9u o lk,kfra fmtoks5j opq o c[[dh k;dt3ff.ow]ptg;]klA owfh co;.fL 27/03/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d © §Ç Å ນª າÃÇ Å ນÇ v5 my pkocsj '-kf su o|k,|+ vu d|bj 'lt4komuj mj v'mj P;pa ']= 7vpoa dmj v'mj P;g0Q k,klera f ຂປລ. ອຸທິຍານແຫ່ງຊາດ ຫີນ ໜາມໜໍ່ ຕັ້ງຢູ່ທິດຕາເວັນອອກສ່ຽງ ໃຕ້ຂອງປະເທດລາວ, ມີເນື້ອທີ່ປະ ມານ 2.000 ເຮັກຕາ, ຢູ່ພາກກາງ ຂອງສາຍພູຫລວງໃນເຂດພື້ນທີ່ມີພູ ຫີນປູນສູງຊັນຈໍານວນຫລາຍ ແລະ ເປັນເຂດຊາຍແດນລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໂດຍມີ ຂອບເຂດຊາຍແດນທາງທິດຕາເວັນ ອອກຕິດກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກ ໂລກທາງດ້ານທໍາມະຊາດໃນປະ ເທດຫວຽດນາມ ແລະ ເມື່ອເຂດ ພື້ນທີ່ອະນຸລັກທັງສອງແຫ່ງນີ້ລວມ ເຂົ້າກັນຈະກາຍເປັນພູມິທັດພູຫີນປູນ ຂະໜາດໃຫຍ່ທີ່ສຸດໃນໂລກ. ຂປລ. ສືບເນື່ອງຈາກຕົວຢ່າງ ໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດທັນສະໄໝ ຂອງຈີນຊ່ວຍພີ່ນ້ອງເພື່ອນມິດ ໃກ້ຄຽງ ກໍຄືບັນດາຜູ້ປ່ວຍຊາວລາວ ພົ້ນຄວາມທຸກທໍລະມານ ແລະ ລອດ ຊີວິດຈາກພະຍາດອັນຕະລາຍໄດ້ ຊຶ່ງເຫດການນີ້ບໍ່ພຽງແຕ່ສະທ້ອນ ໃຫ້ເຫັນການພັດທະນາຫຸ່ນຍົນທີ່ ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນ ແຕ່ຍັງເຮັດໃຫ້ຊາວ ໂລກໄດ້ເຫັນຢ່າງປະຈັກຕາວ່າຈີນ ກາຍເປັນຜູ້ນໍາໜ້າດ້ານອຸດສາຫະ ກໍາຫຸ່ນຍົນ ແລະ ເອໄອ ສາມາດນໍາ ໃຊ້ເຂົ້າໃນວຽກງານສາທາລະນະ ສຸກ ໄດ້ຢ່າງມີປະສິດທິຜົນສູງ. ຈາກພາບເຫລົ່ານັ້ນໄດ້ເກີດມີຄໍາ ຖາມວ່າ hຫຸ່ນຍົນi ຈະກາຍເປັນ ຕົວແທນແຮງງານຍຸກໃໝ່ ແລະ ເປັນກະດູກສັນຫລັງເສດຖະກິດໂລກ ຈິງ ຫລື ບໍ່ . ບັນດາຜູ້ຊ່ຽວຊານ ພັດທະນາຫຸ່ນຍົນທົ່ວໂລກຄາດວ່າ ຫຸ່ນຍົນອາດບໍ່ພຽງນໍາໃຊ້ທົດແທນ ແຮງງານຂອງມະນຸດເທົ່ານັ້ນ ຫາກ ຍັງຈະກາຍເປັນເກືອບທຸກສິ່ງຢ່າງ ໃນສັງຄົມຈົນກະທັງໄປເຖິງການໃຫ້ ບໍລິການປິ່ນປົວ ແລະ ກູ້ຊີວິດມະນຸດ ຈາກພະຍາດ, ອຸບັດເຫດ ແລະ ໄພ ພິບັດຕ່າງໆຢ່າງໜ້າມະຫັດສະຈັນ ໃນຍຸກໂລກາພິວັດແຫ່ງສະຕະວັດ ທີ 21. hຮິວແມນນອຍ ຫລື ເອີ້ນວ່າ: ຫຸ່ນຍົນມະນຸດ ()uNanPiE)i ແມ່ນຄຳເວົ້າອາດເຮັດໃຫ້ຫລາຍ ຄົນນຶກເຖິງຮູບເງົາເລື່ອງສົງຄາມ ອະວະກາດ 4UaS 8aST ໃນອະດີດ ຊຸມປີ 19 -199 ໃນຄາບຊອບ ຟາວເວີຕາເວັນຕົກ (TPGUQPXFS) ເປັນສ່ວນໜຶ່ງຂອງການເຜີຍແຜ່ ອໍານາດນຸ້ມນວນທາງວັດທະ ນະທໍາຂອງຊາດຕາເວັນຕົກໄດ້ ເຊື່ອມຊຶມເປັນຄ່ານິຍົມເຮັດໃຫ້ເກີດ ຄວາມສຸກ ແລະ ບັນເທີງຕື່ນຕາ ຕື່ນໃຈຕໍ່ຜູ້ຄົນໄປທົ່ວໂລກ. ແຕ່ເຊື່ອ ຫລື ບໍ່ວ່າຮູບເງົາເລື່ອງສົງຄາມ ອະວະກາດທີ່ມີມະນຸດ ແລະ ຫຸ່ນຍົນ ເປັນຕົວລະຄອນເອກໃນອະດີດ 40 ກວ່າປີຜ່ານມາເຖິງປັດຈຸບັນມັນໄດ້ ກ້າວຂາອອກຈາກໜ້າຈໍຮູບເງົາ ມາສູ່ໂລກຄວາມເປັນຈິງແລ້ວ ຊຶ່ງ ຫຸ່ນຍົນເຫລົ້ານັ້ນໄດ້ເຂົ້າມາຢູ່ໃນ ບ້ານ, ເຮືອນ, ໂຮງງານ, ບໍລິສັດ, ຮ້ານອາຫານ, ໂຮງແຮມ, ໂຮງໝໍ ຂອງພວກເຮົາແລ້ວ. ໃນຂະນະທີ່ ເຕັກໂນໂລຊີ ເອໄອ (A*) ກຳລັງ ເຮັດໃຫ້ຫຸ່ນຍົນ hມີຊີວິດຊີວາສົມຈິງ ຈົນແຍກບໍ່ອອກi ວ່າອັນໃດເປັນຫຸ່ນ ຍົນ, ອັນໃດເປັນມະນຸດ, ສັດ ແລະ ວັດຖຸສິ່ງອື່ນໆທີ່ເຄື່ອນໄຫວໄດ້ຄ້າຍ ຄືກັບພວກເຮົາເຈົ້າຂ້ອຍ. ຕ າ ມກ າ ນລ າ ຍ ງ າ ນຈ າ ກ ໂຄງການຄົ້ນຄວ້າໂກແມນແຊັກ ((PMENan 4aDhT 3FTFaSDh QSPKFDUT ) ຄາດຄະເນວ່າມູນຄ່າ ຕະຫລາດຫຸ່ນຍົນມະນຸດທົ່ວໂລກຈະ ບັນລຸ 3 ຕື້ໂດລາໃນປີ 2035 ຊຶ່ງ ໄດ້ຮັບແຮງຂັບເຄື່ອນຈາກຫ່ວງໂສ້ ຄວາມຕ້ອງການເພີ່ມຂຶ້ນ, ຄວາມ ກ້າວໜ້າຢ່າງວ່ອງໄວໃນດ້ານປັນ ຍາປະດິດ, ການຫລຸດຜ່ອນຕົ້ນ ທຶນການຜະລິດຢ່າງຫລວງຫລາຍ ແລະ ອື່ນໆ. ພາກອຸດສາຫະກຳ ຕ່າງໆພວມຫັນປ່ຽນຈາກການ ນໍາໃຊ້ມະນຸດສູ່ການນຳໃຊ້ຫຸ່ນຍົນ ແທນ ໂດຍສະເພາະຈີນກໍາລັງກ້າວ ຂຶ້ນເປັນຜູ້ນໍາດ້ານອຸດສາຫະກໍາຫຸ່ນ ຍົນອັນດັບຕົ້ນໆຂອງໂລກ, ໃນນັ້ນ ມີບໍລິສັດທີ່ມີຊື່ສຽງໂດ່ງດັງຂອງ ຈີນ ເຊັ່ນ: 6niUSFF, (aMCPU, /PFUiY,.aHiDLaC ແລະ ອື່ນໆ ກາຍເປັນຜູ້ສະໜອງທັງພາຍໃນ ແລະ ຕ່າງປະເທດຢ່າງໂດດເດັ່ນ. ນັກວິເຄາະໄດ້ອ້າງອີງຕາມ ຫລັກວິຊາການເຫັນວ່າຄວາມສຳ ເລັດຂອງຈີນນີ້ເກີດຈາກປັດໄຈ ສໍາຄັນຄື: ປັດໄຈດ້ານອຸປະທານ (4uQQMZ 4iEF) ແລະ ປັດໄຈ ດ້ານອຸປະສົງ (DFNanE 4iEF) ໃນນັ້ນ; ປັດໄຈດ້ານອຸປະທານ (4uQQMZ 4iEF) ແມ່ນຄວາມ ພ້ອມດ້ານເຕັກໂນໂລຊີ ຄືນະໂຍບາຍ ລັດຖະບານຈີນທີ່ເຂັ້ມແຂງໄດ້ບັນຈຸ ການພັດທະນາ A* ແລະ ຫຸ່ນຍົນ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງຈີນ 5 ປີຄັ້ງ ທີ 14 ແລະ ຄັ້ງທີ 15 ຫລໍ່ຫລອມ ເຂົ້າກັນຈົນກາຍເປັນແຜ່ນຄໍາທີ່ ມີຄ່າໝັ້ນຄົງໂດຍກຳນົດເປົ້າໝາຍ ໃຫ້ເປັນອຸດສາຫະກຳແຖວໜ້າຂອງ ໂລກ ໃນນັ້ນ ໄດ້ກວມເອົາຄວາມ ເປັນຜູ້ນຳດ້ານສິດທິບັດ. ປັດຈຸບັນ ຈີນຄອງອັນດັບຕົ້ນໆຂອງໂລກ ໃນການຈົດສິດທິບັດດ້ານຫຸ່ນຍົນ ແລະ A* ໂດຍມີບໍລິສັດຮົວເຫວີຍ ( )uaXFi), ປາຍຕູ(BaiEu) ແລະ ເທັນເຊັນ (5FnDFnU) ເປັນ ຜູ້ນຳ; ແຫລ່ງລວມສູນໂຮມເອົາ ຄົນເກັ່ງ (1PPM PG 5aMFnU) ຊຶ່ງລະບົບການສຶກສາຂອງຈີນ ໃຫ້ຄວາມສຳຄັນກັບສາຂາ A* ແລະ ຫຸ່ນຍົນມາກວ່າ 10 ປີ ໂດຍໄດ້ສ້າງບັນດານັກວິສະວະ ກໍາຫລາຍກວ່າ 1 ລ້ານຄົນຕໍ່ປີ ແລະຫລາຍກວ່າອາເມລິກາປະມານ 10 ເທົ່າ ; ການເຊື່ອມໂຍງ ເຕັກໂນໂລຊີ (5FDhnPMPHZ CPnWFSHFnDF): ຈີນໃຊ້ຄວາມ ໄດ້ປຽບເປັນຜູ້ນຳໃນອຸດສາຫະກຳ ລົດໄຟຟ້າ &7 ແລະ ລົດບໍ່ມີຄົນຂັບ ມາຕໍ່ຍອດເນື່ອງຈາກຫຸ່ນຍົນ ແລະ ລົດອັດສະລິຍະຕ່າງກໍໃຊ້ເຕັກໂນ ໂລຊີຮ່ວມກັນ ເຊັ່ນ: ໝໍ້ໄຟ (ແບັດ ເຕີÓີ), ລະບົບ A* ແລະ ຊິ້ນສ່ວນແຮ່ ຫາຍາກ( 3aSF &aSUh) ອື່ນໆ. ປັດໄຈດ້ານອຸປະສົງ (DFNanE 4iEF) ແມ່ນແຮງຊຸກຍູ້ຈາກກຸ່ມ ສັງຄົມຜູ້ສູງອາຍຸ (4uQFS AHinH 4PDiFUZ) ໃນນີ້ ຈີນມີທ່າອ່ຽງ ຈໍານວນປະຊາກອນຜູ້ສູງອາຍຸ ປະມານ 60 ປີຂຶ້ນໄປກວ່າ 23 ຫລື ປະມານ 300-400 ລ້ານຄົນ ຊຶ່ງກາຍເປັນຄວາມຈຳເປັນໃນ ການນຳຫຸ່ນຍົນມາທົດແທນແຮງ ງານຄົນຫລາຍຂຶ້ນ; ການປ່ຽນ ຜ່ານສູ່ເສດຖະກິດພາກບໍລິການ (4FSWiDF-CaTFE &DPnPNZ): ເມື່ອຈີນຄ່ອຍໆປ່ຽນຈາກພາກການ ຜະລິດມາສູ່ພາກບໍລິການເຮັດໃຫ້ ຄວາມຕ້ອງການຫຸ່ນຍົນຮູບແບບ ມະນຸດ ()uNanPiE) ເພື່ອໃຊ້ໃນ ວຽກບໍລິການ, ຄວາມບັນເທີງ ແລະ ການດູແລຜູ້ສູງອາຍຸ ຈຶ່ງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ຄວາມໄດ້ປຽບດ້ານ ຕົ້ນທຶນ ແລະ ການຜະລິດ: ກາຍ ເປັນປັດໄຈສຳຄັນອີກປະການໜຶ່ງ ຄື ຕົ້ນທຶນການຜະລິດທີ່ຕ່ຳກວ່າ ເນື່ອງຈາກຈີນມີລະບົບນິເວດການ ຜະລິດທີ່ຄົບວົງຈອນເຮັດໃຫ້ສາ ມາດຜະລິດຫຸ່ນຍົນທີ່ມີຄວາມຫລາກ ຫລາຍໃນລາຄາທີ່ເຂົ້າເຖິງໄດ້ເຊັ່ນ: ຫຸ່ນຍົນກັງຟູທີ່ມີລາຄາເລີ່ມຕົ້ນ ປະມານ 13.000 ໂດລາ ຊຶ່ງເຮັດ ໃຫ້ຄົນໄດ້ຮັບຄວາມສົນໃຈຢ່າງ ກວ້າງຂວາງ. ຈາກຜົນງານເປັນແບບຢ່າງ ດີເລີດສ່ອງແສງໃຫ້ເຫັນໝາກ ຜົນຄວາມສໍາເລັດຈັບຕ້ອງໄດ້ອັນ ຍິ່ງໃຫຍ່ບໍ່ມີຊາດໃດເຮັດໄດ້ໃນ ປະຫວັດສາດຄື: ຟື້ນຊີບເສັ້ນທາງ ສາຍໄໝບູຮານ 3.000 ກວ່າປີ ເປັນ ເສັ້ນທາງສາຍໄໝແຫ່ງສະຕະວັດທີ 21 ຊຶ່ງໄດ້ປ່ຽນແປງໂສມໜ້າເສັ້ນ ທາງເສດຖະກິດ, ການຄ້າ ແລະ ການໄປມາຫາສູ່ກັນກວມເອົາ 150 ກວ່າປະເທດທົ່ວໂລກ; ໃນໄລຍະ ບໍ່ພໍເທົ່າໃດປີ ຈີນສາມາດລຶບລ້າງ ຄວາມທຸກຍາກຂອງປະຊາຊົນໄດ້ 00 ລ້ານກວ່າຄົນ ແລະ ການ ເຕີບໂຕເສດຖະກິດຂອງຈີນ ສະເລ່ຍ ບໍ່ຫລຸດ 5 ຕໍ່ປີ. ສະນັ້ນ, ໂດຍ ຕີລາຄາພາບລວມການທີ່ຈີນກ້າວ ຂຶ້ນເປັນຜູ້ນຳດ້ານຫຸ່ນຍົນຂອງ ໂລກບໍ່ແມ່ນເລື່ອງບັງເອີນ ແຕ່ເກີດ ຈາກຄວາມພ້ອມຮອບດ້ານທັງນະ ໂຍບາຍລັດ, ເຕັກໂນໂລຊີທີ່ມີຮາກ ຖານຈາກອຸດສາຫະກຳ &7, ບຸກ ຄະລາກອນຈຳນວນມະຫາສານ, ຄວາມຈຳເປັນຈາກໂຄງສ້າງປະຊາ ກອນ ແລະ ແຮງກົດດັນຈາກຊາດ ຕາເວັນຕົກທີ່ຊຸກຍູ້ໃຫ້ຈີນຕ້ອງເລັ່ງ ພັດທະນາຈົນປະສົບຜົນສໍາເລັດຢ່າງ ໃຫຍ່ຫລວງ. ນັບຈາກນີ້ໄປພວກເຮົາ ເຈົ້າຂ້ອຍ ແລະ ຊາວໂລກຄວນຮຽນ ຮູ້ຫຍັງຈາກຈີນຕໍ່ໃນອະນາຄົດ. ອຸທິຍານແຫ່ງຊາດ ຫີນໜາມ ໜໍ່ເປັນພື້ນທີ່ພູຫີນປູນທີ່ມີຄວາມ ງາມໂດດເດັ່ນ, ສຳຄັນທາງດ້ານນິ ເວດວິທະຍາ ແລະ ການອະນຸລັກ ທຳມະຊາດ, ເປັນເຂດພື້ນທີ່ອະນຸລັກ ທີ່ສວຍສົດງົດງາມໜ້າປະທັບໃຈ, ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນຂອງຊີ ວະນາໆພັນຫລາກຫລາຍຊະນິດ ແລະ ບາງຊະນິດກໍ່ໃກ້ສູນພັນ ແລະ ກໍເປັນແຫລ່ງກໍາເນີດຂອງລະບົບ ນິເວດທໍາມະຊາດທີ່ຫລາກຫລາຍ ລວມທັງປ່າໄມ້ດົງດິບດັ້ງເດີມທີ່ ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍ ງາມແລະລະບົບນິເວດຖໍ້າທີ່ມີຄວາມ ສະຫລັບຊັບຊ້ອນເປັນຕົ້ນແມ່ນຖໍ້າ ນໍ້າລອດເຊບັ້ງໄຟ ຊຶ່ງເປັນຖໍ້າພູຫີນ ປູນທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງ ຂອງໂລກ ມີສາຍນໍ້າໄຫລລອດຜ່ານ ທຸກລະດູການ. ຄໍາວ່າ hຫີນໜາມໜໍ່i ແປວ່າ hພູຫີນປູນທີ່ມີຍອດແຫລມຄົມ ຄ້າຍຄືກັບໜໍ່ໄມ້i ຊຶ່ງໝາຍເຖິງພູມີ ທັດຂອງປ່າພູຫີນປູນທີ່ສູງຊັນ, ມີ ຍອດແຫລມຄົມອັນເປັນເອກະລັກ ສະເພາະໂດດເດັ່ນທີ່ເກີດຂຶ້ນຈາກ ຂະບວນການວິວັດທະນາການທາງ ດ້ານທໍລະນີວິທະຍາເປັນເວລາ 300 ລ້ານປີ. ອຸທິຍານແຫ່ງນີ້ໄດ້ຮັບຮອງ ເປັນມໍລະດົກໂລກຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມ ກັບການມາພັກຜ່ອນຢ່ອນໃຈກັບ ທຳມະຊາດແບບນີ້. ນອກຈາກນີ້, ສະຖານທີ່ທ່ອງທ່ຽວຖ້ຳນ້ຳລອດ ເຊບັ້ງໄຟແຫ່ງນີ້ ຍັງມີການບໍລິການ ທີ່ພັກແບບບັງກະໂລ, ສາມາດກາງ ເຕັ້ນນອນໃນຕຸບ, ຕາມແຄມແມ່ນ້ຳ ເຊບັ້ງໄຟຟັງສຽງນ້ຳໄຫລ, ສຽງສັດ ສາວາສິ່ງທີ່ຢູ່ຕາມພູຜາຫີນ ສ່ວນ ກົງກັນຂ້າມຂອງແມ່ນ້ຳກໍ່ມີຜາຫີນ ທີ່ຕັ້ງສູງຕະການຕາ ລຽບຕາມແຄມ ແມ່ນ້ຳເຊບັ້ງໄຟ, ຍອດຈອມຜາຫີນ ຈະເຫັນເປັນຊໍ່ໜາມລຽນກັນສະລັບ ຊັບຊ້ອນໄປຕາມຜາຫີນ ເຫັນແລ້ວ ເປັນຕາອອນຊອນ, ພ້ອມນີ້ຍັງມີ ຮ້ານອາຫານຄອຍໃຫ້ບໍລິການກັບ ນັກທ່ອງທ່ຽວ ແລະ ຍັງມີກິດຈະກຳ ຫລາຍຢ່າງເຊັ່ນ; ລ່ອງເຮືອລອດ ພາຍໃນຖ້ຳ, ຍ່າງເລາະປ່າຂຶ້ນຊົມ ທິວທັດທຳມະຊາດ, ໂດດຈ້ອງ ຈາກຈຸດຊົມທິວທັດ, ມີຕະຫລາດ ນັດຂອງຊາວບ້ານ ແລະ ອື່ນໆ, ມີພະນັກງານເອື້ອ ອຳນວຍຄວາມ ສະດວກໃຫ້ກັບແຂກທີ່ມາທ່ຽວ. ອຸທິຍານແຫ່ງຊາດ ຫີນໜາມ ໜໍ່ ບໍ່ພຽງແຕ່ເປັນມໍລະດົກໂລກ ແຫ່ງໃໝ່ຂອງ ສປປ ລາວ ເທົ່ານັ້ນ ແຕ່ຍັງເປັນສັນຍະລັກແຫ່ງຄວາມ ພາກພູມໃຈ ແລະ ເປັນສະຖານທີ່ ທີ່ລໍຄ່ອຍນັກທ່ອງທ່ຽວຈາກທົ່ວ ໂລກເຂົ້າມາສຳພັດກັບຄວາມງາມ ແລະ ຄວາມມະຫັດສະຈັນທີ່ທາງ ທຳມະຊາດເຊື່ອງຊ້ອນຢູ່ໃນໃຈກາງ ຂອງອາຊີຕາເວັນອອກສ່ຽງໃຕ້. ມໍລະດົກໂລກ ຄັ້ງທີ 4 ທີ່ປາÓີ ປະເທດຝÓັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້, ເຮັດໃຫ້ ຫີນໜາມໜໍ່ ກາຍເປັນມໍລະດົກໂລກ ແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດ ແຫ່ງທໍາອິດ, ພ້ອມທັງເປັນມໍລະດົກ ໂລກແບບຮ່ວມຊາຍແດນແຫ່ງທໍາ ອິດໃນພາກພື້ນ. ອຸທິຍານແຫ່ງນີ້ ບໍ່ພຽງແຕ່ເປັນ ສະຖານທີ່ມະຫັດສະຈັນທາງທໍາມະ ຊາດເທົ່ານັ້ນ ມັນຍັງເປັນສະຖານທີ່ ທີ່ມີຄຸນຄ່າຄວາມສໍາຄັນທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ອີກດ້ວຍ ພ້ອມກັບເປັນທີ່ຢູ່ອາໄສ ຂອງປະຊາຊົນຫລາຍຊົນເຜົ່າ ຊຶ່ງ ແຕ່ລະຊົນເຜົ່າກໍມີຮີດຄອງປະເພນີ ແລະ ວິຖີຊີວິດທີ່ເປັນເອກະລັກສະ ເພາະທີ່ແຕກຕ່າງກັນ, ນອກຈາກນີ້ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນ ທີ່ຕັ້ງຂອງຖໍ້າຈໍານວນຫລາຍແຫ່ງ ຊຶ່ງໃນນັ້ນມີຖໍ້ານໍ້າລອດເຊບັ້ງໄຟ ເປັນຖໍ້າທີ່ມີລັກສະນະໂດດເດັ່ນທີ່ສຸດ ແຫ່ງໜຶ່ງໃນພື້ນທີ່ອຸທິຍານ, ຖໍ້າ ແຫ່ງນີ້ເປັນສິ່ງມະຫັດສະຈັນທາງ ທໍາມະຊາດທີ່ເກີດຂຶ້ນຈາກການ ໄຫລຂອງສາຍນໍ້າເຊບັ້ງໄຟ 6,4 ກິໂລແມັດ ລອດຜ່ານພື້ນພູຫີນປູນ ເປັນເວລາຫລາຍລ້ານປີ ຈົນເຮັດ ໃຫ້ກາຍເປັນຖໍ້າຂະໜາດໃຫຍ່ທີ່ສຸດ ແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າ ໄຫລຜ່ານໂດຍຄວາມກວ້າງສະເລ່ຍ 6 ແມັດ, ສູງ 53 ແມັດ ພ້ອມກັບ ກວ້າງສຸດເຖິງ 200 ແມັດ ແລະ ສູງສຸດເຖິງ 120 ແມັດ, ເປັນຖໍ້າທີ່ມີ ຊື່ສຽງໂດ່ງດັງທາງດ້ານໂຄງສ້າງທີ່ ສວຍສົດງົດງາມ ແລະ ລະບົບນິເວດ ທໍາມະຊາດທີ່ອຸດົມສົມບູນ. ຖໍ້ານໍ້າ ລອດເຊບັ້ງໄຟເປັນອັນຍະມະນີໃຕ້ ພື້ນດິນ, ຝາດ້ານໃນຂອງຖໍ້າປະດັບ ດ້ວຍຫີນງອກຫີນຍ່ອຍທີ່ສວຍສົດ ງົດງາມທີ່ຄ້າຍຄືກັບຜ້າກັ້ງ ແລະ ໄຂ່ ມຸກມັງກອນຈໍານວນຫລາຍຕາມພື້ນ ຖໍ້າ. ພາຍໃນຖໍ້າ ກໍຍັງມີອ່າງນໍ້າໃສ ເຢັນຂະໜາດໃຫຍ່ທີ່ມີຄວາມຍາວ ເຖິງ 61 ແມັດ (ເປັນອ່າງນໍ້າທີ່ໃຫຍ່ ທີ່ສຸດກວ່າໝູ່ໃນຖໍ້າ) ສ່ວນດ້ານ ນອກຂອງຖ້ໍາ ກໍຈະສັງເກດເຫັນວັງ ນໍ້າໃຫຍ່ທີ່ມີລັດສະໝີປະມານ 200 ແມັດ ກັບຫາດຊາຍອ້ອມຮອບ ຊຶ່ງ ການປົກປັກຮັກສາວັງນໍ້າແຫ່ງນີ້ ກໍ ໄດ້ສ້າງເປັນວັງສະຫງວນປາຂອງ ບ້ານ ເພື່ອໃຫ້ເປັນບ່ອນແຜ່ພັນຂອງ ສັດນ້ຳ ແລະ ຮັບປະກັນແຫລ່ງ ອາຫານແບບຍືນຍົງໃຫ້ປະຊາຊົນ ແລະ ລະບົບນິເວດທໍາມະຊາດໃນ ພື້ນທີ່ດັ່ງກ່າວ ສ່ວນບໍລິເວນປາກ ຖ້ຳນ້ຳລອດເຊບັ້ງໄຟມີອ່າງນ້ຳໃຫຍ່ ຂຽວງາມເຫັນປາໃຫຍ່ນ້ອຍລອຍ ຫລິ້ນຕາມໜ້ານ້ຳປາກຖ້ຳເຊບັ້ງໄຟ ຕະຫລອດປີ ແລະ ມີສຽງນ້ຳໄຫລ ລອດຕາມຫວ່າງຫີນ, ມີປ່າໄມ້ທີ່ ຂຽວອ້ອມຮອບອ່າງແມ່ນ້ຳ, ມີສາຍ ລົມພັດບໍ່ຂາດສາຍ ແລະ ເໝາະ
RkJQdWJsaXNoZXIy MTc3MTYxMQ==