25/03/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp -5 ,-q o-k;s;Pfok, 16j ]k;4n le7a o c]t ln [8Ia dlk,6 og-N vIu f7v'xtgrou muj gxa ogvdt]a d0v'-kf + ຂປລ. ວິຖີຊີວິດຂອງຊຸມຊົນ ຊາວຫວຽດນາມຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານມີບົດບາດສຳຄັນຢ່າງ ຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງ ຄວາມຕ້ອງການທາງດ້ານຄວາມ ເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມ ໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນ ການຖະນຸຖະໜອມ ແລະ ເຜີຍແຜ່ ເອກະລັກຂອງຊາດ ໃນການດຳລົງ ຊີວິດຢູ່ຕ່າງປະເທດ ໂດຍໃນແຕ່ລະ ປີໄດ້ມີການຈັດກິດຈະກຳຕ່າງໆ ຢ່າງຕໍ່ເນື່ອງ ຊຶ່ງສະທ້ອນໃຫ້ເຫັນ ເຖິງວິຖີຊີວິດ, ຈິດໃຈທີ່ອຸດົມສົມບູນ ແລະ ຄວາມຜູກພັນຂອງຊຸມຊົນຊາວ ຫວຽດນາມ ຢູ່ລາວກັບຄຸນຄ່າທາງ ດ້ານວັດທະນະທຳແບບດັ້ງເດີມ. ໃນໄລຍະຕົ້ນປີຂອງທຸກໆປີ, ກິດຈະກຳສະເຫລີມສະຫລອງບຸນ ປີໃໝ່ປະຈໍາປີຊາວຫວຽດນາມ (ບຸນເຕັດ) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ແລະ ໃນຫລາຍທ້ອງຖິ່ນທີ່ມີຊາວຫວຽດ ນາມອາໄສຢູ່ເປັນຈຳນວນຫລາຍ ເຊິ່ງໄດ້ເຕົ້າໂຮມເອົາພໍ່ແມ່ປະຊາ ຊົນຊາວຫວຽດນາມຕ່າງດ້າວ, ອົງການຈັດຕັ້ງຊຸມຊົນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງ ພ້ອມພຽງ. ນອກຈາກຈະເປັນໂອ ກາດໃນການພົບປະສັງສັນ ແລະ ແລກປ່ຽນກັນແລ້ວ, ຍັງເປັນເວທີ ທີ່ສະທ້ອນເຖິງຮີດຄອງປະເພນີດັ້ງ ເດີມເຊັ່ນ: ການອວຍພອນປີໃໝ່, ການສະແດງສິລະປະ-ວັດທະນະທຳ ພື້ນເມືອງອັນມີສ່ວນຊ່ວຍສືບສານ ເອກະລັກທາງວັດທະນະທຳພາຍໃນ ຊຸມຊົນ. ຊຸມຊົນຊາວຫວຽດນາມ ຢູ່ ລາວ ຈະມີພິທີຕາມຮິດຄອງປະເພນີ ໂດຍມີພະສົງສາມະເນນ, ພຸດທະ ສາສະນິກະຊົນ, ຊາວຫວຽດນາມ ຕ່າງດ້າວ ຕະຫລອດຮອດຕົວແທນ ຈາກອົງການຈັດຕັ້ງຊຸມຊົນ ແລະ ພາກສ່ວນການທູດເຂົ້າຮ່ວມຢ່າງ ພ້ອມພຽງ. ພິທີສວດມົນຂໍພອນຕົ້ນ ປີໄດ້ຈັດຂຶ້ນໃນບັນຍາກາດທີ່ສະ ຫງົບ ແລະ ສັກສິດ. ນອກຈາກນີ້, ພາຍໃຕ້ຂອບເຂດຂອງກິດຈະກຳ ວັດທະນະທຳທີ່ຈັດຂຶ້ນເປັນປະຈຳ ໃນໄລຍະຕົ້ນປີແລ້ວ, ຊຸມຊົນຊາວ ຫວຽດນາມ ຢູ່ລາວຍັງສືບສານ ການຈັດພິທີອຸທິດ ແລະ ລະນຶກເຖິງ ວິລະຊົນຂອງລາວ ແລະ ຫວຽດ ນາມ, ກິດຈະກຳດັ່ງກ່າວ ບໍ່ພຽງ ແຕ່ມີຄວາມໝາຍທາງດ້ານຈິດວິນ ຍານເທົ່ານັ້ນ, ແຕ່ຍັງສະທ້ອນເຖິງ ປະເພນີ, ບຸນຄຸນອັນໃຫຍ່ຫລວງ ຂອງວິລະບຸລຸດຮຸ່ນກ່ອນ, ພ້ອມ ທັງເປັນການຊ່ວຍສຶກສາຮຽນຮູ້ ທາງດ້ານປະຫວັດສາດ ແລະ ເສີມ ສ້າງຈິດສຳນຶກຂອງຊຸມຊົນ ໂດຍ ສະເພາະແມ່ນຊາວໜຸ່ມຫວຽດນາມ ຢູ່ລາວ. ຄຽງຄູ່ໄປກັບກິດຈະກຳ ຢູ່ພາຍໃນວັດ, ອົງການຈັດຕັ້ງຊຸມ ຊົນຂອງຊາວຫວຽດນາມ ເຊັ່ນ: ສະມາຄົມຊາວຫວຽດນາມ, ສະມາ ຄົມນັກທຸລະກິດຫວຽດນາມ ຢູ່ລາວ ຕ່າງກໍມີບົດບາດສຳຄັນໃນການ ມີສ່ວນຮ່ວມ ແລະ ປະສານງານ ຈັດກິດຈະກຳຊຸມຊົນ, ການມີສ່ວນ ຮ່ວມຢ່າງຕັ້ງໜ້າຂອງອົງການ ເຫລົ່ານີ້ ໄດ້ກໍໃຫ້ເກີດເປັນເຄືອ ຂ່າຍກິດຈະກຳທາງສັງຄົມ ແລະ ວັດທະນະທຳທີ່ມີຄວາມເຊື່ອມ ໂຍງ ແລະ ຊ່ວຍເຫລືອເກື້ອກູນກັນ ພາຍໃນຊຸມຊົນຊາວຫວຽດນາມ ຢູ່ ຕ່າງປະເທດ. ເຖິງແນວໃດກໍດີ, ການຈັັດກິດ ຈະກຳດັ່ງກ່າວບໍ່ພຽງແຕ່ຈຳກັດ ຢູ່ໃນຊ່ວງຕົ້ນປີເທົ່ານັ້ນ, ແຕ່ຍັງ ໄດ້ຮັບການຈັດຕັ້ງຢ່າງຕໍ່ເນື່ອງ ຕະຫລອດປີຜ່ານໂອກາດສຳຄັນ ທາງພຸດທະສາສະໜາ, ພິທີລະ ນຶກ, ການຈຸດທູບບູຊາ ແລະ ພິທີ ສວດມົນຂໍພອນເປັນໄລຍະ ຊຶ່ງ ດຶງດູດທັງຊາວຫວຽດນາມ ແລະ ປະຊາຊົນລາວ ເຂົ້າຮ່ວມເປັນຈຳ ນວນຫລາຍ. ສົ່ງຜົນໃຫ້ຄຸນຄ່າທາງ ດ້ານວັດທະນະທຳ, ຈິດໃຈແຫ່ງ ຄວາມດີງາມ, ຄວາມກະຕັນຍູ, ຄວາມສາມັກຄີ ແລະ ວິຖີຊີວິດທີ່ ປ່ຽມລົ້ນດ້ວຍນ້ຳໃຈຍັງຄົງໄດ້ຮັບ ການຖະນຸຖະໜອມ ແລະ ເຜີຍແຜ່ ຢ່າງຕໍ່ເນື່ອງ. ສຳລັບຄົນລຸ້ນໜຸ່ມ, ການໄດ້ມີສ່ວນຮ່ວມ ໂດຍກົງໃນ ເທສະການປະເພນີ, ພິທີກຳທາງ ສາສະໜາ ແລະ ກິດຈະກຳຊຸມຊົນ ຕ່າງໆຊ່ວຍໃຫ້ເຂົາເຈົ້າເຂົ້າໃຈຮາກ ເຫງົ້າຂອງຕົນເອງຢ່າງເລິກເຊິ່ງຍິ່ງ ຂຶ້ນ, ກໍໃຫ້ເກີດຈິດສຳນຶກໃນການ ອະນຸລັກ ແລະ ສືບສານເອກະລັກ ຂອງຊາດ, ພ້ອມທັງເສີມສ້າງ ຄວາມຜູກພັນຂອງຄົນລຸ້ນຫລັງໃຫ້ ຫັນກັບຄືນສູ່ຮາກເຫງົ້າ ແລະ ມີ ຄວາມປາດຖະໜາທີ່ຈະມີສ່ວນຮ່ວມ ໃນການພັດທະນາປະເທດຊາດບ້ານ ເກີດເມືອງນອນ. ຈາກສະພາບຄວາມເປັນຈິງຈະ ເຫັນໄດ້ວ່າ, ກິດຈະກຳດ້ານວັດທະ ນະທຳ ແລະ ຈິດວິນຍານທີ່ໄດ້ຮັບ ການສືບສານຢ່າງຕໍ່ເນື່ອງ, ມີຄວາມ ຫລາກຫລາຍ ແລະ ເປັນລະບົບນັ້ນ ບໍ່ພຽງແຕ່ຊ່ວຍອະນຸລັກວິຖີຊີວິດ ດັ້ງເດີມເທົ່ານັ້ນ, ແຕ່ຍັງຊ່ວຍເຕີມ ເຕັມຊີວິດທາງດ້ານຈິດໃຈຂອງ ຊຸມຊົນຊາວຫວຽດນາມ ຢູ່ລາວໃຫ້ ມີຄວາມເຂັ້ມແຂງຍິ່ງຂຶ້ນ. ທັງຍັງ ມີບົດບາດສຳຄັນໃນການເສີມສ້າງ ຄວາມສາມັກຄີພາຍໃນຊຸມຊົນ, ເຜີຍແຜ່ຄຸນຄ່າທາງວັດທະນະທຳ ຂອງຊາດ ແລະ ມີສ່ວນຮ່ວມຢ່າງ ເປັນຮູບປະທຳໃນການສືບຕໍ່ ແລະ ພັດທະນາສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ໃຫ້ຍືນຍົງຕະຫລອດໄປ. ເຮືອນປະຊາຊົນເສຍຫາຍລວມ ກວ່າ 2.000 ຄອບຄົວ, ໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງ ການບ້ານ 1 ຫລັງ ໄດ້ຮັບຄວາມ ເສຍຫາຍ. ໃນນັ້ນ, ບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ໄດ້ຮັບ ຜົນກະທົບໜັກທີ່ສຸດ ໂດຍມີເຮືອນ ປະຊາຊົນເສຍຫາຍບ້ານລະກວ່າ 1.000 ຄອບຄົວ, ບ້ານໂພນສົມ ບູນ 100 ກວ່າຄອບຄົວ, ບ້ານໜອງ ດາ ແລະ ບ້ານຕາດທອງ ບ້ານລະ 6 ຄອບຄົວ. ໂອກາດນີ້,ທ່ານໂພໄຊໄຊຍະສອນ ໄດ້ມອບເຄື່ອງບັນເທົາທຸກສຸກເສີນ ເປັນຕົ້ນເຂົ້າສານ 20 ໂຕນ, ເຄື່ອງ ໃຊ້ຄົວເຮືອນ, ເຄື່ອງສຸຂະອະນາ ໄມ, ມຸ້ງ 1.000 ຜືນ ແລະ ສາດ ອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ, ໂຮງຮຽນ ລຽວໂຕ, ໂຮງຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບຫລວງພະ ບາງ ເຂົ້າຮ່ວມ. ໃນວັນທີ 23 ມີນາ ຄະນະນຳ ຈາກກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍນັກຮຽນທັງ 3 ແຫ່ງດັ່ງກ່າວ ໄດ້ເດີນທາງໄປ ທັດສະນາສຶກສາ ແລະ ພົບປະ ແລກປ່ຽນບົດຮຽນກັບນັກຮຽນ ມັດທະຍົມສົມບູນສັງກັດມະຫາ ວິທະຍາໄລສ້າງຄູຢຸນນານ ຊຶ່ງການ ພົບປະຄັ້ງນີ້, ນັກຮຽນລາວ-ຈີນ ກໍໄດ້ແລກປ່ຽນປະສົບການດ້ານ ທາງວັດທະນະທຳ ແລະ ການ ທ່ອງທ່ອງຂອງສອງປະ ເທດ, ຖາມ-ຕອບຄວາມຮູ້ຮອບຕົວ ແລະ ເຮັດກິດຈະກຳຮ່ວມກັນ. ທັງນີ້, ກໍ ເພື່ອແນໃສ່ຮັດແໜ້ນຄວາມສາມັກ ຄີຂອງນ້ອງນັກຮຽນ ລາວ-ຈີນ. ຫລັງຈາກນັ້ນ, ກໍໄດ້ເດີນທາງໄປ ທັດສະນະສຶກສາຢູ່ໂຮງຮຽນມັດ ທະຍົມສົມບູນ ເລກ 1 ຄຸນໝິງ ແລະ ຈັດກິດຈະກຳສ້າງຄວາມສາມັກຄີ, ລັດຖະມົນຕີ ຮສສ... ຕໍ່າໜ້າ ນັກຮຽນມັດທະຍົມ... ຕໍ່າໜ້າ ຢາງ 1.000 ຜືນ, ລວມມູນຄ່າ ການຊ່ວຍເຫລືອ 1,4 ຕື້ກວ່າກີບ. ພ້ອມນີ້, ທ່ານລັດຖະມົນຕີ ຍັງ ໄດ້ເນັ້ນໜັກໃຫ້ກອງເລຂາ ຄພສ ປະສານງານກັບອົງການຄູ່ຮ່ວມ ພັດທະນາ ເພື່ອລະດົມທຶນຈັດຫາ ວັດຖຸອຸປະກອນກໍ່ສ້າງເຊັ່ນ: ຕະປູ, ສັງກະສີ ເພື່ອສ້ອມແປງທີ່ຢູ່ອາໄສ ໃຫ້ປະຊາຊົນໂດຍໄວ. ສໍາລັບໄລຍະຍາວ, ກົມສັງຄົມ ສົງເຄາະຈະຮ່ວມກັບທ້ອງຖິ່ນ ວາງ ແຜນຟື້ນຟູຊີວິດການເປັນຢູ່ໃຫ້ກັບ ສູ່ສະພາບປົກກະຕິ ໂດຍເນັ້ນໃສ່ ການຊ່ວຍເຫລືອແບບເຈາະຈົງເຖິງ ແຕ່ລະຄອບຄົວ. ຂ່າວ-ພາບ: ກະຊວງ ຮສສ ສະແດງສີລະປະມິດຕະພາບຂອງ ນັກຮຽນສອງປະເທດ ລາວ-ຈີນ. ການຈັດກິດຈະກໍາດັ່ງກ່າວ, ເປັນ ການປະກອບສ່ວນໃນສະເຫລີມສະ ຫລອງວັນ ຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການ ທູດລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ ເພື່ອຈັດຕັ້ງປະຕິບັດ ຄວາມຕ້ອງການຂອງແຜນປະຕິ ບັດງານກ່ຽວກັບການສ້າງຊຸມຊົນ ລາວ-ຈີນ ທີ່ມີອະນາຄົດຮ່ວມກັນ ປີ 2024-2028 ເພື່ອເພີ່ມທະວີ ການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ເດັກນ້ອຍຂອງສອງປະເທດ ແລະ ຮ່ວມກັນປູກຝັງຜູ້ສືບທອດ ມິດຕະພາບ ຈີນ-ລາວ ແລະ ເພື່ອ ສົ່ງເສີມຄວາມເຂົ້າໃຈ ແລະ ມິດຕະ ພາບເຊິ່ງກັນ ແລະ ກັນລະຫວ່າງ ສອງຝ່າຍ. ໃນປີ 2025 ນັກຮຽນ-ນັກ ສຶກສາຂອງ ສປປ ລາວ ໄດ້ຮັບທຶນ ການສຶກສາຈາກ ສປ ຈີນ ປະກອບ ມີຄື: ທຶນລັດຖະບານ ສປ ຈີນ (CSC) 93 ຄົນ, ຍິງ 51 ຄົນ; ທຶນແລກປ່ຽນ 1.549 ຄົນ, ຍິງ 801 ຄົນ; ທຶນໂຄງການ 24 ຄົນ, ຍິງ 12 ຄົນ ແລະ ທຶນສ່ວນຕົວ 35 ຄົນ, ຍິງ 22 ຄົນ. ປັດຈຸບັນ ມີນັກຮຽນ-ສຶກສາລາວ ກໍາລັງ ສຶກສາຕໍ່ຢູ່ ສປ ຈີນ 1.701 ຄົນ, ຍິງ 880 ຄົນ. ໃນນັ້ນ, ລະດັບ ປະລິນຍາເອກ 35 ຄົນ, ປະລິນຍາ ໂທ 147, ປະລິນຍາຕີ 396 ຄົນ, ຊັ້ນສູງ 682 ຄົນ, ຊັ້ນກາງ 62 ຄົນ, ກຽມພາສາ ຈີນ 376 ຄົນ ແລະ ຮຽນໃນຊັ້ນມັດທະຍົມ ສຶກສາ 2 ຄົນ. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==