7243

gsfdko{dkora fmtok xtgmf]k; ( 26/03/2026 ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ທ່ານ ສີວຽງ ໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງ ຈັນ, ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວ ໜ້າພະແນກການເງິນແຂວງ ແລະ ພາກສ່ວນກ່ຽວຂ້ອງ ຕ້ອນຮັບ ຄະນະນຳຂອງກະຊວງການເງິນ ຊຶ່ງນຳໂດຍ ທ່ານ ວິໄລທອງ ສຸດ ທະວິໄລ ຫົວໜ້າກົມເຕັກໂນໂລຊີ ຂໍ້ມູນຂ່າວສານການເງິນ, ກະຊວງ ການເງິນ ໃນວັນທີ23 ມີນາ 2026. ທ່ານ ວິໄລທອງ ສຸດທະວິໄລ ໄດ້ລາຍງານເຖິງຈຸດປະສົງຂອງ ການລົງເຄື່ອນໄຫວເຮັດວຽກຢູ່ ແຂວງວຽງຈັນ ຄັ້ງນີ້ກໍເພື່ອຕິດຕາມ ແລະ ໃຫ້ການຊີ້ນຳ ໂດຍສະເພາະ ການຜັນຂະຫຍາຍວຽກງານການ ຄຸ້ມຄອງການເງິນແຫ່ງລັດ ເປັນ ທັນສະໄໝ ຊຶ່ງມີຄວາມຈໍາເປັນ ຈະຕ້ອງໄດ້ຮີບຮ້ອນຈັດຕັ້ງຜັນ ຂະຫຍາຍ ແລະ ນຳໃຊ້ບັນດາລະບົບ ຕ່າງໆ ເປັນຕົ້ນ ລະບົບເກັບເງິນຄ່າ ທຳນຽມ, ການເກັບຄ່າບໍລິການ ແບບທັນສະໄໝລວມສູນ (Fin pass) ຢູ່ດ່ານສາກົນ, ລະບົບ ຄຸ້ມຄອງການນຳໃຊ້ໃບເກັບເງິນ ແບບເອເລັກໂຕຣນິກ (E-TAX dkooec0;';P'9a o 8h voIa [ 7totoedt-;'dkog'og0Q krq [xt ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ທ່ານ ສີ ຈັນ ລໍທອງໂຫລຍ ຮອງປະທານ ຄະນະກໍາມະການປົກຄອງເມືອງ ຫລວງນ້ຳທາ ພ້ອມດ້ວຍຄະນະ ຕິດຕາມຊຸກຍູ້ການປູກພືດລະດູແລ້ງ ຢູ່ພາຍໃນເມືອງຫລວງນໍ້າທາ ໃນ ວັນທີ 23 ມີນາ 2026 ໂດຍມີ ພາກສ່ວນທີ່ກ່ຽວຂ້ອງ, ອົງການ ຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາ ບໍລິສັດ ເຂົ້າຮ່ວມ. ຈຸດປະສົງກໍເພື່ອລົງຊຸກຍູ້ສົ່ງເສີມ ແລະ ຕິດຕາມຄວາມຄືບໜ້າ ການ ດຳເນີນງານຂອງບັນດາບໍລິສັດ ແລະ ປະຊາຊົນທີ່ທຳການຜະລິດ, ຊ່ວຍອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ຕົວຈິງ ພ້ອມທັງເປັນການຊຸກຍູ້ ໃຫ້ປະຊາຊົນ ຫັນມາໝູນໃຊ້ດິນ ຫວ່າງເປົ່າໃນລະດູແລ້ງ ໃຫ້ເກີດ ປະໂຫຍດສູງສຸດ ເພື່ອສ້າງວຽກເຮັດ ງານທຳ, ສ້າງລາຍຮັບເພີ່ມເຂົ້າສູ່ ຄອບຄົວ ແກ້ໄຂຄວາມທຸກຍາກເທື່ອ ລະກ້າວ ແລະ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງເມືອງໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ທ່ານ ຄໍາແດງ ລໍອາກຸຍ ຮອງ ຫົວໜ້າໜ່ວຍງານປູກຝັງ, ຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຫລວງນ້ຳທາ ໄດ້ລາຍງານ ສະພາບລວມການສົ່ງເສີມປູກພືດ ລະດູແລ້ງ ສົກປີ 2025-2026 ວ່າ: ໄລຍະຜ່ານມາ ທາງທີມງານ ວິຊາການໜ່ວຍງານປູກຝັງ, ຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມ ເມືອງ ແລະ ຄະນະຮັບຜິດຊອບວຽກ ງານເສດຖະກິດຂັ້ນເມືອງ ໄດ້ສົມທົບ ກັບອົງການປົກຄອງບ້ານ ແລະ ເຈົ້າຂອງດິນນາໃນບ້ານເປົ້າໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ ບໍລິສັດໄດ້ລົງເຮັດສັນຍາເຊົ່າທີ່ດິນ ນຳປະຊາຊົນ ຊຶ່ງການກຳນົດຄ່າ ເຊົ່າ ແມ່ນຂຶ້ນກັບການຕົກລົງເຫັນດີ ຂອງທັງສອງຝ່າຍຕາມຊະນິດພືດ ທີ່ປູກ. ປັດຈຸບັນມີຫລາຍບໍລິສັດທີ່ ເຂົ້າມາລົງທຶນປູກພືດເປັນສິນຄ້າ ຢູ່ພາຍໃນເມືອງ ເປັນຕົ້ນ ບໍລິສັດ ພັນທະວົງ ສົ່ງເສີມກະສິກຳ ຈຳກັດ ໄດ້ສົ່ງເສີມປູກໝາກໂມ 58 ເຮັກຕາ ແລະ ຖົ່ວເບີ 20 ເຮັກຕາ ໃສ່ພື້ນທີ່ ນາຢູ່ບ້ານໃໝ່, ບ້ານນໍ້າແດງ, ບ້ານ ທ່າແສ ແລະ ບ້ານນໍ້າລື ຊຶ່ງຖົ່ວເບີ ແມ່ນກຳລັງເລີ່ມເກັບກູ້ຜົນຜະລິດ ສົ່ງອອກ ຄາດວ່າຈະສຳເລັດໃນ ທ້າຍເດືອນມີນານີ້, ສ່ວນໝາກອຶ ຍັງຢູ່ໄລຍະການບົວລະບັດຮັກສາ ຄາດວ່າຈະເກັບກູ້ສໍາເລັດໃນທ້າຍ ເດືອນເມສາ. ສ່ວນບໍລິສັດ ໂຍປັງ ເຕັກນິກກະສິກຳ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແມ່ນສົ່ງເສີມປູກ ໝາກໂມ ເນື້ອທີ່ 177,4 ເຮັກຕາ ໃນ 10 ບ້ານເປົ້າໝາຍ ຄື: ບ້ານປຸ່ງ, ປ່າສັກ, ບ້ານຫລວງ, ບ້ານທົ່ງອົ້ມ, ບ້ານຫົວຂົວ, ບ້ານດອນສໍາພັນ, ບ້ານທົ່ງດີ, ບ້ານປ່າປົວະ, ບ້ານນໍ້າ dkooeg,n v's];'oEmk -5 dp6 h dkox6 drn f]tf6 c]h ' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືຮ່ວມ ລະຫວ່າງພາກ ລັດ ແລະ ເອກະຊົນລາວ-ຍີ່ປຸ່ນ ຄັ້ງທີ 5 ລະຫວ່າງ ແຂວງຈຳ ປາສັກ, ສະຖານທູດຍ່ີປຸ່ນ ປະຈໍາ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນປະຈຳ ລາວ ສາຂາປາກເຊ ຈັດຂຶ້ນໃນ ວັນທີ 24 ມີນາ 2026 ທີ່ແຂວງ ຈໍາປາສັກ ໂດຍການເປັນປະທານ ຮ່ວມຂອງ ທ່ານ ສຸກສະຫວັນ ວິ ໄລວົງ ປະທານຄະນະກຳມະການ ປົກຄອງ ແຂວງຈໍາປາສັກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊະ ທູດຍີ່ປຸ່ນ ປະຈໍາ ສປປ ລາວ, ມີຄະ ນະອົງການປົກຄອງແຂວງ, ພະ ແນກການກົມກອງອ້ອມຂ້າງ ແຂວງ, ຄະນະກຳມະການສົ່ງເສີມ ການລົງທຶນແຂວງ, ສະພາການ ຄ້າ-ອຸດສາຫະກຳຍີ່ປຸ່ນປະຈໍາລາວ ສາຂາປາກເຊ, ອົງການໄຈກາ ປະຈໍາ ສປປ ລາວ, ນັກທຸລະກິດ ແລະ ຜູ້ປະກອບການຍີ່ປຸ່ນ ທີ່ດໍາ sk]n Ij ;,]ts;j k' rkd]a f c]t gvdt-q o ]k;{pu j x5 j o 7A 'mu 5 mu j c0;'9exkla d ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງ ປະຊຸມເຜີຍແຜ່ຜົນສຳເລັດກອງ ປະຊຸມໃຫຍ່ຜູ້ແທນພະສົງທົ່ວປະ ເທດ ສະໄໝທີ IX ຂອງອົງການ ພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຈັດຂຶ້ນໃນວັນທີ 23 ມີນາ 2026 ທີ່ຫ້ອງວ່າການ ແຂວງຫລວງພະບາງ ໂດຍການ ເປັນປະທານຂອງພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນ ກາງ ອພສ, ມີຄະນະບໍລິຫານງານ ອພສ ແຂວງ, ການນໍາຂອງແຂວງ ແລະ ຊາວພຸດທະສາສະນິກະຊົນ ແຂວງຫລວງພະບາງ ເຂົ້າຮ່ວມ. ໃ ນກອ ງ ປ ະ ຊຸມ ໄ ດ້ມີກ າ ນ ລາຍງານຜົນສຳເລັດການປະຕິ ບັດວຽກງານປະຈຳປີ 2025 ແລະ ທິດທາງ ປີ 2026 ຂອງຄະ ນະບໍລິຫານງານອົງການພຸດທະ ສາສະໜາສຳພັນລາວ ແຂວງ ຫລວງພະບາງ, ຮັບຟັງການນຳສະ ເໜີວິໄສທັດ, ທິດທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະ ນາວຽກງານ ຂອງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ, ຮັບຟັງການເຜີຍແຜ່ມະຕິກອງ ປະຊຸມໃຫຍ່ຜູ້ແທນພະສົງທົ່ວປະ ເທດ ສະໄໝທີ IX ຂອງອົງການ ພຸດທະສາສະໜາສຳພັນແຫ່ງ ສປປ gzu pczj zq oleg]a fdv'xt-5 ,.spj z6 h cmortlq 'mq j ;xtgmf .sh rtlq ' c]t r5 fmtlkltoy dt-q o s];'rt[k' ທຸງ, ບ້ານທ່າແສ ຄາດວ່າຈະເກັບ ກູ້ຜົນລະປູກໃນທ້າຍເດືອນເມສາ ນີ້; ບໍລິສັດ ພັດທະນາກະສິກໍາຮອບ ດ້ານ ນິເວດສິ່ງລ້ຽວ ແມ່ນປູກຖົ່ວ ເຫລືອງ 200 ເຮັກຕາ ໃນ 5 ບ້ານ ຄື: ບ້ານນໍ້າແງ້ນ, ພຽງງາມ, ບ້ານ ຫລວງ, ບ້ານຂອນ ແລະ ບ້ານດອນ ຄູນ ແລະ ປູກຖົ່ວເບີ 15 ເຮັກຕາ ປັດຈຸບັນຍັງຢູ່ໃນຂັ້ນຕອນບົວລະບັດ ຮັກສາ ຄາດວ່າຈະເກັບກູ້ຜົນຜະລິດ ໃນທ້າຍເດືອນພຶດສະພາ 2026; ບໍລິສັດ ຫົວຊຽນ ພັດທະນາກະສິກໍາ ຈຳກັດ ສົ່ງເສີມປູກໝາກອຶນ້ອຍ 10 ເຮັກຕາ ຢູ່ບ້ານນໍ້າຕະລານ ຄາດວ່າ ຈະເກັບກູ້ຜົນຜະລິດໃນທ້າຍເດືອນ ມີນາ 2026 ນີ້; ບໍລິສັດ ສີມອນ ພັດທະນາກະສິກໍາ ແລະ ບໍລິການ ຂາເຂົ້າ-ຂາອອກຈຳກັດ ປູກຖົ່ວເບີ 10 ເຮັກຕາ ຢູ່ບ້ານໃໝ່ ຄາດວ່າຈະ ເກັບກູ້ສຳເລັດໃນເດືອນມີນາ 2026 ນີ້. ນອກຈາກນີ້, ຍັງມີ ບໍລິສັດ ເຊີນຈີ ເຕີ ພັດທະນາການກະເສດຂາອອກຂາເຂົ້າຈຳກັດ ທີ່ພວມລົງເກັບກໍາ ຂໍ້ມູນນຳບ້ານເປົ້າໝາຍ ເພື່ອກຽມ ສົ່ງເສີມປູກອ້ອຍຕາມແຜນການ ໃນ ເນື້ອທີ່ 200 ຫາ 300 ເຮັກຕາ. ຄຽງຄູ່ກັບການລົງທຶນຂອງ ບໍລິສັດ, ຍັງມີບຸກຄົນ ແລະ ປະຊາຊົນ ທີ່ຕື່ນຕົວປູກພືດເປັນສິນຄ້າ ເຊັ່ນ: ປະຊາຊົນ ປູກໝາກອຶນ້ອຍ 17 ເຮັກຕາ ຢູ່ບ້ານຫ້ວຍຄຳ, ບ້ານສວນ ຢາ ແລະ ບ້ານນໍ້າແກ ປັດຈຸບັນ ພວມບົວລະບັດຮັກສາຜົນລະປູກ. ພ້ອມກັນນັ້ນ, ປະຊາຊົນບ້ານນໍ້າແກ ແລະ ບ້ານຫ້ວຍຫ້ອມ ຈຳນວນ 52 ຄອບຄົວ ປູກຖົ່ວເບີ ໃນເນື້ອທີ່ 10 ເຮັກຕາ ເກັບກູ້ສຳເລັດແລ້ວ ຊຶ່ງຜົນ ຜະລິດສະເລ່ຍໄດ້ເຖິງ 125 ໂຕນ. ລາວ ຊຶ່ງກອງປະຊຸມໃຫຍ່ໄດ້ຄົ້ນ ຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງ ເອົາຢ່າງເປັນເອກະພາບ ຕໍ່ບົດລາຍ ງານຜົນສຳເລັດການເຄື່ອນໄຫວ ວຽກງານ ຕະຫລອດໄລຍະ 5 ປີ ຜ່ານມາ, ກອງປະຊຸມໄດ້ສະແດງ ຄວາມເຫັນດີເປັນເອກະພາບ ຕໍ່ການ ສະຫລຸບຕີລາຄາຜົນການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວປະເທດ ສະໄໝທີ VIII, ບັນດາຜົນງານອັນພົ້ນເດັ່ນທີ່ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ, ຊຶ່ງໄດ້ມີການປະກອບຄຳເຫັນ-ໄຈ້ ແຍກຢ່າງເລິກເຊິ່ງ ບັນດາສາເຫດທີ່ ພາໃຫ້ມີຂໍ້ຄົງຄ້າງ, ທັງໄດ້ຮັບຮອງ ເອົາທິດທາງແຜນການ, ວຽກຈຸກ ສຸມ ແລະ ແຜນພັດທະນາອົງການ ພຸດທະສາສະໜາ 5 ປີຕໍ່ໜ້າ ປະກອບ ມີ 11 ວຽກຈຸດສຸມ, 7 ແຜນງານ, 24 ໂຄງການ, 58 ກິດຈະກໍາ. ພ້ອມນັ້ນ, ໄດ້ຄົ້ນຄວ້າ ແລະ ເປັນ ເອກະພາບສູງ ຮັບຮອງເອົາຄະນະ ບໍລິຫານງານ ສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ຈຳນວນ 99 ອົງ, ຜ່ານການດຳເນີນກອງປະຊຸມຄັ້ງປະ ຖົມມະລືກ ຂອງຄະນະບໍລິຫານງານ ສູນກາງ ອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ໄດ້ຮັບຮອງຄະນະກຳມະການ ບໍລິຫານງານປະຈຳການ 26 ອົງ ໂດຍໄດ້ຮັບຮອງເອົາ ພະອາຈານ ໃຫຍ່ ມະຫາເວດ ມະເສໄນ ເປັນ ປະທານສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ຮັບຮອງເອົາຮອງປະທານ ສູນກາງ ອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ທັງໝົດ 8 ອົງ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການໃຫ້ທິດຊີ້ນຳ ຈາກ ການນຳຂອງແຂວງຫລວງພະບາງ ແລະ ປະທານສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ ຊຶ່ງໄດ້ເນັ້ນໃຫ້ຄະນະບໍລິຫານ ງານ ອພສ ແຂວງຫລວງພະບາງ ສືບຕໍ່ໃນການເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອໃຫ້ບັນດາພະສົງ ແລະ ຊາວພຸດທະສາສະນິກະຊົນ ໄດ້ຮັບຮູ້ເຖິງແນວທາງການຈັດຕັ້ງ ປະຕິບັດວຽກງານ ຂອງ ອພສ ແຕ່ ລະຂັ້ນ ທັງນຳໄປຈັດຕັ້ງປະຕິບັດໃຫ້ ໄດ້ຮັບຜົນດີ. ຂ່າວ: ອາທຸດເດດ ບຸບຜາ, ພາບ: Invoice), ລະບົບຂໍ້ມູນຂ່າວສານ ການເງິນພາກລັດ (LIFMIS) ແລະ ລະບົບອື່ນໆອີກ. ພ້ອມນີ້, ຍັງຈະ ໄດ້ເຮັດວຽກຮ່ວມກັບພະແນກການ ເງິນ, ຫ້ອງການການເງິນ ເມືອງ ໂພນໂຮງ ແລະ ສ່ວຍສາອາກອນ ເມືອງວັງວຽງຕື່ມອີກ. ໂອກາດນີ້, ທ່ານ ສີວຽງໄຊ ອໍລະ ບູນ,ໄດ້ກ່າວສະແດງຄວາມດີໃຈທີ່ທາງ ຄະນະນຳກະຊວງການເງິນເວົ້າສະ ເພາະກົມເຕັກໂນໂລຊີຂໍ້ມູນຂ່າວສານ ການເງິນ, ກົມງົບປະມານແຫ່ງ ລັດ, ຄັງເງິນແຫ່ງລັດ ທີ່ໄດ້ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງວຽງ ຈັນ, ພ້ອມທັງຍິນດີໃຫ້ການຊຸກຍູ້ ສົ່ງເສີມໃນການຜັນຂະຫຍາຍ ວຽກງານການຄຸ້ມຄອງການເງິນ ແຫ່ງລັດເປັນທັນສະໄໝ ເພື່ອເຮັດໃຫ້ ວຽກງານການເງິນຂອງ ສປປ ລາວ ກໍຄືແຂວງວຽງຈັນ ເຂົ້າສູ່ລະບົບໄອ ທີ ເພື່ອສ້າງຄວາມສະດວກສະບາຍ ໃຫ້ແກ່ຜູ້ຈັດຕັ້ງປະຕິບັດ, ຜູ້ທີ່ມາໃຊ້ ບໍລິການ ແລະ ພາກສ່ວນທີ່ຕິດຕາມ ກວດກາວຽກງານດັ່ງກ່າວ ເພື່ອ ກ້າວໄປສູ່ລະບົບທັນສະໄໝເທື່ອລະ ກ້າວ. ເນີນທຸລະກິດຢູ່ແຂວງຈໍາປາສັກ ຕະຫລອດຮອດພະນັກງານວິຊາ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ປຶກສາ ຫາລືຮ່ວມກັນ 4 ຫົວຂໍ້ສຳຄັນຄື: ການປັບປຸງເສັ້ນທາງຫລວງເລກທີ 13 ໃຕ້ (ໄລຍະແຕ່ ຫລັກ 8 ຫາ ຫລັກ 19 ເມືອງປະທຸມພອນ), ບັນ ຫາການປັບປຸງລາຄາຄ່າໄຟຟ້າ ໃນເຂດເສດຖະກິດພິເສດ, ການ ເປີດບໍລິການສາຍການບິນຕົງບາງ ກອກ-ປາກເຊ, ການບໍລິການປະຕູ ດຽວດ້ານເອກະສານການລົງທຶນ, ການສົ່ງອອກ-ນໍາເຂົ້າສິນຄ້າ ຜ່ານ ມາ ມີລັກຊະນະຊັກຊ້າກວ່າກໍາ ນົດ. ຈຸດປະສົງຂອງກອງປະຊຸມ ກໍເພື່ອຮ່ວມກັນຊອກຊ່ອງທາງ ແກ້ໄຂບັນຫາທີ່ຍົກຂຶ້ນມາຄົ້ນຄວ້າ ກໍຄືອໍານວຍຄວາມສະດວກ ໃຫ້ ແກ່ນັກທຸລະກິດຍີ່ປຸ່ນທີ່ມາລົງທຶນຢູ່ ແຂວງຈຳປາສັກ ທັງເປັນການຊຸກຍູ້ ສົ່ງເສີມການຄ້າ, ການລົງທຶນ, ການ ທ່ອງທ່ຽວ ເພື່ອເຮັດໃຫ້ການລົງທຶນ ຂອງພາຍໃນແຂວງເພີ່ມຂຶ້ນ ເວົ້າ ລວມເວົ້າສະເພາະ ກໍຄືການລົງທຶນ ຢູ່ໃນເຂດເສດຖະກິດພິເສດ ລາວຍີ່ປຸ່ນ ໃຫ້ມີຄວາມສະດວກຫລາຍ ຂຶ້ນກວ່າເກົ່າ. ກອງປະຊຸມຄັ້ງນີ້, ໄດ້ຮັບການ ສະໜັບສະໜູນ ໂດຍສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນປະຈຳ ລາວ ສາຂາປາກເຊ, ອົງການ ເຈັດ ໂຕຣ, ໄຈກ້າ ແລະ ທະນາຄານຍີ່ປຸ່ນ ເພື່ອການຮ່ວມມືສາກົນ. ຂ່າວ: ພັນປະສົງ ວົງທອງດີ, ພາບ: ຈັນທະວີ ສັກ ເຊັນສຸດໃຈ y

RkJQdWJsaXNoZXIy MTc3MTYxMQ==