7249

gsfdko{dkora fmtok a xtgmf]k; ( 03/04/2026 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສະຫາຍ ບຸນ ເຖິງ ດວງສະຫວັນ ເລຂາພັກແຂວງ ອັດຕະປືໄດ້ຕ້ອນຮັບສະຫາຍອີຢາງ ກຣີເນ ເກີເນິງຮອງເລຂາພັກແຂວງ, ປະທານຄະນະກໍາມະການແນວ ໂຮມປະເທດຊາດຫວຽດນາມ ແຂວງດັກລັກ ພ້ອມຄະນະ ໃນ ວັນທີ 1 ເມສາ 2026 ທີ່ຫ້ອງວ່າ ການແຂວງອັດຕະປື ໃນໂອກາດ ມາຢ້ຽມຢາມ ແລະ ອວຍພອນຄະ ນະນຳແຂວງອັດຕະປື ເນື່ອງໃນ ໂອກາດປີໃໝ່ລາວ ພສ 2569. ໂອກາດນີ້, ຕາງໜ້າຄະນະນຳ ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ, dkooec0;'va f8txn 8h voIa [dkooe c0;'fa d]a d g0Q kv;prvo.o3vdkfxu .\j ]k; ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ຫ້ອງການອຸດສາຫະກໍາ ແລະ ການ ຄ້າ (ອຄ) ເມືອງນາແລ ແຂວງ ຫລວງນໍ້າທາ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ ແລະ ກວດກາບັນດາຫົວໜ່ວຍທຸລະ ກິດ, ປ້ຳນ້ຳມັນ ແລະ ຜູ້ປະກອບ ການຢ່າງໃກ້ຊິດ ໃນວັນທີ 1 ເມສາ 2026 ຊຶ່ງນໍາໂດຍທ່ານ ບຸນທະວີ ໄຊສົງຄາມ ຫົວໜ້າຫ້ອງການ ອຸດ ສາຫະກໍາ ແລະ ການຄ້າເມືອງ ນາແລ ຈຸດປະສົງກໍເພື່ອກວດກາຕິດຕາມການປັບຂຶ້ນ-ລົງ ລາຄານ້ຳ ມັນປໍ້າທີ່ໃຫ້ບໍລິການ ແລະ ການກັກ ຕຸນນໍ້າມັນ ຫລື ປິດປໍ້າໂດຍພາລະ ການ ຫລື ບໍ່, ພ້ອມທັງກວດສອບຕົວ ຈິງວ່າປໍ້າທີ່ປິດນັ້ນ ມີນໍ້າມັນເຫລືອ ຢູ່ໃນສາງ ຫລື ບໍ່. ຖ້າພົບເຫັນຈະ ຖອນໃບອະນຸຍາດດໍາເນີນທຸລະກິດ ໂດຍບໍ່ມີຂໍ້ຍົກເວັ້ນ. ສຳລັບມາດຕະການເດັດຂາດ v7 g,n v'okc] 8y f8k,[a ofk xEoE,a og-N vw21j k'.dh ly f ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ປາຖະກະຖາຫວນຄືນມູນເຊື້ອວັນ ສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ (ປກສ) ຄົບຮອບ 65 ປີ (05 ເມສາ 1961-05 ເມສາ 2026) ໃນວັນທີ 1 ເມສາ 2026 ໂດຍມີ ບັນດາຄະນະກໍາມະການປົກຄອງ ແຂວງ, ຄະນະກອງບັນຊາການ ປກສ ແຂວງ, ນາຍຕໍາຫລວດ, ນາຍ ທະຫານ, ພະແນກການ, ນັກຮຽນນັກສຶກສາ ແລະ ຮາກຖານບ້ານ ເຂົ້າຮ່ວມ. ທ່ານ ສົມໃຈ ພານີຈັນ ຮອງ ເລຂາພັກແຂວງ, ຜູ້ຊີ້ນໍາວຽກງານ ການເມືອງ-ແນວຄິດ, ວຽກພັກ-ພະ ນັກງານໄດ້ຍົກໃຫ້ເຫັນເຖິງສະພາບ ລວມ ຂອງການເສີມຂະຫຍາຍມູນ ເຊື້ອ, ທາດແທ້ປະຕິວັດຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 65 ປີ ເປັນຕົ້ນ ປະຫວັດ 7e,j ;o s;o7n o,6 og-N v;a olh k'8A 'de]a ' xdl 7q [Iv[ 65 xu gxu foe.-h 0q ;oE]Q o 0h k,oE7ko ]ts;j k' [h kol;os];'{[h kosh ;pg1a o g,n v'-P'g'o ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີເປີດ ການນຳໃຊ້ຂົວນ້ຳລົ້ນ ຂ້າມນ້ຳ ຄານ ລະຫວ່າງ ບ້ານສວນຫລວງ ຫາ ບ້ານຫ້ວຍເຢັນ ເມືອງຊຽງເງິນ ແຂວງຫລວງພະບາງ ຢ່າງເປັນ ທາງການ ເມື່ອມໍ່ໆມານີ້ ທີ່ບ້ານ ສວນຫລວງ ເມືອງຊຽງເງິນ ໂດຍ ມີ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ປະທານຄະນະກຳ ມະການປົກຄອງ ແຂວງຫລວງພະບາງ, ທ່ານ ອາ ຊາກຸຣະ ຮາຈິເມ ປະທານອົງການ ຄູ່ຮ່ວມພັດທະນາພື້ນຖານໂຄງລ່າງ ແຫ່ງປະເທດຍີ່ປຸ່ນ (JIP) ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງຂອງ ແຂວງ, ເມືອງ ແລະ ປະຊາຊົນ ທັງສອງບ້ານເຂົ້າຮ່ວມ. ຂົວນ້ຳລົ້ນ ຫລື ຂົວຈົມ ຂ້າມນ້ຳ ຄານ ລະຫວ່າງ ບ້ານສວນຫລວງ ຫາ ບ້ານຫ້ວຍເຢັນ ເມືອງຊຽງ ເງິນ ເປັນການຊ່ວຍເຫລືອລ້າ ຈາກ ອົງການຄູ່ຮ່ວມພັດທະນາພື້ນຖານ ໂຄງລ່າງ ແຫ່ງປະ ເທດຍີ່ປຸ່ນ (JIP), ຮັບເໝົາກໍ່ສ້າງໂດຍ ບໍລິສັດ ໄຊຍາກໍ່ສ້າງ ແລະ ສ້ອມແປງ ຄົບ ວົງຈອນຈຳກັດຜູ້ດຽວ ແລະ ບໍລິສັດ ລ່ອງງື່ມ ຈຳກັດຜູ້ດຽວ (LG-C) ໂດຍມີບໍລິສັດທີ່ປຶກສາ ແລະ ຜ່ານ ການຕິດຕາມກວດກາຈາກພາກ ສ່ວນກ່ຽວຂ້ອງເປັນແຕ່ລະໄລ ຍະ ຊຶ່ງໃຊ້ເວລາການກໍ່ສ້າງ 1 ປີ 1 ເດືອນ ໂດຍເລີ່ມກໍ່ສ້າງມາແຕ່ຕົ້ນ ເດືອນມີນາ 2025 ຫາ ຕົ້ນເດືອນ ເມສາ 2026, ກວ້າງ 5 ແມັດ, ຍາວ 112 ແມັດ ລວມມູນຄ່າທັງໝົດ 443.226 ໂດລາສະຫະລັດ. ທ່ານ ອາຊາກຸຣະ ຮາຈິເມ ໄດ້ ມີຄຳເຫັນວ່າ: ອົງການຄູ່ຮ່ວມ ພັດທະນາພື້ນຖານໂຄງລ່າງ ແຫ່ງ ປະເທດຍີ່ປຸ່ນ ມີພາລະກິດຫລັກໃນ ການກໍ່ສ້າງ ແລະ ສົ່ງເສີມການ ກໍ່ສ້າງຂົວນ້ຳລົ້ນ ຫລື ຂົວຈົມ ຊຶ່ງ ເປັນຂົວຂະໜາດນ້ອຍ ມີມູນຄ່າ ກໍ່ສ້າງບໍ່ສູງ ເພື່ອຊ່ວຍໃຫ້ເສັ້ນທາງ ທີ່ມັກຖືກນ້ຳຖ້ວມໃນຍາມຝົນ ໂດຍ ສະເພາະ ເຂດຊົນນະບົດ ແລະ ເຂດພູດອຍ ສາມາດຮັບໃຊ້ການ ຄົມມະນາຄົມເຂົ້າສູ່ຕົວເມືອງໄດ້ ສະດວກ ແລະ ຫລຸດຜ່ອນເວລາໃນ ການສັນຈອນ ຊຶ່ງໄດ້ເລີ່ມຈັດຕັ້ງ ປະຕິບັດຕົວຈິງແຕ່ປີ 2024 ເປັນ ຕົ້ນມາ, ໃນໄລຍະທໍາອິດ ສາມາດ ສ້າງຂົວຂະໜາດນ້ອຍໄດ້ 3 ແຫ່ງ ຢູ່ເມືອງປາກແຊງ, ເມືອງໂພນໄຊ ແລະ ເມືອງປາກອູ, ສ່ວນຂົວທີ່ ໄດ້ສ້າງສຳເລັດນີ້ ແມ່ນໄລຍະທີ 2 ເຫັນວ່າມີຄວາມທ້າທາຍຫລາຍ ຂຶ້ນ ແຕ່ສາມາດປະສົບຜົນສຳເລັດ ຕາມແຜນ ເນື່ອງຈາກໄດ້ຮັບການ ຮ່ວມມືຈາກທຸກຝ່າຍ ແລະ ຫວັງ ເປັນຢ່າງຍິ່ງວ່າ ການກໍ່ສ້າງຂົວ ໃນແຂວງຫລວງພະບາງ ຈະເປັນ ປະໂຫຍດແກ່ການດຳລົງຊີວິດຂອງ ພໍ່ແມ່ປະຊາຊົນ ແລະ ຫວັງວ່າ ໃນ ອະນາຄົດອັນໃກ້ນີ້ ຈະສາມາດ ຂະຫຍາຍໂຄງການແບບນີ້ໄປທົ່ວ ປະເທດລາວ. ໂອກາດນີ້, ທ່ານ ບຸນເຫລືອ ສີນໄຊວໍຣະວົງ ກໍໄດ້ກ່າວສະແດງ ຄວາມຂອບໃຈ ຕໍ່ອົງການຄູ່ຮ່ວມ ພັດທະນາພື້ນຖານໂຄງລ່າງ ແຫ່ງ ປະເທດຍີ່ປຸ່ນ ກໍຄື ລັດຖະບານ ແລະ ປະຊາຊົນປະເທດຍີ່ປຸ່ນ ທີ່ໄດ້ໃຫ້ ການຊ່ວຍເຫລືອແຂວງຫລວງພະ ບາງ ເຮັດໃຫ້ການສັນຈອນຂອງ ປະຊາຊົນມີຄວາມສະດວກ ທັງ ຮຽກຮ້ອງໃຫ້ປະຊາຊົນທັງສອງ ບ້ານ ພ້ອມກັນນຳໃຊ້ຂົວໃຫ້ເກີດ ຜົນປະໂຫຍດສູງ ແກ່ການພັດທະນາ ເສດຖະກິດຂອງຄອບຄົວ ແລະ ບ້ານ, ທັງພ້ອມກັນປົກປັກຮັກສາ ເພື່ອໃຫ້ນຳໃຊ້ໄດ້ຢ່າງຍາວນານ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ ຫວຽດນາມ-ລາວ . ພ້ອມນີ້, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສົ່ງຄໍາອວຍພອນໄຊຂອງ ການນໍາຫວຽດນາມ ໃນຄັ້ງນີ້, ພ້ອມ ທັງໄດ້ສະແດງຄວາມຂອບໃຈ ຮູ້ ບຸນຄຸນ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງແຂວງດັກລັກ ສສ ຫວຽດນາມ ຕະຫລອດມາ ແລະ ໄດ້ອວຍພອນ ໃຫ້ສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ແລະ ການຮ່ວມມືຮອບດ້ານແລະຫຸ້ນ ສ່ວນຍຸດທະສາດ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງ ຂະໜົງແກ່ນ ແລະ ນັບມື້ນັບແຕກ ດອກອອກຜົນຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງກ່າວ, ຄະນະນໍາ ແຂວງອັດຕະປື ຍັງໄດ້ຈັດພິທີບາສີ ສູ່ຂວັນ ໃຫ້ກັບຄະນະຜູ້ແທນແຂວງ ດັກລັກຕາມຮີດຄອງປະເພນີຂອງ ຊາດລາວຕື່ມອີກ. ກ່ອນການກໍາເນີດ ແລະ ການເຕີບ ໃຫຍ່ຂະຫຍາຍຕົວ ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ກ່ອນປີ 1961, ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ໃນແຕ່ລະໄລຍະ, ຜົນງານທີ່ພົ້ນເດັ່ນ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ, ການເສີມຂະຫຍາຍມູນ ເຊື້ອ, ທາດແທ້ປະຕິວັດ ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ. ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ແມ່ນກໍາລັງປະກອບ ອາວຸດປະຕິວັດ ອັນແຫລມຄົມ ໂດຍ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກໍາລັງທີ່ ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ໄດ້ກໍາເນີດເຕີບໃຫຍ່ ຂະຫຍາຍຕົວ ໃນຂະບວນການ ຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດ ຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍມີມູນເຊື້ອການຕໍ່ສູ້ອົງ ອາດກ້າຫານ, ມີນໍ້າໃຈເສຍສະລະ ເດັດດ່ຽວບໍ່ຍອມຈໍານົນ, ມີຄວາມ ສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ. ວັນທີ 05 ເມສາ 1961 ເປັນວັນສ້າງຕັ້ງກໍາ ລັງປ້ອງກັນຄວາມສະຫງົບປະຊາ ຊົນ, ເປັນວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ, ຂອງກໍາລັງ ປ້ອງກັນຄວາມສະຫງົບທີ່ໄດ້ໝູນ ວຽນມາຄົບຮອບ 65 ປີ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ຕໍ່ຜູ້ປະກອບການທີ່ລະເມີດ ແລະ ບໍ່ ປະຕິບັດຕາມລະບຽບການ, ທາງ ເຈົ້າໜ້າທີ່ການຄ້າຈະດຳເນີນການ ເຮັດບົດບັນທຶກ ແລະ ພິຈາລະນາ ຖອນໃບອະນຸຍາດດໍາເນີນທຸລະກິດ ໂດຍບໍ່ມີຂໍ້ຍົກເວັ້ນ ທັງນີ້ກໍເພື່ອ ຮັບປະກັນໃຫ້ນໍ້າມັນມີຄຸນນະພາບ ໄດ້ຜ່ານການກວດສອບ ແລະ ມາດ ຕະຖານການວັດແທກໄປພ້ອມໆກັນ ເພື່ອໃຫ້ໝັ້ນໃຈວ່າປະຊາຊົນໄດ້ໃຊ້ ນ້ຳມັນທີ່ມີຄຸນນະພາບ ແລະ ເຕັມ ລິດ, ຢູ່ພາຍໃນເມືອງນາແລ ມີປໍ້າ ນໍ້າມັນເຊື້ອໄຟ 5 ປໍ້າ, ປັດຈຸບັນມີ ປໍ້ານໍ້າມັນທີ່ໃຫ້ບໍລິການສັງຄົມ ພຽງ ແຕ່ 2 ປໍ້າ. ຂ່າວ: ອຸດົມສຸກ ວັນສະໝອນ y

RkJQdWJsaXNoZXIy MTc3MTYxMQ==