7243

@ 0j k; c]t gsfdko 26/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຫົວໜ້າ ຄອສພ... ທ່ານ ນາງ ທຸມມາລີ ວົງພະຈັນ ການນຳຂັ້ນສູງ... ຂໍ້ມູນຂ່າວສານ ແລະ ຮູບພາບ ໃຫ້ ແກ່ອົງການສື່ມວນຊົນ ແລະ ການ ຈັດຕັ້ງສັງຄົມທົ່ວໄປ. ສໍາລັບການ ເຄື່ອນໄຫວວຽກງານວິຊາສະເພາະ ໃນໄລຍະຜ່ານມາ, ຄະນະນໍາ ຂປລ ໄດ້ຍຶດໝັ້ນຕາມແນວທາງຂອງ ພັກ-ລັດວາງອອກ ໂດຍຖືເອົາວຽກ ງານການເມືອງ-ແນວຄິດເປັນ ວຽກງານທີ່ສຳຄັນໃນການນໍາພາຊີ້ນໍາ, ຄຸ້ມຄອງ ແລະ ສຶກສາອົບຮົມ ພະນັກງານ-ສະມາຊິກພັກ ໃນສຳ ນັກ, ໄດ້ໃກ້ຊິດຕິດແທດນຳພາຈັດ ຕັ້ງປະຕິບັດ, ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຂອງອົງຄະນະ ພັັກ ຄະນະໂຄສະນາອົບຮົມສູນກາງ ພັກ ຄັ້ງທີ V ແລະ ແຜນພັດທະນາ ວຽກງານ ຄອສພ ກໍຄື ຂອງສຳນັກ ວາງອອກ. ພ້ອມທັງໄດ້ຍົກໃຫ້ເຫັນ ກ່ຽວກັບການແບ່ງຄວາມຮັບຜິດ ຊອບຂອງຄະນະພັກ-ຄະນະອໍາ ນວຍການ ແຕ່ລະພະແນກຢ່າງຂາດ ຕົວ. ສຳລັບຜະລິດຕະພັນຫລັກ ຂອງ ຂປລ ທີ່ຍັງພິມເຜີຍແຜ່ໃນ ປັດຈຸບັນມີ: ໜັງສືພິມປະເທດລາວ (ລາຍວັນ), ໃບຂ່າວຄົ້ນຄວ້າປິດ ລັບ (ລາຍວັນ) ແລະ ສະໜອງໃຫ້ບໍລິການຮູບພາບ. ນອກນີ້, ຍັງ ໄດ້ເຜີຍແຜ່ບົດ-ຂ່າວ ເປັນພາສາ ອັງກິດ ຜ່ານເວັບໄຊ ແລະ ເຟສບຸກ ຂອງຕົນ ເພື່ອໂຄສະນາຕໍ່ສາກົນ ກ່ຽວກັບນະໂຍບາຍການຕ່າງປະ ເທດ ຂອງພັກ-ລັດ ແຫ່ງ ສປປ ລາວ ແລະ ຜົນສໍາເລັດດ້ານຕ່າງໆ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ. ສ່ວນທິດ ທາງແຜນໃນຕໍ່ໜ້າ ຂປລ ຈະສືບ ອີກສະໄໝໜຶ່ງ ສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອ ເຊື່ອໃຈຢ່າງແທ້ຈິງ ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບ ສ່ວນອັນໃຫຍ່ຫລວງ ແລະ ສຳຄັນ ຂອງສະຫາຍ ຕໍ່ພາລະກິດແຫ່ງການ ປະຕິວັດ ແລະ ຂະບວນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ມີບົດບາດ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ ຈະສືບຕໍ່ນຳພາ-ຊີ້ນຳ ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຢ່າງມີໄຊ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ແມ່ນ ຊັບສົມບັດອັນລ້ຳຄ່າທີ່ການນຳ ແລະ ປະຊາຊົນແຕ່ລະຮຸ່ນ ສອງປະເທດໄດ້ ຮ່ວມກັນເພີ່ມພູນຄູນສ້າງ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ຄວາມເອົາໃຈ ໃສ່ ແລະ ການຊີ້ນຳຂອງສະຫາຍ ຈະເຮັດໃຫ້ສາຍພົວພັນຄວາມສາມັກຄີ ພິເສດ ລະຫວ່າງ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ສະຫາຍ. ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບໂທລະເລກຊົມເຊີຍ ຈາກ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດທີ່ໄດ້ໃຫ້ສືບຕໍ່ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ສະໄໝ 2026-2030; ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບໂທລະເລກຊົມເຊີຍຈາກ ສະຫາຍ ຫວໍ ທິ ແອັງ ຊວນ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດດຳລົງຕຳ ແໜ່ງເປັນຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບ ໂທລະເລກຊົມເຊີຍຈາກ ສະຫາຍ ບຸຍ ແທັງ ເຊິນ ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສະຫາຍ ເລ ຮວ່າຍ ຈຸງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນໂອກາດສືບ ຕໍ່ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບໂທລະເລກຊົມເຊີຍ ຈາກ ສະຫາຍ ເລ ຮວ່າຍ ຈຸງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງນາຍົກ ລັດຖະມົນຕີ. ຕໍ່ເອົາວຽກງານການເມືອງ-ແນວ ຄິດເປັນກົກ ເຊື່ອມສານເຂົ້າໃນທຸກ ການເຄື່ອນໄຫວວຽກງານ ເພື່ອເຮັດ ໃຫ້ ຂປລ ປະຕິບັດແນວທາງ, ນະ ໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ ປະສົບຜົນສຳເລັດ ແລະ ພັດທະນາຕົນເອງໄປຕາມທິດຄຳ ຂວັນທີ່ວ່າ: “ຂ່າວສານ ຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”; ຫັນການເຄື່ອນໄຫວ, ການໂຄສະ ນາຂໍ້ມູນຂ່າວສານ ຂອງສໍານັກ ຂ່າວສານປະເທດລາວ ໄປສູ່ຄວາມ ທັນສະໄໝໃນຍຸກດີຈິຕອນ ເປັນທີ່ ໄວ້ເນື້ອເຊື່ອໃຈຂອງພັກ ກາຍເປັນ ກະບອກສຽງທີ່ແຫລມຄົມຂອງພັກ, ເປັນເວທີແຫ່ງການສະແດງອອກ ຄວາມເຫັນທີ່ສ້າງສັນຂອງສັງຄົມ; ປັບປຸງອາຄານ, ປ່ຽນຖ່າຍວັດຖຸ ອຸປະກອນເກົ່າທີ່ຊຸດໂຊມ ເພື່ອສ້າງ ສະພາບແວດລ້ອມການເຮັດວຽກ ທີ່ດີ; ຝຶກອົບຮົມຍົກລະດັບຄວາມ ຮູ້ວິຊາການໃຫ້ພະນັກງານ ພາຍ ໃນສໍານັກຂ່າວສານປະເທດລາວ; ຍາດແຍ່ງເອົາການຊ່ວຍເຫລືອ ເພື່ອຍົກລະດັບຄວາມຮູ້ດ້ານວິຊາ ສະເພາະ ໃຫ້ພະນັກງານຢູ່ພາຍໃນ ແລະ ຕ່າງປະເທດ ທັງໃນໄລຍະສັ້ນ ແລະ ໄລຍະຍາວ; ຫັນການສໍາເນົາ ຂໍ້ມູນຂ່າວສານ, ຮູບ, ຟີມ ແລະ ເອ ກະສານແຕ່ລະປະເພດໃຫ້ລະອຽດ ແລະ ທັນສະໄໝເປັນດີຈິຕອນ ເພື່ອ ປະມວນເປັນຂໍ້ມູນທາງດ້ານປະຫວັດ ສາດ ແລະ ບໍລິການໃຫ້ສັງຄົມ ຮັບ ປະກັນຄວາມຍືນຍົງ; ສືບຕໍ່ປະຕິບັດ ຕາມແຜນການ ແລະ ທິດທາງການ ໂຄສະນາ ຂອງພັກ-ລັດປະຈໍາປີ 2026; ສືບຕໍ່ໂຄສະນາມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຜົນສໍາເລັດກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ແລະ ກອງປະຊຸມສະພາແຫ່ງຊາດແຕ່ລະ ສະໄໝ, ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ 10 ແລະ ເຫດການ ສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ; ຕິດຕາມ ກວດກາ ແລະ ຊຸກຍູ້ພະນັກງານລັດ ຖະກອນໃນການປະຕິບັດໜ້າທີ່ຢ່າງ ເປັນລະບົບ ທັງກໍ່ສ້າງພະນັກງານ ສືບທອດປ່ຽນແທນ ໃຫ້ທັນສະພາບ ການ; ເອົາໃຈໃສ່ຈັດຕັ້ງປະຕິບັດນະ ໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນ ງາມຄວາມດີ ໃນການປະຕິບັດໜ້າ ທີ່ຮັບໃຊ້ພັກ-ລັດ ທັງພະນັກງານລັດຖະກອນ ແລະ ບໍານານ ໃນຮູບ ການຕ່າງໆທີ່ເໝາະສົມ ແລະ ຖືກ ກັບລະບຽບການ ແລະ ອື່ນໆ. ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ ຂປລ ເອົາ ໃຈໃສ່ຫລາຍບັນຫາ ເພື່ອສືບຕໍ່ບຸກ ບືນສູ້ຊົນ ແກ້ໄຂບັນດາຈຸດອ່ອນ ຂໍ້ຄົງຄ້າງ ໃນປັດຈຸບັນທີ່ຍັງບໍ່ທັນ ສາມາດແກ້ໄຂໄດ້ສືບຕໍ່ແກ້ໄຂໃຫ້ ສຳເລັດ, ໃຫ້ມີການພັດທະນາ, ກ້າວ ໜ້າຂຶ້ນ ແລະ ມີການຫັນປ່ຽນໃໝ່ ໂດຍສະເພາະໃຫ້ຮັກສາມູນເຊື້ອດຸ ໝັ່ນຫ້າວຫັນ, ຄວາມຮັບຜິດຊອບ, ບຸກບືນອົດທົນຜ່ານຜ່າທຸກຄວາມ ຫຍຸ້ງຍາກ; ສືບຕໍ່ປັບປຸງອົງການ ຈັດຕັ້ງພາລະບົດບາດ, ສິດ, ໜ້າທີ່, ສັບຊ້ອນຈັດວາງບຸກຄະລາກອນ ຂອງ ຂປລ ໃຫ້ສຳເລັດ; ຈັດຕັ້ງ ເຊື່ອມຊຶມຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ແລະ ເຊື່ອມຊຶມພາລະບົດບາດ, ສິດ, ໜ້າທີ່ຂອງ ຄອສພ ມາເປັນ ແຜນລະອຽດຂອງສໍານັກງານຕົນ; ຕັ້ງໜ້າພັດທະນາວຽກງານຂ່າວ ສານໃຫ້ກ້າວໜ້າ ທັນສະໄໝ ວ່ອງ ໄວທັນເຫດການ, ເຮັດໃຫ້ຂ່າວສານ ມີຄວາມຊັດເຈນ, ຖືກຕ້ອງ, ວ່ອງໄວ, ເປັນໜ້າເຊື່ອຖື, ເປັນຂໍ້ມູນຂ່າວສານ ຫລັກແຫລ່ງໃຫ້ແກ່ບັນດາອົງການ ສື່ຕ່າງໆໃນທົ່ວປະເທດ ໂດຍສຸມໃສ່ ພັດທະນາຄວາມຮູ້, ພັດທະນາດ້ານ ເຕັກໂນໂລຊີຫັນໄປສູ່ທັນສະໄໝ; ປັບປຸງເນື້ອໃນຂອງຂ່າວສານ ໃຫ້ມີ ຄວາມອຸດົມສົມບູນຫລາຍຮູບຫລາຍ ສີ ຫລາຍຜະລິດຕະພັນ, ຫລາຍລະ ດັບທີ່ແຕກຕ່າງກັນ ເພື່ອຈູງໃຈຜູ້ ອ່ານແລະຜູ້ຊົມຫລາຍຂຶ້ນ; ປະສານ ສົມທົບກັບພາກສ່ວນຕ່າງໆ ໃຫ້ມີ ຄວາມກົມກຽວໂລ່ງລ່ຽນ ເພື່ອແລກ ປ່ຽນຂໍ້ມູນຂ່າວສານນຳກັນໄດ້; ເອົາ ໃຈໃສ່ປັບປຸງວຽກພັກ-ພະນັກງານ ຢູ່ ຂປລ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງຕື່ມ; ສ້າງພະນັກງານຮຸ່ນສືດ ທອດປ່ຽນແທນ ໂດຍສະເພາະ ສ້າງວິຊາການ, ຊ່ຽວຊານດ້ານພາ ສາຕ່າງປະເທດ; ສ້າງຄວາມສາມັກ ຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ, ມີຄວາມເປັນເອກະພາບສູງ, ມີ ຄວາມເຂັ້ມແຂງໜັກແໜ້ນບົນພື້ນ ຖານໜ້າທີ່ການເມືອງຂອງພັກ; ເປີດ ກວ້າງການພົວພັນຮ່ວມມືກັບຕ່າງ ປະເທດ ໂດຍສະເພາະປະເທດໃກ້ ຄຽງ ແລະ ບັນດາປະເທດເພື່ອນມິດ ຍຸດທະສາດ, ຍາດແຍ່ງເອົາການ ຊ່ວຍເຫລືອ ໂດຍສະເພາະກັບ ສສ ຫວຽດນາມ ແລະ ສປຈີນ, ພ້ອມທັງ ໃຫ້ເອົາໃຈໃສ່ໃນການຫັນໄປສູ່ທັນ ສະໄໝ ເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນໄລຍະໃໝ່. ຂ່າວ: ມະນີທອນ; ພາບ: ເກດສະໜາ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ ຮັບການແຕ່ງຕັ້ງເປັນຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດນີ້, ສະຫາຍເອກອັກ ຄະລັດຖະທູດ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຊົມເຊີຍຢ່າງຈິງ ໃຈ ທີ່ການສະເໜີແຕ່ງຕັ້ງ ສະຫາຍ ທອງສະຫວັນ ພົມວິຫານ ເປັນ ຮອງນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງ ເອົາ ໂດຍກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 23 ມີນາ 2026 ນີ້. ພ້ອມກັນນີ້, ສະຫາຍ ເອກອັກຄະ ລັດຖະທູດ ກໍໄດ້ນໍາເອົາໂທລະເລກ ຊົມເຊີຍຂອງບັນດາສະຫາຍການ ນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງບັນດາສະຫາຍການນໍາຂັ້ນ ສູງຂອງ ສປປ ລາວ ມາມອບໃຫ້ ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ອີກດ້ວຍ. ໃນໂອກາດດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງສະ ຫວັນ ພົມວິຫານ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ມິງ ເຕິມ ພ້ອມ ດ້ວຍບັນດາພະນັກງານສະຖານທູດ ທີ່ມາສະແດງຄວາມຊົມເຊີຍ ແລະ ອວຍພອນດ້ວຍຕົນເອງ ກໍຄື ການ ນໍາເອົາໂທລະເລກອວຍພອນຂອງ ບັນດາສະຫາຍການນໍາ ພັກ-ລັດ ຫວຽດນາມ ເຖິງບັນດາສະຫາຍ ການນໍາພັກ-ລັດລາວ, ສິ່ງເຫລົ່າ ນີ້ເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບພິເສດອັນ ສະໜິດສະໜົມ ລະຫວ່າງ ສອງຊາດ ໂດຍສະເພາະ ແມ່ນຄວາມສາມັກຄີ ລະຫວ່າງ ສອງກະຊວງການຕ່າງ ປະເທດ ລາວ-ຫວຽດນາມ ກໍຄື ສະ ຖານທູດຫວຽດນາມ ປະຈຳ ສປປ ລາວ. ພ້ອມດຽວກັນນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ທອງສະ ຫວັນ ພົມວິຫານ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ສະຫາຍເອກອັກ ຄະລັດຖະທູດ ຫງວຽນ ມິງ ເຕິມ ແລະ ພະນັກງານສະຖານທູດທຸກ ສະຫາຍລວມເຖິງການຮ່ວມມືແລະ ປະສານງານກັນຢ່າງໃກ້ຊິດແລະ ມີ ປະສິດທິພາບສູງລະຫວ່າງກະຊວງ ການຕ່າງ ປະເທດລາວ ກັບສະຖານ ທູດຫວຽດນາມ ໃນໄລຍະຜ່ານມາ ຊຶ່ງສາມາດຊຸກຍູ້ສົ່ງເສີມການພົວ ພັນຮ່ວມມືອັນເປັນມູນເຊື້ອທີ່ດີ ລະ ຫວ່າງສອງປະເທດ ໃຫ້ນັບມື້ນັບ ມີການພັດທະນາເຂົ້າສູ່ລວງເລິກ ໂດຍສະເພາະ ແມ່ນການເປັນເສນາ ທິການໃຫ້ແກ່ການນໍາຂັ້ນສູງຂອງ ສອງປະເທດ. ພິເສດ, ສະຫາຍຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ພັກລັດ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງ ເລິກເຊິ່ງ ຕໍ່ການຊ່ວຍເຫລືອອັນລໍ້າ ຄ່າ, ທັນການ ທີ່ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ມີໃຫ້ ພັກ, ລັດ ແລະ ປະຊາຊົນລາວ ຕະຫລອດມາ. ໃນຕອນທ້າຍ, ສະຫາຍເອກອັກ ຄະລັດຖະທູດ ຫງວຽນ ມິງ ເຕິມ ໄດ້ຢືນຢັນຄືນວ່າ ຈະເຮັດສຸດຄວາມ ສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນ ການຜັນຂະຫຍາຍການຕົກລົງຂອງ ການນໍາຂັ້ນສູງຂອງສອງຝ່າຍ ກໍຄື ການເສີມຂະຫຍາຍສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ອ້າຍນ້ອງໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ຈັນຖະໜອມ ສິລິວັດ ຜູ້ພິພາກສາ ຊັ້ນສີ່, ຫົວໜ້າຄະນະສານການຄ້າ, ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພິພາກສາ ຊັ້ນສີ, ຫົວໜ້າກົມຄຸ້ມ ຄອງວິຊາການ ແລະ ສະຖິຕິສານ, ທ່ານ ໄຊສົມພອນ ເພັດຊົມພູ ຜູ້ພິ ພາກສາຊັ້ນສີ່, ຫົວໜ້າສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມ, ທ່ານ ຈິດຕາວັນ ວົງໄຊ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານ ແຮງງານ, ທ່ານ ນາລິສວນ ສາຍ ສຸລິຍາ ຜູ້ພິພາກສາຊັ້ນສີ່, ຮັກສາ ການຫົວໜ້າຄະນະສານແພ່ງ, ທ່ານ ສັກກູນາ ຍະພິຈິດ ຜູ້ພິພາກສາຊັ້ນ ສີ່, ຮັກສາການຫົວໜ້າຄະນະສານ ປົກຄອງ, ທ່ານ ນາງ ຈອມພັນ ຈັນທະວີ ຜູ້ພິພາກສາຊັ້ນສີ່, ຮອງ ຫົວໜ້າຄະນະສານອາຍາ ແລະ ທ່ານ ສີວັນ ບຸນທະລາ ຜູ້ພິພາກສາ ຊັ້ນສີ່, ຮອງຫົວໜ້າຄະນະສານ ການຄ້າ. ບັນດາສະມາຊິກສະພາຜູ້ພິພາກ ສາຂອງສານປະຊາຊົນສູງສຸດ ທັງ ໝົດ 15 ທ່ານນີ້, ລ້ວນແຕ່ແມ່ນຜູ້ ທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ມີທັດສະນະຫລັກໝັ້ນ ການເມືອງໜັກແໜ້ນ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ, ເປັນແບບຢ່າງ ໃນການເຄົາລົບ ແລະ ປະຕິບັດລັດ ຖະທຳມະນູນ, ກົດໝາຍ ຢ່າງເຂັ້ມ ງວດ ແລະ ຮັບປະກັນຄວາມຍຸຕິທຳ ໃນການປະຕິບັດໜ້າທີ່; ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມບໍລິສຸດ ສັດຊື່, ທ່ຽງທຳ, ມີຈັນຍາບັນ, ຈັນ ຍາທໍາ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ບໍ່ຮັບ ແລະ ບໍ່ໃຫ້ສິນບົນ, ມີແບບ ແຜນການດໍາລົງຊີວິດ ທີ່ປອດໃສ, ມີການປະພຶດທີ່ດີ, ບໍ່ລຳອຽງ, ບໍ່ອະ ຄະຕິ, ມີຄວາມອົດທົນ ແລະ ໄດ້ຮັບ ຄວາມເຊື່ອຖືໄວ້ໃຈ ຈາກການຈັດ ຕັ້ງ ແລະ ສັງຄົມ; ໄດ້ຜ່ານການຍົກ ລະດັບທິດສະດີການເມືອງ-ການ ປົກຄອງ ລະດັບຂັ້ນສູງ, ມີຄວາມ ຮູ້ທາງດ້ານກົດໝາຍຢ່າງເລິກເຊິ່ງ, ກຳແໜ້ນ ແລະ ສາມາດຜັນຂະ ຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳອື່ນທີ່ກ່ຽວ ຂ້ອງ, ຮູ້ວິເຄາະວິໄຈ ໄຈ້ແຍກຂໍ້ມູນ ຫລັກຖານຢ່າງຖືກຕ້ອງຊັດເຈນ ແລະ ທັນສະພາບການ, ສອດຄ່ອງ ກັບຄວາມເປັນຈິງ, ມີຄວາມຍຸຕິ ທໍາ ແລະ ໂປ່ງໃສ; ເປັນເຈົ້າການ ປະຕິບັດຕາມສິດ ແລະ ໜ້າທີ່ຂອງຜູ້ ພິພາກສາ, ມີຄວາມຮັບຜິດຊອບ ສູງ, ມີຄວາມສະດຸ້ງໄວ້, ກ້າຄິດ, ກ້າ ເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້, ຜົນ ເສຍ ໃນການປະຕິບັດໜ້າທີ່ການ ເມືອງຂອງຕົນ, ຮູ້ເສີມຂະຫຍາຍ ດ້ານດີ ແລະ ປ່ຽນແປງຈຸດອ່ອນ ຂອງຕົນ; ເປັນຜູ້ທີ່ພວມດຳລົງຕຳ ແໜ່ງປະທານ, ຮອງປະທານສານ ປະຊາຊົນສູງສຸດ, ຫົວໜ້າຄະນະ ສານ ໃດໜຶ່ງຂອງສານປະຊາຊົນ ສູງສຸດ, ຜູ້ພິພາກສາ ຊຶ່ງມີບົດຮຽນປະສົບການສູງ ໃນການດໍາເນີນຄະດີ ແລະ ມີຄວາມຮູ້, ຄວາມສາມາດນໍາ ພາວຽກງານທີ່ໄດ້ຮັບມອບໝາຍ ມີຜົນສໍາເລັດ; ມີອາຍຸກະສຽນ 45 ປີ ຂຶ້ນໄປ, ມີສຸຂະພາບແຂງແຮງ ເພື່ອຮັບປະກັນການປະຕິບັດໜ້າທີ່ ວຽກງານທີ່ຖືກມອບໝາຍ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ສປສສ ໃນກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X ວັນທີ 24 ມີນາ 2026 ໂດຍ ສານປະຊາຊົນສູງສຸດ ໄດ້ວາງຄາດ ໝາຍສູ້ຊົນສ້າງຜູ້ພິພາກສາ, ພະ ນັກງານຂອງສານໃຫ້ມີຄຸນທາດ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ມີຈັນຍາບັນ-ຈັນຍາທໍາ, ສ້າງ ເປັນມືອາຊີບສະເພາະດ້ານ ເພື່ອ ຮັບປະກັນຄວາມສະຫງົບປອດໄພ ຢູ່ໃນການຈັດຕັ້ງຂອງສານ, ສ້າງຜູ້ ພິພາກສາດີ-ເກັ່ງໃຫ້ໄດ້ຫລາຍກວ່າ 85% ຂອງຈໍານວນຜູ້ພິພາກສາທີ່ ໄດ້ຮັບການປະເມີນ. ພ້ອມນີ້, ຈະຂະຫຍາຍການຈັດ ຕັ້ງສານປະຊາຊົນເຂດໃຫ້ໄດ້ຢ່າງ ໜ້ອຍ 6 ແຫ່ງ, (ເຂດ 4 ແຂວງ ຈຳປາສັກ, ເຂດ 6 ແຂວງສະຫວັນ ນະເຂດ, ເຂດ 3 ແຂວງຄໍາມ່ວນ, ເຂດ 4 ແຂວງຫົວພັນ ແລະ ເຂດ 3 ແຂວງຫລວງນໍ້າທາ); ປັບປຸງ ກົງຈັກການຈັດຕັ້ງພາຍໃນສານ ແຕ່ລະແຫ່ງໃຫ້ກະທັດຮັດ, ເປັນລະ ບົບຄົບຊຸດ, ໜັກແໜ້ນເຂັ້ມແຂງ, ສອດຄ່ອງກັບສະພາບຄວາມເປັນ ຈິງຂອງສານແຕ່ລະແຫ່ງ; ສ້າງ ກົນໄກການບໍລິຫານຄະດີແບບໃໝ່ ເຮັດໃຫ້ມີຄວາມໂປ່ງໃສທຸກຂັ້ນ ຕອນໃນການດໍາເນີນຄະດີຢູ່ສານ ເພື່ອຮັບປະກັນໃຫ້ການພິຈາລະນາ ແກ້ໄຂຄະດີໃຫ້ມີຄວາມວ່ອງໄວບັນ ລຸຕາມມະຕິສະພາແຫ່ງຊາດກຳນົດ ຄື: ຄະດີແພ່ງ-ການຄ້າ 76% ຂຶ້ນ ໄປ, ຄະດີຄອບຄົວ-ເດັກ-ແຮງງານ ແລະ ປົກຄອງ 86% ຂຶ້ນໄປ ແລະ ຄະດີອາຍາ 90% ຂຶ້ນໄປ, ທັງຮັບ ປະກັນຄຸນນະພາບ, ອັດຕາການ ຂໍອຸທອນແຕ່ລະປະເພດຄະດີບໍ່ໃຫ້ ເກີນ 15% ແລະ ຄວາມພໍໃຈຂອງ ຄູ່ຄວາມຕໍ່ກັບການຕັດສິນ, ພິພາກ ສາ ແລະ ນໍາໄປຈັດຕັ້ງປະຕິບັດ ໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການ ຂໍລົບລ້າງຫລຸດລົງໃນແຕ່ລະປີ; ສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນ ຄວາມຮັບຜິດຊອບຂອງ ສປສສ ໃຫ້ສຳເລັດ 4 ສະບັບ (ການດໍາ ເນີນຄະດີເດັກ, ຄ່າທໍານຽມສານ, ດໍາເນີນຄະດີປົກຄອງ ແລະ ກົດ ໝາຍວ່າດ້ວຍສານປະຊາຊົນ)ຕາມ ແຜນການສ້າງ ແລະ ປັບປຸງກົດ ໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ອອກນິຕິກຳໃຕ້ກົດໝາຍໃຫ້ ໄດ້ຢ່າງໜ້ອຍປີລະ 10 ສະບັບ; ສືບຕໍ່ຄົ້ນຄວ້າກົນໄກການບໍລິຫານ ສານໃຫ້ມີຄຸນນະພາບ ແລະ ເຂົ້າ ສູ່ທັນສະໄໝ, ສ້າງພື້ນຖານໂຄງ ລ່າງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ຮອງຮັບການປະຕິບັດພາລະ ບົດບາດຂອງອົງການຕຸລາການ ຕາມທີ່ກົດໝາຍກໍານົດໄວ້. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ຮອງນາຍົກລັດຖະມົນຕີ... ສພຊ... ສປສສ...

RkJQdWJsaXNoZXIy MTc3MTYxMQ==