02/04/2026 xtgmf]k; 4 gsfdko c]t dkora fa mtok [= ]y la fg[p]k; 9eda f ,v[g7nj v'-j ;pgs]n vxt-k-q o muj wfh Ia [zq odtmq [9kdrkp5 ]tf6 Ih vo.og0fg,n v'lu 37f8t[v' c]t ok-kpmv' gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ບໍລິສັດເບຍລາວ ຈຳກັດ ຍາມ ໃດກໍຢູ່ຄຽງຄູ່ກັບສັງຄົມລາວ, ໃນວັນທີ 26 ມີນາ 2026 ນີ້, ບໍລິສັດເບຍລາວ ຈຳກັດ ນຳໂດຍ ທ່ານ ສິດທິໄຊ ເກດຕະວົງ ຄະນະ ອຳນວຍການບໍລິສັດເບຍລາວ, ພ້ອມດ້ວຍ 3 ອົງການຈັດຕັ້ງມະ ຫາຊົນໄດ້ນຳເອົາຜະລິດຕະພັນ ນ້ຳດື່ມຫົວເສືອ ຈຳນວນ 5.000 ແພັກ ແລະ ເປບຊີ ລວມມູນຄ່າ ຫລາຍກວ່າ 230.000.000 ກີບ ເພື່ອຊ່ວຍເຫລືອ ແລະ ບັນເທົາ ຄວາມເດືອດຮ້ອນເບື້ອງຕົ້ນໃຫ້ແກ່ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກ ພາຍຸໝາກເຫັບໃນວັນທີ 22 ມີນາ 2026 ທີີ່່ຜ່ານມາ, ອັນໄດ້ສົ່ງຜົນ ກະທົບຄວາມເສຍຫາຍມະຫາສານ ທາງດ້ານຊັບສິນຂອງປະຊາຊົນ ໃນເຂດເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ເປັນວົງກວ້າງ ຊຶ່ງການຊ່ວຍເຫລືອຄັ້ງນີ້, ແມ່ນ ມອບຜ່ານອຳນາດການປົກຄອງ ເມືອງສີໂຄດຕະບອງ ຕາງໜ້າ ໃຫ້ກຽດຮັບໂດຍທ່ານ ສົມຊາຍ ແສງປະດິດ ປະທານກວດກາພັກລັດ ເມືອງສີໂຄດຕະບອງ ພ້ອມ ດ້ວຍຄະນະ. ທ່ານ ສິດທິໄຊ ເກດຕະວົງ ກ່າວ ວ່າ: ຕາງໜ້າຄະນະຜູ້ບໍລິຫານ, ພ້ອມດ້ວຍ 3 ອົງການຈັດຕັ້ງມະ ຫາຊົນ ແລະ ພະນັກງານບໍລິສັດ ເບຍລາວ ຈຳກັດ, ໄດ້ສົມທົບກັບ ພາກລັດ ແລະ ອຳນາດການປົກ ຄອງທ້ອງຖິ່ນລົງພື້ນທີ່ແຈກຢາຍ ແລະ ມອບຜະລິດຕະພັນນ້ຳດື່ມຫົວ ເສືອ ແລະ ເປບຊີ ໃຫ້ສຳນັກງານ ປົກຄອງເມືອງສີໂຄດຕະບອງ 200 ແພັກ, ສຳນັກງານປົກຄອງ ເມືອງນາຊາຍທອງ 100 ແພັກ, ອົງການກາແດງລາວ 200 ແພັກ, ກອງບັນຊາການທະຫານ ນະຄອນ ຫລວງວຽງຈັນ 150 ແພັກ ແລະ ກອງພັນໃຫຍ່ທະຫານຮາບ ຈໍ 11 ຈຳນວນ 100 ແພັກ. ພ້ອມນັ້ນ, ໄດ້ໄປມອບໂດຍກົງໃຫ້ແກ່ອຳນາດ ການປົກຄອງບ້ານ ທີ່ໄດ້ຮັບຜົນ ກະທົບ ໃນ 10 ບ້ານ ຂອງເມືອງ ສີໂຄດຕະບອງ ລວມມີ: ບ້ານວຽງ ຄຳ 1.000 ແພັກ, ບ້ານຈັນສະ ຫວ່າງ 900 ແພັກ; ບ້ານໜອງແຕ່ງ ເໜືອ, ບ້ານໜອງໜ້ຽວ, ບ້ານໂພນ ສົມບູນ, ບ້ານຕາດທອງ ແລະ ບ້ານ ໃໝ່ 250 ແພັກ ຕໍ່ບ້ານ; ບ້ານຈຳ ປາ, ບ້ານໜອງດາ ແລະ ບ້ານໂພນ ສະຫວາດເໜືອ 30 ແພັກ ຕໍ່ບ້ານ; ອີກ 7 ບ້ານ ຂອງເມືອງນາຊາຍ ທອງລວມມີ: ບ້ານນາຕຽນ ແລະ ບ້ານສີເກີດ 250 ແພັກຕໍ່ບ້ານ; ບ້ານໄຊມົງຄຸນ, ບ້ານດົງຫລວງ ບ້ານປາກແຮດ, ບ້ານນາຊາຍເໜືອ ແລະ ບ້ານນາຊາຍກາງ 30 ແພັກ ຕໍ່ບ້ານ ເພື່ອເປັນການບັນເທົາທຸກ ແລະ ຊ່ວຍໃຫ້ຜູ້ປະສົບໄພໄດ້ມີນ້ຳ ສະອາດໄວ້ບໍລິໂພກ, ຊ່ວຍຫລຸດ ຜ່ອນຄວາມສ່ຽງດ້ານສຸຂະອະນາ ໄມໃນການດໍາລົງຊີວິດ. ການຊ່ວຍເຫລືອໃນຄັ້ງນີ້, ບໍ່ ແມ່ນພຽງແຕ່ເປັນການຊ່ວຍເຫລືອ ດ້ານວັດຖຸເທົ່ານັ້ນ, ຫາກຍັງເປັນ ການສົ່ງຕໍ່ນ້ຳໃຈ, ກຳລັງໃຈຈາກ ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດເບຍລາວ ຈຳກັດ ເຖິງຜູ້ທີ່ໄດ້ ຮັບຜົນກະທົບຈາກໄພທຳມະຊາດ ໃນຄັ້ງນີ້ ເພື່ອຮ່ວມກັນຜ່ານໄລຍະ ເວລາທີ່ຫຍຸ້ງຍາກ ແລະ ຟື້ນຟູໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ.
RkJQdWJsaXNoZXIy MTc3MTYxMQ==