24/03/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສຸວັນຸັ -u ;y f{;a fmtotme u y a ໂດຍ: ແສງສະຫວັນັ ຂປລ. ຫວ່າງບໍ່ດົນມານີ້, ຄະນະ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື, ນໍາໂດຍ ທ່ານ ນາງ ພິມພອນ ກອງບົວຄໍາ ຮອງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ, ຜູ້ຊີ້ນໍາພັດທະນາອາຊີບ ແລະ ສ້າງວຽກເຮັດງານທໍາ ພ້ອມ ດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາ ຊາວໜຸ່ມຕົວແບບ ສ້າງອາຊີບ ເປີດຮ້ານສ້ອມແປງ ລົດຈັກ ທີ່ບ້ານກະຢື, ເມືອງສາມັກຄີ ໄຊ, ແຂວງອັດຕະປື ທີ່ໄດ້ຮັບທຶນ ກູ້ຢືມມາຈາກໂຄງການ (ກ້າໄມ້, ແຕກໃບ ສົດໃສ, ຢືນຕົ້ນໃຫ່ຍງາມ). ທ້າວ ວິມານ ປອນຫໍ່ແກ້ວ ພາບປະກອບ ຊາວໜຸ່ມຕົວແບບໄດ້ເລົ່າສູ້ຟັງວ່າ: ໃນປີ 2022 ຕົນເອງເປັນພຽງ ສະມາຊິກຊາວໜຸ່ມຜູ້ໜຶ່ງທີ່ໄດ້ຮັບ ໂອກາດໄປຝຶກອົບຮົມວິຊາຊີບ, ກ່ຽວກັບວຽກງານສ້ອມແປງ ຢູ່ສູນ ຝຶກອົບຮົມວິຊາຊີບຊາວໜຸ່ມ ດອນ -k;|5 j ,8q ;c[[dkolh k'vk-u [ ,u ]kpIa [ 7-10 ]h kodu [8= gfn j vo ບອສໂກ ນະຄອນຫລວງວຽງຈັນ, ເປັນໄລຍະເວລາ 6 ເດືອນ ເຊິ່ງ ພາຍຫລັງສໍາເລັດການຝຶກອົມຮົບ ວິຊາຊີບ ຕົນກໍ່ໄດ້ກັບມາຢູ່ບ້ານ ແລະ ຈັດຢູ່ໃນຊາວໜຸ່ມຜູ້ໜຶ່ງທີ່ຫວ່າງ ງານ. ຈາກນັ້ນຕົກມາ ປີ 2024 ທາງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື ໄດ້ ແຈ້ງໃຫ້ຕົນຮູ້ວ່າ ມີທຶນກູ້ຢືມຈາກ ໂຄງການ (ກ້າໄມ້ແຕກໃບ ສົດໃສ ຢືນຕົ້ນໃຫຍ່ງາມ) ໄດ້ເປີດໂອກາດ ໃຫ້ກັບຊາວໜຸ່ມຫວ່າງງານ ທີ່ມີ ຄວາມສົນໃຈຢາກກູ້ຢືມ ເພື່ອນໍາໄປ ເປັນທຶນໃນການສ້າງອາຊີບ ແລະ ວຽກເຮັດງານທໍາ ເຊິ່ງຕົນເອງກໍມີ ຄວາມສົນໃຈ ແລະ ໄດ້ຕັດສິນໃຈ ກູ້ຢືມເງິນທຶນດັ່ງກ່າວ ເພື່ອມາເປີດ ຮ້ານສ້ອມແປງລົດຈັກ ຢູ່ທີ່ເຮືອນ ຂອງຕົນເອງ ເປັນຈໍານວນເງິນ 10 ລ້ານກີບ, ໂດຍສົມທົບກັບທຶນ ຂອງຄອບຄົວຈໍານວນໜຶ່ງ, ໃນ ເບື້ອງຕົ້ນ ກໍໄດ້ເປີດເປັນຮ້ານນ້ອຍໆ ແລະ ມີເຄື່ອງມືສ້ອມແປງກໍບໍ່ ທັນຫລາຍ, ມີແຮງງານພຽງແຕ່ ຕົນເອງຜູ້ດຽວ ທີ່ເປັນທັງເຈົ້າຂອງ ຮ້ານ ແລະ ເປັນທັງຊ່າງສ້ອມແປງ ເພາະວ່າຮ້ານຂອງຕົນບໍ່ທັນເປັນ ທີ່ຮູ້ຈັກ ແລະ ລູກຄ້າບໍ່ທັນຫລາຍ ເຊິ່ງລູກຄ້າສ່ວນໃຫຍ່ ແມ່ນພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານຕໍາຫລວດ. ມາປີ 2025 ເປັນຕົ້ນມາ ເຫັນວ່າມີລູກຄ້າເຂົ້າມາໃຊ້ບໍລິການ ສ້ອມແປງລົດຫລາຍຂຶ້ນກວ່າເກົ່າ ຈົນຕ້ອງໄດ້ຮັບເອົາຊາວໜຸ່ມຫວ່າງ ງານຢູ່ພາຍໃນບ້ານມາຊ່ວຍຕື່ມ ອີກ 2 ຄົນ, ພ້ອມນັ້ນກໍໄດ້ມີການ ປັບປຸງ-ພັດທະນາຮ້ານຂຶ້ນຕ່ືມໂດຍ ການຊື້ເຄ່ືອງມືສ້ອມແປງ ແລະ ອາໄຫລ່ ເຂົ້າມາຮ້ານເພີ່ມດ້ວຍທຶນ ຮ້ອນທີ່ຕົນເອງເກັບອອມມາ, ແນວ ໃດກໍຕາມ, ການທີ່ຈະເຮັດໃຫ້ລູກ ຄ້າເຂ້ົາມາໃຊ້ບໍລິການບໍ່ແມ່ນເລື່ອງ ງ່າຍ, ສະນັ້ນ ເຮົາຕ້ອງບໍລິການດີໃຫ້ ກັບລູກຄ້າ, ສ້າງຄວາມເຊື່ອໝັ້ນໃຫ້ ກັບລູກຄ້າ ຈົນມີລູກຄ້າຂາປະຈຳ. ສ່ວນລາຍຮັບຈາກການບໍລິການ ສ້ອມແປງລົດຈັກໂດຍສະເລ່ຍແລ້ວ ປະມານ 7-10 ລ້ານກີບຕໍ່ເດືອນ ເຊິ່ງເປັນລາຍໄດ້ຈາກການບຸກບືນ ສູ້ຊົນດ້ວຍນໍ້າເຫື່ອນ້້ຳແຮງຂອງ ຕົນ, ອັນເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນຫລາຍຖ້າທຽບ ໃສ່ເມື່ອກ່ອນ. gvdt]a d;a fmtotmedkoo5 j '4n 0v'c,j py ']k; ຂປລ. ປະເທດລາວ ປະກອບ ມີຫລາຍຊົນເຜົ່າ ທີ່ມີເອກະລັກດ້ານ ພາສາເວົ້າ, ການນຸ່ງຖື, ວັດທະ ນະທຳທີ່ແຕກຕ່າງກັນ, ເມື່ອເວົ້າ ເຖິງການນຸ່ງຖືຂອງແມ່ຍິງລາວ ແລ້ວແຕ່ລະຊົນເຜົ່ນລ້ວນແຕ່ມີ ເອກະລັກຂອງໃຜລາວທີ່ສ້າງຄວາມ ໂດດເດັ່ນໃຫ້ກັບແມ່ຍິງລາວເຜົ່ານັ້ນ ໆ, ການແຕ່ງກາຍຂອງແມ່ຍິງລາວ ແມ່ນສິລະປະທີ່ໂດດເດັ່ນ ເປັນຄວາມ ເອກອ້າງທະນົງໃຈ ແລະ ເປັນ ມໍລະດົກອັນລ້ຳຄ່າຂອງຊາດ ເຊິ່ງ ສະແດງອອກເຖິງທ່າທາງວາດຊົງ ຄຸນສົມບັດກິລິຍາມາລະຍາດອັນ ງົດງາມອ່ອນຊ້ອຍ ແລະ ນີ້ມນວນ ອ່ອນຫວານ ເຊິ່ງແຕກຕ່າງຈາກ ຊາດອື່ນ ຢ່າງຊັດເຈນ ທັງເປັນກຽດ ສັກສີຂອງຕົນເອງ ແລະ ວົງຕະກູນ ເພາະເຄື່ອງນຸ່ງຂອງ ແມ່ຍິງລາວ ເກີດຈາກ ສີໄມ້ລາຍມື ຫົວຄິດປະດິດ ສ້າງ ແລະ ພູມປັນຍາຂອງແມ່ຍິງ ລາວບັນດາເຜົ່າທີ່ສືບທອດກັນມາ ແຕ່ປູຍ່າຕາຍາຍຫລາຍຍຸກຫລາຍ ສະໄໝ. ການນຸ່ງຖືແມ່ນມູນມໍລະດົກ ອັນໜຶ່ງທີ່ບັນພະບູລຸດປະໄວ້ໃຫ້ລູກ ຫລານຄົນລາວ ສືບທອດມາເຖິງ ທຸກວັນນີ້ ອັນເປັນສິ່ງເອກອ້າງ ສະແດງໃຫ້ຊາວໂລກໄດ້ເຫັນເຖິງ ເອກະລັກໜຶ່ງຂອງຄວາມເປັນ ຊາດລາວ. ປະເພນີການນຸ່ງຖືໄດ້ ປ່ຽນແປງໄປຕາມຍຸກຕາມສະໄໝ ຕາມຄວາມນິຍົມ. ການນຸ່ງຖືເຂົ້າ ວັດວາອາຮາມ ເພື່ອໄປເຮັດບຸນຕັກ ບາດຍາດນ້ຳສ້າງສິນກິນທານ ຕາມ ຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫລື ມັດຜົມ ແລະ ບ່ຽງຜ້າ ຫລື ຖືແພ ພາດບ່າພ້ອມ. ແຕ່ມາຮອດປັດຈຸບັນ ນີ້ເຫັນວ່າບາງຄົນຍັງມີການປ່ອຍ ປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ ໜຳຊ້ຳ ຍັງນຸ່ງເສື້ອສາຍດ່ຽວ ໂຊ ສາຍບືໃສ່ສະເກິດສັ້ນ, ປ່ອຍຜົມ ຊຶ່ງ ເປັນການບໍ່ສົມຄວນຍິ່ງ, ເວລາເຂົ້າ ໃນສະຖານທີ່ສັກກະລະບູຊາ ຄວນ ສັງເກດເບິ່ງປ້າຍເຕືອນ ຫລື ຂໍ້ແນະ ນຳຕ່າງໆ ເພື່ອບໍ່ເປັນການປະໝາດ. ຊຸດປະຈຳຊາດຂອງແມ່ຍິງລາວ ຄື ສັນຍະລັກທີ່ບົ່ງບອກເຖິງກິລິຍາ ມາລະຍາດ ຫລື ວົງຕະກຸນໄດ້, ການ ນຸ່ງສິ້ນບໍ່ຄວນນຸ່ງເຂີນຫລາຍ ຫລື ຍາວເກີນໄປ ຖ້າໃຫ້ເໝາະຄວນນຸ່ງ ສິ້ນລ່າມກາຍບີແຂ່ງລົງມາ ເພື່ອ ສະດວກໃນການເຄື່ອນໄຫວໄປມາ ທັງຍັງຮັກສາໄດ້ມູນເຊື້ອ ການນຸ່ງຖື ທີ່ບົ່ງບອກວ່າເປັນຊາດລາວ. ແນວໃດກໍດີ, ເຖິງວ່າສັງຄົມຈະ ມີການປ່ຽນແປງໄປຕາມຍຸກຕາມ ລະສະໄໝ ກໍຕາມແຕ່ເອກະລັກ ສະເພາະຂອງແມ່ຍິງລາວ ກໍຄື ການ ເກົ້າຜົມ, ບ່ຽງແພ, ນຸ່ງສິ້ນ ຍັງຖືກ ຮັກສາໄວ້ ເຊິ່ງຖືວ່າເປັນ ລັກສະນະ ສະເພາະທີ່ໂດດເດັ່ນ ແລະ ສວຍງາມ ໃຫ້ຢູ່ຄູ່ກັບຊາດລາວຕະຫລອດໄປ ອີງຕາມຂໍ້ມູນຈາກປຶ້ມວັດ ທະ ນະທຳປະເພນີລາວໃຫ້ຮູ້ວ່າ ການ ນຸ່ງຖືຂອງແມ່ຍິງລາວ ແມ່ນເອ ກະລັກ ແລະ ເປັນສິ່ງບົງບອກເຖິງ ຄວາມເປັນຊາດລາວ, ປະເພນີ ການນຸ່ງຖືກໍໄດ້ວິວັດໄປຕາມຍຸກ ຕາມສະໄໝຕາມຄວາມນິຍົມ, ແຕ່ ເດີມນັ້ນ, ໄປສົ່ງສະການ ເພິ່ນນຸ່ງ ເສື້ອສີຂາວ ຫລື ສີບໍ່ບາດຕາ ເພື່ອ ເຮັດໃຫ້ບັນຍາກາດຂອງງານນັ້ນມີ ຄວາມໂປ່ງໃສ່, ບໍ່ໃຫ້ຜູ້ເຂົ້າຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈ ໂສກເສົ້າ, ສ່ວນໃສ່ສີແຈດ, ສີແດງ ນັ້ນ ເພິ່ນຄະລຳ, ຖ້າໃສ່ສີມືດ, ສີດຳ ເປັນການໄວ້ທຸກ, ການນຸ່ງຖືເຂົ້າວັດ ເພື່ອໄປເຮັດບຸນຕັກບາດຍາດນ້ຳ, ຮ່ວມບຸນສິນກິນທານຕາມຮີດຄອງ ປະເພນີ ແມ່ຍິງຕ້ອງເກົ້າຜົມມັດຜົມ ເປັນລະບຽບ ແລະ ບ່ຽງຜ້າຫລືຖືແພ ພາດບ່າພ້ອມ. ສ່ວນການນຸ່ງຖືໄປ ຮ່ວມງານດອງ, ງານສັງສັນຕ່າງໆ ສ່ວນໃຫຍ່ຈະໃສ່ສີສົດໃສ, ສີສັນ ສວຍງາມຕາມຄວາມມັກຂອງໃຜ ລາວ. ພ້ອມນີ້, ຄວາມງາມຂອງອາ ພອນ ເພດຊົງລາວ ໄດ້ເຮັດໃຫ້ຊາວ ຕ່າງຊາດຫັນມາສົນໃຈ ແລະ ນິຍົມ ຊົມຊອບສິ້ນໄໝແພລາວຈົນສາມາດ ຜະລິດເປັນສິນຄ້າສົ່ງອອກທີ່ດີອີກ ປະເພດໜຶ່ງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==