາ ແລະ ຮັບຮອງບັນຫາ ສຳຄັນພື້ນຖານຂອງຊາດ ກໍຄື ຂອງນະຄອນຫລວງວຽງຈັນ; ໄດ້ ດຳເນີນການເລືອກຕັ້ງຕຳແໜ່ງສຳ ຄັນຕ່າງໆຂອງອົງການອຳນາດ ລັດຂັ້ນນະຄອນຫລວງວຽງຈັນຄື: ເລືອກຕັ້ງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ຮອງ ປະທານສະພາປະຊາຊົນ, ຄະນະ ປະຈຳສະພາປະຊາຊົນ, ເລືອກຕັ້ງ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ຮອງປະ ທານຄະນະກຳມະການປົກຄອງ ນວ,ຫົວໜ້າອົງການໄອຍະການປະ ຊາຊົນພາກກາງ,ປະທານອົງການ ກວດກາລັດນະຄອນຫລວງ, ປະ ທານສານປະຊາຊົນ, ຫົວໜ້າອົງ ການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງ ຈັກການຈັດຕັ້ງ ແລະ ບຸກຄະລາ ກອນຂອງສະພາປະຊາຊົນ; ຮັບ ຮອງເອົາໂຄງປະກອບກົງຈັກຂອງ ຄະນະກຳມະການປົກຄອງນະ ຄອນຫລວງວຽງຈັນ ແລະ ບຸກຄະ ລາກອນທີ່ເປັນຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະ ແນກຂັ້ນນະຄອນຫລວງວຽງຈັນ ຊຸດໃໝ່; ໄດ້ພິຈາລະນາ, ຮັບຮອງ ເອົາແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ 5 ປີ (2026-2030) ຂອງນະຄອນ ຫລວງວຽງຈັນ ຊຶ່ງກອງປະຊຸມ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງ ປະຕິບັດບັນດາຄາດໝາຍທີ່ໄດ້ກຳ ນົດໃນແຜນການ 5 ປີຜ່ານມາ ມີ ຜົນສຳເລັດຫລາຍດ້ານ, ອັນໄດ້ ປະກອບສ່ວນໃຫ້ເສດຖະກິດຂອງ ນະຄອນຫລວງວຽງຈັນມີສະຖຽນ ລະພາບ,ດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມດ້ວຍກົດໝາຍມີ ໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງ ຄູ່ກັບການຕີລາຄາຜົນສໍາເລັດດັ່ງ ກ່າວ, ໃນ 5 ປີຕໍ່ໜ້າກອງປະຊຸມ ຍັງໄດ້ສະເໜີໃຫ້ຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ ເພີ່ມທະວີຊີ້ນຳ-ບັນຊາບັນດາພະ ແນກ ,ອົງການລັ ດທ ຽບເທົ່າພ ະແ ນກ ແລະ ຄະນະກຳມະການປົກຄອງ ເມືອງສຸມໃສ່ພິຈາລະນາຄົ້ນຄວ້າ ບັນດາມາດຕະການ ກໍຄື ຂໍ້ສະເໜີ ຕ່າງໆຂອງສະມາຊິກສະພາປະ ຊາຊົນນະຄອນຫລວງວຽງຈັນ ທີ່ ໄດ້ຍົກຂຶ້ນໃນກອງປະຊຸມ ເພື່ອເປັນ ການຊ່ວຍໃຫ້ຄະນະກໍາມະການ ປົກຄອງນະຄອນຫລວງວຽງຈັນ ສາມາດບັນລຸບັນດາຄາດໝາຍທີ່ ໄດ້ກຳນົດໄວ້ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານຂອງນະຄອນຫລວງ ວຽງຈັນ, ເຮັດໃຫ້ການຈັດຕັ້ງປະ ຕິບັດເກີດໝາກຜົນຕົວຈິງ; ໄດ້ພິ ຈາລະນາ, ຮັບຮອງເອົາແຜນການ ເຄື່ອນໄຫວວຽກງານ5ປີ(20262030) ຂອງອົງການກວດກາ ລັດ ນະຄອນຫລວງວຽງຈັນ ແລະ ອົງການກວດສອບປະຈຳພາກກາງ 1. ກອງປະຊຸມສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ ແລະ ເປັນເອກະພາບຕໍ່ທິດທາງ ແຜນການເຄື່ອນໄຫວຂອງສອງ ອົງການໃນ 5 ປີຕໍ່ໜ້າ, ຊຶ່ງກອງ ປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມ ງວດໃນການຕິດຕາມກວດກາແລະ ກວດສອບການຄຸ້ມຄອງ-ນຳໃຊ້ ງົບປະມານ,ຊັບສິນຂອງລັດແລະ ການລົງທຶນຕ່າງໆຢູ່ນະຄອນຫລວງ ວຽງຈັນ ໃຫ້ມີຄວາມໂປ່ງໃສ, ສາ ມາດກວດສອບໄດ້ ແລະ ຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຂັ້ມ ງວດ,ທັງຊຸກຍູ້ແກ້ໄຂຜົນການກວດ ສອບ ແລະ ເກັບກູ້ຄືນລາຍຮັບທີ່ ກວດເຫັນເພີ່ມ ແລະ ຍັງຄ້າງໃນ ໄລຍະຜ່ານມາ,ພ້ອມນີ້ກໍ່ໃຫ້ຖືເອົາ ແຜນການ 5 ປີ ເປັນເຄື່ອງມືອັນ ສຳຄັນໃນການຊອກຫາຈຸດອ່ອນ, ຂໍ້ບົກຜ່ອງ ແລະ ປະກົດການຫຍໍ້ ທໍ້ຕ່າງໆ ເພື່ອແກ້ໄຂໃຫ້ທັນການ ແນໃສ່ປົກປັກຮັກສາຜົນປະໂຫຍດ ຂອງລັດ ແລະ ປະຊາຊົນຢ່າງສູງ ສຸດ; ໄດ້ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະ ພາປະຊາຊົນນະຄອນຫລວງວຽງ ຈັນ ຊຸດທີ V ເພື່ອເປັນບ່ອນອີງ ພື້ນຖານໃຫ້ແກ່ການເຄື່ອນໄຫວ ວຽກງານຂອງສະພາປະຊາຊົນນະ ຄອນຫລວງວຽງຈັນ ໃນ 5 ປີຕໍ່ ໜ້າ ໂດຍໄດ້ກຳນົດ 6 ແຜນງານ, 25ໂຄງການເພື່ອຮັບປະກັນແລະ ຍົກສູງຄຸນນະພາບການເຄື່ອນໄຫວ ວຽກງານຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ມີປະ ສິດທິພາບ ແລະ ມີປະສິດທິຜົນ; ໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິ ກໍາ 5 ປີ (2026-2030) ຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ V ຊຶ່ງກອງປະຊຸມ ໄດ້ມອບໃຫ້ຄະນະປະຈໍາ ສະພາ ປະຊາຊົນນະຄອນຫລວງວຽງຈັນ ເປັນຜູ້ກໍານົດແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະ ຊາຊົນນະຄອນຫລວງວຽງຈັນຊຸດ ທີ V ໃນແຕ່ລະປີບົນພື້ນຖານການ ກະກຽມຄວາມພ້ອມແລະການສະ ເໜີຂອງຄະນະກໍາມະການປົກຄອງ ນວ,ພ້ອມທັງຈັດລຽງຄວາມສໍາຄັນ ຂອງແຕ່ລະນິຕິກໍາ. ນອກນີ້,ກອງປະຊຸມຍັງໄດ້ສະ ເໜີໃຫ້ຄະນະກໍາມະການປົກຄອງ ນວ ເອົາໃຈໃສ່ຊີ້ນຳບັນດາພະແນກ ການ ແລະ ພາກສ່ວນກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີໃນການສ້າງ ແລະ ປັບປຸງນິຕິກຳໃນຄວາມຮັບ ຜິດຊອບຂອງຕົນ, ທັງເພີ່ມທະວີ ການປະສານສົມທົບກັບບັນດາຄະ ນະກຳມະການທີ່ກ່ຽວຂ້ອງ ເພື່ອ ກວດກາຄວາມພ້ອມຂອງເນື້ອໃນ ນິຕິກຳຕ່າງໆໃຫ້ມີຄວາມຮັດກຸມ, ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະສາມາດຈັດຕັ້ງປະຕິບັດໄດ້. ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວ ວຽກງານ5ປີ(2026-2030) ຂອງສານປະຊາຊົນແລະອົງການ ໄອຍະການປະຊາຊົນພາກກາງ, ສານປະຊາຊົນ ແລະ ອົງການໄອ ຍະການປະຊາຊົນນະຄອນຫລວງ ວຽງຈັນ. ກອງປະຊຸມຮຽກຮ້ອງ ໃຫ້ສານປະຊາຊົນ ແລະ ອົງການ ໄອຍະການປະຊາຊົນສຸມໃສ່ຍົກສູງ ຄຸນນະພາບການພິຈາລະນາແກ້ໄຂ ຄະດີໃຫ້ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ທັນກຳນົດ ເວລາ ແລະ ບັນລຸຕາມຄາດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ ສັງຄົມ, ກອງປະຊຸມເຊື່ອໝັ້ນວ່າ ດ້ວຍການຮັບຮອງແຜນການ 5 ປີໃນຄັ້ງນີ້ ຈະເປັນບາດກ້າວສຳ ຄັນໃນການປັບປຸງລະບົບຍຸຕິທຳຢູ່ ນະຄອນຫລວງວຽງຈັນ ໃຫ້ເຂັ້ມ ແຂງ,ສັກສິດແລະກາຍເປັນທີ່ເພິ່ງ ອັນເປັນທຳໃຫ້ແກ່ປະຊາຊົນຢ່າງ ແທ້ຈິງ. ໃນໄລຍະກອງປະຊຸມຍັງໄດ້ຮັບ ຄໍາຄິດຄໍາເຫັນ ແລະ ການສະເໜີ ຂອງປະຊາຊົນຜ່ານໂທລະສັບສາຍ ທາງບົກ,ຂັບຂີ່ລົດໃຫ້ມີຄວາມປອດ ໄພເປັນລະບຽບຮຽບຮ້ອຍ, ຫລຸດ ຜ່ອນອຸບັດເຫດຕາມທາງຫລວງ ໂດຍສະເພາະການປູກຈິດສຳນຶກ ໃຫ້ທົ່ວສັງຄົມຮັບຮູ້ວ່າ “ຄວາມ ປອດໄພເລີ່ມຕົ້ນທີ່ຕົວເຮົາເອງ”, ປ່ຽນພຶດຕິກຳຈາກການ “ເມົາບໍ່ ຂັບ” ກາຍເປັນວັດທະນະທຳໃໝ່ ໃນການໃຊ້ລົດໃຊ້ຖະໜົນ, ຫລຸດ ຜ່ອນອຸບັດເຫດເພື່ອໃຫ້ທຸກຄອບຄົວ ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນ ຄວາມປະໝາດ. ທ່ານລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ມີຄໍາເຫັນຕື່ມ ວ່າ:ການຈັດງານຄັ້ງນີ້ເພື່ອຄວາມ ເປັນຫ່ວງເປັນໄຍ, ຄວາມເອົາໃຈ ໃສ່ ແລະ ຄວາມຮັບຜິດຊອບຂອງ ລັດຖະບານ ກໍຄື ບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງ ຫລວງ, ເປັນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຈະລາຈອນ ທາງບົກ, ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ແລະ ມະຕິຂອງອົງການສະຫະ ປະຊາຊາດກ່ຽວກັບການປັບປຸງ ຄວາມປອດໄພທາງຫລວງໃນທົ່ວ ໂລກ, ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກໃຫ້ປະຊາຊົນ ທຸກຊັ້ນຄົນໃນທົ່ວສັງຄົມ ເຫັນໄດ້ ໄພອັນຕະລາຍຂອງການລະເມີດ ກົດຈະລາຈອນເປັນຕົ້ນການຂັບຂີ່ ລົດໄວ, ການດື່ມສິ່ງມຶນເມົາແລ້ວ ຂັບລົດ ຊຶ່ງເປັນສາເຫດສ່ວນໃຫຍ່ ໃນການເກີດອຸບັດເຫດ,ເຫັນໄດ້ຜົນ ກະທົບແລະຜົນສະທ້ອນຂອງການ ເກີດອຸບັດເຫດຕໍ່ການດໍາລົງຊີວິດ ຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ ທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈປະຕິບັດກົດລະບຽບ ຈະລາຈອນຢ່າງເຂັ້ມງວດ, ພ້ອມ ກັນໂຄສະນາປູກຈິດສໍານຶກກ່ຽວ ກັບວຽກງານຄວາມປອດໄພທາງ ຫລວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອ ເປັນການຈໍາກັດ ແລະ ຫລຸດຜ່ອນ ອຸບັດເຫດທາງຫລວງ,ເພື່ອປົກປ້ອງ ຊີວິດແລະຊັບສິນຂອງປະຊາຊົນຂອງຊາດ ກໍຄື ການປົກປ້ອງສຸຂະ ພາບແລະສະຫວັດດີການສັງຄົມ, ຮຽກຮ້ອງເຖິງຜູ້ຂັບຂີ່ທຸກຄົນຈົ່ງມີ ສະຕິທຸກຄັ້ງກ່ອນຈະຂັບລົດ, ຖ້າ ຮູ້ວ່າມີການດື່ມສິ່ງມຶນເມົາ, ຂໍໃຫ້ ເລືອກໃຊ້ບໍລິການລົດສາທາລະນະ ຫລືໃຫ້ຜູ້ທີ່ບໍ່ດື່ມຂັບແທນເພາະຊີວິດ ຂອງທ່ານ ແລະ ຄົນອື່ນມີຄ່າກວ່າ ຈອກເຫລົ້າພຽງຈອກດຽວ. ງານຄັ້ງນີ້,ຍັງໄດ້ເປີດຂະບວນ ຄະລາວານຂັບຂີ່ປອດໄພໂດຍເລີ່ມ ແຕ່ປະຕູໄຊ ໄປຕາມຖະໜົນ 23 ສິງຫາ, ຖະໜົນໜອງບອນ ລ້ຽວ ຊ້າຍວົງວຽນ450ປີ ເຂົ້າຖະໜົນ ໄກສອນພົມວິຫານເຂົ້າຖະໜົນລ້ານ ຊ້າງ ຮອດປະຕູໄຊ, ພ້ອມນັ້ນ ຍັງ ໄດ້ຈັດກິດຈະກໍາຖາມ-ຕອບຄວາມ ຮູ້ກ່ຽວກັບກົດລະບຽບຈະລາຈອນ ແລະສາທິດການປະຖົມພະຍາບານ ເບື້ອງຕົ້ນໃນເວລາເກີດອຸບັດເຫດ ຕື່ມອີກ. ດ່ວນທັງໝົດ 18 ເລື່ອງ ແລະ ໄດ້ ມອບໝາຍໃຫ້ພາກສ່ວນຂະແໜງ ການກ່ຽວຂ້ອງຂອງຄະນະກໍາມະ ການປົກຄອງນວໄປຄົ້ນຄວ້າແກ້ໄຂ ໃຫ້ທັນເວລາແລະຄ່ອງຕົວ.ພ້ອມ ນີ້, ໃນກອງປະຊຸມທຸກພາກສ່ວນ ຂອງນະຄອນຫລວງວຽງຈັນກໍໄດ້ ສະແດງຄວາມເປັນຫ່ວງເປັນໄຍ ແລະ ສືບຕໍ່ຊ່ວຍເຫລືອຄອບຄົວປະ ຊາຊົນຜູ້ປະສົບໄພພິບັດທີ່ໄດ້ຮັບຜົນ ກະທົບຈາກພາຍຸລະດູຮ້ອນຢ່າງ ຮີບດ່ວນແລະທັນການ,ພ້ອມນັ້ນ ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນວກໍໄດ້ ສະເໜີຄະນະກໍາມະການປົກຄອງ ນະຄອນຫລວງວຽງຈັນແລະເມືອງ ສືບຕໍ່ຊ່ວຍເຫລືອ ແລະ ຟື້ນຟູທີ່ຢູ່ ອາໄສ, ຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ກັບເຂົ້າສູ່ສະພາບປົກກະ ຕິໂດຍໄວ. ກອງປະຊຸມຮຽກຮ້ອງໃຫ້ຄະນະ ປະຈໍາສະພາປະຊາຊົນ, ບັນດາ ຄະນະກໍາມະການ, ຫ້ອງວ່າການ ສະພາປະຊາຊົນ,ຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ, ສານປະຊາຊົນ, ອົງການໄອຍະ ການປະຊາຊົນ, ສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ ຜັນຂະຫຍາຍເນື້ອໃນກອງປະຊຸມ ຄັ້ງນີ້ ໃຫ້ທົ່ວເຖິງ ແລະ ທັນເວລາ, ເປັນເຈົ້າການຈັດຕັ້ງປະຕິບັດມະຕິ ກອງປະຊຸມຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ເກີດ ດອກອອກຜົນເປັນຈິງ. ຂ່າວ-ພາບ:ທະນູທອງ ສໍາຄັນທາງດ້ານການເມືອງອັນ ໃຫຍ່ຫລວງໃນປະຫວັດສາດຂອງ ຊາດລາວ, ນັບແຕ່ມື້ສ້າງຕັ້ງ, ກໍາ ລັງປ້ອງກັນຄວາມສະຫງົບ ໄດ້ ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ ຄື:ຕໍາຫລວດຕ້ອງຮູ້ເຮັດວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ, ຕຳຫລວດ ຕ້ອງຮູ້ເຮັດວຽກງານສືບຂ່າວກຳ ສະພາບການ,ຕຳຫລວດຕ້ອງຮູ້ກົດ ໝາຍພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ກໍາລັງປ້ອງກັນ ຄວາມສະຫງົບ ຍັງໄດ້ເຄື່ອນໄຫວ ປ້ອງກັນ, ຝຶກແອບຮໍ່າຮຽນ, ປັບ ປຸງກໍາລັງ, ເພີ່ມພູນຜະລິດຜົນຫາ ລ້ຽງກຸ້ມຕົນເອງດ້ວຍການສ້າງພະ ລາທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມ ຮັກແພງ, ອູ້ມຊູຊ່ວຍເຫລືອຈາກ ປະຊາຊົນບັນດາເຜົ່າຕະຫລອດມາ, ເຖິງວ່າໃນເບື້ອງຕົ້ນກໍາລັງເຮົາ ຍັງອ່ອນນ້ອຍ, ການປະກອບອາ ວຸດ,ພາຫະນະຫລ້າສະໄໝ,ລະດັບ ເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ, ກໍາລັງປ້ອງກັນ ຄວາມສະຫງົບ ໄດ້ເດັດດ່ຽວເສີມ ຂະຫຍາຍນໍ້າໃຈຮັກຊາດ, ຮັກ ຄວາມເປັນເອກະລາດ ແລະ ຜືນ ແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ, ປະຊາຊົນ ບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດພາຍນອກແລະລູກ ແຫລງຕີນມືຂາຍຊາດ. ຕະຫລອດ 65 ປີ ແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງກໍາລັງປ້ອງກັນຄວາມສະ ຫງົບ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ແມ່ນ ປະຫວັດສາດແຫ່ງການທົດສອບອັນ ໃຫຍ່ຫລວງໃນການຕໍ່ສູ້ອັນຍືດເຍື້ອ ຍາວນານເພື່ອຍາດເອົາຄວາມເປັນ ເອກະລາດແຫ່ງຊາດ; ຕະຫລອດ ໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ແຕ່ກໍ ປ່ຽມລົ້ນໄປດ້ວຍຜົນງານແລະໄຊ ຊະນະອັນສະຫງ່າລາສີ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວໃນ ການປະຕິບັດໜ້າທີ່ການເມືອງ,ທັງ ປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ຕະຫລອດໄລຍະ 65 ປີ ກໍາ ລັງປ້ອງກັນຄວາມສະຫງົບ ໄດ້ ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງ ທີ່ພັກແລະປະຊາຊົນມອບໝາຍໃຫ້ ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ ການປັບປຸງກໍາລັງປະກອບອາວຸດ ກ້າວສູ່ແບບແຜນທີ່ທັນສະໄໝ ເພື່ອ ອະນາຄົດອັນສົດໃສຂອງປະເທດ ຊາດແລະສືບຕໍ່ເສີມຂະຫຍາຍມູນ ເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງ ໃໝ່ຂອງພັກ, ປະຕິບັດໜ້າທີ່ການ ເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງພວກເຮົາກ້າວຂຶ້ນສ້າງ ທ່ວງທ່າໃໝ່ຢ່າງໜັກແໜ້ນ. ພາບ:ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==