7248

@ 0j k; c]t gsfdko j 02/04/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເຊັນສັນຍາ...ັັ ມີບັນດາລັດຖະມົນຕີ-ຮອງລັດຖະ ມົນຕີ, ອະດີດການນຳຂັ້ນສູງຂອງ ພັກ-ລັດ, ການນຳແຂວງຄຳມ່ວນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂຄງການດັ່ງກ່າວ, ຖືເປັນບາດ ກ້າວທີ່ສຳຄັນຕໍ່ການປະກອບສ່ວນ ຈັດຕັ້ງຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດ ທາງດ້ານການເຊື່ອມ ໂຍງ-ເຊື່ອມຈອດຂອງປະເທດ ທີ່ ນອນໃນແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ໄລຍະປີ 2026-2030, ເປັນໂຄງການທີ່ລັດ ຖະບານລາວ ແລະ ຫວຽດນາມ ໃຫ້ ການສະໜັບສະໜູນ ແລະ ຖືກບັນ ຈຸເຂົ້າເປັນໂຄງການບຸລິມະສິດຂອງ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ຊຶ່ງສອດຄ່ອງກັບແຜນການເຊື່ອມ ໂຍງແລວທາງເສດຖະກິດ ຕາເວັນ ອອກ-ຕາເວັນຕົກ ຕາມນະໂຍບາຍ ການຫັນຈາກປະເທດ ທີ່ບໍ່ມີຊາຍ ແດນຕິດກັບທະເລ ໃຫ້ກາຍເປັນປະ ເທດ ເຊື່ອມໂຍງ-ເຊື່ອມຈອດ ດ້ານ ການຄົມມະນາຄົມຂົນສົ່ງ-ໂລຈິສ ຕິກ ແລະ ການຄ້າ ກັບພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງເທື່ອ ລະກ້າວ. ຕາງໜ້າລັດຖະບານ ລົງນາມ ສັນຍາສຳປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະ ມົນຕີ, ຮອງປະທານ-ຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ ທາງລົດໄຟ ລາວຫວຽດນາມ ຈຳກັດ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ. ເລຂາທິການສູນກາງພັກ, ຮອງ ປະທານສະພາແຫ່ງຊາດ, ມີບັນດາ ຄະນະປະຈໍາສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການຜ່ານມະຕິກອງປະຊຸມຄັ້ງ ປະຖົມມະລືກ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົງຈັກ ສະພາແຫ່ງຊາດ, ແຕ່ງຕັ້ງປະທານ ກຳມາທິການ ແລະ ຫົວໜ້າຫ້ອງ ວ່າການສະພາແຫ່ງຊາດ, ພ້ອມທັງ ຮັບຟັງການລາຍງານຫຍໍ້ກ່ຽວກັບ ການປະຕິບັດໜ້າທີ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ສພຊ ໃນໄລຍະ 5 ປີຜ່ານມາ ແລະ ຄາດຄະເນທິດທາງແຜນການແຕ່ນີ້ ຮອດປີ 2030 ຂອງກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ. ຈາກນັ້ນ, ກໍໄດ້ມີການລົງ ລາຍເຊັນໃສ່ບົດບັນທຶກມອບ-ຮັບ ໜ້າທີ່ ລະຫວ່າງ ປະທານກຳມາທິ ການຜູ້ເກົ່າ ແລະ ຜູ້ໃໝ່. ສະຫາຍ ນາງ ສູນທອນ ໄຊຍະ ຈັກ ໄດ້ກ່າວວ່າ: ການມອບ-ຮັບໜ້າ ທີ່ຄັ້ງນີ້, ແມ່ນການສືບຕໍ່ປັບປຸງສັບ ຊ້ອນບຸກຄະລາກອນ ເຂົ້າໃນຕຳ ແໜ່ງສໍາຄັນຂອງສະພາແຫ່ງຊາດ, ທັງເປັນການສືບຕໍ່ນໍາພາ-ຊີ້ນຳ ວຽກງານກຳມາທິການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ດຳເນີນໄປຢ່າງປົກກະຕິ ແລະ ຕໍ່ ເນື່ອງ ເພື່ອຮັບປະກັນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງ ປະຕິບັດມະຕິກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຮັບຮອງເອົາການ ແຕ່ງຕັ້ງປະທານ, ຮອງປະທານ ກຳມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຊຸດທີ X ເຂົ້າ ໃນການເຄື່ອນໄຫວວຽກງານ ຂອງ ກົງຈັກສະພາແຫ່ງຊາດ ໃຫ້ໄດ້ຮັບ ຜົນສໍາເລັດ, ນໍາເອົາຜົນປະໂຫຍດ ມາສູ່ປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າ. ພ້ອມນັ້ນ, ສະຫາຍ ຍັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຜົນງານອັນພົ້ນເດັ່ນທີ່ກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບສະພາແຫ່ງຊາດ ຊຸດທີ IX ຍາດມາໄດ້ໃນຕະຫລອດໄລຍະ 5 ປີຜ່ານມາ. ໂດຍຮີບຮ້ອນຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 40/ນຍ ໃຫ້ເປັນຮູບປະ ທໍາ; ໃນໄລຍະວິກິດການລາຄາ ນ້ຳມັນເຊື້ອໄຟ, ມອບໃຫ້ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ລົງ ເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານ ກະສິກຳໃຫ້ແທດເຖິງ, ມອບໃຫ້ກະ ຊວງປ້ອງກັນປະເທດ ສືບຕໍ່ປະຕິ ບັດໂຄງການ 4 ປູກ 4 ລ້ຽງ ໃຫ້ ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະ ທົບຕໍ່ວຽກງານພະລາທິການຂອງ ກອງທັບ; ຈະສືບຕໍ່ສົ່ງເສີມການນຳ ໃຊ້ລົດໄຟຟ້າ ແລະ ລົດໂດຍສານ ສາທາລະນະ, ເອົາໃຈໃສ່ຄຸ້ມຄອງ ການນໍາເຂົ້າລົດໄຟຟ້າ ຕາມກົດ ໝາຍ ແລະ ລະບຽບການ ຢ່າງເຂັ້ມ ງວດ, ພ້ອມທັງຈະເລັ່ງປັບປຸງສ້ອມ ແປງເສັ້ນທາງຕ່າງໆ ໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງ ໂດຍສະ ເພາະບັນດາເສັ້ນທາງຫລວງແຫ່ງ ຊາດ, ເສັ້ນທາງເຂົ້າຫາແຫລ່ງທ່ອງ ທ່ຽວ. ພ້ອມນີ້, ຍັງຈະໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ເປັນເຈົ້າການສົມທົບກັບພາກ ສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ ໃຫ້ ຄວາມຊ່ວຍເຫລືອຜູ້ໄດ້ຮັບຜົນກະ ທົບຈາກພາຍຸໝາກເຫັບຕົກ ຕາມ ທີ່ທ່ານເລຂາທິການໃຫຍ່-ປະທານ ປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະ ດ້ານນະໂຍບາຍການ ສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫລັງຄາ, ແຮງງານ ສ້ອມແປງເຮືອນປະຊາຊົນ, ນະ ໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ. ໃນໄລຍະສະຫລອງບຸນປີໃໝ່ ລາວ ທີ່ຈະມາເຖິງນີ້, ລັດຖະບານ ມອບໃຫ້ແຕ່ລະພາກສ່ວນກ່ຽວ ຂ້ອງປະຕິບັດໜ້າທີ່ຂອງຕົນດ້ວຍ ຄວາມຮັບຜິດຊອບສູງ ໂດຍສະເພາະ ເອົາໃຈໃສ່ຜະລິດສະບຽງອາຫານ, ສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງ ສັງຄົມ, ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະ ຫລາດແລະຄ່າບໍລິການຕ່າງໆຂອງ ຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນ ສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ ສົມເຫດສົມຜົນ, ຮັກສາຄວາມສະ ຫງົບ, ຄວາມປອດໄພ ແລະ ເປັນ ລະບຽບຮຽບຮ້ອຍ ໃນຂອບເຂດ ທົ່ວປະເທດ, ເອົາໃຈໃສ່ຈັດກຳລັງ ເວນຍາມຮັກສາຄວາມສະຫງົບ ຫາຍຫວຽດນາມອ້າຍນ້ອງ ໃຫ້ແກ່ ສປປ ລາວ ຕະຫລອດມາ. ສອງຝ່າຍໄດ້ຕີລາຄາສູງ ແລະ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດລາວ-ຫວຽດນາມສືບຕໍ່ໄດ້ຮັບ ການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໂດຍສະເພາະດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ເສດຖະກິດ; ສອງຝ່າຍ ເຫັນດີເປັນເອກະພາບ ຈະສືບຕໍ່ປະ ສານສົມທົບກັນຢ່າງໃກ້ຊິດ ເພື່ອ ຮັບປະກັນໃຫ້ການຢ້ຽມຢາມຂອງ ສະຫາຍ ເຈີ່ນ ເກີມ ຕູ້ ໄດ້ຮັບຜົນ ສໍາເລັດຢ່າງຈົບງາມ ພ້ອມທັງກະ ກຽມໃຫ້ແກ່ການແລກປ່ຽນການ ຢ້ຽມຢາມ ຂອງການນໍາຂັ້ນສູງ ຂອງສອງປະເທດ ໃນຕໍ່ໜ້າ ແລະ ການສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ໃນ ປີ 2027 ທີ່ຈະມາເຖິງນີ້. ໃນໂອກາດດຽວກັນ, ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະ ຫາຍ ທອງສະຫວັນ ພົມວິຫານ ທີ່ ໄດ້ຮັບຄວາມໄວ້ວາງໃຈຈາກສະ ພາແຫ່ງຊາດ ຊຸດທີ X ເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້, ແຕ່ລະພາກສ່ວນໄດ້ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ ຫລວງທີ່ກຳລັງປ້ອງກັນຄວາມ ສະຫງົບປະຊາຊົນ ຍາດມາໄດ້ຕະ ຫລອດໄລຍະ 65 ປີ ຜ່ານມາ ໂດຍ ສະເພາະແມ່ນການປົກປັກຮັກສາ ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ພ້ອມກັນນີ້, ແຕ່ລະ ພາກສ່ວນກໍໄດ້ກ່າວວ່າຈະສືບຕໍ່ຮັດ ແໜ້ນຄວາມສາມັກຄີ ແລະ ການ ພົວພັນຮ່ວມມືກັບກະຊວງປ້ອງ ກັນຄວາມສະຫງົບລາວ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ ເພື່ອຮ່ວມກັນແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນ ປັດຈຸບັນໃຫ້ຫລຸດໜ້ອຍຖອຍລົງ ເທື່ອລະກ້າວ. ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ກໍໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນ ຢ່າງສູງຕໍ່ 3 ພາກສ່ວນດັ່ງກ່າວ ທີ່ ໄດ້ນໍາເອົາຄໍາອວຍພອນອັນປະເສີດ ແລະ ໄມຕີຈິດມິດຕະພາບມາສູ່ ກຳລັງປ້ອງກັນຄວາມສະຫງົບໃນ ຄັ້ງນີ້ ຊຶ່ງຜົນສໍາເລັດຂອງກໍາລັງ ປກສ ແມ່ນບໍ່ສາມາດແຍກອອກ ໄດ້ຈາກການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຈາກບັນດາ ກະຊວງ, ອົງການຈັດຕັ້ງພາຍໃນ ແລະ ບັນດາປະເທດເພື່ອນມິດຍຸດ ທະສາດ ແລະ ອວຍພອນໄຊໃຫ້ ການພົວພັນຮ່ວມມື ລະຫວ່າງ ກະ ຊວງ ປກສ ກັບບັນດາພາກສ່ວນດັ່ງ ກ່າວ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ກ້າວສູ່ລະດັບໃໝ່ທີ່ໝັ້ນຄົງ ຂະໜົງແກ່ນຕະຫລອດໄປ. ຂ່າວ-ພາບ: ແກ້ວ ອຸເພັດ ຕະຫລອດ 24 ຊົ່ວໂມງ, ຕິດຕາມ ສະພາບອຸບັດເຫດ ແລະ ອັກຄີໄພ ຕ່າງໆ, ເພີ່ມທະວີໂຄສະນາ ກ່ຽວ ກັບການສະຫລອງປີໃໝ່ລາວ ໃຫ້ ຖືກຕ້ອງ ແລະ ສອດຄ່ອງກັບປະເພ ນີ ໂດຍເນັ້ນໃສ່ການບາສີສູ່ຂວັນ ຕາມເງື່ອນໄຂຄວາມສະດວກ, ເອົາ ໃຈໃສ່ຄຸ້ມຄອງບັນດາຜູ້ປະກອບ ການສະຖານທີ່ບັນເທີງ ໃຫ້ປະຕິບັດ ໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳ ລັບພາກລັດ ແມ່ນໃຫ້ຫລີກລ່ຽງ ການຈັດງານລ້ຽງລັກສະນະສິ້ນ ເປືອງງົບປະມານ, ຕ້ອງເປັນແບບ ຢ່າງໃນການປະຢັດ ແລະ ອື່ນໆ. ຂ່າວ: ທະນູທອງ ສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອ ກະກຽມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເຈິ່ນ ເກີມ ຕູ້ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ ໃນຕົ້ນເດືອນເມສາ 2026 ນີ້. ໃນໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຝາກຄວາມຢື້ຢາມຖາມ ຂ່າວອັນສະໜິດສະໜົມຖານອ້າຍ ນ້ອງເຖິງ ສະຫາຍ ເລ ຮວາຍ ຈຸງ ກໍາມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ. ພ້ອມກັນນີ້, ສະຫາຍຮອງນາຍົກລັດ ຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາ ຜົນສໍາເລັດອັນໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດຂອງ ປະຊາຊົນຫວຽດນາມ ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະ 4 ທົດສະວັດ ແຫ່ງການປ່ຽນແປງໃໝ່ ພ້ອມທັງ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາ ຊົນລາວ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫລືອ ອັນລໍ້າຄ່າ ແລະ ທັນການ ຂອງສະ ຮອງປະທານຜູ້ປະຈໍາການ ຄະນະ ກໍາມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຊຶ່ງມີຄະນະກໍາມະການຄຸ້ມ ຄອງໂຄງການ ແລະ ຜູ້ປະສານງານ ຂັ້ນສູນກາງ, ຄະນະກໍາມະການ ຄຸ້ມຄອງໂຄງການແຂວງອຸດົມໄຊ, ຄໍາມ່ວນ ແລະ ເມືອງເປົ້າໝາຍຂອງ ທັງສອງແຂວງ ແລະ ຜູ້ຕາງໜ້າອົງ ການແອັກເຊິນ ເອດູເຄເຊິນ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ພັກ ແລະ ລັດຖະບານ ຍາມໃດກໍເອົາໃຈໃສ່ ແລະ ເຫັນ ຄວາມສໍາຄັນໃນການສົ່ງເສີມແມ່ ຍິງໃຫ້ມີຄວາມກ້າວໜ້າ, ມີບົດບາດ ເທົ່າທຽມກັບເພດຊາຍ ໂດຍສະ ເພາະໄດ້ສ້າງເງື່ອນໄຂ ໃນການສົ່ງ ເສີມໃຫ້ແມ່ຍິງໄດ້ຮັບການພັດທະ ນາ, ເສີມສ້າງຄວາມຮູ້-ຄວາມສາ ມາດໃນທຸກດ້ານອັນໄດ້ໃຫ້ແມ່ຍິງ ມີບົດບາດໃນຫລາຍວຽກງານສູງ ຂຶ້ນກວ່າເກົ່າ; ໃນການສ້າງຄວາມ ເຂັ້ມແຂງດ້ານເສດຖະກິດ ກໍເປັນ ວຽກໜຶ່ງທີ່ສຳຄັນເຮັດໃຫ້ແມ່ຍິງມີ ອຳນາດ ແລະ ມີສ່ວນຮ່ວມໃນການ ຕັດສິນບັນຫາຄຽງຄູ່ກັບເພດຊາຍ ແລະ ເຮັດໃຫ້ແມ່ຍິງມີບົດບາດສູງ ຂຶ້ນໃນສັງຄົມ. ໂດຍເຫັນໄດ້ຄວາມ ສໍາຄັນດັ່ງກ່າວຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມ ກັບອົງການແອັກເຊິນເອດູເຄເຊິນ ລາວ ຈຶ່ງໄດ້ຮ່ວມກັນສ້າງ ແລະ ຈັດຕັ້ງປະຕິບັດໂຄງການເພີ່ມໂອ ກາດການເປັນຜູ້ປະກອບການ ແລະ ການຈ້າງງານ ສຳລັບໄວໜຸ່ມ ແລະ ແມ່ຍິງ ແຂວງອຸດົມໄຊ ແລະ ແຂວງ ຄຳມ່ວນ. ໂຄງການນີ້ແມ່ນສ່ວນ ໜຶ່ງຂອງການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ໂດຍສະເພາະແມ່ນການລຶບ ລ້າງຄວາມທຸກຍາກ ໃຫ້ປະຊາຊົນ ລາວບັນດາເຜົ່າ ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກ ທີ່ເປັນກຳລັງ ແຮງສຳຄັນໃນຄອບຄົວ ໂດຍເນັ້ນ ໃສ່ການສ້າງອາຊີບທີ່ໝັ້ນຄົງໃຫ້ ແກ່ແມ່ຍິງແລະໄວໜຸ່ມມີທາງເລືອກ ອາຊີບຕາມສິດທິຂອງເຂົາເຈົ້າໃນ ອະນາຄົດ ເຮັດໃຫ້ເຂົາເຈົ້າສາມາດ ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ; ໃນ ການສົ່ງເສີມໃຫ້ແມ່ຍິງມີລາຍຮັບ ແລະ ມີວຽກເຮັດງານທຳ ບໍ່ພຽງ ແຕ່ຊ່ວຍຍົກລະດັບຊີວິດການເປັນ ຢູ່ເທົ່ານັ້ນ, ແຕ່ຍັງເປັນການຍົກສູງ ບົດບາດຂອງແມ່ຍິງໃນສັງຄົມ ໃຫ້ ເທົ່າທຽມກັບເພດຊາຍ; ເປົ້າໝາຍ ອີກອັນໜຶ່ງ ຂອງການຈັດຕັ້ງປະຕິ ບັດໂຄງການນີ້ ແມ່ນໄດ້ສ້າງພື້ນ ຖານໃຫ້ເອື້ອຍນ້ອງມີວິຊາຊີບ ແລະ ການດຳເນີນທຸລະກິດ ເພື່ອປ່ຽນ ຈາກການຜະລິດແບບກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າຕາມ ທິດທາງເສດຖະກິດຕະຫລາດ ຂອງ ລັດຖະບານ. ໂຄງການດັ່ງກ່າວໄດ້ເລີ່ມຈັດ ຕັ້ງປະຕິບັດມາແຕ່ປີ 2022 ມີ 2 ແຂວງ, 7 ເມືອງ ແລະ 5 ໂຮງຮຽນ ເປົ້າໝາຍ, ຜ່ານການຈັດຕັ້ງປະຕິ ບັດມາ 3 ປີ ໂຄງການດັ່ງກ່າວເຫັນ ໄດ້ຜົນສໍາເລັດທີ່ເປັນຮູບປະທໍາ ໃນ ການຊ່ວຍເຫລືອແມ່ຍິງກຸ່ມເປົ້າ ໝາຍ ມີໂອກາດເຂົ້າຮ່ວມການພັດ ທະນາທັກສະການດໍາເນີນທຸລະກິດ ແລະ ມີລາຍຮັບທີ່ເພີ່ມຂຶ້ນ. ພ້ອມກັນ ນັ້ນ ໄວໜຸ່ມຈໍານວນບໍ່ໜ້ອຍໃນ ສອງແຂວງ (ມີແມ່ຍິງ 731 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການ, ມີ 136 ທຸລະກິດທີ່ເກີດຈາກການ ສະໜັບສະໜູນຂອງໂຄງການ, ມີ ຕົວແບບທຸລະກິດ 12 ຕົວແບບ) ໄດ້ຮັບການພັດທະນາທາງດ້ານທັກ ສະ ແລະ ປະສົບການໃນການສ້າງ ເສດຖະກິດ ເພື່ອເປັນພື້ນຖານໃຫ້ ພວກເຂົາ ໃນການປະກອບອາຊີບ ໃນອະນາຄົດ. ໂຄງການດັ່ງກ່າວມີຜົນສໍາເລັດ ຫລາຍດ້ານ ແລະ ສາມາດບັນລຸໄດ້ ຕາມຈຸດປະສົງຂອງໂຄງການສູງ ພໍສົມຄວນ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງເຫັນວ່າຍັງມີຫລາຍ ພື້ນທີ່ຂອງ ສປປ ລາວ ທີ່ຍັງເປັນ ເຂດທຸກຍາກ ແລະ ບໍ່ມີເສັ້ນທາງ ເຂົ້າເຖິງ ອັນເປັນສາເຫດທີ່ແມ່ຍິງ ແລະ ໄວໜຸ່ມຍັງບໍ່ທັນສາມາດມີ ສ່ວນຮ່ວມໃນການພັດທະນາຢ່າງ ເຕັມສ່ວນ ແລະ ພວກເຂົາຍັງຕ້ອງ ການການສະໜັບສະໜູນໃນລັກສະ ນະນີ້ເຊັ່ນດຽວກັນ ຊຶ່ງບໍ່ພຽງແຕ່ ເປັນການສ້າງວຽກເຮັດງານທຳ ແລະ ອາຊີບໃຫ້ພວກເຂົາ ແຕ່ມັນ ແມ່ນການນຳໃຊ້ທ່າແຮງບົ່ມຊ້ອນ ດ້ານພອນສະຫວັນ ແລະ ການນຳ ໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດ ຜົນປະໂຫຍດສູງສຸດ, ເປັນການສ້າງ ອາຊີບທີ່ຄົງທີ່, ຫລຸດຜ່ອນການ ເຄື່ອນຍ້າຍແຮງງານທີ່ອາດຈະຖືກ ຕົກເປັນເຫຍື່ອຂອງການຖືກຄວາມ ຮຸນແຮງ ແລະ ຄ້າມະນຸດ ຂອງ ກຸ່ມຄົນບໍ່ຫວັງດີ. ຂ່າວ: ຄຊກມດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ກົມພັນ ຈັນທະວົງ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ ສະຫລຸບຄືນຕະຫລອດໄລຍະ 2 ປີ ຜ່ານມາ ຮັກສາໄດ້ວຽກງານປ້ອງ ກັນຮັກສາຄວາມສະຫງົບ, ນໍາໃຊ້ ກໍາລັງ, ພາຫະນະເຂົ້າເຮັດໜ້າທີ່ ປ້ອງກັນຄວາມເປັນລະບຽບຮຽບ ຮ້ອຍ ຕາມເສັ້ນທາງລົດໄຟ ລາວຈີນ, ພະນັກງານ-ນັກຮົບ ມີຄວາມ ຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ຂອງຕົນ, ສະກັດກັ້ນ ແລະ ທັບມ້າງ ກົນອຸບາຍທໍາລາຍມ້າງເພ ຂອງອິດ ທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ມີແຜນການເຄື່ອນໄຫວ ສ້າງ ຄວາມບໍ່ສະຫງົບຕາມແລວເສັ້ນ ທາງລົດໄຟ ລາວ-ຈີນ ຮັກສາໄດ້ ຄວາມສະຫງົບປອດໄພ ແລະ ສຳ ເລັດໜ້າທີ່ຕາມຄາດໝາຍທີ່ໄດ້ ກຳນົດ, ບັນດາກົມກອງກຳລັງທ້ອງ ຖິ່ນ ທີ່ເຂົ້າຮ່ວມເຮັດໜ້າທີ່ປ້ອງ ກັນ ໄດ້ເປັນເຈົ້າການແຕ່ຫົວທີ, ມີ ລະບຽບແບບແຜນ, ມີສະຕິກຽມ ພ້ອມສູ້ຮົບເຂັ້ມງວດ, ມີຄວາມຫ້າວ ຫັນ, ມີນໍ້າໃຈອົດທົນຜ່ານຜ່າຄວາມ ຫຍຸ້ງຍາກນາໆປະການ, ສະແດງ ອອກການປ້ອງກັນເວນຍາມທັງ ກາງເວັນ ແລະ ກາງຄືນ, ເສັ້ນທາງ ເຄື່ອນໄຫວປ້ອງກັນຕາມແລວ ເສັ້ນທາງເຂົ້າ-ອອກ ປ້ອມປ້ອງກັນ, ຕັ້ງໜ້າເປັນເຈົ້າການຕິດຕາມກຳ ແໜ້ນແກ້ໄຂສະພາບການວ່ອງໄວ ທັນກັບເຫດການເກີດຂຶ້ນ ເຮັດໃຫ້ ການປ້ອງກັນຂອບເຂດຮັບຜິດຊອບ ມີຄວາມສະຫງົບ ປອດໄພ. ສຳລັບການດຳລົງຊີວິດ ຂອງ ປະຊາຊົນຢູ່ລຽບຕາມແລວເສັ້ນ ທາງລົດໄຟ ພື້ນຖານມີຄວາມສະ ຫງົບ, ປະຊາຊົນບັນດາເຜົ່າສ່ວນ ຫລາຍໄດ້ປະກອບສ່ວນເຂົ້າໃນ ວຽກງານ ປກຊ-ປກສ, ເປັນເຈົ້າ ການປົກປັກຮັກສາຄວາມສະຫງົບ ປອດໄພຕາມແລວເສັ້ນທາງລົດໄຟ ລາວ-ຈີນ, ປະຊາຊົນສ່ວນຫລາຍ ໄດ້ເຊື່ອມຊຶມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກກົດໝາຍຂອງລັດ ໃນການພັດ ທະນາເສດຖະກິດ-ສັງຄົມ ໃນໄລ ຍະໃໝ່, ໄດ້ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມການປ້ອງກັນຢ່າງເປັນ ຂະບວນກວ້າງຂວາງຟົດຟື້ນ, ອໍາ ນາດການປົກຄອງທ້ອງຖິ່ນທີ່ຢູ່ ລຽບຕາມແລວເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າຕໍ່ວຽກງານ ປກຊ-ປກສ ຮັກສາ ຄວາມສະຫງົບຂອບເຂດທ້ອງຖິ່ນ ຂອງຕົນ. ມອບ-ຮັບ...ັ ລັດຖະບານ...ັ ຮອງນາຍົກ...ົ ປິດໂຄງການ...ິ ສະຫລຸບວຽກງານ...ຸ 3 ພາກສ່ວນ...່

RkJQdWJsaXNoZXIy MTc3MTYxMQ==