05 xtgmf]k; 37ltok c]t [= ]y = dy ko 02/04/2026 ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 37 vvd7A ';a omu 30 ,uok 2026 ເລກ 1 ໂຕ, 2 ໂຕ, 3 ໂຕ, 4 ໂຕ, 5 ໂຕ, 6 ໂຕທ້້າຍ 0 7 1 5 8 5 ຜົົນອອກເລກສະຫຼຼາກພັັດທະນາແຮັັບປີີ5/45 ມີີ ເລກສ່່ຽງທັັ ງໝົົດ 45 ໂຕເລກ (01-45), ໃນ 1 ແຖວມີີ 5 ໂຕເລກ, ມູູນຄ່່ າ 1,000 ກີີບ 06 33 44 36 05 31 ມີນາ 2026 ທ່ານ ຈຽງ ໂຊວກົວ ຮອງຫົວໜ້າເສດຖະສາດ ຜູ້ອຳນວຍການບໍລິຫານ ຝ່າຍທຸ ລະກິດຕ່າງປະເທດຂອງກຸ່ມບໍລິສັດ CCCG ໄດ້ພົບປະຫາລືກັບ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງ ລັດຖະມົນຕີ ກະຊວງການເງິນທີ່ເດີນທາງມາຢ້ຽມຢາມນະຄອນປັກກິ່ງ ສປ ຈີນ. ໂດຍທັງສອງ ຝ່າຍໄດ້ ແລກປ່ຽນຫາລືກ່ຽວກັບການສົ່ງເສີມ ແລະ ຂະຫຍາຍການຮ່ວມມືຢ່າງເປັນຮູບທຳ, ທ່ານ ຈ້ຽງ ໂຊວກົວ ໄດ້ກ່າວວ່າ ກຸ່ມບໍລິສັດ CCCG ໄດ້ກຳນົດໃຫ້ ສປປ ລາວ ເປັນຕະຫຼາດສຳຄັນ, ຈະ ນຳໃຊ້ໂອກາດ ການສ້າງສຳພັນທາງການທູດລະຫວ່າງ ຈີນ-ລາວ ຄົບຮອບ 65 ປີ, ພ້ອມທັງ “ປີ ມິດຕະພາບຈີນ-ລາວ” ເປັນໂອກາດ, ເພື່ອຍຶດໝັ້ນແຜນພັດທະນາ 5 ປີຄັ້ງທີ່ 10 ຂອງລາວ, ເພື່ອ ເສີມຂະຫຍາຍການຮ່ວມມືໃນ ຂົງເຂດພື້ນຖານໂຄງລ່າງ, ພະລັງງານສະອາດ ແລະ ການເຊື່ອມ ຍົງເຊີ່ງກັນແລະກັນ. ເຊີ່ງທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ກຸ່ມບໍລິສັດ CCCG ທີ່ໄດ້ປະກອບສ່ວນໃນ ການພັດທະນາ ສປປ ລາວ ມາຢ່າງຕໍ່ເນື່ອງ, ຈະສືບ ຕໍ່ເສີມສ້າງການປະສານງານ ແລະ ສະໜັບສະໜູນ ໃຫ້ການຮ່ວມມືດ້ານການລົງທຶນໃຫ້ດຳເນີນ ໄປສູ່ລວງເລິກ, ພ້ອມທັງຫວັງວ່າຈະໄດ້ຂະຫຍາຍເພີ່ມການ ຮ່ວມມືໃຫ້ກວ້າງຂຶ້ນໃນອະນາຄົດ. ກຸ່ມບໍລິສັດ CCCG ເປັນວິສາຫະກິດແຂງອັນດັບ 500 ຂອງໂລກ, ບໍລິສັດ ນໍ້າ ແລະ ໄຟຟ້າສາ ກົນແຫ່ງ ສປ ຈີນ ສາຂາປະຈໍາລາວ ສັງກັດໃນເຄືອຂອງກຸ່ມບໍລິສັດ CCCG ໄດ້ເຂົ້າສູ່ຕະຫລາດລາວ ໃນປີ 1996 ແລະ ເປັນໜຶ່ງໃນບໍລິສັດຈີນທີ່ເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານໄຟຟ້າໃນ ລາວເປັນກຸ່ມທຳອິດ. ຕະຫລອດໄລຍະ 30 ປີຜ່ານມາ, ບໍລິສັດໄດ້ປັກຖານຢູ່ ສປປ ລາວ ແລະ ໄດ້ປະກອບສ່ວນເຂົ້າໃນການການພັດທະນາມາຢ່າງຕໍ່ເນື່ອງ, ໂດຍເນັ້ນໜັກໃນຂົງເຂດເຂື່ອນໄຟຟ້າ, ຊົນລະປະທານ, ສາຍສົ່ງ ໄຟຟ້າ,ພະລັງງານສະອາດ ແລະ ພື້ນຖານໂຄງລ່າງເປັນຕົ້ນ, ມຸ່ງໝັ້ນສ້າງໂຄງການຄຸນນະພາບສູງ, ໂຄງການຕົວແບບ ແລະ ໄດ້ສ້າງ “ຄັ້ງທຳອິດ” ຫລາຍປະການ ໃນລາວ. ເຂື່ອນໄຟຟ້ານ້ຳນ້ຳເລີກ ທີ່ບໍລິສັດ ເປັນຜູ້ກໍ່ສ້າງແມ່ນໂຄງການໄຟຟ້າພະລັງງານນ້ຳ ແຫ່ງທຳອິດທີ່ວິສາຫະກິດຈີນກໍ່ສ້າງໃນລາວ, ເຊິ່ງໄດ້ວາງ ຮາກຖານສຳຄັນໃຫ້ວິສາຫະກິດ ຈີນ ເຂົ້າຮ່ວມການພັດທະນາໄຟຟ້າພະລັງງານນ້ຳໃນລາວ; ເຂື່ອນໄຟຟ້າ ນໍ້າມັງ 3 ແມ່ນໂຄງການໄຟຟ້າພະລັງງານນ້ຳທີ່ຮັບເໝົາກໍ່ສ້າງແບບ EPC ທີ່ວິສາຫະກິດຈີນດຳເນີນ ການ ເປັນຄັ້ງທຳອິດໃນລາວ, ເຊິ່ງເປັນການບຸກເບີກສຳຄັນ ໃນຮູບແບບການກໍ່ສ້າງໂຄງການຂອງວິສາຫະກິດ ຈີນໃນລາວ; ເຂື່ອນໄຟຟ້ານ້ຳລີກ 1-2 ແມ່ນໂຄງການ BOOT ແຫ່ງທຳອິດທີ່ ສປ ຈີນ ແລະ ສປປ ລາວ ຮ່ວມມືພັດທະນາໃນຂະແໜ່ງໄຟຟ້າພະລັງງານນ້ຳແຫ່ງທຳອິດທີ່ວິສາຫະກິດຈີນລົງທຶນ ແລະ ກໍ່ສ້າງ ໃນລາວ, ເຊິ່ງໄດ້ເປີດສະໄໝໃໝ່ ສຳລັບການລົງທຶນ ແລະ ພັດທະນາດ້ານພະລັງງານຂອງວິສາຫະກິດຈີນ ໃນ ສປປ ລາວ. ປັດຈຸບັນ ຂອບເຂດທຸລະກິດຂອງບໍລິສັດຄວບຄຸມດ້ານຊົນລະປະທານ, ພະລັງງານສະ ອາດ, ເຂື່ອນໄຟຟ້າ ແລະ ສາຍສົ່ງ, ຄົມມະນາຄົມສີຂຽວ, ກໍ່ສ້າງອາຄານ ແລະ ຜັງເມືອງເປັນຕົ້ນ, ເຊີ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄູ່ຮ່ວມສະຕາກໍາລາວ-ຈີນ. ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ເຂົ້າຢ້ຽມຢາມກຸ່ມບໍລິສັດ CCCG
RkJQdWJsaXNoZXIy MTc3MTYxMQ==