7244

27/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©“’ າÃÇ “າ xb dlksk]n ot3p[kpdv[dko]q 'mb o grnj vs]5 fzj vo,q o]try f\vd7;a o ຂປລ. ໃນວາລະດຳເນີນກອງ ປະຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ Y ກອງປະຊຸມໄດ້ ສະເໜີຫລາຍບັນຫາໃຫ້ບັນດາສະ ພາແຫ່ງຊາດ ເພື່ອໃຫ້ສະມາຊິກ ສະພາແຫ່ງຊາດປະກອບຄຳຄິດຄຳ ເຫັນຕໍ່ໂຄງການໃຫ້ໄດ້ຮັບໝາກຜົນ ທີ່ດີ ແລະ ເກີດປະໂຫຍດສູງສຸດສູ່ ປະຊາຊົນກ່ອນການຮັບຮອງ ໂດຍ ສະເພາະແມ່ນໂຄງການລົງທຶນກໍ່ ສ້າງເສັ້ນທາງລົດໄຟແຕ່ຕົວເມືອງ ທ່າແຂກແຂວງຄຳມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບການລົງທຶນກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ທ່ານ ນາງ ເພັດສະສອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະ ຊວງການເງິນ, ສສຊ ເຂດ 10 ແຂວງວຽງຈັນ ໄດ້ປະກອບຄຳເຫັນ ຕໍ່ໂຄງການລົງທຶນດັ່ງກ່າວ ຊຶ່ງ ປະກອບມີ 3 ຈຸດຄື: ຈຸດທີໜຶ່ງຜ່ານ ການຄົ້ນຄວ້າ ແລະ ຮັບຟັງການສະ ເໜີ ໂດຍຫຍໍ້ຢ່າງຮອບດ້ານຈະ ແຈ້ງຈາກທ່ານຮອງນາຍົກລັດຖະ ມົນຕີ ແລະ ສົມທົບໃສ່ການປະກອບ ຄຳເຫັນຂອງທ່ານຮອງປະທານ, ຄະນະປະຈຳພາແຫ່ງຊາດ, ຂ້າພະ ເຈົ້າເຫັນດີສະໜັບສະໜູນການ ຂປລ. ເມື່ອບໍ່ດົນມານີ້, ທີ່ ນະຄອນຫລວງວຽງຈັນ ພະແນກ ຄວບຄຸມມົນລະພິດ, ກົມສິ່ງແວດ ລ້ອມ, ກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ໄດ້ຈັດກອງປະຊຸມປຶກ ສາຫາລືແຫ່ງຊາດຄັ້ງທີ ** ກ່ຽວກັບ ນະໂຍບາຍກອບການລົງທຶນ ເພື່ອ ວຽກງານຫລຸດຜ່ອນມົນລະພິດ ໝອກຄວັນຜັນຂະຫຍາຍຈາກກອບ ການລົງທຶນອາຊຽນ ເພື່ອສ້າງເປັນ ບຸລິມະສິດກອບການລົງທຶນຂອງ ຮັບຮອງເອົາໂຄງການສ້າງທາງ ລົດໄຟດ້ານຫລັກການ ເພື່ອໃຫ້ ລັດຖະບານສາມາດດຳເນີນການ ເຊັນສັນຍາສຳປະທານ (CA), ຢູ່ໃນກອບເນື້ອໃນຫລັກການໃຫຍ່ ຕາມການສະເໜີເນື່ອງຈາກວ່າ ຄວາມຈຳເປັນໃນການພັດທະນາ ໂຄງການພັດທະນາເສັ້ນທາງລົດໄຟ ທັນສະໄໝ, ທັງເປັນໂຄງການ ທີ່ນອນໃນແຜນລວມຂອງການ ພັດທະນາພື້ນຖານໂຄງລ່າງດ້ານ ຄົມມະນາຄົມ ຊຶ່ງເຊື່ອໝັ້ນວ່າຈະ ສາມາດນຳຜົນປະໂຫຍດທາງດ້ານ ການຜະລິດ, ການຄ້າ, ການລົງທຶນ, ການບໍລິການທ່ອງທ່ຽວ. ພິເສດຈະ ສາມາດສົ່ງເສີມໃຫ້ມີການຜະລິດ ໃຫ້ຫລາກຫລາຍໃນຂະແໜງການ ກະສິກຳ, ອຸດສາຫະກຳປຸງແຕ່ງ ຄຽງຄູ່ກັບຂະແໜງອຸດສາຫະກຳ ໄຟຟ້າ ແລະ ພະລັງງານ, ນຳໃຊ້ ທ່າແຮງ ແລະ ສຸມໃສ່ພັດທະນາ ເສດຖະກິດປາຍແຫລມທີ່ກຳນົດ ໄວ້ໃນແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ; ເປັນໂຄງການບຸ ລິມະສິດ, ຍຸດທະສາດຂອງສອງພັກ, ສອງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ. ຈຸດທີສອງ: ເນື່ອງຈາກວ່າ ໂຄງການນີ້ ເປັນໂຄງການລົງທຶນ ໂດຍກົງຈາກເອກະຊົນໃນຮູບແບບ ກໍ່ສ້າງ, ດຳເນີນ ແລະ ມອບໂອນ (B05), ເຖິງຢ່າງໃດກໍ່ຕາມ ເງື່ອນໄຂຄວາມເປັນຈິງບໍລິສັດ ເອກະຊົນກໍຍັງຈຳເປັນທີ່ຕ້ອງອີງ ໃສ່ລັດຖະບານ ຫລື ລັດຖະບານກໍມີ ພັນທະອຳນວຍຄວາມສະດວກໃຫ້ ພາກເອກະຊົນ. ດັ່ງນັ້ນ, ຂໍສະເໜີພາກສ່ວນທີ່ ກ່ຽວຂ້ອງທົບທວນຄືນກ່ຽວກັບບົດ ວິພາກເສດຖະກິດ, ເຕັກນິກ, ໂດຍ ສະພາະແມ່ນອັດຕາຜົນຕອບແທນ ,1 , ລົງເລິກຄຳນຶງເຖິງຄວາມ ສ່ຽງເຊັ່ນ: ລາຍຮັບຕໍ່າກວ່າແຜນ ຄາດຫວັງໄວ້, ຄ່າສິ້ນເປືອງຕົ້ນທຶນ ເພີ່ມຂຶ້ນ, ອັດຕາແລກປ່ຽນ ແລະ ດອກເບ້ຍ. ສະນັ້ນ, ເອກະສານຊ້ອນ ທ້າຍທີ 3, ແລະ 2 ລົງເລິກ ລາຍລະອຽດຕື່ມ. ສຳລັບພັນທະ ຂອງລັດຖະບານ ຊຶ່ງຈະມີຫລາຍ ຮູບແບບ ແລະ ຫລາຍຂົງເຂດເປັນ ຕົ້ນແມ່ນພັນທະອຳນວຍຄວາມ ສະດວກ, ເກັບກູ້ວັດຖຸລະເບີດທີ່ບໍ່ ທັນແຕກ, ການຈັດສັນຍົກຍ້າຍ, ຊົດ ເຊີຍ..., ຖ້າເປັນພັນທະທີ່ຈຳເປັນ ຕ້ອງນໍາໃຊ້ງົບປະມານກໍຄວນຈະ ໄດ້ຄາດຄະເນ. ຈຸດທີສາມ: ໂຄງການເສັ້ນທາງ ລົດໄຟຖ້າອີງໃສ່ອາຍຸການສຳປະ ທານ 50 ປີ ຊຶ່ງຫາກໃນປີ 2030 ສຳເລັດກໍໝາຍວ່າໃນປີ 20 0 ທາງລົດໄຟກໍ່ຈະຖືກມອບໂອນໃຫ້ ລັດຄຸ້ມຄອງ (ກໍລະນີບໍ່ມີການຕໍ່ ສັນຍາ), ດັ່ງນັ້ນ ທາງລົດໄຟກໍ່ປຽບ ເໝືອນຊັບສົມບັດຂອງຊາດ ແລະ ຈຳເປັນໃຫ້ກວດຄືນ ແລະ ລະບຸແຈ້ງ ໃນເອກະສານສັນຍາວ່າດ້ວຍການ ບຳລຸງຮັກສາສ້ອມແປງຮັບປະກັນ ວ່າໃນວັນເວລາມອບໂອນທາງລົດ ໄຟຍັງສາມາດດຳເນີນງານໄດ້ດີ, ຖ້າບໍ່ດັ່ງນັ້ນ ພວກເຮົາອາດຈະບໍ່ໄດ້ ຮັບຜົນປະໂຫຍດສູງສຸດຫລັງຈາກ ມອບໂອນໂຄງການດັ່ງກ່າວ ຫລັງ ຈາກສິ້ນສຸດໄລຍະສຳປະທານ. ແນວໃດກໍດີ, ຂ້າພະເຈົ້າແມ່ນ ສະໜັບສະໜູນໂຄງການດັ່ງກ່າວ ແລະ ມີຄວາມເຊື່ອໝັ້ນວ່າ ເສັ້ນທາງ ລົດໄຟດັ່ງກ່າວຈະເປັນເສັ້ນທາງ ມິດຕະພາບ ແລະ ເສັ້ນທາງແຫ່ງ ການພັດທະນານຳເອົາ ສປປ ລາວ ກ້າວຂຶ້ນສູ່ປະເທດທີ່ມີລາຍຮັບປານ ກາງສູງຫຍັບເຂົ້າໃກ້ປະເທດທີ່ມີ ລາຍຮັບສູງໃນປີ 2055. ll- g0f 10 ltg|u lk,[a osk 837'dkod+ lh k'glA omk']q fw2 ]k;{s;Pfok, + ສປປ ລາວ ໂດຍການເປັນປະທານ ຮ່ວມຂອງທ່ານ ອາລຸນ ໄຊຍະວົງ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ CaThFM (MFFTPn ຮອງ ເອກອັກຄະລັດຖະທູດແຫ່ງປະເທດ ອັງກິດປະຈໍາ ສປປ ລາວ, ທ່ານ 'ai[aM 1aSiTh ຜູ້ອໍານວຍການ ສູນສິ່ງແວດລ້ອມໂລກ ສຳນັກງານ ປະເທດມາເລເຊຍ, ມີຜູ້ເຂົ້າຮ່ວມ ຈາກກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ, ມະຫາວິທະຍາໄລ ແຫ່ງຊາດ, ອົງການຈັດຕັ້ງສາກົນ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື, ຈໍາປາສັກ, ສະ ຫວັນນະເຂດ, ເຊກອງ ແລະ ແຂວງ ຄໍາມ່ວນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອຢັ້ງຢືນ ຂໍ້ມູນ ແລະ ປຶກສາຫາລືກ່ຽວກັບ ວຽກງານໂຄງການ ແລະ ແຜນ ງານທີ່ເປັນບຸລິມະສິດຂອງ ສປປ ລາວ ໃນການຫລຸດຜ່ອນບັນຫາມົນ ລະພິດໝອກຄວັນທີ່ມີແຫລ່ງກໍາເນີດ ປ່ອຍມົນລະພິດຈາກການຜະລິດ ກະສິກໍາເປົ້າໝາຍນະໂຍບາຍກອບ ການລົງທຶນ ເພື່ອວຽກງານຫລຸດ ຜ່ອນມົນລະພິດໝອກຄວັນແມ່ນ ຈະຖືກຮັບຮອງ ໂດຍຂັ້ນການນໍາ ຂອງກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ຊຶ່ງກອງປະຊຸມປຶກສາ ຫາລືນີ້ແມ່ນຖືກຈັດຂຶ້ນເປັນຄັ້ງທີ ສອງ ຊຶ່ງໄດ້ສືບຕໍ່ຜັນຂະຫຍາຍໝາກ ຜົນຈາກກອງປະຊຸມປຶກສາຫາລື ລະດັບຊາດຄັ້ງທີໜຶ່ງໃນເດືອນ ທັນວາ 2025 ທີ່ຜ່ານມາ. ນີ້ແມ່ນ ສ່ວນໜຶ່ງຂອງຂະບວນການທີ່ພວມ ຈັດຕັ້ງປະຕິບັດເພື່ອສະໜັບສະໜູນ ການພັດທະນາກອບການລົງທຶນ ແຫ່ງຊາດ (/*') ດ້ານການຈັດ ການຄຸ້ມຄອງທີ່ດິນແບບຍືນຍົງ ໂດຍປາສະຈາກໝອກຄວັນ (A*'- )'4L.) ຂອງ ສປປ ລາວ ໃຫ້ ສອດຄ່ອງກັບກອບການລົງທຶນ ຂອງອາຊຽນ. ໂດຍວຽກງານການ ສ້າງນະໂຍບາຍກອບການລົງທຶນ ເພື່ອວຽກງານຫລຸດຜ່ອນມົນລະ ພິດໝອກຄວັນແມ່ນໄດ້ຮັບການສະ ໜັບສະໜູນດ້ານງົບປະມານໂດຍ ອົງການ A4&A/-6, (SFFn 5SanTiUiPn 'unE ((5') ແລະ ສະໜັບສະໜູນດ້ານວິຊາການໂດຍ ອົງການ (MPCaM &nWiSPnNFnU CFnUSF ((&C) ແລະ (MPCaM (SFFn (SPXUh *nTU i UuUF ((((*). ຂປລ. ຕະຫລອດໄລຍະ5ປີຜ່ານ ມາ(2021-2025) ອົງການກວດ ສອບແຫ່ງລັດ ໄດ້ສຸມໃສ່ກວດສອບ ບັນດາເປົ້າໝາຍຕົ້ນຕໍທີ່ມີຄວາມສໍາ ຄັນຕໍ່ການພັດທະນາເສດຖະກິດສັງຄົມແຫ່ງຊາດ, ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານ ເສດຖະກິດ-ໜີ້ສິນສາທາລະນະ, ການປະຕິບັດນະໂຍບາຍການເງິນເງິນຕາ, ການຄຸ້ມຄອງລາຍຮັບ ສ່ວຍສາອາກອນ, ພາສີ, ຊັບສິນ ແຫ່ງລັດ, ການຄຸ້ມຄອງລາຍຈ່າຍ ລົງທຶນ, ລາຍຈ່າຍບໍລິຫານ, ການ ຄຸ້ມຄອງເງິນກູ້ຢືມ ແລະ ຊ່ວຍເຫລືອ ລ້າຈາກຕ່າງປະເທດ, ການຄຸ້ມຄອງ ເງິນໃຫ້ກູ້ຢືມ, ການປະຕິບັດພັນທະຕໍ່ ງົບປະມານແຫ່ງລັດ, ປະສິດທິຜົນ ໃນການເຄື່ອນໄຫວທຸລະກິດ, ຜົນ ການຈັດຕັ້ງປະຕິບັດ ແລະ ກວດ ສອບຫົວຂໍ້ສະເພາະກ່ຽວກັບການ ຂຸດຄົ້ນແຮ່ທາດ ແລະ ການຄຸ້ມຄອງ ເສດຖະກິດພິເສດ. ໃນ 5 ປີ ຜ່ານມາ ໄດ້ດໍາເນີນການກວດສອບທັງໝົດ ຈໍານວນ 611 ເທື່ອ/ເປົ້າໝາຍ ທຽບໃສ່ແຜນການ 5 ປີ ທີ່ສະພາ ແຫ່ງຊາດຮັບຮອງ ເທົ່າກັບ 102 (ແຜນສະພາແຫ່ງຊາດຮັບຮອງ 600 ເປົ້າໝາຍ). ທ່ າ ນ ວ ຽ ງ ທ ະ ວີ ສ ອ ນ ເທບພະຈັນ ປະທານອົງການກວດ ສອບແຫ່ງລັດ ໄດ້ລາຍງານການ ເຄື່ອນໄຫວວຽກງານໃນໄລຍະ5 ປີ (2021-2025) ແລະ ທິດທາງ ການເຄື່ອນໄຫວ 5 ປີ (20262030) ຂອງອົງການກວດສອບ ແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X ໃນວັນທີ 25 ມີນາ 2026 ນີ້ວ່າ: ການກວດສອບໃນໄລຍະ ຜ່ານມານັ້ນ ມີຂົງເຂດງົບປະມານ 191 ເປົ້າໝາຍ, ຂົງເຂດໂຄງການ ເງິນກູ້ຢືມ ແລະ ຊ່ວຍເຫລືອລ້າ 9 ເປົ້າໝາຍ, ຂົງເຂດໂຄງການ ລົງທຶນຂອງລັດ ເປົ້າໝາຍ, ຂົງເຂດທະນາຄານ 49 ເປົ້າໝາຍ, ຂົງເຂດວິສາຫະກິດ 112 ເປົ້າໝາຍ ແລະ ຫົວຂໍ້ສະເພາະ 4 ເປົ້າໝາຍ; ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ການ ແກ້ໄຂຜົນການກວດສອບຢ່າງ ແຂງແຮງດ້ວຍຫລາຍວິທີການ ເປັນຕົ້ນຈັດກອງປະຊຸມເຜີຍແຜ່ ແຈ້ງຜົນການກວດສອບ, ອອກຄໍາ ແນະນໍາວ່າດ້ວຍການແກ້ໄຂຜົນ ການກວດສອບ ເພື່ອສ້າງຄວາມ ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ; ແຕ່ງຕັ້ງ ຄະນະລົງຕິດຕາມ, ຊຸກຍູ້ການແກ້ ໄຂຜົນການກວດສອບຢູ່ບັນດາ ເປົ້າໝາຍ; ຕິດຕາມການແກ້ໄຂ ຜົນການກວດສອບເປັນປົກກະຕິ ຜ່ານກົນໄກການເຊັນບົດບັນທຶກ ແລະ ແຜນລະອຽດການແກ້ໄຂຜົນ ການກວດສອບຮ່ວມກັນຈໍານວນ 115 ເປົ້າໝາຍ; ໄດ້ລາຍງານຜົນ ການກວດສອບຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈຳ ສະພາແຫ່ງຊາດ, ກອງປະຊຸມສະ ພາແຫ່ງຊາດ ລວມທັງໝົດ 30 ກວ່າຄັ້ງ ຊຶ່ງລື່ນຄາດໝາຍກຳນົດ ໄວ້; ຜ່ານການທົບທວນຄືນຜົນ ການກວດສອບ ແລະ ການແກ້ໄຂ ຜົນການກວດສອບທີ່ພົ້ນເດັ່ນເຊັ່ນ: ເງິນທີ່ກວດສອບເຫັນເພີ່ມ, ໜີ້ ຕ້ອງຮັບສ່ວຍສາອາກອນ, ໜີ້ ຕ້ອງຮັບຊັບສິນ, ໜີ້ຕ້ອງຮັບອື່ນໆ, ຄ່າເຊົ່າສໍາປະທານ ແລະ ເງິນ ຮັກສາໄວ້ໃນບັນຊີລໍຖ້າໃນໄລຍະ 5 ປີ ຜ່ານມາສາມາດສັງຮວມ ໄດ້ດັ່ງນີ້: ປີ 2021 ກວດສອບ ເຫັນຈໍານວນ 6. 21, 1 ຕື້ກີບ, ແກ້ໄຂໄດ້ 394,61 ຕື້ກີບ ເທົ່າກັບ 5, ; ປີ 2022 ກວດສອບ ເຫັນຈໍານວນ 3.961,39 ຕື້ ກີບ, ແກ້ໄຂໄດ້ 356,65 ຕື້ກີບ ເທົ່າກັບ 9 ; ປີ 2023 ກວດ ສອບເຫັນ ຈໍານວນ 5.192,42 ຕື້ກີບ, ແກ້ໄຂໄດ້ 1 ,3 ຕື້ກີບ ເທົ່າກັບ 13, 4 ; ປີ 2024 ກວດ ສອບເຫັນ ຈໍານວນ 9. 01,5 ຕື້ ກີບ, ແກ້ໄຂໄດ້ 5.303,1 ຕື້ກີບ ແລະ 310.000 ໂດລາສະຫະລັດ ເທົ່າກັບ 4 ,96 ; ປີ 2025 ກວດ ສອບເຫັນ ຈໍານວນ 12.033,56 ຕື້ກີບ, ສໍາລັບຜົນການແກ້ໄຂແມ່ນ ຈະສືບຕໍ່ກວດຄືນ ແລະ ລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ໃນ ທ້າຍປີ 2026. ສັງລວມແລ້ວ, ຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ໄດ້ ເຮັດໃຫ້ການແກ້ໄຂມີທ່າອ່ຽງດີ ຂຶ້ນໃນແຕ່ລະປີ ແລະ ໄດ້ເອົາໃຈ ໃສ່ວຽກງານກວດກາ ໂດຍຖືສໍາ ຄັນວຽກງານປ້ອງກັນພັກ-ພະນັກ ງານ, ໄດ້ຄົ້ນຄວ້າແຕ່ງຕັ້ງຄະນະ ຮັບຜິດຊອບປ້ອງກັນພາຍໃນ ເພື່ອ ປະຕິບັດໜ້າທີ່ໃນການຕິດຕາມ, ກວດກາ, ສະກັດກັ້ນ ແລະ ປະກົດ ການຫຍໍ້ທໍ້ຂອງພະນັກງານລັດຖະ ກອນ; ໄດ້ຈັດຕັ້ງການດໍາເນີນການ ແຈ້ງຊັບສິນ ແລະ ລາຍຮັບຂອງ ພະນັກງານລັດຖະກອນຂອງອົງ ການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ; ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ວຽກງານກວດກາທົ່ວປະເທດ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ຄຸ້ມຄອງ ພະນັກງານ-ລັດຖະກອນ ໃຫ້ ເຄື່ອນໄຫວຖືກຕ້ອງຕາມລະບຽບ ການ, ຍຶດຖືຈັນຍາບັນທາງດ້ານ ວິຊາສະເພາະກວດສອບ; ມີການ ຕິດຕາມ, ເກັບກໍາຫາງສຽງ, ດໍາ ເນີນລະບອບຮ່ວມຊີວິດ ແລະ ສໍາ ຫລວດກວດກາຢ່າງເປັນປົກກະຕິ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ 5 xu zj ko,k vq 'dkod;flv[wfh fegou o dkod;flv[ma '\q f 611 gmnj v gxQ k\kp /

RkJQdWJsaXNoZXIy MTc3MTYxMQ==