7242

25/03/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຕໍ່ຈາກໜ້າ 1 ຂປລ.ກັບມາພໍ້ກັນອີກເທ່ືອໜຶ່ງກັບ ຄໍລຳ“ທາງເລືອກ-ທາງລອດ ປອດ ໄພຈາກອຸບັດເຫດ” ໜັງສືພິມປະ ເທດລາວ ສະບັບມື້ນີ້ ຂໍພາທ່ານຜູ້ ອ່ານໄປທີ່ແຂວງວຽງຈັນ ໂດຍ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈ ໃສ່ລົງແຜ່ເຜີຍ ປູກຈິດສຳນຶກດ້ານ ຄວາມປອດໄປທາງຫລວງໃຫ້ ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນ ມ.ສ ປາກກະຍຸງ ເມືອງວຽງຄຳ ແລະ ໂຮງຮຽນ ມ.ສ ບ້ານເກິນ ເມືອງທຸລະຄົມ ໂດຍການນໍາພາ ຂອງ ທ່ານ ອານົງ ອິນທະວົງ ຫົວ ໜ້າຂະແໜງຂົນສົ່ງ ພະແນກໂຍ ທາທິການ ແລະ ຂົນສົ່ງ ແຂວງ ວຽງຈັນ, ມີບັນດາພະແນກການທີ່ ກ່ຽວຂ້ອງຂັ້ນແຂວງ, ຄູ-ອາຈານ, ພ້ອມດ້ວຍນັກຮຽນເຂົ້າຮ່ວມ. ທ່ານ ອານົງ ອິນທະວົງ ໄດ້ກ່າວ ວ່າ: ການລົງໂຄສະນາເຜີຍແຜ່ປູກ ຈິດສຳນຶກດ້ານຄວາມປອດໄພທາງ ຫລວງຄັ້ງນີ້ ເພື່ອເຜີຍແຜ່ໂຄສະນາ ປູກຈິດສຳນຶກກ່ຽວກັບຄວາມປອດ ໄພຕາມທາງຫລວງໃຫ້ແກ່ຊາວ ໜຸ່ມ-ໄວໜຸ່ມ ແລະ ປະຊາຊົນ ໃນ ຂອບເຂດທົ່ວແຂວງວຽງຈັນ ໃຫ້ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະ ບຽບຂອງການຈະລາຈອນຕາມ ທ້ອງຖະໜົນ, ຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍ, ຄວາມສຳຄັນ ແລະ ການນຳໃຊ້ປ້າຍສັນຍານ ແລະ ຮູ້ ຈັກປະເມີນຜູ້ປະສົບໄພ ຫລື ເຄາະ ຮ້າຍ ແລະ ໃຫ້ການຊ່ວຍເຫລືອຊີວິດ ຂັ້ນພື້ນຖານ, ເພື່ອເປັນການຫລຸດ ຜ່ອນອຸບັດເຫດຕາມທ້ອງຖະໜົນໃຫ້ ຫລຸດໜ້ອຍຖອຍລົງເທື່ອລະກ້າວ. ການລົງໂຄສະນາເຜີຍແຜ່ປູກ ຈິດສຳນຶກດ້ານຄວາມປອດໄພທາງ ໃນຄັ້ງນີ້ ບັນດາພະແນກການກ່ຽວ ຂ້ອງຂັ້ນແຂວງກໍໄດ້ຜັດປ່ຽນກັນຂຶ້ນ ເຜີຍແຜ່ບັນດາເອກະສານທີ່ນຳມາ ໂຄສະນາເຜີຍແຜ່ຄັ້ງນີ້ ປະກອບ ມີການຈັດຕັ້ງປະຕິບັດວຽກງານ ກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາ 16 ,a oou Ij ;,,n da [3]dh k -e]t7j k3fplko3]3dh cma d-u c]t g8u ,rt]a ''ko]q fw22h k LOCA EV c[[fu 9y 8vo 37ltokgzu pczj x6 d9y fleob d fh ko7;k,xvfwr mk's];' 16 j lv'g,n v'c0;';P'9a o okpq d]a f4t,q o8u g0Q kIj ;,ry mu gxu fcs]j 'mj v'mj P; 05 odv'c]' w]ptmu 1 ຂປລ. ພິທີເປີດແຫລ່ງທ່ອງທ່ຽວ ແລະ ເຂດທ່ອງທ່ຽວນິເວດວິທະຍາ “ຂຸນກອງແລງ” ໄລຍະທີ 1 ຈັດ ຂຶ້ນໃນວັນທີ 20 ມີນາ 2026 ໂດຍ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບ ຜ້າ ເພື່ອເປີດສະຖານ ທີ່ທ່ອງທ່ຽວ ຢ່າງເປັນທາງການຂອງ ທ່ານ ສອນ ໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ປະທານ ອົງການກວດກາແຫ່ງລັດ, ຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ, ທ່ານ ໄຊຊະນະ ໂຄດ ພູທອນ ເລຂາພັກແຂວງຄໍາມ່ວນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີການນໍາ ພັກ-ລັດຂັ້ນສູນກາງ, ອະດີດການ ນໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ພັນທະ ຈິດ ອິນທິລາດ ປະທານກຸ່ມບໍລິສັດ INTRA Gorp ໄດ້ໃຫ້ຮູ້ວ່າ: ໂຄງ ການດັ່ງກ່າວ ເປັນແຫລ່ງທ່ອງທ່ຽວ ແນວອະນຸລັກທຳມະຊາດ ແບບຍືນ ຍົງ ແລະ ສີຂຽວ ໂດຍເນັ້ນການ ມີສ່ວນຮ່ວມຂອງຊຸມຊົນເປັນຫລັກ, ຕັ້ງຢູ່ບ້ານນາຄື ເມືອງຫີນບູນ, ມີເນື້ອທີ່ພັດທະນາປະມານ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ເຂດອະນຸລັກ ປົກປັກຮັກສາ ແລະ ຟື້ນຟູປ່າຕົ້ນ ນໍ້າ 25.000 ກວ່າເຮັກຕາ. ທັງນີ້, ກໍເພື່ອສ້າງໃຫ້ກາຍເປັນຈຸດໜາຍ ປາຍທາງໃໝ່ທີ່ຍືນຍົງ, ທັງເປັນ ການຊຸກຍູ້ເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວສີຂຽວຂອງ ແຂວງຄໍາມ່ວນ ໃຫ້ເປັນທີ່ຮູ້ຈັກທັງ ພາຍໃນ ແລະ ຕ່າງປະເທດ. ສຳລັບໂຄງການໄລຍະທີ1ແມ່ນ ໄດ້ພັດທະນາເຮືອນພັກ 108 ຫລັງ, ຮ້ານອາຫານ ແລະ ຄລັບເຮົ້າ 4 ແຫ່ງ, ພ້ອມກິດຈະກຳທ່ອງທ່ຽວ ຫລາຍກວ່າ 30 ກິດຈະກໍາ, ສາມາດ ຮອງຮັບນັກທ່ອງທ່ຽວໄດ້ປະມານ 3.000 ຄົນ/ມື້ ແລະ ແຂກພັກ ຄ້າງຄືນໄດ້ 300 ຄົນ/ມື້ ໂດຍມີ ເປົ້າໝາຍຮອງຮັບນັກທ່ອງທ່ຽວ ” “ ຈອນ, ເອກະສານການນຳໃຊ້ປ້າຍ ສັນຍານ ແລະ ສາລະບານ, ກົດລະ ບຽບຂອງສະມາຊິກຊາວໜຸ່ມປະ ຊາ ຊົນ ຕິວັດລາວ, ການປະເມີນຄົນເຈັບ ແລະ ການຊ່ວຍເຫລືອຊີວິດຂັ້ນພື້ນ ຖານ ຊຶ່ງນຳສະເໜີໂດຍນັກສຳມະ ນາກອນຜູ້ມີປະສົບການຈາກພະ ແນກ ຍທຂ, ພະແນກຈາລະຈອນ ປກສ ແຂວງ, ຄະນະບໍລິຫານ ງານຊາວໜຸ່ມປະຊາຊົນ ປະຕິວັດ ລາວແຂວງ ແລະ ໜ່ວຍງານກູ້ໄພ ອົງການກາແດງແຂວງວຽງຈັນ. ຂະນະທີ່ຕອນທ້າຍຍັງໄດ້ມີການ ຫລິ້ນກິດຈະກຳໃຫ້ນັກຮຽນຂອງ ທັງສອງໂຮງຮຽນມີສ່ວນຮ່ວມ ໃນການຖາມ-ຕອບ, ກ່ຽວກັບ ກົດລະບຽບຈະລາຈອນ, ການ ນຳໃຊ້ປ້າຍສັນຍານ, ປ້າຍເຕືອນ, ປ້າຍຫ້າມຂໍ້ກຳນົດຕ່າງໆ ເພື່ອ ຮັບລາງວັນຈາກຄະນະທີ່ລົງມາ ໂຄສະນາເຜີຍແຜ່ປູກຈິດສຳນຶກ ດ້ານຄວາມປອດໄພທາງຫລວງ ໃນຂອບເຂດທົ່ວແຂວງວຽງຈັນ ອີກຕື່ມ. ແນວໃດກໍດີ, ຖ້າທ່ານຜູ້ອ່ານມີ ຄວາມຄິດແນວໃດຕໍ່ກັບບັນຫາອຸບັດ ເຫດຕ່າງໆ ກໍສາມາດຂຽນເປັນບົດຂ່າວ ສົ່ງມາຫາຄະນະ ບກ ໜັງສືພິມ ປະເທດລາວ ພວກເຮົາຍິນດີຕ້ອນ ຮັບ ແລະ ລົງໂຄສະນາຜົນງານ ຂອງທ່ານສູ່ສັງຄົມ. ນອກຈາກນີ້ ຍັງເປັນການປະກອບສ່ວນເຜີຍແຜ່ ໂຄສະນາດ້ານຄວາມປອດໄພໃຫ້ມີ ຫລາກຫລາຍສີສັນອອກສູ່ສັງຄົມ. ພໍ້ກັນໃໝ່ສະບັບໜ້າ. ໃຫ້ໄດ້ເຖິງ 1 ລ້ານຄົນຕໍ່ປີ. ພິເສດ, ເຂດນີ້ຍັງໄດ້ຄົ້ນພົບຖໍ້າຫລາຍກວ່າ 20 ແຫ່ງທີ່ສວຍງາມ ແລະ ອຸດົມ ສົມບູນ, ການຄົ້ນພົບຟອດຊິວທີ່ ຊາກພືດ ແລະ ສັດມີອາຍຸກວ່າ 500 ລ້ານປີ ໃນເຂດພູ ຖືເປັນຄໍາສັນ ຍາສໍາຄັນຂອງສວນສາທາລະນະ ທໍລະນີວິທະຍາສາດແຫ່ງຊາດ. ນອກຈາກນີ້, ໂຄງການຍັງໄດ້ສ້າງ ວຽກງານໃຫ້ປະຊາຊົນກວ່າ 300 ກວ່າຕໍາແໜ່ງ, ຊ່ວຍຍົກລະດັບ ລາຍໄດ້ ແລະ ຊຸກຍູ້ເສດຖະກິດທ້ອງ ຖິ່ນໃຫ້ເຕີບໂຕ. ໃນອະນາຄົດ, ທາງ ໂຄງການຍັງມີແຜນພັດທະນາເພີ່ມ ເຕີມ ເຊັ່ນ: ໂຮງແຮມ, ສະໜາມ ກັອຟ 18 ຫລຸມ ແລະ ສິ່ງອໍານວຍ ຄວາມສະດວກອື່ນໆ ເພື່ອຍົກລະດັບ ໃຫ້ເປັນສູນກາງທ່ອງທ່ຽວໃນພາກ ກາງຂອງປະເທດ. ທ່ານ ສົມສະອາດ ອຸ່ນສີດາ ປະ ທານຄະນະກຳມະການປົກຄອງ ແຂວງ ໄດ້ມີຄໍາເຫັນວ່າ: ດ້ວຍຄວາມ ມຸ່ງໝັ້ນເຮັດແທ້ທຳຈິງ, ດ້ວຍປະສົບ ການ, ຄວາມຊໍານິຊໍານານ, ດ້ວຍທ່າ ແຮງດ້ານແຫລ່ງທຶນ ແລະ ຄວາມ ພ້ອມຮອບດ້ານຂອງຜູ້ລົງທຶນຈະ ເຮັດໃຫ້ສະຖານທີ່ແຫລ່ງທ່ອງທ່ຽວ ສືບຕໍ່ຂະຫຍາຍຕາມແຜນພັດທະນາ ຂອງໂຄງການ ບັນລຸຜົນສໍາເລັດ ຕາມເປົ້າໝາຍ. ໃນນາມຕາງໜ້າ ການນໍາແຂວງ ຂໍຮຽກຮ້ອງມາ ຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງ ສືບຕໍ່ໃຫ້ການສະໜັບສະໜູນ , ຊ່ວຍເຫລືອ, ສ້າງເງື່ອນໄຂອໍານວຍ ຄວາມສະດວກ ແລະ ໃຫ້ຄວາມ ຮ່ວມມື ຊຸກຍູ້-ສົ່ງເສີມວຽກງານ ການທ່ອງທ່ຽວໃຫ້ໄດ້ຮັບການ ພັດທະນາ ແລະ ມີຄວາມກ້າວໜ້າ ສ້າງຊື່ສຽງໃຫ້ແກ່ປະເທດຊາດ ກໍຄື ແຂວງພວກເຮົາສາມາດໄດ້ຮັບຜົນ ສໍາເລັດຕາມແຜນການ ຫລື ລື່ນ ແຜນການທີ່ວາງໄວ້. ຂປລ. ຕອນບ່າຍວັນທີ 23 ມີນາ 2026 ບໍລີສັດ ສະຕາ ຟີນ ເທັກ ຈໍາກັດຜູ້ດຽວ ຫລື ຢູມັນນີ (Umoney) ແລະ ບໍລິສັດ ໂລກ້າ ຈໍາກັດ (LOCA) ເຊັນສັນຍາ ຮ່ວມມືກັນ ເພື່ອເຊື່ອມໂຍງລະບົບ ການຊໍາລະເງິນຜ່ານມືຖືເຂົ້າໃນ ບໍລິການຂົນສົ່ງສາທາລະນະ ໂດຍ ການຮ່ວມລົງນາມ ລະຫວ່າງ ທ່ານ ຮາ ຈຽງ ຖັງ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ ທ່ານ ສຸລິໂຍ ວົງດາລາ ຜູ້ບໍລິຫານ ບໍລິສັດ ໂລກ້າ ຈຳກັດ ຊຶ່ງເປັນ ການອໍານວຍຄວາມສະດວກໃຫ້ແກ່ ປະຊາຊົນລາວຜູ້ທີ່ນຳໃຊ້ບໍລິການ ທາງດ້ານການເງິນທີ່ທັນສະໄໝ ຂອງ Umoney ໃນການຊໍາລະ ຄ່າໂດຍສານ ຂອງແອັບ LOCA ແລະ ການນຳໃຊ້ບໍລິການຕູ້ສາກ ລົດໄຟຟ້າຂອງ LOCA EV ໃຫ້ ມີຄວາມສະດວກ, ວ່ອງໄວ ແລະ ປອດໄພສູງສຸດໃນທົ່ວປະເທດ. ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ເປັນ ການຮ່ວມມືທາງທຸລະກິດເທົ່ານັ້ນ, ເປົ້າໝາຍຫລັກເພື່ອສ້າງລະບົບນິ ເວດການຊໍາລະເງິນທີ່ງ່າຍດາຍ ໂດຍຜູ້ໃຊ້ບໍລິການ ໂລກ້າ ແທັກ ຊີ ແລະ LOCA EV ໃນການ ເຕີມພະລັງງານລົດໄຟຟ້າ ສາ ມາດຊໍາລະຄ່າບໍລິການດ້ວຍແອັບ Umoney ທີ່ດີເດັ່ນໃນດ້ານການ ບໍລິການທາງການເງິນໄດ້ໂດຍກົງ. ການຮ່ວມມືລະຫວ່າງUmoney ແລະ LOCA ບໍ່ພຽງແຕ່ແມ່ນ ການເພີ່ມຊ່ອງທາງການຊໍາລະ ເງິນເທົ່ານັ້ນ, ແຕ່ແມ່ນການສ້າງ ສັງຄົມການໃຊ້ຊີວິດແບບທັນ ສະໄໝ ໂດຍສະເພາະການສະໜັບ ສະໜູນ LOCA EV ທີ່ເປັນ ການສົ່ງເສີມການນຳໃຊ້ພະລັງ ງານສະອາດ ແລະ ຊຸກຍູ້ການ ຂົ ນ ສົ່ ງ ສີ ຂ ຽ ວ ແ ບ ບ ຍື ນ ຍົ ງ . ໃນໄລຍະຜ່ານມາ, ປະຊາຊົນ ຫລາຍໆພາກສ່ວນກໍໄດ້ເຫັນການ ປ່ຽນແປງຄັ້ງໃຫຍ່ໃນຂະແໜງ ພະລັງງານ ແລະ ການຂົນສົ່ງ ໂດຍ ອີງໃສ່ລາຄານ້ຳມັນເຊື້ອໄຟມີຄວາມ ຜັນຜວນຢ່າງຮ້າຍແຮງທົ່ວໂລກ ຊຶ່ງ ສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການ ດຳເນີນງານຂອງພະນັກງານຂັບ ລົດ ແລະ ຫົວໜ່ວຍທຸລະກິດຂົນສົ່ງ ດ້ວຍເຫດນັ້ນ, ທ່າອ່ຽງການຫັນມາ ໃຊ້ລົດໄຟຟ້າ (EV) ຈຶ່ງບໍ່ແມ່ນ ເລື່ອງຂອງອະນາຄົດທີ່ຫ່າງໄກ ອີກຕໍ່ໄປ, ແຕ່ກຳລັງກາຍເປັນທາງ ເລືອກທີ່ຈຳເປັນໃນດ້ານເສດຖະກິດ. ເພື່ອສະເຫລີມສະຫລອງການ ຮ່ວມມື, ທັງສອງຝ່າຍໄດ້ກຽມມອບ ໂປຣໂມຊັນສ່ວນຫລຸດ ແລະ ສິດທິ ພິເສດຕ່າງໆ ໃຫ້ແກ່ລູກຄ້າທີ່ເລືອກ ຊໍາລະຜ່ານ Umoney ເທິງແອັບ LOCA TAXI ແລະ LOCA EV ໃນໄລຍະເປີດຕົວ. ປັດຈຸບັນ ແອັບ Umoney ຫລາກຫລາຍ ບໍລິການ ພາຍໃນແອັບ ບໍ່ວ່າຈະ ເປັນການໂອນເງິນ, ການຕື່ມບັດຕື່ມ ເງິນ, ການຊື້ແພັກເກດດາຕ້າ, ສະ ໜັກແພັກເກດ Roaming, ການ ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ, ອິນ ເຕີເນັດບ້ານ, ສິນເຊື່ອ, ປະກັນໄພ ເເລະ ຊຳລະຄ່າປີ້ຍົນການບິນລາວ ຜ່ານເເອັບ Umoney ໄດ້ແບບ ງ່າຍໆ ໂດຍບໍ່ເສຍຄ່າທຳນຽມ ຍັງໄດ້ຮັບສ່ວນຫລຸດ ເເລະ ໂປ ໂມຊັນຢ່າງຫລວງຫລາຍນໍາອີກ. Umoney ເພື່ອນຄູ່ໃຈດ້ານການ ເງິນ .LOCA ໄປໃສກໍສະດວກ ປອດໄພ ໝັ້ນໃຈທຸກເສັ້ນທາງ.

RkJQdWJsaXNoZXIy MTc3MTYxMQ==