7246

31/03/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lts]v';a olh k'8A ' 7tot-k;|5j , dv,,6 oy f3Ij 9uj ,y ' 7q [Iv[ 95 xu ແຂ່ງຂັນປຸງແຕ່ງອາຫານ...່ັຸ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄຕພ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະກອບສ່ວນສ້າງຜົນງານຢ່າງ ຫລວງຫລາຍ ຕໍ່ຂະແໜງການ ຕ່າງປະເທດໃນໄລຍະຜ່ານມາ ເປັນຕົ້ນ ໄດ້ຮັບການແຕ່ງຕັ້ງເປັນ ພະນັກງານນຳພາ-ຄຸ້ມຄອງຂັ້ນ ຕ່າງໆ. ນອກນັ້ນ, ກ່ອນໜ້ານີ້ ສະ ຫາຍ ຍັງໄດ້ຖືກແຕ່ງຕັ້ງເປັນເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດ ເຕັມແຫ່ງ ສປປ ລາວ ປະຈຳ ມາເລເຊຍ ແລະ ປະຈຳ ສ ອາເມ ລິກາ. ສະຫາຍ ບຸນເຫລືອ ພັນດານຸ ວົງ ໄດ້ມີຄຳເຫັນວ່າ: ການອອກ ພັກຜ່ອນຮັບອຸດໜູນ-ບຳນານໝາຍ ເຖິງການເຮັດສຳເລັດໜ້າທີ່ການ ເມືອງ ຢ່າງສຸດກົກສຸດປາຍ ຊຶ່ງຖື ເປັນກຽດອັນສູງສົ່ງຂອງ ສະຫາຍ ທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ ຕະຫລອດໄລະຍ 39 ປີ ຜ່ານມາ, ທັງເປັນແບບຢ່າງທີ່ພະນັກງານ ຄຕພ ຄວນນໍາໄປສຶກສາຮຽນຮູ້. ຕໍ່ຜົນງານດັ່ງກ່າວ, ການຈັດຕັ້ງ ຈຶ່ງໄດ້ປະຕິບັດນະໂຍບາຍໃຫ້ສອດ ຄ່ອງກັບກົດໝາຍ ວ່າດ້ວຍພະນັກ ງານ-ລັດຖະກອນ ຕໍ່ຜູ້ກ່ຽວ ຊຶ່ງເປັນ ກົດເກນທີ່ພະນັກງານທຸກຂັ້ນຕ້ອງ ໄດ້ຮັບການຈັດຕັ້ງປະຕິບັດ ພາຍ ຫລັງເຮັດສຳເລັດການປະຕິບັດ ໜ້າທີ່ການເມືອງ. ຂ່າວ: ຄຕພ ບໍລິໂພກຊາວລາວກ່ຽວກັບສິນຄ້າ ກະສິກຳ ແລະ ອາຫານເກົາຫລີ, ສ້າງຄວາມຕ້ອງການທີ່ເຂັ້ມແຂງ ແລະ ຍືນຍົງ ເພື່ອສະໜັບສະໜູນ ການເຕີບໂຕຂອງການສົ່ງອອກໃນ ໄລຍະຍາວ ໂດຍໄດ້ຮວບຮວມເອົາ ພໍ່ຄົວ-ແມ່ຄົວ ຜູ້ທີ່ມີຄວາມສາມາດ ແລະ ຜູ້ທີ່ມັກຮັກ ໃນການປຸງແຕ່ງ ອາຫານ ມານຳສະເໜີເມນູທີ່ສ້າງ ສັນປະສົມປະສານລົດຊາດ ແລະ ເຕັກນິກໃນການປຸງແຕ່ງອາຫານ ລາວ ແລະ ເກົາຫລີ ໃຫ້ເຂົ້າກັນ ຢ່າງລົງຕົວ. ການແຂ່ງຂັນໃນຄັ້ງນີ້, ມີພໍ່ຄົວແມ່ຄົວ ເຂົ້າຮ່ວມແຂ່ງຂັນ ທັງໝົດ 14 ທີມ, ຜ່ານການແຂ່ງຂັນ ທີມຊະ ນະເລີດ ໄດ້ແກ່ ທີມເຮີຣິເທດ ໄດ້ຮັບ ເງິນລາງວັນ 10 ລ້ານກີບ; ລາງ ວັນທີ 2 ໄດ້ແກ່ ທີມໂກເດິນມາແລ້ວ ໄດ້ຮັບເງິນລາງວັນ 5 ລ້ານກີບ ແລະ ທີ 3 ໄດ້ແກ່ທີມ ລິນດາຄິມບັບ ໄດ້ຮັບເງິນລາງວັນ 3 ລ້ານກີບ. ສູດອາຫານຂອງຜູ້ຊະນະເລີດ ທັງ 3 ທີມ ຈະຖືກເຜີຍເເຜ່ຜ່ານທາງ ອອນລາຍ ແລະ ນຳສະເໜີໃນວີດີ ໂອສາທິດການເຮັດອາຫານ, ພ້ອມ ນີ້, ຜູ້ຊະນະເລີດ ທັງ 3 ທີມ ຈະ ໄດ້ມີໂອກາດນຳສະເໜີລາຍການ ອາຫານ (ບູດອາຫານ) ໃນງານ K-Agriculture Festival ທີ່ຈັດ ຂຶ້ນໂດຍ KOTRA ໃນໄວໆນີ້ ຊຶ່ງ ຈະຊ່ວຍໃຫ້ພວກເຂົາໄດ້ນຳສະເໜີ ເມນູປະສົມປະສານ ຕໍ່ສາທາລະນະ ຊົນໂດຍກົງ ແລະ ຮັບຟັງຄຳຄິດ ເຫັນຈາກຜູ້ບໍລິໂພກເພື່ອນຳໄປ ປັບປຸງ, ພ້ອມທັງຈະໄດ້ຮັບການສະ ໜັບສະໜູນດ້ານການໂຄສະນາຕະ ຫລອດໄລຍະຈັດງານ. ທ່ານ ປັກ ຈຸນກິວ (Park Jungwe) ຜູ້ອຳນວຍການໃຫຍ່ KOTRA ວຽງຈັນ ກ່າວວ່າ: ການເເຂ່ງຂັນໃນຄັ້ງນີ້, ຖືກອອກ ແບບໂດຍ KOTRA ວຽງຈັນ ແລະ ສະໂມສອນເຊັບລາວ ເພື່ອ ສະເຫລີມສະຫລອງ ແລະ ແບ່ງປັນ ຂປລ. ສະຖານທູດຫວຽດນາມ ປະຈຳລາວ ຈັດພິທີສະເຫລີມສະ ຫລອງ ວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດໂຮ່ຈີ່ມິງ ຄົບຮອບ 95 ປີ (26/3/1931-26/3/2026) ໃນ ວັນທີ 25 ມີນາ 2026 ນີ້ໂດຍມີ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີບັນດາ ສະມາຊິກຊາວໜຸ່ມ ຂອງສອງ ປະເທດ ພ້ອມດ້ວຍພາກສ່ວນກ່ຽວ ຂອງ ເຂົ້າຮ່ວມ. ການຈັດພິທີສະເຫລີມສະຫລອງ ດັ່ງກ່າວ, ເພື່ອຫວນຄືນມູນເຊື້ອ ອັນເປັນກຽດສະຫງ່າຂອງຄະນະ ຊາວໜຸ່ມກອມມູນິດໂຮ່ຈີ່ມິງ ແລະ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນ ງາມຄວາມດີ ຂອງສະມາຊິກຊາວ ໜຸ່ມຂອງການປະຕິວັດຮຸ່ນຕ່າງໆ, ທັງເປັນການສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນໄປເລື້ອຍໆ. ພາຍໃນ ງານ ຍັງໄດ້ຈັດງານນິທັດສະການ ພາບຖ່າຍ (ວາງສະແດງຮູບພາບ) ກ່ຽວກັບສາຍພົວພັນຄວາມສາມັກ ຄີພິເສດ ລາວ-ຫວຽດນາມ ແລະ ຮູບພາບການຮ່ວມມື ລະຫວ່າງຄະ ນະເຍົາວະຊົນສອງປະເທດ ລາວຫວຽດນາມ -ຫວຽດນາມ-ລາວ. ໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ໄດ້ຍົກໃຫ້ເຫັນປະຫວັດ, ການ ສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍ ຕົວ ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ່ມິງ ຕະຫລອດໄລຍະ 95 ປີ ຜ່ານມາ ຊຶ່ງການສ້າງຕັ້ງຄະນະ ຊາວໜຸ່ມ ກອມມູນິດ ໂຮ່ຈີ່ມິງ ແມ່ນ ຄວາມຈຳເປັນພາວະວິໄສທາງ ປະຫວັດສາດ ຊຶ່ງໄດ້ຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນຂອງຂະບວນການ ຊາວໜຸ່ມຮັກຊາດໃນເວລານັ້ນ, ທັງ ເປັນການຢືນຢັນວິໄສທັດຍຸດທະ ສາດຂອງພັກທີ່ມີບົດບາດຂອງ ຊາວໜຸ່ມຕໍ່ກັບຊາຕາກຳຂອງປະ ເທດຊາດ, ທັງສະແດງໃຫ້ເຫັນເຖິງ ຄວາມກ້າຫານ, ຈິນຕະນາການ ແລະ ສະຕິປັນຍາອັນສະຫລາດ ສ່ອງໃສທີ່ກ້າວລໍ້າຍຸກສະໄໝຂອງ ພັກກອມມູນິດຫວຽດນາມ. ຕະ ຫລອດໄລຍະ 95 ຜ່ານມາ, ຄະນະ ຊາວໜຸ່ມກອມມູນິດ ໂຮ່ຈີ່ມິງ ໄດ້ ມີການເຕີບໃຫຍ່ຂະຫຍາຍຕົວ ກາຍ ເປັນກອງກຳລັງທີ່ເຂັ້ມແຂງມະຫາ ສານ, ມີບົດບາດເປັນແຂນຂວາ ພ້ອມຮັບໃຊ້ທຸກພາລະກິດ, ເປັນ ກຳລັງຕະລຸມບອນໃນທຸກຂົງເຂດ, ຕັ້ງແຕ່ການປົກປ້ອງປະເທດຈົນ ເຖິງການສ້າງສາ ແລະ ພັດທະນາ ເສດຖະກິດ, ເປັນຕົວແທນໃຫ້ແກ່ ສິດ ແລະ ຜົນປະໂຫຍດ ທີ່ຖືກຕ້ອງ ຕາມກົດໝາຍຂອງໄວໜຸ່ມຫວຽດ ນາມ. ໄວໜຸ່ມຫວຽດນາມ ໄດ້ປະ ຂປລ. ຫ້ອງການພົວພັນຕ່າງ ປະເທດ ແຂວງຢຸນນານ ຈັດງານ ຕ້ອນຮັບຄະນະຜູ້ແທນ ກະຊວງ ສຶກສາທິການ ແລະ ກິລາ (ສສກ), ຜູ້ອໍານວຍການໂຮງຮຽນ, ຄູ-ອາ ຈານ, ພ້ອມດ້ວຍບັນດານ້ອງນັກ ຮຽນຈາກມັດທະຍົມສຶກສາສົມບູນ ວຽງຈັນ, ໂຮງຮຽນລຽວໂຕ, ໂຮງ ຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບ ແຂວງຫລວງພະບາງ ໃນວັນທີ 24 ມີນາ 2026 ທີ່ແຂວງ ຢຸນນານ ນະຄອນຄຸນໝິງ ສປ ຈີນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອງດອງ ປະຊາພັກດີ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນ ຄຸນໝິງ, ທ່ານ ອຸ່ນ ຈືສົງ ຮອງ ຫົວໜ້າຫ້ອງການພົວພັນການຕ່າງ ປະເທດ ແຂວງຢຸນນານ. ທ່ານ ຫຸມພັນ ແກ້ວອຸ່ນຄໍາ ຮອງ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ໄດ້ໃຫ້ຮູ້ວ່າ: ກິດຈະກຳໃນ ຄັ້ງນີ້, ໄດ້ຈັດຂຶ້ນເພື່ອສະເຫລີມສະ ຫລອງຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ-ຈີນ ແລະ ປີມິດ ຕະພາບລາວ-ຈີນ ຊຶ່ງເປັນການ ສືບຕໍ່ປະກອບສ່ວນເສີມຂະຫຍາຍ ສາຍພົວພັນການຮ່ວມມື ແລະ ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງ ສອງປະເທດ ໂດຍສະເພາະ ເປັນການສືບຕໍ່ເສີມຂະຫຍາຍສາຍ ພົວພັນຮ່ວມມືດ້ານການສຶກສາ ວິທະຍາສາດ ແລະ ກິລາ ກັບແຂວງ ຢຸນນານ ໃຫ້ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ການ ຈັດກິດຈະກຳໃນຄັ້ງນີ້, ບໍ່ພຽງແຕ່ ເປັນການສ້າງໂອກາດໃຫ້ບັນດາ ນ້ອງນັກຮຽນຂອງສອງປະເທດ ໄດ້ຮຽນຮູ້ພາສາ, ວັດທະນະທຳ, ປະເພນີພື້ນເມືອງບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຢຸນນານ ເທົ່ານັ້ນ, ແຕ່ ຍັງເປັນການສົ່ງເສີມໃຫ້ຊາວໜຸ່ມ ຈີນ-ລາວ ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຮູ້ຈັກຮັກແພງ ສາມັກຄີກັນ ແລະ ຊ່ວຍເຫລືອເຊິ່ງ ກັນອີກດ້ວຍ ແລະ ເຊື່ອໝັ້ນວ່າບັນ ດານ້ອງນັກຮຽນທີ່ໄດ້ຮ່ວມກິດຈະ ກຳໃນຄັ້ງນີ້, ຈະກາຍເປັນຜູ້ສືບ ທອດພາລະກິດ ແລະ ມິດຕະພາບ ຂອງສອງປະເທດ ໃຫ້ໝັ້ນຄົງຂະ ໜົງແກ່ນຕະຫລອດກາລະນານ. ໂອກາດນີ້, ທ່ານ ອຸ່ນ ຈືສົງ ຮອງຫົວໜ້າຫ້ອງການພົວພັນການ ຕ່າງປະເທດ ແຂວງຢຸນນານ ໄດ້ ເນັ້ນໃຫ້ບັນດານ້ອງນັກຮຽນທີ່ ເຂົ້າຮ່ວມກິດຈະກຳໃນຄັ້ງນີ້, ຈົ່ງ ນໍາເອົາປະສົບການຕ່າງໆ ທີ່ໄດ້ ເຫັນ ແລະ ໄດ້ສໍາຜັດ ໄປເລົ່າສູ່ຄອບ ຄົວ, ໝູ່ເພື່ອນຟັງ ຊຶ່ງຈະກາຍເປັນ ຂົວຕໍ່ໃນການສົ່ງເສີມການຖອດ ຖອນບົດຮຽນເຊິ່ງກັນແລະກັນທາງ ດ້ານອະລິຍະທໍາ. ພ້ອມທັງຫວັງ ວ່າ ນ້ອງນັກຮຽນຈະໄດ້ຮຽນຮູ້ສິ່ງ ໃໝ່ໆ ເພື່ອກ້າວໄປສູ່ອະນາຄົດອັນ ຍາວໄກ, ຍົກສູງຂີດຄວາມສາມາດ ຮອບດ້ານ ແລະ ເປັນຜູ້ປະຕິບັດຕົວ ຈິງ ໃນຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງຈະເປັນຜູ້ຊຸກຍູ້ພັດທະນາໂດຍ ສັນຕິ, ວັດທະນະທໍາພື້ນເມືອງ ລາວ-ຈີນ ແລະ ມີຄວາມສະແຫວງ ຫາສັນຕິພາບເປັນສິ່ງລໍ້າຄ່າ. ໃນວັນດຽວກັນນີ້, ຄະນະຜູ້ແທນ ກະຊວງ ສສກ, ພ້ອມຄະນະອໍານວຍ ການ, ນັກຮຽນ 3 ໂຮງຮຽນດັ່ງ ກ່າວ, ຍັງໄດ້ໄປທັດສະນະສຶກສາ ຫໍພິພິທະພັນແຂວງຢຸນນານ ແລະ ໄປທັດສະນະສຶກສາຫໍພິພິຕະພັນ ທາງລົດໄຟແຂວງຢຸນນານ. ທັງ ນີ້, ກໍເພື່ອໃຫ້ນ້ອງນັກຮຽນໄດ້ສໍາ ຜັດ ແລະ ຮັບຮູ້-ເຂົ້າໃຈກ່ຽວກັບປະ ຫວັດຄວາມເປັນມາຂອງທາງລົດ ໄຟແຂວງຢຸນນານ ໃຫ້ຫລາຍຂຶ້ນ ໂດຍສະເພາະກ່ຽວກັບເລື່ອງລາວ ເສັ້ນທາງລົດໄຟ ລາວ-ຈີນ ໃນປັດ ຈຸບັນ. ຂ່າວ-ພາບ: ກິດຕາ ກອບສ່ວນເຮັດໃຫ້ມີໄຊຊະນະອັນ ຍິ່ງໃຫຍ່ໃນລະດູໃບໄມ້ປົ່ງປີ1975, ສາມາດຍາດມາໄດ້ຄວາມເປັນເອ ກະລາດ ເອກະພາບ ຢ່າງສົມບູນ ໃຫ້ແກ່ປະເທດຊາດ. ພ້ອມກັນນີ້, ທ່ານ ຫງວຽນ ມິງເຕີມ ຍັງໄດ້ ຍົກໃຫ້ເຫັນປະຫວັດການພົວພັນ ຮ່ວມມື ຂອງຄະນະຊາວໜຸ່ມຂອງ ສອງປະເທດ ຫວຽດນາມ-ລາວ ທີ່ຍາມໃດກໍມີຄວາມຕິດພັນໃກ້ຊິດ ຕິດແທດ ແລະ ເດີນຄຽງບ່າຄຽງ ໄຫລ່ ພ້ອມກັບປະຫວັດສາດຂອງ ສອງຊາດພວກເຮົາ. ທ່ານ ທອງລີ ສີສຸລິດ ໄດ້ຕີລາ ຄາສູງຕໍ່ສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມລາວ ເວົ້າສະເພາະແມ່ນການພົວ ພັນຮ່ວມມືລະຫວ່າງ ຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມກອມມູນິດໂຮ່ຈີ່ມິງ ໃນໄລຍະຜ່ານມາ. ຄະນະຊາວໜຸ່ມ ສອງຊາດ ລາວ-ຫວຽດນາມ ຈະ ສືບຕໍ່ຮໍ່າຮຽນເອົາຄຸນສົມບັດສິນທໍາ ປະຕິວັດອັນດີງາມຂອງ ປະທານ ໂຮ່ຈີ່ມິງ , ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ສືບຕໍ່ຮັດແໜ້ນສາຍພົວພັນ ຂອງສອງຊາດ ໃຫ້ໝັ້ນຄົງຂະໜົງ ແກ່ນຕະຫລອດໄປ. ພ້ອມທັງຢືນ ຢັນວ່າ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມ-ເຍົາ ວະຊົນລາວບັນດາເຜົ່າ ຈະສືບຕໍ່ ຮ່ວມມືຢ່າງໃກ້ຊິດກັບຄະນະຊາວ ໜຸ່ມກອມມູນິດ ໂຮ່ຈີ່ມິງ ແລະ ຊາວ ໜຸ່ມ-ເຍົາວະຊົນບັນດາເຜົ່າ ຫວຽດ ນາມ ອ້າຍນ້ອງ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ແບບພິເສດ ທີ່ຫາໄດ້ຍາກໃນການ ພົວພັນຮ່ວມມືກັບສາກົນ, ໜຶ່ງບໍ່ມີ ສອງ ຂອງພວກເຮົາໃຫ້ຈະເລີນ ງອກງາມ, ແຕກດອກອອກຜົນຍິ່ງໆ ຂຶ້ນ. ຂ່າວ: ທະນູທອງ; ພາບ: ຂັນໄຊ sh v'dkorq ;ra o8j k'xtgmf c0;'15 ooko 9a f'ko8h voIa [7totz6h cmo dt-;' lld ວັດທະນະທຳອາຫານຂອງທັງ ສອງປະເທດ ລາວ-ເກົາຫລີ, ທັງ ເປັນການສະໜັບສະໜູນໃຫ້ພໍ່ຄົວແມ່ຄົວລາວ ມີຄວາມສາມາດໃນ ການທົດລອງ, ການຮຽນຮູ້ແລກ ປ່ຽນວິທີການ ເຊິ່ງກັນ ແລະ ກັນ ແລະ ຄົ້ນພົບວິທີໃໝ່ໃນການປະສົມ ປະສານລົດຊາດອາຫານ. ຜ່ານ ກິດຈະກຳນີ້, ພວກເຮົາຍັງຈະສະ ໜັບສະໜູນການທ່ອງທ່ຽວດ້ານ ອາຫານເພື່ອໃຫ້ຜູ້ຄົນໄດ້ສຳຜັດ ອາຫານເກົາຫລີ ແລະ ອາຫານ ລາວ ຢ່າງໃກ້ຊິດ. ສິ່ງສຳຄັນ, ພວກ ເຮົາຫວັງວ່າຈະສ້າງຄວາມສຳພັນ ລະຫວ່າງຜູ້ຄົນ, ວັດຖຸດິບ ທີ່ມີລວມ ກັນ ແລະ ປະເພນີການປຸງອາ ຫານ ທີ່ເປັນເອກະລັກຂອງແຕ່ລະ ປະເທດ. ການແຂ່ງຂັນປຸງແຕ່ງອາຫານ ແບບປະສົມປະສານ ລາວ-ເກົາຫລີ ໃນນະຄອນຫລວງວຽງຈັນ ໄດ້ສະ ແດງໃຫ້ເຫັນວ່າ ອາຫານສາມາດ ເປັນຂົວຕໍ່ສາຍສຳພັນ, ສ້າງສັນ ລະຫວ່າງວັດທະນະທຳ, ຊ່ວຍຂັບ ເຄື່ອນນະວັດຕະກຳ, ສ້າງໂອກາດ ທາງດ້ານເສດຖະກິດ ແລະ ເພີ່ມ ຄວາມເຂົ້າໃຈເຊິ່ງກັນແລະກັນ, ທັງ ຈະຊ່ວຍເສີມສ້າງຄວາມສຳພັນ ດ້ານອາຫານແລະຄວາມຮ່ວມມືລະ ຫວ່າງເກົາຫລີ ແລະ ລາວ ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==