@ 0j k; c]t gsfdko 27/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມ... ສານສະແດງຄວາມຊົມເຊີຍ... ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ສືບຕໍ່ໄດ້ຮັບ ການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ໃນຊຸມປີຕໍ່ໜ້າ, ຂ້າພະເຈົ້າພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກຮ່ວມກັບທ່ານຢ່າງໃກ້ຊິດ ເພື່ອ ສືບຕໍ່ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລາວ-ໄທ ບົນ ພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນ ລາວ ແລະ ປະຊາຊົນໄທ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການ ຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ເນື່ອງໃນໂອກາດປີໃໝ່ສົງການ ລາວ-ໄທ, ໄທ-ລາວ ພສ 2569 ທີ່ ຈະມາເຖິງນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງທ່ານ ຈົ່ງມີພະ ລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ແລະ ມີ ກຽດສະຫງ່າຂອງທ່ານ. ຫົວໜ້າຄະນະສະເພາະກິດ, ມີ ບັນດາທ່ານ ໃນຄະນະ, ກອງເລຂາ ຄະນະສະເພາະກິດ, ຜູ້ຕາງໜ້າ ຂະແໜງການ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີ ແກ້ໄຂບັນຫາຜົນກະທົບຈາກລາຄາ ນໍ້າມັນເຊື້ອໄຟ ສູ່ຂົງເຂດວຽກງານ ຕ່າງໆ ໃຫ້ເກີດເປັນຮູບປະທຳຕົວ ຈິງ ຫລາຍຂຶ້ນ. ກອງປະຊຸມໄດ້ຮັບຟັງລາຍ ງານຜົນການແກ້ໄຂບັນຫານໍ້າມັນ ເຊື້ອໄຟ ໃນໄລຍະຜ່ານມາ ເປັນຕົ້ນ ການອອກບັນດາມາດຕະການ ແລະນະໂຍບາຍຕ່າງໆ, ການຈັດຕັ້ງ ຜັນຂະຫຍາຍທິດຊີ້ນຳຂອງລັດຖະ ບານ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ, ສະພາບການສະໜອງ ນໍ້າມັນ ກໍຄື ການນໍາເຂົ້າ, ລາຄາ, ການແຈກຢາຍ, ການບໍລິການປໍ້າ ນໍ້າມັນ ແລະ ອື່ນໆ, ພ້ອມທັງປຶກສາ ຫາລືກ່ຽວກັບການແກ້ໄຂບາງບັນ ຫາທີ່ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ໃນການນຳເຂົ້າ-ແຈກຢາຍ-ຈໍາ ໜ່າຍນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ ຊົມໃຊ້ ແລະ ການຊຸກຍູ້ສົ່ງເສີມ ການນຳໃຊ້ລົດໄຟຟ້າ ໃນໄລຍະ ຜ່ານມາ ເພື່ອວາງນະໂຍບາຍ ກໍຄື ມາດຕະການໃນຕໍ່ໜ້າໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ ເປັນຕົ້ນ ແຫລ່ງນໍາເຂົ້ານໍ້າມັນເຊື້ອໄຟໃໝ່, ນະໂຍບາຍຕໍ່ບໍລິສັດ ແລະ ພາກ ສ່ວນທີ່ນຳເຂົ້ານໍ້າມັນເຊື້ອໄຟ ທີ່ມີ ເງື່ອນໄຂ-ທ່າແຮງດີ; ການກຳນົດ ນະໂຍບາຍສົ່ງເສີມການນໍາໃຊ້ລົດ ໄຟຟ້າທີ່ມີຄຸນນະພາບ, ຫັນການ ຊໍາລະສະສາງ ຜ່ານລະບົບທະນາ ຄານ, ຈຳກັດໄດ້ການສວຍໂອກາດ ຕ່າງໆ, ທັງເຮັດໃຫ້ພາກທຸລະກິດ ມີກຳໄລທີ່ສົມເຫດສົມຜົນ ແລະ ສອດຄ່ອງກັບນະໂຍບາຍການຄ້າ ກັບຕ່າງປະເທດ, ແນໃສ່ຫລຸດຜ່ອນ ຜົນກະທົບຕໍ່ສັງຄົມ ໂດຍສະເພາະ ຄ່າຄອງຊີບ, ການຜະລິດ, ອັດຕາ ແລກປ່ຽນ ແລະ ການປະຕິບັດແຜນ ພັດທະນາຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຄອສພ... ຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ ແລະ ຍົກຍ້າຍ ສະຫາຍ ໂພໄຊ ໄຂ ຄຳພິທູນ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ. ຈາກນັ້ນ, ກໍໄດ້ ຜ່ານມະຕິຕົກລົງຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ແຕ່ງຕັ້ງ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ຜູ້ ໃໝ່ ໂດຍແຕ່ງຕັ້ງ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານ ພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ. ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມໂດຍ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານໃນໄລຍະຜ່ານມາ ຂອງ ບັນດາສະຫາຍ ທີ່ຖືກຍົກຍ້າຍໄປ ຮັບໜ້າທີ່ໃໝ່ວ່າ: ຕະຫລອດໄລຍະ ທີ່ຜ່ານມາ ພວກສະຫາຍ ໄດ້ອຸທິດ ເຫື່ອແຮງ, ສະຕິປັນຍາ, ກໍ່ສ້າງ, ບໍາ ລຸງຖັນແຖວພະນັກງານໃນຂົງເຂດ ຄວາມຮັບຜິດຊອບຂອງຕົນຊີ້ນໍາ ຢ່າງເຂັ້ມແຂງ, ຮອບດ້ານ ແລະ ຍາດໄດ້ຜົນສໍາເລັດຫລາຍດ້ານ ໃນ ວຽກງານໂຄສະນາອົບຮົມ ແຕ່ລະ ໄລຍະ, ຂໍໃຫ້ບັນດາສະຫາຍ ຈົ່ງ ເພີ່ມທະວີຄວາມສາມັກຄີພາຍໃນ, ສືບຕໍ່ຕັ້ງໜ້າໃນການປະຕິບັດໜ້າ ທີ່ການເມືອງ ທີ່ການຈັດຕັ້ງມອບ ໝາຍໃຫ້ສໍາເລັດ. ສ່ວນສະຫາຍ ທີ່ຖືກແຕ່ງຕັ້ງມາຮັບໜ້າທີ່ຢູ່ໂຄ ສະນາອົບຮົມສູນກາງພັກ ຈົ່ງສືບຕໍ່ ເອົາໃຈໃສ່ປະຕິບັດວຽກງານຢ່າງ ເປັນເຈົ້າການ ແລະ ຫວັງຢ່າງຍິ່ງ ວ່າ ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນທຸກໆສະ ຫາຍ ທີ່ຂຶ້ນກັບ ຄອສພ ຈະສະໜັບ ສະໜູນ, ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການເຮັດ ວຽກງານທີ່ຂັ້ນເທິງມອບໝາຍ ຢ່າງຈົບງາມ. ພາບ: ຂັນໄຊ ປະທານປະເທດ... ໃນໂອກາດດັ່ງກ່າວ, ທ່ານປະ ທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນຕໍ່ການເດີນທາງມາ ຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງ ທ່ານ ມະຊະໂຕະ ຄັນດະ ຊຶ່ງເປັນຄັ້ງ ທໍາອິດນັບແຕ່ໄດ້ຮັບການແຕ່ງຕັ້ງ ເປັນປະທານ ADB, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດ ແລະ ບົດບາດອັນສໍາຄັນຂອງ ທ່ານ ມະຊະໂຕະ ໃນການນໍາພາ-ຊີ້ ນໍາ ADB ໃຫ້ມີບົດບາດສູງຂຶ້ນ ໃນ ການຊຸກຍູ້ການພັດທະນາ ພາກພື້ນ ອາຊີ-ປາຊີຟິກ ກໍຄື ບັນດາປະເທດ ສະມາຊິກຂອງ ADB ລວມທັງ ສປປ ລາວ ຕະຫລອດໄລຍະຜ່ານ ມາ. ທ່ານ ທອງລຸນ ສີສຸລິດ ໄດ້ຢໍ້າ ວ່າ ສປປ ລາວ ຍາມໃດກໍຖືວ່າ ADB ເປັນຄູ່ຮ່ວມມືເພື່ອການພັດ ທະນາທີ່ສໍາຄັນຍິ່ງຂອງ ສປປ ລາວ ແລະ ສະແດງຄວາມຊົມເຊີຍ ທີ່ສອງຝ່າຍຈະຮ່ວມກັນສະເຫລີມ ສະຫລອງການເປັນຄູ່ຮ່ວມມືຄົບ ຮອບ 60 ປີ ອັນມີຄວາມໝາຍສໍາ ຄັນດັ່ງກ່າວ, ພ້ອມທັງໄດ້ຕາງໜ້າ ໃຫ້ພັກ, ລັດຖະບານ ແລະ ປະຊາຊົນ ລາວບັນດາເຜົ່າ ສະແດງຄວາມ ຂອບໃຈຕໍ່ການເປັນຄູ່ຮ່ວມມືທີ່ດີ ຂອງ ADB ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານ ໂດຍສະເພາະ ແມ່ນການພັດທະນາເສດຖະກິດສັງຄົມ ລວມທັງໃນໄລຍະທີ່ຜະເຊີນ ກັບຄວາມຫຍຸ້ງຍາກ ແລະ ວິກິດ ການ ຊຶ່ງເປັນການປະກອບສ່ວນ ອັນສໍາຄັນ ເຂົ້າໃນການສ້າງສະຖຽນ ລະພາບທາງດ້ານເສດຖະກິດ-ສັງ ຄົມ ກໍຄື ການຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ. ພ້ອມກັນນັ້ນ, ທ່ານປະທານປະເທດ ຍັງໄດ້ຍົກໃຫ້ເຫັນເປົ້າໝາຍການພັດ ທະນາທີ່ສໍາຄັນທີ່ເປັນທິດນໍາ ແລະ ແຜນນະໂຍບາຍຍຸດທະສາດໃນ ການພັດທະນາ ສປປ ລາວ ໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງໃນຕໍ່ໜ້າ ທ່າມກາງສະພາບການຂອງໂລກ ກໍາລັງມີການຜັນແປໄປຢ່າງໄວວາ, ສະຫລັບສັບຊ້ອນ ແລະ ຄາດຄະເນ ໄດ້ຍາກ ພ້ອມທັງໄດ້ສະແດງຄວາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງ ທ່ານ ມະຊະໂຕະ ຄັນດະ ADB ຈະສືບຕໍ່ໃຫ້ການສະໜັບສະໜູນ ເປົ້າໝາຍການພັດທະນາຂອງ ສປປ ລາວ ໃນສັງກາດໃໝ່ນີ້ ໃຫ້ສາມາດ ບັນລຸຜົນສໍາເລັດຕາມຄາດໝາຍ. ໃນໂອກາດດຽວກັນນີ້, ທ່ານ ມະຊະໂຕະ ຄັນດະ ປະທານ ADB ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາ ເລັດຂອງການເປັນຄູ່ຮ່ວມມື ລະ ຫວ່າງ ສປປ ລາວ ແລະ ADB ຕະ ຫລອດໄລຍະ 60 ປີຜ່ານມາ, ພ້ອມ ທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາເສດ ຖະກິດ-ສັງຄົມ ໃນສັງກາດໃໝ່ໃຫ້ ມີປະສິດທິຜົນຍິ່ງໆຂຶ້ນ. ພາບ: ຂັນໄຊ ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດ ວຽກງານກວດກາລັດ ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການນໍາພາ-ຊີ້ນໍາຢ່າງ ໃກ້ຊິດ ຂອງກົມການເມືອງສູນກາງ ພັກ, ປະທານປະເທດ, ສະພາແຫ່ງ ຊາດ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ, ອົງການກວດກາແຫ່ງ ລັດ ສາມາດເຄື່ອນໄຫວວຽກງານ ຕາມພາລະບົດບາດ, ໜ້າທີ່ ແລະ ໄດ້ເຄື່ອນໄຫວກວດກາປົກກະຕິ ທັງ ວຽກງານກວດກາພັກ ແລະ ກວດ ກາລັດ ໄດ້ດໍາເນີນການກວດກາ ຕາມຄໍາສັ່ງ, ກວດກາຕາມຜົນການ ກວດສອບ ແລະ ກວດກາຕາມມະຕິ ກອງປະຊຸມສະພາແຫ່ງຊາດ ຊຶ່ງ ໄດ້ສໍາເລັດການກວດກາໂຄງການ ລົງທຶນຂອງລັດຕາມຜົນການກວດ ສອບ, ໄດ້ກວດກາ, ລົງເລິກຄວາມ ຮັບຜິດຊອບການປະຕິບັດໜ້າທີ່ ການເມືອງຂອງພະນັກງານທີ່ ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ ໂຄງການຢູ່ບັນດາແຂວງ, ກວດກາ ການນໍາໃຊ້ງົບປະມານ ແລະ ໂຄງ ການກໍ່ສ້າງພື້ນຖານໂຄງລ່າງຈໍາ ນວນໜຶ່ງ, ໄດ້ດໍາເນີນການສືບ ສວນ-ສອບສວນຕໍ່ພະນັກງານ ທີ່ ມີພຶດຕິກຳສວຍໃຊ້ໜ້າທີ່ຕໍາແໜ່ງ, ການໃຫ້-ຮັບສິນບົນ, ພຶດຕິກຳການ ສໍ້ລາດບັງຫລວງ. ປັດຈຸບັນ ເປົ້າ ໝາຍຈໍານວນໜຶ່ງຍັງຢູ່ຂັ້ນຕອນ ສືບສວນ-ສອບສວນ ເກັບກຳຂໍ້ມູນ ລະອຽດ ແລະ ເປົ້າໝາຍຈໍານວນ ໜຶ່ງ ກໍໄດ້ສະຫລຸບສໍານວນຄະດີ ສົ່ງໃຫ້ໄອຍະການ ເພື່ອພິຈາລະນາ ຕາມຂັ້ນຕອນຂອງກົດໝາຍ. ສຳລັບທິດທາງວຽກງານ 5 ປີ ຕໍ່ໜ້າ ອົງການກວດກາແຫ່ງລັດ ຈະສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດ ໃຫ້ ເຂັ້ມແຂງຂຶ້ນກວ່າເກົ່າ ເປັນຕົ້ນ ຈະ ປັບປຸງ ແລະ ພັດທະນາລະບົບກົດ ໝາຍ, ລະບຽບການ ແລະ ກົນໄກ ການກວດກາໃຫ້ຄົບຖ້ວນ, ທັນສະ ໄໝ ເພື່ອໃຫ້ການກວດກາດໍາເນີນ ໄປຢ່າງໂລ່ງລ່ຽນ, ສ້າງ ແລະ ປັບ ປຸງນິຕິກຳ ໃຫ້ໄດ້ຢ່າງໜ້ອຍ 10 ສະບັບ, ໃນນັ້ນລວມທັງສ້າງໃໝ່ ແລະ ປັບປຸງນິຕິກຳເກົ່າທີ່ມີແລ້ວ; ເພີ່ມທະວີຄວາມໂປ່ງໃສ ແລະ ຕ້ານ ການສໍ້ລາດບັງຫລວງທຸກຮູບແບບ ຢູ່ໃນກົງຈັກການຈັດຕັ້ງ ແລະ ພະ ນັກງານໃນທຸກລະດັບ ຈັດຕັ້ງປະຕິ ບັດ ແລະ ຕິດຕາມ, ຊຸກຍູ້ແກ້ໄຂຜົນ ຂອງການກວດກາໃຫ້ວ່ອງໄວ, ຖືກ ຕ້ອງຕາມກົດໝາຍ, ປະຕິບັດວິໄນ ຫລື ລົງໂທດ ຕໍ່ຜູ້ລະເມີດກົດໝາຍ ຢ່າງເຂັ້ມງວດ, ຖືກຕ້ອງ ແລະ ຍຸຕິ ທໍາ; ຈະສືບຕໍ່ປັບປຸງ ແລະ ພັດທະນາ ກົນໄກການກວດກາ ໃຫ້ຄົບຖ້ວນ ແລະ ທັນສະໄໝ ໂດຍການປັບປຸງ ກົດໝາຍ, ລະບຽບ ແລະ ຂໍ້ກໍານົດ ຕ່າງໆ ໃຫ້ສອດຄ່ອງກັບສະພາບ ການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ວຽກງານກວດກາເປັນກົນ ໄກສໍາຄັນໃນການຄຸ້ມຄອງລັດ ໃຫ້ ໂປ່ງໃສມີປະສິດທິພາບ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ອົງການກວດກາ... ໄດ້ຮັບການແຕ່ງຕັ້ງເປັນຮອງນາ ຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດນີ້, ສະຫາຍ ເອກ ອັກຄະລັດຖະທູດ ນາງ ຟາງ ຫົງ ໄດ້ສະແດງຄວາມຊົມເຊີຍຢ່າງຈິງ ໃຈ ທີ່ການສະເໜີແຕ່ງຕັ້ງ ສະຫາຍ ທອງສະຫວັນ ພົມວິຫານ ເປັນ ຮອງນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງ ເອົາ ໂດຍກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 23 ມີນາ 2026 ນີ້. ພ້ອມກັນນີ້, ສະຫາຍເອກອັກຄະ ລັດຖະທູດ ກໍໄດ້ນໍາເອົາໂທລະເລກ ຊົມເຊີຍຂອງບັນດາສະຫາຍການ ນໍາຂັ້ນສູງຂອງ ສປ ຈີນ ເຖິງບັນດາ ສະຫາຍການນໍາຂັ້ນສູງຂອງ ສປປ ລາວ ມາມອບໃຫ້ ສະຫາຍຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ອີກດ້ວຍ. ໃນໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງສະ ຫວັນ ພົມວິຫານ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ນາງ ຟາງ ຫົງ ພ້ອມດ້ວຍບັນດາ ພະນັກງານສະຖານທູດ ທີ່ມາສະ ແດງຄວາມຊົມເຊີຍແລະອວຍພອນ ດ້ວຍຕົນເອງ ກໍຄື ການນໍາເອົາໂທ ລະເລກອວຍພອນຂອງບັນດາສະ ຫາຍການນໍາພັກ-ລັດຈີນ ເຖິງບັນ ດາສະຫາຍການນໍາພັກ-ລັດລາວ, ພ້ອມທັງໄດ້ຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ແລະ ສະແດງ ຄວາມຂອບໃຈໄປຍັງສະຫາຍ ຫວັງ ອີ້ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປ ຈີນ ທີ່ໄດ້ ສົ່ງສານຊົມເຊີຍມາໃຫ້ ໃນໂອກາດ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງ ນາຍົກລັດຖະມົນຕີ ແລະ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກຄັ້ງ. ສິ່ງເຫລົ່າ ນີ້ເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ ລະຫວ່າງ ສອງຊາດ ຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກຳ ລາວ-ຈີນ ໂດຍສະເພາະ ລະ ຫວ່າງ ສອງກະຊວງການຕ່າງປະ ເທດ ລາວ-ຈີນ. ພິເສດ, ປີ 2026 ນີ້ ແມ່ນປີທີ່ມີຄວາມໝາຍຄວາມ ສຳຄັນ ຊຶ່ງເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ, ກະຊວງການຕ່າງ ປະເທດລາວ ມີຄວາມຍິນດີທີ່ຈະ ສືບຕໍ່ປະສານສົມທົບຢ່າງໃກ້ຊິດ ກັບຝ່າຍຈີນ ກໍຄື ສະຖານທູດຈີນ ໃນການຈັດກິດຈະກໍາຕ່າງໆ ເພື່ອ ສະເຫລີມສະຫລອງວັນດັ່ງກ່າວ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີ ເນື້ອໃນ. ພ້ອມນີ້, ສະຫາຍຮອງນາ ຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ພັກລັດ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈມາຍັງ ພັກ-ລັດແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ. ໃນຕອນທ້າຍ, ສະຫາຍເອກ ອັກຄະລັດຖະທູດ ນາງ ຟາງ ຫົງ ໄດ້ຢືນຢັນຄືນວ່າ ຈະຮ່ວມເຮັດວຽກ ຢ່າງໃກ້ຊິດກັບຝ່າຍລາວ ເພື່ອສືບ ຕໍ່ຜັນຂະຫຍາຍການຕົກລົງຂອງ ການນໍາຂັ້ນສູງຂອງສອງຝ່າຍ ກໍຄື ການເສີມຂະຫຍາຍ ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອລະຫວ່າງ ສອງຊາດ ຕາມທິດ 4 ດີ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ສືບ ຕໍ່ຈະເລີນງອກງາມຍິ່ງໆຂຶ້ນໄປ. ໂຮງຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບຫລວງພະບາງ ໄດ້ສືບ ຕໍ່ທັດສະນະສຶກສາ ຢູ່ໂຮງຮຽນ ມັດທະຍົມຊົນເຜົ່າ ນະຄອນຕ້າລີ ແຂວງຢຸນນານ ສປ ຈີນ ໂດຍໄດ້ ຖືກຕ້ອນຮັບຈາກ ທ່ານ ລີ ຊຸນຮົວ (Li Chunhua) ຜູ້ອໍານວຍການ ໂຮງຮຽນມັດທະຍົມຊົນເຜົ່າຕ້າລີ ນະຄອນຕ້າລີ ພ້ອມດ້ວຍຄະນະ. ການທັດສະນະສຶກສາຄັ້ງນີ້, ນັກຮຽນລາວ-ຈີນ ໄດ້ພົບປະແລກ ປ່ຽນຄວາມຮູ້ ທາງດ້ານວັດທະນະ ທຳ ແລະ ປະເພນີ. ພ້ອມນີ້, ຍັງມີ ການສະແດງສີລະປະຈາກນັກຮຽນ ລາວ-ຈີນ ຊຶ່ງສ້າງຄວາມປະທັບ ໃຈໃຫ້ກັບຜູ້ຊົມ, ພິເສດ ນັກຮຽນ ຈາກ ສປປ ລາວ ຍັງໄດ້ສອນກ່ຽວ ກັບການຟອນລຳວົງລາວ ໃຫ້ກັບ ນັກຮຽນມັດທະຍົມຊົນເຜົ່າຕ້າລີ ຂະນະດຽວກັນ, ນັກຮຽນຈາກ ສປປ ລາວ ກໍໄດ້ຮຽນຮູ້ກ່ຽວກັບ ວິທີຂຽນອັກພາສາຈີນ ອີກດ້ວຍ. ກິດຈະກຳໃນຄັ້ງນີ້, ບໍ່ພຽງແຕ່ ເປັນການສ້າງໂອກາດ ໃຫ້ນ້ອງ ນັກຮຽນຂອງສອງປະເທດ ໄດ້ຮຽນ ຮູ້ພາສາ, ວັດທະນະທຳ, ຮີດຄອງ ປະເພນີພື້ນເມືອງບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຕ້າລີ ເທົ່ານັ້ນ, ແຕ່ ຍັງເປັນການສົ່ງເສີມໃຫ້ຊາວໜຸ່ມ ລາວ-ຈີນ ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຮູ້ຈັກຮັກແພງສາ ມັກຄີກັນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ບັນດານ້ອງນັກຮຽນທີ່ ໄດ້ຮ່ວມກິດຈະກຳໃນຄັ້ງນີ້, ຈະ ກາຍເປັນຜູ້ສືບທອດພາລະກິດ ແລະ ມິດຕະພາບຂອງສອງປະເທດ ໃຫ້ ໝັ້ນຄົງຂະໜົງແກ່ນຕະຫລອດກາ ລະນານ. ຂ່າວ- ພາບ: ກິດຕາ ຮອງນາຍົກ... ນັກຮຽນມັດທະຍົມ...
RkJQdWJsaXNoZXIy MTc3MTYxMQ==