[= ]y la flt8k3m]t7q , /b dvq [Iq ,;Pd ltda fdA o c]t 8h kova d7u wr xt9exu 2 0 2 6 26/03/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d lkgsfmuj rk.sh gdu frkp5 \kdgsa [ ຂປລ. ໃນວັນທີ 23 ມີນາ 2026, ທີ່ສຳນັກງານໃຫຍ່ບໍລິສັດ ສະຕາໂທລະຄົມ (6OJUFM) ໄດ້ ຈັດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພປະຈໍາປີ 2026 ໂດຍການເປັນປະທານຂອງທ່ານ ຈັນທະວີໄຊ ທຳມະວົງ ຮອງຜູ້ອຳ ນວຍການໃຫຍ່ຊີ້ນຳວຽກງານເຕັກ ໂນໂລຊີ, ພ້ອມດ້ວຍຄະນະນຳ ແລະ ພະນັກງານພາຍໃນບໍລິສັດເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້, ແມ່ນ ໄດ້ຮັບການຮ່ວມມືຈາກພະແນກ ຂປລ. ການຜະລິດກະສິກຳປູກ ຝັງ-ລ້ຽງສັດ ໄດ້ເປັນພື້ນຖານໃນ ການສ້າງເສດຖະກິດຄອບຄົວ, ເປັນ ການສ້າງລາຍຮັບເຮັດໃຫ້ຄອບຄົວ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ, ດັ່ງຄອບຄົວຂອງທ່ານ ສີສຸພັນ ສຸດທິຈັກ ອາຍຸ 41 ປີ, ອາຊີບຄ້າຂາຍຢູ່ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ທີ່ໄດ້ຖືເອົາການລ້ຽງນົກກະທາ ເປັນ ອາຊີບເສີມສາມາດສ້າງລາຍຮັບໄດ້ ສະເລ່ຍ 96 ລ້ານກີບຕໍ່ປີ. ທ່ານ ສີສຸພັນ ສຸດທິຈັກ ໄດ້ໃຫ້ສໍາ ]h P'oq ddtmk gxa ovk-u [glu , lh k']kpIa [wfh 9 6 ]h kodu [8xu + © ມະນີວ¡ນ ພາດເມື່ອບໍ່ດົນມານີ້ວ່າ: ສວນເວີນ ແຄນ ກໍ່ຕັ້ງຂຶ້ນໃນປີ 2020 ຫລັງ ຈາກການລະບາດຂອງໂຄວິດ-19 ໄດ້ 1 ປີ ຊຶ່ງເກີດຈາກແນວຄວາມ ຄິດເຮັດສວນກະ ເສດພໍໄດ້ກຸ້ມ ຄອບຄົວດ້ວຍເນື້ອທີ່ຈໍາກັດກວ້າງ 30 ແມັດ ແລະ ຍາວ 40 ແມັດ, ເລີ່ມຕົ້ນຈາກການປູກພືດສວນ ຄົວ ແລະ ໄມ້ກິນໝາກ ເພື່ອກິນໃນ ຄອບຄົວ, ໃນເບື້ອງຕົ້ນນໍາໃຊ້ຝຸ່ນ ເຄມີຫລັງຈາກສຶກສາເຫັນຜົນຮ້າຍ ຂອງປຸຍເຄມີ ຕໍ່ສຸຂະພາບຂອງເຮົາ ຈຶ່ງຫັນມານໍາໃຊ້ຝຸ່ນຄອກເຊັ່ນ: ຂີ້ ງົວ, ຂີ້ໄກ່ ແລະ ຕໍ່ມາໄດ້ມີໂອກາດ ໄປເຫັນຕົວຢ່າງຈາກຄອບຄົວໜຶ່ງ ທີ່ລ້ຽງນົກກະທາ ແລະ ສາມາດນໍາ ຂີ້ນົກກະທາ ມາຂາຍເປັນຝຸ່ນໄດ້, ຈຶ່ງເຮັດໃຫ້ຕົນເອງເກີດແນວຄິດ ໃໝ່ຢາກລອງລ້ຽງນົກກະທາ ເພື່ອ ນໍາເອົາຂີ້ນົກມາໃຊ້ເອງ ເພື່ອຫລຸດ ຕົ້ນທຶນໃນການຊື້ປຸຍເຄມີ ແລະ ເພີ່ມ ຄວາມຍືນຍົງ ຈຶ່ງໄດ້ເລີ່ມທົດລອງ ໂດຍການສັ່ງລູກນົກກະທາມາລ້ຽງ ໃນເບື້ອງຕົ້ນຈໍານວນ 50 ໂຕ, ໂດຍ ເປົ້າໝາຍຫລັກຄື ຢາກໄດ້ຝຸ່ນ. ແນວ ໃດກໍດີ, ຈາກຈຳນວນລູກນົກ 50 ໂຕ ໃນມື້ນັ້ນ ໄດ້ເລີ່ມທົດລອງລ້ຽງ ພ້ອມກັບຮຽນຮູ້ໄປທຸກມື້ ແລະ ສິ່ງ ທີ່ເຫັນໄດ້ຊັດເຈນຄື ນົກກະທາເປັນ ສັດ ທີ່ເຕີບໄວ ແລະ ໃຫ້ຜົນຜະລິດ ໄວພຽງ 40 ວັນ ກໍເຕີບໃຫຍ່ສົມບູນ ແລະ ພຽງ 45 ວັນ ກໍເລີ່ມໃຫ້ ໄຂ່ ນີ້ແມ່ນຈຸດແຂງທີ່ເຮັດໃຫ້ໝັ້ນ ໃຈ ແລະ ກ້າທີ່ຈະຂະຫຍາຍຈາກ 50 ໂຕ ຄ່ອຍໆຂະຫຍາຍເປັນ 500 ໂຕ ໃນໄລຍະປີ 2022, ແຕ່ ໃນຄວາມເປັນຈິງການເຮັດກະສິ ກໍາບໍ່ໄດ້ມີແຕ່ຄວາມສໍາເລັດ, ແຕ່ ດ້ວຍຄວາມບໍ່ພ້ອມຫລາຍດ້ານທັງ ແຮງງານ ແລະ ເວລາຈຶ່ງຈໍາເປັນ ຕ້ອງຢຸດການລ້ຽງນົກກະທາລົງ ຊົ່ວຄາວໃນທ້າຍປີ 2022. ຕົກ ມາຮອດປີ 2024 ດ້ວຍການເບິ່ງ ເຫັນໂອກາດບວກກັບເງື່ອນໄຂ ຂອງເຮົາທີ່ເລີ່ມມີເວລາຫລາຍຂຶ້ນ, ຕົນເອງຈຶ່ງກັບມາລ້ຽງນົກກະທາ ອີກຄັ້ງ, ແຕ່ຄັ້ງນີ້ບໍ່ຄືເກົ່າ, ໄດ້ປັບ ປ່ຽນວິທີການລ້ຽງ ໂດຍຫັນໃຊ້ ວິທີຈັດການເປັນລະບົບຫລຸດການ ໃຊ້ແຮງງານຄົນ ແລະ ເນັ້ນໄປທີ່ ປະລິມານບວກກັບຄຸນນະພາບ. ສໍາ ລັບການໃຫ້ອາຫານນົກກະທາ, ນົກ ກະທາໄຂ່ຈະກິນອາຫານສະເລ່ຍ 20 ກÓາມ ວັນ ໂຕ (ຕົ້ນທຶນ 200 ກີບ ມື້ ໂຕ, 1.000 ໂຕ ຕົ້ນທຶນ 200.000 ກີບ, ຄິດໄລ່ໂດຍລາຄາ ຫົວອາຫານປັດຈຸບັນ 300.000 ກີບ ເປົາ 30 ກິໂລ, ສ່ວນການ ນໍາໃຊ້ພື້ນທີ່ລ້ຽງຈຳກັດ, ນົກກາ ທາ 100 ໂຕ ຄວາມຍາວຄອກ ແມ່ນ 150 ຊັງຕີແມັດ, ກວ້າງ 60 ຊັງຕີແມັດ, ສູງ 20 ຊັງຕີແມັດ. ຂະນະທີ່ຕະຫລາດຈຳໜ່າຍແມ່ນ ຈຳໜ່າຍຕາມຕະຫລາດພາຍໃນ ແຂວງອັດຕະປື ແລະ ມີພໍ່ຄ້າແມ່ຄ້າ ຕ່າງແຂວງອີກຈໍານວນໜຶ່ງສັ່ງຊື້ນຳ ເຊິ່ງກຳໄລຈາກການລ້ຽງນົກກະທາ 40 ວັນ ສາມາດຂາຍເປັນນົກເນື້ອ ໄດ້ ແລະ ຖ້າລ້ຽງເກັບໄຂ່ 45 ວັນ ສາມາດເກັບໄຂ່ໄດ້ ໂດຍລາຍຮັບ ຈາກການລ້ຽງນົກກະທາສະເລ່ຍ ໄດ້ 7-8 ລ້ານກີບ ເດືອນ ຫລື ໄດ້ 96 ລ້ານກີບ ປີ. ທ່ານສີສຸພັນສຸດທິຈັກຍັງໄດ້ກ່າວ ຕື່ມອີກວ່າ: ນອກຈາກການລ້ຽງ ນົກກະທາແລ້ວທາງສວນເວີນແຄນ ຍັງໄດ້ລ້ຽງ ແລະ ຂະຫຍາຍພັນໄກ່ ເຫວີນຊາງ, ໄກ່ຊັກເຊັດ, ໄກ່ບາບີ ມັດລÐ ອກ, ໄກ່ໄທບ່າ ຕື່ມອີກ ແລະ ຈາກປະສົບການຜ່ານມາຈົນມາ ເຖິງປັດຈຸບັນຕົນເອງສາມາດເວົ້າ ໄດ້ວ່າ: ສວນເວີນແຄນ ບໍ່ໄດ້ເປັນແຕ່ ສວນທົ່ວໄປແຕ່ເປັນສະຖານທີ່ລວມ ປະສົບການ, ບົດຮຽນ ແລະ ທັງເປັນ ຄວາມສໍາເລັດຂອງຕົນເອງ. ພ້ອມ ນີ້, ຖ້າຫາກທ່ານໃດມີຄວາມສົນໃຈ ຢາກລ້ຽງ ຫລື ຮຽນຮູ້ບົດຮຽນການ ລ້ຽງນົກກະທາ ກໍສາມາດເຂົ້າມາ ສຶກສາບົດຮຽນໄດ້ທີ່ສວນເວີນແຄນ, ຕັ້ງຢູ່ບ້ານເວີນແຄນ ເມືອງສາມັກຄີ ໄຊ ແຂວງອັດຕະປື, ພ້ອມຍິນດີຕ້ອນ ຮັບທຸກໆ. ຕຳຫລວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ນະຄອນຫລວງວຽງຈັນ ນຳໂດຍ ພັນຕີ ບຸນມີ ແສງອາລຸນ ຮອງຫົວໜ້າກອງໂຄສະນາ, ພ້ອມ ດ້ວຍຄະນະວິຊາການ ເພື່ອມາຖ່າຍ ທອດຄວາມຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງ ເນື້ອໃນຕົ້ນຕໍແມ່ນສຸມໃສ່ການຍົກ ສູງສະຕິລະວັງຕົວ, ເຕັກນິກການ ນຳໃຊ້ເຄື່ອງມືດັບເພີງຂັ້ນພື້ນຖານ ແລະ ວິທີການເອົາຕົວລອດໃນສະ ຖານະການສຸກເສີນ ເພື່ອຮັບປະກັນ ຄວາມປອດໄພໃຫ້ແກ່ຊີວິດ ແລະ ຊັບສິນສ່ວນລວມ. ໃນໂອກາດນີ້, ທ່ານ ຈັນທະວີໄຊ ທຳມະວົງ ໄດ້ເນັ້ນໜັກໃຫ້ພະນັກ ງານທຸກຄົນຈົ່ງເອົາໃຈໃສ່ກຳແໜ້ນ ບົດຮຽນ ເພື່ອຫັນເປັນແຜນການ ເຄື່ອນໄຫວລະອຽດໃນການເຝົ້າ ລະວັງ ແລະ ກຽມພ້ອມຮັບມືກັບ ເຫດການທີ່ບໍ່ຄາດຄິດອາດເກີດຂຶ້ນ ໄດ້ທຸກເວລາ. ທັງນີ້, ກໍເພື່ອສ້າງ ສະພາບແວດລ້ອມການເຮັດວຽກ ທີ່ປອດໄພ ແລະ ເປັນມືອາຊີບຕາມ ມາດຕະຖານການບໍລິຫານຈັດການ ຂອງບໍລິສັດສະຕາໂທລະຄົມ. ຂປລ. “ໝາກເຫັບ”ເປັນໜຶ່ງໃນ ປະກົດການຂອງນ້ຳຝົນທີ່ເກີດຂຶ້ນ ຈາກການກັ່ນຕົວຂອງໄອນ້ຳ ແລະ ຕົກລົງສູ່ພື້ນດິນເຊັ່ນ: ຝົນ, ໝາກເຫັບ ແລະ ຫິມະ. ໝາກເຫັບເປັນນ້ຳກ້ອນ ຂະໜາດໃຫຍ່ ມີເສັ້ນຜ່າສູນກາງ ລະຫວ່າງ 5-50 ມິນລີແມັດ. ໝາກ ເຫັບແມ່ນເມັດຝົນທີ່ຕົກລົງມາເມື່ອ ລົມແຮງຈາກພາຍຸລະດູຮ້ອນພັດ ເອົາອາກາດເຢັນມາເຮັດໃຫ້ພວກ ມັນແຂງຕົວ. ນ້ຳຈະແຂງຕົວ ແລະ ຕົກລົງສູ່ພື້ນດິນກາຍເປັນສິ່ງທີ່ພວກ ເຮົາເອີ້ນວ່າ: “ໝາກເຫັບ”. ນ້ຳ ໜັກຂອງໝາກເຫັບແມ່ນຂຶ້ນກັບ ຄວາມສາມາດຂອງລົມໃນການຍົກ ມັນຂຶ້ນ. ຖ້າລູກໝາກເຫັບມີນ້ຳໜັກ ຫລາຍກວ່າທີ່ລົມສາມາດຮັບໄດ້, ມັນຈະຕົກລົງສູ່ພື້ນດິນຍ້ອນແຮງ ໂນ້ມຖ່ວງ. ຢ່າງໃດກໍຕາມ, ສາເຫດ ຂອງພາຍຸຝົນຟ້າຄະນອງ ແລະໝາກ ເຫັບສ່ວນໃຫຍ່ແມ່ນເກີດຈາກສາມ ປັດໄຈຄື: ມວນອາກາດທີ່ບໍ່ໝັ້ນຄົງ, ອາກາດທີ່ລອຍຂຶ້ນຕາມແນວຕັ້ງ ແລະ ຄວາມຊຸ່ມຊື່ນສູງ. ໃນທາງວິທະຍາສາດ, ການກໍ່ ຕົວຂອງໝາກເຫັບໄດ້ຖືກອະທິບາຍ ຢ່າງລະອຽດວ່າ: ຢອດນ້ຳໃນກ້ອນ ເມກ(DVNVMPOJNCVT) ຖືກຍູ້ ກັບຄືນຂຶ້ນໄປທາງເທິງໂດຍກະແສ ອາກາດພາຍໃນກ້ອນເມກ. ໃນເວລາ ດຽວກັນ, ພວກມັນລວມກັບຢອດ ນ້ຳເຮັດໃຫ້ພວກມັນໃຫຍ່ຂຶ້ນ, ເມື່ອ ພວກມັນຖືກພັດໄປສູ່ລະດັບຄວາມ ສູງທີ່ສູງກວ່າບ່ອນທີ່ອຸນຫະພູມ ຫລຸດລົງຕໍ່າກວ່າຈຸດແຂງຕົວ, ພວກ ມັນຈະຕົກລົງສູ່ພື້ນດິນຍ້ອນນ້ຳໜັກທີ່ ເພີ່ມຂຶ້ນ. ຖ້າຂະໜາດ ແລະ ນ້ຳໜັກ ຂອງພວກມັນຍັງບໍ່ພຽງພໍ, ພວກມັນ ອາດຈະຖືກຍູ້ກັບຄືນຂຶ້ນໄປອີກ ຊຶ່ງ ເຮັດໃຫ້ເກີດການສະສົມຂອງຊັ້ນ ນ້ຳກ້ອນຕື່ມອີກ. ຂະບວນການນີ້ຍັງ ສືບຕໍ່ຈົນກວ່າມວນນ້ຳກ້ອນຈະໜັກ ເກີນໄປສຳລັບກະແສອາກາດທີ່ຈະ ຍູ້ມັນກັບຄືນຂຶ້ນ ຊຶ່ງໃນຈຸດນັ້ນມັນຈະ ຕົກລົງມາເປັນໝາກເຫັບ. ແນວໃດກໍຕາມ, ເຖິງວ່າລູກ ໝາກເຫັບອາດຈະຄ້າຍຄືກັບຫິມະ, ແຕ່ຄວາມແຂງຂອງມັນ, ມຸມທີ່ມັນ ຕົກລົງມາຈາກຄວາມສູງ ແລະ ບວກກັບລົມແຮງ, ເຮັດໃຫ້ມັນເປັນ ອັນຕະລາຍຫລາຍໃນຊ່ວງທີ່ມີພາຍຸ ຝົນຟ້າຄະນອງ ເພື່ອປ້ອງກັນການ ບາດເຈັບ ແລະ ຄວາມເສຍຫາຍຈາກ ລູກເຫັບ, ພວກເຮົາຄວນຢູ່ໃນເຮືອນ ຫລື ຢູ່ໃນອາຄານ ແລະ ຫລີກເວັ້ນ ການຢູ່ກາງແຈ້ງ. ເມື່ອຢູ່ໃນເຮືອນ, ພວກເຮົາຄວນຫລີກເວັ້ນການຢູ່ໃກ້ ປະຕູ ແລະ ປ່ອງຢ້ຽມ ໂດຍສະເພາະ ປະຕູ ແລະ ປ່ອງຢ້ຽມທີ່ມີແກ້ວ, ເພາະວ່າລົມແຮງສາມາດພັດໝາກ ເຫັບໃສ່ແກ້ວເຮັດໃຫ້ມັນແຕກ ຊຶ່ງ ອາດຈະເຮັດໃຫ້ພວກເຮົາໄດ້ຮັບ ບາດເຈັບ. ນອກຈາກນັ້ນ, ພວກເຮົາ ບໍ່ຄວນເກັບ ຫລື ກິນໝາກເຫັບ, ເພາະວ່າມີຄວາມສ່ຽງທີ່ມັນຈະປົນ ເປື້ອນດ້ວຍພະຍາດຈາກດິນ ຫລືນຳ ເອົາສິ່ງປົນເປື້ອນທາງອາກາດມາສູ່ ຮ່າງກາຍ. © ¨ງະ ວັນ
RkJQdWJsaXNoZXIy MTc3MTYxMQ==