7246

@ 0j k; c]t gsfdko j 31/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຄະນະລັດຖະບານ...ັ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລີ ສີສຸລິດ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານ ງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມດ້ວຍ ຄະນະໄພພິບັດ ໄດ້ລົງພື້ນທີ່ມອບ ເຄື່ອງຊ່ວຍເຫລືອໃຫ້ກອງພັນໃຫຍ່ ຈໍ11 ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄຳສາຍ ມຸນດວງສິງ ເລ ຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ ຈໍ 11 ພ້ອມດ້ວຍ ຂອງທ່ານນາຍົກ-ຮອງນາຍົກລັດ ຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມ ຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງ ຊ່ວຍນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ບັນຊີ ໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການ ລົງທຶນຈາກພາກເອກະຊົນ; ແຜນ ຜັນຂະຫຍາຍການປະຕິບັດນະໂຍ ບາຍ ແລະ ມາດຕະການສົ່ງເສີມ ລົດໄຟຟ້າ (EV) ກໍຄື ການນໍາໃຊ້ ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ ແລະ ບັນຊີໂຄງການລະດັບ ຊາດ ທີ່ເປັນການລົງທຶນຂອງລັດ. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດ ທີ່ສະພາບແວດ ລ້ອມພາກພື້ນ ແລະ ສາກົນ ຍັງສືບ ຕໍ່ຜັນແປຢ່າງສັບສົນ ໂດຍສະເພາະ ຂໍ້ຂັດແຍ່ງຂອງບັນດາປະເທດໃຫຍ່ ແລະ ບັນດາປະເທດຕາເວັນອອກ ກາງ ເຮັດໃຫ້ມີຜົນກະທົບໂດຍກົງ ຕໍ່ການສະໜອງ ແລະ ລາຄານໍ້າ ມັນເຊື້ອໄຟຂອງປະເທດເຮົາ ຊຶ່ງ ໝາຍຄວາມວ່າ ລັດຖະບານ ຊຸດທີ X ໄດ້ເລີ່ມຕົ້ນການປະຕິບັດໜ້າທີ່ ໃນສະພາບແວດລ້ອມທີ່ເຄັ່ງຮ້ອນ ແລະ ສິ່ງທ້າທາຍຫລາຍດ້ານ ເປັນ ຕົ້ນ ຄວາມໝັ້ນຄົງທາງດ້ານພະລັງ ງານ; ການຫັນເປັນດີຈິຕອນ ແລະ ຊັບພະຍາກອນມະນຸດ; ການບໍລິ ຫານແລະກົນໄກຈຳນວນໜຶ່ງທີ່ຍັງ ອຸດຕັນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ກໍຄື ບັນດາມະ ຕິ, ຄໍາສັ່ງ ແລະ ແຈ້ງການຂອງລັດ ຖະບານ ບໍ່ມີປະສິດທິຜົນເທົ່າທີ່ ຄວນ; ໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນ ຟ້າອາກາດ ແລະ ອື່ນໆ. ດ້ວຍເຫດ ນັ້ນ ສະມາຊິກລັດຖະບານ ຊຸດທີ X ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ ໃນພາລະກິດທີ່ຖືກ ມອບໝາຍຈາກປະຊາຊົນລາວ ບັນດາເຜົ່າ ໂດຍປະຕິບັດຕາມທິດຊີ້ ນໍາຂອງສະຫາຍເລຂາທິການໃຫຍ່ ຄື: ສ້າງລັດຖະບານ ຊຸດທີ X ຫັນ ເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະ ທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂ ສະພາບ “ເວົ້າຫລາຍເຮັດໜ້ອຍຫລື ບໍ່ເຮັດ, ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນ ໄດ້ຮັບ ຫລື ເກີດຜົນທີ່ສາມາດຈັບ ຕ້ອງໄດ້”; ເປັນເຈົ້າການຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີXແລະ ບັນດາ ມະຕິຂອງສະພາແຫ່ງຊາດ ວາງ ອອກດ້ວຍຄວາມຮັບຜິດຊອບສູງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີ ທັດສະນະ ຢ່າງກົງໄປກົງມາ, ກະ ທັດຮັດ, ມີຈຸດສຸມ ເພື່ອເຮັດໃຫ້ກອງ ປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ ວາງໄວ້. ພິເສດ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ເພື່ອເປັນເຂັມຊີ້ທິດເຍືອງ ທາງ, ເປັນກໍາລັງໃຈ ໃຫ້ແກ່ລັດຖະ ບານຊຸດໃໝ່. ຂ່າວ: ຫສນຍ; ພາບ: ອ່າຍຄຳ ເປີດໂຮງງານ...ີ ສູ່ຕະຫລາດ ແລະ ອຸດສາຫະກຳຄໍາ ລະດັບໂລກ, ເປັນບາດກ້າວ ແລະ ຄວາມມຸ່ງໝັ້ນ ຕໍ່ການປະກອບສ່ວນ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ ນັບມື້ໄດ້ຮັບໝາກຜົນຫລາຍຂຶ້ນ, ເຮັດໃຫ້ປະເທດລາວ ມີໂຮງງານ ກັ່ນຫລອມຄໍາ ທີ່ໄດ້ມາດຕະຖານ ສາກົນ, ທັງເປັນການປະກາດ ຄວາມພ້ອມ ທີ່ປະເທດລາວຈະກ້າວ ຂຶ້ນມີບົດບາດສໍາຄັນໃນຕະຫລາດ ຄໍາ ຊຶ່ງຄຳລາວ ຈະກາຍເປັນຫລັກ ຊັບຄໍ້າປະກັນຄ່າເງິນກີບ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ລະບົບເສດ ຖະກິດມະຫາພາກຂອງຊາດ ໃຫ້ມີ ຄວາມໝັ້ນຄົງ; ພ້ອມກັນນັ້ນ ໂຮງ ງານແຫ່ງນີ້ ຈະເປັນຕົວແທນໃຫ້ ແກ່ອຸດສາຫະກໍາຍຸກໃໝ່ ທີ່ເນັ້ນໃສ່ ຄວາມທັນສະໄໝ ແລະ ໄປຕາມ ທິດທີ່ຍືນຍົງ. ສະນັ້ນ, ຈຶ່ງຖືໄດ້ວ່າ ນີ້ຄືຕົວແບບທີ່ຢັ້ງຢືນມາດຕະຖານ ອຸດສາຫະກໍາຂອງລາວ ກ້າວໄປ ສູ່ລະດັບສາກົນແບບສະຫງ່າງາມ. ໃນຕອນທ້າຍພິທີ, ທ່ານ ນາຍົກ ລັດຖະມົນຕີ ພ້ອມດ້ວຍການນຳ ຂັ້ນສູງ ແລະ ປະທານບໍລິສັດ ພີພີ ແອວ ໂຮນດິ້ງ ຈຳກັດ ໄດ້ພ້ອມກັນ ຕັດແຖບຜ້າ ເພື່ອເປີດການນຳໃຊ້ ໂຮງງານຢ່າງເປັນທາງ ແລະ ໄດ້ ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນ ສິລິມຸງຄຸນແກ່ການເປີດໂຮງງານ, ພ້ອມທັງສືບຕໍ່ຢ້ຽມຊົມອາຄານ ໂຮງງານດັ່ງກ່າວ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແລະ ສານ, ລວມທັງການແລກ ປ່ຽນບົດຮຽນກັບວິທະຍາກອນ ຈາກປະເທດໄທ ໃນການຕ້ານ ແລະ ສຳມະນາ... ສະກັດກັ້ນການລະເມີດສິດ. ການຈັດສຳມະນາໃນຄັ້ງນີ້, ຖື ເປັນການສືບຕໍ່ໃນການເສີມສ້າງ ຂີດຄວາມສາມາດ ໃຫ້ແກ່ເຈົ້າໜ້າ ທີ່, ຍົກສູງຄວາມຮັບຮູ້ໃນສັງຄົມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນ ໃນການຈົດທະບຽນ ແລະ ປົກປ້ອງສິດຊັບສິນທາງປັນຍາ ໃນ ສປປ ລາວ. ຂ່າວ-ພາບ: ຂ່າວສານ ອຄ ການເປັນປະທານຂອງ ທ່ານ ອານຸ ພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີ ທ່ານ ນາງ ວຽນວິໄລ ດີລະພັນ ຮອງ ປະທານຄະນະກໍາມະການປົກຄອງ ແຂວງຫລວງພະບາງ, ທ່ານ ນາງ Bénédicte DESCHAMPS ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ບັນດາທູຕານຸທູດທີ່ ໃຊ້ພາສາຝຣັ່ງ, ຜູ້ຕາງໜ້າຈາກ ຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງອົງການຝຣັງໂກໂຟນີສາກົນ, ຜູ້ຕາງໜ້າຫ້ອງການ ມະຫາວິທະ ຍາໄລຝຣັງໂກໂຟນີ (AUF), ຜູ້ ຕາງໜ້າຈາກກະຊວງຂະແໜງ ການ ແລະ ພະແນກການຕ່າງໆທີ່ ກ່ຽວຂ້ອງ, ບັນດາຄູ-ອາຈານ, ນັກ ຮຽນ ແລະ ນັກສຶກສາ ພາຍໃນ ແຂວງຫລວງພະບາງ ເຂົ້າຮ່ວມ. ໂອກາດນີ້, ທ່ານຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນ ຂອງ ວັນຝຣັງໂກໂຟນີສາກົນ ກໍຄື ເນື້ອໃນຫົວຂໍ້ທີ່ສຳຄັນ ສຳລັບການ ສະເຫລີມສະຫລອງວັນດັ່ງກ່າວ ປະ ຈໍາປີ 2026. ພ້ອມກັນນັ້ນ, ກໍໄດ້ ສະເໜີໃຫ້ຊາບກ່ຽວກັບການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີ ສາກົນ ໂດຍ ສະເພາະການເຄື່ອນໄຫວວຽກງານ ໂດຍສັງເຂບ ຂອງ ສປປ ລາວ ໃນ ຂອບວຽກຝຣັງໂກໂຟນີ, ການສົ່ງ ເສີມພາສາຝຣັ່ງ ແລະ ຄຸນຄ່າຂອງ ຝຣັງໂກໂຟນີ, ພ້ອມທັງ ໄດ້ຕີລາຄາ ກ່ຽວກັບສະພາບການນໍາໃຊ້ພາສາ ຝຣັ່ງ ໃນພາກພື້ນ ແລະ ສາກົນ, ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມື ໃນ ຂອບການຮຽນ-ການສອນພາສາ ຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄື ຢູ່ ສປປ ລາວ, ລວມທັງຄວາມ ສຳຄັນໃນການສົ່ງເສີມ ການສ້າງ ວຽກເຮັດງານທຳໃຫ້ແກ່ຊາວໝຸ່ມ ຍິງ-ຊາຍ ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ທ່ານຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຍັງ ໄດ້ຍົກໃຫ້ເຫັນວ່າ ປີ 2026 ແມ່ນ ມີຄວາໝາຍສໍາຄັນຫລາຍສໍາລັບ ສປປ ລາວ ໃນການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ແລະ ເປັນປີແຫ່ງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 10, ພ້ອມ ທັງແມ່ນການຄົບຮອບ 35 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງ ອົງການຝຣັງໂກໂຟນີສາກົນ ແລະ ໃນມໍ່ໆມານີ້ ສປປ ລາວ ກໍໄດ້ຕ້ອນ ຮັບການມາຢ້ຽມຢາມຢ່າງເປັນທາງ ການຂອງ ທ່ານ ນາງ ລຸ່ຍ ມູຊີກິ ວາໂລ(LouiseMushikiwabo), ເລຂາທິການໃຫຍ່ອົງການຝຣັງ ໂກໂຟນີສາກົນ ໃນລະຫວ່າງວັນທີ 4-5 ມີນາ 2026 ທີ່ຜ່ານມາ, ການ ຢ້ຽມຢາມດັ່ງກ່າວ ຖືເປັນໂອກາດ ດີໃນຊຸກຍູ້ການເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງ ອົງການ OIF ແລະ ສປປ ລາວ ພ້ອມທັງ ເປັນການຊຸກຍຸ້ ແລະ ສົ່ງເສີມການ ຮຽນ-ການສອນພາສາຝຣັ່ງ. ໃນໂອກາດດຽວກັນ, ທ່ານເອກ ອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການສະ ເຫລີມສະຫລອງວັນສຳຄັນດັ່ງ ກ່າວ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃນການ ສົ່ງເສີມການຮຽນການ-ການສອນ ພາສາຝຣັ່ງ ແລະ ການເຄື່ອນໄຫວ ວຽກງານຝຣັງໂກໂຟນີ. ຈາກນັ້ນ, ທ່ານຜູ້ຕາງໜ້າຈາກຫ້ອງການ ພາກພື້ນອາຊີ-ປາຊີຟິກ ຂອງອົງ ການ OIF ກໍໄດ້ປະກອບຄໍາເຫັນ ແລະ ໄດ້ອ່ານບົດຄໍາເຫັນຂອງ ເລຂາທິການໃຫຍ່ ອົງການ OIF ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວ ວຽກງານຂອງອົງການ OIF ໃນ ລະດັບພາກພື້ນ ແລະ ສາກົນ, ຕະ ຫລອດເຖິງການພົວພັນຮ່ວມມືກັບ ສປປ ລາວ ໃນຂອບວຽກງານຝຣັງ ໂກໂຟນີ ໂດຍສະເພາະການຮ່ວມ ໃນຂອບການສົ່ງເສີມເສີມການ ຮຽນ-ການສອນພາສາຝຣັ່ງ ແລະ ໃນວຽກງານຕ່າງໆທີ່ກ່ຽວຂ້ອງ. ອົງການຝຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາ ກົນ ສຳລັບບັນດາປະເທດທີ່ໃຊ້ ພາສາຝຣັ່ງ, ໄດ້ສ້າງຕັ້ງຂຶ້ນໃນວັນ ທີ 20 ມີນາ 1970 ຊຶ່ງໃນເບື້ອງ ຕົ້ນມີຊື່ວ່າ ອົງການຮ່ວມມືທາງ ດ້ານວັດທະນະທໍາ ແລະ ເຕັກນິກ (ACCT), ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນອົງການຝຣັງ ໂກໂຟນີສາກົນ (OIF). ປັດຈຸບັນ, ມີສະມາຊິກທັງໝົດ 90 ປະເທດ ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳ ນັກງານໃຫຍ່ຕັ້ງຢູ່ນະຄອນຫລວງ ປາຣີ, ປະເທດຝຣັ່ງ. ສປປ ລາວ ໄດ້ເຂົ້າເປັນສະມາ ຊິກສົມບູນຂອງອົງການຝຣັງໂກ ໂຟນີສາກົນ ໃນປີ 1991 ແລະ ກໍ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນ ການເຄື່ອນໄຫວວຽກງານຕ່າງໆ ຂອງອົງການດັ່ງກ່າວ, ລວມທັງ ການຮ່ວມມື ໃນການສົ່ງເສີມພາ ສາຝຣັ່ງ, ຄວາມຫລາກຫລາຍ ທາງດ້ານວັດທະນະທຳ, ການ ຮ່ວມມືດ້ານເສດຖະກິດ ແລະ ດີຈິ ຕອນ. ສປປ ລາວ ໄດ້ດຳເນີນການ ຮຽນ-ການສອນພາສາຝຣັ່ງ ຢູ່ ນະຄອນຫລວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫລວງພະບາງ, ສະຫວັນ ນະເຂດ ແລະ ຈຳປາສັກ. ພາສາ ຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ໂດຍສະ ເພາະແມ່ນໄດ້ມີການສົ່ງເສີມການ ຮຽນ-ການສອນພາສາຝຣັ່ງ, ການ ຝຶກອົບຮົມຄູ-ອາຈານ ແລະ ການ ພັດທະນາຫ້ອງຮຽນສອງພາສາ ລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນ ການສຶກສາລະດັບສູງ. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືໃນຂົງ ເຂດອື່ນໆ ເຊັ່ນ: ສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການ ພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ອື່ນໆ. ຄະນະ. ການລົງຊຸກຍູ້ ແລະ ມອບເຄື່ອງ ຊ່ວຍເຫລືອ ໃນຄັ້ງນີ້, ເປັນການໃຫ້ ກໍາລັງໃຈ ນາຍ ແລະ ພົນທະຫານ ທີ່ຖືກຜົນກະທົບຈາກພາຍຸໝາກ ເຫັບ ໃນວັນທີ 22 ມີນາ 2026 ທີ່ ຜ່ານມາ, ສົ່ງຜົນກະທົບທາງດ້ານ ຊັບສິນຢ່າງມະຫາສານ ຊຶ່ງການ ຊ່ວຍເຫລືອດັ່ງກ່າວ, ປະກອບມີ: ນ້ຳດື່ມ ແລະ ເງິນ ລວມມູນຄ່າທັງ ໝົດ 52 ລ້ານກີບ. ພ້ອມນີ້, ຍັງໄດ້ ມອບກະເບື້ອງມຸງຫລັງຄາ ໃຫ້ຫ້ອງ ການຊາວໜຸ່ມກອງທັບ ກະຊວງ ປ້ອງກັນປະເທດ ລວມມູນຄ່າ 25 ລ້ານກີບ. ພິເສດ, ການລົງຊຸກຍູ້ ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ຍັງໄດ້ມອບກະເບື້ອງໃຫ້4 ຄອບຄົວ ຂອງພະນັກງານສູນກາງຊາວໜຸ່ມ ທີ່ຖືກໄພພິບັດຈາກພາຍຸໃນຄັ້ງນີ້, ລວມມູນຄ່າ ການຊ່ວຍເຫລືອທັງ ໝົດ 78 ລ້ານກີບ ໃຫ້ກຽດມອບ ໂດຍ ທ່ານ ທອງລີ ສີສຸລິດ ກໍາມະ ການສູນກາງພັກ, ເລຂາຄະນະ ບໍລິຫານງານ ສຊປລ. ຂ່າວ: ນິງນ໋ອງ ສຽງສະຫວັນ ການນຳ ສຊປລ... ສະຫລອງ... ທ່ານ ສອນໄຊ ສີພັນດອນ (ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນແກ່ການເປີດໂຮງງານ) ທ່ານ ສອນໄຊ ສີພັນດອນ

RkJQdWJsaXNoZXIy MTc3MTYxMQ==