02/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເ ຫັນດີ ເ ປັນ ເ ອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ ແຕ່ກໍ່ ມີຄໍາເຫັນບາງຈຸດທີ່ຢາກໃຫ້ແກ້ ໄຂ ເພື່ອໃຫ້ເອກະສານສະບັບນີ້ ສົມບູນຂຶ້ນຕື່ມເປັນຕົ້ນແມ່ນແຜນ ງານທີ 3, ໂຄງການທີ 2 ການ ພັດທະນາການດໍາເນີນຄະດີໃຫ້ມີ ຄຸນນະພາບໃນກິດຈະກໍາ 2 ແລະ 4, ສະເໜີໃຫ້ກໍານົດກ່ຽວກັບການ ສ້າງກົນໄກໃຫ້ບຸກຄົນທີສາມ ແລະ ບຸກຄົນທີ່ກ່ຽວຂ້ອງໃນຄະດີໄດ້ເຂົ້າ ຮ່ວມການດໍາເນີນຄະດີ ແລະ ປະ ກອບຂໍ້ມູນຫລັກຖານມາຢັ້ງຢືນ ll- c0;'9exkla d ltg|u s]kp;Pd 8czog7nj vows;;Pd'ko 5 xu 0v'lkoxt-k-q ol6 'l5 f + ໃນຄວາມເປັນເຈົ້າຂອງ ຫລື ເຈົ້າ ກໍາມະສິດຂອງຜູ້ກ່ຽວທີ່ມີສ່ວນ ພົວພັນໃນຂໍ້ຂັດແຍ່ງນັບແຕ່ຫົວ ທີ ເພື່ອຮັບປະກັນໃຫ້ການດໍາເນີນ ຄະດີຮອບດ້ານ, ຄົບຖ້ວນ, ພາວະ ວິໄສ ແລະ ຖືກຕ້ອງຕາມກົດໝາຍ ຊຶ່ງຈະເປັນການຫລຸດຜ່ອນການຂໍ ອຸທອນ ແລະ ຂໍລົບລ້າງຄໍາຕັດສິນ ແລະ ຄໍາພິພາກສາຂອງສານອັນ ເນື່ອງມາຈາກບຸກຄົນທີສາມ ຫລື ບຸກຄົນທີ່ກ່ຽວຂ້ອງໃນຄະດີບໍ່ໄດ້ ເຂົ້າຮ່ວມການດໍາເນີນຄະດີໃນ ເບື້ອງຕົ້ນ ແລະ ສິ່ງສໍາຄັນກໍເປັນ ຈຸດໜຶ່ງຈະຊ່ວຍສະໜັບສະໜູນໃນ ການຈັດຕັ້ງປະຕິບັດຄາດໝາຍສູ້ ຊົນທີ່ລະບຸໄວ້ໃນຂໍ້ 3 ຄື ອັດຕາການ ຂໍອຸທອນຄະດີແຕ່ລະປະເພດບໍ່ເກີນ 15% ໃຫ້ປະກົດຜົນເປັນຈິງ. ແຜນງານທີ 4 ໂຄງການທີ 6 ການຄຸ້ມຄອງຄໍາຕັດສິນທີ່ໃຊ້ ໄດ້ຢ່າງເດັດຂາດ, ຢູ່ໃນໂຄງການ ນີ້ ກໍແມ່ນໄດ້ຂຽນແຈ້ງມີ 3 ກິດ ຈະກໍາຄື: ສ້າງລະບົບຄໍາຕັດສິນ ໃຫ້ຄົບຖ້ວນ, ກວດກາໄດ້, ສ້າງ ລະບົບການຮັກສາຄໍາຕັດສິນດ້ວຍ ລະບົບເອເລັກໂຕຣນິກ, ສ້າງກົນ ໄກວິທີການປະສານສົມທົບກັບ ອົງການປະຕິບັດຄໍາຕັດສິນຂອງ ສານ. ສະເໜີໃຫ້ກໍານົດກົນໄກ ແລະ ວິທີປະສານສົມທົບກັບເຈົ້າໜ້າທີ່ ທີ່ຮັບຜິດຊອບຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງທີ່ກ່ຽວຂ້ອງສໍາ ລັບໂທດຕັດອິດສະລະພາບຕື່ມ. ເພາະໄລຍະຜ່ານມາເຫັນວ່າ: ມີ ນັກໂທດຈໍານວນໜຶ່ງທີ່ຖືກສານ ຕັດສິນລົງໂທດຕັດອິດສະລະພາບ, ທີ່ຖືກຂັງຢູ່ບາງຄ້າຍຄຸມຂັງນັ້ນ ເຈົ້າໜ້າທີ່ຮັບຜິດຊອບສະຖານທີ່ ດັ່ງກ່າວ ບໍ່ໄດ້ຮັບຄໍາຕັດສິນຂອງ ສານ ຊຶ່ງເກີດຜົນກະທົບຕໍ່ນັກໂທດ ທີ່ຈື່ວ່າຕົນເອງໄດ້ປະຕິບັດໂທດ ສໍາເລັດແລ້ວ ແຕ່ພັດບໍ່ມີຄໍາຕັດສິນ ມາຢັ້ງຢືນ. ຕໍ່ບັນຫາດັ່ງກ່າວ ຈຶ່ງ ເຫັນວ່າການກໍານົດກົນໄກ ແລະ ວິທີປະສານງານກັບເຈົ້າໜ້າທີ່ ທີ່ ຮັບຜິດຊອບຄ້າຍຄຸມຂັງນັ້ນ ເປັນ ວຽກໜຶ່ງທີ່ສໍາຄັນຫລາຍຈຶ່ງຄວນ ກໍານົດເປັນແຜນວຽກໃນໄລຍະ 5 ປີຕໍ່ໜ້າ, ເພື່ອຕີຖອຍບັນຫາທີ່ໄດ້ ກ່າວມານັ້ນ ແລະ ປະການສໍາຄັນ ກໍເພື່ອເປັນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ ໂດຍສະເພາະມາດຕາ 25 ຂໍ້ 8 ແລະ ມາດຕາ 27 ຂໍ້ 6 ໃຫ້ມີຜົນ ສັກສິດ. ຕໍ່ແຜນການເຄື່ອນໄຫວ ວຽກງານ 5 ປີ (2026 -2030) ຂອງ ອອປສ ເຫັນວ່າ: ການກໍານົດ ແຜນງານ, ໂຄງການ ແລະ ກິດຈະ ກໍາທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຂອງ ອອປສ ຖ້າທຽບໃສ່ ບັນດາວຽກທີ່ຈັດຕັ້ງປະຕິບັດຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການແລ້ວກໍ ແມ່ນສົມເຫດສົມຜົນ. ແຕ່ໃນນີ້ຂໍມີ ຄໍາເຫັນແລກປ່ຽນຢູ່ 3 ຈຸດຄື: ແຜນ ງານທີ 4 ໂຄງການທີ 8 ໂຄງການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດເຫັນວ່າບັນຫາດັ່ງກ່າວ ແມ່ນ ໄດ້ສະຫລຸບຕີລາຄາແລ້ວ, ໝາຍ ຄວາມວ່າວາລະແຫ່ງຊາດໄດ້ຈົບ ໄປແລ້ວ ຊຶ່ງປັດຈຸບັນຖືວ່າເປັນ ວຽກປົກກະຕິທີ່ຈະຕ້ອງໄດ້ດໍາເນີນ ການແກ້ໄຂ. ສະນັ້ນ, ສະເໜີໃຫ້ຕັດ ໂຄງການທີ 8 ນີ້ອອກ. ການສ້າງຕັ້ງຫ້ອງໃຫ້ຄໍາປຶກ ສາທາງດ້ານກົດໝາຍໃຫ້ປະຊາຊົນ ບໍ່ເຫັນກໍານົດໃນແຜນວຽກ 5 ປີຕໍ່ ໜ້າ (2026-2030) ແຕ່ຢ່າງໃດ ຫລື ວ່າຈະຢຸດເຊົາການໃຫ້ຄໍາປຶກ ສາແລ້ວບໍ? ເພາະຕະຫລອດໄລ ຍະ 5 ປີຜ່ານມາ, ນັບແຕ່ມື້ສ້າງ ຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານ ກົດໝາຍໃຫ້ປະຊາຊົນຢູ່ ອອປສ ກໍ ມີປະຊາຊົນໄດ້ເຂົ້າມາໃຊ້ບໍລິການ ຈໍານວນຫລາຍ ແລະ ໄດ້ຮັບການ ຕອບຮັບ, ການຍ້ອງຍໍຊົມເຊີຍຈາກ ປະຊາຊົນ ຊຶ່ງໄດ້ປະກອບສ່ວນເຮັດ ໃຫ້ປະຊາຊົນໄດ້ເຂົ້າໃຈບາງເນື້ອ ໃນ, ໃນບາງກົດໝາຍທີ່ກ່ຽວຂ້ອງ ກັບປະເດັນທີ່ປະຊາຊົນມາຂໍຄໍາ ປຶກສາ ແລະ ເຂົ້າໃຈຂັ້ນຕອນດໍາ ເນີນຄະດີຂອງເຈົ້າໜ້າທີ່ອົງການ ສືບສວນ-ສອບສວນ, ອົງການໄອ ຍະການ, ສານ ແລະ ພາກສ່ວນ ກ່ຽວຂ້ອງຈົນເປັນສາເຫດໃຫ້ ອອປສ ໄດ້ຂະຫຍາຍຫ້ອງໃຫ້ຄໍາ ປຶກສາລົງສູ່ອົງການໄອຍະການ ປະຊາຊົນຂັ້ນທ້ອງຖິ່ນບາງແຫ່ງ ເພື່ອສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງ ຂະບວນການຍຸຕິທໍາຫລາຍຂຶ້ນ ກວ່າເກົ່າ. ສະນັ້ນ, ຈຶ່ງສະເໜີວ່າ ຄວນສືບຕໍ່ວຽກດັ່ງກ່າວ ແລະ ຄວນ ກໍານົດເຂົ້າໃນແຜນວຽກ 5 ປີໃນຕໍ່ ໜ້ານີ້ ເພື່ອເປັນການປະກອບສ່ວນ ໃນການໂຄສະນາເຜີຍແຜ່ກົດໝາຍ ໄປພ້ອມໆກັນ. ມາດຕະການຈັດຕັ້ງ ປະຕິບັດ (ຂໍ້ 4) ທີ່ຂຽນວ່າ: ຮັບ ປະກັນການຕອບສະໜອງທາງ ດ້ານງົບປະມານ, ພາຫະນະຮັບ ໃຊ້ ແລະ ວັດຖຸອຸປະກອນອັນຈໍາ ເປັນເພື່ອຈັດຕັ້ງປະຕິບັດທິດທາງ ແຜນການວາງອອກໄດ້ຮັບຜົນສໍາ ເລັດ. ດັ່ງນັ້ນ, ຈຶ່ງສະເໜີແລກປ່ຽນ ປະໂຫຍກສໍາຄັນໃນການຂຽນ ວ່າ: ສະເໜີລັດຖະບານຄົ້ນຄວ້າພິຈາລະນາຕອບສະໜອງທາງ ດ້ານງົບປະມານ, ພາຫະນະ ແລະ ອຸປະກອນອັນຈໍາເປັນ ເພື່ອນໍາໃຊ້ ເຂົ້າໃນການຈັດຕັ້ງປະຕິບັດທິດ ທາງ ກໍຄື ແຜນວຽກທີ່ວາງອອກ ໃຫ້ໄດ້ຮັບຜົນສໍາເລັດ. ສຳລັບ ງົບປະມານໃນການເຄື່ອນໄຫວ ວຽກງານຂອງບັນດາກະຊວງ, ອົງ ການຕ່າງໆແມ່ນລັດຖະບານເປັນ ຜູ້ຈັດແບ່ງຕາມແຜນວຽກທີ່ກໍານົດ ອອກ. ສໍາລັບແຜນການສ້າງ ຫລື ວ່າຂະຫຍາຍສານປະຊາຊົນເຂດ, ອົງການໄອຍະການປະຊາຊົນເຂດ ແລະ ຫ້ອງການໄອຍະການເຂດ ປະຈໍາເມືອງ, ເທສະບານ ຫລື ວ່າ ປະຈໍານະຄອນນັ້ນ ແມ່ນເຫັນດີເປັນ ເອກະພາບສູງ ເພາະຈະເຮັດໃຫ້ຂະ ບວນການຍຸຕິທໍາ ຍັບໃກ້ເຂົ້າຫາ ປະຊາຊົນ ແລະ ທັງເປັນການສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນເຂົ້າເຖິງຂະບວນການ ຍຸຕິທໍາຫລາຍຂຶ້ນ. ແນ່ນອນວ່າ ການຂະຫຍາຍກົງຈັກການຈັດຕັ້ງ ແມ່ນຕິດພັນກັບບຸກຄະລາກອນ ແລະ ງົບປະມານ ສ້າງຄວາມເຂັ້ມແຂງ...້ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຜີຍແຜ່...ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄູ່ຮ່ວມພັດທະນາ, ສກຂ, ວຄ ແລະ ທີມງານແຜນງານບີຄວາ ເຂົ້າ ຮ່ວມ ຊຶ່ງກອງປະຊຸມຍົກໃຫ້ເຫັນ ກ່ຽວກັບລະບົບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນຂັ້ນໂຮງຮຽນ ໂດຍຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນ ຈາກການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ການກະກຽມແຜນການລະ ອຽດສຳລັບສອງປີເຄິ່ງໃນຕໍ່ໜ້າ ເມື່ອແຜນງານບີຄວາ ຂະຫຍາຍ ເວລາໄລຍະທີ II. ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ, ກະຊວງ ສສກ ໄດ້ກ່າວວ່າ: ດ້ວຍການສະ ໜັບສະໜູນຈາກລັດຖະບານອົດ ສະຕຣາລີ, ພວກເຮົາໄດ້ສ້າງຕັ້ງ ລະບົບ CPD ໃນໂຮງຮຽນທີ່ສອດ ຄ່ອງກັບຄວາມຕ້ອງການຂອງຄູ, ມີລະບົບທີ່ດີ, ມີຄວາມສາມາດປັບ ໂຕໄດ້ ແລະ ການມີສ່ວນຮ່ວມ ໃນ ທຸກລະດັບ. ທີມງານຜູ້ເຮັດວຽກສຶກ ສານິເທດພາຍໃນ ທີມທຳອິດ ໄດ້ ຖືກຄັດເລືອກໃນເດືອນມີນາ 2023 ເພື່ອໃຫ້ຄູໄດ້ຮັບການຊ່ວຍເຫລືອ ຢ່າງເປັນປະຈຳ ໂດຍເນັ້ນໂຮງ ຮຽນໃນ 30 ເມືອງເປົ້າໝາຍ ໃນ 7 ແຂວງ. ພາຍໃຕ້ການນຳພາຂອງ ກົມສ້າງຄູ, ບັນດາ ວຄ ໄດ້ອຳນວຍ ຄວາມສະດວກໃນການສ້າງຂີດ ຄວາມສາມາດ, ໃນຂະນະທີ່ຫ້ອງ ການສຶກສາທິການ ແລະ ກິລາ ເມືອງ (ສກມ) ໄດ້ນຳພາການປະ ເມີນຄວາມຕ້ອງການ ແລະ ການ ຫົວໜ້າໂຄງການ ແລະ ຜູ້ປະສານ ງານ ແຜນງານການຮ່ວມມື ILOChina, ປະເທດກໍາປູເຈຍ, ສປປ ລາວ ແລະ ມຽນມາ, ມີຜູ້ຕາງໜ້າ ຈາກອົງການແຮງງານສາກົນ, ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ນຳສະ ເໜີ, ສົນທະນາ-ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບຜົນຂອງການ ຄົ້ນຄວ້າແຜນພັດທະນາສີມືແຮງ ງານ ໃນ ສປປ ລາວ ທີ່ໄດ້ຮ່ວມກັບ ອົງການແຮງງານສາກົນ (ILO) ຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງ ກັບທິດທາງການພັດທະນາສີມື ແຮງງານ ຕາມກົດໝາຍວ່າດ້ວຍ ການພັດທະນາສີມືແຮງງານ ສະ ຕິດຕາມກວດກາ. ກອງປະຊຸມຄັ້ງ ນີ້, ກໍເພື່ອທົບທວນຄືນເຖິງຄວາມ ຄືບໜ້າ, ແບ່ງປັນບົດຮຽນຈາກ ພາກຮຽນທີ 1 ຂອງປີຮຽນ 20252026 ແລະ ຕົກລົງເປັນເອກະພາບ ກັນກ່ຽວກັບຂັ້ນຕອນການປະຕິບັດ ຕົວຈິງ ເພື່ອຂະຫຍາຍ ແລະ ເສີມ ສ້າງການຈັດຕັ້ງປະຕິບັດ ໃນໄລຍະ ສອງປີເຄິ່ງໃນຕໍ່ໜ້າ. ທ່ານ ນາງ ເຮເບັກກ້າ ແມັກ ຮິວ ຫົວໜ້າທີມແຜນງານບີຄວາ ຕາງໜ້າໃຫ້ແກ່ສະຖານທູດອົດ ສະຕຣາລີ ໄດ້ກ່າວວ່າ: ໃນຂະນະ ທີ່ ສປປ ລາວ ຍັງຜະເຊີນກັບສະ ພາບການຂາດແຄນຄູ ແລະ ການ ຫລຸດລົງຂອງອັດເຂົ້າຮຽນໃນບາງ ຂົງເຂດ ຊຶ່ງການສະໜັບສະໜູນ ດ້ານວິຊາຊີບຢ່າງຕໍ່ເນື່ອງ ແມ່ນກະ ແຈສຳຄັນໃນການຍົກລະດັບທັກ ສະຂອງຄູ ແລະ ປັບປຸງການຮຽນ ຂອງນັກຮຽນ. ຜ່ານລະບົບ CPD, ກະຊວງ ສສກ ແລະ ຄູ່ຮ່ວມງານ ກຳລັງສະໜັບສະໜູນຄູຫລາຍພັນ ຄົນ ໃນເຂດທີ່ດ້ອຍໂອກາດ ໂດຍ ການເຂົ້າເຖິງຄຳແນະນຳໄດ້ຢ່າງ ເປັນປະຈຳ, ການລົງຕິດຕາມໂຮງ ຮຽນ, ການຮ່ວມໂມງສອນ, ຮັບຟັງ ການຖອດຖອນບົດຮຽນ ແລະ ການ ຊີ້ນຳຕິດຕາມ ຊຶ່ງຮູບແບບດັ່ງກ່າວ, ເນັ້ນໜັກເຖິງການມີສ່ວນຮ່ວມ ຂອງຂັ້ນທ້ອງຖິ່ນເຊັ່ນ: ການຮ່ວມ ຝຶກອົບຮົມ ແລະ ອຸປະກອນໃນ ການຮຽນ-ການສອນຕ່າງໆ ໄດ້ ຖືກປັບປຸງໃຫ້ກົງກັບສິ່ງທ້າທາຍ ທີ່ຄູຜະເຊີນຢູ່ໃນຫ້ອງຮຽນຂອງ ເຂົາເຈົ້າ ລວມທັງໃຫ້ແທດເໝາະ ກັບສະຖານທີ່ ທີ່ມີຄວາມຫລາກ ຫລາຍດ້ານພາສາ ແລະ ບ່ອນທີ່ມີ ນັກຮຽນ ທີ່ມີຄວາມຕ້ອງການທີ່ ຫລາກຫລາຍ. ລັດຖະບານອົດສະ ຕຣາລີ ເຫັນຄຸນຄ່າເຖິງການຮ່ວມມື ຢ່າງໃກ້ຊິດກັບກະຊວງສຶກສາທິ ການ ແລະ ກິລາ ເພື່ອປັບປຸງໃຫ້ສິ່ງ ເຫລົ່ານີ້ເກີດຂຶ້ນໄດ້. ລະບົບ CPD ໃໝ່ຂອງ ສສກ ໄດ້ຊ່ວຍສົ່ງເສີມການຮຽນຮູ້ຂອງ ຄູ ໃຫ້ເປັນມືອາຊີບຄື: ໃນພາກຮຽນ ທຳອິດຂອງປີ 2025-2026, ໃນ 30 ເມືອງເປົ້າໝາຍຂອງແຜນ ງານບີຄວາ, ທີມງານຜູ້ເຮັດວຽກ ສຶກສານິເທດພາຍໃນ ໄດ້ອຳນວຍ ຄວາມສະດວກໃຫ້ແກ່ກິດຈະກຳ CPD ຈຳນວນ 33.609 ຄັ້ງ ແລະ ໄດ້ສະໜັບສະໜູນຄູສອນຊັ້ນປະ ຖົມ 6.930 ຄົນ (56% ເປັນເພດ ຍິງ); ຜູ້ເຮັດວຽກສຶກສານິເທດ ພາຍໃນ ຍັງໄດ້ຮັບການລົງຕິດຕາມ ສະໜັບສະໜູນ 9.728 ຄັ້ງຈາກ ວຄ ແລະ ສກມ, ພ້ອມທັງມີການ ສັງເກດການສອນໃນຫ້ອງຮຽນ ເກືອບ 1.699 ຄັ້ງ ທີ່ໄດ້ດຳເນີນ ຮ່ວມກັນ ໂດຍຜູ້ເຮັດວຽກສຶກສາ ນິເທດພາຍໃນ ວຄ ແລະ ສກມ. ສິ່ງສຳຄັນແມ່ນ ຄູ່ຮ່ວມພັດທະນາ ຫລາຍອົງກອນ ກຳລັງໃຫ້ການສະ ໜັບສະໜູນວິທີການ CPD ຊຶ່ງ ເປັນສິ່ງຊີ້ບອກວ່າ ໄດ້ສົ່ງເສີມໃຫ້ ການຂະຫຍາຍລະບົບນີ້ ໄປໃນທົ່ວ ປະເທດ ໂດຍບໍ່ໄດ້ອີງໃສ່ທຶນຂອງ ລັດຖະບານອົດສະຕຣາລີ ຢ່າງ ດຽວ. ຂັ້ນຕອນຕໍ່ໄປ ແມ່ນການປະ ຕິບັດຕົວຈິງ ແລະ ເນັ້ນໃສ່ການ ການປະຕິບັດຢ່າງຕໍ່ເນື່ອງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງ ໄດ້ປຶກສາຫາລື ກ່ຽວກັບບຸລິມະ ບັບໃໝ່ ແລະ ເພື່ອເປັນບ່ອນອີງໃນ ການວາງແຜນພັດທະນາຊັບພະຍາ ກອນມະນຸດ ຂອງ ສປປ ລາວ ໃຫ້ ທັນກັບຍຸກສະໄໝ. ໂອກາດນີ້, ທ່ານ ສຸລິສັກ ສຸພັນ ທອງ ໄດ້ມີຄຳເຫັນກ່າວເປີດກອງ ປະຊຸມ ໂດຍເນັ້ນໃຫ້ຜູ້ເຂົ້າຮ່ວມ ສຸມໃສ່ປຶກສາຫາລື ໂດຍອີງໃສ່ຈຸດ ປະສົງ ແລະ ພາລະກິດຂອງອົງ ການແຮງງານສາກົນ ໂດຍສະ ເພາະ ILO-China ແລະ ແຜນງານ ເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ຊຶ່ງວຽກງານແຜນພັດທະນາສີມື ແຮງງານ ຕິດພັນກັບໝາກຜົນ ໄດ້ຮັບ ທີ 5 ຂອງແຜນງານເຮັດ ວຽກທີ່ມີຄຸນຄ່າ ແລະ ເປັນທໍາ (Decent Work). ການຈັດຕັ້ງ ປະຕິບັດວຽກງານແຜນພັດທະນາ ສີມືແຮງງານ ຕ້ອງຄຳນຶງເຖິງ ການຊ່ວຍແກ້ໄຂການຂາດແຄນ ແຮງງານ ໂດຍສະເພາະໃນບາງ ຂະແໜງການ ສີມືແຮງງານບໍ່ສົມ ຄູ່ກັບຄວາມຕ້ອງການດ້ານສີມືໃນ ຕະຫລາດແຮງງານ; ການສ້າງ ໂອກາດມີວຽກເຮັດງານທຳ ແລະ ພັດທະນາກຳລັງແຮງງານ ໃຫ້ສາ ມາດຍົກຜະລິດຕະພາບຂອງວຽກ ງານ ໃນຫົວໜ່ວຍແຮງງານ. ໂອກາດນີ້, ທ່ານ ສຸລິສັກ ສຸພັນ ທອງ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມ ນຳເອົາບົດຮຽນ ແລະ ປະ ສົບການຂອງຕົນ ແລະ ບົດຮຽນທີ່ ຖອດຖອນໄດ້ ໃນຄັ້ງນີ້, ໄປວິເຄາະວິໄຈ ແລະ ແລກປ່ຽນກັນ ກຳນົດ ທິດທາງສະເພາະໜ້າ ເພື່ອຊ່ວຍ ຈັດຕັ້ງປະຕິບັດແຜນພັດທະນາສີມື ແຮງງານ ໃນ ສປປ ລາວ ໃຫ້ ປະສົບຜົນສຳເລັດ ແລະ ເປັນຮູບ ປະທຳ. ຂ່າວ-ພາບ: ທະນູທອງ ສິດໃນການຂະຫຍາຍໄລຍະທີ II, ລວມທັງສ້າງຄວາມເຂັ້ມແຂງດ້ານ ການຄົ້ນຄວ້າ ແລະ ການຮຽນຮູ້ ພ້ອມທັງເອົາໃຈໃສ່ສົ່ງເສີມຄວາມ ສະເໝີພາບ ຍິງ-ຊາຍ ແລະ ຄວາມ ກ້າວໜ້າຂອງແມ່ຍິງ.
RkJQdWJsaXNoZXIy MTc3MTYxMQ==