@ 0j k; c]t gsfdko 25/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ແຜນການ 5 ປີ... ນາຍົກລັດຖະມົນຕີ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ສະເໜີທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຊຶ່ງ ແຜນການ 5 ປີ ຄັ້ງທີXນີ້ ເປັນແຜນ ສືບຕໍ່ພັດທະນາປະເທດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພ້ອມທັງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ຮອດປີ 2030 ຂອງ ສປຊ, ມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ, ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການ ການເມືອງ ສະບັບທີ 3, ວິໄສທັດ ຮອດປີ 2055 ແລະ ຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035) ພາຍໃຕ້ຄໍາຂວັນ “ຍົກສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າ ແຮງຢ່າງມີປະສິດທິຜົນ, ພັດທະນາ ເສດຖະກິດ-ສັງຄົມຕາມທິດວ່ອງ ໄວ, ສີຂຽວ ແລະ ຍືນຍົງ ”. ໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ໄດ້ໃຫ້ຮູ້ກ່ຽວກັບທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ໂດຍລັດຖະບານ ໄດ້ກຳ ນົດ 7 ທິດທາງລວມ ຄື: ຮັບປະກັນ ສະຖຽນລະພາບການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ ບົນພື້ນຖານການຈັດຕັ້ງ ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ; ສືບຕໍ່ສຸມ ໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ໃຫ້ເປັນຮູບ ປະທໍາຫລາຍຂຶ້ນ, ຫລຸດຜ່ອນໜີ້ສິນ ສາທາລະນະເທື່ອລະກ້າວ, ບໍ່ສ້າງ ໜີ້ໃໝ່ທີ່ບໍ່ຈຳເປັນ; ດໍາເນີນການຄຸ້ມ ຄອງ-ບໍລິຫານເສດຖະກິດ ໃຫ້ໄປ ຕາມກົດໝາຍ, ລະບຽບຫລັກການ ແລະ ສອດຄ່ອງກັບກົນໄກຕະ ຫລາດ ທີ່ມີການດັດສົມ ແລະ ຄຸ້ມ ຄອງຂອງລັດ, ພັດທະນາເສດຖະ ກິດໃຫ້ຂະຫຍາຍຕົວໄວ, ຕໍ່ເນື່ອງ, ເຂັ້ມແຂງ ແລະ ໜັກແໜ້ນ ດ້ວຍຄຸນ ນະພາບສູງ ແລະ ເປັນເຈົ້າຕົນເອງ ນັບມື້ນັບສູງຂຶ້ນ; ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະ ນຸດ, ຖັນແຖວນັກຮຽນຮູ້-ປັນຍາ ຊົນ ໃຫ້ສາມາດຕອບສະໜອງໃຫ້ ແກ່ການສ້າງສາພັດທະນາປະເທດ ໃນເງື່ອນໄຂໃໝ່, ສາມາດປະກອບ ສ່ວນເຂົ້າໃນການຄົ້ນຄວ້າ, ພັດທະ ນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດ ສ້າງໃໝ່ ແລະ ປັນຍາປະດິດ (AI) ໃຫ້ນັບມື້ນັບຫລາຍ ແລະ ໂດດເດັ່ນ ຂຶ້ນ; ສົ່ງເສີມວັດທະນະທຳທີ່ເປັນ ເອກະລັກ ແລະ ມູນເຊື້ອດີງາມຂອງ ຊາດໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ; ຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ຢ່າງ ໂລ່ງລຽນ, ມີຄຸນນະພາບ ແລະ ຍືນ ຍົງ, ປັບປຸງ ແລະ ກໍ່ສ້າງຮາກຖານ ການເມືອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອ ຫລຸດຜ່ອນຄວາມແຕກໂຕນຂອງ ການພັດທະນາ; ພັດທະນາເສດຖະ ກິດ-ສັງຄົມ ໄປພ້ອມກັບການປົກປັກ ຮັກສາສິ່ງແວດລ້ອມ ຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນ ໄຫວວຽກງານການຕ່າງປະເທດ ຢ່າງເປັນເຈົ້າການແລະຕັ້ງໜ້າກວ່າ ເກົ່າ; ໄດ້ຮັບຄວາມເຊື່ອໝັ້ນ, ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກເພື່ອນມິດ, ມີບົດບາດພົ້ນເດັ່ນ ສູງຂຶ້ນ ໃນເວທີພາກພື້ນ ແລະ ສາ ກົນ; ຍົກສູງປະສິດທິພາບ, ປະສິດທິ ຜົນໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ຕາມທິດສ້າງ ລັດທີ່ປົກຄອງດ້ວຍກົດໝາຍ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ເຈລະຈາ ແລະ ເຊັນສັນຍາສຳ ປະທານໂຄງການ ແລະ ພາຍຫລັງ ເຊັນສັນຍາແລ້ວ ຕ້ອງຮ່າງເອກະ ສານຊ້ອນທ້າຍ ຈໍານວນ 29 ສະ ບັບ ໃຫ້ສໍາເລັດພາຍໃນ 6 ເດືອນ. ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນ ຜົນປະໂຫຍດສູງສຸດໃຫ້ແກ່ປະເທດ ຊາດ ກໍຄື ການເກັບລາຍຮັບໃຫ້ລັດ ຖະບານ ຄະນະປະຈຳສະພາແຫ່ງ ຊາດ ຂໍສະເໜີໃຫ້ລັດຖະບານ ຊີ້ນໍາ ຄະນະເຈລະຈາ ຫລື ຄະນະຮັບຜິດ ຊອບໂຄງການກວດກາຄືນຮ່າງ ສັນຍາສໍາປະທານໃຫ້ລະອຽດ, ຮັດ ກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບ ຄ້າຍຄືກັບໂຄງການອື່ນໆ ແລະ ໃຫ້ ຖືເອົາພາສາລາວເປັນຫລັກ. ພ້ອມ ທັງ ສະເໜີໃຫ້ລັດຖະບານ ແຕ່ງຕັ້ງ ຄະນະຮັບຜິດຊອບຄົ້ນຄວ້າເອກະ ສານຊ້ອນທ້າຍ 29 ສະບັບ ໃຫ້ມີ ຄວາມຊັດເຈນ, ຮັດກຸມ ແລະ ສະ ເໜີໃຫ້ມີທີ່ປຶກສາທາງດ້ານກົດ ໝາຍເບື້ອງລັດຖະບານ ໃນການຕີ ຄວາມໝາຍເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບ ສັນຍາສໍາປະທານ ເພື່ອຮັບປະກັນ ດ້ານເນື້ອໃນໃຫ້ມີຄວາມລະອຽດ ຈະແຈ້ງ, ຮັດກຸມ ແລະ ສຳເລັດຕາມ ເວລາທີ່ກໍານົດ; ສະເໜີໃຫ້ລັດຖະ ບານເອົາໃຈໃສ່ຕໍ່ວຽກງານການ ຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກຳ ແລະ ປະເມີນຜົນກະທົບຢ່າງລະອຽດ ຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນ ກະທົບດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກທີ່ນອນໃນແລວ ທາງລົດໄຟ (Setting Out/Red Zone); ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ນອກແລວທາງ ລົດໄຟ ແຕ່ມີຜົນກະທົບຈາກການ ກໍ່ສ້າງ (Effected Areas); ການແກ້ໄຂເນື້ອທີ່ດິນເຫລືອ ທີ່ເຈົ້າ ຂອງດິນ ບໍ່ສາມາດນໍາໃຊ້ໄດ້ (ດິນ ເຫລືອໜ້ອຍ), ດິນບໍ່ມີທາງເຂົ້າອອກ. ພ້ອມກັນນັ້ນ, ລາຄາຫົວ ໜ່ວຍຊົດເຊີຍຕ້ອງກຳນົດໃຫ້ລະ ອຽດ ແລະ ສົມເຫດສົມຜົນບໍ່ໃຫ້ຜູ້ ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫລຸດໂຕນກັນ ຫລາຍກັບລາຄາຫົວໜ່ວຍຕາມ ທ້ອງຕະຫລາດ ໃຫ້ຈ່າຍຄ່າຊົດເຊີຍ ໃຫ້ສຳເລັດກ່ອນການຈັດຕັ້ງປະຕິ ບັດການກໍ່ສ້າງ; ສໍາລັບທາງເຂົ້າອອກ ສະຖານີຂົນສົ່ງໂດຍສານ ແລະ ສິນຄ້າ ຕ້ອງໄດ້ສຶກສາສໍາ ຫລວດ-ອອກແບບ, ກໍ່ສ້າງ ແລະ ຊົດເຊີຍໃຫ້ສໍາເລັດ ຈຶ່ງໃຫ້ຈັດຕັ້ງປະ ຕິບັດໂຄງການ (ຕົວຢ່າງໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ). ພ້ອມກັນນັ້ນ, ສະເໜີໃຫ້ຄົ້ນຄວ້າ ກ່ຽວກັບຈຸດຖິ້ມສິ່ງເສດເຫລືອ ທີ່ ຂົນດິນ ຫລື ຫີນ ແລະ ອື່ນໆ ອອກ ຈາກເຂດກໍ່ສ້າງ ຫລື ອຸມົງ ໃສ່ດິນ ເປົ່າວ່າງຫລືດິນປະຊາຊົນ ຕ້ອງໄດ້ ຮັບການຍິນຍອມຈາກເຈົ້າຂອງດິນ, ພ້ອມທັງເຮັດບົດບັນທຶກທັງສອງ ຝ່າຍ ທີ່ມີພາກລັດເປັນພະຍານຮັບ ຮູ້ນໍາ; ສະເໜີໃຫ້ລັດຖະບານ ຊີ້ນໍາ ກະຊວງການເງິນ ກຳນົດກົນໄກ ການຄຸ້ມຄອງ ແລະ ຕິດຕາມກວດ ກາການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນໍາເຂົ້າຊົ່ວ ຄາວ ແລະ ສິນຄ້າອື່ນ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນໍາເຂົ້າ ວັດສະດຸ ແລະ ກົນຈັກ ແລ້ວນໍາໄປ ໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກ ຕ້ອງ. ພາຍຫລັງການກໍ່ສ້າງສໍາເລັດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມ ງວດ ໂດຍກຳນົດໃຫ້ເປັນພັນທະ ຂອງຜູ້ທີ່ໄດ້ຮັບສຳປະທານຮັບຜິດ ຊອບໂດຍກົງ ແລະ ກຳນົດໃຫ້ເປັນ ໜ້າທີ່ຂອງຜູ້ຕາງໜ້າລັດຖະບານ (ຫົວໜ້າໂຄງການ)ຕິດຕາມ, ກວດ ກາຢ່າງເຂັ້ມງວດ (ບໍ່ປ່ອຍປະໃຫ້ ພາຫະນະນໍາເຂົ້າຊົ່ວຄາວມານໍາໃຊ້ ຜິດກົດໝາຍອີກ). ພ້ອມນີ້, ສະເໜີໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບ ຜິດຊອບໃຫ້ອົງການປົກຄອງທ້ອງ ຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ ໃນໄລຍະກໍ່ສ້າງ, ພ້ອມທັງມີກົນໄກການປະສານ ງານ ຂອງຂະແໜງການດຽວກັນ ຫລື ຂະແໜງການທີ່ກ່ຽວຂ້ອງ ລະ ຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວ ກັນຫລີກລ່ຽງ ເພື່ອບໍ່ໃຫ້ຖິ້ມຄວາມ ຮັບຜິດຊອບເຊິ່ງກັນແລະກັນເນື່ອງ ຈາກໂຄງການດັ່ງກ່າວ, ເປັນໂຄງ ການຂະໜາດໃຫຍ່ ແລະ ມີລັກສະ ນະຍຸດທະສາດ ການຄົ້ນຄວ້າເນື້ອ ໃນຮ່າງສັນຍາ ນອກຈາກກະຊວງ ກ່ຽວຂ້ອງຂອງລັດຖະບານແລ້ວ ຄວນມີຫລາຍພາກສ່ວນເຂົ້າຮ່ວມ ແຕ່ຫົວທີ ເປັນຕົ້ນ ກຳມາທິການ ກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງ ການກວດກາແຫ່ງລັດ, ອົງການ ໄອຍະການປະຊາຊົນສູງສຸດ. ພ້ອມ ນັ້ນ, ຕ້ອງໄດ້ກຳນົດເອົາໂຄງການ ນີ້ເປັນໂຄງການເປົ້າໝາຍຕິດຕາມ ກວດກາ ເລີ່ມແຕ່ຫົວທີ ຕາມດຳລັດ 01/ລບ, ລົງວັນທີ 6 ມັງກອນ 2021 ເພື່ອຮັບປະກັນຄວາມຖືກ ຕ້ອງ, ໂປ່ງໃສ ແລະ ກວດສອບໄດ້. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ນາມ ເລີ່ມຈາກນະຄອນຫລວງ ວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດ ປະມານ 562 ກິໂລແມັດ. ໃນນັ້ນ, ໄດ້ແບ່ງອອກເປັນແຕ່ລະຊ່ວງຄື: ຊ່ວງທີ 1A ແຕ່ຕົວເມືອງທ່າແຂກ ຫາ ມູຢາ ຊາຍແດນລາວ-ຫວຽດ ນາມມີຄວາມຍາວ147ກິໂລແມັດ, ປັດຈຸບັນ ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ກັບບໍລິສັດ ປີ ໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາສໍາຫລວດ ແລະ ອອກ ແບບລະອຽດໂຄງການແລ້ວ; ຊ່ວງ ທີ 1B ແຕ່ ມູຢາ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ່ງອ່າງ ແຂວງຮ່າ ຕິ່ງ ໄລຍະທາງ 103 ກິໂລແມັດ, ປັດຈຸບັນ ບໍລິສັດປີໂຕຣລ້ຽມເທຣດ ດິ້ງລາວ ມະຫາຊົນ ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCAGroup Joint Stock Company) ເພື່ອສຶກສາຄວາມ ເປັນໄປໄດ້ຂອງໂຄງການ ຊຶ່ງກຳ ລັງດໍາເນີນບັນດາຂະບວນການ ອະນຸມັດຢູ່ ໃນ ສສ ຫວຽດນາມ ຕາມລະບຽບການ ແລະ ຊ່ວງທີ 2 ແຕ່ນະຄອນຫລວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312,8 ກິໂລແມັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມ ເທຣດດິ້ງລາວມະຫາຊົນ, ປັດຈຸບັນ ໄດ້ຮັບການເຫັນດີດ້ານຫລັກການ ໃຫ້ຕໍ່ MOU ໂຄງການດັ່ງກ່າວ ຕື່ມ ເພື່ອໃຫ້ມີເວລາໃນການສຶກ ສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ. ປັດຈຸບັນ, ຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ ຄົ້ນຄວ້າຮ່າງສັນຍາຮ່ວມກັບຂະ ແໜງການກ່ຽວຂ້ອງ ກໍຄື ກະຊວງ ໂຍທາທິການແລະ ຂົນສົ່ງ, ກະຊວງ ການເງິນ, ກະຊວງຍຸຕິທຳ, ສະພາ ແຫ່ງຊາດ, ກະຊວງປ້ອງກັນຄວາມ ສະຫງົບ, ທະນາຄານແຫ່ງ ສປປ ລາວ ແລະ ອົງການປົກຄອງແຂວງ ຄໍາມ່ວນ. ພ້ອມກັນນີ້, ຍັງໄດ້ມີການ ແຕ່ງຕັ້ງຄະນະກຳມະການຕ່າງໆ ເພື່ອຊຸກຍູ້ ແລະ ອໍານວຍຄວາມສະ ດວກການຈັດຕັ້ງປະຕິບັດໂຄງການ. ໂຄງການກໍ່ສ້າງທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳ ມ່ວນ ຫາ ມູຢາ ຊາຍແດນລາວຫວຽດນາມ ໄລຍະທາງ 147 ກິ ໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລ ແມັດ, ເມືອງມະຫາໄຊ 36 ກິໂລ ແມັດ, ເມືອງຍົມມະລາດ 63 ກິໂລ ແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີ ຕອນດິນ 3.148 ຕອນ. ໂຄງການ ດັ່ງກ່າວ, ໄດ້ຮັບຮອງມູນຄ່າການ ຊົດເຊີຍແລ້ວ ຕາມມະຕິຄະນະປະ ຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການນໍາໃຊ້ນະໂຍບາຍວ່າ ດ້ວຍການທົດແທນຄ່າເສຍຫາຍ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນ ລະປູກຂອງປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໂຄງການ, ຄາດຄະເນ ມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸ ສຳປະທານ 50 ປີ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ລັດຖະມົນຕີກະຊວງການຕ່າງປະ ເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 2016 ເປັນຕົ້ນມາ, ຂອບ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ (ຊຶ່ງປະກອບມີ: ກຳປູ ເຈຍ, ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໄດ້ມີການ ຂະຫຍາຍຕົວຈາກວິໄສທັດ ມາເປັນ ການຮ່ວມມືທີ່ຕັ້ງໜ້າ ແລະ ເນັ້ນໃສ່ ໝາກຜົນຕົວຈິງ. ໃນທົດສະວັດຜ່ານ ມາ, ພາຍໃຕ້ຫລັກການທີ່ເນັ້ນການ ເປັນເອກະພາບ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ, MLC ໄດ້ກາຍມາເປັນຕົວແບບຊັ້ນນຳ ຂອງຄວາມສາມັກຄີໃນພາກພື້ນ, ການໃຫ້ກຽດເຊິ່ງກັນ ແລະ ກັນ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຕະຫລອດໄລຍະ10ປີຜ່ານມາ, ຄວາມມຸ່ງໝັ້ນພະຍາຍາມຂອງ ພວກເຮົາ ໄດ້ນຳໄປສູ່ຄວາມຄືບໜ້າ ທີ່ສຳຄັນໃນ 5 ຂົງເຂດບຸລິມະສິດ ຄື: ການເຊື່ອມຈອດ, ການຮ່ວມມື ດ້ານກຳລັງການຜະລິດ, ການຮ່ວມ ມືດ້ານເສດຖະກິດຂ້າມແດນ, ການ ຄຸ້ມຄອງຊັບພະຍາກອນນ້ຳ, ການ ພັດທະນາກະສິກຳ ແລະ ການລຶບ ລ້າງຄວາມທຸກຍາກ. ຄວາມພະຍາ ຍາມເຫລົ່ານີ້ ບໍ່ພຽງແຕ່ນຳຜົນປະ ໂຫຍດມາສູ່ປະເທດສະມາຊິກໃນ ພາກພື້ນ, ແຕ່ຍັງໄດ້ຊ່ວຍການແກ້ ໄຂສິ່ງທ້າທາຍທີ່ສຳຄັນ ເປັນຕົ້ນ ແມ່ນການແຜ່ລະບາດຂອງພະ ຍາດ, ການປ່ຽນແປງສະພາບພູມ ອາກາດ ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ຊຶ່ງສະແດງ ໃຫ້ເຫັນເຖິງພະລັງແຫ່ງຄວາມ ສາມັກຄີ ແລະ ຄວາມເຂັ້ມແຂງ ຮ່ວມກັນຂອງພວກເຮົາ. ໃນຂະນະທີ່ພວກເຮົາກ້າວໄປ ຂ້າງໜ້າ, ໝາກຜົນຂອງກອງປະ ຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ຄັ້ງທີ 4 ແລະ ບັນດາຂໍ້ລິເລີ່ມທີ່ ໄດ້ກຳນົດໄວ້ໃນແຜນປະຕິບັດງານ 5 ປີ (2023-2027) ໄດ້ກຳນົດ ວິໄສທັດອັນຈະແຈ້ງ ເພື່ອຮັດແໜ້ນ ສາຍພົວພັນຂອງພວກເຮົາໃຫ້ເລິກ ເຊິ່ງກວ່າເກົ່າ. ສປປ ລາວ ຈະສືບຕໍ່ ປະກອບສ່ວນຢ່າງເຕັມທີ່ຕໍ່ແຜນ ປະຕິບັດງານດັ່ງກ່າວ ແລະ ຈະເພີ່ມ ທະວີການຈັດຕັ້ງປະຕິບັດບັນດາຂໍ້ ລິເລີ່ມເສັ້ນທາງສາຍໄໝສີຂຽວ, ການພັດທະນາແລວທາງນະວັດ ຕະກຳ, ການຮັດແໜ້ນການຮ່ວມມື ດ້ານສາທາລະນະສຸກ, ການນຳໃຊ້ ທ່າແຮງຂອງເສດຖະກິດດີຈິຕອນ ແລະ ຂົງເຂດບຸລິມະສິດອື່ນໆ ຢ່າງ ມີປະສິດທິຜົນ ເພື່ອຮັບປະກັນສະ ຖຽນລະພາບ, ຄວາມຈະເລີນຮຸ່ງ ເຮືອງ ແລະ ການພັດທະນາແບບ ຍືນຍົງໃນທົ່ວພາກພື້ນ. ສຳລັບ ສປປ ລາວ, ພວກເຮົາ ໄດ້ຮັບຜົນປະໂຫຍດຢ່າງຫລວງ ຫລາຍຈາກຂອບການຮ່ວມມື MLC, ຜ່ານບັນດາຂໍ້ລິເລີ່ມທີ່ໄດ້ ຮັບທຶນສະໜັບສະໜູນ ຈາກກອງ ທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ, ພວກເຮົາໄດ້ຮັບການອະນຸ ມັດໂຄງການ ທັງໝົດ 100 ໂຄງ ການ, ລວມມູນຄ່າປະມານ 26 ລ້ານໂດລາສະຫະລັດ. ບັນດາໂຄງ ການເຫລົ່ານີ້ແມ່ນໄດ້ແນໃສ່ການ ປັບປຸງພື້ນຖານໂຄງລ່າງ, ສົ່ງເສີມ ການພັດທະນາຊັບພະຍາກອນມະ ນຸດ, ເສີມສ້າງການຄຸ້ມຄອງຊັບພະ ຍາກອນນ້ຳແລະປັບປຸງການເຊື່ອມ ຈອດ, ພ້ອມທັງສະໜັບສະໜູນ ວຽກງານສາທາລະນະສຸກ ແລະ ການຫລຸດຜ່ອນຄວາມທຸກຍາກ. ຄວາມພະຍາຍາມໃນການຮ່ວມມື ເຫລົ່ານີ້ ບໍ່ພຽງແຕ່ໄດ້ຕອບສະໜອງ ຄວາມຕ້ອງການໃນດ້ານການພັດ ທະນາເທົ່ານັ້ນ, ແຕ່ຍັງໄດ້ສ້າງຂີດ ຄວາມສາມາດທີ່ຈຳເປັນໃຫ້ແກ່ ການເຕີບໂຕທາງດ້ານເສດຖະກິດສັງຄົມ ໃນໄລຍະຍາວແລະ ໄດ້ຊ່ວຍ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນພວກເຮົາໃຫ້ດີຂຶ້ນ. ໃນໂອກາດນີ້, ສປປ ລາວ ຂໍສະ ແດງຄວາມຂອບໃຈຢ່າງສູງ ມາຍັງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການປະກອບສ່ວນອັນສຳຄັນ ເຂົ້າໃນກອງທຶນພິເສດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ຊຶ່ງໄດ້ນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນໃນ ອະນຸພາກພື້ນແມ່ນ້ຳຂອງ. ການ ມີສ່ວນຮ່ວມຢ່າງຫ້າວຫັນ ແລະ ຕໍ່ເນື່ອງຂອງພວກເຮົາໃນຂອບ ການຮ່ວມມືນີ້ ແມ່ນການຢັ້ງຢືນ ເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຕໍ່ ກັບການຮ່ວມມື ແລະ ຜົນປະໂຫຍດ ຮ່ວມກັນ ຂອງບັນດາປະເທດສະມາ ຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງໝົດ. ໃນຂະນະທີ່ພວກເຮົາຮ່ວມກັນ ສະເຫລີມສະຫລອງວາລະຄົບຮອບ 10 ປີນີ້, ຂໍໃຫ້ພວກເຮົາພ້ອມກັນ ຢັ້ງຢືນເຖິງຄວາມມຸ່ງໝັ້ນຕໍ່ກັບ “ປະຊາຄົມແຫ່ງອະນາຄົດຮ່ວມ ກັນ” ແລະ ບັນລຸວິໄສທັດຍຸດທະ ສາດສຳລັບ 10 ປີຕໍ່ໜ້າ ແຫ່ງການ ພັດທະນາທີ່ມີຄຸນນະພາບສູງ. ຂໍໃຫ້ 10 ປີຕໍ່ໜ້ານີ້ ຈົ່ງເປັນທົດສະວັດທີ່ ຮຸ່ງເຮືອງສີວິໄລກວ່າເກົ່າ, ມີສ່ວນ ຮ່ວມຫລາຍຂຶ້ນ ແລະ ມີຄວາມຍືນ ຍົງຍິ່ງໆຂຶ້ນກວ່າໄລຍະທີ່ຜ່ານມາ. ກັນນີ້, ຍັງມີ ສສຊ ບາງເຂດເລືອກ ຕັ້ງສະເໜີໃຫ້ລັດຖະບານ ສືບຕໍ່ແກ້ ໄຂຫລາຍບັນຫາສຳຄັນ ໂດຍສະ ເພາະ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ສະເໜີໃຫ້ລັດຖະ ບານ ສືບຕໍ່ແກ້ໄຂ, ພັດທະນາດ້ານ ການສຶກສາໃນເຂດຫ່າງໄກສອກ ຫລີກ, ບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ບັນຫາລາຄາ ນ້ຳມັນແພງ ທີ່ມີທ່າອ່ຽງເພີ່ມຂຶ້ນ ສູງໃນປັດຈຸບັນ. ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ ສະເໜີໃຫ້ລັດຖະບານ ກໍຄື ກະຊວງ ສຶກສາທິການ ແລະ ກິລາ ລົງເລິກ ຄົ້ນຄວ້ານະໂຍບາຍສະເພາະຕໍ່ກັບ ການພັດທະນາດ້ານການສຶກສາ ໃນ ເຂດຊົນນະບົດຫ່າງໄກສອກຫລີກ ເພື່ອຫລຸດຜ່ອນຄວາມແຕກໂຕນ ລະຫວ່າງໃນຕົວເມືອງ ແລະ ເຂດ ຊົນນະບົດ, ຖືໂອກາດເອົາການສ້າງ ຕັ້ງຕາແສງ ໂຮມໂຮງຮຽນເຂົ້າກັນ ໃຫ້ກາຍເປັນໂຮງຮຽນໃຫຍ່ ທີ່ມີ ອຸປະກອນການຮຽນ-ການສອນ ທີ່ທັນສະໄໝ, ມີຄູ-ອາຈານທີ່ພຽງ ພໍ, ມີລະບອບປະຊຸມ-ເຮັດວຽກເປັນ ໝູ່ຄະນະ ແລະ ມີໜ່ວຍພັກຊີ້ນຳຄັກ ແນ່, ຫລີກລ່ຽງການສິດສອນໂຮງ ຮຽນໜຶ່ງມີຄູພຽງໜຶ່ງຄົນ. ທັງນີ້, ກໍ ເພື່ອແນໃສ່ສ້າງໂຮງຮຽນໃຫ້ເປັນ ສະຖານທີ່ປອດໄພ, ມີຄວາມອົບອຸ່ນ ແລະ ມີລະບົບຂົນສົ່ງນັກຮຽນໄປ ຮຽນລວມສູນຢູ່ຈຸດດຽວ. ສ່ວນ ການສຶກສາຢູ່ໃນຕົວເມືອງໃຫຍ່ ເຫັນວ່າມີການພັດທະນາດີ, ມີມາດ ຕະຖານບໍ່ດ້ອຍໜ້າສາກົນ ແຕ່ສະ ເໜີໃຫ້ສືບຕໍ່ພັດທະນາໄປເລື້ອຍໆ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ຄວບຄຸມ ອັດຕາເງິນເຟີ້ ແລະ ກຳນົດນະໂຍ ບາຍດ້ານດອກເບ້ຍທະນາຄານ ໃຫ້ຢູ່ໃນລະດັບດຽວກັບປະເທດ ເພື່ອນບ້ານ ເຊັ່ນ: ສສ ຫວຽດນາມ ແລະ ປະເທດໄທ ເພື່ອໃຫ້ຕົ້ນທຶນ ການຜະລິດມີຄວາມໃກ້ຄຽງກັນ ແລະ ສາມາດແຂ່ງຂັນດ້ານລາຄາ ສິນຄ້າ, ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ກະຕຸກຊຸກຍູ້ ໃຫ້ພາກເອກກະຊົນສາມາດດຳເນີນ ທຸລະກິດໄດ້ຢ່າງຄ່ອງຕົວ, ແກ້ໄຂ ບັນຫາໜີ້ສິນ (NPL), ບຳລຸງສ້າງ ຖານລາຍຮັບງົບປະມານ ກໍຄື ສົ່ງ ເສີມ MSMEs ເພື່ອເປັນການສ້າງ ວຽກເຮັດງານທຳ ແລະ ແກ້ໄຂ ຄວາມທຸກຍາກໃຫ້ສັງຄົມ. ພ້ອມ ນີ້, ທ່ານຍັງໄດ້ສະເໜີລັດຖະບານພິ ຈາລະນາ ກຳນົດນະໂຍບາຍພິເສດ ຊ່ວຍເຫລືອປະຊາຊົນທີ່ເຮັດການ ຜະລິດກະສິກຳ ເພື່ອໃຫ້ການຜະລິດ ມີຄວາມຕໍ່ເນື່ອງ ແລະ ເພື່ອສະກັດ ກັ້ນບໍ່ໃຫ້ລາຄາເຂົ້າປາອາຫານຖີບ ຕົວຂຶ້ນສູງເກີນໄປ ຊຶ່ງຈະສົ່ງຜົນ ກະທົບໃນວົງກວ້າງຕໍ່ສັງຄົມ. ຄຽງຄູ່ກັນນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈ ໃສ່ ແລະ ມີຄວາມພະຍາຍາມ ສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫລາຍປະການໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນທ່າມກາງ ທີ່ສະພາບການທາງດ້ານການ ເມືອງ, ເສດຖະກິດ-ການເງິນ ຂອງ ພາກພື້ນ ແລະ ສາກົນ ມີການຜັນແປ ຢ່າງສັບສົນ, ການປ່ຽນແປງດິນ ຟ້າອາກາດ ສະພາບຄວາມຫຍຸ້ງ ຍາກພາຍໃນ, ແຕ່ພາຍໃຕ້ການນໍາ ພາ-ຊີ້ນໍາຂອງສູນກາງພັກ ຢ່າງໃກ້ ຊິດແທດເຖິງ ແລະ ຜ່ານການຕິດ ຕາມກວດກາຂອງສະພາແຫ່ງ ຊາດ ຕໍ່ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ ໃນໄລຍະຜ່ານມາ ສາ ມາດບັນລຸໄດ້ຜົນສໍາເລັດອັນສໍາຄັນ ແລະ ພົ້ນເດັ່ນກວ່າໝູ່ແມ່ນ ສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງດ້ານສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປັບປຸງ ແລະ ປ່ຽນ ແປງ, ພື້ນຖານໂຄງລ່າງກໍໄດ້ ຮັບການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ ເສດ ຖະກິດສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ອື່ນໆ. ຂ່າວ: ທະນູທອງ ສພຊ... ລັດຖະບານ... ໃຫ້ຮູ້ໃນກອງປະຊຸມຄັ້ງປະຖົມມະ ລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້ວ່າ: ໂຄງການທາງລົດໄຟ ລາວ-ຫວຽດ ບົດອວຍພອນ... ສສຊ...
RkJQdWJsaXNoZXIy MTc3MTYxMQ==