02/04/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ Ia [Iv'gvq kd5j ,glq ksu o8A 'gxa o,= ]tfq dcsj '-kf fh ko;a fmtotme]tfa [-kf 3[oy 8k|a 'g7a , oeltg|u zt]y f8tra o.\j ]6 d-U o7;kp c]t |a '7;kp,k]j k -u ;y f{;a fmtotme u y a ຂປລ. ອຸທິຍານຫີນຕັ້ງ (ເສົາ ຫີນຕັ້ງ) ເມືອງຫົວເມືອງ ແຂວງ ຫົວພັນ ເປັນແຫ່ງບູຮານວິທະຍາ ທາງດ້ານວັດທະນະທຳ ແລະ ປະ ຫວັດສາດທີ່ໄດ້ຮັບເປັນມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງໃນປີ 2025. ກຸ່ມເສົາຫີນ ຕັ້ງເມືອງຫົວເມືອງ ຖືໄດ້ວ່າເປັນ ບູຮານສະຖານອີກແຫ່ງໜຶ່ງທີ່ມີ ຄວາມເກົ່າແກ່, ມີປະຫວັດຄວາມ ເປັນມາອັນຍາວ, ເປັນຫລັກຖານ ທາງດ້ານບູຮານຄະດີທີ່ສໍາຄັນ ແລະ ໂດດເດັ່ນຂອງແຂວງຫົວ ພັນ ກໍຄື ຊາດລາວ ເປັນສິ່ງຢັ້ງຢືນ ຕົ້ນກຳເນີດ ແລະ ການຂະຫຍາຍ ຕົວຂອງສັງຄົມມະນຸດໃນອະດີດ, ສະແດງໃຫ້ເຫັນເຖິງຄວາມຈະເລີນ ຂປລ. ຜະລິດຕະພັນໜັງເຄັມ ໂບນິຕາ ເປັນອີກຜະລິດຕະພັນໜຶ່ງ ຂອງລາວ ທີ່ໄດ້ຮັບຄວາມນິຍົມ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍ ຄຸນນະພາບໜັງຈີ່ທີ່ອ່ອນນຸ່ມແຊບ ນົວ ແລະ ມີຫລາກຫລາຍສິນຄ້າ ໃຫ້ເລືອກບໍລິໂພກ, ໃນນັ້ນ ເພື່ອ ເປັນການອຳນວຍຄວາມສະດວກ ສະບາຍໃຫ້ກັບຜູ້ບໍລິໂພກທີ່ມັກກິນ ໂດຍ: ນິດຖະໜອມິ ຮຸ່ງເຮືອງທາງດ້ານອະລິຍະທຳ, ຫົວ ຄິດປະດິດສ້າງ, ພູມປັນຍາ ແລະ ເລື່ອງລາວຂອງກຸ່ມຄົນທີ່ອາໄສຢູ່ ເຂດດັ່ງກ່າວໃນເມື່ອກ່ອນໄດ້ຢ່າງ ຊັດເຈນ. ເຖິງຢ່າງໃດກໍຕາມ, ຫີນ ຕັ້ງແຫ່ງນີ້ຍັງຄົງເຊື່ອງຄວາມລຶກ ລັບປິດສະໜາ ໂດຍສະເພາະກຸ່ມຄົນ ທີ່ມາອາໄສຢູ່ເຂດດັ່ງກ່າວ ໃນເມື່ອ ກ່ອນແມ່ນກຸ່ມຄົນໃດມີກົກເຄົ້າ ແລະ ຕົ້ນກຳເນີດມາຈາກບ່ອນໃດທີ່ໄດ້ ປະຮ່ອງຮອຍການສ້າງຫີນຕັ້ງຂຶ້ນ ຢູ່ເຂດດັ່ງກ່າວ ແມ່ນຍັງບໍ່ທັນຮັບຮູ້ ໄດ້ຢ່າງຊັດເຈນພຽງແຕ່ສັນນິຖານ ວ່າຫີນຕັ້ງແຫ່ງນີ້ອາດຖືກສ້າງຂຶ້ນ ໃນຍຸກໂລຫະ ຊຶ່ງມີອາຍຸປະມານ 3.000-2.500 ກ່ອນ ຄສ ໂດຍມີ ຈໍານວນ 1.546 ແຫ່ງ ແລະ ຫີນ ແຜ່ນມົນ 153 ແຜ່ນ. ເພື່ອສືບຕໍ່ແຜນ ການອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ກໍຄື ການເສີມຂະຫຍາຍຄຸນຄ່າ ຄວາມສໍາຄັນຂອງຫີນຕັ້ງເມືອງຫົວ ເມືອງມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນຂອງແຂວງໃຫ້ໄດ້ຮັບ ການຍົກສູງ ແລະ ກ້າວເຂົ້າເປັນມໍ ລະດົກແຫ່ງຊາດລະດັບຊາດຂອງ ສປປ ລາວ. ໃນຕົ້ນປີ 2025 ກົມມໍລະດົກ, ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ສົມທົບກັບພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງ, ເມືອງຫົວເມືອງ ເພື່ອມາ ສໍາຫລວດ, ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນທຶນ ຕັ້ງຄືນຕາມຫລັກ ວິຊາການ ເພື່ອເຮັດໃຫ້ການຄຸ້ມຄອງ ມີຄວາມເປັນເອກະພາບ ແລະ ຖືກ ຕ້ອງຕາມລະບຽບການ ຊຶ່ງການ ສໍາຫລວດ ແລະ ຂຶ້ນທະບຽນໃນ ຄັ້ງນີ້ ແມ່ນໄດ້ເນັ້ນການສໍາຫລວດ, ຂຶ້ນທະບຽນຢູ່ 2 ຈຸດ ທີ່ເຫັນວ່າມີ ກຸ່ມເສົາຫີນຕັ້ງເປັນຈຳນວນຫລາຍ ຄື: ຈຸດພື້ນທີ່ບ້ານປ່າຈ່າ ແລະ ບ້ານ ເຕົ່າຫີນ ພ້ອມທັງກຳນົດພື້ນທີ່ຂອບ ເຂດດິນວັດທະນະທຳ ເພື່ອອະນຸລັກ ບໍ່ໃຫ້ມີການບຸກລູກ. ພາຍຫລັງ ເກັບກຳຂໍ້ມູນ, ຂຶ້ນທະບຽນ ແລະ ສັງລວມຂໍ້ມູນຕ່າງໆສໍາເລັດແລ້ວ ການນໍາແຂວງ ແລະ ກົມມໍລະດົກ ໃນນາມຄະນະກອງເລຂາຄະນະ ກຳມະການຄຸ້ມຄອງມໍລະດົກ ແຫ່ງຊາດຂັ້ນສູນກາງ ກໍໄດ້ນໍາ ສະເໜີຄະນະກຳມະການຄຸ້ມຄອງ ມໍລະດົກແຫ່ງຊາດ ເພື່ອຄົ້ນຄວ້າ, ພິຈາລະນາ ຕາມມາດຖານເງື່ອນໄຂ ໃນການສະເໜີຮັບຮອງເຂົ້າເປັນ ມໍລະດົກແຫ່ງຊາດໃນລະດັບຊາດ; ດ້ວຍຄວາມສໍາຄັນ ແລະ ຄຸນຄ່າ ອັນໂດດເດັ່ນ ແລະ ເຫັນວ່າຫີນຕັ້ງ ແຫ່ງນີ້ ໄດ້ມີເງື່ອນໄຂມາດຖານ ຄົບຖ້ວນ. ດັ່ງນັ້ນ, ມາໃນວັນທີ 11 ສິງຫາ 2025 ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການ ທ່ອງທ່ຽວ ໃນນາມປະທານຄະນະກຳມະການ ຄຸ້ມຄອງມໍລະດົກແຫ່ງຊາດລະດັບ ຊາດ ຈຶ່ງໄດ້ອອກຂໍ້ຕົກລົງ ແລະ ໃບ ຢັ້ງຢືນຮັບຮອງເອົາກຸ່ມເສົາຫີນຕັ້ງ ເມືອງຫົວເມືອງ ມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງຫົວພັນ ເຂົ້າເປັນມໍລະດົກແຫ່ງຊາດ ລະດັບ ຊາດທາງດ້ານວັດທະນະທຳ. ແນວໃດກໍດີ, ເມື່ອມໍ່ໆມານີ້ ແຂວງຫົວພັນ ໄດ້ຈັດພິທີປະກາດ ຮັບຮອງເອົາກຸ່ມເສົາຫີນຕັ້ງ ເມືອງ ຫົວເມືອງ ພ້ອມດ້ວຍພື້ນທີ່ບໍລິເວນ ເປັນມໍລະດົກແຫ່ງຊາດລະດັບ ຊາດ ທາງດ້ານວັດທະນະທໍາ ຊຶ່ງ ເປັນແຫ່ງທີ 2 ຂອງແຂວງຫົວ ພັນ ຕໍ່ຈາກເມືອງວຽງໄຊ ມໍລະດົກ ແຫ່ງຊາດທາງດ້ານປະຫວັດສາດ ລະດັບຊາດ ຂອງ ສປປ ລາວ ໂດຍມີ ທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ, ທ່ານ ທອງລິດ ຫລວງໂຄດ ຮອງກົມມໍລະດົກ-ວິ ຈິດສິນ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ໄມເລີຍ ພີມ ມະສອນ ເລຂາພັກເມືອງຫົວເມືອງ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍພໍ່ແມ່ ປະຊາຊົນ, ຄູ-ຈານ ແລະ ນ້ອງ ນັກຮຽນພາຍໃນເມືອງຫົວເມືອງ ເຂົ້າຮ່ວມ ຊຶ່ງການຈັດພິທີຮັບຮອງ ເອົາກຸ່ມເສົາຫີນຕັ້ງ ພ້ອມດ້ວຍ ບໍລິເວນ ເປັນມໍລະດົກແຫ່ງຊາດ ລະດັບຊາດທາງດ້ານວັດທະນະທຳ ແມ່ນມີຄວາມໝາຍຄວາມສໍາຄັນ ແລະ ຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງ ເຫັນວ່າມໍລະດົກອັນ ລໍ້າຄ່າຂອງແຂວງຫົວພັນ ໄດ້ຖືກ ຮັບຮອງເຂົ້າເປັນມໍລະດົກແຫ່ງຊາດ ລະດັບຊາດ ເພື່ອເປັນການສືບຕໍ່ ຍອດຄຸນຄ່າທາງດ້ານສິລະປະ ວັດ ທະນະທໍາແຂວງຫົວພັນ, ກຳນົດ ພື້ນທີ່ໃນການອະນຸລັກ, ປົກປັກ ຮັກສາ ເປັນບ່ອນຄົ້ນຄວ້າສຶກສາ ຂໍ້ມູນທາງດ້ານບູຮານວິທະຍາ ໃຫ້ ກາຍເປັນສະຖານທີ່ທ່ອງທ່ຽວທາງ ດ້ານວັດທະນະທໍາໃນປັດຈຸບັນ ແລະ ອະນາຄົດ. ໜັງເຄັມກໍບໍ່ເປັນບັນຫາຫຍຸ້ງຍາກ ອີກຕໍ່ໄປເພາະຜະລິດຕະພັນທີ່ຜະ ລິດອອກມາ ພຽງແຕ່ຈີກຖົງກໍກິນ ໄດ້ເລີຍ ຈຶ່ງເຮັດໃຫ້ໜັງເຄັມໂບນິຕາ ຄອງໃຈລູກຄ້າມາຍາວນານ. ແນວ ໃດກໍດີ, ເພື່ອດຶງດູດລູກຄ້າໃຫ້ຫລາຍ ຂຶ້ນ ຈຶ່ງໄດ້ອອກຜະລິດຕະພັນໃໝ່ຄື: ລູກຊີ້ນຄວາຍ ແລະ ໜັງມາລ່າ ບອກ ໄດ້ເລີຍວ່າແຊບແທ້ແນ່ນອນ, ອັນທີ່ ເວົ້າມາຢ່າຟ້າວເຊື້ອເດີຕ້ອງໄດ້ລອງ ສໍາຜັດດ້ວຍໂຕເອງແຕ່ສໍາລັບຜູ້ຂຽນ ໄດ້ລອງດ້ວຍໂຕເອງແລ້ວ ບອກໄດ້ ເລີຍວ່າແຊບສົມຄໍາລໍ້າລືອີຫລີ. ນາງ ໂບນິຕາ ວົງມີໄຊ ເຈົ້າ ຂອງຜະລິດຕະພັນໜັງໂບນິຕາໜັງ ເຄັມ ໃຫ້ສໍາພາດວ່າ: ກ່ອນຈະມາ ເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນ ລາຍທົ່ວໄປມາກ່ອນ, ແຕ່ຍ້ອນ ການລະບາດຂອງພະຍາດໂຄວິດ19 ເຮັດໃຫ້ຂາຍເຄື່ອງບໍ່ໄດ້ ຈຶ່ງ ເປັນຈຸດເລີ່ມຕົ້ນໃນການຫາອາຊີບ ໃໝ່ ແລະ ໄດ້ມາເຮັດໜັງເຄັມຂາຍ ເລີ່ມມາແຕ່ປີ 2020 ເປັນຕົ້ນມາ ຈົນຮອດປັດຈຸບັນເຫັນວ່າ ໄດ້ຮັບ ຄວາມນິຍົມຈາກສັງຄົມຫລາຍຂຶ້ນ ເລື້ອຍໆ ຊຶ່ງຜະລິດຕະພັນຂອງພວກ ເຮົາປະກອບມີໜັງຄວາຍດິບຕາກ ແຫ້ງ, ໜັງຈີ່, ໜັງທອດ, ໜັງຕົ້ມ, ຍໍາໜັງ ແລະ ເອັນຄວາຍທອດ, ແຈ່ວປາແດກ, ແຈ່ວຊີຟູດ ແລະ ອີກ 2 ຜະລິດຕະພັນໃໝ່ ຄື ໜັງ ມາລ່າ, ລູກຊີ້ນຄວາຍ ເພື່ອໃຫ້ເຂົ້າ ກັບຍຸກສະໄໝ ແລະ ດຶງດູດເອົາ ລູກຄ້າຮຸ່ນໜຸ່ມຫລາຍຂຶ້ນ ໂດຍ ຄວາມພິເສດຂອງລູກຊີ້ນຄວາຍ ຈະມີຄວາມໜຸ່ມແໜ້ນຊີ້ນຫລາຍ ກວ່າແປ້ງ, ສ່ວນໜັງມາລ່າ ຈະ ແຕກຕ່າງຈາກຄົນອື່ນ ກໍຄື ລົດຊາດ ຂອງມາລ່າຈະເຜັດເຂັ້ມຂຸ້ນ, ແຕ່ ຍັງຄົງຄວາມເປັນລາວຢູ່ ກໍຄື ໜັງ ເຄັມທີ່ເປັນເອກະລັກຂອງຄົນລາວ ເອົາໄວ້. ສໍາລັບລາຄາຂາຍໃນ ປັດຈຸບັນແຕ່ລະສິນຄ້າແມ່ນມີການ ປັບລາຄາລົງຈາກລາຄາ 190.000 ກີບ ມາເປັນ 170.000 ກີບ, ຈາກ ລາຄາ 170.000 ກີບ ມາເປັນ 123.000 ກີບ. ນາງ ໂບນິຕາ ເວົ້າຕື່ມວ່າ: ມາ ເຖິງປັດຈຸບັນ, ຜະລິດຕະພັນມີການ ຕອບຮັບຈາກສັງຄົມເປັນຢ່າງດີ ຊຶ່ງສະແດງໃຫ້ເຫັນວ່າລູກຄ້າເກົ່າ ໄດ້ກັບມາຊື້ຄືນຢ່າງສະໝໍ່າສະເໝີ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້ຍັງຕົວແທນຈໍາໜ່າຍຫລາຍ ປະເທດ. ດັ່ງນັ້ນ, ຈຶ່ງສະແດງຄວາມ ຂອບໃຈມາຍັງລູກຄ້າທຸກໆທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ, ຊົມ ໃຊ້ຜະລິດຕະພັນໜັງເຄັມມາໂດຍ ຕະຫລອດ, ຖ້າຫາກວ່າບໍ່ມີລູກຄ້າ ໃຫ້ການສະໜັບສະໜູນກໍຈະບໍ່ມີ ຜະລິດຕະພັນໂບນິຕາ ໜັງເຄັມເຖິງ ທຸກວັນນີ້. ສຳລັບທ່ານໃດທີ່ຕ້ອງການໜັງ ເຄັມແຊບໆ ຫລື ຢາກເປັນຕົວແທນ ຈໍາໜ່າຍກໍສາມາດຕິດຕໍ່ສອບຖາມ ໄດ້ຜ່ານເບີໂທ 020 23456736, ເຟສບຸກ ໂບນິຕາໜັງເຄັມ ຫລື ທ່ານ ສາມາດໄປຊື້ໄດ້ຢູ່ໜ້າຮ້ານທີ່ປະຕູ ໄຊ ແລະ ຕະຫລາດທາດຫລວງ 2 ສາຂາ.
RkJQdWJsaXNoZXIy MTc3MTYxMQ==