26/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K © ່າົ່ງ gdflt|k2k, 8q ;c[[dkozt]y fdtly degxa oly o7h k mu j 8y fra oda [dkolq j 'vvd8j k'xtgmf ຂປລ. ຄວາມດຸໝັ່ນຂະຫຍັນ ພຽງ, ຄວາມອົດທົນເປັນບໍ່ເກີດ ແຫ່ງຜົນສຳເລັດ ເໝືອນດັ່ງເກດສະ ໜາຟາມ ເປັນອີກໜຶ່ງຄອບຄົວຕົວ ແບບການຜະລິດກະສິກຳເປັນສິນຄ້າ ທີ່ຕິດພັນກັບການສົ່ງອອກຕ່າງ ປະເທດ ທີ່ປີໜຶ່ງສາມາດສ້າງລາຍ ຮັບໄດ້ຫລາຍຮ້ອຍລ້ານກີບ, ເຮັດ ໃຫ້ພື້ນຖານເສດຖະກິດຄອບຄົວດີ ຂຶ້ນເປັນກ້າວ ແລະ ເມື່ອບໍ່ດົນມາ ນີ້ ທາງຄະນະນຳເມືອງອຸທຸມພອນ ນຳໂດຍທ່ານ ແຖວຄຳ ພົມມະວົງ ເລຂາຄະນະບໍລິຫານງານພັກເມືອງ ອຸທຸມພອນ ພ້ອມດ້ວຍຄະນະ ໄດ້ລົງ ຢ້ຽມຢາມ ແລະ ຊຸກຍູ້ການຜະລິດຢູ່ “ເກດສະໜາຟາມ” ຊຶ່ງເປັນຟາມ ລ້ຽງສັດຕົວແບບທີ່ມີການເຕີບໂຕ ຢ່າງວ່ອງໄວ ຊຶ່ງຟາມດັ່ງກ່າວແມ່ນ ຕັ້ງຢູ່ບ້ານໄຊສະອາດ ເມືອງອຸທຸມ ພອນ ແຂວງສະຫວັນນະເຂດ. ທ່ານ ນາງ ໄກສອນ ລາດຊະພົງ ເຈົ້າຂອງຟາມ ໄດ້ລາຍງານໃຫ້ຮູ້ ເຖິງເສັ້ນທາງແຫ່ງຄວາມມານະ ອົດທົນຈາກການເລີ່ມຕົ້ນທີ່ລອງ ຜິດລອງຖືກໃນປີ 2014 ຈົນກ້າວ ມາສູ່ຄວາມສຳເລັດໃນປັດຈຸບັນ. ໂດຍສະເພາະແມ່ນໃນປີ 2021 ທີ່ໄດ້ມີການບຸກເບີກເນື້ອທີ່ກວ່າ 20 ເຮັກຕາ ແລະ ສ້າງໂຮງ ເຮືອນທັນສະໄໝ 9 ຫລັງ. ຕໍ່ມາ ໃນປີ 2023 ໄດ້ມີການຮ່ວມມື ດ້ານເຕັກນິກວິຊາການ ລາວຫວຽດນາມ ເຮັດໃຫ້ການລ້ຽງໄກ່ ພັນຊີ້ນມີປະສິດທິພາບສູງ, ສາມາດ ຄັດເລືອກແນວພັນເອງ ແລະ ຫລຸດ ຜ່ອນໄລຍະເວລາການລ້ຽງໃຫ້ ເຫລືອພຽງ 3-4 ເດືອນກໍສາມາດ ຈຳໜ່າຍໄດ້; ໃນນັ້ນ ຄວາມໂດດ ເດັ່ນຂອງເກດສະໜາຟາມແມ່ນ ການຍຶດໝັ້ນຕາມທິດທາງຂອງພັກລັດ ໃນການຫັນການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າສົ່ງອອກຢ່າງ ແທ້ຈິງ. ຈາກແຜນການຜະລິດ 6 ແສນໂຕຕໍ່ປີໃນປີ 2024-2025, ຟາມໄດ້ສ້າງເຄືອຂ່າຍຕະຫລາດ ຕ່າງປະເທດທີ່ຖາວອນ ໂດຍສະ ເພາະແມ່ນການສົ່ງອອກໄປ ສສ ຫວຽດນາມ ໄດ້ຫລາຍກວ່າ 4 ແສນ ໂຕຕໍ່ປີ. ສຳລັບປີ 2026 ນີ້, ຟາມ ຂອງພວກເຮົາມີວິໄສທັດອັນກວ້າງ ໄກທີ່ຈະຂະຫຍາຍໂຮງເຮືອນເພີ່ມ ເປັນ 12 ຫລັງ ເພື່ອຍົກລະດັບການ ສົ່ງອອກໄກ່ໄປຫວຽດນາມໃຫ້ໄດ້ ເຖິງ 900.000 ໂຕຕໍ່ປີ, ພ້ອມທັງ ສະໜອງໄຂ່ໄກ່ ແລະ ສັດໃຫຍ່ ເຊັ່ນ: ງົວ ແລະ ຄວາຍ ອີກປະເພດລະກວ່າ 50 ໂຕ ສູ່ຕະຫລາດພາຍໃນ ແລະ ຕ່າງປະເທດຕື່ມອີກ. ທ່ານ ແຖວຄຳ ພົມມະວົງ ເລຂາ ພັກເມືອງ ໄດ້ກ່າວຊົມເຊີຍຕໍ່ຄວາມ ບາກບັ່ນ ແລະ ຫົວຄິດປະດິດສ້າງ ຂອງເຈົ້າຂອງຟາມ ທີ່ສາມາດຫັນ ປ່ຽນຈາກການລ້ຽງແບບຄອບຄົວ ມາເປັນຟາມອຸດສາຫະກຳທີ່ທັນ ສະໄໝ. ທ່ານໄດ້ເນັ້ນໜັກໃຫ້ຟາມ ສືບຕໍ່ຮັກສາມາດຕະຖານເຕັກນິກ ວິຊາການ, ຮັບປະກັນຄວາມສະ ອາດ ແລະ ຄວາມປອດໄພຂອງຜະ ລິດຕະພັນ ເພື່ອສ້າງຍີ່ຫໍ້ສິນຄ້າຂອງ ເມືອງອຸທຸມພອນ ໃຫ້ເປັນທີ່ຍອມຮັບ ໃນລະດັບສາກົນ. ພ້ອມດຽວກັນນີ້, ການລົງຊຸກຍູ້ ຂອງຄະນະການນຳເມືອງໃນຄັ້ງ ນີ້ ຍັງເປັນການຢືນຢັນເຖິງການ ໃຫ້ຄວາມສຳຄັນຂອງພັກ-ລັດ ຕໍ່ ກັບຜູ້ປະກອບການທ້ອງຖິ່ນ, ພ້ອມ ທີ່ຈະອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອເຮັດ ໃຫ້ຂະແໜງການລ້ຽງສັດ ກາຍເປັນ ຫົວຈັກຫລັກໃນການແກ້ໄຂຄວາມ ທຸກຍາກ ແລະ ສ້າງຄວາມຮັ່ງມີ ໃຫ້ແກ່ປະຊາຊົນຢ່າງເປັນຮູບປະ ທຳຕາມແນວທາງຫັນເປັນອຸດສາ ຫະກຳ ແລະ ທັນສະໄໝ. ຂປລ. ກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດຊຸດ ທີ X ນີ້, ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດ (ຄປຈສພຊ) ມີຄໍາເຫັນ ຕໍ່ທິດທາງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເໜີໃຫ້ ລັດຖະບານເອົາໃຈໃສ່ບາງມາດຕະ ການຕື່ມອີກ. ໜຶ່ງໃນຫລາຍບັນຫາ ນັ້ນ, ອັນທີ 1. ໃຫ້ເພີ່ມທະວີການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່, ເປັນເຈົ້າ ຕົນເອງໃນການເຊື່ອມໂຍງເຊື່ອມ ຈອດດ້ວຍການນໍາໃຊ້ທ່າແຮງ ຂອງສູນກາງແລະທ້ອງຖິ່ນ ເຮັດ ໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ມີປະສິດທິພາບ, ມີ ປະສິດທິຜົນ, ມີຈຸດສຸມບຸລິມະສິດ, ສີຂຽວ ແລະ ຍືນຍົງ. 2. ສືບຕໍ່ປະຕິບັດຄາດໝາຍ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ໃຫ້ ບັນລຸຕາມແຜນການ ໂດຍສະເພາະ ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມໃນປັດຈຸ ບັນເປັນຕົ້ນ: 1) ຄຸ້ມຄອງອັດຕາ ltrkcsj '-kf ltg|u [k'[a osk.sh ]a fln [8cdh + w0 ແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ການສະໜອງສິນຄ້າທີ່ຈໍາ ເປັນຕໍ່ການດໍາລົງຊີວິດ ໂດຍສະ ເພາະການສະໜອງນໍ້າມັນເຊື້ອໄຟ ໃນປັດຈຸບັນໃຫ້ສາມາດກັບຄືນສູ່ສະ ພາບປົກກະຕິ ແລະ ມີມາດຕະການ ແກ້ໄຂສະພາບການຂາດເຂີນນໍ້າມັນ ໃນໄລຍະຕໍ່ໜ້າໃຫ້ມີຄວາມຍືນຍົງ ເປັນຕົ້ນການຫັນໄປສູ່ການນໍາໃຊ້ ລົດໄຟຟ້າ; 2) ແກ້ໄຂບັນຫາຂາດ ຄູ, ຍົກສູງຄຸນນະພາບການຮຽນການສອນ, ສະໜອງອຸປະກອນການ ຮຽນ-ການສອນ, ຄູສອນໃຫ້ພຽງພໍ ໃນເຂດຫ່າງໄກສອກຫລີກ ແລະ ການອຸດໜູນຢ່າງເໝາະສົມຕໍ່ຄູ- ແພດອາສາສະໝັກ; ຮີບຮ້ອນການ ໂຮມກັນຂອງອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບ ໃຫ້ສໍາເລັດ; ບໍລິການປິ່ນປົວໃຫ້ມີ ຄຸນນະພາບ ແລະ ຄຸ້ມຄອງລາຄາ ໃຫ້ສົມເຫດສົມຜົນ; ຍົກລະດັບສີມື ແຮງງານ, ສ້າງວຽກເຮັດງານທໍາ ແລະ ຂະຫຍາຍອັດຕາປົກຄຸມຂອງ ປະກັນສັງຄົມ; 3) ສືບຕໍ່ແກ້ໄຂ ບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ, ສະແກມເມີ ແລະ ປະກົດການຫຍໍ້ທໍ້ ດ້ານສັງຄົມ. 3. ຮີບຮ້ອນນໍາໃຊ້ງົບປະມານ ໂຄງການລົງທຶນຂອງລັດ ປະຈຳປີ 2026 ເພື່ອກໍ່ສ້າງ, ບູລະນະ ແລະ ສ້ອມແປງເສັ້ນທາງທີ່ເປ່ເພໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ; ດຶງດູດການລົງທຶນຂອງທຸກພາກ ສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະພື້ນຖານ ໂຄງລ່າງໃຫ້ມີຄວາມສະດວກ, ຄວບຄຸມນ້ຳໜັກລົດບັນທຸກ ແລະ ມີມາດຕະການຕໍ່ຜູ້ລະເມີດຢ່າງ ເຂັ້ມງວດ, ຮີບຮ້ອນກໍ່ສ້າງຕາຝັ່ງ ເຈື່ອນທີ່ເປັນຈຸດລໍ່ແຫລມ ແລະ ມີ ການເຊາະເຈື່ອນຢ່າງຮ້າຍແຮງໃຫ້ ສຳເລັດ. 4. ຈັດສັນເຂດຜະລິດຢ່າງມີ ຈຸດສຸມ, ລະອຽດ ແລະ ຊັດເຈນ ໃນແຕ່ລະທ້ອງຖິ່ນ; ຊຸກຍູ້ການຜະ ລິດສະບຽງອາຫານໃຫ້ພຽງພໍຄໍ້າ ປະກັນຄວາມໝັ້ນຄົງທາງດ້ານສະ ບຽງອາຫານ ແລະ ໂພຊະນາການ; ຮັບປະກັນການຜະລິດກຸ້ມຕົນເອງ ທາງດ້ານແນວພັນ, ເຕັກນິກວິທະ ຍາສາດ ແລະ ປັດໄຈການຜະລິດ; ມີສິນຄ້າສົ່ງອອກເພີ່ມຂຶ້ນ, ຫັນ ຫົວໜ່ວຍການຜະລິດເປັນອຸດສາຫະ ກຳທັນສະໄໝ, ສ້າງຖານລາຍຮັບ ໃໝ່, ຍົກສູງຄຸນນະພາບ, ສ້າງມູນ ຄ່າເພີ່ມ ແລະ ມີຜະລິດຕະພັນຂອງ ລາວໃຫ້ຫລາຍຂຶ້ນ; ສົ່ງເສີມການ ຮ່ວມມືລະຫວ່າງພາກລັດ-ຊາວ ກະສິກອນ-ວິສາຫະກິດ-ນັກຄົ້ນ ຄວ້າ-ທະນາຄານ-ຜູ້ຈຳໜ່າຍພາຍ ໃນ ແລະ ຕ່າງປະເທດ; ສົ່ງເສີມ ແລະ ສ້າງຄ່ານິຍົມໃນການຊົມໃຊ້ຜະລິດ ຕະພັນພາຍໃນ ແລະ ຊຸກຍູ້ການຄ້າ ພາຍໃນໃຫ້ເປັນຮູບປະທຳ. 5. ຄຸ້ມຄອງ ແລະ ສ້ອມແປງ ບັນດາໂຄງການຊົນລະປະທານ; ສ້າງເງື່ອນໄຂ ແລະ ອໍານວຍຄວາມ ສະດວກ ພ້ອມທັງມີກົນໄກການສະ ໜອງສິນເຊື່ອແກ່ຊາວກະສິກອນ ແລະ ຫົວໜ່ວຍທຸລະກິດທີ່ຜະລິດ ຝຸ່ນ, ປຸÐ ຍ, ແນວພັນ, ຢາຂ້າສັດຕູ ພືດ, ອຸປະກອນ ແລະ ເຄື່ອງມືເຂົ້າ ໃນການຜະລິດ, ປຸງແຕ່ງກະສິກຳ, ອຸດສາຫະກຳປຸງແຕ່ງທີ່ນໍາໃຊ້ວັດຖຸ ດິບພາຍໃນສ້າງມູນຄ່າເພີ່ມຈໍາໜ່າຍ ພາຍໃນ, ຫລຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກລວມທັງ ສິນຄ້າເອກະລັກຂອງຊາດ ກໍຄື ຂອງແຕ່ລະທ້ອງຖິ່ນຄຽງຄູ່ກັບການ ສະໜອງດ້ານເຕັກນິກວິຊາການ, ຮັບປະກັນການສະໜອງທຶນຢ່າງ ມີຈຸດສຸມ, ຖືກຕ້ອງກັບນະໂຍບາຍ ແລະ ເປັນກິດຈະການທີ່ຂະແໜງ ການສົ່ງເສີມ. 6. ສືບຕໍ່ຄົ້ນຄວ້າມີນະໂຍບາຍ ສົ່ງເສີມດຶງດູດການລົງທຶນເຂົ້າໃນ ຂະແໜງອຸດສາຫະກຳໃຫ້ຫລາຍ ຂຶ້ນ, ຮັບປະກັນການຜະລິດ, ປຸງ ແຕ່ງສິນຄ້າ ເພື່ອຈໍາໜ່າຍພາຍໃນ ໃຫ້ມີຄວາມພຽງພໍ, ຫລຸດຜ່ອນ ການນໍາເຂົ້າ ແລະ ຫັນເປັນອຸດ ສາຫະກຳຄົບວົງຈອນແບບລະບົບ ຕ່ອງໂສ້ ໂດຍການນໍາໃຊ້ວັດຖຸດິບ ພາຍໃນເຂົ້າໃນການປຸງແຕ່ງ, ສ້າງ ມູນຄ່າເພີ່ມເພື່ອສົ່ງອອກ ແລະ ຫັນ ອຸດສາຫະກຳເປັນທັນສະໄໝ. 7. ສືບຕໍ່ນໍາໃຊ້ບັນດາເຄື່ອງມື ແລະ ຫັນເປັນທັນສະໄໝໃນການ ເກັບລາຍຮັບ ແລະ ຄຸ້ມຄອງລາຍ ຈ່າຍໃຫ້ເປັນລະບົບຄົບຊຸດ, ລວມ ສູນ ແລະ ສາມາດເຊື່ອມຕໍ່ກັບທຸກ ຂະແໜງການ; ເກັບລາຍຮັບຈາກ ຖານລາຍຮັບທີ່ເປັນທ່າແຮງໃນປັດ ຈຸບັນ ແລະ ຖານລາຍຮັບທີ່ສ້າງໃໝ່ ໃຫ້ຄົບຖ້ວນ; ສືບຕໍ່ປະຕິຮູບລັດວິສາ ຫະກິດ ແລະ ທະນາຄານ ໃຫ້ມີປະ ສິດທິຜົນ, ມີກຳໄລສ້າງລາຍຮັບເຂົ້າ ງົບປະມານແຫ່ງລັດ, ຮັບປະກັນ ການຊຳລະໜີ້ສິນຕາມກຳນົດເວລາ ແລະ ບໍ່ສ້າງໜີ້ສິນເພີ່ມ. 8. ສືບຕໍ່ສ້າງສະຖຽນລະພາບ ດ້ານເງິນຕາ, ຍົກສູງການນໍາໃຊ້ ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍເງິນຕາຕ່າງປະເທດໃຫ້ເຂັ້ມ ງວດ, ບໍ່ໃຫ້ຜູກຂາດການນໍາໃຊ້ ເງິນຕາຕ່າງປະເທດສະກຸນໃດໜຶ່ງ; ຄຸ້ມຄອງການນໍາເຂົ້າເງິນຕາຈາກ ການສົ່ງອອກຜ່ານລະບົບທະນາ ຄານໃຫ້ໄດ້ 80% ຂຶ້ນໄປ, ເພີ່ມຄັງ ສຳຮອງໃຫ້ກຸ້ມການນໍາເຂົ້າ 6-7 ເດືອນຂຶ້ນໄປ ໂດຍສະເພາະການສະ ໜອງໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອ ໄຟໃຫ້ພຽງພໍ ແລະ ແກ້ໄຂການຂາດ ດຸນຊຳລະກັບຕ່າງປະເທດ (#01) ໃຫ້ຫລຸດລົງ. 9. ປະຕິບັດຄາດໝາຍດ້ານ ຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ໄດ້ ຕາມຄາດໝາຍ; ເພີ່ມທະວີການ ຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຄືນວຽກງານປົກປັກຮັກ ສາປ່າໄມ້ທັງເຂັ້ມງວດໃນການຄຸ້ມ ຄອງທີ່ດິນ 3 ປະເພດປ່າ ແລະ ອຸທິ ຍານແຫ່ງຊາດ ເພື່ອຍົກລະດັບເນື້ອ ທີ່ປົກຫຸ້ມປ່າໄມ້ໃຫ້ກວມເຖິງ 70%. 10. ຮີບຮ້ອນຄົ້ນຄວ້າສ້າງແຜນ ຍຸດທະສາດນໍ້າມັນເຊື້ອໄຟ ແລະ ມີນະໂຍບາຍສົ່ງເສີມດຶງດູດການ ລົງທຶນໃນກິດຈະການໂຮງງານຜະ ລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟຢູ່ ພາຍໃນປະເທດຮັບປະກັນໃຫ້ການ ສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນ ໃຫ້ພຽງພໍ ແລະ ລາຄາສົມເຫດ ສົມຜົນ, ຫລີກລ່ຽງບັນຫາຂາດ ແຄນນໍ້າມັນເຊື້ອໄຟໃນຕໍ່ໜ້າ ແລະ ໄລຍະຍາວທັງຊຸກຍູ້ໃຫ້ຫັນມານໍາ ໃຊ້ພະລັງງານທົດແທນ. 11. ຄຸ້ມຄອງການນໍາໃຊ້ຊັບພະ ຍາກອນທຳມະຊາດຢ່າງເຂັ້ມງວດ, ສ້າງນິຄົມອຸດສາຫະກຳຕົວແບບ, ເຂດອຸດສາຫະກຳປຸງແຕ່ງແຮ່ທາດ ເປັນຜະລິດຕະພັນສໍາເລັດຮູບກ່ອນ ສົ່ງອອກ; ຄັດເລືອກນັກລົງທຶນທີ່ດີ, ມີຄຸນນະພາບ, ມີຄວາມພ້ອມດ້ານ ການເງິນ ແລະ ເຕັກນິກວິຊາການ ແບບມືອາຊີບເຂົ້າມາພັດທະນາ; ສຸມໃສ່ກວດກາ ແລະ ປະເມີນຜົນ ໂຄງການທີ່ໄດ້ຮັບການອະນຸຍາດ ຊອກຄົ້ນ-ສໍາຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ໄດ້ຮັບອະນຸຍາດ ພ້ອມທັງທົບທວນສັນຍາສຳປະທານ ຂອງບັນດາໂຄງການດັ່ງກ່າວ ເພື່ອ ຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນ ປະໂຫຍດສູງສຸດ. 12. ປະເມີນຄືນຍຸດທະສາດ ການພັດທະນາໄຟຟ້າໃຫ້ມີຄວາມ ໝັ້ນຄົງ, ມີຄວາມພ້ອມໃນການ ສະໜອງໄຟຟ້າໃຫ້ພຽງພໍ ໂດຍ ສຸມໃສ່ພະລັງງານທົດແທນຄຽງຄູ່ ກັບການຄຸ້ມຄອງລາຄາໄຟຟ້າໃຫ້ ເໝາະສົມ. 13. ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຈຸດສຸມ, ເປັນບຸລິມະສິດລວມທັງຍົກລະ ດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນ ກ້າວໆ, ຖືເປັນວາລະແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ. 14. ເພີ່ມທະວີຄວາມສັກສິດໃນ ການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ປະຕິບັດກົດໝາຍ ຢ່າງເຂັ້ມງວດແລະ ເດັດຂາດ, ຫລຸດ ຜ່ອນການຍົກເວັ້ນການປະຕິບັດພັນ ທະພາສີອາກອນຫລາຍເກີນໄປ, ແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ແລະ ເກັບມອບ ລາຍຮັບທີ່ກວດພົບເຫັນເຂົ້າງົບປະ ມານແຫ່ງລັດ ໃຫ້ຄົບຖ້ວນ.
RkJQdWJsaXNoZXIy MTc3MTYxMQ==