7249

@ 0j k; c]t gsfdko j 03/04/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຜູ້ປະຈຳການ...ູ້ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍ ຄະນະໃນຄັ້ງນີ້, ເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດ ແໜ້ນ ແລະ ເພີ່ມທະວີການພົວພັນ ຮ່ວມມື ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການ ກະກຽມໃຫ້ແກ່ການນໍາຂັ້ນສູງ ພັກ, ລັດ ຫວຽດນາມ ມາຢ້ຽມຢາມ ສປປ ລາວ ໃນຕົ້ນເດືອນເມສາ 2026 ທີ່ຈະມາເຖິງ. ພ້ອມທັງ ຢືນຢັນວ່າ ສປປ ລາວ ຍາມໃດກໍ ຖືສໍາຄັນ ແລະ ໃຫ້ບຸລິມະສິດໃນ ລະດັບສູງສຸດໃນການພັດທະນາ ການພົວພັນກັບ ສສ ຫວຽດນາມ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ກ້າວເຂົ້າ ສູ່ລະດັບສູງກວ່າເກົ່າ, ການພົວພັນ ທາງດ້ານການເມືອງມີຄວາມໜັກ ແໜ້ນ ແລະ ໄວ້ວາງໃຈກັນໃນລະ ດັບສູງ, ສະແດງອອກໃນຜົນສໍາ ເລັດຂອງການຢ້ຽມຢາມລັດຖະກິດ ຂອງການນໍາຂັ້ນສູງ ພັກ, ລັດ ສອງ ປະເທດໃນໄລຍະຜ່ານມາ, ການ ຮ່ວມມືທາງດ້ານເສດຖະກິດ-ການ ຄ້າ, ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ຂົົງເຂດຕ່າງໆລະ ຫວ່າງສອງປະເທດ ມີບາດກ້າວ ໃໝ່ທີ່ຕັ້ງໜ້າ. ພ້ອມນັ້ນ, ສະຫາຍ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ ແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຕະຫລອດໄລຍະຜ່ານ ມາ, ຊົມເຊີຍຜົນສໍາເລັດອັນໃຫຍ່ ຫລວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ໃນໄລຍະຜ່ານມາ ໂດຍ ສະເພາະ ຜົນສໍາເລັດຂອງກອງ ປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ, ຜົນສໍາເລັດ ການເລືອກຕັ້ງສະພາແຫ່ງຊາດ ຊຸດ ທີ XVI ແລະ ສະພາປະຊາຊົນຂັ້ນ ຕ່າງໆ ກ້າວໄປເຖິງການປັບປຸງກົງ ຂປລ. ໃນວັນທີ 1 ເມສາ 2026 ນີ້, ຢູ່ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ອານນາ ເອັສເຕີ ບຽນທ໌ ວານ ເດັດສ (Enna Esther Viant Valdes), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ສປປ ລາວ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງເປັນຮອງນາຍົກລັດ ຖະມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດນີ້, ສະຫາຍ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ໄດ້ສະແດງຄວາມຊົມເຊີຍຢ່າງ ຈິງໃຈທີ່ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ຈາກສະພາແຫ່ງຊາດ ຊຸດທີ X ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງ ສະຫວັນ ພົມວິຫານ ກໍໄດ້ສະແດງ Iv'okpq d]a f4t,q o8u 8h voIa [m6 fd6 [k ຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ທີ່ໄດ້ມາສະ ແດງຄວາມຊົມເຊີຍແລະອວຍພອນ ດ້ວຍຕົນເອງໃນຄັ້ງນີ້, ພ້ອມທັງໄດ້ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ທີ່ມີມູນເຊື້ອອັນດີງາມມາແຕ່ຍາວ ນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ ກູບາ ບົນພື້ນຖານ ແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ຊຶ່ງສະແດງອອກໃນການໄປ ມາຫາສູ່ ແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະ ເທດ, ລວມເຖິງການສະໜັບສະໜູນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ສະຫາຍ ເອກ ອັກຄະລັດຖະທູດ ນາງ ອານນາ ເອັສເຕີ ບຽນທ໌ ວານເດັດສ ໄດ້ສະ ແດງຄວາມຢືນຢັນຄືນວ່າ ຈະສືບ ຕໍ່ເຮັດສຸດຄວາມສາມາດໃນການ ເປັນຂົວຕໍ່ ປະກອບສ່ວນເຂົ້າໃນ ການເສີມຂະຫຍາຍການພົວພັນ ຮ່ວມມື ລະຫວ່າງ ສ ກູບາ ແລະ ສປປ ລາວ ໃນຊຸມປີຕໍ່ໜ້າ ແລະ ໄດ້ ອວຍພອນໄຊອັນປະເສີດ ມາຍັງ ການນໍາພັກ-ລັດກໍຄືປະຊາຊົນລາວ ທຸກທົ່ວໜ້າ ໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້. ຂ່າວ: ກົມການຂ່າວ ຈັກການຈັດຕັ້ງລັດຖະບານ. ສະຫາຍ ຫງວຽນ ແມ້ງ ເກືອງ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ຂອງ ສະຫາຍ ເຈີນ ເກີ້ມ ຕູ້ ກໍາມະ ການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ມາຍັງ ສະຫາຍ ວິໄລ ຫລ້າຄໍາຟອງ ໃນ ໂອກາດບຸນປີໃໝ່ລາວ, ຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນພົ້ນເດັ່ນ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້, ພິເສດແມ່ນຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ, ການ ເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງນະຄອນ, ເຊື່ອໝັ້ນວ່າ ປະຊາຊົນ ລາວ ຈະສືບຕໍ່ປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 10 ຢ່າງມີຜົນ ສໍາເລັດ; ຕີລາຄາສູງຕໍ່ການພົວພັນ ຮ່ວມມື ຫວຽດນາມ-ລາວ ໃນ ໄລຍະຜ່ານມາ ທີ່ໄດ້ສືບຕໍ່ພັດທະນາ ຢ່າງຕັ້ງໜ້າ, ການພົວພັນດ້ານ ການເມືອງນັບມື້ນັບແໜ້ນແຟ້ນ ແລະ ໄວ້ເນື້ອເຊື່ອໃຈກັນໃນລະດັບ ສູງ; ການຮ່ວມມືດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານເສດຖະກິດ, ການ ຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ ບັນລຸຜົນສໍາເລັດຢ່າງ ຕັ້ງໜ້າ, ສອງຝ່າຍ ໄດ້ປະສານສົມ ທົບກັນຢ່າງມີປະສິດທິຜົນໃນການ ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂັ້ນ ສູງ ໂດຍສະເພາະແມ່ນການຊຸກຍູ້ ບັນດາໂຄງການຮ່ວມມືຈຸດສຸມ. ພ້ອມທັງຢືນຢັນວ່າ ຄະນະພັກກະ ຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ ປະສານສົມທົບຢ່າງແໜ້ນ ແຟ້ນ ກັບຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ກະຊວງ ການຕ່າງປະເທດລາວ ໃນການ ຕິດຕາມ ການຈັດຕັ້ງປະຕິບັດບັນ ດາຂໍ້ຕົກລົງຂອງການນໍາຂັ້ນສູງ ແລະ ສັນຍາຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ ຂອງສອງ ປະເທດ. ໃນນັ້ນ, ສຸມໃສ່ການຫັນ ເປັນອັນລະອຽດ ບັນດາເນື້ອໃນ ຂອງ “ການເປັນຫຸ້ນສ່ວນຍຸດທະ ສາດ” ໃນບັນດາຂົງເຂດການຮ່ວມ ມືຕ່າງໆໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ຍັງໄດ້ແຈ້ງ ໃຫ້ກັນຊາບສະພາບພົ້ນເດັ່ນຂອງ ແຕ່ລະພັກ, ແຕ່ລະປະເທດ, ເຫັນດີ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນ ສູງ, ຮັກສາການແລກປ່ຽນຄະນະ ຜູ້ແທນຂັ້ນຕ່າງໆໃຫ້ປົກກະຕິ; ເພີ່ມ ທະວີການປະສານສົມທົບ ແລະ ຮ່ວມມື ລະຫວ່າງບັນດາອົງການ ພັກ ແລະ ລັດ ຂອງສອງປະເທດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ວຽກ ງານກໍ່ສ້າງພັກບຳລຸງສ້າງພະນັກ ງານ ແລະ ຊຸກຍູ້ການຮ່ວມມືໃນ ບັນດາຂົງເຂດສຳຄັນ, ປະກອບ ສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນວັນດຽວກັນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການ ກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະ ຈັດຕັ້ງສູນກາງພັກ ກໍໄດ້ຕ້ອນຮັບ ຄະນະດັ່ງກ່າວ ໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ລະ ຫວ່າງ ສອງຄະນະຈັດຕັ້ງສູນກາງ ພັກ ລາວ-ຫວຽດນາມ, ຫວັງໃຫ້ ສອງຝ່າຍສືບຕໍ່ເພີ່ມທະວີການປະ ສານສົມທົບ, ແລກປ່ຽນຄະນະຜູ້ ແທນ, ແລກປ່ຽນບົດຮຽນໃນວຽກ ງານພະນັກງານ, ໂດຍສະເພາະ ແມ່ນພະນັກງານຢູ່ໃນແຜນບຸກຄະ ລາກອນ, ວຽກງານບຳລຸງສ້າງ, ຝຶກອົບຮົມພະນັກງານການນໍາຂັ້ນ ຕ່າງໆ, ປະກອບສ່ວນຍົກສູງຄຸນນະ ພາບແຫລ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງໃຫ້ຄວາມຕ້ອງ ການພັດທະນາ ຂອງແຕ່ລະປະເທດ. ພ້ອມນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ກໍໄດ້ຕ້ອນ ຮັບການເຂົ້າຢ້ຽມຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ພ້ອມດ້ວຍ ຄະນະ, ສອງຝ່າຍ ເຫັນດີສືບຕໍ່ປະ ສານສົມທົບກັນຢ່າງແໜ້ນແຟ້ນ ໃນການເປັນເສນາທິການດ້ານຍຸດ ທະສາດ ວຽກງານພົວພັນຕ່າງປະ ເທດ ໃຫ້ແກ່ການນຳຂັ້ນສູງຂອງ ສອງພັກ, ສອງລັດ, ເພີ່ມທະວີການ ແລກປ່ຽນຂໍ້ມູນຂ່າວສານ, ແລກ ປ່ຽນບົດຮຽນໃນການຄົ້ນຄວ້າ, ປະສານສົມທົບໃນການຈັດຕັ້ງຜັນ ຂະຫຍາຍ ບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມຢ່າງມີປະສິດທິຜົນ ໂດຍສະເພາະແມ່ນວຽກງານບຳ ລຸງສ້າງພະນັກງານທີ່ເຮັດວຽກ ງານພົວພັນຕ່າງປະເທດຂອງພັກ. ສອງຝ່າຍ ໄດ້ຢືນຢັນວ່າ ໃນສະ ພາບການໂລກ ແລະ ພາກພື້ນ ທີ່ມີ ການປ່ຽນແປງຢ່າງໄວວາແລະສັບ ສົນ, ການເພີ່ມທະວີການປະສານ ສົມທົບ ລະຫວ່າງ ບັນດາອົງການ ຕ່າງປະເທດຂອງສອງພັກ ແມ່ນ ສຳຄັນທີ່ສຸດ, ປະກອບສ່ວນຍົກສູງ ປະສິດທິຜົນວຽກງານການເປັນເສ ນາທິການ, ຮັບປະກັນຜົນປະໂຫຍດ ແຫ່ງຊາດ ຂອງແຕ່ລະປະເທດ, ພ້ອມທັງສ້າງແວດລ້ອມສັນຕິພາບ, ສະຖຽນລະພາບ ໃຫ້ແກ່ການພັດ ທະນາ. ຂ່າວ-ພາບ: ຄຕພ ສສນວ... ເລືອກຕັ້ງຄັ້ງນີ້, ແມ່ນຜູ້ທີ່ມີມາດ ຖານ, ເງື່ອນໄຂ ຄົບຖ້ວນ, ເປັນຜູ້ທີ່ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດ ຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມສາມັກຄີເປັນ ເອກະພາບ, ປະຕິບັດວຽກງານລວມ ສູນປະຊາທິປະໄຕ, ເຄົາລົບລັດຖະ ທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມ ງວດ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍ, ມີຄວາມກະຕືລືລົ້ນໃນການ ຄົ້ນຄວ້າ, ມີຄໍາເຫັນຕໍ່ບັນຫາສໍາຄັນ ພື້ນຖານຂອງນະຄອນຫລວງວຽງ ຈັນ ກໍຄື ຂອງຊາດ ແລະ ສາມາດ ປະຕິບັດໜ້າທີ່ຂອງຕົນໄດ້, ມີນໍ້າ ໃຈບໍລິສຸດ, ຊື່ສັດ, ດຸໝັ່ນ, ອົດ ທົນ, ມີຄວາມເສຍສະລະເພື່ອ ຊາດ, ເພື່ອປະຊາຊົນ, ສຸມສະຕິປັນ ຍາ ແລະ ກໍາລັງແຮງ ເພື່ອຮັບໃຊ້ ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍ ຄວາມບໍລິສຸດ, ມີຄວາມຮູ້ຄວາມ ສາມາດ, ມີວິໄສທັດນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຕາມແນວ ທາງນະໂຍບາຍຂອງພັກ, ກົດໝາຍ ຂອງລັດ, ຕິດຕາມກວດກາການ ຈັດຕັ້ງປະຕິບັດກົດໝາຍຂອງລັດ ແລະ ການຕົກລົງບັນຫາສໍາຄັນພື້ນ ຖານ ຂອງນະຄອນຫລວງວຽງ ຈັນ, ມີຄວາມຮູ້ ແລະ ກໍາແໜ້ນ ເລິກເຊິ່ງ ລະບົບກົດໝາຍ, ສາມາດ ນໍາພາ-ອໍານວຍຄວບຄຸມ ກອງປະ ຊຸມຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຢ່າງມີປະສິດທິ ພາບ, ໄດ້ຮັບຄວາມເຊື່ອໝັ້ນ ໄວ້ວາງໃຈ ຈາກພະນັກງານ, ສະ ມາຊິກພັກ, ປະຊາຊົນລາວບັນດາ ເຜົ່າ ແລະ ເປັນຜູ້ມີບົດບາດຮັບຮູ້ ຈາກສັງຄົມ, ມີບົດຮຽນ, ມີປະ ສົບການ ແລະ ມີຜົນສໍາເລັດໃນ ການນໍາພາ-ຊີ້ນໍາ ວຽກງານຜ່ານ ມາ. ຂ່າວ: ທະນູທອງ ເລຂາທິການສູນກາງພັກ, ຮອງ ປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ, ມີຄະນະປະຈຳສະພາ ແຫ່ງຊາດ ແລະ ຮອງປະທານກຳ ມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ໄດ້ຮັບຟັງການຜ່ານ ມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງເອົາ ກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງ ປະທານກຳມາທິການ ແລະ ຫົວ ໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ ກ່ຽວກັບການປະຕິບັດໜ້າທີ່ວຽກ ງານຂອງກໍາມາທິການກົດໝາຍ ໃນໄລຍະ 5 ປີຜ່ານມາ. ຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນ ທຶກມອບ-ຮັບໜ້າທີ່ລະຫວ່າງປະ ທານກຳມາທິການຜູ້ເກົ່າ ແລະ ຜູ້ໃໝ່. ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ຜູ້ໃໝ່ ໄດ້ຂຶ້ນກ່າວຮັບ ໜ້າທີ່ ແລະ ປະຕິຍານວ່າ ຈະສືບ ຕໍ່ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ແກ່ສະ ມາຊິກພັກ-ພະນັກງານ, ຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍແນວ ທາງ, ແຜນນະໂຍບາຍ, ມະຕິ, ຄໍາ ສັ່ງ ຂອງສູນກາງພັກ, ຂອງອົງຄະ ນະພັກສະພາແຫ່ງຊາດ, ຄະນະປະ ຈໍາສະພາແຫ່ງຊາດ ໃຫ້ເຂົ້າສູ່ຊີວິດ ຕົວຈິງ; ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອຮັບປະກັນການ ປະຕິບັດໜ້າທີ່ວຽກງານເປັນເສນາ ທິການໃຫ້ແກ່ກໍາມາທິການ ກໍຄືສະ ມອບ-ຮັບໜ້າທີ່...ັ້ີ່ ພາແຫ່ງຊາດ ມີຄຸນນະພາບສູງຂຶ້ນ; ເອົາໃຈໃສ່ປັບປຸງກົນໄກປະສານ ງານລະຫວ່າງກໍາມາທິການກົດ ໝາຍ ແລະ ຍຸຕິທໍາ ກັບກໍາມາທິການ ຂອງສະພາແຫ່ງຊາດ, ຫ້ອງວ່າ ການສະພາແຫ່ງຊາດ, ບັນດາກະ ຊວງ, ອົງການ ເປັນຕົ້ນ ສານປະຊາ ຊົນສູງສຸດ, ອົງການໄອຍະການ ປະຊາຊົນສູງສູດ, ອົງການກວດກາ ແຫ່ງລັດ, ຫ້ອງວ່າການສໍານັກງານ ປະທານປະເທດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວ ຕາມພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງແຕ່ລະພາກສ່ວນ ເພື່ອຮັບປະ ກັນໃຫ້ການເຄື່ອນໄຫວມີປະສິດ ທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ຜູ້ຊີ້ນໍາກໍາມາທິການ ກົດໝາຍ ແລະ ຍຸຕິທໍາ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິ ບັດໜ້າທີ່ຂອງປະທານກໍາມາທິ ການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ທີ່ຍາດໄດ້ຜົນງານຫລາຍ ດ້ານຕະຫລອດໄລຍະ 5 ປີຜ່ານ ມາ ແລະ ໄດ້ມີຄໍາເຫັນເນັ້ນຕື່ມວ່າ ການປັບປຸງສັບຊ້ອນບຸກຄະລາ ກອນເຂົ້າໃນຕຳແໜ່ງສໍາຄັນຂອງ ສະພາແຫ່ງຊາດຄັ້ງນີ້ ແມ່ນເພື່ອ ສືບຕໍ່ນຳພາ-ຊີ້ນຳວຽກງານຂອງ ສະພາແຫ່ງຊາດ ຊຸດທີ X ໃຫ້ດຳ ເນີນໄປຢ່າງປົກກະຕິ ແລະ ຕໍ່ນື່ອງ ຮັບປະກັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ເຂົ້າໃນ ການເຄື່ອນໄຫວວຽກງານອັນລະ ອຽດ ແຕ່ລະໄລຍະຂອງກຳມາທິ ການກົດໝາຍ ແລະ ຍຸຕິທໍາ ພ້ອມ ທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ ສໍາເລັດ, ນໍາເອົາຜົນປະໂຫຍດມາສູ່ ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ. ຂ່າວ: ສພຊ ແຫ່ງ ສປປ ລາວ. ໃນໂອກາດນີ້, ທ່ານ ແອດີ ເອ ຍວານ ມາຮມຸດ ເອກອັກຄະລັດ ຖະທູດມາເລເຊຍປະຈຳສປປລາວ ໃນນາມຜູ້ປະສານງານປັດຈຸບັນ ຂອງກອງປະຊຸມປຶກສາຫາລືຂອງ ບັນດາທູດອາຊຽນ ປະຈຳ ສປປ ລາວ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດ ອາຊຽນ ສະແດງຄວາມຊົມເຊີຍ ຢ່າງຈິງໃຈຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳອວຍ ພອນ ແລະ ຊົມເຊີຍຢ່າງຈິງໃຈຂອງ ບັນດາທູດອາຊຽນ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມ ຂອບໃຈຕໍ່ບັນດາປະເທດສະມາຊິກ ອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະ ຫລອດໄລຍະຜ່ານມາ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຊົມເຊີຍຕໍ່ການເຄື່ອນໄຫວ ວຽກງານອາຊຽນຂອງບັນດາສະ ຖານທູດອາຊຽນ ປະຈຳ ສປປ ລາວ ພາຍໃຕ້ຂອບກອງປະຊຸມປຶກສາ ຫາລືອາຊຽນ ໃນໄລຍະຜ່ານມາ ເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບ ອາຊຽນ ກໍຄື ການເພີ່ມທະວີຮັດ ແໜ້ນການພົວພັນຮ່ວມມືລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ການຮ່ວມມືສອງຝ່າຍກັບ ສປປ ລາວ. ຮອງນາຍົກ...ົ

RkJQdWJsaXNoZXIy MTc3MTYxMQ==