7242

07 xtgmf]k; gsfdko{dkora fmtok 25/03/2026 va f8txn lk,kflt|v'oE .sh goN vmuj dkozt]y fwfh 8 6 . 000 d;j kgIa d8k ©“’ Æ ນ“າ cdj omh k; vto5 ,a f.sh gvdt-q o ]q 'mb ox6 d\kd4qj ;gs]n vlqj 'vvd ຕໍ່າ‹ໜ້າ xtdkflh k'8A ' ltstra ody ]k\kd]h v, csj '-kf]k; 1j k'gxa omk'dko ນະຄອນຫລວງວຽງຈັນ ໂດຍການໃຫ້ ກຽດເຂົ້າຮ່ວມຂອງທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິ ການ ຄະນະກຳມະການໂອແລມປິກ ແຫ່ງຊາດລາວ, ມີ ທ່ານ ສີຈັນ ຈິດຕະ ປັນຍາ ຫົວໜ້າກົມກິລາລະດັບສູງ ຕາງ ໜ້າຄະນະນຳ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຫລ ເວີ້ຍ ຈ້ຽນ (Muo Xei Kian) ຫົວໜ້າສູນວັດທະນະທຳ ຈີນ ປະຈຳ ສປປ ລາວ, ທ່ານ ອິນຕອງ ເລີດສິນໄຊ ປະທານສະຫະພັນ ກິລາ ໝາກລ້ອມແຫ່ງຊາດ, ຄະນະບໍລິຫານ ງານສະຫະພັນກິລາໝາກລ້ອມ, ນັກ ກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ທັນຍາ ພອນ ວົງຖາວອນ ເລຂາທິການສະ ຫະພັນ ໄດ້ລາຍງານປະຫວັດຄວາມ ເປັນຂອງກິລາໝາກລ້ອມວ່າ: ກິລາ ໝາກລ້ອມ ມີຊື່ເອີ້ນໃນພາສາຈີນວ່າ: “ເຫວີຍ” ແລະ ມີຊື່ເອີ້ນທົ່ວໄປໃນສາ ກົນວ່າ: Go (ໂກະ), ເປັນ 1 ໃນ 4 ສິລະປະປະຈໍາຊາດ ຂອງ ສປ ຈີນ ປະ ກອບມີ ໝາກລ້ອມ, ກູເຈິ່ງ (ເຄື່ອງດົນ ຕີຈີນ), ບົດກອນ ແລະ ພາບວາດ. ໝາກລ້ອມເປັນກິລາໝາກກະດານທີ່ ມາຈາກພູມປັນຍາຂອງຄົນຈີນ ແລະ ມີ ປະຫວັດຄວາມເປັນມາ 3.000 ກວ່າ ປີ, ມີຕົ້ນກໍາເນີດມາຈາກ ສປ ຈີນ ຕໍ່ມາ ,orean Prime Minister Cup ທີ່ປະເທດເກົາຫລີໃຕ້ (ໄດ້ອັນດັບ 3 ຂອງອາຊີ); ປີ 2023 ໄດ້ເຂົ້າຮ່ວມ ລາຍການ 5Ie 'irst ASEAN 8eiRi InWitationaM 5ournament ຢູ່ເມືອງພູເອີ, ສປ ຈີນ (ໄດ້ອັນດັບ 3 ປະເພດດ່ຽວ). ພ້ອມດຽວກັນນີ້, ຕາງໜ້າກົມຈັດ ຕັ້ງ ກະຊວງ ສຶກສາທິການ ແລະ ກິລາ ອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ວ່າດ້ວຍການ ຮັບຮອງເອົາການສ້າງຕັ້ງຄະນະບໍລິ ຫານງານສະຫະພັນກິລາໝາກລ້ອມ ແຫ່ງຊາດລາວ ສະບັບເລກທີ 747/ ສສກ, ລົງວັນທີ 07 ກຸມພາ 2025. ຄະນະກໍາມະການບໍລິຫານງານຂອງ ສະຫະພັນກິລາໝາກລ້ອມ ແຫ່ງຊາດ ລາວ ປະກອບຄະນະກໍາມະການບໍລິ ຫານງານ 12 ທ່ານ ຄື: ປະທານທີ່ປຶກ ສາ 1 ທ່ານ, ຮອງປະທານທີ່ປຶກສາ 1 ທ່ານ, ປະທານສະຫະພັນກິລາໝາກ ລ້ອມ ແຫ່ງຊາດລາວ 1 ທ່ານ, ຮອງປະ ທານ 2 ທ່ານ, ເລຂາທິການ 1 ທ່ານ, ຮອງເລຂາທິການ 2 ທ່ານ, ນາຍຄັງ 1 ທ່ານ ແລະ ກໍາມະການ 3 ທ່ານ. ທ່ານ ອິນຕອງ ເລີດສິນໄຊ ປະ ທານສະຫະພັນ ກິລາໝາກລ້ອມ ແຫ່ງ ຊາດ ຂຶ້ນກ່າວຮັບເອົາຂໍ້ຕົກລົງສະບັບ ນີ້ ແລະ ກ່າວຂອບໃຈ ການນຳພາກລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ອະນຸຍາດອອກຂໍ້ຕົກລົງຮັບຮອງເອົາ ການສ້າງຕັ້ງສະຫະພັນກິລາໝາກລ້ອມ ແຫ່ງຊາດລາວຢ່າງເປັນທາງການ. ປັດຈຸບັນ ສະຫະພັນ ກິລາໝາກ ລ້ອມ ແຫ່ງຊາດລາວ ມີໂຮງຮຽນສອນ ກິລາໝາກລ້ອມ 1 ແຫ່ງ ຄື: ເຮືອນ ຮຽນຮູ້ຮ່ວມສໍາລັບເດັກ ທີ່ບ້ານດອນ ໜູນ, ມີນັກຮຽນເຍົາວະຊົນ ອາຍຸ 5- 14 ປີ ຈໍານວນ 30 ກວ່າຄົນ, ມີອາ ຈານ 1 ທ່ານ ແລະ ຜູ້ຊ່ວຍອາຈານ 2 ທ່ານ. ໃນນີ້, ມີນັກກິລາລະດັບ ດັ້ງ 2 ຄົນ, ລະດັບ IigI kyu 3 ຄົນ ແລະ ລະດັບ MoX kyu 27 ຄົນ. ແນວໃດກໍ ດີ, ຕໍ່ໜ້າສະຫະພັນຈະນຳສະເໜີເອົາ ກິລາໝາກລ້ອມຂັ້ນພາກພື້ນຖານ ເຂົ້າ ໃນຊົ່ວໂມງກິດຈະກໍາຫລັງເລີກຮຽນ (After ScIooM Program) ໃນ ບັນດາໂຮງຮຽນຊັ້ນມັດທະຍົມສຶກສາ ພາຍໃນນະຄອນຫລວງວຽງຈັນ ເຊັ່ນ: ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ, ຫລຽວໂຕວÑ , ເພຍວັດ ແລະ ຍັງມີອີກຫລາຍໆໂຮງຮຽນຢູ່ໃນກຸ່ມ ເປົ້າໝາຍແຜນງານຂອງສະຫະພັນໃນ ຕໍ່ໜ້້າ. ສະເພາະປີ 2026-2027 ນີ້ ສະຫະພັນ ມີແຜນຂະຫຍາຍສະຫະພັນ ໄປ 3 ແຂວງຄື: ແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈໍາປາ ສັກ. ຫລັງຈາກສ້າງຕັ້ງສະຫະພັນກິລາ ໝາກລ້ອມ ຂັ້ນແຂວງ ສຳເລັດແລ້ວ ພວກເຮົາກໍຈະນຳສະເໜີເອົາກິລາໝາກ ລ້ອມຂັ້ນພາກພື້ນຖານ ເຂົ້າໃນຊົ່ວໂມງ ກິດຈະກໍາຫລັງເລີກຮຽນ ໃຫ້ບັນດາ ໂຮງຮຽນເປົ້າໝາຍຂອງແຂວງນັ້ນໆ. ພາຍຫລັງມີຈໍານວນນັກກິລາພຽງພໍ ແລ້ວ ພວກເຮົາມີແຜນຈະຈັດການແຂ່ງ ຂັນລາຍການລະດັບປະເທດຂຶ້ນ ຊຶ່ງ ຄາດວ່າຈະຈັດຂຶ້ນໃນປີ 2028. ນອກ ຈາກນັ້ນ, ສະຫະພັນ ກິລາໝາກລ້ອມ ແຫ່ງຊາດລາວຍັງໄດ້ປຶກສາຫາລືຮ່ວມ ກັບບັນດາສະຫະພັນກິລາໝາກລ້ອມ ໃນບັນດາປະເທດອາຊຽນ ເພື່ອສ້າງ ຕັ້ງສະຫະພັນກິລາໝາກລ້ອມ ອາຊຽນ ໂດຍການລິເລີ່ມຂອງປະທານສະມາ ຄົມກິລາໝາກລ້ອມບຣູໄນ ທ່ານ CIin Sin 7oon ເຊິ່ງຈະເປັນບາດກ້າວອັນ ຍິ່ງໃຫຍ່ທີ່ຈະໄດ້ເຫັນກິລາໝາກລ້ອມ ໃນກິລາ ຊີເກມ (SEA Games), ເອຊຽນເກມ (Asian Games) ແລະ ໂອແລມປີກ (OMympic) ໃນ ອະນາຄົດຂ້າງໜ້າ. ໃນຕອນບ່າຍວັນດຽວກັນ,ຍັງໄດ້ຈັດ ການແຂ່ງຂັນກິລາໝາກລ້ອມກະຊັບມິດ ໂດຍມີນັກກິລາໝາກລ້ອມເຂົ້າຮ່ວມ ທັງໝົດ 6 ປະເທດ: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ, ບູໄນແລະສິງກະໂປ. ໄດ້ແຜ່ຂະຫຍາຍໄປປະເທດເກົາຫລີ, ປະເທດຍີ່ປຸ່ນ ແລະ ເປັນທີ່ນິຍົມຫລາຍ ໃນກຸ່ມຄົນຊັ້ນສູງ, ຂຸນນາງ ແລະ ປັນ ຍາຊົນຊັ້ນສູງ. ປັດຈຸບັນກິລາໝາກ ລ້ອມ ກຳລັງໄດ້ຮັບນິຍົມໃນຫລາຍປະ ເທດ ລວມທັງທະວີບອາຊີ, ເອີລົບ, ອາ ເມລິກາ, ອາຟຣິກາ ແລະ ໂອເຊອານີ, ຈົນໄດ້ສ້າງຕັ້ງສະຫະພັນກິລາໝາກ ລ້ອມນານາຊາດ (InternationaM Go'ederation)ຂຶ້ນໃນປີ1982, ມີ 80 ກວ່າສະມາຄົມ ຈາກທົ່ວໂລກ. ສຳ ລັບນັກກິລາໝາກລ້ອມຂອງລາວ ໄດ້ ລົງສະໝັກແຂ່ງຂັນໃນລະດັບສາກົນ ຢູ່ຕ່າງປະເທດ ແລະ ໄດ້ຮັບລາງວັນ ຫລາຍລາຍການ ເຊິ່ງນັກກິລາໝາກ ລ້ອມລຸ້ນທໍາອິດ ທີ່ໄດ້ໄປສ້າງຊື່ສຽງ ໃຫ້ປະເທດລາວ ແລະ ເປັນທີ່ຮູ້ຈັກກັນ ດີຢູ່ຕ່າງປະເທດມີ 2 ທ່ານຄື: ທ່ານ ສົມບູນ ດວງບຸດດີ ແລະ ທ່ານ ບຸນມີ ນະຄຽງຈັນ; ໃນນັ້ນ ປີ 2016 ໄດ້ ເຂົ້າຮ່ວມລາຍການ CIina-Asean InWitation 5ournament DeK ນານ ນິງ ສປ ຈີນ (ໄດ້ອັນ 1 ປະເພດທີມ); ປີ 2022 ໄດ້ເຂົ້າຮ່ວມລາຍການ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ພິທີເຊັນສັນຍາລົງທຶນ ປູກພືດລະດູແລ້ງ (ຖົ່ວເຫລືອງ) ເປັນ ສິນຄ້າ ສົກປີ 2025-2026 ໃນເນື້ອ ທີ່ກວ່າ 70 ເຮັກຕາຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ອົງການ ປົກຄອງເມືອງແກ່ນທ້າວ ແລະ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມ ກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ຈັດຂຶ້ນໃນວັນທີ 20 ມີນາ 2026 ຕາງໜ້າເຊັນໂດຍ ທ່ານ ບຸນຊູ ບຸນ ພັກດີ ຫົວໜ້າຫ້ອງການ ການເງິນ ເມືອງແກ່ນທ້າວ ກັບທ່ານ ປະສິດ ຖະໜອມສຸກ ອຳນວຍການບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມ ກະສິກຳ ຂາອອກ-ຂາເຂົ້າ ຈໍາກັດ, ມີ ທ່ານ ສົມສີ ຊາວພິລາ ຮອງປະທານ ຄະນະກໍາມະການປົກຄອງ ເມືອງ ແກ່ນທ້າວ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ການເຊັນສັນຍາດັ່ງກ່າວ ເພື່ອຜັນ ຂະຫາຍແຜນພັດທະນາເສດຖະກິດສັງຄົມ ຂອງເມືອງ ທາງດ້ານກະສິກຳ ເປັນຕົ້ນ ການຜະລິດເປັນສິນຄ້າເພື່ອ ສົ່ງອອກໄປ ສປ ຈີນ ແລະ ເພື່ອເຮັດ ໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ດີ ຂຶ້ນເທື່ອລະກ້າວ ຊຶ່ງນຳໃຊ້ເນື້ອທີ່ດິນ ນາຂອງປະຊາຊົນ ຢູ່ບ້ານຈອມແກ້ວ 72,44 ເຮັກຕາ ໂດຍບໍລິສັດ ວຽງ ແກ້ວ ພັດທະນາ ແລະ ສົ່ງເສີມກະສິກຳ ເປັນຜູ້ລົງທຶນທັງໝົດ 100 . ບໍລິສັດ ຈະມອບທຶນພັດທະນາ ແລະ ພັນທະ ຕ່າງໆໃຫ້ແຂວງ, ເມືອງ ແລະ ບ້ານ ລວມມູນຄ່າ 108 ລ້ານກວ່າກີບ ໃຫ້ ສຳເລັດກ່ອນເດືອນພຶດສະພາ 2026, ພ້ອມທັງຮັບຜິດຊອບຄ່າອະນາໄມ ພື້ນທີ່ ພາຍຫລັງເກັບກູ້ ເພື່ອປັບປຸງ ຄອງເໝືອງ ແລະ ເກັບມ້ຽນສິ່ງເສດ ເຫລືອໃຫ້ເປັນລະບຽບໂດຍມີໄລຍະ ເວລາ 4 ເດືອນ (ເລີ່ມແຕ່ວັນທີ 25 ທັນວາ 2025 ຫາ 30 ເມສາ 2026). ການເຊັນສັນຍາໃນຄັ້ງນີ້, ຖືເປັນ ບາດກ້າວສຳຄັນ ໃນການຫັນປ່ຽນທ່າ ແຮງດ້ານກະສິກຳ ຂອງເມືອງແກ່ນ ທ້າວ ໃຫ້ກາຍເປັນຖານການຜະລິດ ທີ່ເຂັ້ມແຂງ, ຮັບປະກັນຜົນປະໂຫຍດ ຮ່ວມກັນລະຫວ່າງ ພາກລັດ, ຜູ້ລົງທຶນ ແລະ ປະຊາຊົນເຈົ້າຂອງທີ່ດິນຢ່າງ ຍືນຍົງ. ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025, ຂະແໜງຊົນລະປະທານ ພະແນກກະສິ ກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະ ປື ສາມາດສະໜອງນໍ້າ ໃຫ້ແກ່ເນື້ອ ທີ່ການຜະລິດໄດ້ 86.779 ເຮັກຕາ ໃນນັ້ນ, ພືດ 80.568 ເຮັກຕາ, ນາປີ 4.745 ເຮັກຕາ ແລະ ນາແຊງ 1.466 ເຮັກຕາ ໂດຍການນໍາໃຊ້ຈັກສູບນໍ້າ ໄຟຟ້າ ຈາກລັດວິສາຫະກິດໄຟຟ້າລາວ (EDL) ເນື້ອທີ່ 618 ເຮັກຕາ, ໃຊ້ຈັກ ສູບນໍ້າ ພະລັງງານແສງອາທິດ ເນື້ອທີ່ 546 ເຮັກຕາ, ປໍ້າໄຟຟ້າ EDL (ນໍ້າ ບາດານ) ເນື້ອທີ່ 6 ເຮັກຕາ, ໂຊລາປໍ້າ ຂະໜາດນ້ອຍ ເນື້ອທີ່ 101 ເຮັກຕາ, ຝາຍນໍ້າລົ້ນ ເນື້ອທີ່ 177,5 ເຮັກຕາ, ປະຕູນໍ້າ ເນື້ອທີ່ 4.720 ເຮັກຕາ, ຝາຍ ເກັບກັກນໍ້າ ເນື້ອທີ່ 8 ເຮັກຕາ, ເຂື່ອນ ດິນ 3 ເຮັກຕາ ແລະ ນໍ້າລິນ 8 ເຮັກຕາ, ໃນສ່ວນຂອງນັກທຸລະກິດ, ຜູ້ປະກອບ ການ ແມ່ນນໍາໃຊ້ດ້ວຍລະບົບຈັກສູບ ນໍ້າ ຊຶ່ງຈະຕິດພັນກັບການໃສ່ຝຸ່ນ-ປຸÐ ຍ ແລະ ຢາຂ້າສັດຕູພືດ ດ້ວຍລະບົບຊົນ ລະປະທານ, ແຕ່ການສະໜອງນໍ້າໃຫ້ ແກ່ເນື້ອທີ່ການຜະລິດ ທີ່ເຫັນວ່າໂດດ ເດັ່ນກວ່າໝູ່ ແມ່ນການຕິດຕັ້ງລະບົບ ພະລັງງານແສງອາທິດ ຕາມສັງລວມ ປີ 2024 ທົ່ວແຂວງ ມີ 82 ແຫ່ງ, ມາ ຮອດປີ 2025-2026 ສັງລວມໄດ້ 130 ກວ່າແຫ່ງ ເພີ່ມຂຶ້ນ 63,07 ສາມາດຫົດພື້ນທີ່ການຜະລິດໄດ້ປະ ມານ 200 ກວ່າເຮັກຕາ. ທ່ານ ອາລຸນສັກ ພອນສາຣະ ແສນ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ລາຍງານການພັດ ທະນາຊົນລະປະທານ ແລະ ການສະ ໜອງນໍ້າ ໃຫ້ແກ່ການຜະລິດ ໃນກອງ ປະຊຸມສະຫລຸບວຽກງານກະສິກຳ ແລະ ສິ່ງແວດລ້ອມ ທົ່ວແຂວງອັດຕະ ປື ປະຈຳປີ 2025 ແລະ ທິດທາງ ແຜນການ 2026 ເມື່ອບໍ່ດົນມານີ້ວ່າ: ຂະແໜງຊົນລະປະທານແມ່ນຂະແໜງ ການໜຶ່ງທີ່ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍຄື ແຜນພັດທະນາ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ 5 ປີ (2026-2030) ທີ່ໄດ້ກຳນົດ ການພັດທະນາຊົນລະປະທານ ໃນ ແຜນງານການຜະລິດກະສິກຳ ເພື່ອຄໍ້າ ປະກັນຄວາມໝັ້ນຄົງດ້ານສະບຽງອາ ຫານ ແລະ ຜະລິດກະສິກຳເປັນສິນຄ້າ ຂອງພະແນກ ກະສິກຳ ແລະ ສິ່ງແວດ ລ້ອມວາງອອກ, ຕະຫລອດເຖິງການ ຍູ້ໜູນປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ເພື່ອຮັບປະກັນການສະໜອງນໍ້າ ສໍາ ລັບການຜະລິດກະສິກຳໃຫ້ຫລາຍ ຂຶ້ນ ໄດ້ເອົາໃຈໃສ່ຟື້ນຟູ, ຂະຫຍາຍ ແລະ ກໍ່ສ້າງພື້ນຖານໂຄງລ່າງຊົນລະ ປະທານຫລາຍຮູບແບບ ທີ່ນໍາໃຊ້ນໍ້າ ໜ້າດິນ, ນໍາໃຊ້ພະລັງງານທົດແທນ ເຂົ້າໃນການສູບນໍ້າໃນບ່ອນທີ່ມີເງື່ອນ ໄຂ ແລະ ສ້າງລະບົບປ້ອງກັນ-ລະບາຍ ນໍ້າເພື່ອຫລຸດຜ່ອນ, ແກ້ໄຂຜົນກະທົບ ຈາກໄພແຫ້ງແລ້ງ-ນໍ້າຖ້ວມ ແນໃສ່ ເຮັດໃຫ້ແຜນພັດທະນາຊົນລະປະທານ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ໃນໄລຍະ 5 ປີຜ່ານມາ, ຂະແໜງ ການຊົນລະປະທານ ໄດ້ເອົາໃຈໃສ່ພັດ ທະນາຊົນລະປະທານ ຢ່າງຕໍ່ເນື່ອງ ໂດຍໄດ້ປະຕິບັດແຜນງານ ແລະ ໂຄງ ການລະອຽດຢູ່ໃນແຕ່ລະແຜນວຽກຈຸດ ສຸມ ຊຶ່ງສາມາດຕີລາຄາຜົນສໍາເລັດໄດ້ ເປັນຕົ້ນ ການສຶກສາ, ສໍາຫລວດ-ອອກ ແບບ, ສຳເລັດການລົງສຶກສາຄວາມ ເປັນໄປໄດ້ນໍາໃຊ້ນໍ້າທ້າຍເຂື່ອນເຊປຽນ- ເຊນໍ້ານ້ອຍຮ່ວມກັບບໍລິສັດສັດ5AGO ໃນເນື້ອທີ່ 3.500 ເຮັກຕາ, ສໍາເລັດ ການລົງສຶກສາແຫລ່ງນໍ້າທີ່ຈະສາມາດ ຫົດສວນກາເຟ ໃນ 25 ໂຄງການ, ມີ ເນື້ອທີ່ 407,16 ເຮັກຕາ, ມູນຄ່າທີ່ຈະ ສໍາຫລວດ-ອອກແບບປະມານ 1,22 ຕື້ກວ່າກີບ ແລະ ມູນຄ່າ ທີ່ຈະກໍ່ສ້າງ ປະມານ 48,85 ຕື້ກວ່າກີບ. ພ້ອມນີ້, ໄດ້ສຳເລັດການລົງກວດ ກາຈຸດທີ່ຕັ້ງຫົວງານ ຂອງໂຄງການ ຊົນລະປະທານ ຫ້ວຍເຫາະ ແລະ ໂຄງ ການ ຊົນລະປະທານ ເຂື່ອນດິນ ຫ້ວຍ ເປາະ ເນື້ອທີ່ 3.750 ເຮັກຕາ; ສຳເລັດ ການສໍາຫລວດອອກແບບ ເພື່ອສ້ອມ ແປງ, ໂຄງການຊົນລະປະທານ9ແຫ່ງ ໃນນັ້ນ, ໄຊສີ, ສະແຄະ, ຫາດສະຕີ, ວັດທາດ, ສີເຊົາ, ນາພອກ, ນາແກ້ງ ຂາມ, ນາເຊືອກ ແລະ ນໍ້າປາ ເນື້ອທີ່ ຮັບປະກັນ 300 ເຮັກຕາ; ລົງຕິດຕາມ ແລະ ກວດກາພາກສະໜາມຄືນ ໃນ ການກຳນົດເນື້ອທີ່ຫົດ 2 ໂຄງການ ຄື: ໂຄງການນໍາໃຊ້ນໍ້າໄດ້ ເຂື່ອນຫ້ວຍ ກະອວນ ເມືອງພູວົງ ແລະ ໂຄງການ ນໍາໃຊ້ນໍ້າທ້າຍເຂື່ອນໄຟຟ້າ ເຊນໍ້າ ນ້ອຍ 1 ເມືອງສາມັກຄີໄຊ (ໂຄງການ ຊົນລະປະທານ ເຊນໍ້ານ້ອຍ ຝັ່ງອັດຕະ ປື) ເນື້ອທີ່ 700 ເຮັກຕາ, ນອກຈາກນີ້, ໄດ້ສໍາເລັດການສໍາ ຫລວດອອກແບບ ທັງໝົດ 4 ໂຄງການ ຄື: ໂຄງການ ຊົນລະປະທານ ນໍ້າໂຊະ ແລະ ໂຄງການຊົນລະປະທານ ຫ້ວຍ ໝາກຈັນ ເມືອງຊານໄຊ, ບ້ານດອນ ໄຜ່ ແລະ ໜອງມ່ວງ ເມືອງສະໜາມ ໄຊ ເນື້ອທີ່ 225 ເຮັກຕາ, ການຟື້ນຟູ- ສ້ອມແປງໂຄງການຊົນລະປະທານ; ໄດ້ຟື້ນຟູ-ສ້ອມແປງລະບົບຊົນລະປະ ທານ ທີ່ຖືກຜົນກະທົບຍ້ອນໄພພິບັດ ລະດູຝົນ ແຕ່ປີ 2021 ຫາ 2025 ຄື: ຟື້ນຟູສ້ອມແປງປົກກະຕິ ໂດຍນໍາທຶນ ລື່ນແຜນປີ 2024 ຈໍານວນ 9 ໂຄງ ການ ຮັກສາເນື້ອທີ່ໄດ້ 560 ເຮັກຕາ; ຟື້ນຟູສ້ອມແປງປົກກະຕິນຳໃຊ້ທຶນ ປະຈຳປີ2025ຈຳນວນ14ໂຄງການ, ເນື້ອທີ່ 1.439 ເຮັກຕາ; ເນື່ອງຈາກ ມີການຟື້ນຟູ-ສ້ອມແປງບົວລະບັດຮັກ ສາ ແລະ ອະນາໄມລະບົບຊົນລະປະ ທານຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ ການສະໜອງນໍ້າຊົນລະປະທານ ໃນ ແຕ່ລະປີສາມາດບັນລຸຕາມແຜນການ ທີ່ວາງໄວ້. ການກໍ່ສ້າງໂຄງການຊົນ ລະປະທານ, ສຸມໃສ່ຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດວຽກກໍ່ສ້າງຊົນລະປະ ທານ ບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຖືກຕ້ອງຕາມ ມາດຕະຖານເຕັກນິກ, ຈົບງາມ ແລະ ມີປະສິດທິຜົນ ໂດຍມີການຄຸ້ມຄອງ ຕິດຕາມກວດກາຊຸກຍູ້ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດຢ່າງເປັນປົກ ກະຕິ 13 ໂຄງການ ໃນນີ້, ທຶນພາຍໃນ 2 ໂຄງການ (ຫ້ວຍເຕວ ແລະ ນໍ້າ ໂຊະ) ເນື້ອທີ່ 100 ເຮັກຕາ ແລະ ທຶນ ຕ່າງປະເທດ 11 ໂຄງການ, ເນື້ອທີ່ 11 ເຮັກຕາ (,OICA 7 ໂຄງການ ແລະ I8MI 4 ໂຄງການ) ຊຶ່ງສາມາດ ຮັບປະກັນສະໜອງນໍ້າ ໃຫ້ເນື້ອທີ່ການ ຜະລິດ 111 ເຮັກຕາ, ການຄຸ້ມຄອງ ແລະ ນໍາໃຊ້ລະບົບຊົນລະປະທານ. ໄດ້ ສ້າງລະບຽບການໃນການບໍລິຫານ ຈັດການນໍ້າ, ສ້າງຕັ້ງ-ປັບປຸງ ແລະ ຝຶກອົບຮົມໃຫ້ແກ່ກຸ່ມຜູ້ນໍາໃຊ້ນໍ້າໃຫ້ ມີຄວາມເຂັ້ມແຂງ ເພື່ອເຮັດໜ້າທີ່ໃນ ການບົວລະບັດຮັກສາ, ການວາງແຜນ ສົ່ງນໍ້າ, ການເກັບກຳສະພາບການນໍາ ໃຊ້ກິດຈະການຊົນລະປະທານ, ການ ວາງແຜນຟື້ນຟູ-ສ້ອມແປງ ເພື່ອຮັບປະ ກັນການສະໜອງນໍ້າໃຫ້ທັນລະດູການ. ຂ່າວ: ມະນີວອນ

RkJQdWJsaXNoZXIy MTc3MTYxMQ==