7249

03/04/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສະຫລອງວັນສາກົນ...ັົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະຫລອງວັນສ້າງຕັ້ງ...ັ້ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທົບທວນຄືນ...ົື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະນຳ ຄຕສ *** ຕໍ່ຈາກໜ້າ 1 *** ກວດກາ ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ທະນາຍຄວາມເປັນສໍາຄັນ ເພື່ອໃຫ້ ທະນາຍຄວາມ ມີຄຸນສົມບັດສິນທໍາ ປະຕິວັດ, ມີຈັນຍາບັນ, ເປັນທະ ລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງກຳ ລັງປ້ອງກັນຄວາມສະຫງົບ ຄົບ ຮອບ 65 ປີ (05/04/1961 -05/ 04/2026) ທີ່ໃກ້ຈະມາເຖິງນີ້. ທ່ານ ສັນຕິສຸກ ສິມມາລາວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ໄຊຊະນະ ອັນໃຫຍ່ຫລວງ ທີ່ກຳລັງປ້ອງກັນ ຄວາມສະຫງົບ ຍາດມາໄດ້ຕະ ຫລອດໄລຍະ 65 ປີ ຜ່ານມາ ໂດຍ ສະເພາະແມ່ນການຮັກສາສະຖຽນ ລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ພ້ອມທັງ ກ່າວຄຳອວຍພອນໄຊອັນປະເສີດ ໃຫ້ຄະນະນຳກະຊວງ ປກສ ທຸກ ຂັ້ນ, ພ້ອມດ້ວຍນາຍ ແລະ ພົນຕຳ ຫລວດທຸກສະຫາຍ ມີສຸຂະພາບ ແຂງແຮງ, ມີຜົນສຳເລັດໃນໜ້າທີ່ ວຽກງານອັນມີກຽດ ແລະ ສືບຕໍ່ ເປັນກຳລັງຫລັກແຫລ່ງໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ ຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຕາງໜ້າຄະນະພັກຄະນະນຳ, ນາຍ ແລະ ພົນຕຳ ຫລວດທົ່ວກຳລັງ ປກສ ສະແດງ ຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ທີ່ໄດ້ສະລະເວລາເຂົ້າມາອວຍພອນ ໃນຄັ້ງນີ້. ພ້ອມນັ້ນ, ກໍຈະສືບຕໍ່ ຮັດແໜ້ນສາຍພົວພັນການຮ່ວມມື ແລະ ປະສານສົມທົບຢ່າງໃກ້ຊິດ ກັບທັງສອງກະຊວງ ເພື່ອຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ໃຫ້ມີປະສິດທິ ພາບສູງຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕິດ ພັນກັບການພັດທະນາເສດຖະກິດສັງຄົມ ແລະ ເຕັກໂນໂລຊີ ໃຫ້ມີ ຄວາມທັນສະໄໝ ແລະ ເຂັ້ມແຂງ ໃນອະນາຄົດ. ຂ່າວ- ພາບ: ພຸດດາວອນ ພາສຸວັນ ນາຍຄວາມຂອງປະຊາຊົນຢ່າງ ແທ້ຈິງ, ຕ້ອງຍົກສູງຄວາມເປັນ ເອກະພາບພາຍໃນ, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຖືກ ມອບໝາຍ, ຖືເອົາວຽກງານກວດ ກາເປັນວຽກງານທີ່ສຳຄັນກວດ ກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເມື່ອກວດກາພົບແລ້ວຕ້ອງ ແກ້. ຕໍ່ກັບທະນາຍຄວາມຕ້ອງຍົກ ສູງນັບຖືການຈັດຕັ້ງ, ເອົາໃຈໃສ່ ພັດທະນາຕົນເອງ, ພັດທະນາຄວາມ ຮູ້-ຄວາມສາມາດ, ເຄົາລົບຈັນຍາ ບັນ-ຈັນຍາທຳ, ປະຕິບັດວຽກງານ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ທັງເປັນ ຫົວໜ້າກອງເລຂາ ປະທານ ຄຊກລ ມີບັນດາເອກອັກຄະລັດຖະທູດ, ທູ ຕານຸທູດ, ຜູ້ຕາງໜ້າບັນດາອົງການ ເຄືອຂ່າຍ ສປຊ, ອົງການປະຕິບັດ ງານແລະຕາງໜ້ານັກສຶກສາ, ຊາວ ໜຸ່ມ, ເຍົາວະຊົນຈາກໂຮງຮຽນມັດ ຖະຍົມສົມບູນ 5 ແຫ່ງເຂົ້າຮ່ວມ. ທ່ານ ທອງລີ ສີສຸລິດ ໃຫ້ຮູ້ວ່າ: ວັນທີ 4 ເມສາ ເປັນວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ຊຶ່ງຖືກປະກາດໂດຍອົງການສະຫະ ປະຊາຊາດ ໃນປີ 2005 ໂດຍມີ ເປົ້າໝາຍເພື່ອປູກຈິດສຳນຶກກ່ຽວ ກັບຄວາມອັນຕະລາຍຂອງລະເບີດ ບໍ່ທັນແຕກ ແລະ ລະດົມທຶນເຂົ້າ ໃນການແກ້ໄຂບັນຫາດັ່ງກ່າວໃນ ທົ່ວໂລກ ໂດຍສະເພາະປະເທດທີ່ ໄດ້ຮັບຜົນກະທົບຈາກລະເບີດດັ່ງ ກ່າວ. ການສະເຫລີມສະຫລອງປີ ນີ້ ແມ່ນໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ລົງທຶນເພື່ອສັນຕິພາບ, ລົງທຶນ ໃສ່ການແກ້ໄຂບັນຫາລະເບີດບໍ່ທັນ ແຕກ”. ໃນປີນີ້ຢູ່ ສປປ ລາວ ໄດ້ສົ່ງ ເສີມການມີສ່ວນຮ່ວມຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ຊາວໜຸ່ມໄດ້ ສຳຜັດກັບວຽກງານຕົວຈິງໃນຂະ ແໜງລະເບີດບໍ່ທັນແຕກ (ລບຕ) ໂດຍຜ່ານການສາທິດທາງດ້ານ ເຕັກນິກ ແລະ ການສຳມະນາໃຫ້ ຄວາມຮູ້ຈາກບັນດາທີມງານວິຊາ ການຂອງອົງການປະຕິບັດງານ, ພ້ອມທັງໄດ້ເຂົ້າຮ່ວມສາທິດການ ສໍາຫລວດກວດກູ້ລະເບີດບໍ່ທັນ ແຕກ (UXO Clearance) ຕົວ ຈິງ ເພື່ອສະແດງໃຫ້ເຫັນເຖິງຂັ້ນ ຕອນການສໍາຫລວດ ແລະ ມາດຕະ ຖານຄວາມປອດໄພທີ່ເຂັ້ມງວດ ໃນ ການເຮັດໃຫ້ເນື້ອທີ່ດິນປອດໄພເພື່ອ ມອບຄືນໃຫ້ຊຸມຊົນ. ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ເນັ້ນໜັກວ່າ: ຊາວໜຸ່ມລາວ ຄື “ກຳລັງແຮງທີ່ແທ້ຈິງ” ແລະ ເປັນ “ກະບອກສຽງອັນສຳຄັນ” ໃນ ການສົ່ງຕໍ່ຂໍ້ຄວາມແຫ່ງຄວາມມຸ່ງ ມາດປາຖະໜາເຖິງອະນາຄົດທີ່ ປອດໄພ, ສົດໃສ ແລະ ປາສະຈາກ ຄວາມຢ້ານກົວຈາກລະເບີດບໍ່ທັນ ແຕກທີ່ຕົກຄ້າງປາງສົງຄາມ. ພ້ອມ ກັນນັ້ນ, ການທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານຮອບວຽນທີ 3 (3RC CCM) ປຽບເໝືອນ “ການກັບ ຄືນສູ່ບ້ານ” (Coming Home) ຂອງສົນທິສັນຍາດັ່ງກ່າວ, ເນື່ອງ ຈາກນະຄອນຫລວງວຽງຈັນ ແມ່ນ ສະຖານທີ່ ທີ່ໄດ້ຈັດກອງປະຊຸມຄັ້ງ ທຳອິດ ຂອງລັດພາຄີຂອງສົນທິ ສັນຍາດັ່ງກ່າວ ແລະ ສປປ ລາວ ຍັງເປັນໜຶ່ງໃນປະເທດທຳອິດທີ່ໄດ້ ຊຸກຍູ້ການສ້າງຕັ້ງ ແລະ ຮັບຮອງ ສົນທິສັນຍາສະບັບນີ້. ການເປັນ ເຈົ້າພາບ ແລະ ການເປັນປະທານ 3RCCCMຄັ້ງນີ້ ຍັງຈະເປັນການ ຍົກບົດບາດການນໍາພາຂອງ ສປປ ລາວ ໃນວຽກງານມະນຸດສະທໍາ ແລະ ຍົກລະດັບການຮ່ວມມືສາກົນ ໃນວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງ, ພ້ອມ ທັງຊຸກຍູ້ໃຫ້ວົງຄະນາຍາດສາກົນ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນປະກອບສ່ວນທັງດ້ານທຶນ ຮອນ ແລະ ເຕັກນິກທີ່ຈໍາເປັນໃນ ການແກ້ໄຂບັນຫາທີ່ສະລັບສັບຊ້ອນ ແລະ ສິ່ງທ້າທາຍຂອງລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນທີ່ດີຂຶ້ນກວ່າເກົ່າ, ທັງນີ້ກໍເພື່ອ ຮັບປະກັນຄວາມປອດໄພ ຂອງປະ ຊາຊົນບັນດາເຜົ່າ ແລະ ເຮັດໃຫ້ສາ ມາດບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ກໍຄື ເປົ້າໝາຍການ ພັດທະນາໂດຍລວມຂອງປະເທດ. ພາຍໃນງານ, ຍັງໄດ້ມີການປະ ກາດຢ່າງເປັນທາງການຂະບວນ ການສົ່ງເສີມການມີສ່ວນຮ່ວມຂອງ ຊາວໜຸ່ມໃນການປະກອບສ່ວນ ເປັນກະບອກສຽງໃນການແກ້ໄຂ ບັນຫາ ລບຕ ພາຍໃຕ້ຫົວຂໍ້: “ສຽງ ຜ່ານຍຸກສະໄໝ: ສ້າງຄວາມເຂັ້ມ ແຂງໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ລາວ ໃນວຽກງານການຫລຸດຜ່ອນ ອາວຸດເພື່ອມະນຸດສະທຳ” ແລະ ທັງເປັນໂອກາດຊຸກຍູ້ຂໍ່ານັບຮັບ ຕ້ອນການເປັນປະທານ ແລະ ເຈົ້າ ພາບຈັດກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 (3RCCCM) ທີ່ຈະຈັດຂຶ້ນໃນ ວັນທີ 13-18 ກັນຍາ 2026 ທີ່ນະ ຄອນຫລວງວຽງຈັນ ອີກດ້ວຍ. ພ້ອມນີ້, ກອງເລຂາປະທານ ຄຊກລ ໄດ້ປະກາດການປະກວດແຕ້ມຮູບ ທົ່ວປະເທດ ໂດຍໄດ້ເຊີນຊວນໃຫ້ ຊາວໜຸ່ມສົ່ງຜົນງານແຕ້ມຮູບດ້ວຍ ມື ພາຍໃຕ້ຫົວຂໍ້: “ຂໍ້ຄວາມຈາກ ອະດີດເຖິງອະນາຄົດ: Messages to the Past and Future” ຊຶ່ງ ຈະເປີດຮັບຜົນງານຈົນເຖິງວັນທີ 19 ກໍລະກົດ 2026, ໂດຍຊຸກຍູ້ໃຫ້ ນັກສິລະປິນ, ເຍົາວະຊົນ ແລະ ຊາວ ໜຸ່ມລາວ ອາຍຸລະຫວ່າງ 9-35 ປີ ຮ່ວມກິດຈະກໍາ, ຜູ້ຖືກຄັດເລືອກ ຈະໄດ້ຮັບທຶນການສຶກສາສູງສຸດ ເຖິງ 10 ລ້ານກີບ. ພິເສດຍັງຈະໄດ້ ເຂົ້າຮ່ວມງານກັບຕົວແທນຊາວ ໜຸ່ມຈາກສາກົນ ເພື່ອສ້າງສັນຜົນ ງານສິລະປະ ໃສ່ປອກລູກຫວ່ານ ທີ່ປອດໄພແລ້ວ ເພື່ອເປັນສັນຍະລັກ ແຫ່ງສັນຕິພາບ ແລະ ວາງສະແດງ ຜົນງານຂອງຕົນໃຫ້ແກ່ບັນດາ ຜູ້ແທນ ແລະ ການນໍາລະດັບສູງທີ່ ຈະມາເຂົ້າຮ່ວມກອງປະຊຸມ 3RC CCM ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 13-18 ກັນຍາ2026 ທີ່ ນະຄອນຫລວງວຽງຈັນ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ກໍາມະການຊີ້ນໍາຮ່ວມ (JSC) ໃນ ຂອບວຽກການຮ່ວມມື ເພື່ອການ ພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 20222026 ໃນວັນທີ 2 ເມສາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ ບາໂຄເດຍ ເບີຄະບ໋ອບ (Bakhodir Burkhanov) ຜູ້ ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນ ດາກະຊວງ, ອົງການທຽບເທົ່າ ກະຊວງທີ່ກ່ຽວຂ້ອງ ແລະ ບັນດາ ອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ນໍາສະເໜີບົດລາຍງານປະຈໍາປີ 2025 ຂອງ ອົງການ ສປຊ ປະ ຈໍາ ສປປ ລາວ ໃນຂອບວຽກການ ຮ່ວມມື Lao PDR-UNSDCF 2022-2026 (The United N a t i o n s S u s t a i n a b l e Development Cooperation Framework), ພ້ອມທັງນໍາສະ ເໜີຮ່າງແຜນວຽກຮ່ວມ ປະຈໍາປີ 2026 ຂອງບັນດາອົງການເຄືອ ຂ່າຍ ສປຊ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບແຜນການສ້າງຂອບການ ຮ່ວມມື Lao PDR-UNSDCF ສະບັບໃໝ່ 2027-2031. ໃນທີ່ ປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກ ສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດ ວຽກງານໃນຂອບການຮ່ວມມືດັ່ງ ກ່າວ ທີ່ເປັນກົນໄກສຳຄັນໃນການ ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ບັນດາ ແຜນພັດທະນາ ຂອງລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ ກັບຄວາມສອດຄ່ອງກັບເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຂອງ ສປປ ລາວ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ໃນໂອກາດນີ້, ທ່ານ ນາງ ມຸກ ດາວັນ ສີສຸລິດ ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມ ສຳຄັນຂອງກອງປະຊຸມ ຂອງຄະ ນະກໍາມະການຊີ້ນໍາຮ່ວມ JSC ຊຶ່ງນອກຈາກເປັນເວທີໃນການ ປຶກສາຫາລືແລ້ວ ຍັງເປັນກົນໄກ ທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການ ຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ທີ່ໄດ້ ໃຫ້ການສະໜັບສະໜູນໂດຍກົງ ຕໍ່ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ທ່ານ ບາໂຄເດຍ ເບີຄະບ໋ອບ ໄດ້ເນັ້ນຢໍ້າວ່າ: ຄະນະກໍາມະການຊີ້ ນໍາຮ່ວມ ມີບົດບາດສໍາຄັນໃນການ ຈັດຕັ້ງປະຕິບັດຂອບວຽກການ ຮ່ວມມື Lao PDR-UNSDCF 2022-2026 ຮ່ວມກັບຄູ່ຮ່ວມມື ພາກລັດຂອງ ສປປ ລາວ ແລະ ຄູ່ ຮ່ວມມືຈາກສາກົນ ກໍຄື ອົງການ ເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສ ທັດ ແລະ ແຜນງານໃນທິດທາງ ດຽວກັນ. ກອງປະຊຸມ ໄດ້ທົບທວນ ຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການ ຮ່ວມມືຂອງແຕ່ລະຂະແໜງການ ໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການຕົວ ຈິງ ກໍຄື ແຜນບຸລິມະສິດ ປະຈຳປີ ຂອງຂະແໜງການພາກລັດ ແນ ໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນ ປະໂຫຍດສູງສຸດ. ຂອບການຮ່ວມມື UNSDCF ແມ່ນຂອບການຮ່ວມຍຸດທະສາດ ລວມຂອງລະບົບອົງການ ສປຊ ຢູ່ໃນ ສປປ ລາວ ທີ່ກໍານົດວິໄສ ທັດຮ່ວມ, ວຽກງານຍຸດທະສາດ ແລະ ຜົນທີ່ຈະໄດ້ຮັບ, ລວມທັງທິດ ທາງລວມຂອງບັນດາອົງການ ເຄື່ອຂ່າຍຂອງ ສປຊ ໃນການຈັດ ຕັ້ງຜັນຂະຫຍາຍບັນດາແຜນຍຸດ ທະສາດ ໃນໄລະຍະ 5 ປີ ໂດຍສອດ ຄ່ອງກັບບັນດາເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ. ສໍາລັບ ໂຄງຮ່າງຂອບການຮ່ວມມື ສະບັບ ໃໝ່ ປີ 2027-2031 ໄດ້ກໍານົດ ເອົາ 3 ວຽກງານບຸລິມະສິດຍຸດທະ ສາດ ຄື: ຄວາມເປັນຢູ່ທີ່ດີຂອງ ປະຊາຊົນ; ການປົກຄອງ ແລະ ສະ ຖາບັນ; ສິ່ງແວດລ້ອມ ແລະ ການ ເຕີບໂຕແບບຍືນຍົງ ຊຶ່ງສອດຄ່ອງ ກັບແນວທາງການພັດທະນາແຫ່ງ ຊາດ ແລະ ວິໄສທັດໄລຍະຍາວ ຂອງ ສປປ ລາວ. ພາບ: ຂັນໄຊ ຊັ້ນ ໃຫ້ນາຍທະຫານ ຢູ່ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ. ໃນ ນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 3 ສະຫາຍ, ເລື່ອນ ຊັ້ນ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈຳນວນ 14 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນຮ້ອຍ ໂທ ຈຳນວນ 6 ສະຫາຍ. ພ້ອມນັ້ນ, ສະຫາຍ ພັນໂທ ສິວອນ ພົມສີຈັນ ຫົວໜ້າພະແນກກຳລັງພົນ ຍັງໄດ້ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາ ທິການກອງທັບ ວ່າດ້ວຍການອະ ນຸມັດທະຫານພັນທະ ສືບຕໍ່ເປັນທະ ຫານອາຊີບ ຢູ່ໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ຈຳນວນ 14 ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນ ຊັ້ນ ສິບໂທ ຈຳນວນ 2 ສະຫາຍ. ໂອກາດນີ້, ສະຫາຍ ເພັດສະ ໝອນ ວິລະວອນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ, ພ້ອມທັງເນັ້ນໃຫ້ ນາຍທະຫານທຸກສະຫາຍ ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງ, ສືບຕໍ່ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີຄວາມເປັນເອກະພາບພາຍໃນ ໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນ ຮັບຜິດຊອບຢ່າງມີແບບແຜນ ແລະ ຊຸກຍູ້ຕິດຕາມ ຮັບປະກັນໃຫ້ມີຜົນ ສໍາເລັດຕາມຈຸດປະສົງຄາດໝາຍ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກ ງານສະມາຊິກພັກ-ນັກຮົບ ພາຍໃນ ກົມກອງໃຫ້ໜັກແໜ້ນ ແລະ ຖືເອົາ ຄວາມເປັນແບບຢ່າງທີ່ດີ ໃນການ ນໍາພາ-ບັນຊາ. ພ້ອມນີ້, ຍັງຮຽກ ຮ້ອງໃຫ້ທະຫານພັນທະຜູ້ທີ່ສືບຕໍ່ ເຂົ້າເປັນທະຫານອາຊີບ ຈົ່ງເອົາໃຈ ໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບ ຕ່າງໆຂອງກອງທັບວາງອອກຢ່າງ ເຂັ້ມງວດ, ຍົກສູງຄວາມຮັບຜິດ ຊອບທາງດ້ານໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ຂະບວນການພັດທະນາກົມກອງ ໄປຄຽງຄູ່ກັບພັດທະນາຕົນເອງໃຫ້ ມີແບບແຜນວິທີເຮັດວຽກ, ຕັ້ງໜ້າ ຝຶກຝົນຫລໍ່ຫລອມຕົນເອງທາງ ດ້ານຄຸນສົມບັດສິນທຳປະຕິວັດ, ກາຍເປັນພະນັກງານຮຸ່ນໜຸ່ມສືບ ທອດທີ່ມີຄຸນທາດການເມືອງໜັກ ແໜ້ນ ເພື່ອໃຫ້ກາຍເປັນພະນັກ ງານ-ນັກຮົບ ຜູ້ສືບທອດທີ່ດີຂອງ ກອງທັບໃນອະນາຄົດ. ຂ່າວ: ໂອລິນ ມິ່ງມີໄຊ ປະກາດການເລື່ອນຊັ້ນ...ື່ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະນຳ ກຕສ... ໍ່ຈ້ າ ໍ່ ຈ້ າ

RkJQdWJsaXNoZXIy MTc3MTYxMQ==