7241

*** ຕໍ່ຈາກສະບັບກ່ອນ***ໍ່ ຈັ ບ່ ອ 5 ປີຜ່ານມາ...ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫົວໜ້າ ຄຕພ...ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 07 xtgmf]k; gsfdko{dkora fmtok a 24/03/2026 ສິງຫາ 2021 ແລະ ໄດ້ພິຈາລະນາ ບັນດາບັນຫາສໍາຄັນພື້ນຖານຂອງ ປະເທດຊາດ; ໄດ້ຕິດຕາມກວດກາ ບັນດາບັນຫາເຄັ່ງຮ້ອນຂອງສັງຄົມ ແລະ ມີການປຶກສາຫາລືກັບລັດຖະ ບານແກ້ໄຂ ໂດຍມີການວາງບັນດາ ມາດຕະການຕົວຈິງ ເຮັດໃຫ້ສະ ພາບການພັດທະນາເສດຖະກິດສັງຄົມ ນັບມື້ມີການຫັນປ່ຽນດີຂຶ້ນ; ສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາ ພາ-ຊີ້ນໍາ ຄົ້ນຄວ້າປັບປຸງກົງຈັກ ຂອງສະພາແຫ່ງຊາດ ໃຫ້ກະທັດ ຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ ສູງ ທີ່ສອດຄ່ອງກັບມະຕິຂອງພັກ ເພື່ອປະຕິບັດພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍສະພາແຫ່ງຊາດ; ເອົາໃຈ ໃສ່ປະສານສົມທົບກັບລັດຖະບານ, ອົງການໄອຍະການປະຊາຊົນສູງ ສຸດ, ສານປະຊາຊົນສູງສຸດ, ອົງ ການກວດສອບແຫ່ງລັດ, ອົງການ ກວດກາແຫ່ງລັດ, ສູນກາງແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງໃນການຈັດ ຕັ້ງກອງປະຊຸມຮ່ວມປະຈໍາປີ ກໍຄື ການກະກຽມເນື້ອໃນສໍາຄັນ ແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິ ກອງປະຊຸມສະພາແຕ່ລະຄັ້ງ, ໄດ້ ເສີມຂະຫຍາຍສິດເປັນເຈົ້າໃນ ການປະກອບຄໍາຄິດຄໍາເຫັນຂອງ ປະຊາຊົນ ໂດຍຜ່ານສູນກາງແນວ ລາວສ້າງຊາດ, ບັນດາອົງການຈັດ ຕັ້ງມະຫາຊົນ ແລະ ສາຍດ່ວນ ຕໍ່ກັບ ການເຄື່ອນໄຫວວຽກງານຂອງສະ ພາແຫ່ງຊາດ ກໍຄື ສະມາຊິກສະພາ ແຫ່ງຊາດ ແລະ ບັນຫາເຄັ່ງຮ້ອນ ໃນສັງຄົມ ຕາມທີ່ກຳນົດໄວ້ໃນລັດ ຖະທຳມະນູນ ແລະ ກົດໝາຍ. ພ້ອມນີ້, ສະພາແຫ່ງຊາດ ຊຸດທີ IX ໄດ້ເສີມຂະຫຍາຍການພົວພັນ ຮ່ວມມືກັບບັນດາປະເທດເພື່ອນ ມິດ, ລັດຖະສະພາສາກົນ ແລະ ພາກພື້ນ, ອົງການຈັດຕັ້ງສາກົນ ແລະ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ແລະ ກອງປະຊຸມສຸດຍອດສາມ ປະທານສະພາແຫ່ງຊາດ ລາວກຳປູເຈຍ-ຫວຽດນາມ ຄັ້ງທີ I ໃນ ປີ 2023 ຜ່ານມາ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ປະຊຸມທາງໄກກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ (Olga Chemdanova) ປະທານພັກ ເບລາຢາຣຸດສ໌ ໂດຍມີ ທ່ານ ອູລັດ ຊີມີຣ ບາຣາວິກູ ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ ທີ່ມີສໍານັກງານ ຕັ້ງຢູ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ. ໃນການພົບປະດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຍິນດີ ແລະ ເປັນກຽດຢ່າງ ສູງ ທີ່ໄດ້ພົບປະກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ ປະທານ ພັກເບລາຢາຣຸດສ໌ ຊຶ່ງເປັນຄັ້ງທໍາ ອິດທີ່ ສອງພັກ ໄດ້ຈັດການພົບປະ ຜ່ານກອງປະຊຸມທາງໄກຮ່ວມກັນ ເພື່ອປຶກສາຫາລືກ່ຽວກັບການເສີມ ຂະຫຍາຍການພົວພັນຮ່ວມມືດ້ານ ພັກ, ທິດທາງແຜນການຮ່ວມມືໃນ ຕໍ່ໜ້າ ແລະ ບາງບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມກັນ ນັ້ນ, ທ່ານ ບຸນເຫລືອ ພັນດານຸ ວົງ ກໍໄດ້ສະແດງຄວາມຂອບໃຈ ພັກເບລາຢາຣຸດສ໌ ທີ່ໄດ້ສົ່ງສານ ຊົມເຊີຍ ໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ ໃນ ປີ 2026 ແລະ ໃນໂອກາດການດໍາ ເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026. ພ້ອມນີ້, ຍັງໄດ້ຕີລາຄາສູງ ແລະ ສະແດງ ຄວາມຊົມເຊີຍຕໍ່ບົດບາດການນໍາ ພາ ແລະ ການເຄື່ອນໄຫວອັນພົ້ນ ເດັ່ນທາງດ້ານການເມືອງຂອງພັກ ເບລາຢາຣຸດສ໌ ຢູ່ພາຍໃນ ເບລາ ຣຸດຊີ ຕະຫລອດໄລຍະ 3 ປີຜ່ານ ມາ ແລະ ຜົນສໍາເລັດຂອງການດໍາ ເນີນກອງປະຊຸມສະພາແຫ່ງຊາດ ທົ່ວເບລາຣຸດຊີ ໃນເດືອນທັນວາ 2025 ທີ່ຜ່ານມາ ແລະ ໄດ້ແຈ້ງ ໃຫ້ປະທານພັກເບລາຢາຣຸດສ໌ ຊາບ ກ່ຽວກັບ ພັກ ປປ ລາວ ໂດຍສັງ ເຂບ, ແນວທາງການຕ່າງປະເທດ, ສະພາບພົ້ນເດັ່ນທາງດ້ານການ ເມືອງ-ເສດຖະກິດ ຂອງ ສປປ ລາວ, ວຽກງານການທູດປະຊາຊົນ ກໍຄື ສະມາຄົມມິດຕະພາບ ຂອງ ສອງປະເທດ ແລະ ວຽກງານຊາວ ໜຸ່ມ. ພ້ອມນີ້, ທ່ານຫົວໜ້າ ຄຕພ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລໍ້າ ຄ່າຂອງ ລັດຖະບານ ແລະ ປະຊາ ຊົນ ເບລາຣຸດຊີ ທີ່ມີຕໍ່ປະຊາຊົນ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ກໍຄື ການສະໜັບສະໜູນ-ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ທ່ານ ນາງ ໂອນກາ ເຈໂມດານ ນົບວາ ກໍໄດ້ສະແດງຄວາມຍິນດີ ຕໍ່ການຈັດກອງປະຊຸມທາງໄກ ລະ ຫວ່າງ ສອງພັກ ໃນຄັ້ງນີ້, ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ເນື່ອງ ໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ ແລະ ໄດ້ແຈ້ງ ໃຫ້ຝ່າຍລາວຊາບໂດຍຫຍໍ້ກ່ຽວກັບ ເຫດການທີ່ສໍາຄັນຢູ່ ສ ເບລາຣຸດຊີ ກໍຄື ການດໍາເນີນກອງປະຊຸມສະພາ ແຫ່ງຊາດ ທົ່ວເບລາຣຸດຊີ ຊຶ່ງໄດ້ ມີການຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງຄົມ ສໍາລັບສົກປີ 2026-2030, ສະພາບລວມ ແລະ ພາລະບົດບາດຂອງ ພັກເບລາຢາ ຣຸດສ໌, ການພົບປະລະຫວ່າງການ ນໍາສູງສຸດຂອງ ລາວ-ເບລາຣຸດຊີ va f8txn gIa fcmh 8+ z6h muj ]tg,u f0kpoE,a og-N vw2 gdu o]k7k c]t 0kp.lj dt85 d8k,c7,mk' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຕໍ່ກັບກະພາບ ການຂາດແຄນນໍ້າມັນເຊື້ອໄຟໃນ ປັດຈຸບັນ ແລະ ການລະເມີດຕໍ່ແຈ້ງ ການ ຂອງຄະນະກຳມະການປົກ ຄອງ ແຂວງອັດຕະປື ສະບັບເລກທີ 282/ປຄປຂ ລົງວັນທີ 19 ມີນາ 2026. ໂດຍອີງໃສ່ດຳລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກ ທີ 559/ລບ, ລົງວັນທີ 9 ກັນຍາ 2025, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ປະຕິບັດ ມາດຕະການຂັ້ນເດັດຂາດຕໍ່ຜູ້ທີ່ລະ ເມີດໃນການສະໜອງແລະຈໍາໜ່າຍ ພາຍໃນປໍ້າ ແລະ ໃສ່ຕຸກ ຊຶ່ງໃນນີ້, ຈະປະຕິບັດຕາມມາດຕາ 79 ຈໍາ ໜ່າຍນໍ້າມັນບໍ່ເຕັມລິດ ຫລື ລາຄາ ເກີນກຳນົດແມ່ນຈະຖືກປັບໃໝ 45 ລ້ານກີບ, ສໍາລັບຜູ້ຂາຍຍ່ອຍແມ່ນ ໄດ້ເຮັດບົດບັນທຶກ ເປັນທີ່ຮຽບຮ້ອຍ ແລ້ວ ຖ້າຜູ້ໃດບໍ່ປະຕິບັດແມ່ນຈະໄດ້ ຢຶດ ແລະ ປັບໃໝຕາມລະບຽບການ. ທ່ານ ພູໄຊ ວໍລະບາດ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ໃຫ້ສໍາ ພາດຕໍ່ຄະນະສື່ມວນຊົນ ໃນວັນທີ 23 ມີນາ 2026 ນີ້ວ່າ: ຕໍ່ກັບສະ ພາບການທີ່ເຄັ່ງຮ້ອນ ໃນໄລຍະ ຄວາມບໍ່ສະຫງົບໃນພາກພື້ນຕາ ເວັນອອກກາງ ໂດຍສະເພາະໃນ ການສະໜອງ ແລະ ການຈໍາໜ່າຍ ນໍ້າມັນເຊື້ອໄຟ, ພະແນກອຸດສາຫະ ກໍາ ແລະ ການຄ້າ ແຂວງອັດຕະປື ໄດ້ອີງໃນແຈ້ງການແລະ ດຳລັດດັ່ງ ກ່າວ ປະຕິບັດມາດຕະການ ຂັ້ນເດັດ ຂາດຕໍ່ຜູ້ທີ່ລະເມີດ. ສໍາລັບປໍ້ານໍ້າມັນ ທົ່ວໄປ ພາຍໃນແຂວງອັດຕະປື ທີ່ ຂາຍນໍ້າມັນ ໂດຍບໍ່ປະຕິບັດຕາມ ລາຄາຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ໂຈະການ ຂາຍນໍ້າມັນ ພ້ອມທັງປັບໃໝຕາມ ດຳລັດ 559/ລບ ວ່າດ້ວຍທຸລະກິດ ນໍ້າມັນເຊື້ອໄຟ, ບໍ່ວ່າຈະເປັນໃນ ກໍລະນີອື່ນກໍຕາມ ເປັນຕົ້ນ ໃຫ້ຕົວ ແທນ, ບໍ່ແມ່ນຕົວແທນ ຫລື ລູກຄ້າ ຕາມສັນຍາຈໍາໜ່າຍ ຕ້ອງປະຕິບັດ ຕາມລາຄາກະຊວງວາງອອກ ຊຶ່ງ ປັດຈຸບັນລາຄານໍ້າມັນກະຊວນ 39.360 ກີບຕໍ່ລິດ, ນໍ້າມັນແອັດ ຊັງ 39.260 ກີບຕໍ່ລິດ. ໂອກາດນີ້, ທ່ານ ພູໄຊ ວໍລະ ບາດ ໄດ້ຮຽກຮ້ອງເຖິງຜູ້ທີ່ປະ ກອບການປໍ້ານໍ້າມັນ ຈົ່ງຊ່ວຍກັນ ປະຕິບັດຕາມລະບຽບການທີ່ກະ ຊວງອຸດສາຫະກຳ ແລະ ການຄ້າ ວາງອອກຢ່າງເປັນເຈົ້າການ. ສຳ ລັບຫາງສຽງຕາມການລາຍງານ ຂອງປະຊາຊົນທີ່ວ່າມີປໍ້າຈໍານວນ ໜຶ່ງ ຂາຍໃນຍາມກາງຄືນ ແລະ ຂາຍໃສ່ຕຸກຕາມເສັ້ນທາງ ຈຸດໃດ, ປໍ້າໃດ ຂາຍນໍ້າມັນເກີນລາຄາທີ່ ກຳນົດໄວ້ ຖ້າບັນດາທ່ານ, ພໍ່ແມ່ ປະຊາຊົນຫາກພົບເຫັນ ຂໍຄວາມ ຮ່ວມມືຊ່ວຍແຈ້ງເຈົ້າໜ້າທີ່ ສາຍ ດ່ວນໄດ້ທີ່ໝາຍເລກ (020 2229 7888; 020 5427 5888) ທາງ ເຈົ້າໜ້າທີ່ເຮົາ ພ້ອມທີ່ຈະໃຊ້ມາດ ຕະການເດັດຂາດຕໍ່ຜູ້ລະເມີດ ແມ່ນ ຈະຖືກສຶກສາອົບຮົມ ແລະ ກ້າວໄປ ເຖິງການປັບໃໝຕາມລະບຽບການ. ຂ່າວ: ມະນີວອນ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກຸ່ມພະ ນັກງານນໍາທ່ຽວ ແຂວງຫລວງ ພະບາງ ຮ່ວມກັບບັນດາໂຮງແຮມ ພາຍໃນແຂວງ ສ້າງຂະບວນການ ອອກແຮງງານ ເກັບຂີ້ເຫຍື້ອ ໃນເທ ສະບານນະຄອນຫລວງພະບາງ ໃຫ້ ມີຄວາມສະອາດ ໃນຕອນເຊົ້າວັນທີ 23 ມີນາ 2026. ທ່ານ ຄຳສອນ ດາລາວົງ ປະ ທານສະມາຄົມພະນັກງານນຳທ່ຽວ ແຂວງຫລວງພະບາງ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນວ່າ: ການສ້າງຂະ ບວນການຄັ້ງນີ້, ກຸ່ມພະນັກງານນໍາ ທ່ຽວ ແຂວງຫລວງພະບາງ ໄດ້ຮັບ ການສະໜັບສະໜູນຈາກບັນດາ ໂຮງແຮມແລະຜູ້ປະກອບການທຸລະ ກິດ ດ້ານການທ່ອງທ່ຽວ ເພື່ອເຮັດ ໃຫ້ຕົວເມືອງຫລວງພະບາງ ມີ ຄວາມສະອາດຕາມທິດສີຂຽວແລະ ຍືນຍົງ ໃຫ້ສົມກັບການໄດ້ຮັບລາງ ວັນທີ່ບັນດາປະເທດອາຊຽນໄດ້ rtoa d'kooemj P; c0;'s];'rt[k' lh k'0t[;odkovvdcI''ko gda [0U gspN v.ogmlt[ko ມອບໃຫ້, ທັງເປັນການສ້າງຂະ ບວນການຕ້ອນຮັບບຸນປີໃໝ່ລາວທີ່ ຈະມາເຖິງ ໃນມໍ່ໆນີ້ ໃຫ້ມີຄວາມຟົດ ຟື້ນ ແລະ ມ່ວນຊື່ນ ແລະ ເພື່ອສ້າງ ຄວາມປະທັບໃຈໃຫ້ກັບນັກທ່ອງ ທ່ຽວ ທີ່ເຂົ້າມາທ່ອງທ່ຽວຫລວງ ພະບາງ. ນອກຈາກນີ້, ສະມາຄົມ ພະນັກງານນຳທ່ຽວແຂວງຫລວງ ພະບາງ ຍັງມີແຜນຈະຈັດຂະບວນ ການອະນາໄມ ຢູ່ເຂດບ້ານຊຽງ ແມນ ເມືອງຈອມເພັດ ແລະ ແຄມ ແມ່ນ້ຳຂອງຕື່ມອີກ. ໂອກາດນີ້, ທ່ານ ຄຳສອນ ດາລາວົງ ຍັງໄດ້ຮຽກຮ້ອງໃຫ້ທຸກ ພາກສ່ວນໃນສັງຄົມ ຈົ່ງພ້ອມກັນ ເອົາໃຈໃສ່ຮັກສາຄວາມສະອາດ ທັງປຸກລະດົມໃຫ້ນັກທ່ອງທ່ຽວ ໄດ້ ມີສ່ວນຮ່ວມໃນການປົກປັກຮັກສາ ສິ່ງແວດລ້ອມ ພາຍໃນແຂວງ ຫລວງພະບາງ ໃຫ້ມີຄວາມຍືນຍົງ. ການສ້າງຂະບວນການອອກ ແຮງງານ ເກັບຂີ້ເຫຍື້ອຄັ້ງນີ້ ຜູ້ ເຂົ້າຮ່ວມໄດ້ມີການຍ່າງເກັບຂີ້ ເຫຍື້ອຈາກສີ່ແຍກໂຮງແຊກ ໄປ ຕາມເສັ້ນທາງສີສະຫວ່າງວົງ ແລະ ເສັ້ນທາງແຄມນ້ຳຂອງ-ແຄມນ້ຳ ຄານ ດ້ວຍບັນຍາກາດທີ່ຄຶກຄື້ນ ເບີກບານມ່ວນຊື່ນ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ສາກົນ ຢູ່ ສ ຣັດເຊຍ ໃນໄລຍະຜ່ານ ມາ ຊຶ່ງໄດ້ຢືນຢັນເຖິງສາຍພົວພັນ ມິດຕະພາບທີ່ມີມູນເຊື້ອລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກເບລາຢາຣຸດສ໌. ປະທານພັກເບລາຢາຣຸດສ໌ ຍັງໄດ້ຖື ໂອກາດນີ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້ “ອະທິປະໄຕ ຂອງລັດ ແລະ ຫລັກການຂອງການ ພົວພັນສາກົນໃນສະພາບການຂອງ ໂລກຫລາຍຂົ້ວ ແລະ ຄວາມຫລາກ ຫລາຍໃນ ສະຕະວັດທີ 21” ທີ່ຈະ ຈັດຂຶ້ນຢູ່ ສ ເບລາຣຸດຊີ ໃນເດືອນ ພຶດສະພາ 2026. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະພາບ ຈະເພີ່ມທະວີການ ແລກປ່ຽນຄະນະຜູ້ແທນນໍາກັນ ແລະ ພິຈາລະນາການລົງນາມໃນ ບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງສອງພັກ ເພື່ອເປັນບ່ອນ ອີງໃນການເສີມຂະຫຍາຍການ ຮ່ວມມື ແລະ ປະກອບສ່ວນເຂົ້າໃນ ການຮັດແໜ້ນສາຍພົວພັນມິດຕະ ພາບ ລາວ-ເບລາຣຸດຊີ ໃຫ້ແໜ້ນ ແຟ້ນຍິ່ງຂຶ້ນໃນຕໍ່ໜ້າ. ຂ່າວ-ພາບ: ຄຕພ

RkJQdWJsaXNoZXIy MTc3MTYxMQ==