gsfdko{dkora fmtok a xtgmf]k; ( 31/03/2026 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງຕາແສງຈຸນລາ ເປັນຕາແສງທໍາ ອິດ ຂອງເມືອງທ່າແຕງ ແຂວງເຊ ກອງ ຈັດຂຶ້ນໃນວັນທີ 26 ມີນາ 2026 ຜ່ານມາ, ທີ່ບ້ານຈະກຳ xtdkflh k'8A '8kcl'95 o]k gxa o8kcl'mevy f 0v'g,n v'mj kc8' ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ບຸນນະມັດສະ ການສັກກາລະບູຊາຫໍຫລັກເມືອງ ປະຈຳປີ 2026 ຂອງແຂວງອັດຕະ ປື ຈັດຂຶ້ນໃນຄໍ່າຄືນຂອງວັນທີ 27 ມີນາ 2026, ທີ່ເດີ່ນຫໍຫລັກເມືອງ ໂດຍໜາແໜ້ນໄປດ້ວຍມວນຊົນ ທີ່ ຫລັ່ງໄຫລກັນມາທ່ຽວຊົມງານຢ່າງ ຫລວງຫລາຍ. ບັນຍາກາດພາຍໃນງານແມ່ນ ເຕັມໄປດ້ວຍສີສັນແຫ່ງຄວາມເບີກ ບານມ່ວນຊື່ນ, ມີແສງໄຟປະດັບ ປະດາທີ່ສ່ອງສະຫວ່າງ ບວກກັບ ສຽງດົນຕີທີ່ດັງກັງວານ ໄດ້ດຶງດູດ ເອົາປະຊາຊົນບັນດາເຜົ່າແຂວງ ອັດຕະປື ທັງເຖົ້າແກ່ອາວຸໂສ ແລະ ຊາວໜຸ່ ມເຍົາວະຊົນ ອອກມາສຳພັດ ກັບບັນຍາກາດບຸນໃຫຍ່ຄັ້ງທຳອິດ ຫລັງຈາກສຳເລັດການສົມໂພດໃນ ປີຜ່ານມາ ຊຶ່ງເປັນພາບສະທ້ອນໃຫ້ ເຫັນເຖິງພະລັງສັດທາ ແລະ ຄວາມ ຮັກແພງສາມັກຄີຂອງປະຊາຊົນ ບັນດາເຜົ່າແຂວງອັດຕະປືຢ່າງແທ້ ຈິງ. ພ າຍໃນງານໄດ້ມີການສະແດງ ສິລະປະ-ວັນນະຄະດີ ທີ່ມີລາຍການ ສະແດງເຖິງ 14 ລາຍການ ຈາກ 7 ຄະນະສິລະປະຕົວແທນ 5 ເມືອງທົ່ວ ແຂວງ ຊຶ່ງໄດ້ສ້າງຄວາມປະທັບໃຈ ບໍ່ວ່າຈະເປັນການຟ້ອນ ພູມໃຈທີ່ເກີດ ເປັນລາວ, ການຮ້ອງເພງ, ຫອມກິນ ຈຳປາ, ເພງຊົນເຜົ່າ, ຈົນໄປເຖິງ ການເຕັ້ນສາກົນ ແລະ ການຮ່ວມ ວົງລຳວົງລາວລວມໝູ່, ທັງໝົດນີ້ ລ້ວນແຕ່ເປັນການປູກຈິດສຳນຶກ ໃຫ້ຊາວໜຸ່ມຮັກສາໄວ້ຊຶ່ງມູນເຊື້ອ ,;o-q oc0;'va f8txn mj P;-q , [5 oot,a fltdkos= s]a dg,n v'1j k'7b d7a d ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ການລົງເຄື່ອນ ໄຫວເຜີຍແຜ່ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຢູ່ 4 ກຸ່ມບ້ານ ຄື: ກຸ່ມບ້ານ ນ້ຳເພີນ, ກຸ່ມໂນນ ໄຮ ແລະ ກຸ່ມບ້ານວັງ ເມືອງໝື່ນ ແຂວງວຽງຈັນ ໃນອາທິດຜ່ານມານີ້ ຊຶ່ງນຳພາໂດຍ ສະຫາຍ ບຸນເຕັງ ສໍ ວິໄລວົງ ຮອງເລຂາພັກເມືອງ, ຜູ້ ຊີ້ນຳວຽກງານການເມືອງແນວ ຄິດ, ວຽກພັກ-ພະນັກງານ ຫົວໜ້າ ຄະນະຈັດຕັ້ງເມືອງ, ສະຫາຍ ຄຳຜູ ແກ້ວດວງສີ ຮອງເລຂາພັກ ເມືອງ ປະທານຄະນະກຳມະການ g,n v'\n j o leg]a fdkogzu pczj g-n j v,-b ,gvdtlkodv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d16 j 4 d5 j ,[h ko ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ຫ້ອງການແຮງງານ ແລະ ສະຫວັນດີການສັງຄົມເມືອງ ຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບເຂົ້າ ສານຊ່ວຍເຫລືອໃຫ້ແກ່ຄອບຄົວ ທີ່ ຖືກຜົນກະທົບຈາກໄພທໍາມະຊາດ ນໍ້າຖ້ວມນາ ໃນປີ 2025 ທີ່ຜ່ານ ມາ ແລະ ຄອບຄົວທຸກຍາກ ຢູ່ບ້ານ ຫ້ວຍກູນ ເມືອງຜາອຸດົມ ໃນວັນທີ 26 ມີນາ 2026 ຕາງໜ້າມອບໂດຍ ທ່ານ ໂພໄຊ ສຸພາສິດ ຮອງຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດ ດີການສັງຄົມເມືອງ, ຕາງໜ້າຮັບ ໂດຍ ທ່ານ ນາງ ຕຸ້ຍ ຈັນທະມາດ ຮອງນາຍບ້ານໆຫ້ວຍກູນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງຂອງ ເມືອງ, ອົງການຈັດຕັ້ງບ້ານ ແລະ ຄອບຄົວຜູ້ທີ່ໄດ້ຮັບເຂົ້າຊ່ວຍເຫລືອ ເຂົ້າຮ່ວມ. ເຂົ້າສານທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການຊ່ວຍເຫລືອ ຂອງອົງການອາຫານໂລກ ເປັນ ປະເພດເຂົ້າສານຈ້າວ ຈາກປະເທດ ເກົາຫລີ ມອບໃຫ້ລັດຖະບານ ເພື່ອ ມອບຕໍ່ໃຫ້ເມືອງ ກໍຄື ຫ້ອງການ ແຮງງານ ແລະ ສະຫວັດດີການ 7v[7q ;mu j 4n dzq odtmq [9kdwrry [a foE4h ;, c]t 7v[7q ;m5 dpkd [h kosh ;pd6 o wfh Ia [g7n j v'-j ;pgs]n v ປົກຄອງເມືອງ, ມີບັນດາຄະນະ ຮັບຜິດຊອບຂັ້ນເມືອງ, ເລຂາຄະ ນະພັກຮາກຖານ, ຄະນະພັກໂຮງ ຮຽນ, ຄະນະໜ່ວຍພັກບ້ານ ແລະ ສະມາຊິກພັກຢູ່ພາຍໃນກຸ່ມບ້ານ ເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ: ເອກະສານກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII, ເຜີຍແຜ່ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2026-2030) ແລະ ຜັນຂະຫຍາຍ (ຮ່າງ) ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປິ ຄັ້ງທີ VII (2026-2030) ແຂວງວຽງຈັນ ທັງນີ້ ກໍເພື່ອເປັນ ການເຊື່ອມຊຶມວຽກງານການເມືອງ ແນວຄິດ, ຍົກສູງການນຳພາຂອງ ພັກໃຫ້ມີຄວາມເຂັ້ມແຂງ, ສ້າງ ໃຫ້ສະມາຊິກພັກທຸກຂັ້ນມີການຫັນ ປ່ຽນຢ່າງເລິກເຊິ່ງ, ເປັນລະບົບ ໃນທຸກຂົງເຂດວຽກງານ, ຍົກສູງ ບົດບາດການນໍາພາ ແລະ ເພີ່ມທະ ວີຄວາມເຂັ້ມງວດຂອງພັກ ໃນການ ຄຸ້ມຄອງລັດ. ພ້ອມນີ້, ກໍເພື່ອໃຫ້ຄະນະໜ່ວຍ ພັກໂຮງຮຽນ, ຄະນະໜ່ວຍພັກບ້ານ ພະນັກງານຫລັກແຫລ່ງພາຍໃນ ກຸ່ມບ້ານ, ຮາກຖານມີຄວາມຮັບຮູ້- ເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ວຽກ ງານຈຸດສຸມ, ສາມາດນຳໄປຈັດຕັ້ງ ປະຕິບັດຢູ່ຮາກຖານບ້ານໃຫ້ທົ່ວເຖິງ ເພື່ອແກ້ໄຂປະກົດການຫຍໍ້ທໍ້, ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ສຸມໃສ່ພັດທະນາເມືອງໝື່ນ ໃຫ້ ມີຄວາມສະຫງົບ ແລະ ຈະເລີນ ກ້າວໜ້າຢ່າງຕໍ່ເນື່ອງ. ຂ່າວ: ວັນນາ ວັດທະນະທຳອັນລໍ້າຄ່າຂອງຊາດ. ນອກຈາກນີ້, ໃນບຸນຫໍຫລັກເມືອງ ອັດຕະປື ຍັງມີກິດຈະກຳໃຫ້ມວນ ຊົນໄດ້ທ່ຽວຊົມຢ່າງຕໍ່ເນື່ອງ ໂດຍ ສະເພາະ ການປະກວດນາງສາວ ງາມອັດຕະປື, ການສະແດງໝໍລຳ ສີພັນດອນ ຊື່ດັງຈາກແຂວງຈຳ ປາສັກ ແລະ ໃນວັນທີ 30 ມີນາ (ຕອນເຊົ້າ) ຈະມີພິທີຕັກບາດ ຖວາຍສັງຄະທານແດ່ພະສົງ 30 ອົງເພື່ອຄວາມເປັນສິລິມຸງຄຸນ. ບຸນ ໃນປີນີ້ ຖືເປັນການຈັດງານທີ່ປະ ສົບຜົນສຳເລັດ ໃນການນຳເອົາປະ ຊາຊົນເຂົ້າມາມີສ່ວນຮ່ວມ ຊຶ່ງເປັນ ການອະນຸລັກວັດທະນະທຳ ຄວບ ຄູ່ໄປກັບການສົ່ງເສີມເສດຖະກິດ- ການຄ້າທ້ອງຖິ່ນ ໃຫ້ມີຄວາມຄຶກ ຄື້ນຂຶ້ນຕື່ມອີກບາດກ້າວໜຶ່ງ. ຂ່າວ:ວັດທະນາ ສັງຄົມເມືອງຜາອຸດົມ 1.280 ກິໂລກຣາມ ເພື່ອນໍາໄປມອບຕໍ່ໃຫ້ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພ ທໍາມະຊາດ (ນໍ້າຖ້ວມນາ) ຖ້ວມ 15 ຄອບຄົວ ໃນສົກປີຜ່ານມາ ແລະ ມອບໃຫ້ຄອບຄົວທຸກຍາກ, ຄອບຄົວ ທີ່ດ້ອຍໂອກາດ 41 ຄອບຄົວ. ໂອກາດນີ້, ທ່ານ ນາງ ຕຸ້ຍ ຈັນ ທະມາດ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງອົງການປົກຄອງ ເມືອງ ກໍຄື ອົງການຈັດຕັ້ງ ພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງ ທີ່ຍາມ ກໍໄດ້ມີຄວາມເປັນຫ່ວງເປັນໄຍໃນ ການເບິ່ງແຍງ ແລະ ໃຫ້ຄວາມ ຊ່ວຍເຫລືອປະຊາຊົນພາຍໃນບ້ານ ຂອງຕົນ ກໍຄື ຄອບຄົວທີ່ຖືກຜົນ ກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມນາ ໃນປີທີ່ຜ່ານມາ ແລະ ຄອບຄົວທຸກຍາກ ຢູ່ພາຍໃນບ້ານ ຂອງຕົນ ເຮັດໃຫ້ຄອບຄົວດັ່ງກ່າວ ໄດ້ຮັບການແກ້ໄຂພາວະສຸກເສີນ ແລະ ຫວັງຢ່າງຍິ່ງວ່າຄອບຄົວທີ່ ໄດ້ຮັບເຂົ້າກິນໃນຄັ້ງນີ້ ຈະມີຄວາມ ກະຕືລືລົ້ນໃນການບຸກບືນ ສ້າງສາ ພັດທະນາຄອບຄົວຂອງຕົນ ໃຫ້ດີ ຂຶ້ນກວ່າເກົ່າ ແລະ ສາມາດເພິ່ງ ຕົນເອງ ກຸ້ມຕົນເອງໄດ້ໃນຕໍ່ໜ້າ. ຂ່າວ-ພາບ: ໂສພາ ທິບພະວົງ ໃຫຍ່ເມືອງທ່າແຕງ ໂດຍມີ ທ່ານ ຂັນຕີ ສີລະວົງສາ ປະທານຄະນະ ກຳມະການປົກຄອງແຂວງເຊກອງ, ທ່ານ ບຸນເລີຍ ນັນທະວົງ ເລຂາຄະ ນະບໍລິຫານງານພັກເມືອງທ່າແຕງ, ທ່ານ ພົງສະຫວັດ ສິງຫາລາດ ປະ ທານຄະນະກຳມະການປົກຄອງ ເມືອງທ່າແຕງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ຕາແສງຈຸນລາ ມີສໍານັກງານ ຕັ້ງຢູ່ບ້ານຈະກຳໃຫຍ່, ມີ 16 ບ້ານ ຂຶ້ນກັບ ຄື: ບ້ານຈຸນລາ, ຈະກຳ ໃຫຍ່, ກັນດອນ, ປະໄລ, ຍົກທົ່ງ, ສະທື, ກົກໄຮ, ກາເຟ, ປະຫລາຍ, ຈູງຮຸງເໜືອ, ຈຸງຮຸງໃຕ້, ໂທນໃຫຍ່, ໂທນນ້ອຍ, ສະທົວເໜືອ, ສະທົວໃຕ້ ແລະ ບ້ານຢຶບ, ປະກອບມີ 2.053 ຫລັງຄາເຮືອນ 2.908 ຄອບຄົວ ແລະ ມີພົນລະ ເ ມືອງທັງໝົດ 12.484 ຄົນ, ຍິງ 6.215 ຄົນ; ດ້ານກົງຈັກການຈັດຕັ້ງ ມີຄະນະພັກ ຮາກຖານຕາແສງ 7 ສະຫາຍ, ຍິງ 1 ສະຫາຍ, ມີ 3 ຮາກຖານພັກ ແລະ 23 ໜ່ວຍພັກຂຶ້ນກັບ, ມີສະມາຊິກ ພັກທັງໝົດ 440 ສະຫາຍ, ຍິງ 94 ສະຫາຍ ແລະ ເບື້ອງລັດ ມີ ປະທານຄະນະກຳມະການປົກຄອງ ຕາແສງ 1 ທ່ານ, ຮອງປະທານຄະ ນະກຳມະການປົກຄອງຕາແສງ 2 ທ່ານ, ຫົວໜ້າໜ່ວຍງານ 5 ທ່ານ ແລະ ພະນັກງານຊ່ວຍວຽກ 3 ທ່ານ, ຍິງ 2 ທ່ານ. ຕາແສງ ແມ່ນອົງການບໍລິຫານ ຂັ້ນລຸ່ມສຸດ ຂອງອົງການປົກຄອງ ທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງ ບໍລິຫານລັດ. ສະນັ້ນ, ການສ້າງ ຕັ້ງຕາແສງ ກໍເພື່ອສ້າງເງື່ອນໄຂ ອໍານວຍຄວາມສະດວກ ແລະ ຮັບ ປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງ ການບໍລິການຂອງລັດຢ່າງທົ່ວເຖິງ, ການພັດທະນາທ້ອງຖິ່ນມີປະສິດ ທິພາບ ແລະ ປະສິດທິຜົນຫລາຍຂຶ້ນ. ຂ່າວ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==